ກອງປະຊຸມເສວະນາ "ຈີນໃນລະດູບານໃໝ່ ຮ່ວມກັນເປີດໜ້າໃໝ່ແຫ່ງການສ້າງຄູ່ຮ່ວມຊາຕາກໍາລາວ - ຈີນ " ຈັດຂຶ້ນທີ່ນະຄອນຫຼວງວຽງຈັນດ້ວຍຜົນສຳເລັດ

ກອງປະຊຸມເສວະນາ "ຈີນໃນລະດູບານໃໝ່ ຮ່ວມກັນເປີດໜ້າໃໝ່ແຫ່ງການສ້າງຄູ່ຮ່ວມຊາຕາກໍາລາວ - ຈີນ " ຈັດຂຶ້ນທີ່ນະຄອນຫຼວງວຽງຈັນດ້ວຍຜົນສຳເລັດ

ກອງປະຊຸມເສວະນາ "ຈີນໃນລະດູບານໃໝ່ ຮ່ວມກັນເປີດໜ້າໃໝ່ແຫ່ງການສ້າງຄູ່ຮ່ວມຊາຕາກໍາລາວ - ຈີນ " ຈັດຂຶ້ນທີ່ນະຄອນຫຼວງວຽງຈັນດ້ວຍຜົນສຳເລັດ
ທ່ານ ດາວສະຫວັນ ເຄືອມີໄຊ ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ: ເມື່ອພວກເຮົາເວົ້າເຖິງ “ຈີນໃນລະດູບານໃໝ່”, ພວກເຮົາບໍ່ໄດ້ໝາຍເຖິງພຽງແຕ່ການປ່ຽນແປງຂອງດິນຟ້າອາກາດ, ແຕ່ພວກເຮົາກຳລັງເວົ້າເຖິງ “ຍຸກສະໄໝໃໝ່” ຂອງການພັດທະນາທີ່ທົ່ວໂລກກຳລັງຕິດຕາມເບິ່ງຢ່າງໃກ້ຊິດຕິດແທດ ໂດຍພາຍໃຕ້ການນຳພາອັນປີຊາສາມາດ ແລະ ສະຫຼາດສ່ອງໃສຂອງພັກກອມມູນິດຈີນ ທີ່ມີສະຫາຍ ສີຈິ້ນຜິງ ເປັນແກນນຳ, ປະເທດຈີນໄດ້ສ້າງສິ່ງມະ ຫັດສະຈັນຫຼາຍຢ່າງທີ່ບໍ່ເຄີຍມີມາກ່ອນໃນປະຫວັດສາດຂອງມວນມະນຸດ.
ກອງປະຊມເສວະນາ "ຈນໃນລະດບານໃໝ ຮວມກນເປດໜາໃໝແຫງການສາງຄຮວມຊາຕາກາລາວ - ຈນ " ຈດຂນທນະຄອນຫວງວຽງຈນດວຍຜນສຳເລດ - image 1
 

 

 ຕະຫຼອດໄລຍະຜ່ານມາ, ສາຍ ພົວພັນ ລາວ-ຈີນ ໄດ້ຮັບການຍົກລະ ດັບຂຶ້ນຢ່າງຕໍ່ເນື່ອງ, ຈົນກາຍເປັນ “ຄູ່ຮ່ວມຊາຕາກຳລາວ-ຈີນ” ທີ່ເປັນ ຮູບປະທຳ. ພວກເຮົາໄດ້ເຫັນໝາກ ຜົນອັນພົ້ນເດັ່ນທີ່ປ່ຽນແປງໂສມໜ້າ ການພັດທະນາຂອງປະເທດລາວ ຢ່າງສິ້ນເຊີງເຊັ່ນ: ໜຶ່ງ; ເສັ້ນທາງລົດໄຟ ລາວ-ຈີນ: ບໍ່ແມ່ນພຽງແຕ່ໂຄງລ່າງພື້ນຖານ, ແຕ່ ແມ່ນ “ເສັ້ນເລືອດໃຫຍ່” ທີ່ເຊື່ອມໂຍງ ລາວເຂົ້າກັບພາກພື້ນ ແລະ ໂລກ, ຫັນປ່ຽນລາວຈາກປະເທດທີ່ບໍ່ມີທາງອອກ ສູ່ທະເລໃຫ້ກາຍເປັນສູນກາງການ ເຊື່ອມໂຍງທາງບົກ. ສອງ; ການຮ່ວມມືດ້ານພະລັງງານ ແລະ ອຸດສາຫະກຳ: ໂຄງການ ເຂື່ອນໄຟຟ້າ, ທາງດ່ວນແລະ ເຂດ ເສດຖະກິດກວມລວມຕ່າງໆ ໄດ້ສ້າງ ວຽກເຮັດງານທຳ ແລະ ຍົກລະດັບ ຊີວິດການເປັນຢູ່ຂອງປະຊາຊົນ ລາວໃຫ້ດີຂຶ້ນເປັນກ້າວໆ. ສາມ; ການຊ່ວຍເຫຼືອດ້ານສັງ ຄົມ: ບໍ່ວ່າຈະເປັນດ້ານການສຶກສາ, ສາທາລະນະສຸກແລະ ການລຶບລ້າງ ຄວາມທຸກຍາກ, ເພື່ອນຈີນໄດ້ຢືນ ຄຽງບ່າຄຽງໄຫຼ່ກັບພວກເຮົາສະ ເໝີມາ ໂດຍສະເພາະໃນຍາມທີ່ ພວກເຮົາຜ່ານຜ່າຄວາມຫຍຸ້ງຍາກ ຂອງພະຍາດລະບາດ ແລະ ວິກິດ ການເສດຖະກິດໂລກ. ຫົວຂໍ້“ຈີນໃນລະດູບານໃໝ່ຮ່ວມ ກັນເປີດໜ້າໃໝ່ແຫ່ງການສ້າງສາຄູ່ ຮ່ວມຊາຕາກຳລາວ-ຈີນ” ໃນມື້ນີ້ ແມ່ນການກຳນົດທິດທາງໃນຕໍ່ໜ້າ ພວກເຮົາຈະບໍ່ຢຸດຢູ່ພຽງແຕ່ຜົນສຳ ເລັດໃນອະດີດແຕ່ພວກເຮົາຈະ ຮ່ວມກັນສ້າງ “ມາດຕະຖານໃໝ່” ຂອງການຮ່ວມມື: ໜຶ່ງ; ໜ້າໃໝ່ຂອງການຮ່ວມມື ແບບອັດສະລິຍະ: ພວກເຮົາຈະຮ່ວມ ກັບຈີນໃນການຫັນເປັນທັນສະໄໝ, ນຳໃຊ້AI ແລະ ເຕັກໂນໂລຊີ5G ເພື່ອພັດທະນາກະສິກຳສະອາດ ແລະ ການບໍລິຫານລັດທີ່ວ່ອງໄວ. ສອງ; ໜ້າໃໝ່ຂອງການເຊື່ອມ ໂຍງຈິດໃຈ: ຜ່ານການທ່ອງທ່ຽວ ແລະ ການແລກປ່ຽນວັດທະນະທຳ ປີ2024-2025 ແມ່ນປີທີ່ສຳຄັນໃນ ການຊຸກຍູ້ໃຫ້ປະຊາຊົນທັງສອງ ຊາດໄດ້ໃກ້ຊິດຕິດພັນກັນຫຼາຍຂຶ້ນ. ສາມ; ໜ້າໃໝ່ຂອງຄວາມຍືນ ຍົງ: ການສ້າງ “ແລວທາງເສດຖະ ກິດສີຂຽວ” ທີ່ເນັ້ນການປົກປັກຮັກ ສາສິ່ງແວດລ້ອມໄປພ້ອມໆກັບການ ສ້າງຄວາມຮັ່ງມີ. ໃນຂະນະທີ່ໂລກພວມປະເຊີນ ກັບຄວາມຜັນແປຫຼາຍຢ່າງ ແລະ ສິ່ງ ທ້າທາຍທີ່ສະຫຼັບສັບຊ້ອນ, ແຕ່ສາຍ ພົວພັນ ລາວ-ຈີນ ຍັງຄົງໜັກແໜ້ນ ຄືດັ່ງສາຍພູຫຼວງ ແລະ ຍືນຍົງຄືດັ່ງ ສາຍນ້ຳຂອງ. ພວກເຮົາເຊື່ອໝັ້ນ ຢ່າງເດັດດ່ຽວວ່າ ພາຍໃຕ້ແສງສະ ຫວ່າງຂອງ “ລະດູບານໃໝ່” ໃນປະ ເທດຈີນຈະນຳພາໃຫ້ການສ້າງສາ ຄູ່ຮ່ວມຊາຕາກຳ ລາວ-ຈີນ ກ້າວຂຶ້ນ ສູ່ລະດັບໃໝ່ທີ່ສະຫວ່າງສະໄຫວ ແລະ ຮຸ່ງເຮືອງກວ່າເກົ່າ.

ກອງປະຊມເສວະນາ "ຈນໃນລະດບານໃໝ ຮວມກນເປດໜາໃໝແຫງການສາງຄຮວມຊາຕາກາລາວ - ຈນ " ຈດຂນທນະຄອນຫວງວຽງຈນດວຍຜນສຳເລດ - image 2
 

ທ່ານ ເຊິ້ນ ໄຫສົງ ຮອງຫົວໜ້າ ຄະນະໂຄສະນາອົບຮົມສູນກາງ ພັກຄອມມູນິດຈີນ ປະທານວິທະຍຸ ໂທລະພາບສູນກາງຈີນກ່າວວ່າ: ກອງປະຊຸມສອງສະພາຂອງຈີນທີ່ ຈັດຂຶ້ນປີລະເທື່ອໄດ້ດຶງດູດຄວາມ ສົນໃຈຈາກທົ່ວໂລກອີກຄັ້ງ, ກອງປະ ຊຸມປີນີ້ໄດ້ຮັບຮອງເອົາຫຼາຍເອກະ ສານສຳຄັນເຊັ່ນ: ແຜນການພັດທະ ນາເສດຖະກິດ-ສັງຄົມ 5 ປີຄັ້ງທີ 15 ແລະອື່ນໆ. ແຜນຜັງການພັດ ທະນາທີ່ມີຄຸນນະພາບສູງຂອງຈີນ ໄດ້ສ້າງໂອກາດໃໝ່ໃຫ້ແກ່ໂລກ. ໃນໄລຍະເປີດກອງປະຊຸມສອງສະ ພາປີນີ້, ທ່ານປະທານ ສີຈິ້ນຜິງ ໄດ້ ເນັ້ນໜັກວ່າ: ຈະເປີດກວ້າງການໄຂ ປະຕູສູ່ພາຍນອກໃນລະດັບສູງ, ບຸກ ເບີກຕະຫຼາດໂລກຢ່າງກວ້າງຂວາງ ແລະ ເຊື່ອມຕໍ່ກັບວົງຈອນເສດຖະ ກິດສາກົນໃຫ້ດີຂຶ້ນ. ສິ່ງນີ້ສະແດງ ໃຫ້ເຫັນຄວາມຕັດສິນໃຈຂອງຈີນ ອີກເທື່ອໜຶ່ງວ່າ: “ປະຕູຂອງຈີນຈະ ເປີດກວ້າງຂຶ້ນຢ່າງບໍ່ຢຸດຢັ້ງ”. ນັບຕັ້ງ ແຕ່ຕົ້ນປີນີ້ມາ, ກຳລັງການຜະລິດ ໃໝ່ຂອງຈີນໄດ້ພັດທະນາຢ່າງວ່ອງ ໄວ ຊຶ່ງດິນແດນທີ່ເຕັມໄປດ້ວຍຄວາມ ມີຊີວິດຊີວາແຜ່ນນີ້ໄດ້ບົ່ມເພາະໂອ ກາດການພັດທະນາອັນໃໝ່ຂຶ້ນ ເລື້ອຍໆ. ວິທະຍຸໂທລະພາບສູນກາງ ຈີນຍິນດີເສີມຂະຫຍາຍທ່າແຮງໃນ ການເປັນສື່ສັງລວມທີ່ດີໃນສາກົນ, ອີງໃສ່ເຄືອຂ່າຍສື່ສານໃນທົ່ວໂລກ ດ້ວຍ 85 ພາສາຕ່າງປະເທດ, ສຳ ນັກງານປະຈຳຕ່າງປະເທດ 192 ແຫ່ງ ແລະ ເວທີລວມສູນສື່ຕ່າງໆ ຂອງ CGTN ເພື່ອປະກອບເປັນເວ ທີສື່ມວນຊົນໃນດ້ານການລາຍງານ ຂ່າວ, ລົງເລິກການເຊື່ອມໂຍງກັນ ດ້ານວັດທະນະທຳບວກກັບວິທະຍາ ສາດເຕັກນິກ, ສືບຕໍ່ຄົ້ນຄວ້າໃນຂົງ ເຂດໃໝ່ເຊັ່ນ: 5G, 6G, ສັນຍານ ຄວາມລະອຽດສູງກໍຄືປັນຍາປະດິດ ແລະອື່ນໆ, ດຳເນີນການແລກປ່ຽນ ດ້ານວັດທະນະທຳທີ່ເຊື່ອມສານ ຈິດໃຈປະຊາຊົນ, ຕິດພັນກັບຊີວິດ ປະຈຳວັນ ແລະ ມີຄວາມອົບອຸ່ນ ຫຼາຍຂຶ້ນ, ຮ່ວມກັບເພື່ອນມິດທັງ ຫຼາຍໃນທົ່ວໂລກແຕ້ມຮູບພາບທີ່ ສວຍງາມແຫ່ງຄວາມສີວິໄລຂອງ ມວນມະນຸດທີ່ມີເອກະລັກພິເສດ ຂອງຕົນ ແລະ ຮ່ວມມືຮ່ວມຈະເລີນ ນຳກັນ. ໃຫ້ພວກເຮົາຮ່ວມກັນສົ່ງ ເສີມສັນຕິພາບ ແລະ ການພັດທະ ນາຂອງໂລກ, ປະກອບສ່ວນເຂົ້າ ໃນການສ້າງປະຊາຄົມຮ່ວມຊາຕາ ກຳຂອງມວນມະນຸດ.

ກອງປະຊມເສວະນາ "ຈນໃນລະດບານໃໝ ຮວມກນເປດໜາໃໝແຫງການສາງຄຮວມຊາຕາກາລາວ - ຈນ " ຈດຂນທນະຄອນຫວງວຽງຈນດວຍຜນສຳເລດ - image 3
 

ທ່ານ ນາງ ຟາງຫົງ ເອກອັກ ຄະລັດຖະທູດຈີນ ປະຈຳສປປລາວ ໄດ້ນຳສະເໜີຈິດໃຈຂອງກອງປະ ຊຸມສອງສະພາປີນີ້, ທ່ານກ່າວວ່າ: ກອງປະຊຸມສອງສະພາໃນປີນີ້ມີ ຄວາມໝາຍພິເສດຫຼາຍ, ແຜນພັດ ທະນາເສດຖະກິດ-ສັງຄົມແຫ່ງ ຊາດ 5 ປີຄັ້ງທີ14 ຂອງຈີນ ໄດ້ສຳ ເລັດລົງຢ່າງຈົບງາມ ແລະ ແຜນການ 5 ປີຄັ້ງທີ15 ໄດ້ເລີ່ມຕົ້ນຂຶ້ນຢ່າງ ເປັນທາງການ, ປະເທດຈີນໄດ້ຢືນ ຢູ່ໃນຈຸດເຊື່ອມຕໍ່ທາງປະຫວັດສາດ ທີ່ສືບທອດອະດີດ ແລະເປີດອະນາ ຄົດ. ປີນີ້ກໍມີຄວາມໝາຍພິເສດສຳ ລັບປະເທດລາວເຊັ່ນດຽວກັນ, ແຜນ ພັດທະນາເສດຖະກິດ-ສັງຄົມແຫ່ງ ຊາດ 5 ປີຄັ້ງທີ9 ຂອງລາວ ໄດ້ສຳ ເລັດຢ່າງມີໄຊ, ກອງປະຊຸມໃຫຍ່ ຄັ້ງ ທີXII ຂອງພັກປະຊາຊົນປະຕິວັດ ລາວ ກໍໄດ້ຈັດຂຶ້ນຢ່າງສຳເລັດຜົນ ໃນຕົ້ນປີ ຊຶ່ງໄດ້ກຳນົດເປົ້າໝາຍສູ້ ຊົນສຳລັບພາລະກິດຂອງພັກ ແລະ ລັດ ໃນ 5 ປີຕໍ່ໜ້າ. ຂ້າພະເຈົ້າຍິນດີທີ່ຈະແບ່ງປັນ ບາງທັດສະນະໃນການເຊື່ອມຊຶມ ຈິດໃຈກອງປະຊຸມສອງສະພາຂອງ ຈີນໃນປີນີ້: 1. ການວາງແຜນແມ່ນເຄື່ອງມື ອັນສຳຄັນຂອງລັດສັງຄົມນິຍົມໃນ ການຄຸ້ມຄອງລັດ ແລະ ບໍລິຫານປະ ເທດ. ທັງສອງປະເທດຈີນ ແລະ ລາວ ລ້ວນແຕ່ມີມູນເຊື້ອອັນດີງາມໃນການ ນຳໃຊ້ແຜນການ 5 ປີເພື່ອຊີ້ນຳ ການພັດທະນາປະເທດ, ແມ່ນຄຳ ໝັ້ນສັນຍາທີ່ພັກ ແລະ ລັດຖະບານ ມີຕໍ່ປະຊາຊົນ. ສະຫາຍ ສີຈິ້ນຜິງ ເລຂາທິການໃຫຍ່ ໄດ້ຊີ້ໃຫ້ເຫັນ ວ່າ: “ສັງຄົມນິຍົມແມ່ນໄດ້ມາຈາກ ການລົງມືເຮັດ, ຍຸກສະໄໝໃໝ່ແມ່ນ ໄດ້ມາຈາກການຕໍ່ສູ້ຊົນ”. ແຜນການ ຈະດີປານໃດກໍຕາມ, ການຈັດຕັ້ງປະ ຕິບັດໃຫ້ປະກົດຜົນເປັນຈິງຈຶ່ງແມ່ນ ຂໍກະແຈສຳຄັນ. ໂຄງການໃຫຍ່ 102 ໂຄງການຂອງ “ແຜນການ 5 ປີຄັ້ງ ທີ14” ແມ່ນສຳເລັດຕາມກຳນົດເວ ລາທັງໝົດ, ນີ້ຄືການທີ່ປະເທດຈີນ ພິສູດດ້ວຍຄວາມເປັນຈິງວ່າ, ເປົ້າ ໝາຍທີ່ພັກກອມມູນິດຈີນໄດ້ກຳ ນົດໄວ້, ກໍຈະຖືກຈັດຕັ້ງປະຕິບັດໃຫ້ ສຳເລັດຢ່າງເດັດຂາດ. ຫວັງວ່າການ ເລີ່ມຕົ້ນພ້ອມກັນຂອງ “ແຜນການ 5 ປີຄັ້ງທີ15” ຂອງຈີນ ແລະ “ແຜນການ 5 ປີຄັ້ງທີ10” ຂອງລາວໃນປີນີ້, ຈະກາຍເປັນໂອກາດໃໝ່ສຳລັບ ທັງສອງຝ່າຍໃນການລົງເລິກການ ແລກປ່ຽນ ແລະ ຖອດຖອນບົດຮຽນ ຊຶ່ງກັນ ແລະກັນໃນດ້ານປະສົບການ ການຄຸ້ມຄອງລັດ ແລະ ບໍລິຫານ ປະເທດ. 2. ສະຫາຍ ເຕີ້ງສຽວຜິງ ເຄີຍ ກ່າວວ່າ: “ການປະຕິຮູບແມ່ນການ ປະຕິວັດຄັ້ງທີສອງຂອງຈີນ”. ໜຶ່ງໃນ ສັນຍານທີ່ແຮງທີ່ສຸດທີ່ສົ່ງອອກມາ ຈາກກອງປະຊຸມສອງສະພາຄັ້ງນີ້ ແມ່ນການປະຕິຮູບບໍ່ຢຸດຢັ້ງ ແລະ ການສ້າງນະວັດຕະກຳບໍ່ຢຸດພັກ. ຜົນສຳເລັດຂອງບໍລິສັດ Huawei ສະແດງໃຫ້ເຫັນວ່າ “ນະວັດຕະກຳ ບໍ່ແມ່ນສິ່ງທີ່ສາມາດລໍຖ້າໄດ້, ແຕ່ ແມ່ນສິ່ງທີ່ຕ້ອງໄດ້ຮັບການລົງທຶນ, ບາກບັ່ນສູ້ຊົນ ແລະ ອົດທົນຜ່ານ ຜ່າ”. ຈີນຍິນດີທີ່ຈະເພິ່ມການແລກ ປ່ຽນກັບລາວໃນດ້ານການລົງເລິກ ປະຕິຮູບ. 3. “ລັດຈະຈະເລີນຮຸ່ງເຮືອງໄດ້, ແມ່ນຂຶ້ນກັບການຄ້ອຍຕາມໃຈປະ ຊາຊົນ”. ນີ້ແມ່ນສະຕິປັນຍາທາງ ການເມືອງຂອງຈີນເມື່ອສອງພັນປີ ກ່ອນ ແລະ ມາຮອດມື້ນີ້ກໍຍັງຄົງ ເປັນຫຼັກການພື້ນຖານໃນການຄຸ້ມ ຄອງລັດ ແລະ ບໍລິຫານປະເທດ. ສະ ຫາຍ ສີຈິ້ນຜິງ ເລຂາທິການໃຫຍ່ ໄດ້ເນັ້ນໜັກຊ້ຳແລ້ວຊ້ຳອີກວ່າ: “ປະເທດຊາດກໍຄືປະຊາຊົນ, ປະຊາ ຊົນກໍຄືປະເທດຊາດ”, ລັດຖະບານ ຈີນໄດ້ສະເໜີວ່າ ໃນປີ2026 ຈະ ເພີ່ມທະວີການຮັບປະກັນ ແລະ ປັບ ປຸງຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ແຂງແຮງກວ່າເກົ່າ, ເພີ່ມທະວີ ການກໍ່ສ້າງຊີວິດການເປັນຢູ່ຂອງ ປະຊາຊົນໃນລັກສະນະທົ່ວເຖິງ, ເປັນພື້ນຖານ ແລະ ເປັນຕາໜ່າງ ຄວາມປອດໄພຮອງຮັບ, ເພື່ອພະ ຍາຍາມເຮັດວຽກຕົວຈິງໃຫ້ແກ່ປະ ຊາຊົນໃຫ້ຫຼາຍຂຶ້ນ. ການເອົາປະຊາຊົນເປັນໃຈກາງ ກໍເປັນແນວຄວາມຄິດຫຼັກໃນການ ຄຸ້ມຄອງລັດ ແລະ ບໍລິຫານປະເທດ ຂອງພັກປະຊາຊົນປະຕິວັດລາວ ເຊັ່ນກັນ. ຝ່າຍຈີນຍິນດີທີ່ຈະເພີ່ມ ທະວີການແລກປ່ຽນປະສົບການ ກັບຝ່າຍລາວ ໃນດ້ານການແກ້ໄຂ ແລະ ຫຼຸດຜ່ອນຄວາມທຸກຍາກ, ການ ຟື້ນຟູຊົນນະບົດ ແລະ ອື່ນໆ, ເພີ່ມທະວີການຮ່ວມມືໃນຂົງເຂດຊີວິດ ການເປັນຢູ່ຂອງປະຊາຊົນ ແລະ ຫັນ ຊັບພະຍາກອນການຊ່ວຍເຫຼືອຂອງ ຝ່າຍຈີນຕໍ່ລາວ ໄປສູ່ຂົງເຂດຊີວິດ ການເປັນຢູ່ຂອງປະຊາຊົນ ແລະ ຊົນ ນະບົດຂອງລາວໃຫ້ຫຼາຍຂຶ້ນ, ເພື່ອ ຊ່ວຍໃຫ້ປະຊາຊົນລາວຫຼຸດພົ້ນອອກ ຈາກຄວາມທຸກຍາກ ແລະ ກາຍເປັນ ຄົນຮັ່ງມີໂດຍໄວ. 4. ການນຳໃຊ້ການເປີດປະຕູ ເພື່ອຊຸກຍູ້ການປະຕິຮູບ ແລະ ຊຸກ ຍູ້ການພັດທະນາ, ແມ່ນພຶດຕິກຳທີ່ ປະສົບຄວາມສຳເລັດໃນການປະຕິ ຮູບ ແລະ ການພັດທະນາຂອງຈີນ. ບົດລາຍງານວຽກງານຂອງລັດຖະ ບານໃນປີນີ້ໄດ້ສະເໜີວ່າ ປະເທດ ຈີນຈະເປີດກວ້າງການເປີດປະຕູສູ່ ພາຍນອກໃນລະດັບສູງຕື່ມອີກ, ຢຶດໝັ້ນໃນການຮ່ວມມືແບບຕ່າງ ຝ່າຍຕ່າງມີຜົນປະໂຫຍດ, ເພື່ອໃຫ້ ໝາກຜົນຂອງການຮ່ວມມືໄດ້ສ້າງ ຜົນປະໂຫຍດໃຫ້ແກ່ປະຊາຊົນທຸກ ປະເທດຫຼາຍຂຶ້ນ. ກອງປະຊຸມສອງ ສະພາຄັ້ງນີ້ໄດ້ກຳນົດມາດຕະການ ສຳຄັນຈຳນວນໜຶ່ງສຳລັບການເປີດ ປະຕູສູ່ພາຍນອກໃນລະດັບສູງ, ສຳ ລັບສະຫາຍລາວແລ້ວ, ມີຜົນປະໂຫຍດ ໂດຍກົງຈຳນວນໜຶ່ງທີ່ຄວນໃຫ້ ຄວາມສົນໃຈ: ໜຶ່ງ, ແມ່ນເສັ້ນທາງຄຳຂອງທາງ ລົດໄຟລາວ-ຈີນຈະຍິ່ງແລ່ນຍິ່ງກວ້າງ ຂວາງຂຶ້ນ. ສອງ, ແມ່ນ “ຍີ່ຫໍ້ລະບົບ ນິເວດ” (Ecological brand) ຂອງ ລາວນັບມື້ນັບມີມູນຄ່າສູງຂຶ້ນໃນປະ ເທດຈີນ. ສາມ, ແມ່ນອະນາຄົດຂອງ ການຮ່ວມມືຕົວຈິງຈີນ-ລາວ ນັບມື້ ນັບກວ້າງຂວາງຂຶ້ນ. ຝ່າຍຈີນຍິນດີທີ່ຈະຮ່ວມກັບ ຝ່າຍລາວ, ປະຕິບັດຕາມຄວາມຮັບ ຮູ້ຮ່ວມກັນອັນສຳຄັນທີ່ການນຳສູງ ສຸດຂອງສອງພັກສອງລັດບັນລຸໄດ້, ຊຸກຍູ້ການສ້າງຄູ່ຮ່ວມຊາຕາກຳຈີນ- ລາວໃຫ້ອອກດອກອອກຜົນໃໝ່ ຢ່າງບໍ່ຢຸດຢັ້ງໃນຍຸກສະໄໝໃໝ່, ເພື່ອ ຊຸກຍູ້ຄວາມໝັ້ນທ່ຽງໃຫ້ແກ່ໂລກທີ່ ພວມມີການປ່ຽນແປງ ແລະ ປັ່ນປ່ວນ ໃຫ້ຫຼາຍຂຶ້ນ ແລະ ເສີມຂະຫຍາຍ ບົດບາດເປັນແບບຢ່າງທີ່ດີໃນການ ຊຸກຍູ້ການສ້າງຄູ່ຮ່ວມຊາຕາກຳຂອງ ມວນມະນຸດໃຫ້ໃຫຍ່ຫຼວງກວ່າເກົ່າ.

ກອງປະຊມເສວະນາ "ຈນໃນລະດບານໃໝ ຮວມກນເປດໜາໃໝແຫງການສາງຄຮວມຊາຕາກາລາວ - ຈນ " ຈດຂນທນະຄອນຫວງວຽງຈນດວຍຜນສຳເລດ - image 4
 

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ນຳສະເໜີລາຍລະອຽດ ກ່ຽວກັບ “ການກໍ່ສ້າງ ແລະການ ເຊື່ອມໂຍງເຊື່ອມຈອດທາງລົດໄຟ ລາວ-ຈີນ”, ທ່ານກ່າວວ່າ: ເສັ້ນທາງ ລົດໄຟລາວ-ຈີນ ໄດ້ເລີ່ມລົງມືຈັດ ຕັ້ງປະຕິບັດກໍ່ສ້າງເປັນທາງການ ໃນປີ2016 ແລະ ສຳເລັດເປີດບໍລິ ການຢ່າງເປັນທາງການ ນັບຕັ້ງແຕ່ ວັນທີ3 ທັນວາ 2021 ເປັນຕົ້ນມາ; ພາຍຫຼັງເປີດການບໍລິການຈົນມາ ຮອດປັດຈຸບັນ, ເຫັນວ່າເສັ້ນທາງດັ່ງ ກ່າວນີ້ ໄດ້ປະກອບສ່ວນກະຕຸກຊຸກ ຍູ້ຢ່າງແຂງແຮງເຂົ້າໃນການພັດທະ ນາເສດຖະກິດ-ສັງຄົມຂອງ ສປປ ລາວ ໂດຍສະເພາະແມ່ນແຜນພັດ ທະນາເສດຖະກິດ-ສັງຄົມ ໃນແຕ່ ລະໄລຍະຂອງລັດຖະບານ, ປະກອບ ສ່ວນເຂົ້າໃນການຈັດຕັ້ງປະຕິບັດ ວາລະແຫ່ງຊາດວ່າດ້ວຍການແກ້ ໄຂຄວາມຫຍຸ້ງຍາກທາງດ້ານເສດ ຖະກິດ-ການເງິນໂດຍໄດ້ສະແດງ ອອກໃນໂຕເລກການຂົນສົ່ງຜູ້ໂດຍ ສານ ແລະ ຂົນສົ່ງສິນຄ້າຄື: ໃນໄລ ຍະສີ່ປີກວ່າທີ່ຜ່ານມາ, ສະເພາະ ຢູ່ເບື້ອງລາວ ລົດໄຟລາວ-ຈີນ ສາ ມາດຂົນສົ່ງຜູ້ໂດຍສານໄດ້ຫຼາຍ ກວ່າ 12.8 ລ້ານກວ່າເທື່ອຄົນ, ຂົນ ສົ່ງສິນຄ້າໄດ້ຫຼາຍກວ່າ 18 ລ້ານ ກວ່າໂຕນ; ຖ້າໄລ່ສະເລ່ຍທັງເບື້ອງ ລາວ ແລະ ເບື້ອງຈີນ ນະຄອນຫຼວງ ວຽງຈັນ-ຄຸນໝິງ ການຂົນສົ່ງໂດຍ ສານໄດ້ 62 ລ້ານເທື່ອຄົນ ແລະ ຂົນສົ່ງສິນຄ້າໄດ້ 72 ລ້ານໂຕນ; ການຂົນສົ່ງທາງລົດໄຟທີ່ທັນສະໄໝ ນີ້ໄດ້ເຮັດໃຫ້ລະບົບການຂົນສົ່ງມີ ຄວາມປອດໄພສູງ, ມີຜົນກະທົບຕໍ່ ສິ່ງແວດລ້ອມຕໍ່າ, ຫຼຸດຜ່ອນຄວາມ ແອອັດໃນການສັນຈອນທາງຖະໜົນ, ຄ່າຂົນສົ່ງຖືກກວ່າ, ໄລຍະເວລາການ ຂົນສົ່ງສັ້ນກວ່າ, ຂົນສົ່ງໄດ້ຈຳນວນ ຫຼວງຫຼາຍ ແລະ ຕົງຕໍ່ເວລາກວ່າແນ່ ນອນເສັ້ນທາງດັ່ງກ່າວນີ້ກໍໄດ້ຫັນປ່ຽນ ຮູບໂສມຂະແໜງການບໍລິການຂອງ ສປປ ລາວ ເວົ້າລວມ, ເວົ້າສະເພາະ ແມ່ນພື້ນຖານໂຄງລ່າງດ້ານຄົມມະ ນາຄົມ-ຂົນສົ່ງຂອງ ສປປ ລາວ ໃຫ້ ກາຍເປັນໃຈກາງສຳຄັນຂອງການ ເຊື່ອມຈອດ ແລະ ເຊື່ອມໂຍງດ້ານການ ຄ້າ, ການຜະລິດ, ການທ່ອງທ່ຽວ ແລະ ໂລຈິດສະຕິກຂອງພາກພື້ນ ແລະ ສາ ກົນເຮັດໃຫ້ສປປ ລາວ ກ້າວເຂົ້າສູ່ຍຸກ ສະໄໝໃໝ່ຂອງການບໍລິການຂົນສົ່ງ ທາງລາງຢ່າງແທ້ຈິງ. ອີງໃສ່ສະຖິຕິ ແລ້ວເຫັນວ່າ ປະລິມານການຂົນສົ່ງ ຜູ້ໂດຍສານ ແລະ ສິນຄ້າ ໄດ້ມີການ ເພີ່ມຂຶ້ນໃນແຕ່ລະປີ ຊຶ່ງໄດ້ເປັນຂີດ ໝາຍທີ່ສຳຄັນທີ່ຊີ້ບອກໃຫ້ເຫັນເຖິງ ປະສິດທິພາບ ແລະ ປະສິດທິຜົນຂອງ ການຂົນສົ່ງທາງລົດໄຟເວົ້າລວມ, ເວົ້າສະເພາະແມ່ນເສັ້ນທາງລົດໄຟ ລາວ-ຈີນສາຍນີ້ ສາມາດບັນລຸຕາມ ເປົ້າໝາຍຂອງການສຶກສາໃນເບື້ອງ ຕົ້ນ. ທັງໝົດນັ້ນ, ມັນໄດ້ສະແດງໃຫ້ ເຫັນເຖິງຜົນສຳເລັດຂອງການຮ່ວມມື ຂອງສອງພັກ-ສອງລັດຖະບານລາວຈີນ ເວົ້າລວມ, ເວົ້າສະເພາະແມ່ນຜົນ ສຳເລັດຂອງໂຄງການທີ່ສາມາດ ສ້າງຜົນປະໂຫຍດໃຫ້ແກ່ການພັດທະ ນາເສດຖະກິດ-ສັງຄົມຂອງ ສປປ ລາວ. ຄຽງຄູ່ກັນນັ້ນ, ເສັ້ນທາງລົດໄຟລາວ- ຈີນຍັງໄດ້ຊ່ວຍສ້າງວຽກເຮັດງານທຳ ໃຫ້ແກ່ສັງຄົມກໍຄືປະຊາຊົນຂອງ ສປປ ລາວ.

ກອງປະຊມເສວະນາ "ຈນໃນລະດບານໃໝ ຮວມກນເປດໜາໃໝແຫງການສາງຄຮວມຊາຕາກາລາວ - ຈນ " ຈດຂນທນະຄອນຫວງວຽງຈນດວຍຜນສຳເລດ - image 5
 

ທ່ານ ຄຳມອນ ຈັນທະຈິດ ຮອງ ຫົວໜ້າຄະນະໂຄສະນາອົບຮົມສູນ ກາງພັກ ຮອງປະທານສະພາທິດສະ ດີສູນກາງພັກໄດ້ມີຄຳເຫັນປິ່ນອ້ອມ ຫົວຂໍ້ຫຼັກຄື: “ຖືປະຊາຊົນເປັນສິ່ງ ສຳຄັນກວ່າໝູ່” ໄດ້ບັນຍາຍແນວ ຄວາມຄິດຮ່ວມກັນຂອງການວາງ ແຜນຜັງການພັດທະນາຂອງສອງ ປະເທດ ພ້ອມດ້ວຍອະນາຄົດການ ຮ່ວມມືລາວ-ຈີນ. ໃນຄຳປາໄສ, ທ່ານ ໄດ້ອ້າງເຖິງຄຳເວົ້າສຳຄັນຂອງ ສະຫາຍ ສີ ຈິ້ນຜິງ ເລຂາທິການ ໃຫຍ່ທີ່ວ່າ:” ພັກຂອງພວກເຮົາມາ ຈາກປະຊາຊົນ, ມີຮາກຖານຢູ່ໃນປະ ຊາຊົນ ແລະ ຮັບໃຊ້ປະຊາຊົນ. ພື້ນ ຖານ, ເລືອດ, ຊີວິດ ແລະ ຄວາມ ເຂັ້ມແຂງຂອງພັກແມ່ນຢູ່ໃນປະ ຊາຊົນ. ຖ້າບໍ່ມີການສະໜັບສະໜູນ ຈາກປະຊາຊົນ, ອຸດົມການ ແລະ ວຽກງານຂອງພັກຈະບໍ່ມີຄວາມ ໝາຍຫຍັງ” ແລະ ໃຊ້ສິ່ງນີ້ເປັນຈຸດ ເລີ່ມຕົ້ນ ເພື່ອບັນຍາຍຢ່າງເລິກ ເຊິ່ງວ່າ ການວາງແຜນສຳລັບແຜນ 5 ປີຄັ້ງທີ15 ຂອງຈີນ ແມ່ນກວມ ເອົາແນວຄວາມຄິດນີ້ເຂົ້າໃນທຸກ ດ້ານຂອງການພັດທະນາເສດຖະ ກິດ ແລະ ສັງຄົມ ໂດຍຢຶດໝັ້ນຫຼັກ ການທີ່ວ່າ: ການພັດທະນາແມ່ນ ເພື່ອປະຊາຊົນ, ອາໄສປະຊາຊົນ, ແລະ ໝາກຜົນຂອງການພັດທະນາ ແມ່ນໃຫ້ປະຊາຊົນຊົມໃຊ້ຮ່ວມ ກັນ ແລະ ທ່ານເນັ້ນໜັກວ່າ: ແຜນ 5 ປີຄັ້ງທີX ຂອງລາວໄດ້ເນັ້ນໃສ່: ປັບປຸງຊີວິດການເປັນຢູ່ຂອງປະຊາ ຊົນໃຫ້ດີຂຶ້ນ, ຕົວເມືອງ ແລະ ເຂດ ຊົນນະບົດໄດ້ຮັບການພັດທະນາ ຢ່າງສົມຄູ່ ແລະ ແກ້ໄຂຄວາມທຸກ ຍາກຂອງປະຊາຊົນຫຼຸດລົງເທື່ອ ລະກ້າວ. ຈີນ-ລາວແມ່ນລ້ວນແຕ່ມີເປົ້າ ໝາຍຮັບໃຊ້ປະຊາຊົນຢ່າງຊັດ ເຈນ. ທັດສະນະການພັດທະນາຂອງ ຈີນທີ່ຖືປະຊາຊົນສຳຄັນກວ່າໝູ່ ນັ້ນສາມາດຖອດໄດ້ບາງບົດຮຽນ ຄື: 1). ບົດຮຽນການນຳພາຂອງພັກ ໃນການແກ້ໄຂຄວາມທຸກຍາກຖືກ ເປົ້າໝາຍຂອງຈີນແມ່ນບົດຮຽນ ອັນລ້ຳຄ່າໃຫ້ແກ່ລາວ; 2). ແນວຄິດ ຖືປະຊາຊົນເປັນສິ່ງສຳຄັນໄດ້ສະ ແດງອອກຢ່າງເປັນຮູບປະທຳໃນ ການປັບປຸງລະບຽບການແບ່ງ ລາຍຮັບໃຫ້ສົມບູນ; ການປະຕິບັດ ນະໂຍບາຍປະກອບອາຊີບ; ການ ປະຕິບັດລະບົບປະກັນສັງຄົມທີ່ຄົບ ຖ້ວນ ແລະ ລົງເລິກປະຕິຮູບສາທາ ລະນະສຸກ. 3). ການຢຶດຖືຫຼັກການ ຫັນເປັນທັນສະໄໝແບບຈີນທີ່ປະ ຊາຊົນທຸກທົ່ວໜ້າຮັ່ງມີໄປພ້ອມກັນ ໄດ້ເປັນການຢັ້ງຢືນເຖິງການເອົາ ໃຈໃສ່ປະຊາຊົນເໜືອກວ່າສິ່ງອື່ນ ໃດທັງໝົດ. ແຜນພັດທະນາ 5 ປີຄັ້ງທີ 15 ຂອງພັກກອມມູນິດຈີນໄດ້ສົ່ງ ຜົນທີ່ດີໃຫ້ແກ່ການພັດທະນາຢູ່ ສປປ ລາວດັ່ງນີ້: 1). ດ້ານການ ເມືອງ: ການກຳນົດທິດທາງພັດທະ ນາທີ່ມີຄຸນນະພາບສູງໃນ 5 ປີຂ້າງ ໜ້າຂອງຈີນບໍ່ພຽງແຕ່ໄດ້ວາດ ພາບອັນຍິ່ງໃຫຍ່ແຫ່ງການຫັນ ເປັນທັນສະໄໝແບບຈີນເທົ່ານັ້ນ, ຍັງຈະເພີ່ມເນື້ອໃນອັນອຸດົມສົມ ບູນໃນຍຸກໃໝ່ໃຫ້ແກ່ການຮ່ວມ ກັນສ້າງຄູ່ຮ່ວມຊາຕາກຳລາວ- ຈີນອີກໃຫ້ໄດ້ຮັບໝາກຜົນ ແລະ ຈະຊຸກຍູ້ສາຍພົວພັນລະຫວ່າງຈີນ- ລາວເຂົ້າສູ່ລວງເລິກຢ່າງເປັນຮູບ ປະທຳ. 2). ດ້ານເສດຖະກິດ: ການຮ່ວມກັນສ້າງໜຶ່ງແລວ ໜຶ່ງ ເສັ້ນທາງ ທີ່ມີຄຸນນະພາບສູງເປັນ ທິດທາງສຳຄັນສຳລັບການຮ່ວມ ມືລະຫວ່າງຈີນ-ລາວ. ໃນ 5 ປີ ຂ້າງໜ້າການຮ່ວມມືຈີນ-ລາວຈະ ບໍ່ຖືກຈຳກັດຢູ່ພຽງແຕ່ການສ້າງ ພື້ນຖານໂຄງລ່າງດ້ານຄົມມະ ນາຄົມຢ່າງດຽວເທົ່ານັ້ນ, ຫາກຈະ ຫັນໄປສູ່ການຍົກລະດັບຢ່າງຮອບ ດ້ານເຊັ່ນ: ເປັນສູນກາງຈໍລະຈອນ ສິນຄ້າ, ນິຄົມອຸດສາຫະກຳ, ເສດ ຖະກິດດີຈີຕອນ ແລະ ອື່ນໆ. ສິ່ງນີ້ ຖືເປັນປ່ອງຢ້ຽມໃໝ່ແຫ່ງການພັດ ທະນາແບບກ້າວກະໂດດສຳລັບ ລາວ. 3). ດ້ານວັດທະນະທຳ- ສັງຄົມ: ຈີນໄດ້ມີບົດຮຽນໃນການ ແກ້ໄຂຄວາມທຸກຍາກຂອງປະຊາ ຊົນທີ່ປະສົບຜົນສຳເລັດ; ຈີນມີບົດ ຮຽນໃນການພັດທະນາການສຶກ ສາ, ການແພດ, ການປິ່ນປົວ ແລະ ການປົກປັກຮັກສາອະລິຍະທຳ ຂອງຈີນ, ພ້ອມທັງມີບົດຮຽນໃນ ການພັດທະນາວັດທະນຳດ້ານ ວັດຖຸແລະ ຈິດໃຈໄປກົມກຽວກັນ. 4). ດ້ານການພົວພັນຕ່າງປະເທດ: ປີ 2026 ເປັນປີແຫ່ງການສ້າງຕັ້ງ ສາຍພົວພັນທາງການທູດລະ ຫວ່າງຈີນ-ລາວ ຄົບຮອບ 65 ປີ ທັງເປັນປີມິດຕະພາບຈີນ-ລາວ, ແຜນພັດທະນາເສດຖະກິດ-ສັງ ຄົມແຫ່ງຊາດ 5 ປີຄັ້ງທີXV ຂອງ ຈີນຈະເພີ່ມຄວາມໝາຍສຳຄັນພິ ເສດກໍຄືເພີ່ມແຮງຂັບເຄື່ອນທີ່ແຂງ ແຮງໃຫ້ການພົວພັນລະຫວ່າງ ສອງປະເທດແຕກດອກອອກຜົນຍິ່ງຂຶ້ນ.

ກອງປະຊມເສວະນາ "ຈນໃນລະດບານໃໝ ຮວມກນເປດໜາໃໝແຫງການສາງຄຮວມຊາຕາກາລາວ - ຈນ " ຈດຂນທນະຄອນຫວງວຽງຈນດວຍຜນສຳເລດ - image 6
 

ທ່ານ ວົງສະຫວັນ ໄຊຍະວົງ ປະທານປົກຄອງແຂວງອຸດົມໄຊ ໄດ້ ກ່າວຄຳປາໄສທີ່ໜ້າສົນໃຈກ່ຽວກັບ “ການພັດທະນາພະລັງງານສີຂຽວ ກັບການພັດທະນາເສດຖະກິດໃນ ພາກເໜືອຂອງລາວ”. ທ່ານຊີ້ໃຫ້ເຫັນ ວ່າ: ການພັດທະນາສີຂຽວແມ່ນທ່າ ອ່ຽງລວມທີ່ຕ້ອງເປັນໄປ, ແມ່ນເນື້ອ ໃນພື້ນຖານຂອງການພັດທະນາຢູສປປ ລາວ ຕາມແນວທາງປ່ຽນ ແປງໃໝ່. ແຂວງອຸດົມໄຊມີຄວາມ ອຸດົມສົມບູນໄປດ້ວຍແຫຼ່ງຊັບ ພະຍາກອນທຳມະຊາດມີພື້ນ ທີ່ເໜາະສົມໃນການພັດທະນາ ພະລັງງານສະອາດ ແລະ ອື່ນໆ. ມີຍຸດທະສາດທີ່ສຳຄັນທາງດ້ານ ຄົມມະນາຄົມເປັນຈຸດເຊື່ອມໂຍງ ພະລັງງານກັບ ສປ ຈີນ ແລະ ບັນດາແຂວງພາກເໜືອ. ໃນປັດຈຸ ບັນທົ່ວແຂວງອຸດົມໄຊ ມີໂຄງການ ພັດທະນາພະລັງງານສະອາດທັງ ໝົດ 15 ໂຄງການ, ສຳລັບໂຄງການ ພັດທະນາພະລັງງານແສງຕາເວັນ ໄດ້ຈັດຕັ້ງປະຕິບັດສຳເລັດແລ້ວ 1 ໂຄງການ, ມີກຳລັງຕິດຕັ້ງເຖິງ 1.000 ເມກາວັດແມ່ນໂຄງການຜະລິດພະ ລັງງານສະອາດ, ເປັນມິດກັບສິ່ງ ແວດລ້ອມທີ່ມີຂະໜາດໃຫຍ່ທີ່ສຸດ ໃນ ສປປ ລາວ ແລະ ໃຫຍ່ທີ່ສຸດໃນ 11 ປະເທດອາຊຽນ ຊຶ່ງສ່ວນໃຫຍ່ ແມ່ນການລົງທຶນຈາກ ສປ ຈີນ. ຜົນສຳເລັດໃນການພັດທະນາ ໂຄງການພັດທະນາພະລັງງານ ແສງຕາເວັນຢູ່ແຂວງອຸດົມໄຊແມ່ນ ຜົນສຳເລັດທີ່ສຳຄັນ, ກາຍເປັນພື້ນ ຖານທີ່ສຳຄັນໃຫ້ແກ່ການພັດທະ ນາເສດຖະກິດ-ສັງຄົມຢູ່ພາຍໃນ ແຂວງອຸດົມໄຊ ແລະ ການຊ່ວຍໜູນ ໃຫ້ແກ່ການພັດທະນາບັນດາແຂວງ ໃນເຂດພາກເໜືອຂອງ ສປປ ລາວ. ອັນສຳຄັນແມ່ນໄດ້ຕິດພັນຢ່າງສະ ໜິດແໜ້ນກັບການປະຕິບັດຍຸດທະ ສາດການພັດທະນາຊົນນະບົດ, ການສ້າງບ້ານພັດທະນາ, ການສ້າງ ວຽກເຮັດງານທຳ, ການສ້າງລາຍ ຮັບ ແລະ ແກ້ໄຂຄວາມທຸກຍາກຂອງ ປະຊາຊົນບັນດາເຜົ່າ. ພວກເຮົາມີຄວາມພາກພູມໃຈ ເປັນຢ່າງຍິ່ງທີ່ເຫັນວ່າ: ຜົນສຳເລັດ ໃນການພັດທະນາພະລັງງານ ແສງຕາເວັນ ໄດ້ສ້າງພື້ນຖານທີ່ສຳ ຄັນໃຫ້ແກ່ການພັດທະນາເສດຖະ ກິດ-ສັງຄົມຢູ່ພາຍໃນແຂວງອຸດົມ ໄຊ, ໂຄງການພັດທະນາໄຟຟ້າແສງ ຕາເວັນ ໄດ້ກະທົບໃນທາງບວກຢ່າງ ແຂງແຮງເຂົ້າໃສ່ຂະບວນການ ພັດທະນາຊົນນະບົດ, ເຮັດໃຫ້ການ ພັດທະນາຊົນນະບົດມີບັນຍາກາດ ຟົດຟື້ນ ແລະ ມີຄວາມຕັ້ງໜ້າຫຼາຍ. ອັນສຳຄັນແມ່ນມັນເຮັດໃຫ້ ຊີວິດການເປັນຢູ່ຂອງປະຊາຊົນ ບັນດາເຜົ່າໄດ້ຮັບການປັບປຸງດີ ຂຶ້ນ, ສ້າງການຫັນປ່ຽນວິທີການທຳ ມາຫາກິນຂອງປະຊາຊົນບັນດາ ເຜົ່າຢ່າງຈະແຈ້ງ, ມີຫຼາຍບ້ານ, ຫຼາຍ ຄອບຄົວກາຍເປັນຕົວແບບທີ່ດີໃນ ການປູກຝັງ, ການລ້ຽງສັດ, ການເຮັດ ຫັດຖະກຳ ແລະ ການຜະລິດເປັນ ສິນຄ້າ. ປີ2026 ແມ່ນປີໜຶ່ງທີ່ມີຄວາມ ສຳຄັນສຳລັບການພົວພັນລາວ-ຈີນ ນັ້ນຄືການສ້າງຕັ້ງສາຍພົວພັນ ການທູດລາວ-ຈີນ ໄດ້ວຽນມາຄົບ ຮອບ 65 ປີ, ຂ້າພະເຈົ້າຢືນຢັນວ່າ: ການພົວພັນຖານຄູ່ຮ່ວມຍຸດທະ ສາດຮອບດ້ານ ລາວ-ຈີນ” ໄດ້ເປັນ ເງື່ອນໄຂໃໝ່, ເປັນການສ້າງໂອ ກາດເຮັດໃຫ້ການພົວພັນ, ຮ່ວມມື ກ້າວເຂົ້າສູ່ຍຸກສະໄໝໃໝ່ແຫ່ງ ການພົວພັນລະຫວ່າງລາວ-ຈີນ. ສຳລັບທິດທາງໜ້າທີ່ໃນຕໍ່ໜ້າ, ແຂວງອຸດົມໄຊ ພວກຂ້າພະເຈົ້າຈະ ສືບຕໍ່ຜັນຂະຫຍາຍທິດທາງ, ໜ້າທີ່ ແລະ ຄາດໝາຍລວມ ຊຶ່ງໄດ້ກຳ ນົດໄວ້ຢູ່ໃນວິໄສທັດ, ແຜນຍຸດທະ ສາດ ແລະ ແຜນພັດທະນາເສດຖະ ກິດ-ສັງຄົມຂອງແຂວງ. ສຸມໃສ່ພັດທະ ນາວຽກງານພະລັງງານໃຫ້ກົມ ກຽວກັບແຜນພັດທະນາເສດຖະກິດ -ສັງຄົມຂອງແຂວງ ແລະ ແຜນພັດ ທະນາເສດຖະກິດ-ສັງຄົມແຫ່ງ ຊາດ, ບົນພື້ນຖານພັດທະນາໃຫ້ ຂະຫຍາຍຕົວດ້ວຍຈັງຫວະທີ່ໜັກ ແໜ້ນ, ມີຄຸນນະພາບ, ຍືນຍົງ, ສີ ຂຽວ ແລະ ສອດຄ່ອງກັບທ່າອ່ຽງ ລວມຂອງການເຊື່ອມໂຍງພາກພື້ນ ແລະ ສາກົນ.

ກອງປະຊມເສວະນາ "ຈນໃນລະດບານໃໝ ຮວມກນເປດໜາໃໝແຫງການສາງຄຮວມຊາຕາກາລາວ - ຈນ " ຈດຂນທນະຄອນຫວງວຽງຈນດວຍຜນສຳເລດ - image 7
 

່ານ ນາງ ແສງເດືອນ ໄຊຍະ ສອນ ຮອງປະທານ ຜູ້ປະຈຳການ ຄະນະກຳມະການຮ່ວມມືລາວ- ຈີນ ໄດ້ຍ້ອງຍໍຊົມເຊີຍຈີນທີ່ໄດ້ສ້າງ ມະຫັດສະຈັນອັນຍິ່ງໃຫຍ່ໃນການ ເຮັດໃຫ້ປະຊາຊົນຫຼາຍຮ້ອຍລ້ານ ຄົນຫຼຸດພົ້ນຈາກຄວາມທຸກຍາກ ພາຍໃຕ້ການນຳພາຂອງປະທານ ສີ ຈິ້ນຜິງ. ທ່ານໄດ້ນຳເອົາຄຳເວົ້າ ທີ່ສຳຄັນຂອງປະທານ ສີ ຈິ້ນຜິງ ໃນລະຫວ່າງການໄປຢ້ຽມຢາມ ເຮັດວຽກງານຢູ່ແຂວງກຸຍໂຈ່ວ ໃນເດືອນມິຖຸນາ ປີ 2015 ວ່າ: “ວຽກງານທີ່ກ່ຽວພັນກັບປະຊາຊົນ ແມ່ນຕ້ອງເຮັດແທ້ທຳຈິງ, ນະໂຍ ບາຍ ແລະ ມາດຕະການຕ່າງໆ ຕ້ອງເປັນຮູບປະທຳ ແລະ ມີປະສິດ ທິພາບແທ້”. ຜ່ານຂະບວນວິວັດແຫ່ງ ການຫັນເປັນທັນສະໄໝແບບຈີນ, ພວກເຮົາໄດ້ເຫັນບົດຮຽນອັນລ້ຳ ຄ່າທີ່ວ່າ “ການຖືເອົາປະຊາຊົນເປັນ ໃຈກາງ” ບໍ່ແມ່ນພຽງແຕ່ຄຳຂວັນ, ແຕ່ແມ່ນເຂັມທິດເຍືອງທາງທີ່ມີ ຢູ່ໃນແຜນພັດທະນາເສດຖະກິດສັງຄົມ 5 ປີຂອງຈີນ ໃນຕະຫຼອດ 2 ສະໄໝທີ່ຜ່ານມາ. ໃນຊຸມປີຜ່ານມາ, ການຮ່ວມມື ລະຫວ່າງ ລາວ-ຈີນ ໄດ້ນຳເອົາໝາກ ຜົນຕົວຈິງຢ່າງຫຼວງຫຼາຍທີ່ສາ ມາດຈັບຕ້ອງໄດ້ມາສູ່ປະຊາຊົນ ສອງຊາດ, ທັງໄດ້ເປັນກຳລັງແຮງ ທີ່ສຳຄັນຊ່ວຍໃນການພັດທະນາ ເສດຖະກິດ-ສັງຄົມຂອງປະເທດ ລາວເຮົາ. ອັນພົ້ນເດັ່ນກໍແມ່ນການ ຈັດຕັ້ງປະຕິບັດ 8 ໂຄງການໃຫຍ່ທີ່ ທ່ານປະທານ ສີຈິ້ນຜິງ ໄດ້ປະກາດ ໃຫ້ການຊ່ວຍເຫຼືອ ຊຶ່ງໃນນີ້ “ໂຄງ ການ 4x100” ທີ່ມີຜົນປະໂຫຍດ ໂດຍກົງກັບປະຊາຊົນຄື: ການເຂົ້າ ເຖິງໄຟຟ້າໃຫ້ແກ່ 100 ບ້ານ, ການ ສະໜອງນ້ຳໃຫ້ແກ່ 100 ບ້ານ, ການ ກໍ່ສ້າງສຸກສາລາ 100 ແຫ່ງ ແລະ ການຕິດຕັ້ງໂທລະພາບດີຈີຕອນ ດາວທຽມໃນ 100 ບ້ານ. ປັດຈຸບັນ ໄດ້ກວມເອົາ 6 ແຂວງພາກເໜືອ ຂອງລາວແລ້ວ, ສະເພາະໂຄງການ ຊຸດທີ II ແມ່ນໄດ້ປະຕິບັດຢູ່ແຂວງຜົ້ງສາລີ, ຫຼວງນ້ຳທາ, ອຸດົມໄຊ ແລະ ຫົວພັນ ຊຶ່ງຫາກໍຈັດພິທີມອບ -ຮັບ ໃນເດືອນສິງຫາ 2025 ທີ່ຜ່ານ ມາ; ພາຍຫຼັງໂຄງການຊຸດທີII ໄດ້ ສຳເລັດການກໍ່ສ້າງແມ່ນໄດ້ເປັນ ປະໂຫຍດຕໍ່ຫຼາຍໝື່ນຄົວເຮືອນ ແລະ ປັບປຸງສະພາບຊີວິດການເປັນ ຢູ່ຂອງພວກເຂົາຢ່າງຊັດເຈັນ. ໃນ ຕໍ່ໜ້າພວກເຮົາຍັງຈະສືບຕໍ່ຈັດຕັ້ງ ປະຕິບັດໂຄງການຊຸດທີIII ຢູ່ອີກ 4 ແຂວງພາກເໜືອທີ່ຍັງເຫຼືອ. ການຊ່ວຍເຫຼືອຈາກເພື່ອນຈີນ ຜ່ານການປະຕິບັດໂຄງການຊ່ວຍ ເຫຼືອທີ່ຕິດພັນກັບການປັບປຸງຊີວິດ ການເປັນຢູ່ຂອງປະຊາຊົນດັ່ງ ກ່າວມານັ້ນ, ຖືເປັນການນຳເອົາ ບົດຮຽນຕົວຈິງບາງສ່ວນ ໃນການ ແກ້ໄຂຄວາມທຸກຍາກໃຫ້ແກ່ປະ ຊາຊົນຈີນຫຼາຍຮ້ອຍລ້ານຄົນທີ່ໄດ້ ປະຕິບັດສຳເລັດຜົນຢ່າງຍິ່ງໃຫຍ່ ຢູ່ປະເທດຈີນມາແລ້ວມາຖ່າຍທອດ ໃຫ້ແກ່ປະຊາຊົນລາວ ເພື່ອປັບໃຊ້ ຕາມສະພາບຈຸດພິເສດຂອງຕົນ ເອງ. ຜົນສຳເລັດເຫຼົ່ານີ້ບໍ່ພຽງແຕ່ ແມ່ນໂຕເລກ ແລະ ຄຳເວົ້າອັນຈົບ ງາມຢູ່ໃນບົດລາຍງານ, ແຕ່ຫາກ ແມ່ນ “ຮອຍຍິ້ມ ແລະ ຄວາມສຸກ” ຂອງປະຊາຊົນລາວ ຊຶ່ງພວກເຮົາ ສາມາດເວົ້າໄດ້ວ່າ: ການຮ່ວມມື ລາວ-ຈີນບໍ່ແມ່ນພຽງແຕ່ການຮ່ວມ ມືຕ່າງຝ່າຍຕ່າງມີຜົນປະໂຫຍດ, ແຕ່ຫາກແມ່ນການອຸ້ມຊູຊ່ວຍເຫຼືອ ຊຶ່ງກັນ ແລະ ກັນຢ່າງແທ້ຈິງ, ທາດ ແທ້ຂອງການຮ່ວມມືຊ່ວຍເຫຼືອກໍບໍ່ ພຽງແຕ່ໃຫ້ການຊ່ວຍເຫຼືອໄປລະ ແລ້ວ, ແຕ່ຫາກແມ່ນການຊ່ວຍ “ສອນ ວິທີຫາປາ” ຫຼາຍກວ່າ “ການຢື່ນ ປາໃຫ້” ຮັບປະກັນໃຫ້ໝາກຜົນຂອງ ການຮ່ວມມືຊ່ວຍເຫຼືອມີຄວາມຍືນ ຍົງ ແລະ ສາມາດຕໍ່ຍອດໄດ້ດ້ວຍ ຕົນເອງ .

ກອງປະຊມເສວະນາ "ຈນໃນລະດບານໃໝ ຮວມກນເປດໜາໃໝແຫງການສາງຄຮວມຊາຕາກາລາວ - ຈນ " ຈດຂນທນະຄອນຫວງວຽງຈນດວຍຜນສຳເລດ - image 8
 

ທ່ານ ໄຊຊະນະ ສິດທິພອນ ຮອງລັດຖະມົນຕີກະຊວງເຕັກໂນ ໂລຊີແລະ ການສື່ສານໄດ້ກ່າວໃນ ຫົວຂໍ້: “ການເຊື່ອມຕໍ່ແບບອັດສະ ລິຍະ” ທ່ານກ່າວວ່າ: ທາງລົດໄຟ ລາວ-ຈີນໄດ້ເຮັດໃຫ້ໄລຍະທາງ ລະຫວ່າງສອງປະເທດຫຍັບໃກ້ ເຂົ້າກັນຫຼາຍຂຶ້ນ, ເຮັດໃຫ້ການເຊື່ອມ ຕໍ່ກັນທາງດ້ານໂຄງລ່າງປະກົດຜົນ ເປັນຈິງ ແລະ ນຳເອົາຜົນປະໂຫຍດ ອັນອຸດົມສົມບູນມາໃຫ້ປະຊາຊົນ ສອງຊາດ. ປັດຈຸບັນ, ພວກເຮົາພວມ ເລີ່ມຕົ້ນໃໝ່, ຈັບມືກັນເປີດຍຸກສະ ໄໝໃໝ່ແຫ່ງການຮ່ວມມືລາວ-ຈີນ, ນັ້ນກໍຄື“ການເຊື່ອມຕໍ່ດ້ານອັດສະ ລິຍະ” ທີ່ໄດ້ຂັບເຄື່ອນດ້ວຍປັນຍາ ປະດິດ. ຂ້າພະເຈົ້າຂໍໃຊ້ຄຳເວົ້າທີ່ເຂົ້າ ໃຈງ່າຍ, ຍົກ 3 ເລື່ອງທີ່ເກີດຂຶ້ນຈິງ ກ່ຽວກັບ “ການເຊື່ອມຕໍ່ດ້ານອັດສະ ລິຍະ” ລະຫວ່າງລາວ-ຈີນ, ພ້ອມ ທັງເວົ້າເຖິງຄວາມຄາດຫວັງຕໍ່ການ ຮ່ວມມືທາງດ້ານນີ້ຂອງສອງຝ່າຍ ໃນຕໍ່ໜ້າ. 1. ກ່ຽວຂ້ອງກັບ “ການສື່ສານ ຜ່ານພາສາ, ເປັນການສ້າງຂົວແຫ່ງ ມິດຕະພາບ”. ໃນປີ2025, ກະ ຊວງ ຕສ ຂອງພວກຂ້າພະເຈົ້າໄດ້ ຮ່ວມມືກັບເຂດປົກຄອງຕົນເອງ ກວາງຊີຂອງ ສປ ຈີນ ໄດ້ເຊັນ ສັນຍາຮ່ວມມືສ້າງຕັ້ງ “ສູນຮ່ວມມື AI ລາວ-ຈີນ” ຢ່າງເປັນທາງການ ແລະ ໄດ້ອາໄສສູນກາງດັ່ງກ່າວ ຄົ້ນຄວ້າ ແລະ ພັດທະນາໂມເດ ວຂະໜາດໃຫຍ່ຂອງພາສາລາວ ສຳເລັດຜົນ ຊຶ່ງນີ້ແມ່ນໂມເດວຂະ ໜາດໃຫຍ່ຂອງພາສາລາວອັນ ທຳອິດ ໃນບັນດາປະເທດອາຊຽນ. ຄຸນຄ່າຫຼັກຂອງໂມເດວຂະໜາດ ໃຫຍ່ພາສາລາວນີ້, ແມ່ນສາມາດ ແປພາສາແບບສົດໆລະຫວ່າງພາ ສາຈີນ, ລາວ ແລະ ອັງກິດ 3 ພາ ສາໄດ້ຢ່າງສະບາຍ. 2. ແມ່ນເລື່ອງກ່ຽວຂ້ອງກັບ “ກະ ສິກຳອັດສະລິຍະ, ເສີມສ້າງຮາກ ຖານທີ່ແຂງແກ່ນແກ່ການດຳລົງຊີ ວິດຂອງປະຊາຊົນ”. ພວກເຮົາໄດ້ ເພີ່ມທະວີການຮ່ວມມືກັບວິສາຫະ ກິດຈີນ, ນຳເອົາລະບົບຕິດຕາມກວດ ກາກະສິກຳດ້ວຍປັນຍາປະດິດໄປ ນຳໃຊ້ຢູ່ບາງຟາມ ໃນນະຄອນຫຼວງ ວຽງຈັນ ແລະ ແຂວງຫຼວງພະບາງ ຊຶ່ງໄດ້ຮັບຜົນສຳເລັດດີ, ເຮັດໃຫ້ກະ ສິກຳລາວກ້າວໄປສູ່ທິດທາງຫັນ ເປັນອັດສະລິຍະ. ຕົວຢ່າງໜຶ່ງຄື: ຢູ່ສວນກ້ວຍເນື້ອທີ່ເກືອບ 300 ເຮັກ ຕາ ແຫ່ງໜຶ່ງ, ຫຼັງຈາກນຳໃຊ້ລະບົບ ຊົນລະປະທານແບບກຳນົດເປົ້າ ໝາຍດ້ວຍ AI ແລ້ວ, ປະສິດທິຜົນ ຂອງການນຳໃຊ້ນ້ຳ ໄດ້ເພີ່ມສູງຂຶ້ນຢ່າງຈະແຈ້ງ, ອັດຕາປະຢັດນ້ຳ ເພີ່ມຂຶ້ນສູງກວ່າ 40%; ພ້ອມດຽວ ກັນນັ້ນ, ເຕັກໂນໂລຊີ AI ຍັງສາ ມາດເຕືອນໄພສັດຕູພືດ ແລະ ພະ ຍາດໄດ້ຢ່າງຖືກຕ້ອງແມ້ນຢຳ, ຄາດຄະເນປະລິມານຜົນຜະລິດ ດ້ານກະສິກຳຢ່າງມີວິທະຍາສາດ. 3. ແມ່ນເລື່ອງກ່ຽວກັບ “ການ ກວດກາສິນຄ້າຜ່ານແດນແບບ ອັດສະລິຍະ, ສາມາດຍົກລະດັບ ປະສິດທິພາບຂອງການຄ້າ”. ດ່ານ ຊາຍແດນທາງບົກບໍ່ເຕ່ນ-ບໍ່ຫານ ເມື່ອກ່ອນລົດຂົນສົ່ງຕ້ອງຕໍ່ແຖວ ຍາວ ເນື່ອງຈາກໃຊ້ຄົນກວດມີປະ ສິດທິພາບຕໍ່າ. ປັດຈຸບັນຢູ່ເບື້ອງຈີນ ໄດ້ຕິດຕັ້ງອຸປະກອນກວດກາອັດ ສະລິຍະ ໂດຍໃຊ້ເຕັກໂນໂລຊີການ ຈັບພ າບດ້ວຍປັນຍ າປະດິດ, ສາມາດເຮັດໃຫ້ເວລາໃນການ ກວດກາພາຫະນະສັ້ນເຂົ້າຢ່າງ ຫຼວງຫຼາຍ, ຈາກເດີມ 8-10 ນາທີ ມາເຫຼືອບໍ່ເຖິງ 4 ນາທີ. ການຫຼຸດ ເວລາພຽງບໍ່ເທົ່າໃດນາທີນີ້, ບໍ່ພຽງ ແຕ່ເຮັດໃຫ້ສິນຄ້າຂ້າມແດນລ່ຽນ ໄຫຼແລະ ມີປະສິດທິພາບສູງຂຶ້ນ ເທົ່ານັ້ນ, ຍັງຊ່ວຍຫຼຸດຕົ້ນທຶນຂອງ ການຄ້າຂ້າມແດນໄດ້ນຳອີກ, ເຮັດ ໃຫ້ການຄ້າສາກົນລະຫວ່າງລາວ- ຈີນມີຄວາມສະດວກຄ່ອງຕົວຍິ່ງຂຶ້ນ ແລະ ຍົກປະສິດທິຜົນຢ່າງເຫັນໄດ້ ຊັດເຈນ, ນີ້ຄືການປ່ຽນແປງຕົວຈິງ ເນື່ອງຈາກມີ “ການເຊື່ອມຕໍ່ດ້ານ ອັດສະລິຍະ” ທີ່ປະກອບສ່ວນໃຫ້ ແກ່ການຮ່ວມມືຂອງສອງປະເທດດີຂຶ້ນ.

ທ່ານ ຫຼີຈື້ ຜູ້ຊ່ວຍຫົວໜ້າສະ ຖາບັນຄົ້ນຄວ້າແຜນພັດທະນາ ຈີນຂອງມະຫາວິທະຍາໄລຊິງຮວາ ກ່າວວ່າ: ແຜນ 5 ປີຂອງຈີນແມ່ນ ເຄື່ອງມືການຄຸ້ມຄອງເສດຖະກິດ ມະຫາພາກທີ່ເປັນເອກະລັກ, ເປັນ ຜົນຜະລິດຂອງການປະຕິບັດການ ຄຸ້ມຄອງເສດຖະກິດ. ການວາງແຜນ ພັດທະນາ 5 ປີຄັ້ງທີ15 ຄັ້ງນີ້, ທ່ານ ສີ ຈິ້ນຜິງ ຜູ້ນຳສູງສຸດຂອງຈີນໄດ້ ກ່າວເນັ້ນໜັກເປັນພິເສດວ່າຕ້ອງ ເອົາການອອກແບບຂັ້ນສູງສຸດເຂົ້າ ກັບການຮັບຟັງຄວາມເຫັນຈາກ ປະຊາຊົນສົມທົບກັນ, ພຽງແຕ່ການ ຂໍຄວາມເຫັນຈາກປະຊາຊົນທາງ ອິນເຕີເນັດ. ພວກເຮົາກໍໄດ້ຮັບຂໍ້ສະ ເໜີຈາກປະຊາຊົນຫຼາຍກວ່າ 3 ລ້ານ ຂໍ້ໂດຍຜ່ານການຄັດຈ້ອນຢ່າງຈິງ ຈັງ, ມີຂໍ້ສະເໜີທີ່ດີຈາກຊາວເນັດ ທົ່ວໄປ 1.500 ກວ່າຂໍ້, ຖືກບັນຈຸ ເຂົ້າໃນແນວທາງນະໂຍບາຍຂອງ ລັດຖະບານ, ນີ້ໄດ້ສະແດງໃຫ້ເຫັນ ເຖິງປະຊາທິປະໄຕແບບຈີນຢ່າງ ມີຊີວິດຊີວາ, ລັກສະນະພິເສດທີ່ ໃຫຍ່ທີ່ສຸດຂອງແຜນພັດທະນາ 5 ປີຄັ້ງທີ15 ແມ່ນເດີນຕາມເສັ້ນທາງ ຂອງຕົນ, ສ້າງກຳລັງຕົວຈິງທີ່ເຂັ້ມ ແຂງດ້ວຍການປະດິດສ້າງໃໝ່ດ້ານ ວິທະຍາສາດເຕັກໂນໂລຊີ, ເພື່ອສະ ໜອງຄວາມແນ່ນອນໃຫ້ແກ່ໂລກ ທ່າມກາງສະພາບຄວາມປັ່ນປ່ວນ ວຸ້ນວາຍ. ທ່ານໄດ້ຍົກເອົາປະເທດລາວ ທີ່ເປັນປະເທດເພື່ອນມິດຂອງຈີນ ເປັນຕົວຢ່າງໃນຫຼາຍປີຜ່ານມາ, ຜ່ານການສ້າງເສັ້ນທາງລົດໄຟ ລາວ-ຈີນ, ລາວໄດ້ຂົນສົ່ງບໍ່ແຮ່ ແລະ ຜະລິດຕະພັນກະສິກຳທີ່ອຸດົມສົມ ບູນເຂົ້າມາຈີນ ໄດ້ຊຸກຍູ້ເສດຖະກິດ ຂອງລາວໃຫ້ໄດ້ຮັບການພັດທະ ນາຢ່າງຫຼວງຫຼາຍ. ໃນໄລຍະຈັດຕັ້ງ ປະຕິບັດແຜນພັດທະນາ 5 ປີຄັ້ງທີ 15 ຂອງຈີນ, ການຮ່ວມມືແບບນີ້ ຈະເຂົ້າສູ່ລວງເລິກຫຼາຍກວ່າເກົ່າ. ການເປີດປະຕູສູ່ພາຍນອກ ຂອງຈີນ, ບໍ່ແມ່ນການເຮັດໃຫ້ຈີນ ໂດດເດັ່ນແຕ່ປະເທດດຽວເທົ່ານັ້ນ, ຫາກແມ່ນເຮັດໃຫ້ທົ່ວໂລກໄດ້ຮັບ ຜົນປະໂຫຍດຮ່ວມກັນ ແລະ ແຜນ ພັດທະນາ 5 ປີຄັ້ງທີ15 ຂອງຈີນ ບໍ່ພຽງແຕ່ເປັນແຜນແມ່ບົດສະບັບ ໜຶ່ງທີ່ມີຈຸດປະສົງ ເພື່ອວາງແຜນ ກ່ຽວກັບຊີວິດການເປັນຢູ່ອັນດີງາມ ຂອງປະຊາຊົນຈີນເທົ່ານັ້ນ, ຍັງເປັນ ບັດເຊີນທີ່ຈີນສົ່ງເຖິງທົ່ວໂລກທີ່ໄດ້ ສື່ເຖິງຄຳໝັ້ນສັນຍາໃນການເປີດ ປະຕູສູ່ພາຍນອກຂອງຈີນ, ພ້ອມທັງ ໄດ້ເຊີນບັນດາປະເທດຄູ່ຮ່ວມມືຢູ່ ພາກພື້ນອາຊີ-ອາຟຣິກາກໍຄືທົ່ວ ໂລກເຂົ້າມາຊົມໃຊ້ໂອກາດການ ພັດທະນາຂອງຈີນ ແລະ ຮ່ວມກັນ ຊົມໃຊ້ຜົນປະໂຫຍດຈາກຕະຫຼາດຂອງຈີນ.

ຄໍາເຫັນ

ຂ່າວການຮ່ວມມື

ກິດຈະກຳ ສະເໜ່ຢຸນນານ-ການແລກປ່ຽນມິດຕະພາບຊາວໜຸ່ມລາວ-ຈີນ

ກິດຈະກຳ ສະເໜ່ຢຸນນານ-ການແລກປ່ຽນມິດຕະພາບຊາວໜຸ່ມລາວ-ຈີນ

ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບ ຫ້ອງການການຕ່າງປະເທດ ແຂວງຢຸນນານ ສປ ຈີນ ໄດ້ຈັດກິດຈະກຳ "ສະເໜ່ຢຸນນານ-ການແລກປ່ຽນມິດຕະພາບຊາວໜຸ່ມລາວ-ຈີນ" ຂຶ້ນໃນລະຫວ່າງວັນທີ 22-31 ມີນານີ້ ທີ່ແຂວງຢຸນນານ ນະຄອນຄຸນໝິງ ສປ ຈີນ ນໍາໂດຍ ທ່ານ ຫຸມພັນ ແກ້ວອຸ່ນຄຳ ຮອງຫົວໜ້າກົມສຶກສາ ສາມັນ ກະຊວງ ສສກ, ມີຄະນະອໍານວຍການ, ຄູ-ອາຈານ ແລະ ນັກຮຽນຈາກໂຮງຮຽນມັດທະຍົມສຶກສາສົມບູນວຽງຈັນ, ໂຮງຮຽນຫຼຽວໂຕ, ໂຮງຮຽນມັດທະຍົມສຶກສາສົມບູນ ສັນຕິພາບຫຼວງພະບາງເຂົ້າຮ່ວມ.
ທ່ານ ສີພັນດອນ ອ້ອຍບົວບຸດດີ ເຂົ້າຍື່ນສານຕາຕັ້ງຕໍ່ປະທານາທິບໍດີເເຫ່ງ ສ ອາກເມນີ

ທ່ານ ສີພັນດອນ ອ້ອຍບົວບຸດດີ ເຂົ້າຍື່ນສານຕາຕັ້ງຕໍ່ປະທານາທິບໍດີເເຫ່ງ ສ ອາກເມນີ

ເພື່ອສືບຕໍ່ເສີມຂະຫຍາຍ ແລະ ຮັດແໜ້ນການພົວພັນຮ່ວມມືກັບປະເທດເພື່ອນມິດ ຕາມແນວທາງການຕ່າງປະເທດຢ່າງສະເໝີຕົ້ນ ສະເໝີປາຍ ຂອງພັກ ແລະ ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ໃນວັນທີ 19 ມີນາ ຜ່ານມາ ຢູ່ ທໍານຽບປະທານາທິບໍດີ ອາກເມນີ ທີ່ນະຄອນຫຼວງ ເຢເຣວານ, ທ່ານ ສີພັນດອນ ອ້ອຍບົວບຸດດີ ໄດ້ເຂົ້າຍື່ນສານຕາຕັ້ງ ຕໍ່ ທ່ານ ວາຮັກ ກາຈາຕູຣຽນ (H.E. Mr. Vahagn KHACHATURYAN) ປະທານາທິບໍດີ ແຫ່ງ ສາທາລະນະລັດ ອາກເມນີ ເພື່ອດໍາລົງຕໍາແໜ່ງເປັນ ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ຄົນໃໝ່ ປະຈໍາ ສາທາລະນະລັດ ອາກເມນີ ທີ່ມີສໍານັກງານຕັ້ງຢູ່ ນະຄອນຫຼວງມົສກູ ສະຫະພັນຣັດເຊຍ.
ສປປ ລາວ - ສ ເກົາຫຼີ ຮ່ວມມືດ້ານເສດຖະກິດ ແລະ ການພັດທະນາ

ສປປ ລາວ - ສ ເກົາຫຼີ ຮ່ວມມືດ້ານເສດຖະກິດ ແລະ ການພັດທະນາ

ກອງປະຊຸມການຮ່ວມມືດ້ານເສດຖະກິດ ແລະ ການພັດທະນາ ລະຫວ່າງ ສປປ ລາວ - ສ ເກົາຫຼີ ໄດ້ຈັດຂຶ້ນໃນວັນທີ 23 ມີນາ ນີ້ ທີ່ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຮ່ວມຂອງ ທ່ານ ສຸລິວັດ ສຸວັນນະຈູມຄຳ ຮອງລັດຖະມົນຕີກະຊວງການເງິນ ແລະ ທ່ານ ຈ່ອງຢ່ອງຊູ ເອກອັກຄະລັດຖະທູດ ສ ເກົາຫຼີ ມີບັນດາພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ຮອງລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມອໍາລາຂອງ  ກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈໍາ ແຂວງສະຫວັນນະເຂດ

ຮອງລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມອໍາລາຂອງ ກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈໍາ ແຂວງສະຫວັນນະເຂດ

ໃນວັນທີ 23 ມີນາ ນີ້ ທີ່ກະຊວງການຕ່າງປະເທດ, ສະຫາຍ ພົງສະຫວັນ ສີສຸລາດ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ສະຫາຍ ນາງ ດັ້ງ ທິ ຫາຍ ເຕິມ ກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈໍາ ແຂວງສະຫວັນນະເຂດໃນໂອກາດທີ່ສໍາເລັດການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ.
ເລຂາທິການໃຫຍ່ພັກແຮງງານເກົາຫຼີ ສົ່ງສານອວຍພອນ ເລຂາທິການໃຫຍ່ ພັກ ປປ ລາວ

ເລຂາທິການໃຫຍ່ພັກແຮງງານເກົາຫຼີ ສົ່ງສານອວຍພອນ ເລຂາທິການໃຫຍ່ ພັກ ປປ ລາວ

ໃນໂອກາດວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 71ປີ, ສະຫາຍ ກິມ ເຈິງ ອຸນ ເລຂາທິການໃຫຍ່ພັກແຮງງານເກົາຫຼີ ປະທານກິດຈະການແຫ່ງລັດ ແຫ່ງ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕເກົາຫຼີ ໄດ້ສົ່ງສານອວຍພອນ ເຖິງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ ເຊິ່ງມີເນື້ອໃນດັ່ງນີ້:
ນັກສຶກສາລາວ 18 ຄົນໄດ້ຮັບທຶນໄປສຶກສາຕໍ່ທີ່ປະເທດຍີ່ປຸ່ນ

ນັກສຶກສາລາວ 18 ຄົນໄດ້ຮັບທຶນໄປສຶກສາຕໍ່ທີ່ປະເທດຍີ່ປຸ່ນ

ຫວ່າງມໍ່ໆມານີ້ທີ່ບ້ານພັກທູດຍີ່ປຸ່ນປະຈຳລາວ ໄດ້ຈັດງານລ້ຽງແກ່ນັກສຶກສາລາວທີ່ກຳລັງກະກຽມໄປສຶກສາຕໍ່ທີ່ປະເທດຍີ່ປຸ່ນພາຍໃຕ້ທຶນການສຶກສາ MEXT (Ministry of Education, Culture, Sports, Science and Technology)
ມອບ-ຮັບ ອາຄານສູນຝຶກອົບຮົມເຕັກນິກກະສິກໍາ ພາກໃຕ້

ມອບ-ຮັບ ອາຄານສູນຝຶກອົບຮົມເຕັກນິກກະສິກໍາ ພາກໃຕ້

ໃນວັນທີ 20 ມີນາ ຜ່ານມາ, ກົມພັດທະນາຊົນນະບົດ ແລະ ຫຼຸດຜ່ອນຄວາມທຸກຍາກ ຂອງກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຮ່ວມກັບ ອົງການຮ່ວມມືສາກົນແຫ່ງປະເທດ ສ ເກົາຫຼີ ປະຈໍາ ສປປ ລາວ (KOICA) ໄດ້ຈັດຕັ້ງກອງປະຊຸມປິດໂຄງການພັດທະນາຊົນນະບົດ ແບບປະສົມປະສານ ຢູ່ 3 ແຂວງພາກໃຕ້ຂອງ ສປປ ລາວ (The integrated rural development project in three provinces of southern Lao PDR) ແລະ ພິທີມອບ-ຮັບ ສູນຝຶກອົບຮົມເຕັກນິກກະສິກໍາ ພາກໃຕ້
ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຕ້ອນຮັບການເຂົ້າອວຍພອນຂອງ ທູດຫວຽດນາມ, ສປ ຈີນ ແລະ ສປປ ເກົາຫຼີ ປະຈໍາ ສປປ ລາວ

ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຕ້ອນຮັບການເຂົ້າອວຍພອນຂອງ ທູດຫວຽດນາມ, ສປ ຈີນ ແລະ ສປປ ເກົາຫຼີ ປະຈໍາ ສປປ ລາວ

ໃນຕອນບ່າຍຂອງວັນທີ 20 ມີນາ ນີ້ ທີ່ ສໍານັກງານຂອງ ຄະນະພົວພັນຕ່າງປະເທດສູນກາງພັກ, ສະຫາຍ ບຸນເຫຼືອ ພັນດານຸວົງ ກໍາມະການສູນກາງພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ປປ ລາວ ໄດ້ໃຫ້ການຕ້ອນຮັບ ສະຫາຍ ຫງວຽນ ມິງ ເຕີມ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ ພ້ອມດ້ວຍພະນັກງານສະຖານທູດ ເຂົ້າອວຍພອນ ເນື່ອງໃນໂອກາດວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ ຄົບຮອບ 71 ປີ (22/3/1955-22/3/2026).
ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ  ຂອງຜູ້ອໍານວຍການອົງການ ສປຊ

ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງຜູ້ອໍານວຍການອົງການ ສປຊ

ໃນ​ວັນ​ທີ 18 ມີນາ ຜ່ານມາ ທີ່​ກະ​ຊວງ​ການ​ຕ່າງ​ປ​ະ​ເທດ, ທ່ານ​ ອານຸພາບ ວົງໜໍ່ແກ້ວ ຮອງລັດ​ຖະ​ມົນ​ຕີກ​ະ​ຊວງ​ການ​ຕ່າງ​ປະ​ເທດໄດ້​ຕ້ອນ​ຮັບການ​ເຂົ້າ​ຢ້ຽມ​ຂ່ຳ​ນັບຂອງ ​​ທ່ານ ນາງ ກາຊຸໂກະ ອີຊິກາກິ ຜູ້ອໍານວຍການອົງການ ສປຊ ດ້ານເຄຫາສະຖານປະຈຳພາກພື້ນອາຊີ-ປາຊີຟິກ.
ຫົວໜ້າ ຄຕພ ພົບປະທາງໄກກັບ ປະທານພັກເບລາຢາຣຸດສ

ຫົວໜ້າ ຄຕພ ພົບປະທາງໄກກັບ ປະທານພັກເບລາຢາຣຸດສ

ໂດຍປະຕິບັດຕາມການມອບໝາຍຈາກຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ໃນຕອນແລງຂອງວັນທີ 18 ມີນາ ຜ່ານມາ ທີ່ສໍານັກງານຄະນະພົວພັນຕ່າງປະເທດສູນກາງພັກ, ທ່ານ ບຸນເຫຼືອ ພັນດານຸວົງ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກໄດ້ພົບປະຜ່ານກອງປະຊຸມທາງໄກກັບທ່ານນາງ ໂອນກາ ເຈໂມດານນົບວາ (Olga Chemdanova) ປະທານພັກເບລາຢາຣຸດສ ໂດຍມີທ່ານ ອູລັດຊີມີຣບາຣາວິກູ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງສາທາລະນະລັດເບລາຣຸດຊີປະຈໍາ ສປປ ລາວ ທີ່ມີສໍານັກງານຕັ້ງຢູ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງຂອງທັງສອງຝ່າຍ ເຂົ້າຮ່ວມ.
ເພີ່ມເຕີມ