ຂ່າວລະບຸວ່າ: ກອງປະຊຸມດັ່ງກ່າວຈະດຳເນີນເປັນເວລາ 2 ວັນ, ໂດຍມີຜູ້ຕາງໜ້າຝ່າຍຕ່າງປະເທດ 100 ກວ່າທ່ານທີ່ມາຈາກອົງການຈັດຕັ້ງສາກົນ, ວິສາຫະກິດຂ້າມຊາດໃນບັນຊີລາຍຊື່ 500 ວິສາຫະກິດທີ່ເຂັ້ມແຂງທີ່ສຸດໃນໂລກ ພ້ອມດ້ວຍວົງການອຸດສາຫະກຳ ແລະການຄ້າທົ່ວໂລກ ໄດ້ເຂົ້າຮ່ວມກອງປະຊຸມດັ່ງກ່າວ. ບັນດາແຂກພາຍໃນ ແລະ ຕ່າງປະເທດ ຈະແລກປ່ຽນ ແລະປຶກສາຫາລືກັນໂດຍປິ່ນອ້ອມຫົວຂໍ້ຕ່າງໆ ເຊັ່ນ: ນະໂຍບາຍມະຫາພາກ ແລະການເຕີບໂຕຂອງເສດຖະກິດ, ການປະຕິຮູບຊຸກຍູ້ແຮງຂັບເຄື່ອນໃໝ່ດ້ານການເຕີບໂຕຂອງເສດຖະກິດ, ການກະຕຸກຊຸກຍູ້ການບໍລິໂພກ ແລະເປີດກວ້າງຄວາມຕ້ອງການພາຍໃນ, ການນຳພາການພັດທະນາຂອງກຳລັງຜະລິດໃນຄຸນນະພາບໃໝ່ດ້ວຍການປະດິດສ້າງດ້ານວິທະຍາສາດເຕັກໂນໂລຊີ, ການພັດທະນາປັນຍາປະດິດແບບມີຜົນປະໂຫຍດທົ່ວເຖິງ, ກວມລວມ ແລະຫົວຂໍ້ອື່ນໆ.
ສິງກະໂປ ເລັ່ງນຳໃຊ້ AI ຍົກລະດັບຂະແໜງການທ່ອງທ່ຽວ
ຂ່າວຕ່າງປະເທດລາຍງານ ໃນວັນທີ 24 ກໍລະກົດ ຜ່ານມາວ່າ: ສິງກະໂປປະກາດແຜນການເລັ່ງນຳໃຊ້ເຕັກໂນໂລຊີປັນຍາປະດິດ (AI) ຂັ້ນສູງ ໃນຂະແໜງການທ່ອງທ່ຽວ, ໂດຍມີເປົ້າໝາຍແນໃສ່ຍົກລະດັບປະສົບການຂອງນັກທ່ອງທ່ຽວ ແລະ ເພີ່ມທະວີການຜະລິດອຸດສາຫະກຳ ໂດຍຜ່ານຄຳແນະນຳສະເພາະບຸກຄົນ, ບໍລິການຜູ້ຊ່ວຍຫຼາຍພາສາ ແລະ ການເລົ່າເລື່ອງແບບສະເໝືອນຈິງ.
ຄໍາເຫັນ