![]() |
ໃນວາລະ, ສະຫາຍ ບຸນຈັນ ສີວົງພັນ ໄດ້ກ່າວເປີດກອງປະຊຸມ ຊຶ່ງມີເນື້ອໃນສໍາຄັນວ່າ: ຕະຫຼອດໄລຍະ 5 ປີຜ່ານມາ ຄະນະພັກຮາກຖານຫ້ອງວ່າການສະພາແຫ່ງຊາດ ໄດ້ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ແລະ XII ຂອງພັກ ຢ່າງຕັ້ງໜ້າ ແລະ ດ້ວຍຄວາມຮັບຜິດຊອບສູງ, ປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ IV ຂອງອົງຄະນະພັກສະພາແຫ່ງຊາດ, ມະຕິກອງປະຊຸມໃຫຍ່ ຄັ້ງທີ II ຂອງຕົນ ດ້ວຍຜົນສໍາເລັດຫຼາຍດ້ານ.
![]() |
ກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ III ຂອງຄະນະພັກຮາກຖານຫ້ອງວ່າການສະພາແຫ່ງຊາດ ຈະໄດ້ສຸມໃສ່ປະຕິບັດວຽກງານຕົ້ນຕໍ ຄື:
1. ພິຈາລະນາ ແລະ ຮັບຮອງເອົາລາຍງານການເມືອງຂອງຄະນະພັກຮາກຖານຫ້ອງວ່າການສະພາແຫ່ງຊາດ;
2. ພິຈາລະນາ ແລະ ຮັບຮອງເອົາບົດສຳຫຼວດການນຳພາ-ຊີ້ນໍາລວມຂອງຄະນະພັກຮາກຖານຫ້ອງວ່າການສະພາແຫ່ງຊາດ ຊຸດເກົ່າ;
3. ພິຈາລະນາ ແລະ ຮັບຮອງແຜນພັດທະນາ ໄລຍະ 5 ປີຕໍ່ໜ້າ 2026-2030 ຂອງຄະນະພັກຮາກຖານຫ້ອງວ່າການສະພາແຫ່ງຊາດ;
4. ເລືອກຕັ້ງເອົາຄະນະບໍລິຫານງານພັກຮາກຖານຫ້ອງວ່າການສະພາແຫ່ງຊາດ ສະໄໝທີ III;
5. ພິຈາລະນາ ແລະ ຮັບຮອງເອົາມະຕິກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ III ຂອງຄະນະພັກຮາກຖານຫ້ອງວ່າການສະພາແຫ່ງຊາດ;
6. ປ່ອນບັດເລືອກຜູ້ແທນສົມບູນ ແລະ ຜູ້ແທນສຳຮອງ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນຄັ້ງທີ V ຂອງອົງຄະນະພັກສະພາແຫ່ງຊາດ.
ນອກຈາກເນື້ອໃນ ທີ່ກ່າວມາແລ້ວ, ກອງປະຊຸມຈະໄດ້ຮັບຟັງການໂອ້ລົມ ໃຫ້ທິດເຍືອງທາງຈາກສະຫາຍ ນາງ ສູນທອນ ໄຊຍະຈັກ ຄະນະເລຂາທິການສູນກາງພັກ ຮອງເລຂາຄະນະບໍລິຫານງານພັກ ຮອງປະທານສະພາແຫ່ງຊາດ ຕື່ມອີກ.
(ຂ່າວ: ແສງຈັນ)


ຄໍາເຫັນ