ໃນນາມຜູ້ແທນສົມບູນ ຕາງໜ້າໃຫ້ບັນດາສະຫາຍຜູ້ແທນສົມບູນຂອງກະຊວງປ້ອງກັນປະເທດ, ຕາງໜ້າໃຫ້ຜູ້ແທນສະມາຊິກພັກໃນທົ່ວກອງທັບ ກໍຄືນາຍ ແລະ ພົນທະຫານມີຄວາມຮູ້ສຶກພາກພູມໃຈ ແລະ ເປັນກຽດຢ່າງຍິ່ງທີ່ໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ຊຶ່ງເປັນກອງປະຊຸມຄັ້ງປະຫວັດສາດທີ່ສຳຄັນໃນຊີວິດການເມືອງຂອງພັກປະຊາຊົນ ປະຕິວັດລາວ ກໍຄືທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນລາວທັງຊາດ ຊຶ່ງດຳເນີນພາຍໃຕ້ຄຳຂວັນ: “ຍົກສູງບົດບາດການນຳພາທີ່ເຂັ້ມແຂງຂອງພັກ ສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນໃຫ້ໜັກ ແໜ້ນເຂັ້ມແຂງກ້າວຂຶ້ນສັງຄົມນິຍົມ”. ຊຶ່ງບັນດາເນື້ອໃນຈິດໃຈ ແລະ ມະຕິກອງປະຊຸມໃຫຍ່ໃນຄັ້ງນີ້ຈະກາຍເປັນຈຸດປ່ຽນທີ່ສຳຄັນໃນການກຳນົດແນວທາງນະໂຍບາຍຂອງພັກ ໃນໄລຍະຍາວແຕ່ນີ້ຮອດປີ 2055 ແລະ ໄລຍະ 5 ປີແຕ່ນີ້ຮອດປີ 2030, ຊຶ່ງທັງໝົດນັ້ນຈະເປັນທວນໄຟເຍືອງທາງອັນໃສແຈ້ງໃຫ້ທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນລາວບັນດາເຜົ່າ ເພື່ອປະຕິບັດສອງໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຂອງພວກເຮົາໃຫ້ຈະເລີນຮັ່ງມີ ແລະ ເຂັ້ມແຂງ.
ສະຫາຍ ພົທ ວົງສອນ ອິນປານພິມ ກ່າວຕື່ມອີກວ່າ: ພາຍຫຼັງກອງປະຊຸມໃຫຍ່ສຳເລັດ, ພວກຂ້າພະເຈົ້າຈະນໍາເອົາເນື້ອໃນຈິດໃຈຂອງກອງປະຊຸມຄັ້ງນີ້ໄປຜັນຂະຫຍາຍໃຫ້ແທດເໝາະກັບສະພາບຈຸດພິເສດ ແລະ ໜ້າທີ່ການເມືອງຂອງກອງທັບໃນໄລຍະໃໝ່, ໂດຍສະເພາະແມ່ນຂົງເຂດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເພື່ອເຮັດໃຫ້ປະເທດຊາດມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບປອດໄພ ເຮັດໃຫ້ປະຊາ ຊົນໄດ້ດຳລົງຊີວິດ ແລະ ມີເງື່ອນໄຂທໍາມາຫາກິນຢ່າງສະດວກສະບາຍ, ສ້າງທຸກເງື່ອນໄຂໃຫ້ການພັດທະນາເສດ ຖະກິດ-ສັງຄົມຂອງຊາດດໍາເນີນໄປຢ່າງຕໍ່ເນື່ອງ ເພື່ອເຮັດໃຫ້ປະເທດຊາດມີຄວາມໜັກແໜ້ນ, ເຂັ້ມແຂງ, ສີວິໄລ ແລະ ສຸມໃສ່ປັບປຸງກໍ່ສ້າງກອງທັບໃຫ້ກາຍເປັນກອງທັບປະຕິວັດທີ່ມີແບບແຜນທັນສະໄໝ, ມີຄວາມຈົງຮັກພັກດີຕໍ່ພັກ ຕໍ່ປະເທດຊາດ ແລະ ຕໍ່ປະຊາຊົນ, ສ້າງກອງທັບໃຫ້ມີຄວາມທັນສະໄໝຂຶ້ນເລື້ອຍໆ ແລະ ຖືເອົາໂອກາດທີ່ມີຄວາມໝາຍສຳຄັນນີ້ ສະແດງຄວາມຂອບໃຈ ແລະ ຂໍອວຍພອນໄຊແດ່ການນຳພັກ-ລັດ ແລະ ຜູ້ແທນກອງປະຊຸມຕະຫຼອດເຖິງພະນັກງານສະມາຊິກພັກໃນທົ່ວປະເທດ. ເວົ້າລວມ, ເວົ້າສະເພາະໃນທົ່ວກອງທັບຈົ່ງມີສຸຂະພາບເຂັ້ມແຂງ ພ້ອມກັນຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກໃຫ້ປະກົດຜົນເປັນຈິງ.
ຂ່າວ: ໜັງສືພິມກອງທັບ
ຄໍາເຫັນ