ເປີດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງຄັ້ງທີ VI

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງວິລະບູລີຄັ້ງທີ VI

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງວິລະບູລີຄັ້ງທີ VI
ເມືອງວິລະບູລີ ແຂວງສະຫວັນນະເຂດ ໄດ້ເປີດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງຄັ້ງທີ VI ໃນລະຫວ່າງວັນທີ 6-7 ມັງກອນ 2025 ນີ້, ທີ່ສະໂມສອນຂອງເມືອງ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ບຸນໂຈມ ອຸບົນປະເສີດ

 ກຳມະການສູນກາງພັກ ເລຂາພັກ ເຈົ້າແຂວງສະຫວັນນະເຂດ, ມີສະຫາຍ ນາງ ບຸດສະດີ ທະນະເມືອງ ກຳມະການສູນກາງພັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໃນວາລະປະຊຸມ,ສະຫາຍ ວາລີຍະ ສີຈັນທອງທິບ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງວິລະບຸລີ ໄດ້ກ່າວເປີດກອງປະຊຸມຢ່າງເປັນທາງການ. ຈາກນັ້ນ, ສະຫາຍ ທອງໄຫຼ ວິໄລພອນ ຮອງເລຂາພັກເມືອງ ຜູ້ຊີ້ນຳວຽກພັກ-ພະນັກງານໄດ້ຜ່ານບົດລາຍງານການເມືອງຕໍ່ກອງປະຊຸມ, ຊຶ່ງໄດ້ຕີລາຄາຄືນຜົນຂອງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ V, ຊຶ່ງຕະຫຼອດໄລຍະ 5 ປີທີ່ຜ່ານມາ, ມີທັງກາລະໂອກາດ ແລະ ສິ່ງເອື້ອອຳນວຍຄວາມສະດວກຫຼາຍດ້ານເປັນຕົ້ນ: ລະບົບການເມືອງມີສະຖຽນລະພາບ, ມີຄວາມໜັກແໜ້ນ, ເຂັ້ມແຂງ, ສັງຄົມມີຄວາມສະຫງົບເປັນລະບຽບຮຽບຮ້ອຍ, ເປັນເມືອງພື້ນຖານການປະຕິວັດ, ປະຊາຊົນມີມູນເຊື້ອອາດຫານ, ເຊື່ອໝັ້ນຕໍ່ການນໍາພາຂອງພັກ, ເປັນເມືອງທີ່ມີຄວາມອຸດົມສົມບູນທາງທຳມະຊາດ, ວັດທະນະທຳ, ປະຫວັດສາດ, ມີເສັ້ນທາງເລກ 10, 28A ຜ່ານ ແລະ ເຊື່ອມຕິດກັບເມືອງອາດສະພອນ, ເຊໂປນ, ບົວລະພາ ແລະ ໂຄງການຂຸດຄົ້ນຄຳ-ທອງລະດັບໃຫຍ່ຂອງຊາດຕັ້ງຢູ່.
ສະຫາຍ ໄພມະນີ ວົງໄຊຄຳ ຄະນະປະຈຳພັກເມືອງ ຮອງເຈົ້າເມືອງໄດ້ລາຍງານຕໍ່ກອງປະຊຸມກ່ຽວກັບແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງ ໃຫ້ຮູ້ວ່າ: ການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກເມືອງໃນໄລຍະຜ່ານມາເຫັນວ່າດ້ານໂຄງປະກອບທາງດ້ານເສດຖະກິດໄດ້ດຳເນີນໄປຖືກທິດ ແລະ ຂະຫຍາຍຕົວຕໍ່ເນື່ອງສະເລ່ຍ 7.6%ຕໍ່ປີ, ລວມຍອດຜະລິດຕະພັນພາຍໃນ (GDP) ບັນລຸໄດ້ 2,071 ຕື້ກວ່າກີບ, ສະເລ່ຍຕໍ່ຫົວຄົນ 10.48 ລ້ານກີບ/ຄົນ/ປີ ຫຼື ເທົ່າກັບ 1,219 ໂດລາສະະລັດ/ຄົນ/ປີ, ທົ່ວເມືອງສາມາດຜະລິດເຂົ້າເປືອກໄດ້ 92 ພັນໂຕນ, ເນື້ອທີ່ປູກເຂົ້າແຕ່ລະປີ 5,450 ເຮັກຕາ, ສະເລ່ຍໃສ່ຫົວຄົນຜູ້ໜຶ່ງໄດ້ຮັບເຂົ້າເປືອກ 390 ກິໂລກະຣາມ/ຄົນ/ປີ, ປູກພືດລະບຽງອາຫານບັນລຸ 6 ແສນກວ່າໂຕນ, ເນື້ອທີ່ປູກໄມ້ອຸດສາຫະກຳເພີ່ມຂຶ້ນ 3.690 ກວ່າເຮັກຕາ, ການລ້ຽງສັດ ແລະ ການປະມົງເພີ່ມຂຶ້ນສະເລ່ຍ 21%.
ກອງປະຊຸມຄັ້ງນີ້, ບັນດາຜູ້ແທນກອງປະຊຸມໄດ້ປະກອບຄຳເຫັນຢ່າງກົງໄປກົງມາ. ໃນນີ້, ມີການປະກອບຄຳເຫັນຈາກຕາງໜ້າຂົງເຂດ ປກຊ-ປກສ, ຂົງເຂດເສດຖະກິດ, ຂົງເຂດວັດທະນະທຳ-ສັງຄົມ, ຕາງໜ້າໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ຕາງໜ້າຄອບຄົວຄົວແບບປູກກ້ວຍ, ຕາງໜ້າກຸ່ມສະຫະກອນປູກໜາກກ້ຽງ, ຕາງໜ້າເມືອງເຊໂປນ, ເມືອງໄຊບົວທອງ, ໄດ້ປະກອບຄຳເຫັນຕໍ່ກອງປະຊຸມ. ກອງປະຊຸມຄັ້ງນີ້, ມີຜູ້ແທນສົມບູນຈຳນວນ 161 ສະຫາຍ ຍິງ 11ສະຫາຍ ແລະ ຈະໄດ້ລົງຄະແນນສຽງເລືອກເອົາຄະນະບໍລິຫານງານພັກເມືອງວິລະບູລີດ້ວຍຊຸດໃໝ່.
(ແຫຼ່ງຂ່າວ: ແຂວງສະຫວັນນະເຂດ)

ຄໍາເຫັນ

ຂ່າວການເມືອງ

ຄະນະປະຈຳສະພາແຫ່ງຊາດ ສະເໜີໃຫ້ລັດຖະບານ ແກ້ໄຂຫຼາຍບັນຫາ

ຄະນະປະຈຳສະພາແຫ່ງຊາດ ສະເໜີໃຫ້ລັດຖະບານ ແກ້ໄຂຫຼາຍບັນຫາ

ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ ຕາງໜ້າຄະນະປະຈຳສະພາແຫ່ງຊາດ ປະກອບຄຳເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນ ເງິນຕາ 5 ປີ ຄັ້ງທີ IX (2021-2025), ແຜນການປີ 2025 ແລະ ທິດທາງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X (2026-2030), ແຜນການປີ 2026 ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IXໃນ​ວັນ​ທີ 10 ພະ​ຈິກ​ນີ້, ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.
ກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຊູດທີ IX ຈະພິຈາລະນາຫຼາຍບັນຫາສຳຄັນຂອງຊາດ

ກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຊູດທີ IX ຈະພິຈາລະນາຫຼາຍບັນຫາສຳຄັນຂອງຊາດ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງ ສະພາແຫ່ງຊາດ ຊຸດ ທີ IX ໄດ້ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 10 ພະຈິກນີ້,ທີ່ສະພາແຫ່ງຊາດ,ພາຍໃຕ້ການເປັນປະທານ ຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ,ໂດຍໃຫ້ກຽດເຂົ້າຮ່ວມ ຂອງ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ, ທ່ານສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີບັນດາການນຳຂັ້ນສູງພັກ-ລັດ,ອາດີດການນຳຂັ້ນສູງ, ແຂກຖືກເຊີນ ແລະ ບັນດາສະມາມຊິກ ສະພາແຫ່ງຊາດ ທີ່ເປັນຕົວແທນໃຫ້ແກ່ປະຊາຊົນບັນດາເຜົ່າ ເຂົ້າຮ່ວມ.
ສະຫວັນນະເຂດ ປະກາດການຈັດຕັ້ງພະນັກງານນໍາພາ ແລະ ຄຸ້ມຄອງເມືອງວິລະບູລີ

ສະຫວັນນະເຂດ ປະກາດການຈັດຕັ້ງພະນັກງານນໍາພາ ແລະ ຄຸ້ມຄອງເມືອງວິລະບູລີ

ວັນທີ 5 ພະຈິກ 2025ນີ້ ຢູ່ທີ່ສະໂມສອນເມືອງວິລະບູລີ ໄດ້ຈັດພິທີປະກາດການຈັດຕັ້ງພະນັກງານນຳພາ-ຄຸ້ມຄອງຂັ້ນສູງ ຂອງເມືອງຂຶ້ນຢ່າງເປັນທາງການ ໂດຍໃຫ້ກຽດເປັນປະທານ ສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໆສະຫັວນນະເຂດ ພ້ອມດ້ວຍ ບັນດາສະຫາຍການນໍາຂັ້ນແຂວງ, ຂັ້ນເມືອງເຂົ້າຮ່ວມຢ່າງພ້ອມພຽງ.
ຄໍາມ່ວນ ປະກອບຄໍາເຫັນໃສ່ຮ່າງເອກະສານສໍາຄັນຂອງພັກ

ຄໍາມ່ວນ ປະກອບຄໍາເຫັນໃສ່ຮ່າງເອກະສານສໍາຄັນຂອງພັກ

ກອງປະຊຸມຄົບຄະນະບໍລິຫານງານພັກແຂວງຄໍາມ່ວນ ຄັ້ງທີ 2 ສະໄໝທີ XI ໄດ້ຈັດຂຶ້ນໃນວັນທີ 5 ພະຈິກ 2025ນີ້ ໂດຍການເປັນປະທານຂອງສະຫາຍ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຄໍາມ່ວນ, ມີບັນດາສະຫາຍໃນຄະນະບໍລິຫານງານພັກແຂວງເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນຕຸລາ 2025

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນຕຸລາ 2025

ກອງປະຊຸມສະໄໝສາມັນຂອງລັດຖະບານປະຈຳເດືອນຕຸລາ 2025 ໄດ້ເປີດຂຶ້ນໃນຕອນເຊົ້າ ວັນທີ 3 ພະຈິກ ນີ້ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ຜູ້ຕາງໜ້າກະຊວງ-ອົງການເຂົ້າຮ່ວມແບບເຊິ່ງໜ້າ, ການນໍາຂອງນະຄອນຫຼວງວຽງຈັນ ແລະ ບັນດາແຂວງເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກເພື່ອຮັບຟັງ ແລະ ປະກອບຄຳເຫັນຕໍ່ການລາຍງານສະພາບພົ້ນເດັ່ນປະຈຳເດືອນຕຸລາ ແລະ ທິດທາງແຜນວຽກຈຸດສຸມປະຈຳເດືອນພະຈິກ 2025.
ທາບທາມບຸກຄະລາກອນ ສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານສູນກາງພັກສະໄໝທີ XII ຮອບທີ 2

ທາບທາມບຸກຄະລາກອນ ສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານສູນກາງພັກສະໄໝທີ XII ຮອບທີ 2

ກອງປະຊຸມຄົ້ນຄວ້າປະກອບຄຳເຫັນໃສ່ຮ່າງບົດສຳຫຼວດການນຳພາລວມຂອງຄະນະບໍລິຫານງານສູນກາງພັກສະໄໝທີ XI ແລະ ທາບທາມບຸກຄະລາກອນທີ່ຈະອອກສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານສູນກາງພັກສະໄໝທີ XII, ຮອບທີ 2 ຢູ່ຈຸດທີ 10 (ແຂວງຊຽງຂວາງ) ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 30 ຕຸລາຜ່ານມານີ້, ພາຍໃຕ້ການເປັນປະທານຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳວຽກງານຂົງເຂດຄວາມໝັ້ນຄົງ ແລະ ການປົກຄອງ; ມີສະຫາຍ ຄຳໄຫຼ ສີປະເສີດ ກຳມະການສູນກາງພັກ ຮອງປະທານຄະນະກວດກາສູນກາງພັກ, ບັນດາສະຫາຍກໍາມະການສູນກາງພັກ, ບັນດາສະຫາຍເລຂາພັກແຂວງ ພ້ອມບັນດາສະຫາຍຜູ້ແທນສົມບູນ-ສຳຮອງທີ່ມາຈາກແຂວງຊຽງຂວາງ, ຫົວພັນ, ໄຊສົມບູນ ແລະ ຄະນະຮັບຜິດຊອບທາບທາມບຸກຄະລາກອນ ຈາກສູນກາງເຂົ້າຮ່ວມ.
ເມືອງແກ່ນທ້າວເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX

ເມືອງແກ່ນທ້າວເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX

ໃນວັນທີ 28 ຕຸລາຜ່ານມານີ້, ສະຫາຍ ນາງ ສາຍຄໍາ ເພັດປັນຍາ ຮອງປະທານຄະນະບໍລິຫານງານສະຫະພັນແມ່ຍິງແຂວງໄຊຍະບູລີ ພ້ອມດ້ວຍທີມງານ ໄດ້ລົງເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX ແລະ ຜົນສໍາເລັດກອງປະຊຸມໃຫຍ່ ຜູ້ແທນແມ່ຍິງແຂວງໄຊະຍະບູລີ ຄັ້ງທີ VIII ຢູ່ເມືອງແກ່ນທ້າວ ໂດຍການເປັນກຽດເຂົ້າຮ່ວມຮັບຟັງຂອງສະຫາຍ ຈິນດາ ກະທາທອງ ຮອງເລຂາຄະນະບໍລິຫານງານພັກເມືອງ, ມີພາກສ່ວນກ່ຽວຂ້ອງທົ່ວເມືອງເຂົ້າຮ່ວມຮັບຟັງ.
ເມືອງແກ່ນທ້າວເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX

ເມືອງແກ່ນທ້າວເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX

ໃນວັນທີ 28 ຕຸລາຜ່ານມານີ້, ສະຫາຍ ນາງ ສາຍຄໍາ ເພັດປັນຍາ ຮອງປະທານຄະນະບໍລິຫານງານສະຫະພັນແມ່ຍິງແຂວງໄຊຍະບູລີ ພ້ອມດ້ວຍທີມງານ ໄດ້ລົງເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX ແລະ ຜົນສໍາເລັດກອງປະຊຸມໃຫຍ່ ຜູ້ແທນແມ່ຍິງແຂວງໄຊະຍະບູລີ ຄັ້ງທີ VIII ຢູ່ເມືອງແກ່ນທ້າວ ໂດຍການເປັນກຽດເຂົ້າຮ່ວມຮັບຟັງຂອງສະຫາຍ ຈິນດາ ກະທາທອງ ຮອງເລຂາຄະນະບໍລິຫານງານພັກເມືອງ, ມີພາກສ່ວນກ່ຽວຂ້ອງທົ່ວເມືອງເຂົ້າຮ່ວມຮັບຟັງ.
ສະຫາຍ ລິນຄໍາ ດວງສະຫວັນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກ ກະຊວງ ກສ

ສະຫາຍ ລິນຄໍາ ດວງສະຫວັນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກ ກະຊວງ ກສ

ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກ ກະຊວງກະສິກຳ ແລະ ສິ່ງແວດລ້ອມ (ກສ) ຄັ້ງທີ VII ໄດ້ສໍາເລັດຜົນຢ່າງຈົບງາມ, ພາຍຫຼັງໄດ້ດໍາເນີນມາແຕ່ວັນທີ 27-28 ຕຸລານີ້ ທີ່ຫ້ອງວ່າການສູນກາງພັກ, ພາຍໃຕ້ການເປັນປະທານ ຂອງສະຫາຍ ລິນຄໍາ ດວງສະຫວັນ ກໍາມະການສໍາຮອງສູນກາງພັກ ເລຂາຄະນະພັກ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ (ກສ), ເປັນກຽດເຂົ້າຮ່ວມ ໂດຍ ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການ ຄະນະເລຂາທິການສູນກາງພັກ ຮອງປະທານປະເທດ ແຫ່ງ ສປປ ລາວ, ສະຫາຍ ວິໄລວົງ ບຸດດາຄໍາ ກໍາມະການສູນກາງພັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ບັນດາສະຫາຍ ອະດີດຄະນະນໍາ ກະຊວງ, ຄະນະພັກກະຊວງ ກະສິກຳ ແລະ ປ່າໄມ້ ສະໄໝທີ 6, ອະດີດຄະນະນໍາ, ຄະນະພັກ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ສະໄໝທີ 2, ສະມາຊິກພັກອາວຸໂສບຳນານ ແລະ ຜູ້ແທນສົມບູນ ຈໍານວນ 233 ສະຫາຍ ທີ່ໄດ້ຕາງໜ້າໃຫ້ສະມາຊິກພັກ 1,551 ສະຫາຍ ພ້ອມດ້ວຍສະຫາຍແຂກຖືກເຊີນ.
ແຕ່ງຕັ້ງຄະນະກໍາມະການເລືອກຕັ້ງລະດັບຊາດ ເພື່ອເລືອກຕັ້ງ ສ​ສ​ຊ ຊຸດທີ X ແລະ ສສ​ຂ ຊຸດທີ V

ແຕ່ງຕັ້ງຄະນະກໍາມະການເລືອກຕັ້ງລະດັບຊາດ ເພື່ອເລືອກຕັ້ງ ສ​ສ​ຊ ຊຸດທີ X ແລະ ສສ​ຂ ຊຸດທີ V

ທ່ານ ຈະເລີນ ເຢຍປາວເຮີ ຮອງປະທານສະພາແຫ່ງຊາດ ກໍາມະການຄະນະກໍາມະການເລືອກຕັ້ງລະດັບຊາດ ຮອງຫົວໜ້າອະນຸກໍາມະການໂຄສະນາ ປຸກລະດົມຂະບວນການ ແລະ ຍ້ອງຍໍ ຂອງຄະນະກໍາມະການເລືອກຕັ້ງລະດັບຊາດຖະ​ແຫຼງ​ຂ່າວ​ຕໍ່​ສື່ມວນ​ຊົນ​ໃນ​ວັນ​ທີ 28 ຕຸ​ລານີ້ ທີ່​ສະ​ພາ​ແຫ່ງ​ຊາດກ່ຽວກັບການແຕ່ງຕັ້ງຄະນະກໍາມະການເລືອກຕັ້ງລະດັບຊາດ ເພື່ອເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສ​ສ​ຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ (ສ​ສ​ຂ) ຊຸດທີ V ແລະ ຜົນສຳເລັດການດໍາເນີນກອງປະຊຸມຄັ້ງປະຖົມມະລືກ ຂອງຄະນະກໍາມະການເລືອກຕັ້ງລະດັບຊາດໃຫ້​ຮູ້ວ່າ: ອີງຕາມມາດຕາ 55 ຂອງລັດຖະທໍາມະນູນ ແຫ່ງ ສປປ ລາວ ສະບັບປີ 2025 ກ່ຽວກັບການກໍານົດອາຍຸການຂອງສະພາແຫ່ງຊາດ ທີ່ວ່າ: “ສະພາແຫ່ງຊາດ ມີອາຍຸການ 5 ປີ”; “ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດໃໝ່ ຕ້ອງໃຫ້ແລ້ວພາຍໃນ 60 ວັນ ກ່ອນສະພາແຫ່ງຊາດຊຸດເກົ່າຈະໝົດອາຍຸການ”. ສຳລັບສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ IV ໄດ້ຮັບການເລືອກຕັ້ງ ໃນວັນທີ 21 ກຸມພາ 2021 ແລະ ຈະໝົດອາຍຸການ ໃນວັນທີ 22 ມີນາ 2026 ນີ້.
ເພີ່ມເຕີມ