ກອງປະຊຸມຜູ້ບໍລິຫານການສຶກສາ ປະຈຳສົກຮຽນ 2024-2025 ທົ່ວແຂວງສະຫວັນນະເຂດ

ກອງປະຊຸມຜູ້ບໍລິຫານການສຶກສາ ປະຈຳສົກຮຽນ 2024-2025 ທົ່ວແຂວງສະຫວັນນະເຂດ

ກອງປະຊຸມຜູ້ບໍລິຫານການສຶກສາ ປະຈຳສົກຮຽນ 2024-2025 ທົ່ວແຂວງສະຫວັນນະເຂດ
ກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາ ປະຈຳສົກຮຽນ 2024-2025 ທົ່ວແຂວງສະຫວັນນະເຂດ ໄດ້ຈັດຂຶ້ນໃນລະຫວ່າງວັນທີ 10-11 ກັນຍານີ້ ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາແຂວງ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ, ມີພະອາຈານ ຈັນດາ ເຄນສັກດາ ຄະນະ ອປສ ແຂວງ, ໂດຍພາຍໃຕ້ການເປັນປະທານ ຂອງທ່ານ ສຸກສົມພອນ ອະໂນໄທ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊມຜບລຫານການສກສາ ປະຈຳສກຮຽນ 2024-2025 ທວແຂວງສະຫວນນະເຂດ - image 1
 

ໃນໂອກາດກ່າວໄຂກອງປະຊຸມ, ທ່ານ ສຸກສົມພອນ ອະໂນໄທ ໄດ້ຮຽກຮ້ອງມາຍັງຜູ້ແທນກອງປະຊຸມທຸກທ່ານ ຈົ່ງເປັນເຈົ້າການສຸມສະຕິປັນຍາຂອງຕົນເຂົ້າໃນການຄົ້ນຄວ້າ ແລະ ປະກອບຄຳຄິດ-ຄຳເຫັນໃຫ້ເລິກເຊິ່ງຢ່າງກົງໄປ-ກົງມາ, ໂດຍສະເພາະການແກ້ໄຂບັນຫາຂາດແຄນຄູດ້ວຍຮູບແບບການໂຮມໂຮງຮຽນທີ່ກະແຈກກະຈາຍກາຍເປັນໂຮງຮຽນຂະໝາດໃຫຍ່, ຊອກໃຫ້ເຫັນສະພາບບັນຫາ, ສາເຫດຂອງບັນຫາ, ບົດຮຽນຕົວຈິງໃນການຈັດຕັ້ງປະຕິບັດຜ່ານມາ ພ້ອມທັງກຳນົດວິທີການແກ້ໄຂໃຫ້ຈະແຈ້ງ ເພື່ອເປັນບ່ອນອີງໃຫ້ແກ່ການປະຕິບັດແຜນພັດທະນາການສຶກສາຂະແໜງ ການຍ່ອຍ ປະຈໍາສົກຮຽນ 2025-2026 ໃຫ້ແທດເໝາະກັບຕົວຈິງ, ແລ້ວພ້ອມກັນຈັດຕັ້ງປະຕິບັດໃຫ້ໄປຕາມຫຼັກການ.

ໃອກາດນີ້, ທ່ານເຈົ້າແຂວງສະຫວັນນະເຂດ ໄດ້ໃຫ້ທິດຊີ້ນຳໃນຫຼາຍບັນຫາສຳຄັນຕໍ່ການຈັດຕັ້ງປະຕິບັດແຜນພັດທະນາການສຶກສາ ແລະ ກິລາຂອງແຂວງ, ຊຶ່ງມີບາງຕອນສຳຄັນວ່າ: ໃຫ້ອຳນາດການປົກຄອງທ້ອງຖິ່ນເອົາໃຈໃສ່ຊຸກຍູ້ຕິດຕາມ, ກວດກາ ແລະ ປະເມີນຜົນຜູ້ບໍລິຫານການສຶກສາ-ກິລາເມືອງ, ຄະນະພັດທະນາການສຶກສາຂັ້ນບ້ານໃນການຈັດຕັ້ງຜັນຂະຫຍາຍແຜນພັດທະນາການສຶກສາ-ກິລາໃນຂອບເຂດຄວາມຮັບຜິດຊອບຂອງຕົ້ນຢ່າງເຂັ້ມງວດ; ໃຫ້ສືບຕໍ່ດຳເນີນການສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານ, ຄູ-ອາຈານ, ນັກຮຽນ ເຮັດໃຫ້ເຂົາເຈົ້າຮັບຮູ້ ແລະ ເຊື່ອມຊຶມ ບັນດາມະຕິ ແລະ ລະບຽບກົດໝາຍທີ່ຕິດພັນກັບເຂົາເຈົ້າເອງ, ຕິດພັນກັບ 5 ຫຼັກມູນຂອງການສຶກສາ, ຕ້ອງໄດ້ເອົາໃຈໃສ່ຂະຫຍາຍຕາໜ່າງການສຶກສາໄປສູ່ເຂດຊົນນະບົດຫ່າງໄກສອກຫຼີກໃຫ້ປະຊາຊົນລາວບັນດາເຜົ່າທົ່ວແຂວງສະຫວັນນະເຂດ ສາມາດຈົບການສຶກສາຊັ້ນມັດທະຍົມຕອນຕົ້ນ ຊຶ່ງເປັນການສຶກສາພາກບັງຄັບເປັນຕົ້ນ ແມ່ນຈຸດສຸມຂອງແຂວງເຊັ່ນ: ຈຸດສຸມຈຽງຕູບ, ຕັງອາໄລ, ແກ້ງຫຼິ້ນ, ຄໍາປາແໜ ແລະ ຈຸດສຸດອື່ນໆ ຂອງຂັ້ນທ້ອງຖິ່ນ; ຕ້ອງເອົາໃຈໃສ່ເປັນພິເສດໃນການກໍ່ສ້າງຄົນໃຫ້ເປັນນັກເຕັກນິກ-ວິທະຍາສາດ, ສ້າງຄົນໃຫ້ມີວິຊາອາຊີບ, ມີສີມືແຮງງານທີ່ມີຄຸນະພາບ, ສາມາດບໍລິການໃນຕະຫຼາດແຮງງານໄດ້ຢ່າງມີຄຸນະພາບ, ກ່ອນອື່ນໝົດຕ້ອງເລີ່ມຈາກການປຸກລະດົມໂຄສະນາ, ລົງແນະນໍາວິຊາຊີບໃຫ້ນັກຮຽນທີ່ກຽມຈະຈົບຊັ້ນ ມ.4, ມ.7 ຫັນມາໃຫ້ຄວາມສຳຄັນຕໍ່ການຮຽນຂະແໜງອາຊີວະສຶກສາໃນລະດັບຊັ້ນຕົ້ນ, ຊັ້ນກາງໃຫ້ຫຼາຍຂຶ້ນ; ໃຫ້ສືບຕໍ່ເກັບເລັມບຳລຸງຍົກລະດັບການສຶກສາຊັ້ນປະຖົມ ແລະ ມັດທະຍົມຕອນຕົ້ນ ແລະ ຝຶກອົບຮົມວິຊາຊີບຂັ້ນພື້ນຖານໃຫ້ອຳນາດການປົກຄອງຂັ້ນບ້ານ ກໍຄືພໍ່ແມ່ປະຊາຊົນໃນທົ່ວແຂວງ ໃຫ້ສູງຂຶ້ນເລື້ອຍໆ ແນໃສ່ປະຕິບັດດຳລັດການຮຽນຮູ້ຕະຫຼອດຊີວິດ ໃຫ້ແທດເໝາະກັບຄວາມເປັນຈິງ; ເອົາໃຈໃສສົ່ງເສີມ, ຊຸກຍູ້ຄູສອນໃຫ້ມີຫົວຄິດປະດິດສ້າງໃນການອອກແບບການສອນດ້ວຍຕົນເອງ, ການພັດທະນາຕົນເອງໃນການນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ ແລະ ຊອກຮູ້ການເຂົ້າເຖິງແຫຼ່ງຂໍ້ມູນການສຶກສາ (ຄັງປັນຍາ), ສ້າງທຸກເງື່ອນໄຂໃຫ້ຄູ-ອາຈານ ໄດ້ພັດທະນາຕົນເອງ ໂດຍສະເພາະແມ່ນພັດທະນາວິທີການສິດສອນທີ່ຫຼາກຫຼາຍ, ປັບປຸງວິທີການຄົ້ນຄວ້າຮ່ຳຮຽນຂອງນັກຮຽນ, ສ້າງຄ່ານິຍົມໃນການສ້າງຄົນໃຫ້ຮຽນດີ-ຮຽນເກັ່ງ, ເຫັນຄຸນຄ່າຂອງການຮຽນ; ບັນຫາສຳຄັນ ແລະ ມີລັກສະນະຕັດສິນກວ່າໝູ່ນັ້ນ ຕ້ອງເອົາໃຈໃສ່ເພີ່ມທະວີບົດບາດການນຳພາຂອງພັກ ແລະ ຄວາມຮັບຜິດຊອບຢ່າງເດັດຂາດຂອງອຳນາດການປົກຄອງຂັ້ນຕ່າງໆຕໍ່ວຽກງານການສຶກສາ-ກິລາ, ເພີ່ມທະວີວຽກງານກວດກາການສຶກສາທຸກຊັ້ນ, ທຸກລະດັບນັບທັງການສຶກສາພາກເອກະຊົນໃຫ້ເປັນລະບົບ.

ກອງປະຊມຜບລຫານການສກສາ ປະຈຳສກຮຽນ 2024-2025 ທວແຂວງສະຫວນນະເຂດ - image 2
 

ໃນພິທີ, ໄດ້ຮັບຟັງການຜ່ານບົດສະຫຼຸບການພັດທະນາການສຶກສາ-ກິລາ ສົກຮຽນ 2024-2025 ແລະ ແຜນປະຕິບັດສົກຮຽນ 2025-2026 ແລະ ແຜນງານການພັດທະນາຊັບພະຍາກອນມະນຸດ 2025 ແລະ ແຜນການປີ 2026, ຮັບຟັງການຜ່ານບົດວິເຄາະສະພາບການສຶກສາທົ່ວແຂວງປະຈຳສົກປີ 2024-2025, ແຜນປະຕິບັດວຽກຈຸດສຸມ 2025-2026 ແລະ ວິທີການແກ້ໄຂບັນຫາສະຖິຕິນັກຮຽນບໍ່ກົງກັນລະຫວ່າງຖານອີມິດ ແລະ ໜ່ວຍງານສາມັນ, ຈາກຫ້ອງການສຶກສາທິການ-ກິລາເມືອງທັງ 14 ເມືອງ-1 ນະຄອນ. ຈາກນັ້ນ, ກໍໄດ້ຮັບຟັງການລາຍງານການສ້າງໂຮງຮຽນຕົວແບບທາງດ້ານວັດທະນະທຳ ແລະ ຮັບຟັງວຽກງານອື່ນໆ ຈາກພາກສ່ວນກ່ຽວຂ້ອງ ເພື່ອຖອດຖອນເປັນບົດຮຽນໃນການຈັດຕັ້ງປະຕິບັດໃນຕໍ່ໜ້າ.

(ແຫຼ່ງຂ່າວ: ແຂວງສະຫວັນນະເຂດ)

ຄໍາເຫັນ

ຂ່າວສືກສາ-ກິລາ

ການນໍາແຂວງຈໍາປາສັກ ທັດສະນະສຶກສາສະຖານທີ່ທາງປະຫວັດສາດ

ການນໍາແຂວງຈໍາປາສັກ ທັດສະນະສຶກສາສະຖານທີ່ທາງປະຫວັດສາດ

ໃນໂອກາດສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 50 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີການນໍາແຂວງຈໍາປາສັກ ນໍາໂດຍທ່ານ ອາລຸນໄຊ ສູນນະລາດ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ໄດ້ຮ່ວມທັດສະນະສຶກສາຊົມສະຖານທີ່ທາງປະຫວັດສາດ ເຮືອນຂອງອະດີດປະທານ ໄກສອນ ພົມວິຫານ ທີ່ບ້ານລາດບົກ ເມືອງບາຈຽງຈະເລີນສຸກ, ພ້ອມນີ້ກໍໄດ້ຮັບຟັງການເລົ່າປະຫວັດຄວາມເປັນມາການເຄື່ອນໄຫວຂອງປະທານ ໄກສອນ ພົມວິຫານ ຈາກຜູ້ອາວຸໂສພາຍໃນບ້ານລາດບົກ, ມີກິດຈະກຳຖາມ-ຕອບ ວິທະຍາສາດ ນ້ອງໆເຍົາວະຊົນ-ຊາວໜຸ່ມ.
ນັກກິລາຟັນດາບຊາຍຈາກເເຂວງບໍລິຄໍາໄຊຍາດໄດ້ 2 ຫຼຽນຄໍາ

ນັກກິລາຟັນດາບຊາຍຈາກເເຂວງບໍລິຄໍາໄຊຍາດໄດ້ 2 ຫຼຽນຄໍາ

ທ້າວ ສະເຫຼີມໄຊ ໄຊຍະສິດ ນັກກິລາຟັນດາບ ຈາກເເຂວງບໍລິຄໍາໄຊ ຍາດໄດ້ 2 ຫຼຽນຄໍາ ຈາກການລົງເເຂ່ງຂັນຟັນດາບ 2 ລາຍການ ຄື: ເອເປ ເເລະ ເຊເບີ ບັນລຸຕາມຄາດໝາຍທີ່ວາງໄວ້ ຂະນະດຽວກັນ ຫຼຽນເງິນ ເເລະ ຫຼຽນທອງ ເປັນຂອງນັກກິລາ ຈາກເເຂວງສະຫວັນນະເຂດ ຈາກການລົງເເຂ່ງຂັນກິລາຟັນດາບ ງານມະຫະກໍາກິລາຄົນພິການເເຫ່ງຊາດ ຄັ້ງທີ 4 ຫຼື ນະຄອນຫຼວງວຽງຈັນ ພາຣາເກມ 2025 ທີ່ນະຄອນຫຼວງວຽງຈັນຮັບກຽດເປັນເຈົ້າພາບ.
ນັກກິລາເປຕັງທີມຊາດສາມາດຍາດໄດ້ 2 ຫຼຽນຄຳໃນງານມະຫະກຳກິລາຊີເກມຄັ້ງທີ 33

ນັກກິລາເປຕັງທີມຊາດສາມາດຍາດໄດ້ 2 ຫຼຽນຄຳໃນງານມະຫະກຳກິລາຊີເກມຄັ້ງທີ 33

ທ່ານ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີ ກະຊວງ ສຶກສາທິການ ແລະ ກິລາ (ສສກ) , ທ່ານ ວິລະວັນ ບຸນສຸກໄທ ຫົວກົມກິລາມວນຊົນພາລະ ແລະ ສິລະປະສືກສາ ກະຊວງ ສສກ ພ້ອມດ້ວຍພະນັກງານ ແລະ ກ້ອນສິລະປະ ຊາວໜຸ່ມເຍົາວະຊົນ ກະຊວງສຶກສາທິການ ແລະ ກິລາ ໄດ້ຕ້ອນຮັບຄະນະນັກກິລາເປຕັງ ທີມຊາດລາວ ທີ່ສາມາດຍາດໄດ້ຫຼຽນຄໍາ ໃນງານມະຫະກຳກິລາຊີເກມຄັ້ງທີ 33ຢູ່ປະເທດໄທ ເປັນເຈົ້າພາບໃນວັນທີ 16 ທັນວານີ້ ທີ່ສະໜາມບິນສາກັນວັດໄຕ ນະຄອນຫຼວງວຽງຈັນ .
ໂຄງການອາຫານທ່ຽງຊ່ວຍໃຫ້ນັກຮຽນໂຮງຮຽນປະຖົມສົມບູນບ້ານແກ້ງກຸ່ມດີຂຶ້ນຫຼາຍ

ໂຄງການອາຫານທ່ຽງຊ່ວຍໃຫ້ນັກຮຽນໂຮງຮຽນປະຖົມສົມບູນບ້ານແກ້ງກຸ່ມດີຂຶ້ນຫຼາຍ

ໂຮງຮຽນປະຖົມສົມບູນບ້ານແກ້ງກຸ່ມເມືອງໂຂງ ແຂວງຈໍາປາສັກ ເປັນໂຮງຮຽນໜຶ່ງ ທີ່ອົງການອາຫານໂລກ (WFP) ໃຫ້ການຊ່ວຍເຫຼືອຈັດຕັ້ງປະຕິບັດໂຄງການອາຫານທ່ຽງໃຫ້ນັກຮຽນເລີ່ມແຕ່ປີ 2021 ຈົນຮອດປີ 2030. ຊຶ່ງຊ່ວຍໃຫ້ນັກຮຽນໂຮງຮຽນປະຖົມສົມບູນບ້ານແກ້ງກຸ່ມດີຂຶ້ນຫຼາຍ, ບໍ່ປະລະການຮຽນ ແລະ ຍັງຊ່ວຍຫຼຸດຜ່ອນອາຫານຂອງຜູ້ປົກຄອງ ທີ່ສໍາຄັນຍັງໄດ້ຮັບສານອາຫານ, ໂພຊະນາການທີ່ພຽງພໍ ແລະ ມີປະໂຫຍດດີຕໍ່ສຸຂະພາບ.
ກິລາດອກປິກໄກ່ ມີການຊີງຫຼຽນທັງໝົດ 20 ຫຼຽນ

ກິລາດອກປິກໄກ່ ມີການຊີງຫຼຽນທັງໝົດ 20 ຫຼຽນ

ການແຂ່ງຂັນກິລາດອກປິກໄກ່ ມີການຊີງຫຼຽນຄໍາ,ຫຼຽນເງິນ ແລະ ຫຼຽນທອງ ທັງໝົດ 20 ຫຼຽນ. ທ່ານ ນາງ ຈິນດາ ພົນເຕຊາ ຮອງສະຫະພັນກິລາດອກປິກໄກ່ແຫ່ງຊາດລາວ,ໄດ້ໃຫ້ສຳພາດຕໍ່ສື່ມວນຊົນວ່າ: ການແຂ່ງຂັນດອກປິໄກ່ ໃນງານມະຫະກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື “ນະຄອນຫຼວງວຽງຈັນ ພາຣາເກມ 2025” ທີ່ນະຄອນຫຼວງວຽງຈັນ ໄດ້ຮັບກຽດເປັນເຈົ້າພາບ ມີ 4 ລາຍການແຂ່ງຂັນ ປະກອບມີຄື: ປະເພດກ່ຽວຊາຍ,ປະເພດດ່ຽວຍິງ,ປະເພດຄູ່ຊາຍ ແລະ ປະເພດຄູ່ຍິງ. ມີນັກກິລາເຂົ້າຮ່ວມ 18 ຄົນ, ຍິງ 4 ຄົນ.ໃນນັ້ນມີ 6 ແຂວງເຂົ້າຮ່ວມຄີ: ເຈົ້າພາບ ນະຄອນຫຼວງວຽງຈັນ, ສະຫວັນນະເຂດ, ຄຳມ່ວນ, ອຸດົມໄຊ, ບໍແກ້ວ ແລະ ຫຼວງພະບາງ. ຊຶ່ງການແຂ່ງຂັນ ແມ່ນຈະດຳເນີນເປັນເວລາ 3 ວັນ ວັນທີ 15-17 ທັນວານີ້.
ລິນລີ່ ສຸພັນທະວົງ ສາວນັກກິລາບ໋ອດເຊຍຄວ້າຫຼຽນຄໍາທໍາອິດໃຫ້ແຂວງຫຼວງພະບາງ

ລິນລີ່ ສຸພັນທະວົງ ສາວນັກກິລາບ໋ອດເຊຍຄວ້າຫຼຽນຄໍາທໍາອິດໃຫ້ແຂວງຫຼວງພະບາງ

ນາງ ລິນລີ່ ສຸພັນທະວົງ ນັກກິລາບ໋ອດເຊຍຄວ້າຫຼຽນຄຳທໍາອິດໃຫ້ນັກກິລາຄົນພິການແຂວງຫຼວງພະບາງ ໃນງານມະຫະກຳກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື “ນະຄອນຫຼວງວຽງຈັນພາຣາເກມ 2025” ທີ່ນະຄອນ ຫຼວງວຽງຈັນ (ນວ) ຮັບກຽດເປັນເຈົ້າພາບ.
ສູນຝຶກອົບຮົມກອງພົນທີ3 ເປີດຂະບວນການແຂ່ງຂັນກິລາມ່ວນຊົນເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ

ສູນຝຶກອົບຮົມກອງພົນທີ3 ເປີດຂະບວນການແຂ່ງຂັນກິລາມ່ວນຊົນເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ

ໃນຕອນເຊົ້າວັນທີ 15 ທັນວານີ້, ສູນຝຶກອົບຮົມກອງພົນທີ3 ໄດ້ຈັດພິທີເປີດຂະບວນການແຂ່ງຂັນກິລາມວນຊົນເພື່ອຂ່ຳນັບຮັບຕ້ອນວັນສໍາຕ່າງໆຂອງຊາດ, ຂອງພັກ, ຂອງກອງທັບ ແລະ ຂອງກົມກອງ ເວົ້າລວມ, ເວົ້າສະເພາະແມ່ນ ຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ (20 ມັງກອນ 1949–20 ມັງກອນ 2026) ຂຶ້ນຢູ່ທີ່ເດີນກິລາຂອງກົມ-ກອງ ໂດຍການເປັນປະທານຂອງ ສະຫາຍ ພັນເອກ ຄໍາສອນ ໄຊສົງຄາມ ຮອງເລຂາຄະນະພັກ ຫົວໜ້າການທະຫານສູນຝຶກອົບຮົມກອງພົນທີ3, ມີສະຫາຍ ພັນໂທ ສີພົນ ແສງຄໍາ ເລຂາຄະນະພັກ ຫົວຫນ້າການເມືອງສູນຝຶກອົບຮົມ ພ້ອມດ້ວຍຄະນະພັກ - ຄະນະບັນຊາ, ພະນັກງານ-ນັກຮົບຕະຫຼອດຮອດນັກກິລາທົ່ວສູນຝຶກອົບຮົມເຂົ້າຮ່ວມ.
ນວ ເຈົ້າພາບໄດ້ຫຼຽນຄໍາທຳອິດກິລາຟັນດາບຄົນພິການ

ນວ ເຈົ້າພາບໄດ້ຫຼຽນຄໍາທຳອິດກິລາຟັນດາບຄົນພິການ

ການແຂ່ງຂັນກິລາຟັນດາບຄົນພິການ ໃນງານມະຫະກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື “ນະຄອນ ຫຼວງວຽງຈັນພາຣາເກມ 2025” ທີ່ນະຄອນຫຼວງວຽງຈັນ (ນວ) ໄດ້ຮັບກຽດເປັນເຈົ້າພາບ ຈັດຂຶ້ນໃນວັນທີ 15 ທັນວານີ້, ທີ່ສະໂມສອນມະຫາວິທະຍາໄລແຫ່ງຊາດ, ເປັນກຽດເຂົ້າຮ່ວມມີທ່ານ ນາງ ຂັນທະລີ ສີຣິພົງພັນ ປະທານຄະນະກໍາມະການພາຣາແລມປິກແຫ່ງຊາດລາວ, ມີທ່ານ ກິດຕິພົງ ຫາດທະວາການ ນາຍົກສະມາຄົມວີວແຊຟັນດາບແຫ່ງປະເທດໄທ, ມີບັນດາຜູ້ຕາງໜ້າຈາກພະແນກສຶກສາທິການ ແລະ ກິລາ ນວ, ແຂວງ, ຄູຝຶກ ພ້ອມດ້ວຍຄະນະຮັບຜິດຊອບເຂົ້າຮ່ວມ.
ເປີດສາກແຂ່ງຂັນຢ່າງຄຶກຄື້ນກິລາບານບ້ວງລໍ້ເລື່ອນຄົນພິການ

ເປີດສາກແຂ່ງຂັນຢ່າງຄຶກຄື້ນກິລາບານບ້ວງລໍ້ເລື່ອນຄົນພິການ

ກິລາບານບ້ວງລໍ້ເລື່ອນໃນງານມະຫະກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື ນະຄອນຫຼວງວຽງຈັນພາຣາເກມ 2025 ທີ່ນະຄອນຫຼວງວຽງຈັນ (ນວ) ເປັນເຈົ້າພາບ, ເຊິ່ງກິລາຄົນພິການແຫ່ງຊາດຄັ້ງນີ້ຖືກບັນຈຸເຂົ້າແຂ່ງຂັນເປັນຄັ້ງທີ IV ຕິດຕໍ່ກັນ 2 ຄັ້ງທຳອິດທີ່ຫຼວງພະບາງ ແລະ ອຸດົມໄຊ ເປັນກິລາສາທິດ ແຕ່ມາຊີງຫຼຽນໃນຄັ້ງທີ III ທີ່ແຂວງຊຽງຂວາງ ແລະ ນວ ໃນຄັ້ງນີ້, ແຂ່ງຂັນທີ່ສູນການແພດຟື້ນຟູໜ້າທີ່ການ ໂດຍມີ 3 ພາກສ່ວນເຂົ້າຮ່ວມຄື: ນວ ເຈົ້າພາບ, ແຂວງຈຳປາສັກ ແລະ ແຂວງຊຽງຂວາງ, ແຂ່ງຂັນ 4 ລາຍການ: ທີມຍິງ-ທີມຊາຍ 3x3 ແລະ 5x5, ມີນັກກິລາເຂົ້າຮ່ວມທັງໝົດ 27 ຄົນ ຍິງ 10 ຄົນ.
ເປີດການແຂ່ງຂັນກິລາດອກປີກໄກ່ “ນະຄອນຫຼວງວຽງຈັນພາຣາເກມ 2025”

ເປີດການແຂ່ງຂັນກິລາດອກປີກໄກ່ “ນະຄອນຫຼວງວຽງຈັນພາຣາເກມ 2025”

ການແຂ່ງຂັນກິລາດອກປີກໄກ່ ໃນງານມະຫະກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື “ນະຄອນ ຫຼວງວຽງຈັນພາຣາເກມ 2025” ທີ່ນະຄອນຫຼວງວຽງຈັນ (ນວ) ໄດ້ຮັບກຽດເປັນເຈົ້າພາບໄດ້ເປີດສາກຂຶ້ນຢ່າງເປັນທາງການໃນວັນທີ 15 ທັນວານີ້, ທີ່ເດີ່ນກິລາໃນຮົ່ມໂອແລມປາເຊຍ ນວ, ເປັນກຽດເຂົ້າຮ່ວມຂອງທ່ານ ນາງ ຈິນດາ ພົນເຕຊາ ຮອງປະທານສະຫະພັນກິລາດອກປີກໄກ່ແຫ່ງຊາດລາວ, ທ່ານ ລິມ ເຊັງຊາຍ ຮອງປະທານສະຫະພັນກິລາດອກປີກໄກ່ແຫ່ງຊາດລາວ, ທ່ານ ກຸ່ຍ ພົນເຕຊາ ຄະນະກຳມະການກິລາດອກປີກໄກ່ແຫ່ງຊາດລາວ ພ້ອມດ້ວຍນັກກິລາ ແລະ ມວນຊົນເຂົ້າຮ່ວມ.
ເພີ່ມເຕີມ