ກອງປະຊຸມສຳມະນາລະດົມຄວາມເຫັນໃສ່ຮ່າງໂຄງການ ການເມືອງຂອງພັກ ຢູ່ຂັ້ນສູນກາງ

ກອງປະຊຸມສຳມະນາລະດົມຄວາມເຫັນໃສ່ຮ່າງໂຄງການ ການເມືອງຂອງພັກ ຢູ່ຂັ້ນສູນກາງ
ສະພາທິດສະດີສູນກາງພັກໄດ້ຈັດກອງປະຊຸມສຳມະນາລະດົມຄວາມເຫັນໃສ່ຮ່າງໂຄງການການເມືອງຂອງພັກ ຢູ່ຂັ້ນສູນກາງ ໃນວັນທີ 21 ພຶດສະພານີ້ ທີ່ຫ້ອງປະຊຸມໃຫຍ່ ຄະນະໂຄສະນາອົບຮົມສູນກາງພັກ,ໂດຍການເປັນປະທານ ຂອງສະຫາຍ ກິແກ້ວ ໄຂຄຳພິທູນ ກໍາມະການກົມການເມືອງສູນກາງພັກຮອງນາຍົກລັດຖະມົນຕີ; ໃນກອງປະຊຸມມີອະດີດພະນັກງານການນຳຂັ້ນສູງຂອງພັກ,ຄະນະປະຈຳສະພາທິດສະດີສູນກາງພັກ,ຄະນະເລຂາວິທະຍາສາດສະພາທິດສະດີສູນກາງພັກ, ສະມາຊິກສະພາທິດສະດີສູນກາງພັກ ແລະ ບັນດາຜູ້ຕາງໜ້າຈາກກະຊວງ-ອົງການຕ່າງໆ ອ້ອມຂ້າງນະຄອນຫຼວງວຽງຈັນ ເຂົ້າຮ່ວມ.
ກອງປະຊຸມສໍາມະນາເທື່ອນີ້ຖືວ່າເປັນຈຸດທີ4, ໃນເດືອນຜ່ານມາໄດ້ຈັດຕັ້ງກອງປະຊຸມຢູ່3 ພາກ ຄື: ພາກເໜືອ ຈັດຢູ່ແຂວງບໍ່ແກ້ວ ຊຶ່ງມີບັນດາແຂວງພາກເໜືອເຂົ້າຮ່ວມ; ພາກກາງ ຈັດຢູ່ແຂວງວຽງຈັນ, ມີບັນດາແຂວງພາກກາງເຂົ້າຮ່ວມ ແລະພາກໃຕ້ຈັດຢູ່ແຂວງເຊກອງ, ມີບັນດາແຂວງພາກໃຕ້ເຂົ້າຮ່ວມ. ບັນດາເນື້ອໃນການປະກອບຄໍາເຫັນຕ່າງໆ ຂອງບັນດາແຂວງໃນຂອບເຂດທົ່ວປະເທດ ໄດ້ສ່ອງແສງໃຫ້ເຫັນເຖິງຄວາມເປັນເອກະພາບ ແລະ ຊົມເຊີຍຕໍໍ່ກັບຮ່າງເນື້ອໃນໂຄງການການເມືອງ ພ້ອມນັ້ນ ກໍມີຄໍາເຫັນການປັບປຸງໃນບາງຈຸດ, ບາງເນື້ອໃນ ເພື່ອໃຫ້ສອດຄ່ອງກັບສະພາບຄວາມເປັນຈິງ ຂອງການນໍາພາ ຂອງພັກເຮົາ ແລະ ການກໍານົດທິດທາງຈຸດໝາຍໃນຕໍໍ່ໜ້າ.
ສະຫາຍ ກິແກ້ວ ໄຂຄຳພິທູນ ໄດ້ກ່າວວ່າ: ໂຄງການການເມືອງ ຂອງພັກແມ່ນຖະແຫຼງການສັງລວມຫຍໍ້, ມີຄວາມຈະແຈ້ງ ແລະ ມີຄວາມຊັດເຈນຊີ້ໃຫ້ເຫັນທຸກໆບັນຫາທີ່ພັກຢາກບັນລຸໄດ້ ແລະ ເພື່ອຈຸດປະສົງທີ່ຕັ້ງໄວ້; ໃນເວລາສ້າງໂຄງການການເມືອງ ປີ1972 ປະທານໄກສອນ ພົມວິຫານ ໄດ້ຍົກໃຫ້ເຫັນວ່າ: ໂຄງການການເມືອງ ແມ່ນທິດສະດີປະຕິວັດ ຂອງພັກ ມັນປຽບເໝືອນທວນໄຟ ເຍືອງທາງໃຫ້ປະຊາຊົນເຮົາເຮັດການປະຕິວັດຢ່າງມີໄຊ; ປະທານ ໄກສອນ ພົມວິຫານ ຍັງໄດ້ຈໍາແນກແຈ້ງລະຫວ່າງໂຄງການ, ນະໂຍບາຍ ແລະ ແຜນການ. ຕາມທັດສະນະຂອງເພິ່ນ ໂຄງການ ແມ່ນຫຼັກການຍຸດທະສາດ, ຍຸດໂທບາຍໃຫຍ່ ຊົ່ວໄລຍະການປະຕິວັດຊາດປະຊາທິປະໄຕ; ນະໂຍບາຍ ແມ່ນແນວທາງການເມືອງໃນຂົງເຂດໃດໜຶ່ງ(ເຊັ່ນ: ນະໂຍບາຍເສດຖະກິດ) ຊຶ່ງເປັນການໝູນໃຊ້ໂຄງການເຂົ້າໃນຂົງເຂດນີ້ຢ່າງຕົວຈິງ; ແຜນການ ແມ່ນການວາງແຜນວຽກງານຕົວຈິງ ແລະ ລໍາດັບດຳເນີນງານອັນຖືກຕ້ອງເໝາະສົມ. ຕາມທັດສະນະຂອງປະທານໄກສອນ ພົມວິຫານ ການສ້າງໂຄງການການເມືອງຂອງພັກ ຕ້ອງກໍາແໜ້ນທັດສະນະ ແລະ ວິທີການ ເພື່ອວາງໂຄງການການເມືອງ ໃຫ້ຖືກຕ້ອງ ຄື: ຖືລັດທິມາກ-ເລນິນ ແມ່ນອາວຸດອັນຄົມແຫຼມ ເພື່ອຕໍ່ສູ້ປະຕິວັດ ຢ່າງສຸດກົກສຸດປາຍ ເພື່ອປົດປ່ອຍຊົນຊັ້ນຜູ້ອອກແຮງງານ ແລະ ປະຊາຊົນທີ່ຖືກກົດຂີ່; ຕ້ອງກໍາແໜ້ນທັດສະນະຊົນຊັ້ນ ແລະ ຜະເດັດການຂອງຊົນຊັ້ນກໍາມະກອນ; ຕ້ອງກໍາແໜ້ນທັດສະນະມະຫາຊົນ, ທັດສະນະຊາດທີ່ແທ້ຈິງ ແລະ ລັດທິສາກົນກໍາມະຊີບ ຂອງລັດທິມາກ-ເລນິນ; ມີວິທີສັດຈະວິພາກຂອງລັດທິມາກ-ເລນິນ ເພື່ອຈໍາແນກສະພາບການຂອງປະເທດເຮົາໃຫ້ເລິກເຊິ່ງ ແລະ ວາງໂຄງການການເມືອງ ຂອງພັກຈຶ່ງຖືກຕ້ອງ.
ຫວນຄືນປະຫວັດສາດການນໍາພາຂອງພັກເຮົາ, ພັກໄດ້ວາງໂຄງການການເມືອງ2 ຄັັ້ງຄື: ໂຄງການດໍາເນີນງານສະເພາະໜ້າ (ໂຄງການການເມືອງ 12 ຂໍ້ປີ 1955).
ໂຄງການດໍາເນີນງານສະເພາະໜ້າ ຂອງພັກປະຊາຊົນປະຕິວັດລາວ ທີ່ຮັບຮອງໃນກອງປະຊຸມໃຫຍ່ຄັັ້ງທີ I ຂອງພັກ ໃນວັນທີ 22 ມີນາ 1955 ເປັນໂຄງການການເມືອງສະບັບທໍາອິດ ເພື່ອແນໃສ່ເຮັດຫຼ້ອນໜ້າທີີ່ ຂອງພັກໃນໄລຍະໃໝ່, ກາຍເປັນແນວທາງກູ້ຊາດ ຕ້ານຈັກກະພັດຜູ້ຮຸກຮານພັກໄດ້ຊັກຈູງປະຊາຊົນເຮົາດໍາເນີນການຕໍ່ສູ້ຍາດເອົາໄຊຊະນະນັບມື້ນັບໃຫຍ່ຫຼວງ, ສາມາດເຕົ້າໂຮມຄວາມ“ສາມັກຄີທົ່ວປວງຊົນ ສູ້ຊົນເຮັດສໍາເລັດພາລະກິດປົດປ່ອຍຊາດ. ເຮັດໃຫ້ປະເທດລາວເປັນປະເທດສັນຕິພາບ, ເອກະລາດ, ປະຊາທິປະໄຕ ເອກະພາບ ແລະ ວັດທະນາຖາວອນ”ໂຄງການການເມືອງສະບັບທີສອງ ເປັນໂຄງການການເມືອງທີີ່ຖືກຮັບຮອງຢູ່ກອງປະຊຸມໃຫຍ່ຄັ້ງທີ II ຂອງພັກ ໃນວັນທີ 3 ເດືອນ 2 ປີ 1972 ເປັນໂຄງການການເມືອງສະບັບຫຼ້າສຸດ, ເປັນໂຄງການການເມືອງທີີ່ມີເນື້ອໃນກະກຽມໃຫ້ແກ່ການຢຶດອໍານາດ, ຢູ່ໃນໄລຍະການຕໍ່ສູ້ຕ້ານຈັກກະພັດອາເມຣິກາ ຂອງປະຊາຊົນ ອິນດູຈີນ ກໍາລັງດຸເດືອດ ແລະ ສູນກາງໄດ້ຕີລາຄາວ່າ: ກຳລັງຂອງອາເມຣິກາ ໃກ້ຈະປະລາໄຊ ຢູ່ຫວຽດນາມ ແລະ ຢູ່ລາວ, ໂຄງການການເມືອງ ສະບັບທີສອງໄດ້ຂີດເສັ້ນທາງກ້າວເດີນໃຫ້ແກ່ການປະຕິວັດລາວ, ເຮັດສໍາເລັດພາລະກິດປົດປ່ອຍຊາດ, ດໍາເນີນການສ້າງແລະ ບູລະນະລະບອບປະຊາທິປະໄຕ ປະຊາຊົນ.
ນັບແຕ່ປີ 1972 ເປັນຕົ້ນມາຮອດປັດຈຸບັນ ເຖິງວ່າຈະບໍ່ມີໂຄງການການເມືອງ ແຕ່ການນໍາພາ ຂອງພັກປະຊາຊົນລາວ ແມ່ນໄດ້ນໍາພາໂດຍຜ່ານມະຕິ, ແນວທາງ ຂອງພັກໃນແຕ່ລະໄລຍະ, ອັນພົ້ນເດັ່ນແມ່ນແນວທາງການປ່ຽນແປງໃໝ່ຮອບດ້ານ ຂອງພັກຊຶ່ງສາມາດຍາດໄດ້ຜົນສໍາເລັດ ທີີ່ໃຫຍ່ຫຼວງໃນຫຼາຍດ້ານ; ເປັນການສ້າງປະຖົມປັດໄຈອັນໜັກແໜ້ນໃຫ້ແກ່ການກ້າວຂຶ້ນສູ່ສັງຄົມນິຍົມຢູ່ປະເທດເຮົາ.
ກອງປະຊຸມສໍາມະນາວິທະຍາສາດລະດົມຄວາມຄິດເຫັນໃສ່ຮ່າງໂຄງການການເມືອງໃນຄັ້ງນີ້ ມີຄວາມໝາຍຄວາມສໍາຄັນຫຼາຍ ຊຶ່ງໄດ້ຮັບຟັງການນໍາສະເໜີເນື້ອໃນຮ່າງໂຄງການການເມືອງຂອງພັກປະຊາຊົນປະຕິວັດລາວ ໂດຍສັງເຂບຈາກຄະນະຮັບຜິດຊອບຮ່າງໂຄງການການເມືອງ(ສະພາທິດສະດີສູນກາງພັກ) ແລະ ຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ປະກອບຄໍາເຫັນທີ່ປິ່ນອ້ອມເນື້ອໃນໂຄງການການເມືອງ ຕາມຄໍາຖາມເຈາະຈີ້ມ. ໂດຍສະເພາະບັນຫາທີ່ມີລັກສະນະກວມລວມທາງດ້ານທິດສະດີ-ພຶດຕິກໍາ ແລະ ບັນດາທິດທາງ, ໜ້າທີີ່ຈຸດສຸມຂອງເນື້ອໃນໂຄງການການເມືອງຂອງພັກ, ບັນດາທ່າອ່ຽງຂອງສະພາບການພາກພື້ນ ແລະ ສາກົນ ທີ່ສົ່ງຜົນສະທ້ອນຕໍ່ກັບການຈັດຕັ້ງປະຕິບັດທິດທາງ, ຈຸດໝາຍດັ່ງກ່າວ; ບັນດາຈຸດພິເສດສະພາບການໃນການພັດທະນາປະເທດຊາດ ກໍຄືການພັດທະນາເສດຖະກິດ-ສັງຄົມຂອງປະເທດເຮົາ. 
(ຂ່າວ: ສະພາທິດສະດີ;ພາບ: ແສງຈັນ)

ຄໍາເຫັນ

ຂ່າວການເມືອງ

ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

ທ່ານ ບຸນຈັນ ສີວົງພັນ ຮອງປະທານສະພາແຫ່ງຊາດ ຕາງໜ້າຄະນະປະຈຳສະພາແຫ່ງຊາດ ຫົວໜ້າກອງເລຂານຸການກອງປະຊຸມ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນສໍາເລັດຂອງການດໍາເນີນກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ.
ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບ

ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບ

ທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບຕໍ່ສື່ມວນຊົນ ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ ວ່າ: ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໄດ້ສຸມໃສ່ພິຈາລະນາບັນດາຮ່າງກົດໝາຍຈໍານວນ 8 ສະບັບ. ໃນນັ້ນ, ມີກົດໝາຍສ້າງໃໝ່ 1 ສະບັບ ແລະ ປັບປຸງ 7 ສະບັບ.
ສສຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສສຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສະມາຊິກສະພາແຫ່ງຊາດ (ສຊຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ຜົນສຳເລັດ ການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ຜົນສຳເລັດ ການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນສຳເລັດການພິຈາ ລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາປີ 2026 ແລະ ທິດທາງແຜນການປີ 2027 ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ.
ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ສສຊເຂດ 11 ບໍລິຄຳໄຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ສສຊເຂດ 11 ບໍລິຄຳໄຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານສອນທະນູທໍາມະວົງສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 11 ແຂວງບໍລິຄໍາໄຊໄດ້ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍລັດຖະບານ(ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 16ຕຸລາຜ່ານມາ,ທີ່ສະພາແຫ່ງຊາດໂດຍການເປັນປະທານຂອງທ່ານນາງສູນທອນໄຊຍະຈັກຮອງປະທານສະພາແຫ່ງຊາດ.
ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

​ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ເອົາໃຈໃສ່ປະກອບຄຳເຫັນຕໍ່ຮ່າງກົດ ໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນສະບັບສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນກົດໝາຍສະບັບສ້າງໃໝ່ ປະກອບດ້ວຍ VIII ພາກ, 8 ໝວດ ແລະ 66 ມາດຕາ ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້ ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ທ່ານ ນະຄະເສນ ສີຫາລາດ ສະເໜີ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານ ນະຄະເສນ ສີຫາລາດ ສະເໜີ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານ ນະຄະເສນ ສີຫາລາດ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງ ວຽງຈັນ (ນວ) ໄດ້ປະກອບຄໍາເຫັນໃສ່ຮ່າງກົດໝາຍ ວ່າດ້ວຍລັດຖະບານ (ສະບັບປັບປຸງ) ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 16 ຕຸລາຜ່ານມາ, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ.
ສະເໜີປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສະເໜີປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ທ່ານ ນາງ ບຸນຄໍາ ວໍລະຈິດ ຜູ້ວ່າການທະນາຄານແຫ່ງສປປລາວ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນໃນການປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນກົດໝາຍສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ມອນໄຊ ລາວມົວຊົ່ງ ຮອງປະທານສະພາແຫ່ງຊາດ.
ເພີ່ມເຕີມ