ໃນກອງປະຊຸມ, ສະຫາຍ ຟາມ ມິງ ຈ້ຽນ ໄດ້ລາຍງານເນື້ອໃນເອກະສານທີ່ສໍາຄັນ 3ພາກໃຫຍ່ ຄື: ການກະກຽມກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ, ໝາກຜົນບັນລຸໄດ້ໃນການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ,ຄວາມໝາຍ ແຜນນະໂຍບາຍ ແນວທາງຂອງກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ. ກອງປະຊຸມຈະເປີດຂຶ້ນໃນລະຫວ່າງ ວັນທີ 19-25ມັງກອນ 2026 ຢູ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງຮ່າໂນ້ຍ ສສຫວຽດນາມ ຊຶ່ງຈະມີຜູ້ແທນສົມບູນເຂົ້າຮ່ວມ 1ພັນກວ່າສະຫາຍ ທີ່ຕາງໜ້າໃຫ້ແກ່ສະມາຊິກພັກຫຼາຍກວ່າ 5ພັນສະຫາຍ, ມີອະດີດການນໍາພັກ, ລັດ, ສະຫາຍອະດີດກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ອະດີດກໍາມະການສູນກາງພັກ, ພ້ອມທັງຜູ້ຊົງຄຸນວຸດທິປັນຍາຊົນ, ບັນດາສິລະປິນຜູ້ມີຍົດຖາບັນດາສັກ ແລະ ຜູ້ແທນຊາວໜຸ່ມໃນທົ່ວປະເທດ.
ກອງປະຊຸມ, ຈະໄດ້ປຶກສາຫາລື ຮັບຮອງເອົາບັນດາເອກະສານທີ່ສໍາຄັນຄື: ບົດລາຍງານການເມືອງ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີXIII, ບົດລາຍງານສະຫຼຸບ ບາງບັນຫາ ກ່ຽວກັບ ການປ່ຽນແປງໃໝ່ກ້າວຂຶ້ນສັງຄົມນິຍົມໃນໄລຍະ 40ປີ ທີ່ຜ່ານມາ, ບົດລາຍງານສະຫຼຸບ 15 ປີແຫ່ງການປະຕິບັດກົດລະບຽບພັກ ໄລຍະ 2021 -2025 ແລະ ສະເໜີທິດ ໃນການປະກອບເພີ່ມ ການປັບປຸງກົດລະບຽບພັກ, ບົດລາຍງານ ສະຫຼຸບສໍາຫຼວດ ການນໍາພາ ຊີ້ນໍາ ຂອງຄະນະບໍລິຫານງານສູນກາງພັກ ຄັ້ງທີXIII, ເນື້ອໃນກອງປະຊຸມໃຫຍ່ຄັ້ງນີ້ ແມ່ນ ຈະໄດ້ເລືອກຕັ້ງ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມສະໄໝທີ XIV, ກອງປະຊຸມ ຄາດວ່າ ຈະມີນັກຂ່າວພາຍໃນປະເທດເຂົ້າເກັບກໍາຂ່າວ 600ສະຫາຍ, ນັກຂ່າວຕ່າງປະເທດ 800 ສະຫາຍ ແລະ ນັກຂ່າວຈາກປະເທດລາວ 3ສະຫາຍ, ກອງປະຊຸມໃຫຍ່ແຕ່ລະຄັ້ງ ຂອງພັກ ໄດ້ຕິດພັນກັບບັນດາໜ້າທີ່ການເມືອງທີ່ແຕກຕ່າງກັນ ຊຶ່ງກອງປະຊຸມໃຫຍ່ຄັ້ງນີ້ ແມ່ນເຫດການການເມືອງທີ່ສໍາຄັນຍິ່ງ ມີຄວາມໝາຍຕັດສິນຊີ້ຂາດ ຕໍ່ອະນາຄົດການພັດທະນາຂອງປະເທດຫວຽດນາມ ຊຶ່ງບໍ່ພຽງແຕ່ ສະຫຼຸບໄລຍະແຫ່ງການພັດທະນາ ໄລຍະ 5ປີ ທີ່ຜ່ານມາເທົ່ານັ້ນ ຍັງກໍານົດ ຈຸດໝາຍ ໄລຍະ 5ປີ ກໍານົດກ່ຽວກັບ ແນວຄິດ ຍຸດທະສາດ ວິໄສທັດ ທິດພັດທະນາປະເທດຊາດ. ໝາກຜົນໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີXIII ຂອງພັກກອມມູນິດຫວຽດນາມ ສາມາດຮັກສາສະຖຽນລະພາບດ້ານເສດຖະກິດມະຫາພາກ, ຄວບຄຸມໄພເງິນເຟີ້, ໜີ້ສິນສາທາລະນະ, ການເຕີບໂຕ GDP ສະເລ່ຍ 2021-2025 6,3%, ລວມຍອດ GDP2025 ບັນລຸກວ່າ 510ຕື້ໂດລາ, ລາຍຮັບໃສ່ຫົວຄົນ 5,000ໂດລາ, ໂຄງປະກອບເສດຖະກິດປ່ຽນແປງໃນທາງທີ່ຕັ້ງໜ້າ ຕາມທິດທັນສະໄໝ, ອັດຕາຄວາມທຸກຍາກຫຼຸດລົງຢ່າງແຮງ, ອາຍຸຍືນສະເລ່ຍຂອງປະຊາຊົນຫວຽດນາມເພີ່ມຂຶ້ນ. ບັນດາໝາກຜົນດັ່ງກ່າວ ສະແດງໃຫ້ເຫັນເຖິງ ຄວາມເປັນເອກະພາບເປັນຈິດໜຶ່ງໃຈດຽວຂອງທົ່ວພັກ ແລະ ທົ່ວທັງລະບົບການເມືອງການກໍ່ສ້າງພັກກອມມູນິດຫວຽດນາມປອດໃສ ເຂັ້ມແຂງ. ກອງປະຊຸມໃຫຍ່ຄັ້ງທີ XIV ມີຫົວຂໍ້ວ່າ:” ພາຍໃຕ້ຄັນທຸງອັນສະຫງ່າລາສີຂອງພັກ ຮ່ວມຈິດຮ່ວມໃຈຈັດຕັ້ງບັນດາຄາດໝາຍພັດທະນາປະເທດຊາດ ຮອດປີ2030 ຢ່າງມີໄຊ ເປັນເຈົ້າຕົນເອງດໍາເນີນຍຸດທະສາດ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ເຊື່ອໝັ້ນຕົນເອງ ກ້າວຂຶ້ນໃນສັງກະລາດ ກ້າວຂຶ້ນຂອງຊາດ ເພື່ອສັນຕິພາບ ເອກະລາດ ອະທິປະໄຕ ຄວາມຮັ່ງມີເຂັ້ມແຂງ ຈະເລີນຮຸ່ງເຮືອງສີວິໄລ ຜາສຸກ ກ້າວຂຶ້ນສັງຄົມນິຍົມຢ່າງໜັກແໜ້ນ”, ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ປະຕິບັດຄາດໝາຍຮອດປີ 2030, ວິໄສທັດຮອດປີ 2045 ແລະ ວຽກງານອື່ນໆ.
(ຂ່າວ: ແສງຈັນ)
ຄໍາເຫັນ