ກອງປະຊຸມຜູ້ບໍລິຫານການສຶກສາທົ່ວປະເທດ

ກອງປະຊຸມຜູ້ບໍລິຫານການສຶກສາທົ່ວປະເທດ

ກອງປະຊຸມຜູ້ບໍລິຫານການສຶກສາທົ່ວປະເທດ
ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດກອງປະຊຸມຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ ທົ່ວປະເທດ ປະຈຳສົກຮຽນ 2024-2025 ຂຶ້ນໃນວັນທີ 11 ສິງຫາ ນີ້ ທີ່ກະຊວງສຶກສາທິການ ແລະ ກິລາ, ພາຍໃຕ້ການເປັນປະທານ ຂອງທ່ານ ທອງສະລິດ ມັງໜໍ່ເມກ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ຊຶ່ງມີຮອງລັດຖະມົນຕີ ຫົວໜ້າກົມ ຮອງກົມອະທິການບໍດີ ຫົວໜ້າພະແນກສຶກສາທິການ ແລະ ກິລາເຂົ້າຮ່ວມ.

 

ກອງປະຊມຜບລຫານການສກສາທວປະເທດ - image 1
 

ກອງປະຊຸມໄດ້ຮັບຟັງບົດລາຍງານການເຄື່ອນໄຫວວຽກງານໃນຕະຫຼອດໄລຍະສົກຮຽນ 2024-2025 ການຈັດຕັ້ງປະຕິບັດແຜນພັດທະນາຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ ໃນສົກຮຽນ 2024-2025 ແມ່ນເປັນປີມ້ວນທ້າຍຂອງການຈັດຕັ້ງແຜນພັດທະນາຂະແໜງການສຶກສາ ແລະ ກິລາ 5 ປີ ຄັ້ງ IX (2021-2025) ແລະ ເປັນໄລຍະທີ່ການພັດທະນາການສຶກສາຍັງສືບຕໍ່ໄດ້ຮັບຜົນກະທົບຈາກສະພາບຂໍ້ຫຍຸ້ງຍາກທາງດ້ານເສດຖະກິດ, ການເງິນ ແລະ ບັນຫາທາງສັງຄົມອື່ນໆ ສົມທົບກັບການສະ ໜອງໂກຕ້າລັດຖະກອນຄູໃໝ່ທີ່ມີຈຳກັດ ອັນໄດ້ສົ່ງຜົນກະທົບທາງລົບຕໍ່ການເຂົ້າຮຽນຂອງນັກຮຽນ ແລະ ການປະລະການຮຽນຂອງນັກຮຽນໃນທຸກລະດັບ ພາຍໃຕ້ການນໍາພາຊີ້ນໍາຂອງຄະນະນຳກະຊວງສຶກສາທິການ ແລະ ກິລາ, ຄວາມເອົາໃຈໃສ່ ແລະ ເປັນເຈົ້າການຂອງຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາທຸກຂັ້ນ ນັບແຕ່ສູນກາງຮອດທ້ອງຖິ່ນ ແລະ ການປະສານງານກັບທຸກພາກສ່ວນ ລວມທັງກັບບັນດາຄູ່ຮ່ວມພັດທະນາຕ່າງໆ, ກະຊວງສຶກສາທິການ ແລະ ກິລາ ກໍໄດ້ສຸມທຸກຄວາມພະຍາຍາມເຂົ້າໃນການສົ່ງເສີມການເຂົ້າເຖິງການສຶກສາຢ່າງເທົ່າທຽມ ຜ່ານການປັບປຸງພື້ນຖານໂຄງລ່າງຂອງສະຖານການສຶກສາຕ່າງໆ, ການສະໜອງອາຫານທ່ຽງໃນໂຮງຮຽນໃຫ້ແກ່ນັກຮຽນໃນຊັ້ນການສຶກສາກ່ອນໄວຮຽນ ແລະ ສາມັນສຶກສາ, ເພີ່ມການສະໜອງເງິນອຸດໜູນເບ້ຍລ້ຽງນັກຮຽນ ນັກສຶກສາ ທຸກຊັ້ນທຸກສາຍ ແລະ ໄດ້ເອົາໃຈໃສ່ແກ້ໄຂບັນຫາການປະລະການຮຽນ ແລະ ການປັບປຸງຄຸນນະພາບການຮຽນການສອນໃນທຸກລະດັບ. ນອກຈາກນີ້, ຍັງໄດ້ສົ່ງເສີມການຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກໍາ, ພ້ອມທັງໄດ້ປັບປຸງຄຸນນະພາບ ໃນການຄັດເລືອກຫົວຂໍ້ຄົ້ນຄວ້າ ແລະ ຜົນການຄົ້ນຄວ້າວິທະຍາສາດ, ນະວັດຕະກຳ, ສໍາລັບວຽກງານກິລາກາຍຍະກຳ ກໍໄດ້ສົ່ງເສີມການອອກກຳລັງກາຍຂອງທົ່ວປວງຊົນລາວ ລວມທັງເຮັດໜ້າທີ່ສົ່ງເສີມກິລາອາຊີບ ຂະແໜງສຶກສາທິການ ແລະ ກິລາໄດ້ສືບຕໍ່ເອົາໃຈໃສ່ປະຕິບັດຕາມທິດຊີ້ນຳຂອງລັດຖະບານ ໂດຍສະເພາະແມ່ນໄດ້ຮ່ວມມືກັບຂະແໜງການທີ່ກ່ຽວຂ້ອງ, ອົງການປົກຄອງຂັ້ນທ້ອງຖິ່ນ, ຊຸມຊົນ ແລະ ຜູ້ປົກຄອງໃນການສົ່ງເສີມໃຫ້ເດັກໄດ້ເຂົ້າຮຽນ, ການປັບປຸງໂຄງລ່າງພື້ນຖານ, ການສະ ໜອງອຸປະກອນການຮຽນ-ການສອນ ແລະ ສິ່ງອໍານວຍຄວາມສະດວກຕ່າງໆ ພ້ອມທັງໄດ້ຈັດຕັ້ງປະຕິບັດຫຼາຍມາດຕະການເພື່ອປັບປຸງຄຸນນະພາບການສຶກສາ ເພື່ອໃຫ້ບັນລຸໄດ້ບັນດາຄາດໝາຍຕ່າງໆໃນມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ປະຈຳປີ 2024 ແລະ ທິດທາງແຜນການ ແລະ ແຜນລົງທຶນຂອງລັດ ປະຈາປີ 2025 .

ການຈັດຕັ້ງປະຕິບັດວຽກງານການສຶກສາກ່ອນໄວຮຽນມີທ່າອ່ຽງດີຂຶ້ນ ຊຶ່ງສະແດງອອກຜ່ານອັດຕາເຂົ້າຮຽນຂອງເດັກ 3-5 ປີ ໄດ້ເພີ່ມຂຶ້ນຈາກ 62.0% ມາເປັນ 64.4% ແລະ ອັດຕາເຂົ້າຮຽນຂອງເດັກ 5 ປີ ເພີ່ມຈາກ 82.9% ມາເປັນ 84.7%, ການປະກອບສ່ວນຂອງພາກເອກະຊົນແມ່ນມີບົດບາດສຳຄັນ ຊຶ່ງເຫັນໄດ້ຈາກສັດສ່ວນນັກຮຽນເອກະຊົນທຽບໃສ່ນັກຮຽນທັງໝົດແມ່ນເພີ່ມຂຶ້ນຈາກ 27.51% ມາເປັນ 28.74%. ການສຶກສາຊັ້ນປະຖົມສຶກສາໄດ້ຮັບການບັບປຸງທັງດ້ານປະລິມານ ແລະ ຄຸນນະພາບເຮັດໃຫ້ ອັດຕາເຂົ້າຮຽນໃໝ່ສຸດທີ່ຂັ້ນ ປ.1 ເພີ່ມຂຶ້ນ.

ການສຶກສາຊັ້ນມັດທະຍົມ: ກະຊວງສຶກສາທິການ ແລະ ກິລາ ໂດຍສົມທົບກັບ ພະແນກສຶກສາທິການ ແລະ ກິລາແຂວງ/ນະຄອນຫຼວງ, ຫ້ອງການສຶກສາທິການ ແລະ ກິລາເມືອງ/ນະຄອນ, ຊຸມຊົນ ແລະ ຄູ່ຮ່ວມພັດທະນາ ໄດ້ສືບຕໍ່ເອົາໃຈໃສ່ພັດທະນາການສຶກສາຊັ້ນມັດທະຍົມ ເຮັດໃຫ້ອັດຕາການເລື່ອນຊັ້ນຈົບ ປ.5 ຂຶ້ນ ມ.1 ເພີ່ມຂຶ້ນ ຈາກ 84.9% ຂຶ້ນເປັນ 85.6%.

ການສຶກສາຄູ: ໃນສົກຮຽນ 2024-2025, ໂຕເລກແຜນຮັບທັງໝົດ ຈໍານວນ 3,790 ໂຕເລກ ໃນນັ້ນ ມີໂຕເລກພະນັກງານຍົກລະດັບຕໍ່ເນື່ອງ ຈຳນວນ 1,810 ໂຕເລກ ແລະ ນັກຮຽນຈໍານວນ 1,980 ໂຕເລກ ຊຶ່ງສາມາດຈັດຕັ້ງປະຕິບັດໄດ້ຈໍານວນ 463 ຄົນ ຊຶ່ງຖ້າທຽບໃສ່ແຜນຮັບນັກຮຽນແມ່ນປະຕິບັດໄດ້ພຽງ 23.4%.

ຂະແໜງການຍ່ອຍອາຊີວະສຶກສາ: ໃນສົກຮຽນ 2024-2025 ມີນັກຮຽນ-ນັກສຶກສາເຂົ້າໃໝ່ 9,487 ຄົນ ທຽບໃສ່ສົກຮຽນ 2023-2024 ແມ່ນເພີ່ມຂຶ້ນ 1,532 ຄົນ.

ການສຶກສາຊັ້ນສູງ: ໃນສົກສຶກສາ 2024-2025 ມີນັກສຶກສາໃນສະຖານການສຶກສາຊັ້ນສູງ ລວມທັງໝົດ 38,841 ຄົນ ທຽບກັບປີທີ່ຜ່ານມາ ມີຈຳນວນຫຼຸດລົງ 9,037 ຄົນ ຫຼື 19%. ຍ້ອນຜົນສໍາເລັດຂອງການຈັດຕັ້ງປະຕິບັດບັນດາວຽກຈຸດສຸມຕ່າງໆ ຈຶ່ງເຮັດໃຫ້ຂະແໜງການສຶກສາ ແລະ ກິລາ ສາມາດບັນລຸໄດ້ 12 ຄາດໝາຍ ໃນຈໍານວນ 16 ຄາດໝາຍ ທີ່ກຳນົດໃນມະຕິສະພາແຫ່ງຊາດ ພ້ອມນີ້ກອງປະຊຸມຍັງໄດ້ວາງທິດທາງແຜນການໃນຕໍ່ໜ້າຕື່ມອີກ.

(ຂ່າວ-ພາບ: ຕຸໄລເພັດ)

ຄໍາເຫັນ

ຂ່າວສືກສາ-ກິລາ

ການນໍາແຂວງຈໍາປາສັກ ທັດສະນະສຶກສາສະຖານທີ່ທາງປະຫວັດສາດ

ການນໍາແຂວງຈໍາປາສັກ ທັດສະນະສຶກສາສະຖານທີ່ທາງປະຫວັດສາດ

ໃນໂອກາດສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 50 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີການນໍາແຂວງຈໍາປາສັກ ນໍາໂດຍທ່ານ ອາລຸນໄຊ ສູນນະລາດ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ໄດ້ຮ່ວມທັດສະນະສຶກສາຊົມສະຖານທີ່ທາງປະຫວັດສາດ ເຮືອນຂອງອະດີດປະທານ ໄກສອນ ພົມວິຫານ ທີ່ບ້ານລາດບົກ ເມືອງບາຈຽງຈະເລີນສຸກ, ພ້ອມນີ້ກໍໄດ້ຮັບຟັງການເລົ່າປະຫວັດຄວາມເປັນມາການເຄື່ອນໄຫວຂອງປະທານ ໄກສອນ ພົມວິຫານ ຈາກຜູ້ອາວຸໂສພາຍໃນບ້ານລາດບົກ, ມີກິດຈະກຳຖາມ-ຕອບ ວິທະຍາສາດ ນ້ອງໆເຍົາວະຊົນ-ຊາວໜຸ່ມ.
ນັກກິລາຟັນດາບຊາຍຈາກເເຂວງບໍລິຄໍາໄຊຍາດໄດ້ 2 ຫຼຽນຄໍາ

ນັກກິລາຟັນດາບຊາຍຈາກເເຂວງບໍລິຄໍາໄຊຍາດໄດ້ 2 ຫຼຽນຄໍາ

ທ້າວ ສະເຫຼີມໄຊ ໄຊຍະສິດ ນັກກິລາຟັນດາບ ຈາກເເຂວງບໍລິຄໍາໄຊ ຍາດໄດ້ 2 ຫຼຽນຄໍາ ຈາກການລົງເເຂ່ງຂັນຟັນດາບ 2 ລາຍການ ຄື: ເອເປ ເເລະ ເຊເບີ ບັນລຸຕາມຄາດໝາຍທີ່ວາງໄວ້ ຂະນະດຽວກັນ ຫຼຽນເງິນ ເເລະ ຫຼຽນທອງ ເປັນຂອງນັກກິລາ ຈາກເເຂວງສະຫວັນນະເຂດ ຈາກການລົງເເຂ່ງຂັນກິລາຟັນດາບ ງານມະຫະກໍາກິລາຄົນພິການເເຫ່ງຊາດ ຄັ້ງທີ 4 ຫຼື ນະຄອນຫຼວງວຽງຈັນ ພາຣາເກມ 2025 ທີ່ນະຄອນຫຼວງວຽງຈັນຮັບກຽດເປັນເຈົ້າພາບ.
ນັກກິລາເປຕັງທີມຊາດສາມາດຍາດໄດ້ 2 ຫຼຽນຄຳໃນງານມະຫະກຳກິລາຊີເກມຄັ້ງທີ 33

ນັກກິລາເປຕັງທີມຊາດສາມາດຍາດໄດ້ 2 ຫຼຽນຄຳໃນງານມະຫະກຳກິລາຊີເກມຄັ້ງທີ 33

ທ່ານ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີ ກະຊວງ ສຶກສາທິການ ແລະ ກິລາ (ສສກ) , ທ່ານ ວິລະວັນ ບຸນສຸກໄທ ຫົວກົມກິລາມວນຊົນພາລະ ແລະ ສິລະປະສືກສາ ກະຊວງ ສສກ ພ້ອມດ້ວຍພະນັກງານ ແລະ ກ້ອນສິລະປະ ຊາວໜຸ່ມເຍົາວະຊົນ ກະຊວງສຶກສາທິການ ແລະ ກິລາ ໄດ້ຕ້ອນຮັບຄະນະນັກກິລາເປຕັງ ທີມຊາດລາວ ທີ່ສາມາດຍາດໄດ້ຫຼຽນຄໍາ ໃນງານມະຫະກຳກິລາຊີເກມຄັ້ງທີ 33ຢູ່ປະເທດໄທ ເປັນເຈົ້າພາບໃນວັນທີ 16 ທັນວານີ້ ທີ່ສະໜາມບິນສາກັນວັດໄຕ ນະຄອນຫຼວງວຽງຈັນ .
ໂຄງການອາຫານທ່ຽງຊ່ວຍໃຫ້ນັກຮຽນໂຮງຮຽນປະຖົມສົມບູນບ້ານແກ້ງກຸ່ມດີຂຶ້ນຫຼາຍ

ໂຄງການອາຫານທ່ຽງຊ່ວຍໃຫ້ນັກຮຽນໂຮງຮຽນປະຖົມສົມບູນບ້ານແກ້ງກຸ່ມດີຂຶ້ນຫຼາຍ

ໂຮງຮຽນປະຖົມສົມບູນບ້ານແກ້ງກຸ່ມເມືອງໂຂງ ແຂວງຈໍາປາສັກ ເປັນໂຮງຮຽນໜຶ່ງ ທີ່ອົງການອາຫານໂລກ (WFP) ໃຫ້ການຊ່ວຍເຫຼືອຈັດຕັ້ງປະຕິບັດໂຄງການອາຫານທ່ຽງໃຫ້ນັກຮຽນເລີ່ມແຕ່ປີ 2021 ຈົນຮອດປີ 2030. ຊຶ່ງຊ່ວຍໃຫ້ນັກຮຽນໂຮງຮຽນປະຖົມສົມບູນບ້ານແກ້ງກຸ່ມດີຂຶ້ນຫຼາຍ, ບໍ່ປະລະການຮຽນ ແລະ ຍັງຊ່ວຍຫຼຸດຜ່ອນອາຫານຂອງຜູ້ປົກຄອງ ທີ່ສໍາຄັນຍັງໄດ້ຮັບສານອາຫານ, ໂພຊະນາການທີ່ພຽງພໍ ແລະ ມີປະໂຫຍດດີຕໍ່ສຸຂະພາບ.
ກິລາດອກປິກໄກ່ ມີການຊີງຫຼຽນທັງໝົດ 20 ຫຼຽນ

ກິລາດອກປິກໄກ່ ມີການຊີງຫຼຽນທັງໝົດ 20 ຫຼຽນ

ການແຂ່ງຂັນກິລາດອກປິກໄກ່ ມີການຊີງຫຼຽນຄໍາ,ຫຼຽນເງິນ ແລະ ຫຼຽນທອງ ທັງໝົດ 20 ຫຼຽນ. ທ່ານ ນາງ ຈິນດາ ພົນເຕຊາ ຮອງສະຫະພັນກິລາດອກປິກໄກ່ແຫ່ງຊາດລາວ,ໄດ້ໃຫ້ສຳພາດຕໍ່ສື່ມວນຊົນວ່າ: ການແຂ່ງຂັນດອກປິໄກ່ ໃນງານມະຫະກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື “ນະຄອນຫຼວງວຽງຈັນ ພາຣາເກມ 2025” ທີ່ນະຄອນຫຼວງວຽງຈັນ ໄດ້ຮັບກຽດເປັນເຈົ້າພາບ ມີ 4 ລາຍການແຂ່ງຂັນ ປະກອບມີຄື: ປະເພດກ່ຽວຊາຍ,ປະເພດດ່ຽວຍິງ,ປະເພດຄູ່ຊາຍ ແລະ ປະເພດຄູ່ຍິງ. ມີນັກກິລາເຂົ້າຮ່ວມ 18 ຄົນ, ຍິງ 4 ຄົນ.ໃນນັ້ນມີ 6 ແຂວງເຂົ້າຮ່ວມຄີ: ເຈົ້າພາບ ນະຄອນຫຼວງວຽງຈັນ, ສະຫວັນນະເຂດ, ຄຳມ່ວນ, ອຸດົມໄຊ, ບໍແກ້ວ ແລະ ຫຼວງພະບາງ. ຊຶ່ງການແຂ່ງຂັນ ແມ່ນຈະດຳເນີນເປັນເວລາ 3 ວັນ ວັນທີ 15-17 ທັນວານີ້.
ລິນລີ່ ສຸພັນທະວົງ ສາວນັກກິລາບ໋ອດເຊຍຄວ້າຫຼຽນຄໍາທໍາອິດໃຫ້ແຂວງຫຼວງພະບາງ

ລິນລີ່ ສຸພັນທະວົງ ສາວນັກກິລາບ໋ອດເຊຍຄວ້າຫຼຽນຄໍາທໍາອິດໃຫ້ແຂວງຫຼວງພະບາງ

ນາງ ລິນລີ່ ສຸພັນທະວົງ ນັກກິລາບ໋ອດເຊຍຄວ້າຫຼຽນຄຳທໍາອິດໃຫ້ນັກກິລາຄົນພິການແຂວງຫຼວງພະບາງ ໃນງານມະຫະກຳກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື “ນະຄອນຫຼວງວຽງຈັນພາຣາເກມ 2025” ທີ່ນະຄອນ ຫຼວງວຽງຈັນ (ນວ) ຮັບກຽດເປັນເຈົ້າພາບ.
ສູນຝຶກອົບຮົມກອງພົນທີ3 ເປີດຂະບວນການແຂ່ງຂັນກິລາມ່ວນຊົນເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ

ສູນຝຶກອົບຮົມກອງພົນທີ3 ເປີດຂະບວນການແຂ່ງຂັນກິລາມ່ວນຊົນເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ

ໃນຕອນເຊົ້າວັນທີ 15 ທັນວານີ້, ສູນຝຶກອົບຮົມກອງພົນທີ3 ໄດ້ຈັດພິທີເປີດຂະບວນການແຂ່ງຂັນກິລາມວນຊົນເພື່ອຂ່ຳນັບຮັບຕ້ອນວັນສໍາຕ່າງໆຂອງຊາດ, ຂອງພັກ, ຂອງກອງທັບ ແລະ ຂອງກົມກອງ ເວົ້າລວມ, ເວົ້າສະເພາະແມ່ນ ຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ (20 ມັງກອນ 1949–20 ມັງກອນ 2026) ຂຶ້ນຢູ່ທີ່ເດີນກິລາຂອງກົມ-ກອງ ໂດຍການເປັນປະທານຂອງ ສະຫາຍ ພັນເອກ ຄໍາສອນ ໄຊສົງຄາມ ຮອງເລຂາຄະນະພັກ ຫົວໜ້າການທະຫານສູນຝຶກອົບຮົມກອງພົນທີ3, ມີສະຫາຍ ພັນໂທ ສີພົນ ແສງຄໍາ ເລຂາຄະນະພັກ ຫົວຫນ້າການເມືອງສູນຝຶກອົບຮົມ ພ້ອມດ້ວຍຄະນະພັກ - ຄະນະບັນຊາ, ພະນັກງານ-ນັກຮົບຕະຫຼອດຮອດນັກກິລາທົ່ວສູນຝຶກອົບຮົມເຂົ້າຮ່ວມ.
ນວ ເຈົ້າພາບໄດ້ຫຼຽນຄໍາທຳອິດກິລາຟັນດາບຄົນພິການ

ນວ ເຈົ້າພາບໄດ້ຫຼຽນຄໍາທຳອິດກິລາຟັນດາບຄົນພິການ

ການແຂ່ງຂັນກິລາຟັນດາບຄົນພິການ ໃນງານມະຫະກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື “ນະຄອນ ຫຼວງວຽງຈັນພາຣາເກມ 2025” ທີ່ນະຄອນຫຼວງວຽງຈັນ (ນວ) ໄດ້ຮັບກຽດເປັນເຈົ້າພາບ ຈັດຂຶ້ນໃນວັນທີ 15 ທັນວານີ້, ທີ່ສະໂມສອນມະຫາວິທະຍາໄລແຫ່ງຊາດ, ເປັນກຽດເຂົ້າຮ່ວມມີທ່ານ ນາງ ຂັນທະລີ ສີຣິພົງພັນ ປະທານຄະນະກໍາມະການພາຣາແລມປິກແຫ່ງຊາດລາວ, ມີທ່ານ ກິດຕິພົງ ຫາດທະວາການ ນາຍົກສະມາຄົມວີວແຊຟັນດາບແຫ່ງປະເທດໄທ, ມີບັນດາຜູ້ຕາງໜ້າຈາກພະແນກສຶກສາທິການ ແລະ ກິລາ ນວ, ແຂວງ, ຄູຝຶກ ພ້ອມດ້ວຍຄະນະຮັບຜິດຊອບເຂົ້າຮ່ວມ.
ເປີດສາກແຂ່ງຂັນຢ່າງຄຶກຄື້ນກິລາບານບ້ວງລໍ້ເລື່ອນຄົນພິການ

ເປີດສາກແຂ່ງຂັນຢ່າງຄຶກຄື້ນກິລາບານບ້ວງລໍ້ເລື່ອນຄົນພິການ

ກິລາບານບ້ວງລໍ້ເລື່ອນໃນງານມະຫະກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື ນະຄອນຫຼວງວຽງຈັນພາຣາເກມ 2025 ທີ່ນະຄອນຫຼວງວຽງຈັນ (ນວ) ເປັນເຈົ້າພາບ, ເຊິ່ງກິລາຄົນພິການແຫ່ງຊາດຄັ້ງນີ້ຖືກບັນຈຸເຂົ້າແຂ່ງຂັນເປັນຄັ້ງທີ IV ຕິດຕໍ່ກັນ 2 ຄັ້ງທຳອິດທີ່ຫຼວງພະບາງ ແລະ ອຸດົມໄຊ ເປັນກິລາສາທິດ ແຕ່ມາຊີງຫຼຽນໃນຄັ້ງທີ III ທີ່ແຂວງຊຽງຂວາງ ແລະ ນວ ໃນຄັ້ງນີ້, ແຂ່ງຂັນທີ່ສູນການແພດຟື້ນຟູໜ້າທີ່ການ ໂດຍມີ 3 ພາກສ່ວນເຂົ້າຮ່ວມຄື: ນວ ເຈົ້າພາບ, ແຂວງຈຳປາສັກ ແລະ ແຂວງຊຽງຂວາງ, ແຂ່ງຂັນ 4 ລາຍການ: ທີມຍິງ-ທີມຊາຍ 3x3 ແລະ 5x5, ມີນັກກິລາເຂົ້າຮ່ວມທັງໝົດ 27 ຄົນ ຍິງ 10 ຄົນ.
ເປີດການແຂ່ງຂັນກິລາດອກປີກໄກ່ “ນະຄອນຫຼວງວຽງຈັນພາຣາເກມ 2025”

ເປີດການແຂ່ງຂັນກິລາດອກປີກໄກ່ “ນະຄອນຫຼວງວຽງຈັນພາຣາເກມ 2025”

ການແຂ່ງຂັນກິລາດອກປີກໄກ່ ໃນງານມະຫະກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື “ນະຄອນ ຫຼວງວຽງຈັນພາຣາເກມ 2025” ທີ່ນະຄອນຫຼວງວຽງຈັນ (ນວ) ໄດ້ຮັບກຽດເປັນເຈົ້າພາບໄດ້ເປີດສາກຂຶ້ນຢ່າງເປັນທາງການໃນວັນທີ 15 ທັນວານີ້, ທີ່ເດີ່ນກິລາໃນຮົ່ມໂອແລມປາເຊຍ ນວ, ເປັນກຽດເຂົ້າຮ່ວມຂອງທ່ານ ນາງ ຈິນດາ ພົນເຕຊາ ຮອງປະທານສະຫະພັນກິລາດອກປີກໄກ່ແຫ່ງຊາດລາວ, ທ່ານ ລິມ ເຊັງຊາຍ ຮອງປະທານສະຫະພັນກິລາດອກປີກໄກ່ແຫ່ງຊາດລາວ, ທ່ານ ກຸ່ຍ ພົນເຕຊາ ຄະນະກຳມະການກິລາດອກປີກໄກ່ແຫ່ງຊາດລາວ ພ້ອມດ້ວຍນັກກິລາ ແລະ ມວນຊົນເຂົ້າຮ່ວມ.
ເພີ່ມເຕີມ