ກອງປະຊຸມອົງການໄອຍະການລາວ-ກໍາປູເຈຍ ຄັ້ງທີ I

ກອງປະຊຸມອົງການໄອຍະການລາວ-ກໍາປູເຈຍ ຄັ້ງທີ I

ກອງປະຊຸມອົງການໄອຍະການລາວ-ກໍາປູເຈຍ ຄັ້ງທີ I
ກອງປະຊຸມອົງການໄອຍະການລາວ-ກໍາປູເຈຍ ຄັ້ງທີ I ວ່າດ້ວຍການຮ່ວມມືໃນການຕ້ານອາຊະຍາກໍາຂ້າມ ຊາດ ໂດຍສະເພາະການຄ້າຂາຍຢາເສບຕິດ ຈັດຂຶ້ນໃນວັນທີ 15 ກໍລະກົດ ຜ່ານມາ ທີ່ນະຄອນຫຼວງວຽງຈັນ ໂດຍ ການໃຫ້ກຽດເປັນປະທານຮ່ວມຂອງທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ (ອອປສ) ແຫ່ງ ສປປ ລາວ ແລະ ທ່ານນາງ ເຈຍ ລຽງ ຫົວໜ້າອົງການໄອຍະການສູງສຸດ ປະຈໍາສານສູງສຸດແຫ່ງ ຣາຊະອານາຈັກກໍາປູເຈຍ ພ້ອມດ້ວຍຄະນະຜູ້ແທນສອງຝ່າຍເຂົ້າຮ່ວມ.

 

 
ກອງປະຊມອງການໄອຍະການລາວ-ກາປເຈຍ ຄງທ I - image 1
 

ທ່ານ ໄຊຊະນະ ໂຄດພູທອນ ກ່າວວ່າ: ກອງປະຊຸມຄັ້ງນີ້ ເປັນກອງປະຊຸມຄັ້ງທໍາອິດຂອງສອງອົງການໄອ ຍະການລາວ-ກໍາປູເຈຍໃນການຍົກສູງການຮ່ວມມືຕ້ານອາຊະຍາກໍາຂ້າມຊາດ ກໍຄືວຽກງານໄອຍະການ ເພື່ອສືບຕໍ່ ຮັດແໜ້ນສາຍພົວພັນມິດຕະພາບ, ຄວາມສາມັກຄີອັນເປັນມູນເຊື້ອທີ່ມີມາແຕ່ດົນນານ ແລະ ການເປັນຄູ່ຮ່ວມມື ຍຸດທະສາດຮອບດ້ານ ແລະ ໜັ້ນຄົງຍາວນານລະຫວ່າງລາວ ແລະ ກໍາປູເຈຍ ເວົ້າລວມ, ເວົ້າສະເພາະ, ການ ພົວພັນຮ່ວມມືລະຫວ່າງ ອອປສ ແຫ່ງ ສປປ ລາວ ແລະ ອົງການໄອຍະການສູງສຸດແຫ່ງຣາຊະອານາຈັກກໍາປູ ເຈຍ ເຂົ້າສູ່ວຽກງານຕົວຈິງຢ່າງມີປະສິດທິຜົນ. ການເຄື່ອນໄຫວຄັ້ງນີ້ເປັນການປະຕິບັດຕາມບົດບັນທຶກຄວາມເຂົ້າໃຈ ທີ່ໄດ້ລົງນາມຮ່ວມກັນໃນປີ 2024 ທີ່ຣາຊະອານາຈັກກໍາປູເຈຍ ທັງເປັນການເພີ່ມທະວີການພົວພັນຮ່ວມມືຂອງສອງ ປະເທດລາວ-ກໍາປູເຈຍ ແລະ ສອງອົງການໄອຍະການສູງສຸດຂອງສອງປະເທດເຂົ້າສູ່ວຽກງານຕົວຈິງ ນັບມື້ກ້າວສູ່ ບາດກ້າວໃໜ່. ປັດຈຸບັນອາຊະຍາກໍາຂ້າມຊາດ ໂດຍສະເພາະອາຊະຍາກໍາຢາເສບຕິດໄດ້ກາຍເປັນບັນຫາລວມຂອງ ໂລກ ເປັນໄພຂົ່ມຂູ່ຕໍ່ຄວາມໜັ້ນຄົງຂອງບັນດາປະເທດໃນພາກພື້ນ ແລະ ໃນໂລກ. ໃນແຕ່ລະປີຢາເສບຕິດໄດ້ສ້າງຄວາມເສຍຫາຍຕໍ່ຊີວິດ ແລະ ຊັບສິນຂອງປະຊາຊົນຢ່າງມະຫາສານ ເປັນອຸ ປະສັກຕໍ່ການພັດທະນາເສດຖະກິດ-ສັງຄົມຂອງບັນດາປະຊາຊາດ ແລະ ການຮ່ວມມືໃນພາກພື້ນອີກດ້ວຍ. ຢາເສບ ຕິດເປັນບັນຫາໃຫຍ່ລະດັບໂລກ ທີ່ບັນດາປະເທດຕ່າງໆໄດ້ໃຫ້ຄວາມສໍາຄັນ ແລະ ເອົາໃຈໃສ່ຮ່ວມມືກັນຕ້ານ, ສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂ, ອົງການສະຫະປະຊາຊາດໄດ້ກໍານົດການກະທໍາຜິດກ່ຽວກັບຢາເສບຕິດເປັນ ໜຶ່ງໃນບັນດາອາຊະຍາກໍາສາກົນ. ອາຊະຍາກໍາຂ້າມຊາດ ໂດຍສະເພາະອາຊະຍາກໍາຢາເສບຕິດຈຶ່ງເປັນບັນຫາ ຮີບດ່ວນ ແລະ ບໍ່ມີປະເທດໃດໜຶ່ງສາມາດຮັບມືໄດ້ໂດຍລໍາພັງ. ສະນັ້ນ, ເພື່ອຕ້ານກັບບັນຫາດັ່ງກ່າວໄດ້ຢ່າງມີປະ ສິດທິຜົນ ແລະ ທັນການ, ມັນຮຽກຮ້ອງໃຫ້ບັນດາປະເທດຕ່າງໆ ຕ້ອງໄດ້ເພີ່ມທະວີການຮ່ວມມືກັນຢ່າງຮອບດ້ານ ລວມທັງການປະສານງານ, ແລກປ່ຽນຂໍ້ມູນຂ່າວສານ ແລະ ການສົ່ງເສີມຄວາມສາມາດຂອງພະນັກງານ ໂດຍຜ່ານ ການຈັດຕັ້ງປະຕິບັດບັນດານິຕິກໍາຕ່າງໆຂອງສາກົນ ແລະ ພາກພື້ນ.

ກອງປະຊມອງການໄອຍະການລາວ-ກາປເຈຍ ຄງທ I - image 2
 

ສໍາລັບຢູ່ ສປປ ລາວ ກໍໄດ້ຮັບຜົນກະທົບຈາກບັນຫາດັ່ງກ່າວຢ່າງຫຼີກລ່ຽງບໍ່ໄດ້ ຕາມການຕິດຕາມກວດກາຂອງ ອົງການໄອຍະການຂັ້ນຕ່າງໆ ເຫັນວ່າປີ 2024 ມີຄໍາຕັດສິນຄະດີຢາເສບຕິດຈໍານວນທັງໜົດ 5,012 ເລື່ອງ ແລະ 5 ເດືອນຕົ້ນປີ 2025 ຈໍານວນ 1,422 ເລື່ອງ. ໂດຍເຫັນໄດ້ໄພອັນຕະລາຍດັ່ງກ່າວ, ສປປ ລາວ ໄດ້ສຸມໃສ່ວຽກງານ ຕ້ານອາຊະຍາກໍາຢາເສບຕິດ ໂດຍວາງມາດຕະການ, ກໍານົດບາງນະໂຍບາຍ, ກົດໝາຍ, ສົນທິສັນຍາ, ຍຸດທະສາດ ສະເພາະໜ້າ ແລະ ຍາວນານ ລວມທັງກໍານົດເປັນວາລະແຫ່ງຊາດກ່ຽວກັບການແກ້ໄຂບັນຫາຢາເສບຕິດຂອງລັດຖະບານ. ສ່ວນ ອອປສ ກໍໄດ້ອອກຄໍາສັ່ງ, ຄໍາແນະນໍາກ່ຽວກັບການແກ້ໄຂບັນຫາຢາເສບຕິດ ເພື່ອຕອບສະໜອງນະ ໂຍບາຍວາລະແຫ່ງຊາດຂອງລັດຖະບານທີ່ວາງອອກໃຫ້ປະກົດຜົນເປັນຈິງ.

ຂ່າວ-ພາບ: ຍຸພິນທອງ

ຄໍາເຫັນ

ຂ່າວການຮ່ວມມື

ຊ່ຽວຊານວິທະຍາຄານການເມືອງຫວຽດນາມ ມອບປຶ້ມແບບຮຽນໃຫ້ ວກປສ ລາວ

ຊ່ຽວຊານວິທະຍາຄານການເມືອງຫວຽດນາມ ມອບປຶ້ມແບບຮຽນໃຫ້ ວກປສ ລາວ

ວັນທີ 10 ທັນວາຜ່ານມາ, ທ່ານ ພັທ ຮວາງຮຸຍແທັງ ຫົວໜ້າຄະນະຊ່ຽວຊານວິທະຍາຄານການເມືອງ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ພ້ອມດ້ວຍຄະນະໄດ້ນໍາປຶ້ມແບບຮຽນ ແລະ ເອກະສານເພື່ອຄົ້ນຄວ້າໃນການຮຽນ-ການສອນມາມອບໃຫ້ວິທະຍາຄານການເມືອງປ້ອງກັນຄວາມສະຫງົບ (ວກປສ) ສປປ ລາວ, ກ່າວຮັບໂດຍທ່ານ ພັອ ສີເພົ້າ ບຸນບາລິດ ຮອງຫົວໜ້າອໍານວຍການວິທະຍາຄານການເມືອງປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະທັງສອງຝ່າຍເຂົ້າຮ່ວມ.
ຄະນະຜູ້ແທນ ຄະນະສັນຕິພາບຫວຽດນາມ ຢ້ຽມຢາມແຂວງວຽງຈັນ.

ຄະນະຜູ້ແທນ ຄະນະສັນຕິພາບຫວຽດນາມ ຢ້ຽມຢາມແຂວງວຽງຈັນ.

ໃນວັນທີ 10 ທັນວານີ້, ຄະນະຜູ້ແທນ ຄະນະສັນຕິພາບຫວຽດນາມ ຊຶ່ງນຳໂດຍ ສະຫາຍ ອວງ ຈູ ລິວ ອະດີດກຳມະການສູນກາງພັກກອມມູນິດຫວຽດນາມ ອະດີດຮອງປະທານສະພາແຫ່ງຊາດ, ປະທານຄະນະສັນຕິພາບຫວຽດນາມ, ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ແລະ ເຂົ້າພົບປະກັບການນຳແຂວງວຽງຈັນ ໂດຍການຕ້ອນຮັບຢ່າງອົບອຸ່ນຈາກ ສະຫາຍ ພູວົງ ບຸນຊູ ຮອງເລຂາພັກແຂວງ, ພ້ອມດ້ວຍຄະນະນຳຂອງແຂວງ, ພິທີໄດ້ມີຂຶ້ນຢູ່ທີ່ຫ້ອງຮັບຮອງຂອງແຂວງ.
ສະຖານທູດລາວ  ປະຈຳ ສປ ຈີນ ສະຫຼອງວັນຊາດຄົບຮອບ 50 ປີ

ສະຖານທູດລາວ ປະຈຳ ສປ ຈີນ ສະຫຼອງວັນຊາດຄົບຮອບ 50 ປີ

ສະຖານທູດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ(ສປປ ລາວ) ປະຈຳ ສາທາລະນະລັດປະຊາຊົນຈີນ(ສປ ຈີນ) ໄດ້ຈັດງານພິທີສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ໃນວັນທີ 2 ທັນວາ 2025, ທີ່ໂຮງແຮມ Kerry, ນະຄອນຫຼວງປັກກິ່ງ, ສປ ຈີນ ຊຶ່ງໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ສົມພອນ ສີຈະເລີນ, ເອກອັກຄະລັດຖະທູດ ຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສປ ຈີນ, ທ່ານ ເພິງ ຊິງຮວາ(Peng Qinghua), ຮອງປະທານສະພາປະຊາຊົນຈີນ, ທ່ານ ນາງ ຊຸນ ຮາຍແຢນ(Sun Haiyan)ຮອງຫົວໜ້າຄະພົວພັນການຕ່າງປະເທດຈີນ, ທ່ານ ສາຍ ເວີຍ (Cai Wei) ຜູ້ຊ່ວຍລັດຖະມົນຕີກະຊວງການຕ່າງປະເທດຈີນ, ທ່ານ ພົນຕີ ຮວາງ ເວິນທາວ(Huang Wentao)ຫົວໜ້າສະຖາບັນການເມືອງ, ກະຊວງປ້ອງກັນປະເທດຈີນ, ຮອງເລຂາທິການໃຫຍ່ອົງການຮ່ວມມືຊຽງໄຮ້ (SCO), ເລຂາທິການໃຫຍ່ ສູນອາຊຽນ-ຈີນ, ບັນດາທູຕານຸທູດອາຊຽນ ແລະ ອົງການຮ່ວມມືຊຽງໄຮ້, ຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນ ແລະ ເຈົ້າໜ້າທີ່ອາວຸໂສຈາກພາກສ່ວນທີ່ກ່ຽວຂ້ອງຂັ້ນສູນກາງ ແລະ ທ້ອງຖິ່ນຂອງຈີນ, ອະດີິດທູດຈີນປະຈໍາລາວ, ອະດີດທະຫານອາສາສະໝັກທີ່ເຄີຍໄປຊ່ວຍລາວ, ນັກທຸລະກິດ, ນັກສຶກສາລາວ ແລະ ພາກສວນອື່ນໆເຂົ້າຮ່ວມລວມທັງໝົດ 400 ກວ່າທ່ານ.
ຮອງປະທານ ສພຊ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ  ຮອງ ລມຕ ຕ່າງປະເທດ ອາແຊັກໄບຊານ

ຮອງປະທານ ສພຊ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ຮອງ ລມຕ ຕ່າງປະເທດ ອາແຊັກໄບຊານ

ໃນຕອນບ່າຍວັນທີ 8 ທັນວາຜ່ານມານີ້, ທີ່ ສະພາແຫ່ງຊາດ(ສພຊ), ທ່ານນາງ ສູນທອນ ໄຊຍະຈັກ, ຮອງປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ເອລນູຣ ມາມາດົບ(Elnur Mammadov), ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສ. ອາແຊັກໄບຊານ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນລະຫວ່າງວັນທີ 7-10 ທັນວາ 2025.
ສະຫຼອງຄົບຮອບ 30 ປິ ການສ້າງຕັ້ງສາຍພົວພັນການທູດ ລາວ-ອາແຊັກໄບຊານ

ສະຫຼອງຄົບຮອບ 30 ປິ ການສ້າງຕັ້ງສາຍພົວພັນການທູດ ລາວ-ອາແຊັກໄບຊານ

ໃນຕອນຄໍ່າຂອງວັນທີ 9 ທັນວາຜ່ານມານີ້, ທີ່ ໂຮງແຮມ ລາວພລາຊາ, ນະຄອນຫຼວງວຽງຈັນ,ໄດ້ມີພິທີສະເຫຼີມສະຫຼອງ ຄົບຮອບ 30 ປີ ແຫ່ງ ການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ສ. ອາແຊັກໄບຊານ ຂຶ້ນຢ່າງເປັນທາງການ, ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ໃນນາມຕາງໜ້າລັດຖະບານ ແຫ່ງ ສປປ ລາວ ແລະ ທ່ານ ເອລນູຣ ມາມາດົບ (Elnur Mammadov), ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສ. ອາແຊັກໄບຊານ ໃນນາມຕາງໜ້າລັດຖະບານ ແຫ່ງ ສ. ອາແຊັກໄບຊານ, ມີບັນດາທ່ານລັດຖະມົນຕີ, ຮອງລັດຖະມົນຕີ, ເຈົ້າໜ້າທີ່ຂັ້ນສູງຂອງລາວ, ທູຕານຸທູດປະຈໍາ ສປປ ລາວ ແລະ ແຂກຖືກເຊີນຈາກພາກສ່ວນຕ່າງໆຂອງທັງສອງຝ່າຍ ເຂົ້າຮ່ວມຢ່າງພ້ອມພຽງ.
ສະຖານທູດລາວ ປະຈຳມຽນມາ ສະຫຼອງວັນຊາດ 50 ປີ ແລະ ວັນການທູດ ລາວ-ມຽນມາ 70 ປີ

ສະຖານທູດລາວ ປະຈຳມຽນມາ ສະຫຼອງວັນຊາດ 50 ປີ ແລະ ວັນການທູດ ລາວ-ມຽນມາ 70 ປີ

ເມື່ອບໍ່ດົນຜ່ານມານີ້, ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສສ ມຽນມາ ໄດ້ຈັດງານລ້ຽງສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ (2/12/1975-2/12/2025) ແລະ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ມຽນມາ ຄົບຮອບ 70 ປີ (12/7/1955-12/7/2025) ທີ່ນະຄອນຢັ້ງກຸ້ງ ໂດຍມີ ພະນະທ່ານ ອູ ຕານ ຊຸຍ(U Than Swe), ລັດຖະມົນຕີຕ່າງປະເທດ ສສ ມຽນມາ ໃນນາມແຂກກິຕິມະສັກ, ມີປະທານສະມາຄົມມິດຕະພາບ ມຽນມາ-ລາວ, ລັດຖະມົນຕີກະຊວງສຶກສາ, ແຮງງານ, ການຄ້າ, ລັດຖະມົນຕີຂອງເຂດແຄວ້ນນະຄອນຢັ້ງກຸ້ງ (Chief Minister of Yangon), ນອກນັ້ນ, ຍັງມີຕາງໜ້າຂອງກອງທັບມຽນມາ ຊຶ່ງນໍາໂດຍ ພົນເອກ ຈໍ ຊົວ ລິນ(Kyaw Swa Lin), ຜູ້ບັນຊາການສາມເຫຼົ່າທັບ (ທະຫານບົກ, ເຮືອ ແລະ ອາກາດ)ພ້ອມພັນລະຍາ, ລວມທັງຂະແໜງການອ້ອມຂ້າງສູນກາງ ແລະ ທ້ອງຖິ່ນຂອງ ສສ ມຽນມາ, ບັນດາທູຕານຸທູດ, ນັກທຸລະກິດ ແລະ ຄະນະນໍາ, ພະນັກງານສະຖານທູດລາວ, ພ້ອມດ້ວຍບັນດານັກສຶກສາລາວ ທີ່ພວມສຶກສາຢູ່ ສສ ມຽນມາ ເຂົ້າຮ່ວມ.
ສະຖານທູດລາວ ປະຈຳ ຍີ່ປຸ່ນ ສະຫຼອງວັນຊາດ ຄົບຮອບ 50 ປີ

ສະຖານທູດລາວ ປະຈຳ ຍີ່ປຸ່ນ ສະຫຼອງວັນຊາດ ຄົບຮອບ 50 ປີ

ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາປະເທດຍີ່ປຸ່ນ ໄດ້ຈັດພິທີສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ໃນເມື່ອບໍ່ດົນຜ່ານມານີ້, ທີ່ ສໍານັກງານສະຖານທູດລາວ ທີ່ ໂຕກຽວ ປະເທດຍີ່ປຸ່ນ ໂດຍມີແຂກຈາກກະຊວງການຕ່າງປະເທດຍີ່ປຸ່ນ, ສະມາຄົມມິດຕະພາບລັດຖະສະພາ ຍີ່ປຸ່ນ-ລາວ, ບັນດາທູຕານຸທູດ, ບັນດາກົງສູນກິດຕິມະສັກ ແຫ່ງ ສປປ ລາວ ປະຈໍາ ຍີ່ປຸ່ນ, ເພື່ອນມິດຊາວຍີ່ປຸ່ນ, ພີ່ນ້ອງຊາວລາວທີ່ດໍາລົງຊີວິດຢູ່ຍີ່ປຸ່ນ ແລະ ນັກສຶກສາລາວທີ່ກຳລັງສຶກສາຢູ່ຍີ່ປຸ່ນ ພ້ອມດ້ວຍພະນັກງານສະຖານທູດລາວ ທີ່ ໂຕກຽວ ເຂົ້າຮ່ວມປະມານ 250 ຄົນ.
ຄະນະຜູ້ແທນ ຄະນະສັນຕິພາບຫວຽດນາມ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ

ຄະນະຜູ້ແທນ ຄະນະສັນຕິພາບຫວຽດນາມ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ

ໂດຍຕອບສະໜອງຕາມຄຳເຊີນຂອງຄະນະສັນຕິພາບ ແລະ ສາມັກຄີ ຂອງ ລາວ, ຄະນະຜູ້ແທນ ຄະນະສັນຕິພາບ ຫວຽດນາມ ນຳໂດຍ ສະຫາຍ ອວງ ຈູລຶວ, ອະດີດກໍາມະການສູນກາງພັກ, ອະດີດ ຮອງປະທານສະພາແຫ່ງຊາດ, ປະທານຄະນະສັນຕິພາບ ຫວຽດນາມ ໄດ້ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ລະຫວ່າງວັນທີ 8-11 ທັນວາ 2025.
ກຕທ ລາວ-ອາແຊັກໄບຊານ ປຶກສາຫາລືດ້ານການເມືອງ ຄັ້ງປະຖົມມະລືກ

ກຕທ ລາວ-ອາແຊັກໄບຊານ ປຶກສາຫາລືດ້ານການເມືອງ ຄັ້ງປະຖົມມະລືກ

ໃນຕອນເຊົ້າວັນທີ 8 ທັນວານີ້, ທີ່ ກະຊວງການຕ່າງປະເທດ(ກຕທ), ກອງປະຊຸມປຶກສາຫາລືດ້ານການເມືອງ ຄັ້ງປະຖົມມະລືກ ລະຫວ່າງ ສອງກະຊວງການຕ່າງປະເທດ ສາທາລະນະລັດ ປະຊາ ທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ອາແຊັກໄບຊານ ໄດ້ເປີດຂຶ້ນໂດຍການເປັນປະທານຮ່ວມຂອງ ທ່ານ ໄມທອງ ທໍາມະວົງສາ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ເອລນູຣ ມາມາດົບ(Elnur Mammadov), ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສ. ອາແຊັກໄບຊານ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
ສະຖານທູດ ລາວ ທີ່ ແຄນເບີຣາ ສະຫຼອງວັນຊາດ ທີ 2 ທັນວາ

ສະຖານທູດ ລາວ ທີ່ ແຄນເບີຣາ ສະຫຼອງວັນຊາດ ທີ 2 ທັນວາ

ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາອົດສຕຣາລີ ແລະ ນິວຊີແລນ ໄດ້ຈັດງານສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ (2/12/1975-2/12/2025) ທີ່ ສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ ທີ່ ແຄນເບີຣາ, ປະເທດອົດສຕຣາລີ ໃນເມື່ອບໍ່ດົນຜ່ານມາ, ໂດຍມີທ່ານ ນາງ ມິດເເຊວ ຈັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າອົດສຕຣາລີ, ໃນນາມແຂກກິຕິມະສັກຂອງລັດຖະບານອົດສຕຣາລີ, ບັນດາຫົວໜ້າກົມ ແລະ ເຈົ້າໜ້າທີ່ຂອງກະຊວງການຕ່າງປະເທດ ແລະ ການຄ້າອົດສຕຣາລີ, ບັນດາກະຊວງຂະແໜງການທີ່ກ່ຽວຂ້ອງຂອງອົດສຕຣາລີ, ທູຕານຸທູດ, ຜູ້ຕາງໜ້າອົງການຈັດຕຕັ້ງສາກົນ, ພີ່ນ້ອງຄົນເຊື້ອຊາດລາວຢູ່ອົດສະຕຣາລີ, ພະນັກງານສະຖານທູດ ແລະ ບັນດານັກສຶກສາລາວ ຢູ່ອົດສຕຣາລີເຂົ້າຮ່ວມຫຼາຍກວ່າ 250 ຄົນ.
ເພີ່ມເຕີມ