ກອງ​ປະ​ຊຸມ​ໃຫຍ່​ສະ​ມາ​ຊິກ​ພັກ ຄັ້ງ​ທີ V ຂອງ​ອົງ​ຄະ​ນະ​ພັກ​ສູນ​ກາງ​ສະ​ຫະ​ພັນ​ກຳ​ມະ​ບານ​ລາວ

ກອງ​ປະ​ຊຸມ​ໃຫຍ່​ສະ​ມາ​ຊິກ​ພັກ ຄັ້ງ​ທີ V ຂອງ​ອົງ​ຄະ​ນະ​ພັກ​ສູນ​ກາງ​ສະ​ຫະ​ພັນ​ກຳ​ມະ​ບານ​ລາວ

ກອງ​ປະ​ຊຸມ​ໃຫຍ່​ສະ​ມາ​ຊິກ​ພັກ ຄັ້ງ​ທີ V ຂອງ​ອົງ​ຄະ​ນະ​ພັກ​ສູນ​ກາງ​ສະ​ຫະ​ພັນ​ກຳ​ມະ​ບານ​ລາວ
ກອງ​ປະຊຸມ​ໃຫຍ່​ສະມາ ຊິກ​ພັກ ຄັ້ງ​ທີ V ອົງຄະ​ນະພັກ ສູນ​ກາງ​ສະຫະ​ພັນ​ກໍາມະບານ ​ລາວ ໄດ້​ເປີດ​ຂຶ້ນ​ໃນ​ວັນ​ທີ 28 ພຶດສະພາ​ນີ້ ທີ່​ສູນ​ກາງ​ສະຫະ ພັນ​ກຳມະບານ​ລາວ (ສກລ), ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ຄຳ​ຜອຍ ວັນນະ​ສານ ກຳມະການ​ສູນ​ກາງ​ພັກ ເລຂາ​ຄະນະ​ບໍລິຫານ​ງານ​ພັກ ປະທານ​ສູນ​ກາງ​ສະຫະພັນ​ກຳມະບານ​ລາວ, ໃຫ້​ກຽດ​ເຂົ້າ​ຮ່ວມ​ຂອງ ສະຫາຍ ກິ​ແກ້ວ ໄຂ​ຄໍາ​ພິທູນ ກໍາ​ມະ​ການ​ກົມ​ ການເມືອງ​ສູນ​ກາງ​ພັກ ປະ ທານ ສູນ​ກາງ​ແນວ​ລາວ​ສ້າງ​ຊາດ ຜູ້​ຊີ້​ນໍາ​ອົງການ​ຈັດ​ຕັ້ງ​ມະຫາຊົນ, ມີ​ບັນດາ​ຄະນະ​ພັກ, ສະມາຊິກ​ພັກ ແລະ ແຂກ​ທີ່​ຖືກ​ເຊີນ​ເຂົ້າ​ຮ່ວມ.
ກອງ​ປະ​ຊມ​ໃຫຍ​ສະ​ມາ​ຊກ​ພກ ຄງ​ທ V ຂອງ​ອງ​ຄະ​ນະ​ພກ​ສນ​ກາງ​ສະ​ຫະ​ພນ​ກຳ​ມະ​ບານ​ລາວ - image 1
 

ສະຫາຍ ຄຳຜອຍ ວັນນະສານ ໄດ້ກ່າວວ່າກອງປະຊຸມໃນຄັ້ງນີ້: ພວກເຮົາໄດ້ພ້ອມກັນຕີລາຄາຄືນ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ສະມາຊິກພັກ ອົງຄະນະພັກ ສກລ ຄັ້ງທີ IV ຕິດພັນກັບການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ, ເພື່ອທົບທວນຄືນໃຫ້ເຫັນດ້ານດີ, ຜົນງານ, ໄຊຊະນະທີ່ພວກເຮົາຍາດມາໄດ້ໃນ 5 ປີຜ່ານມາ, ພ້ອມກັນນັ້ນ ກໍຈະໄດ້ຕີລາຄາດ້ານອ່ອນຂໍ້ຄົງຄ້າງ, ສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້ໃນຊຸມປີຜ່ານມາ ແລະ ພ້ອມກັນຄົ້ນຄວ້າຮັບຮອງເອົາທິດທາງ, ຄາດໝາຍ ແລະ ໜ້າທີ່ໃນຊຸມປີຕໍ່ໜ້າ.

ກອງ​ປະ​ຊມ​ໃຫຍ​ສະ​ມາ​ຊກ​ພກ ຄງ​ທ V ຂອງ​ອງ​ຄະ​ນະ​ພກ​ສນ​ກາງ​ສະ​ຫະ​ພນ​ກຳ​ມະ​ບານ​ລາວ - image 2
 

ສະຫາຍ ພອນສານ ວິໄລເມັ້ງ ຄະນະບໍລິຫານງານພັກ ຮອງປະທານສູນກາງສະຫະ ພັນກຳມະບານລາວ ໄດ້ຜ່ານບົດລາຍງານການເມືອງຕໍ່ ກອງປະຊຸມວ່າ: ວຽກງານປົກປ້ອງແຮງງານ, ສກລ ໄດ້ເອົາໃຈໃສ່ໃນການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງສະມາຊິກພັກ, ພະນັກງານ, ສະມາຊິກກຳມະບານ, ກໍາມະ ກອນ ແລະ ຜູ້ອອກແຮງງານ; ໄດ້ເປັນເຈົ້າການປະສານສົມ ທົບກັບຄະນະກໍາມະການແຮງງານແຫ່ງຊາດ, ຂັ້ນແຂວງ ຄົ້ນ ຄວ້າ ວິໄຈຜົນກະທົບຄ່າຄອງ ຊີບ ແລະ ນໍາສະເໜີລັດຖະ ບານພິຈາລະນາປັບຂຶ້ນຄ່າແຮງ ງານຂັ້ນຕໍ່າສຸດ ໃຫ້ແກ່ຜູ້ອອກແຮງງານພາກວິສາຫະກິດ ໄດ້ 2 ຄັ້ງ; ສະເໜີ ລັດຖະບານພິຈາ ລະນາເພີ່ມເງິນເດືອນ ແລະ ສະຫວັດດີການ ເພື່ອແກ້ໄຂຊີວິດການເປັນຢູ່ໃຫ້ແກ່ພະນັກງານ-ລັດຖະກອນ ໃຫ້ດີຂຶ້ນກວ່າເກົ່າ; ໄດ້ເຂົ້າຮ່ວມກັບພາກສ່ວນທີ່ກ່ຽວຂ້ອງ ຄົ້ນຄວ້າ, ສ້າງ ແລະ ປັບປຸງບັນດານິຕິກໍາທີ່ກ່ຽວຂ້ອງເຖິງວຽກງານແຮງງານ ແລະ ສະຫວັດດີການສັງ ຄົມ ເພື່ອເປັນບ່ອນອີງໃນການ ເຄື່ອນໄຫວວຽກງານປົກປ້ອງແຮງງານ ຂອງສະຫະພັນກຳ ມະບານລາວ; ຊຸກຍູ້ໃຫ້ຫົວ ໜ່ວຍແຮງງານສ້າງສັນຍາແຮງ ງານບຸກຄົນ ແລະ ສັນຍາແຮງງານລວມໝູ່ ປະຕິບັດໄດ້ 95%; ເຂົ້າຮ່ວມການແກ້ໄຂຂໍ້ຂັດແຍ່ງແຮງງານໃຫ້ຜູ້ອອກແຮງງານ ໃນຂອບເຂດທົ່ວປະເທດ, ໄດ້ຮັບຄໍາຮ້ອງຂໍຄວາມເປັນທໍາ ຈໍານວນ 332 ສະບັບ ສາມາດແກ້ໄຂໄດ້ 260 ສະບັບ, ລວມມູນຄ່າ 15,7 ຕື້ກວ່າກີບ; ໂຄສະນາ, ເຜີຍແຜ່ ແລະ ປູກຈິດສໍານຶກກ່ຽວກັບການເຄື່ອນຍ້າຍແຮງງານທີ່ປອດໄພ ໂດຍຕິດພັນກັບການຕ້ານການຄ້າມະນຸດ, ຊຸກຍູ້, ຕິດຕາມການນຳໃຊ້ແຮງງານເພດຍິງ-ເດັກ, ວຽກງານປະກັນສັງຄົມ, ການປະຕິບັດຄ່າແຮງງານຂັ້ນຕໍ່າສຸດ, ເງິນອຸດໝູນຄ່າຄອງຊີບ ແລະ ການຂັບຂີ່ປອດໄພທາງຫຼວງ ໃຫ້ສະມາຊິກກໍາມະບານ, ກຳມະກອນ ແລະ ຜູ້ອອກແຮງງານ; ໄດ້ສຳ ເລັດການໂຄສະນາ, ເຜີຍແຜ່ ວຽກ ງານຄວາມປອດໄພ ແລະ ສຸຂະພາບແຮງງານ, ສ້າງຕັ້ງ ຄະນະກຳມະການຄວາມປອດໄພ, ສຸຂະພາບແຮງງານ ຢູ່ຫົວ ໜ່ວຍແຮງງານ; ຊຸຸກຍູ້ໃຫ້ຜູ້ໃຊ້ແຮງງານນໍາພາຜູ້ອອກແຮງງານກວດສຸຂະພາບປະຈຳປີ ປະຕິບັດລື່ນຄາດໝາຍ 47%; ຊຸກຍູ້ການສ້າງຕັ້ງກຸ່ມແຮງງານນອກລະບົບໃນຂອບເຂດທົ່ວປະເທດໄດ້ 208 ກຸ່ມ; ໄດ້ຊຸກຍູ້ການເຄື່ອນໄຫວຂອງສູນໃຫ້ຄໍາປຶກສາ ແລະ ຊ່ວຍເຫຼືອແຮງງານເຄື່ອນຍ້າຍ (MRC) ຢູ່ 3 ແຂວງ.

ໃນກອງປະຊຸມຍັງໄດ້ປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກ ສກລ ສະໄໝທີ V ຊຶ່ງມີຜູ້ສະໝັກ 12 ສະ ຫາຍ,ຍິງ 6 ສະຫາຍ, ເລືອກເອົາ ຄະນະບໍລິຫານງານພັກ 9 ສະຫາຍ. ກອງປະຊຸມຄັ້ງປະຖົມມະລືກໄດ້ເປັນເອກະພາບກັນ ເລືອກເອົາ ສະຫາຍ ຄໍາຜອຍ ວັນນະສານ ເປັນເລຂາຄະນະບໍລິຫານງານພັກ,ເລືອກເອົາ, ສະຫາຍ ວິໄລ ວົງຂະເສີມ ເປັນຮອງເລຂາຄະນະບໍລິຫານ ງານພັກ ທັງເປັນປະທານກວດ ກາພັກ.

ກອງ​ປະ​ຊມ​ໃຫຍ​ສະ​ມາ​ຊກ​ພກ ຄງ​ທ V ຂອງ​ອງ​ຄະ​ນະ​ພກ​ສນ​ກາງ​ສະ​ຫະ​ພນ​ກຳ​ມະ​ບານ​ລາວ - image 3
 

ໃນໂອກາດນີ້, ສະຫາຍ ກິແກ້ວ ໄຂຄໍາພິທູນ ກໍໄດ້ໃຫ້ກຽດໂອ້ລົມຕໍ່ຄະນະພັກຊຸດໃໝ່ ແລະ ສະມາຊິກພັກ ຊຶ່ງສະຫາຍ ໄດ້ຮຽກຮ້ອງໃຫ້ຄະນະພັກ ແລະ ສະມາຊິກພັກ ສກລ ຕ້ອງໄດ້ເອົາໃຈໃສ່ບາງບັນຫາ ສໍາຄັນດັ່ງນີ້: ໜຶ່ງ. ຕ້ອງເອົາໃຈ ໃສ່ຄົ້ນຄວ້າ, ປັບປຸງປ່ຽນແປງ ແບບແຜນ, ວິທີການ, ຮູບການ ນຳພາ-ຊີ້ນໍາ ການໂຄສະນາ, ສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກພັກ, ພະນັກ ງານ-ລັດຖະກອນ, ສະມາຊິກ ກໍາມະບານ, ກໍາມະກອນ ແລະ ຜູ້ອອກແຮງງານໃຫ້ມີຄວາມ ຕື່ນຕົວທາງດ້ານການເມືອງ, ມີສະຕິຕໍ່ການຈັດຕັ້ງ, ເຊື່ອໝັ້ນອຸດົມການສັງຄົມນິຍົມ, ເສີມຂະຫຍາຍຄວາມເປັນເຈົ້າການ ໃນການຈັດຕັ້ງປະຕິບັດແນວທາງແຜນນະໂຍບາຍຂອງພັກ, ກົດລະບຽບຂອງພັກ, ລັດຖະທໍາມະນູນ, ກົດໝາຍຂອງລັດ, ກົດໝາຍກໍາມະບານລາວ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ; ສອງ. ຕ້ອງໄດ້ເພີ່ມທະວີການກໍ່ສ້າງພັກໃຫ້ເຕີບໃຫຍ່ຂະຫຍາຍຕົວທາງດ້ານປະລິມານ ແລະ ຄຸນ ນະ ພາບ, ຍົກສູງຄວາມອາດສາ ມາດການນໍາພາຂອງຄະນະພັກໃຫ້ສູງຂຶ້ນກວ່າເກົ່າ, ສິ່ງສໍາ ຄັນແມ່ນໃຫ້ປະຕິບັດຕາມເນື້ອ ໃນການກໍ່ສ້າງໜ່ວຍພັກປອດ ໃສ ເຂັ້ມແຂງ ໜັກແໜ້ນ, ເພື່ອເລືອກເຟັ້ນບຸກຄະລາກອນທີ່ ດີເດັ່ນ, ບັນຈຸສັບຊ້ອນເຂົ້າໃນ ບັນດາຕໍາແໜ່ງງານທີ່ສໍາຄັນ; ສາມ. ຕ້ອງຄົ້ນຄວ້າທ່າແຮງທີ່ບົ່ມຊ້ອນຂອງຕົນ ເພື່ອສ້າງ ເງື່ອນໄຂພັດທະນາເສດຖະ ກິດລວມໝູ່ຖືກຕ້ອງຕາມກົດ ໝາຍ, ສ້າງຖານລາຍຮັບໃຫ້ແກ່ອົງການຈັດຕັ້ງກໍາມະບານ, ອົງການຈັດຕັ້ງມະຫາຊົນ ອີງໃສ່ເງື່ອນໄຂຄວາມອາດສາມາດ ຕົວຈິງ ຕາມທິດເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມ ເຂັ້ມແຂງດ້ວຍຕົນເອງເທື່ອລະກ້າວ ຕາມທິດສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ; ສີ່. ຕັ້ງໜ້າປັບປຸງແບບແຜນວິທີການນໍາພາ-ຊີ້ນໍາຕາມຫຼັກການລວມສູນປະຊາທິປະໄຕ, ນໍາພາ ເປັນໝູ່ຄະນະປະຕິບັດຕາມ ລະບອບຫົວໜ້າດຽວ, ແບ່ງ ໜ້າ ທີ່ຮັບຜິດຊອບພາຍໃນຄະນະບໍລິຫານງານພັກໃຫ້ຈະແຈ້ງ; ຫ້າ. ເພີ່ມທະວີເຕົ້າໂຮມຄວາມສາມັກຄີໃຫ້ເປັນປຶກແຜ່ນແໜ້ນ ໜາພາຍໃນ ແລະ ກັບບັນດາອົງການຈັດຕັ້ງຂອງພັກ-ລັດ ແລະ ອົງການພາຄີ, ຢຶດໝັ້ນຕາມທັດສະນະ ແລະ ມູນເຊື້ອອັນດີງາມຂອງພັກ ບ່ອນໃດມີຄວາມສາມັກຄີດີ ບ່ອນນັ້ນມີຜົນສໍາເລັດ; ຫົກ. ຕ້ອງເອົາໃຈໃສ່ນໍາພາ-ຊີ້ນໍາການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາ ເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດອັນຊອບທໍາ ຂອງສະມາຊິກກໍາມະບານກໍາມະກອນ ແລະ ຜູ້ອອກແຮງງານ. ເອົາໃຈໃສ່ແກ້ໄຂບັນຫາການເອົາລັດເອົາປຽບໃນການອອກແຮງງານ; ການອອກແຮງງານໃຫ້ມີຄວາມປອດໄພ, ການປະຕິບັດນະໂຍບາຍສະຫວັດດີການສັງຄົມ, ຄົ້ນຄວ້າ, ຕິດຕາມການຈ່າຍຄ່າແຮງງານຖືກຕ້ອງ ແລະ ເປັນທໍາ, ການຍົກລະດັບສີມືແຮງງານ ໃຫ້ສາມາດຕອບສະໜອງກໍາລັງແຮງງານເຂົ້າໃນການ ພັດທະນາເສດຖະກິດ-ສັງຄົມ ໃນໄລຍະໃໝ່; ເຈັດ. ເພີ່ມທະວີການນໍາພາ-ຊີ້ນໍາວຽກງານພົວພັນ-ຮ່ວມມືກັບກໍາມະບານບັນດາປະເທດເພື່ອນມິດຍຸດທະສາດ ແລະ ອົງການຈັດຕັ້ງສາກົນ ເພື່ອເຊີດຊູບົດບາດຂອງກໍາມະບານລາວ ໃຫ້ພົ້ນເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ ແລະ ແປດ. ຕ້ອງຍົກສູງບົດບາດຕິດ ຕາມ, ກວດກາ ອົງການຈັດຕັ້ງມະຫາຊົນຂັ້ນຂອງຕົນ ໂດຍຜ່ານຄໍາຄິດເຫັນ, ຄໍາສະເໜີ ຕໍ່ການຈັດຕັ້ງປະຕິບັດແນວທາງແຜນນະໂຍບາຍຂອງພັກ, ລັດ ຖະທໍາມະນູນ, ກົດໝາຍ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X ກໍຄືແຜນພັດທະນາວຽກງານກໍາມະບານ 5 ປີ ຄັ້ງທີ V ຂອງສູນກາງສະຫະພັນກໍາມະບານລາວ. (ຂ່າວ-ພາບ: ບຸນຕອມ)

ຄໍາເຫັນ

ຂ່າວການເມືອງ

ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

ທ່ານ ບຸນຈັນ ສີວົງພັນ ຮອງປະທານສະພາແຫ່ງຊາດ ຕາງໜ້າຄະນະປະຈຳສະພາແຫ່ງຊາດ ຫົວໜ້າກອງເລຂານຸການກອງປະຊຸມ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນສໍາເລັດຂອງການດໍາເນີນກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ.
ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບ

ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບ

ທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບຕໍ່ສື່ມວນຊົນ ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ ວ່າ: ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໄດ້ສຸມໃສ່ພິຈາລະນາບັນດາຮ່າງກົດໝາຍຈໍານວນ 8 ສະບັບ. ໃນນັ້ນ, ມີກົດໝາຍສ້າງໃໝ່ 1 ສະບັບ ແລະ ປັບປຸງ 7 ສະບັບ.
ສສຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສສຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສະມາຊິກສະພາແຫ່ງຊາດ (ສຊຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ຜົນສຳເລັດ ການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ຜົນສຳເລັດ ການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນສຳເລັດການພິຈາ ລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາປີ 2026 ແລະ ທິດທາງແຜນການປີ 2027 ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ.
ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ສສຊເຂດ 11 ບໍລິຄຳໄຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ສສຊເຂດ 11 ບໍລິຄຳໄຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານສອນທະນູທໍາມະວົງສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 11 ແຂວງບໍລິຄໍາໄຊໄດ້ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍລັດຖະບານ(ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 16ຕຸລາຜ່ານມາ,ທີ່ສະພາແຫ່ງຊາດໂດຍການເປັນປະທານຂອງທ່ານນາງສູນທອນໄຊຍະຈັກຮອງປະທານສະພາແຫ່ງຊາດ.
ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

​ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ເອົາໃຈໃສ່ປະກອບຄຳເຫັນຕໍ່ຮ່າງກົດ ໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນສະບັບສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນກົດໝາຍສະບັບສ້າງໃໝ່ ປະກອບດ້ວຍ VIII ພາກ, 8 ໝວດ ແລະ 66 ມາດຕາ ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້ ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ທ່ານ ນະຄະເສນ ສີຫາລາດ ສະເໜີ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານ ນະຄະເສນ ສີຫາລາດ ສະເໜີ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານ ນະຄະເສນ ສີຫາລາດ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງ ວຽງຈັນ (ນວ) ໄດ້ປະກອບຄໍາເຫັນໃສ່ຮ່າງກົດໝາຍ ວ່າດ້ວຍລັດຖະບານ (ສະບັບປັບປຸງ) ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 16 ຕຸລາຜ່ານມາ, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ.
ສະເໜີປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສະເໜີປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ທ່ານ ນາງ ບຸນຄໍາ ວໍລະຈິດ ຜູ້ວ່າການທະນາຄານແຫ່ງສປປລາວ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນໃນການປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນກົດໝາຍສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ມອນໄຊ ລາວມົວຊົ່ງ ຮອງປະທານສະພາແຫ່ງຊາດ.
ເພີ່ມເຕີມ