ກອງປະຊຸມຜູ້ບໍລິຫານການສຶກສາວິທະຍາສາດ ແລະ ກິລາ ທົ່ວແຂວງບໍ່ແກ້ວ

ກອງປະຊຸມຜູ້ບໍລິຫານການສຶກສາວິທະຍາສາດ ແລະ ກິລາ ທົ່ວແຂວງບໍ່ແກ້ວ

ກອງປະຊຸມຜູ້ບໍລິຫານການສຶກສາວິທະຍາສາດ ແລະ ກິລາ ທົ່ວແຂວງບໍ່ແກ້ວ
ໃນວັນທີ 12-13 ສິງຫາ 2026, ພະແນກສຶກສາທິການ ແລະ ກິລາ ແຂວງບໍ່ແກ້ວ (ສກຂ ບໍ່ແກ້ວ) ໄດ້ຈັດກອງປະຊຸມຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ ທົ່ວແຂວງ ປະຈໍາສົກຮຽນ 2025-2026 ແລະ ວາງແຜນວຽກບູລິມະສິດ ສົກຮຽນ 2026-2027 ຂຶ້ນຢ່າງເປັນທາງການ ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາແຂວງ ໂດຍການເປັນປະທານຂອງທ່ານ ວັນດີ ທໍາມະວົງ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ໂດຍມີທ່ານ ຄໍາແສງ ສຸລິຍະວົງ ຮອງປະທານຄະນະກໍາມະການປົກຄອງແຂວງບໍ່ແກ້ວ, ມີຮອງປະທານຄະນະກໍາມະການປົກຄອງເມືອງ 5 ເມືອງ, ຜູ້ອຳນວຍການໂຮງຮຽນເຕັກນິກ-ວິຊາຊີບແຂວງໜ່ວຍງານທີ່ກ່ຽວຂ້ອງຈາກຫ້ອງການສຶກສາທິການ ແລະ ກິລາເມືອງ ເຂົ້າຮ່ວມ.
ກອງປະຊມຜບລຫານການສກສາວທະຍາສາດ ແລະ ກລາ ທວແຂວງບແກວ - image 1
 

ກອງປະຊຸມໃນຄັ້ງນີ້: ໄດ້ຕີລາຄາ ແລະ ຫຼຸບປະເມີນຜົນການຈັດຕັ້ງປະຕິບັດແຜນພັດທະນາການສຶກສາ, ວິທະຍາສາດ ແລະ ກິລາ ໃນ 1 ປີ ຜ່ານມາ ຊຶ່ງໃນສົກຮຽນ 2025-2026 ນີ້ເປັນປີເລີ່ມຕົ້ນຂອງການຈັດຕັ້ງປະຕິບັດແຜນພັດທະນາຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ 5 ປີ ຄັ້ງທີ X (2026-2030), ຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ ແຂວງບໍ່ແກ້ວ ສາມາດບັນລຸຄາດໝາຍສູ້ຊົນທີ່ສະພາຮັບຮອງ ໄດ້ 8 ຄາດໝາຍ ຈາກທັງໝົດ 15 ຄາດໝາຍ. ຜົນສໍາເລັດອັນພົ້ນເດັ່ນໃນສົກຮຽນ 2025-2026 ມີຄື: ຊັ້ນປະຖົມສຶກສາ ອັດຕາເຂົ້າຮຽນລວມໃໝ່ ປ.5 ບັນລຸໄດ້ 99.4% (ເກີນຄາດໝາຍ 98.8%), ອັດຕາການປະລະການຮຽນຂອງນັກຮຽນ ປ.1 ຫຼຸດລົງເຫຼືອ 2.8% (ດີກວ່າຄາດໝາຍ 4.9%); ສາມາດຂະຫຍາຍໂອກາດການເຂົ້າຮຽນຂອງເດັກນ້ອຍ ແລະ ເຍົາວະຊົນໃນເຂດຫ່າງໄກສອກຫຼີກ, ສົ່ງເສີມການສຶກສາກ່ອນໄວຮຽນ ຊຶ່ງທົ່ວແຂວງ ມີໂຮງຮຽນລ້ຽງເດັກ-ອະນຸບານ ແລະ ຫ້ອງກຽມປະຖົມ ລວມ 163 ແຫ່ງ (338 ຫ້ອງຮຽນ).

ໃນກອງປະຊຸມໄດ້ຍົກໃຫ້ເຫັນ 7 ຄາດໝາຍທີ່ຍັງບໍ່ບັນລຸ ແລະ ສິ່ງທ້າທາຍທີ່ຕ້ອງເລັ່ງແກ້ໄຂ ມີຄື: ອັດຕາປະລະການຮຽນ ມີທ່າອ່ຽງເພີ່ມຂຶ້ນໃນຊັ້ນມັດທະຍົມສຶກສາ ໂດຍສະເພາະເຂດຫ່າງໄກສອກຫຼີກ ແລະ ເຂດຊົນເຜົ່າ. ຊຶ່ງສາເຫດຕົ້ນຕໍ ແມ່ນເກີດຈາກບັນຫາເສດຖະກິດ, ອັດຕາເງິນເຟີ້ ແລະ ຄ່າຄອງຊີບສູງ ເຮັດໃຫ້ນັກຮຽນບາງສ່ວນຕ້ອງອອກໂຮງຮຽນໄປຊ່ວຍຄອບຄົວ ຫຼື ໄປຮັບຈ້າງ; ນອກຈາກນີ້ ຍັງມີປັດໄຈຄູສອນບໍ່ພຽງພໍ, ອາຄານຮຽນຊຸດໂຊມ, ອຸປະກອນການຮຽນ-ການສອນ ແລະ ປຶ້ມແບບຮຽນຍັງບໍ່ທັນພຽງພໍ, ປະກອບກັບນັກຮຽນບາງສ່ວນຕິດເກມ ແລະ ສິ່ງເສບຕິດ.

ສຳລັບທິດທາງ ແລະ ແຜນວຽກບູລິມະສິດ ໃນສົກຮຽນ 2026-2027 ເພື່ອສືບຕໍ່ພັດທະນາຊັບພະຍາກອນມະນຸດຂອງແຂວງ ໃຫ້ມີຄຸນນະພາບ. ກອງປະຊຸມໄດ້ວາງທິດທາງ ແລະ ຄາດໝາຍສູ້ຊົນສຳຄັນຄື: 1. ອັດຕາເຂົ້າຮຽນຂອງເດັກ 5 ປີ ໃນຊັ້ນກ່ອນໄວຮຽນ ໃຫ້ບັນລຸ 97.6% ຂຶ້ນໄປ; 2. ອັດຕາເຂົ້າຮຽນໃໝ່ສຸດທິ ປ.1 ໃຫ້ບັນລຸ 99.8% ຂຶ້ນໄປ; 3. ອັດຕາປະລະຊັ້ນປະຖົມ ໃຫ້ຫຼຸດລົງຍັງເຫຼືອ 3.4% ແລະ ຊັ້ນມັດທະຍົມຕອນຕົ້ນ ຫຼຸດລົງຍັງເຫຼືອ 9.45% ແລະ 4. ບຳລຸງການສຶກສານອກໂຮງຮຽນ ແລະ ຝຶກອົບຮົມວິຊາຊີບໃຫ້ປະຊາກອນໜຸ່ມ ແລະ ຜູ້ປະລະການຮຽນ ໃຫ້ໄດ້ 549 ຄົນ. ສ່ວນແຜນວຽກຈຸດສຸມມີຄື: 1. ສືບຕໍ່ ສຶກສາອົບຮົມການເມືອງ-ແນວຄິດ, ຍົກລະດັບຄວາມສາມາດ ແລະ ຄວາມເປັນມາດຕະຖານຂອງຜູ້ບໍລິຫານ, ຄູສອນ ແລະ ພະນັກງານ; 2. ປັບປຸງພື້ນຖານໂຄງລ່າງ, ສ້ອມແປງອາຄານຮຽນ ແລະ ຈັດຕັ້ງປະຕິບັດຄູ່ມືການສອນເຝິກເວົ້າພາສາລາວໃຫ້ເດັກຊົນເຜົ່າ ຊັ້ນ ປ.1; 3. ປະສານສົມທົບກັບອຳນາດການປົກຄອງທ້ອງຖິ່ນ ແລະ ຄະນະພັດທະນາການສຶກສາຂັ້ນບ້ານ ເພື່ອປຸກລະດົມຂົນຂວາຍເດັກນ້ອຍເຂົ້າຮຽນ ແລະ ດຶງດູດນັກຮຽນທີ່ປະລະໃຫ້ກັບຄືນມາຮຽນ ແລະ 4. ສົ່ງເສີມການສ້າງສີມືແຮງງານ, ອາຊີວະສຶກສາ ແລະ ພັດທະນາວຽກງານກິລາ-ກາຍຍະກຳໃຫ້ກາຍເປັນມືອາຊີບ.

ໃນກອງປະຊຸມ, ຄະນະນຳຂັ້ນເທິງໄດ້ເນັ້ນໃຫ້ຜູ້ບໍລິຫານການສຶກສາທຸກຂັ້ນ ນຳເອົາເນື້ອໃນຈິດໃຈຂອງກອງປະຊຸມໄປຜັນຂະຫຍາຍເປັນແຜນງານລະອຽດ, ເພີ່ມທະວີຄວາມເປັນເຈົ້າການ, ຍາດແຍ່ງທຶນຮອນ ແລະ ທຸກກຳລັງແຮງໃນສັງຄົມ ເພື່ອຍົກລະດັບວຽກງານການສຶກສາ, ວິທະຍາສາດ ແລະ ກິລາ ຂອງແຂວງບໍ່ແກ້ວ ໃຫ້ມີບາດກ້າວຂະຫຍາຍຕົວດີຂຶ້ນຢ່າງຕໍ່ເນື່ອງ.ຂ່າວ: ບຸນຄົງ ວັນນະສິດ

ຄໍາເຫັນ

ຂ່າວສືກສາ-ກິລາ

ແຂ່ງຂັນກິລາບານເຕະມິດຕະພາບ 4 ພາກສ່ວນ ສະຫຼອງວັນຊາດ ແລະ ວັນສ້າງຕັ້ງ ມຊ ຄົບຮອບ 30 ປີ

ແຂ່ງຂັນກິລາບານເຕະມິດຕະພາບ 4 ພາກສ່ວນ ສະຫຼອງວັນຊາດ ແລະ ວັນສ້າງຕັ້ງ ມຊ ຄົບຮອບ 30 ປີ

ໜ່ວຍຊາວໜຸ່ມຮາກຖານ ຄະນະວິທະຍາສາດທຳມະຊາດ ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດກິດຈະກຳການແຂ່ງຂັນກິລາບານເຕະຊາຍ (7 ຮັບ 1) ແບບມິດຕະພາບ 4 ພາກສ່ວນຂຶ້ນໃນວັນທີ 30 ກັນຍາ ຜ່ານມາ ທີ່ເດີ່ນບານເຕະຫຍ້າທຽມສາທິດ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມມີທ່ານ ນາງ ວັນແສງ ຈຸນລະມະນີ ຫົວໜ້າຄະນະວິຊາ ຄະນະວິທະຍາສາດທຳມະຊາດ, ທ່ານ ສອນໄຊ ຊົງວິໄລ ຮອງຫົວໜ້າຄະນະວິຊາ ຄະນະວິທະຍາສາດທຳມະຊາດ, ທ່ານ ເພັງໄຊ ດີວັນໄຊ ຮອງຫົວໜ້າຄະນະວິຊາ ຄະນະວິທະຍາສາດທຳມະຊາດ, ຕາງໜ້າຄະນະບໍລິຫານງານຊາວໝຸ່ມ ມຊ, ບໍລິສັດ Sonsacksith Exploration and Mining ຈຳກັດ ແລະ ບໍລິສັດ GeoX ຈຳກັດ ພ້ອມດ້ວຍຄູ-ອາຈານ ແລະ ພະນັກງານກ່ຽວຂ້ອງເຂົ້າຮ່ວມ.
ຈີນຍັງຄອງຄວາມເປັນເຈົ້າຫຼຽນຄຳ ເອຊຽນເກມ ຄັ້ງທີ 20

ຈີນຍັງຄອງຄວາມເປັນເຈົ້າຫຼຽນຄຳ ເອຊຽນເກມ ຄັ້ງທີ 20

ງານມະຫະກຳການແຂ່ງຂັນກິລາເອຊຽນເກມ ຄັ້ງທີ 20, ໄອຈິ-ນາໂກຢ່າ ປະເທດຍີ່ປຸ່ນ, ໃນວັນທີ 2 ຕຸລານີ້, ມີການແຂ່ງຂັນຊີງຫຼຽນຄຳທັງໝົດ 51 ຫຼຽນ ປະກອບມີ: ມວຍສາກົນ 11 ຫຼຽນ, ຢູໂດ 5 ຫຼຽນ, ມວຍປໍ້າ 5 ຫຼຽນ, ເຮືອໃບ 5 ຫຼຽນ, ເທຄວັນໂດ 5 ຫຼຽນ, ຍິງທະນູ 3 ຫຼຽນ, ລົດຖີບ 4 ຫຼຽນ, ຍູຍິດສູ 23 ຫຼຽນ, ເຮືອແຄນູ 2 ຫຼຽນ, ສະຄວັດ 2 ຫຼຽນ, ເທັນນິສ 2 ຫຼຽນ, ອີສະປອດ 1 ຫຼຽນ, ຮອັກກີ່ 1 ຫຼຽນ, ເຕະບານ 1 ຫຼຽນ, ບານສົ່ງ 1 ຫຼຽນ.
ສມປຊ ຈັດປະຖົມນິເທດໃຫ້ແກ່ນັກສຶກສາໃໝ່ສົກຮຽນ 2026-2027

ສມປຊ ຈັດປະຖົມນິເທດໃຫ້ແກ່ນັກສຶກສາໃໝ່ສົກຮຽນ 2026-2027

ໃນວັນທີ 1 ຕຸລານີ້, ທີ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ມີການປະຖົມນິເທດໃຫ້ແກ່ນັກສຶກສາໃໝ່ປະຈຳສົກຮຽນ 2026-2027. ການປະຖົມນິເທດຄັ້ງນີ້ແມ່ນມີຄວາມສຳຄັນໃນການກຽມຄວາມພ້ອມທາງດ້ານແນວຄິດການເມືອງ, ທັດສະນະຫຼັກໝັ້ນ ແລະ ລະບຽບວິໄນໃນການດໍາລົງຊີວິດຢູ່ ສມປຊ. ນັກສຶກສາທີ່ມາຮຽນແມ່ນພະນັກງານນຳພາ-ຄຸ້ມຄອງທີ່ຖືກຄັດເລືອກມາຈາກບັນດາກະຊວງ, ອົງການ ແລະ ທ້ອງຖິ່ນຕ່າງໆໃນທົ່ວປະເທດ. ການປະຖົມນິເທດໃນຄັ້ງນີ້ລວມມີ 3 ລະບົບຄື: ລະບົບປະລິນຍາໂທຮຸ່ນທີ 22 ຈຳນວນ 118 ທ່ານ ຍິງ 38 ທ່ານ, ລະບົບປະລິນຍາຕີຮຸ່ນທີ27 ຈຳນວນ 48 ທ່ານ ຍິງ 4 ທ່ານ, ລະບົບປະລິນຍາຕີຕໍ່ເນື່ອງຮຸ່ນທີ 16 ຈຳນວນ 45 ທ່ານ ຍິງ 11ທ່ານ.
ເຕະບານຊາຍຮອງຊີງຊະນະເລີດ ຍີ່ປຸ່ນ - ສ ເກົາຫຼີ

ເຕະບານຊາຍຮອງຊີງຊະນະເລີດ ຍີ່ປຸ່ນ - ສ ເກົາຫຼີ

ງານມະຫະກຳການແຂ່ງຂັນກິລາເອຊຽນເກມ ຄັ້ງທີ 20, ໄອຈິ-ນາໂກຢ່າ ປະເທດຍີ່ປຸ່ນ ໄກ້ຈະຈົບລົງແລ້ວ ໂດຍຜົນການແຂ່ງຂັນເຕະບານຊາຍຮອບຮອງຊະນະເລີດ ຄູ່ລະຫວ່າງທີມຊາດ ຍີ່ປຸ່ນ ພົບກັບ ທີມຊາດອຸສະເບກິສຖານ ລົງສະໜາມ 90 ນາທີ ສະເໝີກັນ 1 – 1, ຕ້ອງຕໍ່ເວລາ 120 ນາທີ ຍັງສະເໝີກັນ 1 – 1 ຊຶ່ງຕ້ອງຕັດສິນດ້ວຍການເຕະລູກໂທດເພື່ອຫາຜູ້ຊະນະເຂົ້າໄປຊີງຊະນະເລີດ, ຜົນປະກົດວ່າ ທີມຊາດຍີ່ປຸ່ນເຈົ້າພາບຍິງໄດ້ແນ່ນອນກວ່າ 9 – 8 ປະຕູ, ເຮັດໃຫ້ທີມເຈົ້າພາບຜ່ານເຂົ້າໄປຊີງຫຼຽນຄຳ ໄປພົບກັນທີມຊາດ ສເກົາຫຼີ ທີ່ເອົາຊະນະທີມຊາດຈີນ ໃນຮອບຮອງຊະນະເລີດ 2 – 1 ປະຕູ. ສ່ວນທີມຊາດຈີນ ໄປຊີງທີ 3 ກັບ ອຸສະເບກິສຖານ ໂດຍທັງ 2 ຄູ່ຈະລົງແຂ່ງໃນວັນທີ 3 ຕຸລານີ້. ສໍາລັບຄູ່ຊີງຊະນະເລີດ ຫຼື ຊີງຫຼຽນຄຳ ຈະແຂ່ງຂັນກັນໃນເວລາ 13:00 ໂມງ ແລະ ຄູ່ຊີງທີ 3 ຫຼື ຊີງຫຼຽນທອງ ຈະແຂ່ງໃນເວລາ 17:30 ໂມງ ຂອງວັນທີ 3 ຕຸລາ 2026.
ທີມຈີນ ຍັງນໍາໜ້າເຈົ້າຫຼຽນຄຳ ໃນເອຊຽນເກມ ໄອຈິ-ນາໂກຢ່າ

ທີມຈີນ ຍັງນໍາໜ້າເຈົ້າຫຼຽນຄຳ ໃນເອຊຽນເກມ ໄອຈິ-ນາໂກຢ່າ

ການແຂ່ງຂັນກິລາເອຊຽນເກມ ຄັ້ງທີ 20, ໄອຈິ-ນາໂກຢ່າ ປະເທດຍີ່ປຸ່ນ ເຂົ້າມື້ທີ 11 ຂອງການແຂ່ງຂັນ ໂດຍໃນວັນທີ 30 ກັນຍານີ້, ມີການຊີງໄຊກັນທັງໝົດ 23 ຫຼຽນຄຳ ປະກອບດ້ວຍ: ຢູໂດ 4 ຫຼຽນ, ມວຍປໍ້າ 4 ຫຼຽນ, ຍິງທະນູ 3 ຫຼຽນ, ລົດຖີບ 3 ຫຼຽນ, ກິລາທາງນໍ້າ 2 ຫຼຽນ, ເຮືອແຄນູ 2 ຫຼຽນ, ປີນໜ໊າຜາ 2 ຫຼຽນ, ອີສະປອດ 1 ຫຼຽນ, ຍິງປືນ 1 ຫຼຽນ.
ທີມຈີນ ຍັງນໍາໜ້າເຈົ້າຫຼຽນຄຳ ໃນເອຊຽນເກມ ໄອຈິ-ນາໂກຢ່າ

ທີມຈີນ ຍັງນໍາໜ້າເຈົ້າຫຼຽນຄຳ ໃນເອຊຽນເກມ ໄອຈິ-ນາໂກຢ່າ

ການແຂ່ງຂັນເອຊຽນເກມ ຄັ້ງທີ 20, ກ້າວມາເຖິງມື້ທີ 10 ຂອງການແຂ່ງຂັນ ໂດຍໃນວັນທີ 29 ກັນຍານີ້ ມີການຊີງໄຊກັນທັງໝົດ 32 ຫຼຽນຄຳ ປະກອບດ້ວຍ: ແລ່ນ ແລະ ລານ 9 ຫຼຽນ, ດອກປີກໄກ່ 5 ຫຼຽນ, ຍິງປືນ 4 ຫຼຽນ, ຍົກນໍ້າໜັກ 4 ຫຼຽນ, ກິລາທາງນໍ້າ 2 ຫຼຽນ, ຄູຣາຊ 2 ຫຼຽນ, ລົດຖີບ 2 ຫຼຽນ, ກະຕໍ້ 2 ຫຼຽນ, ອີສະປອດ 1 ຫຼຽນ ແລະ ແຮນບອນ 1 ຫຼຽນ.
ທັບນັກກິລາລາວ ສາມາດຍາດໄດ້ຫຼຽນທອງ

ທັບນັກກິລາລາວ ສາມາດຍາດໄດ້ຫຼຽນທອງ

ງານມະຫະກຳກິລາເອຊຽນເກມ ຄັ້ງທີ 20 ທີ່ໄອຈິ - ນາໂກຢ່າ ປະເທດຍີ່ປຸ່ນ ກ້າວເຂົ້າສູ່ມື້ທີ 9 ຂອງການແຂ່ງຂັນ ຊຶ່ງ ທີມຊາດຈີນ ຍັງຕອງຄວາມເປັນເຈົ້າຫຼຽນຄຳ ໂດຍໄດ້ໄປ 123 ຫຼຽນຄຳ, 51 ຫຼຽນເງິນ ແລະ 42 ຫຼຽນທອງ ລວມທັງໝົດ 216 ຫຼຽນ, ອັບດັບ 2 ປະເທດເຈົ້າພາບຍີ່ປຸ່ນ 39 ຫຼຽນຄຳ, 64 ຫຼຽນເງິນ, 60 ຫຼຽນທອງ ລວມເປັນ 163 ຫຼຽນ, ອັນດັບ 3 ສເກົາຫຼີ ມີ 21 ຫຼຽນຄຳ, 24 ຫຼຽນເງິນ ແລະ 41 ຫຼຽນທອງ ລວມເປັນ 86 ຫຼຽນ.
ຈີນ ຍັງຄອງຄວາມເປັນເຈົ້າຫຼຽນຄຳ ເອຊຽນເກມ

ຈີນ ຍັງຄອງຄວາມເປັນເຈົ້າຫຼຽນຄຳ ເອຊຽນເກມ

ການແຂ່ງຂັນກິລາເອຊຽນເກມ ຄັ້ງທີ 20 ທີ່ໄອຈິ - ນາໂກຢ່າ ປະເທດຍີ່ປຸ່ນ ກ້າວເຂົ້າສູ່ມື້ທີ 6 ຊຶ່ງນັກກິລາແຕ່ລະຊາດ ໄດ້ມີຄວາມເຄື່ອນໄຫວຝຶກຊ້ອມຢ່າງຄຶກຄື້ນ ເພື່ອຍາດຊີງເອົາຫຼຽນຄຳມາຄອງໃຫ້ໄດ້. ການແຂ່ງຂັນໃນວັນທີ 25 ກັນຍານີ້, ມີການຊີງຫຼຽນຄຳທັງໝົດ 40 ຫຼຽນ ຊຶ່ງປະກອບມີ: ລອຍນໍ້າ 7 ຫຼຽນ, ຍິມນາສຕິກ 5 ຫຼຽນ, ແລ່ນ ແລະ ລານ 7 ຫຼຽນ, ເຮືອແຄນູ 4 ຫຼຽນ, ຍິງປືນ 3 ຫຼຽນ, ບານບ້ວງ 2 ຫຼຽນ, ລົດຖີບ 2 ຫຼຽນ, ຟັນດາບ 2 ຫຼຽນ, ກະຕໍ້ 2 ຫຼຽນ, ຍົກນໍ້າໜັກ 2 ຫຼຽນ ແລະ ສະເກັດບອດ 2 ຫຼຽນ ແລະ ຂີ່ມ້າ 1 ຫຼຽນ.
ເປີດຂະບວນການແຂ່ງຂັນກິລາບານເຕະຟຸດຊໍ ຕ້ອນຮັບວັນສ້າງຕັ້ງ ທຫລ ຄົບຮອບ 58 ປີ

ເປີດຂະບວນການແຂ່ງຂັນກິລາບານເຕະຟຸດຊໍ ຕ້ອນຮັບວັນສ້າງຕັ້ງ ທຫລ ຄົບຮອບ 58 ປີ

ຄະນະພັກຮາກຖານ ສາຂາທະນາຄານແຂວງອັດຕະປື ຈັດຂະບວນການແຂ່ງຂັນກິລາບານເຕະຟຸດຊໍຂຶ້ນໃນວັນທີ 23 ກັນຍາຜ່ານມາ, ເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງທະນາຄານແຫ່ງ ສປປ ລາວ (ທຫລ) ຄົບຮອບ 58 ປີ (7 ຕຸລາ 1968-7 ຕຸລາ 2026) ໂດຍມີຄະນະພັກຮາກຖານ ສາຂາທະນາຄານແຂວງຈຳປາສັກ, ຫົວໜ້າທະນາຄານແຫ່ງ ສປປ ລາວ ສາຂາພາກໃຕ້, ຄະນະພັກ-ຄະນະສາຂາທະນາຄານ, ບັນດາສາຂາທະນາຄານທຸລະກິດລັດ ແລະ ເອກະຊົນ, ສະຖາບັນການເງິນ ຕະຫຼອດຮອດນັກກິລາ ແລະ ພະນັກງານເຂົ້າຮ່ວມ.
ເມືອງໝື່ນ ເປີດຊຸດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ

ເມືອງໝື່ນ ເປີດຊຸດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ

ວັນທີ 24 ກັນຍານີ້, ເມືອງໝື່ນ ແຂວງວຽງຈັນ ຈັດພິທີເປີດຊຸດຝຶກອົບຮົມກົດໝາຍ 45 ວັນໃຫ້ພະນັກ ງານຫຼັກແຫຼ່ງຂັ້ນເມືອງ-ບ້ານ ຊຸດທີ VII ປະຈຳປີ 2026 ຂຶ້ນທີ່ສະໂມສອນໃຫຍ່ຫ້ອງວ່າການເມືອງ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ພອນສິນ ທິລະກຸນ ຮອງຫົວໜ້າພະແນກຍຸຕິທຳແຂວງ, ມີທ່ານ ຄຳຜູ ແກ້ວດວງສີ ປະທານຄະນະກຳມະການປົກຄອງເມືອງ, ມີຫົວໜ້າຫ້ອງການ, ແຂກຖືກເຊີນ ແລະ ນັກຝຶກອົບຮົມເຂົ້າຮ່ວມ.
ເພີ່ມເຕີມ