ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ຈະພິຈາລະນາ ແລະຮັບຮອງຫຼາຍບັນຫາ

ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ຈະພິຈາລະນາ ແລະຮັບຮອງຫຼາຍບັນຫາ
ທ່ານ ນາງ ປິ່ງຄຳ ລາຊະສິມມາ ເລຂາທິການສະພາແຫ່ງຊາດ ຫົວໜ້າກອງເລຂາອະນຸກຳມະການກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບການດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ເມື່ອວັນທີ 24 ຕຸລານີ້ ທີ່ສະພາແຫ່ງຊາດວ່າ: ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ຈະໄດ້ເປີດຂຶ້ນໃນວັນທີ 31 ຕຸລາ 2023 ແລະ ຈະດໍາເນີນໄປຮອດວັນທີ 21 ພະຈິກ 2023. 
          ກອງປະຊຸມດັ່ງກ່າວຈະໄດ້ພິຈາລະນາ ແລະ ຮັບຮອງເອົາບັນຫາສຳຄັນພື້ນຖານຂອງປະເທດຊາດຄືວຽກງານຂອງລັດຖະບານ, ບົດລາຍງານໂດຍສັງເຂບຂອງທ່ານນາຍົກລັດຖະມົນຕີ ກ່ຽວກັບສະພາບການເຄື່ອນໄຫວວຽກງານພົ້ນເດັ່ນກາງສະໄໝ 5 ປີ (2021-2025) ແລະ ແຜນການທ້າຍສະໄໝ ຮອດປີ 2025 ການຈັດຕັ້ງປະຕິບັດແຜນການ ປະຈໍາປີ 2023 ແລະ ແຜນການ ປະຈໍາປີ 2024 ຂອງລັດຖະບານ, ບົດລາຍງານ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ກາງສະໄໝ 5 ປີ (2021-2025) ແລະ ແຜນການທ້າຍສະໄໝ ຮອດປີ 2025 ການຈັດຕັ້ງປະຕິບັດແຜນການ ປະຈໍາປີ 2023 ແລະ ແຜນການ ປະຈໍາປີ 2024 ຂອງລັດຖະບານ, ບົດລາຍງານ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ກາງສະໄໝ 5 ປີ (2021-2025) ແລະ ແຜນການທ້າຍສະໄໝ ຮອດປີ 2025 ການຈັດຕັ້ງປະຕິບັດແຜນການ ປະຈໍາປີ 2023 ແລະ ແຜນການ ປະຈໍາປີ 2024 ຂອງລັດຖະບານ, ບົດລາຍງານການຈັດຕັ້ງປະຕິບັດແຜນເງິນຕາກາງສະໄໝ 5 ປີ (2021-2025) ແລະ ແຜນການທ້າຍສະໄໝ ຮອດປີ 2025 ການຈັດຕັ້ງປະຕິບັດແຜນການປະຈໍາປີ 2023 ແລະ ແຜນການ ປະຈໍາປີ 2024 ຂອງລັດຖະບານ, ບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ໄລຍະ 3 ປີຜ່ານມາ (2021-2023), ບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດໄລຍະ 3 ປີຜ່ານມາ (2021-2023), ບົດລາຍງານການປະເມີນຜົນການຈັດຕັ້ງປະຕິບັດກົດໝາຍຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ 3 ສະບັບ ຄື ກົດໝາຍວ່າດ້ວຍ ການປ້ອງກັນຊາດ, ກົດໝາຍວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ ແລະ ກົດໝາຍວ່າດ້ວຍ ກໍາລັງປ້ອງກັນຄວາມສະຫງົບປະຊາຊົນ.
    ວຽກງານອົງການກວດສອບແຫ່ງລັດ ແລະ ອົງການກວດກາແຫ່ງລັດ, ບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານກາງສະໄໝ 5 ປີ (2021-2025) ແລະ ທິດທາງແຜນການທ້າຍສະໄໝ ຮອດປີ 2025 ການຈັດຕັ້ງປະຕິບັດແຜນການ ປະຈໍາປີ 2023 ແລະ ທິດທາງແຜນການ ປະຈໍາປີ 2024 ຂອງອົງການກວດກາແຫ່ງລັດ, ບົດລາຍງານຜົນການກວດກາຕາມຜົນການກວດສອບ ປີ 2021, ບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານກາງສະໄໝ 5 ປີ (2021-2025) ແລະ ທິດທາງແຜນການທ້າຍສະໄໝ ຮອດປີ 2025 ການຈັດຕັ້ງປະຕິບັດແຜນການປະຈໍາປີ 2023 ແລະ ທິດທາງແຜນການປະຈໍາປີ 2024 ຂອງອົງການກວດສອບແຫ່ງລັດ ແລະ ບົດລາຍງານຜົນການກວດສອບບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປະຈໍາປີ 2022. 
    ວຽກງານສານປະຊາຊົນສູງສຸດ ແລະ ອົງການໄອຍະການປະຊາຊົນສູງສຸດ, ບົດລາຍງານ ການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານກາງສະໄໝ 5 ປີ (2021-2025) ແລະ ທິດທາງແຜນການທ້າຍສະໄໝຮອດປີ 2025 ການຈັດຕັ້ງປະຕິບັດແຜນການປະຈໍາປີ 2023 ແລະ ທິດທາງແຜນການ ປະຈໍາປີ 2024 ຂອງສານປະຊາຊົນສູງສຸດ, ບົດລາຍງານການຈັດຕັ້ງປະຕິບັດແຜນ ການເຄື່ອນໄຫວວຽກງານ ກາງສະໄໝ 5 ປີ (2021-2025) ແລະ ທິດທາງແຜນການທ້າຍສະໄໝ ຮອດປີ 2025 ການຈັດຕັ້ງປະຕິບັດແຜນການປະຈໍາປີ 2023 ແລະ ທິດທາງແຜນການປະຈໍາປີ 2024 ຂອງອົງການໄອຍະການປະຊາຊົນສູງສຸດ ພ້ອມກັນນັ້ນຈະໄດ້ພິຈາລະນາ ຮັບຮອງເອົາການສ້າງ ແລະ ປັບປຸງກົດໝາຍ 8 ສະບັບ ໃນນີ້ຮ່າງກົດໝາຍສ້າງໃໝ່  2  ສະບັບຄື: ຮ່າງກົດໝາຍວ່າດ້ວຍເຂດເສດຖະກິດພິເສດ, ຮ່າງກົດໝາຍວ່າດ້ວຍການຮັກສາສຸຂະພາບຂັ້ນຕົ້ນ, ກົດໝາຍປັບປຸງ  6 ສະບັບຄື ກົດໝາຍວ່າດ້ວຍການປິ່ນປົວ, ກົດໝາຍວ່າດ້ວຍຊັບສິນທາງປັນຍາ, ກົດໝາຍວ່າດ້ວຍການບັນຊີ, ກົດໝາຍວ່າດ້ວຍລະບົບການຊຳລະ, ກົດໝາຍວ່າດ້ວຍຜູ້ພິພາກສາ, ກົດໝາຍວ່າດ້ວຍການຕິດຕາມກວດກາຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ.
    ວຽກງານສະພາແຫ່ງຊາດບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ກາງສະໄໝ 5 ປີ (2021-2025) ແລະ ທິດທາງແຜນການທ້າຍສະໄໝຮອດປີ 2025 ການຈັດຕັ້ງປະຕິບັດແຜນການປະຈໍາປີ 2023 ແລະ ທິດທາງແຜນການ ປະຈໍາປີ 2024 ຂອງສະພາແຫ່ງຊາດ ການປະເມີນຜົນຄວາມໄວ້ວາງໃຈ ໃນການປະຕິບັດໜ້າທີ່ຂອງບຸກຄະລາກອນທີ່ສະພາແຫ່ງຊາດເລືອກຕັ້ງ ແລະ ຮັບຮອງເອົາການແຕ່ງຕັ້ງ, ບົດປະກອບຄໍາເຫັນຂອງຄະນະປະຈໍາສະພາແຫ່ງຊາດ, ບົດປະກອບຄໍາເຫັນຂອງຜູ້ຕາງໜ້າຄະນະປະຈໍາສະພາແຫ່ງຊາດຕໍ່ບົດລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຜນງົບປະມານ ແຜນເງິນຕາກາງສະໄໝ 5 ປີ (2021-2025) ແລະ ແຜນການທ້າຍສະໄໝ ຮອດປີ 2025 ການຈັດຕັ້ງປະຕິບັດປະຈໍາປີ 2023 ແລະ ແຜນການ ປະຈໍາປີ 2024 ຂອງລັດຖະບານ, ບົດປະ ກອບຄໍາເຫັນຂອງຜູ້ຕາງໜ້າຄະນະປະຈໍາສະພາແຫ່ງຊາດຕໍ່ບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນໄລຍະ 3 ປີຜ່ານມາ (2021-2023), ບົດປະກອບຄໍາເຫັນຂອງຜູ້ຕາງໜ້າຄະນະປະຈໍາສະພາແຫ່ງຊາດຕໍ່ບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໄລຍະ 3 ປີຜ່ານມາ (2021-2023), ບົດປະກອບຄໍາເຫັນຂອງຜູ້ຕາງໜ້າຄະນະປະຈໍາສະພາແຫ່ງຊາດຕໍ່ບົດລາຍງານການປະເມີນຜົນການຈັດຕັ້ງປະຕິບັດກົດໝາຍຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ 3 ສະບັບ ຄື: ກົດໝາຍວ່າດ້ວຍ ການປ້ອງກັນຊາດ, ກົດ  ໝາຍວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ ແລະ ກົດໝາຍວ່າດ້ວຍກໍາລັງປ້ອງກັນຄວາມສະຫງົບປະຊາຊົນ, ບົດປະກອບຄໍາເຫັນຂອງຜູ້ຕາງໜ້າຄະນະປະຈໍາສະພາແຫ່ງຊາດຕໍ່ບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ກາງສະໄໝ 5 ປີ (2021-2025) ແລະ ທິດທາງແຜນການທ້າຍສະໄໝ ຮອດປີ 2025 ການຈັດຕັ້ງປະຕິບັດແຜນການ ປະຈໍາປີ 2023 ແລະ ທິດທາງແຜນການ ປະຈໍາປີ 2024, ບົດລາຍງານຜົນການກວດສອບບົດສະຫຼຸບຂາດຕົວ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປະຈໍາປີ 2022, ບົດລາຍງານຜົນການກວດກາ ຕາມຜົນການກວດສອບ ປີ 2021 ຂອງອົງການກວດກາແຫ່ງລັດ ແລະ ອົງການກວດສອບແຫ່ງລັດ, ບົດປະກອບຄໍາເຫັນຂອງຜູ້ຕາງໜ້າຄະນະປະຈໍາສະພາແຫ່ງຊາດຕໍ່ບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ກາງສະໄໝ 5 ປີ (2021-2025) ແລະ ທິດທາງແຜນການທ້າຍສະໄໝ ຮອດປີ 2025 ການຈັດຕັ້ງປະຕິບັດແຜນການ ປະຈໍາປີ 2023 ແລະ ທິດທາງແຜນການປະຈໍາປີ 2024 ຂອງສານປະຊາຊົນສູງສຸດ ແລະ ອົງການໄອຍະການປະຊາຊົນສູງສຸດ, ບົດປະກອບຄໍາເຫັນຂອງຜູ້ຕາງໜ້າສູນກາງແນວລາວສ້າງຊາດຕໍ່ການເຄື່ອນໄຫວວຽກງານກາງສະໄໝ 5 ປີ (2021-2025) ແລະ ທິດທາງແຜນການທ້າຍສະໄໝຮອດປີ 2025 ການຈັດຕັ້ງປະຕິບັດແຜນການ ປະຈໍາປີ 2023 ແລະ ທິດທາງແຜນການ ປະຈໍາປີ 2024 ຂອງສະພາແຫ່ງຊາດ ແລະ ມະຕິກອງປະຊຸມສະພາແຫ່ງຊາດ ລວມມີ   18  ສະບັບ. 
(ຂ່າວ-ພາບ: ສຳນານ)
 

ຄໍາເຫັນ

ຂ່າວການເມືອງ

ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

ທ່ານ ບຸນຈັນ ສີວົງພັນ ຮອງປະທານສະພາແຫ່ງຊາດ ຕາງໜ້າຄະນະປະຈຳສະພາແຫ່ງຊາດ ຫົວໜ້າກອງເລຂານຸການກອງປະຊຸມ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນສໍາເລັດຂອງການດໍາເນີນກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ.
ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບ

ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບ

ທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບຕໍ່ສື່ມວນຊົນ ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ ວ່າ: ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໄດ້ສຸມໃສ່ພິຈາລະນາບັນດາຮ່າງກົດໝາຍຈໍານວນ 8 ສະບັບ. ໃນນັ້ນ, ມີກົດໝາຍສ້າງໃໝ່ 1 ສະບັບ ແລະ ປັບປຸງ 7 ສະບັບ.
ສສຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສສຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສະມາຊິກສະພາແຫ່ງຊາດ (ສຊຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ຜົນສຳເລັດ ການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ຜົນສຳເລັດ ການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນສຳເລັດການພິຈາ ລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາປີ 2026 ແລະ ທິດທາງແຜນການປີ 2027 ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ.
ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ສສຊເຂດ 11 ບໍລິຄຳໄຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ສສຊເຂດ 11 ບໍລິຄຳໄຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານສອນທະນູທໍາມະວົງສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 11 ແຂວງບໍລິຄໍາໄຊໄດ້ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍລັດຖະບານ(ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 16ຕຸລາຜ່ານມາ,ທີ່ສະພາແຫ່ງຊາດໂດຍການເປັນປະທານຂອງທ່ານນາງສູນທອນໄຊຍະຈັກຮອງປະທານສະພາແຫ່ງຊາດ.
ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

​ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ເອົາໃຈໃສ່ປະກອບຄຳເຫັນຕໍ່ຮ່າງກົດ ໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນສະບັບສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນກົດໝາຍສະບັບສ້າງໃໝ່ ປະກອບດ້ວຍ VIII ພາກ, 8 ໝວດ ແລະ 66 ມາດຕາ ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້ ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ທ່ານ ນະຄະເສນ ສີຫາລາດ ສະເໜີ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານ ນະຄະເສນ ສີຫາລາດ ສະເໜີ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານ ນະຄະເສນ ສີຫາລາດ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງ ວຽງຈັນ (ນວ) ໄດ້ປະກອບຄໍາເຫັນໃສ່ຮ່າງກົດໝາຍ ວ່າດ້ວຍລັດຖະບານ (ສະບັບປັບປຸງ) ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 16 ຕຸລາຜ່ານມາ, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ.
ສະເໜີປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສະເໜີປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ທ່ານ ນາງ ບຸນຄໍາ ວໍລະຈິດ ຜູ້ວ່າການທະນາຄານແຫ່ງສປປລາວ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນໃນການປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນກົດໝາຍສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ມອນໄຊ ລາວມົວຊົ່ງ ຮອງປະທານສະພາແຫ່ງຊາດ.
ເພີ່ມເຕີມ