ຄະນະພັກຮາກຖານກອງພັນກໍ່ສ້າງຂົວທາງ 587 ສຳເລັດກອງປະຊຸມໃຫຍ່ຄັ້ງທີ V

ກອງພັນກໍ່ສ້າງຂົວທາງ 587 ສຳເລັດກອງປະຊຸມໃຫຍ່ ຄັ້ງທີ V

ກອງພັນກໍ່ສ້າງຂົວທາງ 587 ສຳເລັດກອງປະຊຸມໃຫຍ່ ຄັ້ງທີ V
ຄະນະພັກຮາກຖານກອງພັນກໍ່ສ້າງຂົວທາງ 587 ສຳເລັດກອງປະຊຸມໃຫຍ່ຄັ້ງທີ V ເມື່ອບໍ່ດົນມານີ້, ໂດຍການເປັນປະທານຂອງ ສະຫາຍ ພົນຕີ ວັນທອງ ບຸດຕະວົງ ກຳມະການຄະນະພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີຄະນະພັກຮາກຖານ, ແຂກຖືກເຊີນ ພ້ອມດ້ວຍສະມາຊິກພັກເຂົ້າຮ່ວມ.

 

ສະຫາຍ ພັນໂທ ທີ ສີສຸທຳ ເລຂາຄະນະພັກຮາກຖານ ຫົວໜ້າການເມືອງກອງພັນກໍ່ສ້າງຂົວທາງ 587 ໄດ້ຜ່ານບົດລາຍງານການເມືອງທັງສອງພາກ ຍົກໃຫ້ເຫັນຜົນງານທີ່ພົ້ນເດັ່ນ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ໃນໄລ ຍະຜ່ານມາ, ຄະນະພັກຮາກຖານໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງນໍາພາແນວຄິດ ຕໍ່ຖັນແຖວພະນັກງານ-ສະມາ ຊິກພັກໄດ້ຮັບຮູ້ເຂົ້າໃຈ, ເຊື່ອມຊຶມກຳແໜ້ນບັນດາຫຼັກການຂອງພັກ, ໂດຍສະເພາະປະຕິບັດຕາມ 3 ທິດນໍາ 5 ຫຼັກການຂອງພັກຢ່າງຕັ້ງໜ້າ, ຈັດຕັ້ງເຂົ້າຮ່ວມຄົ້ນຄວ້າ, ເຊື່ອມຊຶມມະຕິ ແລະ ກົດລະບຽບຂອງພັກ, ຖືເອົາການດໍາເນີນຊີວິດການເມືອງພາຍໃນພັກ ເປັນການກວດກາຕີລາຄາຄືນຄວາມຮັບຜິດຊອບການເມືອງຂອງພະນັກງານ-ສະມາຊິກພັກ ເພື່ອເສີມຂະຫຍາຍດ້ານຕັ້ງໜ້າ, ແກ້ໄຂດ້ານຄົງຄ້າງ ແລະ ປະກົດການຫຍໍ້ທໍ້ຕ່າງໆ, ເອົາໃຈໃສ່ຈັດຕັ້ງປະຕິບັດໜ້າທີ່ວິຊາສະເພາະ ໂດຍປະສານສົມທົບກັບອໍານາດການປົກຄອງທ້ອງຖິ່ນບໍ່ວ່າຢູ່ໃນຂອບເຂດຕັ້ງທັບກໍຄືຢູ່ພາກສະໜາມກໍ່ສ້າງໂຄງການ ເພື່ອຕິດຕາມເກັບກຳສະພາບການ, ຊຸກຍູ້ປຸກລະດົມໃຫ້ປະຊາຊົນເຂົ້າຮ່ວມເຄື່ອນໄຫວເຮັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຕາມຂອບເຂດຄວາມຮັບຜິດຊອບໃຫ້ມີຄວາມສະຫງົບປອດໄພ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ປັດຈຸບັນທົ່ວກອງພັນມີ 5 ໜ່ວຍພັກຂຶ້ນກັບ. ໃນນີ້, ສາມາດຮັກສາໄດ້ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ 5 ສະໄໝຕິດຕໍ່ກັນ.

ກອງປະຊຸມໄດ້ປ່ອນບັດຄັດເລືອກເອົາຄະນະພັກຮາກຖານຊຸດໃໝ່, ກອງປະຊຸມຄັ້ງປະຖົມມະລືກເຫັນດີເປັນເອກະພາບເລືອກເອົາສະຫາຍ ພັນໂທ ທີ ສີສຸທຳ ເປັນເລຂາ, ສະຫາຍ ພັນໂທ ບົວຄຳ ອິນທະວົງ ເປັນຮອງເລຂາ, ສະຫາຍ ພັນໂທ ອຸດອນ ຄຳມະວົງ ເປັນປະທານກວດກາ ແລະ ອີກ 4 ສະຫາຍເປັນຄະນະພັກຮາກຖານຊຸດໃໝ່.

ໂອກາດນີ້, ສະຫາຍ ພົນຕີ ວັນທອງ ບຸດຕະວົງ ໄດ້ມີຄຳເຫັນໂອ້ລົມເນັ້ນໃຫ້ຄະນະພັກຊຸດໃໝ່ເອົາໃຈໃສ່ຍົກສູງພາລະບົດບາດ, ໜ້າທີ່ການເມືອງ, ຄວາມຮັບຜິດຊອບຂອງຕົນ, ແກ້ໄຂບັນຫາຂໍ້ຄົງຄ້າງດ້ານຕ່າງໆ, ປັບປຸງແບບແຜນວິທີເຮັດວຽກປະຕິບັດຫຼັກການລວມສູນປະຊາທິປະໄຕ ແບ່ງຄວາມຮັັບຜິດຊອບໃຫ້ບຸກຄົນ, ມີສະຕິຕື່ນຕົວປະຕິບັດກົດ ໝາຍຂອງລັດ, ລະບຽບວິໄນຂອງກອງທັບຢ່າງເຂັ້ມງວດ, ເປັນເຈົ້າການຈັດຕັ້ງຜັນຂະຫຍາຍທິດທາງແຜນການຄາດໝາຍສູ້ຊົນວຽກງານການນຳພາຂອງພັັັກ, ວຽກງານວິຊາສະເພາະຂອງກົມກອງໃຫ້ປະກົດຜົນເປັນຈິງ.

ຂ່າວ: ສຸກສາຄອນ

ຄໍາເຫັນ

ຂ່າວການເມືອງ

ກອງປະຊຸມໃຫຍ່ຜູ້ແທນຄະນະພັກຮາກຖານ ດ່ານສາກົນຂົວມິດຕະພາບ 1 ຄັ້ງທີ II

ກອງປະຊຸມໃຫຍ່ຜູ້ແທນຄະນະພັກຮາກຖານ ດ່ານສາກົນຂົວມິດຕະພາບ 1 ຄັ້ງທີ II

ກອງປະຊຸມໃຫຍ່ຜູ້ແທນຄະນະພັກຮາກຖານ ດ່ານສາກົນຂົວມິດຕະພາບ 1 ຄັ້ງທີ II ຈັດຂຶ້ນວັນທີ 13 ມັງກອນນີ້ ທີ່ດ່ານສາກົນຂົວມິດຕະພາບ 1 ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ (ນວ) ໂດຍການເປັນປະທານຂອງສະຫາຍ ດາວເພັດ ອາລຸນ ກຳມະການພັກ ນວ ເລຂາຄະນະພັກຮາກຖານດ່ານສາກົນຂົວມິດຕະ ພາບ 1, ມີສະຫາຍ ອານຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ນວ ປະທານສະພາປະຊາຊົນ ນວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຫ້ອງວ່າການແຂວງ ເຊື່ອມຊຶມເອກະສານໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ

ຫ້ອງວ່າການແຂວງ ເຊື່ອມຊຶມເອກະສານໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ

ວັນທີ 7 ມັງກອນ ນີ້ ທີ່ຫ້ອງປະຊຸມ ເຮືອນຮັບແຂກ ເລກ 1 ແຂວງຄໍາມ່ວນ ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມເອກະສານ ການປະເມີນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຂອງຄະນະພັກຮາກຖານ ຫ້ອງວ່າການແຂວງຄໍາມ່ວນ, ໂດຍການເປັນປະທານຂອງ ສະຫາຍ ພາກອນ ແກ້ວມະນີ ຮອງເລຂາຄະນະພັກຮາກຖານ ຮອງຫົວໜ້າຫ້ອງວ່າການແຂວງ, ມີບັນດາສະຫາຍໃນຄະນະພັກຮາກຖານ, ຄະນະໜ່ວຍພັກ, ຕະຫຼອດຮອດສະມາຊິກພັກພາຍໃນຮາກຖານເຂົ້າຮ່ວມ.
ພະແນກການຕ່າງປະເທດແຂວງຊຽງຂວາງ ເຊື່ອມຊຶມມະຕິກອງປະຊຸມໃຫຍ່ອົງຄະນະພັກແຂວງຄັ້ງທີ IX

ພະແນກການຕ່າງປະເທດແຂວງຊຽງຂວາງ ເຊື່ອມຊຶມມະຕິກອງປະຊຸມໃຫຍ່ອົງຄະນະພັກແຂວງຄັ້ງທີ IX

ພະແນກການຕ່າງປະເທດແຂວງຊຽງຂວາງ ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ອົງຄະນະພັກແຂວງ ຄັ້ງທີ IX ຂຶ້ນໃນວັນທີ 5 ມັງກອນນີ້ ທີ່ຫ້ອງວ່າການແຂວງ ໂດຍການເປັນປະທານຂອງທ່ານນາງ ຄຳພັດ ວັນລາສີ ເລຂາໜ່ວຍພັກຮາກຖານ ຫົວໜ້າພະແນກການຕ່າງປະເທດແຂວງ, ມີຄະນະພະແນກ, ມີບັນດາພະນັກງານເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມ ສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ແຂວງໄຊສົມບູນ ຊຸດທີ IV

ກອງປະຊຸມ ສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ແຂວງໄຊສົມບູນ ຊຸດທີ IV

ກອງປະຊຸມ ສະໄໝສາມັນ ເທື່ອທີ 10 ຂອງສະພາປະຊາຊົນ ແຂວງໄຊສົມບູນ ຊຸດທີ IV ໄດ້ໄຂຂຶ້ນໃນ ວັນທີ 29 ທັນວານີ້ ທີ່ສະໂມສອນເມືອງອະນຸວົງ ໂດຍການເປັນປະທານຂອງທ່ານ ແດງ ປະທຸມທອງ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 18 ປະທານສະພາປະຊາຊົນ ແຂວງໄຊສົມບູນ, ເປັນກຽດເຂົ້າຮ່ວມຂອງທ່ານ ພົຈວ ບົວພັນ ອິນທະປັນຍາ ປະທານຄະນະກຳມະການປົກຄອງ ແຂວງໄຊສົມບູນ, ມີບັນດາການນຳພັກ-ລັດ ຂັ້ນແຂວງ, ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 18, ພ້ອມດ້ວຍ ນັກປະຕິວັດອາວຸໂສ, ຜູ້ຊົງຄຸນວຸດທິ ແລະ ນັກທຸລະກິດ ເຂົ້າຮ່ວມ.
ບາງຄໍາເຫັນ ຂອງສະມາຊິກ ສພຂ ແຂວງຄໍາມ່ວນສະເໜີຕໍ່ກອງປະຊຸມ ສະໄໝສາມັນເທື່ອທີ 10

ບາງຄໍາເຫັນ ຂອງສະມາຊິກ ສພຂ ແຂວງຄໍາມ່ວນສະເໜີຕໍ່ກອງປະຊຸມ ສະໄໝສາມັນເທື່ອທີ 10

ບັນດາຄໍາເຫັນຂອງສະມາຊິກສະພາປະຊາຊົນແຂວງ (ສພຂ) ຄຳມ່ວນ ທີ່ໄດ້ສະເໜີໃນກອງປະຊຸມ ສະໄໝສາມັນເທື່ອທີ 10 ຂອງ ສພຂ ຄໍາມ່ວນ ຊຸດທີ IV ທີ່ໄຂຂຶ້ນໃນວັນທີ 24 ທັນວາ 2025, ກ່ຽວກັບ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ - ສັງຄົມ, ແຜນງົບປະມານແຫ່ງລັດ, ຄາດໝາຍວຽກພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃນໄລຍະ 5 ປີ (2021-2025), ປະຈໍາປີ 2025 ແລະ ທິດທາງແຜນການ 5 ປີ (2026-2030)ຄື:
ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ສະໄໝທີ VI ອົງຄະນະພັກ ວທ

ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ສະໄໝທີ VI ອົງຄະນະພັກ ວທ

ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ຈັດກອງປະຊຸມເຜີຍແຜ່ຜົນສຳເລັດ ແລະ ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ສະໄໝທີ VI ອົງຄະນະພັກກະຊວງ ວທ ຂຶ້ນໃນວັນທີ 25 ທັນວານີ້ ທີ່ຫໍວັດ ທະນະທໍາແຫ່ງຊາດ ໂດຍການເປັນປະທານຂອງສະຫາຍ ນາງ ສວນສະຫວັນ ວິຍະເກດ ກໍາມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີກະຊວງ ວທ, ມີສະຫາຍ ວັນສີ ກົວມົວ ກຳມະການສຳຮອງສູນກາງພັກ ຮອງເລຂາຄະນະພັກ ຮອງລັດຖະມົນຕີກະຊວງ ວທ, ມີບັນດາສະຫາຍຄະນະປະຈໍາພັກ, ສະມາຊິກພັກ, ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.
ມອບຮັບໜ້າທີ່ລະຫວ່າງເຈົ້າແຂວງແລະປະທານຄະນະກຳມະການປົກຄອງແຂວງວຽງຈັນ

ມອບຮັບໜ້າທີ່ລະຫວ່າງເຈົ້າແຂວງແລະປະທານຄະນະກຳມະການປົກຄອງແຂວງວຽງຈັນ

ພິທີ​ມອບ-ຮັບ​ໜ້າ​ທີ່​ລະ​ຫວ່າງ ເຈົ້າ​ແຂວງ​ວຽງຈັນ ແລະ ປະ​ທານ​ຄະ​ນະ​ກຳ​ມະ​ການ​ປົກ​ຄອງ​ແຂວງ​ວຽງຈັນໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 24 ທັນ​ວາຜ່ານມານີ້, ທີ່ແຂວງວຽງຈັນ ໂດຍການໃຫ້ກຽດເຂົ້າຮ່ວມ ຂອງທ່ານ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ; ຄະນະເລຂາທິການສູນກາງພັກ, ປະທານ ຄະນະກວດກາສູນກາງພັກ,ປະທານອົງການກວດກາແຫ່ງລັດ,ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ; ມີທ່ານ ຄຳພັນ ສິດທິດໍາພາ ເຈົ້າແຂວງວຽງຈັນ; ທ່ານ ພູທະນູເພັດ ໄຊສົມບັດ ເລຂາຄະນະ ບໍລິຫານງານພັກແຂວງວຽງຈັນ, ມີ​ຄະນະປະຈໍາພັກ ແລະ ຄະນະບໍລິຫານງານພັກແຂວງ, ມີພະນັກງານ ອາວຸໂສບໍານານ ແລະ ພະແນກການທີ່​ກ່ຽວ​ຂ້ອງຂອງແຂວງ ເຂົ້າຮ່ວມ.
ສະຫຼຸບວຽກງານ ຄຄອຊ ປະຈຳປີ2025-ແຜນການປະຈຳປີ 2026

ສະຫຼຸບວຽກງານ ຄຄອຊ ປະຈຳປີ2025-ແຜນການປະຈຳປີ 2026

ຄະນະກໍາມະການຄຸ້ມຄອງອິນເຕີເນັດແຫ່ງຊາດ (ຄຄອຊ) ໄດ້ຈັດກອງປະຊຸມສະຫຼຸບວຽກງານປະຈຳປີ 2025 ແລະ ວາງທິດທາງແຜນການປະຈຳປີ 2026 ຂຶ້ນ ໃນວັນທີ 25 ທັນວານີ້, ທີ່ຫ້ອງປະຊຸມໃຫຍ່ ກອງບັນຊາການປ້ອງກັນເຄື່ອນທີ່ ກະຊວງປ້ອງກັນຄວາມສະຫງົບ (ເຂດສະໜາມມ້າ)
ປິດກອງປະຊຸມສາມັນຄົບຄະນະກຳມະການ ສນຊ ຄັ້ງທີ 5 ສະໄໝທີ XI

ປິດກອງປະຊຸມສາມັນຄົບຄະນະກຳມະການ ສນຊ ຄັ້ງທີ 5 ສະໄໝທີ XI

ກອງປະຊຸມສາມັນຄົບຄະນະກຳມະການສູນກາງແນວລາວສ້າງຊາດ (ສນຊ) ຄັ້ງທີ 5 ສະໄໝທີ XI ປິດລົງດ້ວຍຜົນສຳເລັດຢ່າງຈົບງາມໃນວັນທີ 25 ທັນວານີ້ ທີ່ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ, ມີຮອງປະທານ, ຫົວໜ້າກົມ, ຮອງກົມ ແລະ ແຂກຖືກເຊີນເຂົ້າຮ່ວມ.
ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ພິທີມອບ-ຮັບ ໜ້າທີ່ເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 22 ທັນວານີ້ ຢູ່ຫ້ອງປະຊຸມຂອງເມືອງດັ່ງກ່າວ, ​ໂດຍ​ການເປັນ​ກຽດເຂົ້າຮ່ວມຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ເພີ່ມເຕີມ