ກອງປະຊຸມຖອດຖອນບົດຮຽນ ການຄັດເລືອກນັກຮຽນເຂົ້າໂຮງຮຽນສາມັນກິນນອນຊົນເຜົ່າແຂວງອຸດົມໄຊ ຄັ້ງທີ III

ກອງປະຊຸມຖອດຖອນບົດຮຽນ ການຄັດເລືອກນັກຮຽນເຂົ້າໂຮງຮຽນສາມັນກິນນອນຊົນເຜົ່າແຂວງອຸດົມໄຊ ຄັ້ງທີ III
ໃນລະຫວ່າງວັນທີ 13-14 ສິງຫາ 2026 ທີ່ຜ່ານມາ, ໂຮງຮຽນສາມັນກິນນອນຊົນເຜົ່າ ແຂວງອຸດົມໄຊ ໄດ້ຈັດກອງປະຊຸມຖອດຖອນບົດຮຽນການຄັດເລືອກນັກຮຽນເຂົ້າຮຽນ ຄັ້ງທີ III ຂຶ້ນຢ່າງເປັນທາງການ ທີ່ສະໂມສອນເມືອງນາໝໍ້ ແຂວງອຸດົມໄຊ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ສີວອນ ເພັງມີໄຊ ຮັກສາການຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງອຸດົມໄຊ, ທ່ານ ຫຸມພັນ ແກ້ວອຸ່ນຄຳ ຮອງຫົວໜ້າກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກິລາ, ທ່ານ ຄຳຈັນ ລາວຈືເບັງ ຮອງເລຂາພັກເມືອງນາໝໍ້ ແລະ ທ່ານ ໄຊພອນ ສີຈະເລີນ ຮອງປະທານຄະນະກຳມະການປົກຄອງເມືອງນາໝໍ້; ໂດຍມີຜູ້ຕາງໜ້າຈາກກົມສາມັນສຶກສາ, ກົມການເງິນ (ກະຊວງ ສສກ), ຜູ້ບໍລິຫານຈາກ 6 ເມືອງ, ພະແນກ ສກຂ ແຂວງ, ຫ້ອງການ ສສກ 7 ເມືອງ ແລະ ຜູ້ບໍລິຫານສະຖາບັນການສຶກສາຂັ້ນໂຮງຮຽນ ເຂົ້າຮ່ວມ.
ກອງປະຊມຖອດຖອນບດຮຽນ ການຄດເລອກນກຮຽນເຂາໂຮງຮຽນສາມນກນນອນຊນເຜາແຂວງອດມໄຊ ຄງທ III - image 1
 

ກອງປະຊຸມຄັ້ງນີ້ ມີຈຸດປະສົງເພື່ອສະຫຼຸບຜົນງານ ແລະ ຖອດຖອນບົດຮຽນການຈັດຕັ້ງປະຕິບັດວຽກງານຄັດເລືອກນັກຮຽນ ໃນໄລຍະ 29 ສົກຮຽນຜ່ານມາ (ສົກຮຽນ 1997-1998 ຫາ 2025-2026), ພ້ອມທັງກຳນົດທິດທາງແຜນການໃນຕໍ່ໜ້າ ໃຫ້ສອດຄ່ອງກັບແຜນຍຸດທະສາດການສຶກສາແຫ່ງຊາດ, ຈາກນັ້ນ ທ່ານ ບຸນຜົງ ຈັນທະລາວົງ ຜູ້ອຳນວຍການໂຮງຮຽນສາມັນກິນນອນຊົນເຜົ່າ ແຂວງອຸດົມໄຊ ໄດ້ຜ່ານບົດລາຍງານການຈັດຕັ້ງປະຕິບັດວຽກງານ, ມາດຖານ-ເງື່ອນໄຂການຄັດເລືອກ, ຂໍ້ມູນສະຖິຕິສົກຮຽນ 2025-2026, ແຜນຍຸດທະສາດຮອດປີ 2030 ແລະ ແຜນພັດທະນາໂຮງຮຽນຮອດປີ 2035, ຊຶ່ງໃນໄລຍະຜ່ານມາ ໂຮງຮຽນຍາດໄດ້ຜົນສຳເລັດຫຼາຍດ້ານ ເປັນຕົ້ນ: ດ້ານການຮຽນ-ການສອນ ໃນສົກຮຽນ 2024-2025 ນັກຮຽນທັງໝົດ 559 ຄົນ ຈາກ 11 ຊົນເຜົ່າ (4 ໝວດພາສາ) ສາມາດຜ່ານການສອບເສັງທ້າຍພາກໄດ້ 100%; ດ້ານຜົນງານ ແລະ ການບໍລິຫານ ໄດ້ຮັບໃບຢັ້ງຢືນເປັນ 1 ໃນ 13 ໂຮງຮຽນຕົວແບບດ້ານພະລະ-ສິນລະປະສຶກສາ ໃນທົ່ວປະເທດ; ໜ່ວຍພັກໂຮງຮຽນໄດ້ຮັບໃບຢັ້ງຢືນ "ປອດໃສ ເຂັ້ມແຂງ ໜັກແໜ້ນ" ຕິດຕໍ່ກັນ 15 ປີ; ດ້ານການລະດົມທຶນ ສາມາດຍາດແຍ່ງການຊ່ວຍເຫຼືອຈາກພາກລັດ ແລະ ເອກະຊົນ ໄດ້ທັງໝົດ 325 ລ້ານກີບ.

ຄຽງຄູ່ກັບຜົນສຳເລັດ, ທ່ານຍັງໄດ້ຍົກໃຫ້ເຫັນເຖິງບັນຫາ ແລະ ສິ່ງທ້າທາຍທີ່ຕ້ອງເລັ່ງແກ້ໄຂ ເຊັ່ນ: ນັກຮຽນໃໝ່ຈຳນວນໜຶ່ງຍັງອ່ານພາສາລາວບໍ່ຄ່ອງ ແລະ ຂຽນບໍ່ທັນໄດ້ດີ; ນັກຮຽນຊັ້ນ ມ.1 ອາຍຸຍັງນ້ອຍ, ຂາດຄວາມຊິນເຄີຍໃນການເພິ່ງພາຕົນເອງ ເນື່ອງຈາກເຄີຍຢູ່ກັບພໍ່ແມ່ ຊຶ່ງເປັນສາເຫດໜຶ່ງຂອງການປະລະການຮຽນ; ຄວາມຫຍຸ້ງຍາກໃນການປະກອບເອກະສານ (ໃບຢັ້ງຢືນສຸຂະພາບ, ໃບກວດສານເສບຕິດ) ແລະ ຂອດການປະສານງານລະຫວ່າງໂຮງຮຽນ, ຫ້ອງການ ສສກ ເມືອງ ແລະ ຜູ້ປົກຄອງ.

ໃນໂອກາດດຽວກັນ, ທ່ານ ຫຸມພັນ ແກ້ວອຸ່ນຄຳ ໄດ້ສະແດງຄວາມຍ້ອງຊົມເຊີຍຕໍ່ຜົນສຳເລັດ, ພ້ອມທັງເນັ້ນໜັກໃສ່ຈຸດຄົງຄ້າງ ເປັນຕົ້ນແມ່ນການຄັດເລືອກທີ່ບາງຄັ້ງຍັງບໍ່ທັນສອດຄ່ອງກັບເປົ້າໝາຍ ແລະ ຜົນການຮຽນຂອງນັກຮຽນໃນລະດັບຊາດທີ່ຍັງຕ້ອງໄດ້ຍົກລະດັບຕື່ມ. ທັງນີ້, ທ່ານໄດ້ເຜີຍແຜ່ທິດທາງແກ້ໄຂ ແລະ ເນັ້ນໃສ່ 3 ວຽກງານໃຫຍ່ ຄື: ເນັ້ນຮັບເອົາລູກຫຼານປະຊາຊົນບັນດາເຜົ່າຜູ້ທຸກຍາກ, ຢູ່ເຂດພູດອຍຫ່າງໄກສອກຫຼີກ, ລູກກຳພ້າ ແລະ ຜູ້ດ້ອຍໂອກາດ ໃຫ້ໄດ້ຮຽນຈົບ ມ.ຕົ້ນ ພາກບັງຄັບ; ຕ້ອງໂປ່ງໃສ (ມີຫຼັກຖານກວດສອບໄດ້), ຍຸຕິທຳ (ບໍ່ມີຄົນເຈົ້າຄົນຂ້ອຍ) ແລະ ຖືກຕ້ອງຕາມລະບຽບການ. ໂດຍໃຫ້ມີຜູ້ຕາງໜ້າຈາກ ພະແນກ ສກຂ, ຫ້ອງການ ສກມ, ອຳນາດການປົກຄອງ ເຂົ້າຮ່ວມ ແລະ ໃຫ້ຄະນະຄັດເລືອກລົງເບິ່ງສະພາບຄວາມເປັນຈິງຢູ່ເຮືອນຂອງນັກຮຽນ ເພື່ອຮັບປະກັນຄວາມເປັນລະບຽບ ແລະ ບໍ່ໃຫ້ມີຫາງສຽງ; ເອົາໃຈໃສ່ຄູສອນເປັນບຸລິມະສິດ ເພາະຄູຄືໝາກຫົວໃຈຂອງຄຸນນະພາບ; ສົ່ງເສີມໃຫ້ຄູຄົ້ນຄວ້າຮຽນຮູ້ຢ່າງຕໍ່ເນື່ອງ, ນຳໃຊ້ເຕັກໂນໂລຊີ ແລະ ປັນຍາປະດິດ (AI) ເຂົ້າໃນການສອນ. ຜູ້ບໍລິຫານຕ້ອງຕິດຕາມ-ນິເທດການສອນຢ່າງເປັນລະບົບ, ຈັດຊົ່ວໂມງພັດທະນາຄູຢ່າງໜ້ອຍ 2 ຊົ່ວໂມງ/ອາທິດ, ສ້າງລະບົບຄູທີ່ປຶກສາ (Mentor), ສົ່ງຄູໄປຮຽນຮູ້ຈາກໂຮງຮຽນຕົວແບບ, ພ້ອມທັງຍ້ອງຍໍຄູດີ-ນັກຮຽນເກັ່ງ ແລະ ຊຸກຍູ້ຜູ້ທີ່ຍັງອ່ອນ; ແຕ່ງຕັ້ງຄູຮັບຜິດຊອບ (ພໍ່ລ້ຽງ-ແມ່ລ້ຽງ) 1 ຄົນ ຕໍ່ນັກຮຽນ 10-20 ຄົນ ເພື່ອໃຫ້ຄວາມອົບອຸ່ນ ແລະ ຕິດຕາມໃກ້ຊິດ; ສື່ສານກັບຄອບຄົວເພື່ອໃຫ້ນັກຮຽນກັບມາຮຽນດ້ວຍຄວາມເຕັມໃຈ; ຈັດກິດຈະກຳວັນວັດທະນະທຳຊົນເຜົ່າ, ກິລາ, ສິນລະປະ ເພື່ອໃຫ້ຄວາມພາກພູມໃຈໃນອຸປະນິໄສ ແລະ ວັດທະນະທຳ; ສ້າງແຮງຈູງໃຈໃນການຮຽນຕໍ່ ຫຼື ປະກອບອາຊີບ; ພ້ອມທັງເນັ້ນຕັກເຕືອນເລື່ອງການຕິດໂທລະສັບ ເຊິ່ງສົ່ງຜົນໃຫ້ສະມາທິສັ້ນ ແລະ ກະທົບຕໍ່ການຮຽນ.

ພ້ອມນີ້, ທ່ານ ຫຸມພັນ ແກ້ວອຸ່ນຄຳ ໄດ້ສະແດງຄວາມເຊື່ອໝັ້ນວ່າ ໂຮງຮຽນສາມັນກິນນອນຊົນເຜົ່າ ແຂວງອຸດົມໄຊ ມີເງື່ອນໄຂພ້ອມທີ່ຈະກາຍເປັນ "ໂຮງຮຽນຕົວແບບຄຸນນະພາບແຫ່ງຊາດ" ພາຍໃນ 3-5 ປີໜ້າ ຖ້າທຸກພາກສ່ວນຮ່ວມມືກັນຢ່າງສາມັກຄີ, ນຳພາດ້ວຍຄຸນນະທຳ, ວິໄນ ແລະ ວິໄສທັດທີ່ຊັດເຈນ ເພື່ອສ້າງໃຫ້ລູກຫຼານຊົນເຜົ່າໄດ້ຮັບການສຶກສາຢ່າງທົ່ວເຖິງ ແລະ ກາຍເປັນຜູ້ສືບທອດພາລະກິດພັດທະນາປະເທດຊາດໃນອະນາຄົດ.ຂ່າວ-ພາບ: ໂຮງຮຽນສາມັນກິນນອນຊົນເຜົ່າ ແຂວງອຸດົມໄຊ

ຄໍາເຫັນ

ຂ່າວສືກສາ-ກິລາ

ເລຂາພັກແຂວງຄໍາມ່ວນກວດ​ກາສະ​ພາບໂຮງຮຽນ ມ.ປ ທ່າແຂກ ພ້ອມມອບເງິນສະໜັບສະ​ໜູນສ້ອມແປງ

ເລຂາພັກແຂວງຄໍາມ່ວນກວດ​ກາສະ​ພາບໂຮງຮຽນ ມ.ປ ທ່າແຂກ ພ້ອມມອບເງິນສະໜັບສະ​ໜູນສ້ອມແປງ

ທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຄໍາມ່ວນ ໄດ້ລົງຕິດຕາມ ສະພາບອາຄານຮຽນຂອງໂຮງຮຽນ ມ.ປ ທ່າແຂກ ໃນ​ວັນ​ທີ 16 ພະ​ຈິກ​ຜ່ານ​ມາ, ໂດຍມີ ທ່ານ ຄໍາໜັ້ນ ສໍປະເສີດ ເລຂາພັກເມືອງທ່າແຂກ, ທ່ານ ນາງ ສຸກຂະເສີມ ສິດທິເດດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ພ້ອມພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ມສນາໄຊເປີດແຂ່ງຂັນກິລາ-ສີລະປະປະຈຳສົກຮຽນ2026-2027ຢ່າງຄຶກຄື້ນ

ມສນາໄຊເປີດແຂ່ງຂັນກິລາ-ສີລະປະປະຈຳສົກຮຽນ2026-2027ຢ່າງຄຶກຄື້ນ

ຂະບວນການແຂ່ງຂັນກິລາ-ສີລະປະ ປະຈຳສົກຮຽນ 2026-2027 ຂອງໂຮງຮຽນມັດທະຍົມສົມບູນນາໄຊ ເມືອງ ແລະ ແຂວງສາລະວັນ ໄດ້ຈັດຂຶ້ນດ້ວຍບັນຍາກາດຟົດຟຶ້ນ, ໃນພິທີໄດ້ການເດີນສວນສະໜາມ 8 ກ້ອນກຳລັງ ຄື: ກ້ອນກຳລັງເຍົາວະຊົນ, ສີລະປະ, ນັກຮຽນ, ກິລາເປຕັງ, ກິລາບານເຕະ, ກິລາບານສົ່ງ, ກິລາກະຕໍ້ ປະເພດຊາຍ-ຍິງ, ກ້ອນກຳລັງຊາວໜຸ່ມ-ແມ່ຍິງ ແລະ ກ້ອນກຳລັງກຳມະການ, ພ້ອມທັງສະແດງສີລະປະ ປະເພດບົດຟ້ອນ ແລະ ບົດເພງ ຈາກນ້ອງນັກຮຽນ.
ເປີດການແຂ່ງຂັນກິລາເບສບອນ ຊີງຂັນທູດ ສ ເກົາຫຼີ ປະຈຳລາວ ຄັ້ງທີ 5

ເປີດການແຂ່ງຂັນກິລາເບສບອນ ຊີງຂັນທູດ ສ ເກົາຫຼີ ປະຈຳລາວ ຄັ້ງທີ 5

ວັນທີ 12 ພະຈິກ ຜ່ານມາ ທີ່ສະໜາມກິລາເບສບອນແຫ່ງຊາດ (ຫຼັກ 16) ນະຄອນຫຼວງວຽງຈັນ (ນວ), ສະຫະພັນກິລາເບສບອນ-ຊັອບບອນແຫ່ງຊາດລາວ ໄດ້ຈັດພິທີເປີດການແຂ່ງຂັນກິລາເບສບອນ-ຊັອບບອນ ຊີງຂັນທ່ານເອກອັກຄະລັດຖະທູດ ສ ເກົາຫຼີ ປະຈຳ ສປປ ລາວ ຄັ້ງທີ 5 ຂຶ້ນຢ່າງເປັນທາງການ ພາຍໃຕ້ການເປັນປະທານຂອງທ່ານ ຄຳຜາຍ ສີສະຫວັນ ປະທານສະຫະພັນເບສບອນ-ຊັອບບອນແຫ່ງຊາດລາວ, ມີ ທ່ານ ແສງພອນ ພົນອາມາດ ຮອງປະທານຄະນະກຳມະການໂອແລັມປິກແຫ່ງຊາດລາວ, ທ່ານ ບຸນມາ ທຳມະວົງ ຮອງຫົວໜ້າກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ນາງ ລີຢູຈິນ (LEE YOO JIN) ຮອງເລຂາທິການສະຖານທູດ ສ ເກົາຫຼີ ປະຈຳ ສປປ ລາວ ພ້ອມດ້ວຍຄະນະບໍລິຫານງານສະຫະພັນ, ຜູ້ໃຫ້ການສະໜັບສະໜູນ, ຄະນະກຳມະການຕັດສິນ, ຄູຝຶກ, ນັກກິລາ ແລະ ແຂກຖືກເຊີນ ເຂົ້າຮ່ວມ.
ຜົນສຳເລັດສຳມະນາວິທະຍາສາດ ພັດທະນາໂຮງຮຽນການເມືອງ ທົ່ວປະເທດ ໃຫ້ເຂັ້ມແຂງ

ຜົນສຳເລັດສຳມະນາວິທະຍາສາດ ພັດທະນາໂຮງຮຽນການເມືອງ ທົ່ວປະເທດ ໃຫ້ເຂັ້ມແຂງ

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ຮ່ວມກັບໂຮງຮຽນການເມືອງແລະ ການປົກຄອງແຂວງຫຼວງນ້ຳທາ ຈັດກອງປະຊຸມສຳມະນາວິທະຍາສາດທົ່ວປະເທດພາຍໃຕ້ຫົວຂໍ້: “ພັດທະນາໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫຼວງ ໃຫ້ເຂັ້ມແຂງ” ຈັດຂຶ້ນໃນວັນທີ 11 ພະຈິກຜ່ານມາ. ກອງປະຊຸມຄັ້ງນີ້ໄດ້ຮຽນເຊີນທ່ານ ອານຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ຫົວໜ້າ ສມປຊ ເປັນປະທານ ແລະ ກ່າວເປີດກອງປະຊຸມຢ່າງເປັນທາງການ; ໂດຍມີທ່ານ ສຸພາວະດີ ຫຼ້າຄຳສາຍ ຄະນະບໍລິຫານງານພັກ ຮອງຫົວໜ້າ ສມປຊ ເປັນຜູ້ດຳເນີນການສຳມະນາ. ເຂົ້າຮ່ວມກອງປະຊຸມມີຄະນະພັກ, ຄະນະອຳນວຍການ, ຄູ-ອາຈານ, ນັກວິທະຍາສາດແລະ ຄະນະຮັບຜິດຊອບຕາງໜ້າໃຫ້ໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫຼວງທັງ 18 ໂຮງຮຽນໃນທົ່ວປະເທດ.
ວິທະຍາໄລເຕັກນິກກະສິກໍາດົງຄຳຊ້າງ ແຂ່ງຂັນ AI+ກະສິກຳ ປີ 2026

ວິທະຍາໄລເຕັກນິກກະສິກໍາດົງຄຳຊ້າງ ແຂ່ງຂັນ AI+ກະສິກຳ ປີ 2026

ວັນທີ 11 ພະຈິກຜ່ານມາ, ວິທະຍາໄລເຕັກນິກກະສິກຳດົງຄຳຊ້າງ ໄດ້ຈັດການແຂ່ງຂັນທັກສະສີມື “AI+ກະສິກຳ” ປະຈຳປີ 2026 ພາຍໃຕ້ໂຄງການສີມືແຮງງານກະສິກຳແບບທັນສະໄໝ ລາວ-ຈີນ ໂດຍມີທ່ານ ຕຽງຄຳ ໄຊຍະວົງ ຮັກສາການ ຜູ້ອຳນວຍການວິທະຍາໄລ ເປັນປະທານ ພ້ອມດ້ວຍຕົວແທນພາກລັດ, ເອກະຊົນ ຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມ.
ອຸທຸມພອນ ແຈກຢາຍຢາຂ້າແມ່ທ້ອງໃຫ້ນັກຮຽນປະຖົມ-ມັດທະຍົມ

ອຸທຸມພອນ ແຈກຢາຍຢາຂ້າແມ່ທ້ອງໃຫ້ນັກຮຽນປະຖົມ-ມັດທະຍົມ

ເມືອງອຸທຸມພອນ ແຂວງສະຫວັນນະເຂດ ຈັດພິທີແຈກຢາຍຢາກິນຂ້າແມ່ທ້ອງໃຫ້ນັກຮຽນຊັ້ນປະຖົມ ແລະ ມັດທະຍົມຕອນຕົ້ນທົ່ວເມືອງ ໃນວັນທີ 12 ພະຈິກນີ້, ທີ່ເດີ່ນໂຮງຮຽນ ມສ ອຸທຸມພອນໂດຍການເຂົ້າຮ່ວມຂອງທ່ານ ໂພໄຊ ອິນທະວົງສາ ປະທານຄະນະກໍາມະການປົກຄອງເມືອງ, ມີທ່ານ ບຸນໂຮງ ແສງອາລຸນ ຫົວໜ້າຫ້ອງການສາທາລະນະສຸກເມືອງ, ທ່ານ ສອນວິໄລ ອຸພະມີໄຊ ຫົວໜ້າຫ້ອງການສຶກສາທິການ-ກິລາເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສປປ ລາວ ກຽມເປັນເຈົ້າພາບຈັດແຂ່ງຂັນກິລາເພາະກາຍ ຊີງແຊັມໂລກຕົ້ນເດືອນທັນວານີ້

ສປປ ລາວ ກຽມເປັນເຈົ້າພາບຈັດແຂ່ງຂັນກິລາເພາະກາຍ ຊີງແຊັມໂລກຕົ້ນເດືອນທັນວານີ້

ພິທີຖະແຫຼງຂ່າວ ການແຂ່ງຂັນກິລາເພາະກາຍຊີງແຊັມໂລກ ຄັ້ງທີ 17 ທີ່ ສປປ ລາວ ເປັນເຈົ້າ ພາບ ຈັດຂຶ້ນໃນວັນທີ 11 ພະຈິກນີ້ ທີ່ໂຮງແຮມດອນຈັນພາເລດ, ໂດຍມີທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ປະທານສະຫະພັນກິລາເພາະກາຍແຫ່ງຊາດລາວ ທັງເປັນປະທານຈັດງານກິລາເພາະກາຍຊີງແຊັມໂລກ ຄັ້ງທີ 17, ມີທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ) ທັງເປັນຄະນະປະທານຮ່ວມຊີ້ນໍາຈັດການແຂ່ງຂັນເພາະກາຍຊີງແຊັມໂລກ ຄັ້ງທີ 17, ມີບັນດາການນໍາຈາກກະຊວງ, ຄະນະອໍານວຍການ, ຜູ້ໃຫ້ການສະໜັບສະໜູນ, ຄະນະສະຫະພັນກິລາເພາະກາຍ, ຄູຝຶກ ແລະ ນັກກິລາ ເຂົ້າຮ່ວມ.
ຜູ້ບໍລິຫານ-ຄຸ້ມຄອງໂຮງຮຽນການເມືອງ ທົ່ວປະເທດ ແລກປ່ຽນຄຳເຫັນຢ່າງກົງໄປກົງມາ ຕາມ “ຄຳຖາມເຈາະຈີ້ມ” ແລະ ການຊີ້ແຈງແກ້ໄຂຈາກສມປຊ

ຜູ້ບໍລິຫານ-ຄຸ້ມຄອງໂຮງຮຽນການເມືອງ ທົ່ວປະເທດ ແລກປ່ຽນຄຳເຫັນຢ່າງກົງໄປກົງມາ ຕາມ “ຄຳຖາມເຈາະຈີ້ມ” ແລະ ການຊີ້ແຈງແກ້ໄຂຈາກສມປຊ

ວັນທີ 10 ພະຈິກ ນີ້ ຕໍ່ເນື່ອງຈາກວາລະກອງປະຊຸມໃນວັນທຳອິດຜ່ານມາ, ພາຍໃຕ້ການເປັນປະທານ ທ່ານ ອານຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ), ກອງປະຊຸມສະຫຼຸບຖອດຖອນບົດຮຽນຜູ້ບໍລິຫານ-ຄຸ້ມຄອງໂຮງຮຽນການເມືອງ ແລະ ການປົກຄອງແຂວງ ນະຄອນຫຼວງວຽງຈັນ ທົ່ວປະເທດ ປະຈຳສົກປີ 2025-2026 ທີ່ຈັດຂຶ້ນ ທີ່ແຂວງຫຼວງນ້ຳທາ ໄດ້ສືບຕໍ່ເຂົ້າສູ່ ວາລະການແລກປ່ຽນ, ປຶກສາຫາລື ແລະ ຕອບຄຳຖາມເຈາະຈີ້ມ ແລະ ເລິກເຊິ່ງ.
ເອັສຊີຈີ ມອບທຶນການສຶກສາແກ່ເຍົາວະຊົນໃນລາວ ຕໍ່ເນື່ອງເປັນປີທີ 15

ເອັສຊີຈີ ມອບທຶນການສຶກສາແກ່ເຍົາວະຊົນໃນລາວ ຕໍ່ເນື່ອງເປັນປີທີ 15

ໃນວັນທີ 5 ພະຈິກ ຜ່ານມາ ທີ່ ນະຄອນຫຼວງວຽງຈັນ, ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບ ເອັສຊີຈີ (SCG) ຈັດພິທີມອບທຶນການສຶກສາ, ສືບຕໍ່ໂຄງການ "SCG Sharing the Dream 2026" ຕໍ່ເນື່ອງເປັນປີທີ 15 ທີ່ ສປປ ລາວ ໂດຍ ເອັສຊີຈີ ໄດ້ມອບທຶນການສຶກສາໃນ ສປປ ລາວ ໄປແລ້ວ 2,601 ທຶນ ແລະ ປີນີ້, ຈະມອບເພີ່ມອີກ ຈຳນວນ 126 ທຶນ ໃຫ້ແກ່ເຍົາວະຊົນທີ່ຕັ້ງໃຈຮຽນ ແລະ ປະພຶດດີ ເພື່ອສະໜັບສະໜູນໃຫ້ເຍົາວະຊົນເຂົ້າເຖິງການສຶກສາ ພ້ອມຕໍ່ຍອດແນວຄິດ "Green Active Generation" ສົ່ງເສີມຄວາມສຳຄັນຂອງການເບິ່ງແຍງຊຸມຊົນ ແລະ ສິ່ງແວດລ້ອມ ພ້ອມລົງມືພັດທະນາຊຸມຊົນ ແລະ ເປັນກຳລັງສຳຄັນພັດທະນາປະເທດຢ່າງຍືນຍົງ.
ສມປຊ ສະຫຼຸບບົດຮຽນບໍລິຫານຄຸ້ມຄອງໂຮງຮຽນການເມືອງ ທົ່ວປະເທດ

ສມປຊ ສະຫຼຸບບົດຮຽນບໍລິຫານຄຸ້ມຄອງໂຮງຮຽນການເມືອງ ທົ່ວປະເທດ

ກອງປະຊຸມສະຫຼຸບຖອດຖອນບົດຮຽນການຈັດຕັ້ງປະຕິບັດຫຼັກສູດການຮຽນ-ການສອນ ແລະ ວຽກງານບໍລິຫານຄຸ້ມຄອງ ຜູ້ບໍລິຫານໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫຼວງວຽງຈັນ ທົ່ວປະເທດ ປະຈຳສົກປີ 2025-2026 ແລະ ທິດທາງແຜນການ ສົກປີ 2026-2027 ໄດ້ຈັດຂຶ້ນໃນວັນທີ 9 ພະຈິກ 2026 ນີ້ ທີ່ແຂວງຫຼວງນ້ຳທາ ຢ່າງເປັນທາງການ.
ເພີ່ມເຕີມ