ກອງປະຊຸມປຶກສາຫາລືກະກຽມວຽກງານສ້າງຕັ້ງເວທີຄັງເງິນອາຊຽນ ASEAN Treasury Forum

ກອງປະຊຸມປຶກສາຫາລືກະກຽມວຽກງານສ້າງຕັ້ງເວທີຄັງເງິນອາຊຽນ ASEAN Treasury Forum
ກອງປະຊຸມປຶກສາຫາລືກະກຽມວຽກງານ ສ້າງຕັ້ງເວທີຄັງເງິນອາຊຽນ (ASEAN Treasury Forum)ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ນະຄອນຫຼວງວຽງຈັນ ສປປ ລາວ, ພາຍໃຕ້ການເປັນປະທານອາຊຽນ ປີ 2024ສປປລາວໄດ້ຮັບກຽດເປັນເຈົ້າພາບ. ໃນນີ້ ຂະແໜງການເງິນ ແລະ ການທະນາຄານ ກໍຄື ກະຊວງການເງິນແລະທະນາຄານແຫ່ງສປປລາວໄດ້ເປັນເຈົ້າພາບຈັດກອງປະຊຸມລະດັບໜ່ວຍງານກະກຽມເນື້ອໃນໃຫ້ແກ່ກອງປະຊຸມລະດັບຮອງລັດຖະມົນຕີການເງິນແລະຮອງຜູ້ວ່າການທະນາຄານກາງອາຊຽນASEAN Finance and Central Bank Deputies' Working Group Meeting and related meetings (AFCDM-WG)ທີ່ນະຄອນຫຼວງວຽງຈັນສປປລາວ.
    ນອກຈາກກອງປະຊຸມ AFCDM-WG ແລ້ວ ຍັງປະກອບມີກິດຈະກໍາປິ່ນອ້ອມ (Sideline Events)ຊຶ່ງຫວ່າງບໍ່ດົນມານີ້ ກໍໄດ້ຈັດກອງປະຊຸມປຶກສາຫລື ວຽກງານເພື່ອສ້າງຕັ້ງເວທີຄັງເງິນອາຊຽນ (ASEAN Treasury Forumor ATF) ໂດຍການເປັນປະທານຂອງທ່ານ ນາງ ໂຍກີ ລາມາຍັນຕີ ຫົວໜ້າກົມນະໂຍບາຍການເງິນ ກະຊວງການເງິນອິນໂດເນເຊຍ ແລະ ພ້ອມການເປັນປະທານຮ່ວມ ຂອງ ທ່ານ ນາງ ວັນພອນ ພົມມະສອນ ຫົວໜ້າຄັງເງິນແຫ່ງຊາດ ກະຊວງການເງິນ ສປປ ລາວ ແລະ ມີບັນດາຄະນະຜູ້ແທນຈາກບັນດາ 10 ປະເທດສະມາຊິກອາຊຽນ ແລະ ກອງເລຂາອາຊຽນເຂົ້າຮ່ວມ ທັງໝົດຈໍານວນ37 ທ່ານ. 
ກອງປະຊຸມATFໄດ້ດໍາເນີນເປັນເວລາເຄິງວັນ ດ້ວຍບັນຍາກາດອັນຟົດຟື້ນ ແລະ ບັນລຸ
ໝາກຜົນຢ່າງຈົບງາມຕາມຈຸດປະສົງຄາດໝາຍໄວ້. ພ້ອມດຽວກັນນີ້, ກອງປະຊຸມໄດ້ຮັບການຊົມເຊີຍ ຈາກບັນດາປະເທດສະຊິກອາຊຽນ ໃນການຕ້ອນຮັບຢ່າງອົບອຸ່ນ ແລະ ເປັນລະບຽບຮຽບຮ້ອຍ ໂດຍສະເພາະການປະກອບສ່ວນປຶກສາຫາລືຕໍ່ບັນຫາຕ່າງໆຢ່າງກົງໄປກົງມາ ເພື່ອສືບຕໍ່ການຮ່ວມມື ໃນການສ້າງຕັ້ງ ແລະ ສາມາດສະເໜີຮັບຮອງສ້າງຕັ້ງ ATF ໃນກອງປະຊຸມຮອງລັດຖະມົນຕີ ແລະ ຮອງຜູ້ວ່າທະນາຄານກາງອາຊຽນ ໃນເດືອນເມສາ 2024 ທີ່ຈະໄດ້ຈັດຂຶ້ນທີ່ ນະຄອນ-ຫຼວງພະບາງ.
ຂ່າວ: ອະນຸກຳມະການໂຄສະນາ-ຂ່າວສານແລະການພິມ 

ຄໍາເຫັນ

ຂ່າວການຮ່ວມມື

ປະທານ ໂຮ່ຈິມິນ ວິລະບູລຸດຜູ້ປົດປ່ອຍຊາດຂອງຫວຽດນາມ  (ໃນໂອກາດວັນເກີດປະທານ ໂຮ່ຈິມິນ ຄົບຮອບ 135 ປີ, 19/5/1890-19/5/2025)

ປະທານ ໂຮ່ຈິມິນ ວິລະບູລຸດຜູ້ປົດປ່ອຍຊາດຂອງຫວຽດນາມ (ໃນໂອກາດວັນເກີດປະທານ ໂຮ່ຈິມິນ ຄົບຮອບ 135 ປີ, 19/5/1890-19/5/2025)

ຮຽບຮຽງໂດຍ: ບກ ປະທານ ໂຮ່ຈິມິນ ວິລະບູລຸດແຫ່ງການປົດປ່ອຍປະເທດຊາດ, ເປັນສັນຍາລັກອັນຍິ່ງໃຫຍ່ ແຫ່ງເຈດ ຈໍານົງຂອງປວງຊົນທັງຊາດ ທີ່ໄດ້ອຸທິດທັງຊີວິດຂອງຕົນ ໃຫ້ແກ່ພາລະກິດປົດປ່ອຍປະເທດຊາດຫວຽດ ນາມ ແລະ ປະກອບສ່ວນສໍາຄັນໃນການຕໍ່ສູ້ຮ່ວມຂອງປະເທດຊາດຕ່າງໆ ເພື່ອສັນຕິພາບ, ເອກະລາດ, ປະຊາທິປະໄຕ ແລະ ຄວາມກ້າວໜ້າທາງສັງຄົມ.
ສະເຫຼີມສະຫຼອງວັນເກີດຂອງປະທານໂຮ່ຈິມິນ ຄົບຮອບ 135 ປີ

ສະເຫຼີມສະຫຼອງວັນເກີດຂອງປະທານໂຮ່ຈິມິນ ຄົບຮອບ 135 ປີ

ວັນທີ 18 ພຶດສະພານີ້ ທີ່ອານຸສອນສະຖານປະທານໂຮ່ຈິມິນ, ບ້ານຊຽງຫວາງ, ເມືອງໜອງບົກ ແຂວງຄໍາມ່ວນ, ສະຖານທູດຫວຽດນາມ ປະຈໍາລາວ ຮ່ວມກັບ ອົງການປົກຄອງແຂວງຄໍາມ່ວນ ຈັດພິທີສະເຫຼີມສະຫຼອງ ຄົບຮອບ 135 ປີ ວັນເກີດຂອງປະທານ ໂຮ່ຈິມິນ, ໂດຍມີບັນດາການນໍາພັກ - ລັດ ຂັ້ນແຂວງ ແລະ ເມືອງ, ນໍາໂດຍ ສະຫາຍ ສົມສະອາດ ອຸ່ນສີດາ ກໍາມະການພັກແຂວງ ຮອງເຈົ້າແຂວງຄໍາມ່ວນ, ສະຫາຍ ຫວຽນ ມິ ເຕິມ ເອກອັກຄະລັດຖະທູດ ຜູ້ມີອໍານາດເຕັມ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ, ມີກົງສູນໃຫຍ່ ສສ ຫວຽດນາມ ປະຈໍາແຂວງສະຫວັນນະເຂດ, ພ້ອມດ້ວຍສະມາຄົມມິດຕະພາບ ລາວ-ຫວຽດນາມ ແລະ ມວນຊົນໃນຂົງເຂດດັ່ງກ່າວເຂົ້າຮ່ວມ.
ອຽກລັງ ໃຫ້ການສະໜັບສະໜູນ ຊາວກະສິກອນຍິງ ໃນ ສປປ ລາວ

ອຽກລັງ ໃຫ້ການສະໜັບສະໜູນ ຊາວກະສິກອນຍິງ ໃນ ສປປ ລາວ

ເພື່ອຄວາມໝັ້ນຄົງທາງດ້ານອາຫານ ແລະ ໂພຊະນາການ ພ້ອມທັງເສີມສ້າງຄວາມຕ້ານທານຕໍ່ການປ່ຽນແປງຂອງສະພາບດິນຟ້າອາກາດໂດຍມຸ່ງເນັ້ນໃນການສົ່ງເສີມສິດທິ ແລະ ສັກກະຍະພາບຂອງຜູ້ຍິງ ໃນພາກການກະສິກໍາ; ປະເທດ ອຽກລັງ ໄດ້ໃຫ້ການສະໜັບສະໜູນຊາວກະສິກອນຂະໜາດນ້ອຍ ທີ່ເປັນເພດຍິງ ໃນພາກເໜືອ ຂອງ ສປປ ລາວ ປະມານ 1,000 ຄົນ ຜ່ານ ອົງການອາຫານໂລກແຫ່ງສະຫະປະຊາຊາດ (WFP) ປະຈໍາ ສປປ ລາວ ດ້ວຍມູນຄ່າ 400,000 ເອີໂຣ.
ລະດົມຄຳຄິດເຫັນດ້ານເນື້ອໃນໃສ່ປຶ້ມ 50 ປີສາຍພົວພັນ ສພຊ ລາວ - ສພຊ ຫວຽດນາມ

ລະດົມຄຳຄິດເຫັນດ້ານເນື້ອໃນໃສ່ປຶ້ມ 50 ປີສາຍພົວພັນ ສພຊ ລາວ - ສພຊ ຫວຽດນາມ

ກອງປະຊຸມລະດົມຄໍາຄິດເຫັນດ້ານເນື້ອໃນໃສ່ປຶ້ມ “50 ປີ ແຫ່ງສາຍພົວພັນລະຫວ່າງສະພາແຫ່ງຊາດ (ສພຊ)ແຫ່ງ ສປປ ລາວ ແລະ ສະພາແຫ່ງຊາດແຫ່ງ ສສ ຫວຽດນາມ, ການຮ່ວມມືຮອບດ້ານ ແລະ ພັດທະນາ” ໄດ້ຈັດຂຶ້ນໃນວັນທີ 15-16 ພຶດສະພານີ້ ທີ່ເມືອງວັງວຽງ ແຂວງວຽງຈັນ
ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ມອບແນວພັນເຂົ້າທົນນ້ຳຖ້ວມສາຍພັນໃໝ່ ( HTSN13 )ໃຫ້ ພະແນກກະສິກຳ ແລະປ່າໄມ້

ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ມອບແນວພັນເຂົ້າທົນນ້ຳຖ້ວມສາຍພັນໃໝ່ ( HTSN13 )ໃຫ້ ພະແນກກະສິກຳ ແລະປ່າໄມ້

ສະຖາບັນຄົ້ນຄວ້າກະສິກຳ-ປ່າໄມ້ ແລະ ພັດທະນາຊົນນະບົດ ມອບແນວພັນເຂົ້າທົນນ້ຳຖ້ວມສາຍພັນໃໝ່ (HTSN13) ໃຫ້ພະແນກກະສິກຳ ແລະ ປ່າໄມ້ ແຂວງສະຫວັນນະເຂດ, ພິທີມອບ-ຮັບໄດ້ຈັດຂຶ້ນໃນວັນທີ 15 ພຶດສະພາຜ່ານມາ ຢູ່ສູນຄົ້ນຄວ້າກະສິກໍາທ່າຊະໂນ ໂດຍການເຂົ້າຮ່ວມຂອງທ່ານ ວົງວິໄລ ວົງຄຳຊາວ ຫົວໜ້າສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ, ທ່ານ ຄວານ ໂດຮາ ຜູ້ອໍານວຍການສູນໂກເປຍ ປະຈໍາ ສປປ ລາວ,
ປະທານ ໂຮ່ຈິມິນ ບົນເສັ້ນທາງກອບກູ້ປະເທດຊາດ

ປະທານ ໂຮ່ຈິມິນ ບົນເສັ້ນທາງກອບກູ້ປະເທດຊາດ

ໂດຍ: ບກ ປະທານ ໂຮ່ຈິມິນ ເກີດເມື່ອວັນທີ 19 ພຶດສະພາ 1890 ທີ່ບ້ານແຊນ (ດອກບົວ), ຕາແສງກິມລຽນ, ເມືອງນາມດ່ານ, ແຂວງເງະອານ ໃນຄອບຄົວປັນຍາຊົນຜູ້ຮັກຊາດ, ເຕີບໃຫຍ່ຂຶ້ນໃນທ່າມກາງສະພາບບ້ານເມືອງທີ່ລະກໍາລັງລໍາບາກ ໂດຍໄດ້ເຫັນຂະບວນການເຄື່ອນໄຫວເພື່ອເອກະລາດ ຂອງປະຊາຊົນຫວຽດນາມ ໃນການຕໍ່ຕ້ານຝຣັ່ງ ໃນຮູບແບບຕ່າງໆເຊັ່ນ: ຂະບວນການດົງຊູ ຂອງທ່ານຟານໂບ່ຍເຈົາ, ຂະບວນການຢຸຍເຕີນ (ປະຕິຮູບ) ຂອງທ່ານຟານຈູຈິນ ຫຼື ການລຸກຮື້ຂຶ້ນຂອງຮ່ວາງຮວາຖາມ … ເຖິງແມ່ນເກີດຂຶ້ນຕິດຕໍ່ກັນ ແຕ່ກໍລົ້ມເຫຼວ, ເນື່ອງຈາກຍັງຂາດແນວທາງທີ່ຖືກຕ້ອງ.
ປີ 2025 ການຂົນສົ່ງມັນຕົ້ນຜ່ານທາງລົດໄຟລາວ-ຈີນ ເພີ່ມຂຶ້ນ 43% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ

ປີ 2025 ການຂົນສົ່ງມັນຕົ້ນຜ່ານທາງລົດໄຟລາວ-ຈີນ ເພີ່ມຂຶ້ນ 43% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ

ນັບແຕ່ເປີດໃຫ້ບໍລິການເປັນຕົ້ນມາ ທາງລົດໄຟລາວ-ຈີນໄດ້ກາຍເປັນຊ່ອງທາງຫຼັກໃນການສົ່ງອອກສິນຄ້າກະສິກໍາຂອງລາວ ໂດຍສະເພາະແມ່ນສິນຄ້າກະສິກຳປະເພດມັນຕົ້ນ. ປີ 2025 ຮອດວັນທີ 14 ພຶດສະພາ ນີ້ ພຽງ 4 ເດືອນກວ່າ ທາງລົດໄຟລາວ-ຈີນ ສາມາດຂົນສົ່ງມັນຕົ້ນໄດ້ທັງໝົດ 5,750 ຕູ້ຄອນເທັນເນີ ຫຼື ປະມານ 156,000 ໂຕນ ເພີ່ມຂຶ້ນ 43% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ.
ເຈົ້າແຂວງຈໍາປາສັກ ຕ້ອນຮັບເອກອັກຄະລັດຖະທູດ ສິງກະໂປ ປະຈໍາລາວ

ເຈົ້າແຂວງຈໍາປາສັກ ຕ້ອນຮັບເອກອັກຄະລັດຖະທູດ ສິງກະໂປ ປະຈໍາລາວ

ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈໍາປາສັກ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບ ທ່ານ ຊູເດສ ມາເນຍ ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ສິງກະໂປ ປະຈໍາ ສປປ ລາວ ໃນວັນທີ 14 ພຶດສະພາຜ່ານມາ ທີ່ຫ້ອງວ່າການແຂວງ, ໃນໂອກາດມາຢ້ຽມຢາມແຂວງຈໍາປາສັກ.
ລາວ-ໄທ ຮ່ວມມືກັນສົ່ງເສີມພັດທະນານັກກິລາຄົນພິການສອງຊາດກ້າວສູ່ເວທີສາກົນ

ລາວ-ໄທ ຮ່ວມມືກັນສົ່ງເສີມພັດທະນານັກກິລາຄົນພິການສອງຊາດກ້າວສູ່ເວທີສາກົນ

ພິທີຮ່ວມລົງນາມເຊັນສັນຍາບົດບັນທຶກຄວາມເຂົ້າໃຈ ຫຼື MOU ໄດ້ຈັດຂຶ້ນວັນທີ 13 ພຶດສະພາ ຜ່ານມາ ທີ່ສະໜາມກິລາຄົນພິການແຫ່ງປະເທດໄທ ລະຫວ່າງ ທ່ານ ນາງ ຂັນທະລີ ສີຣິພົງພັນ ປະທານ ຄະນະກຳມະການພາລາແລັມປິກແຫ່ງຊາດລາວ (ຄພລ) ແລະ ທ່ານ ໄມຕຣີ ຄົງເລືອງ ນາຍົກສະມາຄົມກິລາຄົນພິການແຫ່ງຊາດໄທ ໃນພະຣາຊະຊູປະຖຳ ເພື່ອສົ່ງເສີມ ແລະ ພັດທະນາກິລາຄົນພິການລະຫວ່າງສອງປະເທດ ຊຶ່ງມີທ່ານ ອັດສະວິນ ຈິ້ວນາຣາຍ
ທ່ານ ສະເຫຼີມໄຊ ກົມມະສິດ ຕ້ອນຮັບ ຮອງນາຍົກລັດຖະມົນຕີ ຣາຊະອານາຈັກໄທ

ທ່ານ ສະເຫຼີມໄຊ ກົມມະສິດ ຕ້ອນຮັບ ຮອງນາຍົກລັດຖະມົນຕີ ຣາຊະອານາຈັກໄທ

ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຕ້ອນຮັບ ທ່ານ ວິລະພັນ ສາລິລັດຖະວີພາກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງພະລັງງານ ແຫ່ງຣາຊະອານາຈັກໄທ ພ້ອມດ້ວຍຄະນະ ໃນວັນທີ 15 ພຶດສະພານີ້ ທີ່ນະຄອນຫຼວງວຽງຈັນ, ເນື່ອງໃນໂອກາດເດີນທາງມາຢ້າມຢາມ ແລະ ເຮັດວຽກຢູ່ ສປປ ລາວ.
ເພີ່ມເຕີມ