ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ

ກໍ່ສ້າງນະຄອນຫຼວງຮ່າໂນ້ຍ ໃຫ້ກາຍເປັນນະຄອນເຊື່ອມຕໍ່ທົ່ວໂລກ

ກໍ່ສ້າງນະຄອນຫຼວງຮ່າໂນ້ຍ ໃຫ້ກາຍເປັນນະຄອນເຊື່ອມຕໍ່ທົ່ວໂລກ
ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 10 ຕຸລາ ຜ່ານມາຢູ່ສູນປະຊຸມແຫ່ງຊາດ ນະຄອນຫຼວງຮ່າໂນ້ຍ,

 

 ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ສະພາແຫ່ງຊາດ, ປະທານປະເທດ, ລັດຖະບານແຫ່ງ ສສຫວຽດນາມ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ແລະ ນະຄອນຮ່າໂນ້ຍ ໄດ້ຈັດພິທີສະເຫຼີມສະຫຼອງລະດັບຊາດ 70 ປີແຫ່ງວັນປົດປ່ອຍນະຄອນຫຼວງ (10 ຕຸລາ 1954 – 10 ຕຸລາ 2024) ຂຶ້ນຢ່າງສົມກຽດ. ນີ້ແມ່ນເຫດການທີ່ມີຄວາມໝາຍສຳຄັນທີ່ສຸດໃນບັນດາການເຄື່ອນໄຫວສະເຫຼີມສະຫຼອງ 70 ປີແຫ່ງວັນປົດປ່ອຍນະຄອນຫຼວງຮ່າໂນ້ຍ. ໂດຍເຂົ້າຮ່ວມມີທ່ານ ໂຕເລິມ ເລຂາທິການໃຫຍ່ປະທານປະເທດ ຫວຽດນາມ, ທ່ານ ເຈິນແທັງເໝິນ ປະທານສະພາແຫ່ງຊາດການນຳນະຄອນຮ່າໂນ້ຍ, ພ້ອມກັບຜູ້ຕາງໜ້ານັກຮຽນຮູ້, ປັນຍາຊົນ, ສາສະໜາ, ປະຊາຊົນທຸກຊັ້ນວັນນະ ແລະ ກຳລັງປະກອບອາວຸດນະຄອນຫຼວງ.

ທ່ານ ໂຕເລິມ ກ່າວຄຳເຫັນໃນພິທີວ່າ: ໃນພາລະກິດອັນສະຫງ່າລາສີຂອງພັກ, ຂອງຊາດ, ນະຄອນຫຼວງ ຮ່າໂນ້ຍ ຍາມໃດກໍມີບົດບາດ, ທີ່ຕັ້ງສຳຄັນພິເສດ, ຕິດພັນກັບບັນດາຂີດໝາຍຮຸ່ງເຮືອງເຫຼືອງເຫຼື້ອມທີ່ເຕັມໄປດ້ວຍຄວາມເປັນກຽດ ແລະຄວາມເອກອ້າງທະນົງໃຈ. ຈາກນະຄອນມີຂອບຂະໜາດ, ເນື້ອທີ່, ພົນລະເມືອງຂ້ອນຂ້າງໜ້ອຍ, ພື້ນຖານໂຄງລ່າງ ແລະ ເສດຖະກິດຫຼ້າຫຼັງ, ຖືກສົງຄາມທຳລາຍຢ່າງໜັກໜ່ວງນັ້ນ, ປັດຈຸບັນ, ຮ່າໂນ້ຍ ໄດ້ກາຍເປັນສູນກາງການເມືອງ - ການບໍລິຫານແຫ່ງຊາດ, ສູນກາງໃຫຍ່ກ່ຽວກັບວັດທະນະທຳ, ວິທະຍາສາດ, ການສຶກສາ, ເສດຖະກິດ ແລະ ການເຊື່ອມໂຍງເຂົ້າກັບສາກົນ; ແມ່ນໜຶ່ງໃນຈຳນວນ 17 ເຂດຕົວເມືອງໃຫຍ່ທີ່ສຸດຂອງໂລກ. ນະຄອນຫຼວງຮ່າໂນ້ຍ ມີຄວາມໝັ້ນຄົງ, ປອດໄພ ແລະ ເຕັມໄປດ້ວຍພະລັງຊີວິດທີ່ດຶງດູດໃຈນັກທ່ອງທ່ຽວຢູ່ພາຍໃນ, ຕ່າງປະເທດ ແລະ ບັນດານັກລົງທຶນສາກົນ. ປັດຈຸບັນ, ຮ່າໂນ້ຍ ມີການພົວພັນມິດຕະພາບ, ຮ່ວມມືກັບນະຄອນຫຼວງຂອງບັນດາປະເທດຫຼາຍກວ່າ 100 ນະຄອນ, ມີການພົວພັນດ້ານເສດຖະກິດການຄ້າກັບເກືອບ 200 ປະເທດ ແລະ ເຂດແຄ້ວນ; ຮ່າໂນ້ຍ ເຂົ້າຮ່ວມ ແລະ ຮັບດຳລົງຕຳແໜ່ງສຳຄັນຢູ່ຫຼາຍເວທີປາໄສສາກົນ, ປະກອບສ່ວນຍົກສູງບົດບາດ, ທີ່ຕັ້ງ, ອິດທິພົນຊື່ສຽງຂອງນະຄອນຫຼວງ, ຂອງປະເທດຊາດບົນເວທີສາກົນ.

ທ່ານ ໂຕເລິມ ເນັ້ນໜັກວ່າ: ດ້ວຍທ່າແຮງພາຍຫຼັງໄລຍະ 40 ປີແຫ່ງການປ່ຽນແປງໃໝ່, ຫວຽດນາມ ພວມຢືນຕໍ່ໜ້າກາລະໂອກາດຄັ້ງປະຫວັດສາດ ເພື່ອນຳປະເທດຊາດກ້າວເຂົ້າສູ່ສັງກາດໃໝ່, ສັງກາດບືນຕົວຂຶ້ນຂອງຊາດ.

ຄໍາເຫັນ

ຂ່າວຕ່າງປະເທດ

ເປີດ​ການອະພິປາຍທົ່ວໄປ​ຂອງ​ກອງ​ປະ​ຊຸ​ມສະ​ມັດ​ຊາ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ ສະ​ໄໝ​ທີ 81

ເປີດ​ການອະພິປາຍທົ່ວໄປ​ຂອງ​ກອງ​ປະ​ຊຸ​ມສະ​ມັດ​ຊາ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ ສະ​ໄໝ​ທີ 81

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນ​ທີ 22 ກັນ​ຍາ ຜ່ານມາ, ກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ສະ​ໄໝທີ 81 ໄດ້​ເປີດ​ອະ​ພິ​ປາຍ​ທົ່ວ​ໄປ​ຢູ່​ສຳ​ນັກ​ງານ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ທີ່​ນະ​ຄອນ​ນິວຢອກ​ ສະຫະລັດ ​ອາ​ເມ​ຣິ​ກາ​ ພາຍ​ໃຕ້​ຫົວ​ຂໍ້ “​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຄືນ​ໃໝ່, ບໍ​ລິ​ຫານ​ການ​ປ່ຽນ​ແປງ ເພື່ອ​ໃຫ້ອົງ​ການ​ສ​ະ​ຫະ​ປະ​ຊາ​ຊາດ​ ສາ​ມາດ​ນຳ​ເອົາ​ຜົນ​ປະ​ໂຫຍດ​ມາ​ໃຫ້ທຸກ​ຄົນ”.
Google ຖືກປັບໃໝຫຼາຍກວ່າ 400 ລ້ານເອີໂຣ

Google ຖືກປັບໃໝຫຼາຍກວ່າ 400 ລ້ານເອີໂຣ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 21 ກັນ​ຍາ ຜ່ານມາ, ສະຫະພາບເອີຣົບໄດ້ປະກາດວ່າ Google ໄດ້ລະເມີດ "ລະບຽບ ການປົກປ້ອງຂໍ້ມູນທົ່ວໄປ" ຂອງສະຫະພາບເອີຣົບ ແລະ ໄດ້ "ປັບໃໝ" ບໍ​ລິ​ສັດ Google ຫຼາຍກວ່າ 400 ລ້ານເອີໂຣ.
ຍີ່ປຸ່ນ ມີປະຊາກອນອາຍຸ 65 ປີຂຶ້ນໄປເພີ່ມຂຶ້ນສູງແບບບໍ່ເຄີຍມີມາກ່ອນ

ຍີ່ປຸ່ນ ມີປະຊາກອນອາຍຸ 65 ປີຂຶ້ນໄປເພີ່ມຂຶ້ນສູງແບບບໍ່ເຄີຍມີມາກ່ອນ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 21 ກັນຍາ ຜ່ານມາວ່າ: ກະຊວງພາຍໃນ ແລະ ການສື່ສານຂອງຍີ່ປຸ່ນລາຍງານວ່າ, ຈໍານວນປະຊາກອນທີ່ມີອາຍຸ 65 ປີຂຶ້ນໄປໃນປະເທດຍີ່ປຸ່ນມີປະມານ 36.24 ລ້ານຄົນ ເມື່ອນັບມາຮອດວັນທີ 15 ກັນຍາ ຜ່ານມາ, ເພີ່ມຂຶ້ນປະມານ 20,000 ຄົນ ຈາກປີ 2025 ແລະ ເປັນອັດຕາສ່ວນສູງສຸດແບບບໍ່ເຄີຍມີມາກ່ອນ ທີ່ 29.6% ຂອງປະຊາກອນທັງໝົດ.
ກຳປູເຈຍ ພາສື່ມວນຊົນຊົມສູນສໍ້ໂກງທາງອອນລາຍ ຫຼັງຈາກການປາບປາມ

ກຳປູເຈຍ ພາສື່ມວນຊົນຊົມສູນສໍ້ໂກງທາງອອນລາຍ ຫຼັງຈາກການປາບປາມ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 22 ກັນຍາ ຜ່ານມາວ່າ: ກຳປູເຈຍ ໄດ້ພາສື່ມວນຊົນກຳປູເຈຍ ແລະ ສາກົນຫຼາຍສິບແຫ່ງເດີນທາງໄປທ່ຽວຊົມສູນທີ່ເຄີຍເປັນຖານການສໍ້ໂກງທາງອອນລາຍທີ່ຖືກທຳລາຍ, ລວມທັງຄາສິໂນທີ່ໃຊ້ເປັນສູນສໍ້ໂກງໃນແຂວງສະວາຍຣຽງ ແລະ ອາຄານທີ່ຢູ່ອາໄສຂອງກຸ່ມສໍ້ໂກງໃນແຂວງເປຣຍເວງ. ໃນຂະນະທີ່ກຳປູເຈຍກຳລັງກະກຽມຈັດກອງປະຊຸມສາກົນກ່ຽວກັບການຕ້ານການສໍ້ໂກງທາງອອນລາຍ ໃນລະຫວ່າງວັນທີ 23-24 ກັນຍາ ນີ້.
ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ວັດ​ທະ​ນະ​ທຳ​ປັກ​ກິ່ງ​ 2026

ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ວັດ​ທະ​ນະ​ທຳ​ປັກ​ກິ່ງ​ 2026

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນ​ທີ 22 ກັນ​ຍາ ຜ່ານມາ, ກອ​ງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ວັດ​ທະ​ນະ​ທຳ​ປັກ​ກິ່ງ 2026 ໄດ້​ເປີດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ ສ​ປ ຈີນ.
ທ່ານ ໂຕເລິມ ປາ​ຖະ​ໜາ​​ໃຫ້ ກຸ່ມ​ບໍ​ລິ​ສັດ​ ອາ​ເມ​ຣິ​ກາ ເປີດກວ້າງ​ການ​ລົງ​ທຶນ​ຢູ່ຫວຽດ​ນາມ

ທ່ານ ໂຕເລິມ ປາ​ຖະ​ໜາ​​ໃຫ້ ກຸ່ມ​ບໍ​ລິ​ສັດ​ ອາ​ເມ​ຣິ​ກາ ເປີດກວ້າງ​ການ​ລົງ​ທຶນ​ຢູ່ຫວຽດ​ນາມ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນ​ຂອບ​ເຂດ​ການ​ເດີນ​ທາງ​​ເຂົ້າ​ຮ່ວມ​ວາ​ລະ​ປຶກ​ສາ​ລວ​ມ​ຂັ້ນ​ສູງ ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ ຊຸດ​ທີ 81 ແລະ ປະ​ຕິ​ບັດ​ບັນ​ດາ​ການ​ເຄື່ອນ​ໄຫວ​ສອງ​ຝ່າຍ​ຢູ່ ສະຫະລັດ ອາ​ເມ​ລິ​ກາ, ໃນ​ວັນ​ທີ 21 ກັນ​ຍາ ຜ່ານມາ (ຕາມ​ເວ​ລາ​ທ້ອງ​ຖິ່ນ) ຢູ່​ນະ​ຄອນນິວຢອກ, ທ່ານ​ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ບໍ​ລິ​ຫານງ​ານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ປະ​ທາ​ນ​ປະ​ເທດ ຫວຽດ​ນາມ ​ໄດ້ໃຫ້​ການ​ຕ້ອນ​ຮັບ​ ກຸ່ມ​ບໍ​ລິ​ສັດ ສະຫະລັດ ​ອາ​ເມ​ຣິ​ກາ​ ຈຳ​ນວນ​ໜຶ່ງ.
ເລັ່ງຊຸກຍູ້ “ການຫຼອມລວມສີ່ດ້ານ” ເພື່ອສ້າງພື້ນຖານຄວາມສາມັກຄີ ລະຫວ່າງຊົນເຜົ່າ ແລະ ຄວາມກ້າວໜ້າຢູ່ແຂວງຊິງໄຮໃຫ້ໝັ້ນຄົງ

ເລັ່ງຊຸກຍູ້ “ການຫຼອມລວມສີ່ດ້ານ” ເພື່ອສ້າງພື້ນຖານຄວາມສາມັກຄີ ລະຫວ່າງຊົນເຜົ່າ ແລະ ຄວາມກ້າວໜ້າຢູ່ແຂວງຊິງໄຮໃຫ້ໝັ້ນຄົງ

ນັບ​ແຕ່​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 18 ຂອງ​ພັກ​ກອມ​ມູ​ນິດ​ຈີນເປັນ ຕົ້ນ​ມາ, ຄະນະ​ກຳມະການ​ສູນ ກາງ​ພັກ​ໄດ້​ຖື​ເອົາ​ການ​ສ້າງ​ສະ ຕິ​ສຳນຶກ​ກ່ຽວ​ກັບ​ປະຊາ​ຄົມ​ຊາດ​ ຈີນ​ໃຫ້​ໝັ້ນຄົງ​ເປັນ​ຫຼັກ, ຖື​ເອົາ​ ວຽກ​ງານ​ຄວາມ​ສາມັກຄີ​ລະ ຫວ່າງ​ຊົນເຜົ່າ​ ແລະ ​ຄວາມ​ກ້າວ ໜ້າ​ເປັນ​ວຽກ​ງານ​ພື້ນຖານ​ທີ່​ຈະ​ຕ້ອງ​ຈັບ​ມື​ດຳເນີນ​ຢ່າງ​ຕໍ່​ເນື່ອງ. ແຂວງ​ຊິງ​ໄຮ​ແມ່ນ​ແຂວງ​ທີ່​ມີ​ຫຼາຍ​ຊົນເຜົ່າ​ອາໄສ​ຢູ່​ຮ່ວມ​ກັນ, ມີ​ຫຼາຍ​ສາສະໜາ​ຢູ່​ຮ່ວມ​ກັນ​ ແລະ ​ມີ​ຫຼາຍ​ວັດທະນະທຳ​ປະສົມ​ປະສານ​ກັນ, ເປັນ​ພາບ​ຫຍໍ້​ທີ່​ມີ​ຊີວິດ​ຊີວາ​ຂອງ​ໂຄງ​ສ້າງ​ປະຊາຊາດ​ຈີນ​ທີ່​ຫຼາກ​ຫຼາຍ​ແຕ່ ເປັນ​ເອກະ​ພາບ.
ສະ​ຖາ​ນະ​ການ​ໃນ​ເຢ​ເມນ​ຮຸນ​ແຮງ​ຂຶ້ນ ເຮັດ​ໃຫ້ປະ​ຊາ​ຊົນບໍ່​ມີ​ທີ່ຢູ່​ອາ​ໄສ

ສະ​ຖາ​ນະ​ການ​ໃນ​ເຢ​ເມນ​ຮຸນ​ແຮງ​ຂຶ້ນ ເຮັດ​ໃຫ້ປະ​ຊາ​ຊົນບໍ່​ມີ​ທີ່ຢູ່​ອາ​ໄສ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 21 ກັນຍາ ຜ່ານມາວ່າ: ຫວ່າງມໍ່ໆ​ມາ​ນີ້, ສະ​ຖາ​ນະ​ການ​ຢູ່ຫຼາຍ​ແຫ່ງ​ຂອງ​​ປະ​ເທດເຢ​ເມນ​​ທະ​ວີ​ຄວາມ​ຮຸນ​ແຮງ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ ​ເຮັດ​ໃຫ້​ປະ​ຊາ​ຊົນ​ຈຳ​ນວນຫຼວງຫຼາຍ​ຕ້ອງ​ໜີ​ອອກ​ຈາກ​ບ້ານ​ເມືອງ​ຂອງ​ຕົນ.
ຣັດເຊຍ ສະກັດກັ້ນການໂຈມຕີທາງໄຊເບີຫຼາຍກວ່າ 100 ລ້ານຄັ້ງໃນການເລືອກຕັ້ງສະພາ Duma

ຣັດເຊຍ ສະກັດກັ້ນການໂຈມຕີທາງໄຊເບີຫຼາຍກວ່າ 100 ລ້ານຄັ້ງໃນການເລືອກຕັ້ງສະພາ Duma

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 21 ກັນຍາ ຜ່ານມາວ່າ: ທ່ານນາງ ເອລລາ ແພມຟີໂລວາ ຫົວໜ້າຄະນະກຳມະການເລືອກຕັ້ງສູນກາງຂອງຣັດເຊຍ ໄດ້ເປີດເຜີຍວ່າ, ຣັດເຊຍໄດ້ສະກັດກັ້ນການໂຈມຕີທາງໄຊເບີຫຼາຍກວ່າ 100 ລ້ານຄັ້ງທີ່ແນໃສ່ແພລັດຟອມການເລືອກຕັ້ງ ໃນລະຫວ່າງການເລືອກຕັ້ງສະພາ Duma. ໂດຍຫຼາຍແພລັດຟອມເຊັ່ນ: ເວັບໄຊການເລືອກຕັ້ງທາງການ, ໄດ້ຖືກໂຈມຕີແບບ DDoS (ການໃຊ້ຊັບພະກອນຈາກຫຼາຍແຫຼ່ງເພື່ອໂຈມຕີເປົ້າໝາຍດຽວ) ແລະ ຍັງມີຄວາມພະຍາຍາມທີ່ຈະແຮັກເຂົ້າໄປໃນເຊີບເວີເວັບໂດຍກົງດ້ວຍ.
ສິງກະໂປ ກຽມປັບໃໝຜູ້ໂດຍສານທີ່ກໍ່ຄວາມວຸ້ນວາຍໃນລົດເມສາທາລະນະ

ສິງກະໂປ ກຽມປັບໃໝຜູ້ໂດຍສານທີ່ກໍ່ຄວາມວຸ້ນວາຍໃນລົດເມສາທາລະນະ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 21 ກັນຍາ ຜ່ານມາວ່າ: ອົງການຂົນສົ່ງທາງບົກສິງກະໂປ (LTA) ໄດ້ປະກາດວ່າ, ສິງກະໂປຈະປັບໃໝສູງສຸດ 500 ໂດລາສິງກະໂປ ສໍາລັບຜູ້ທີ່ມີພຶດຕິກໍາກໍ່ຄວາມວຸ້ນວາຍໃນລົດເມສາທາລະນະ, ສະຖານີລົດເມ ແລະ ຈຸດປ່ຽນລົດເມ ເລີ່ມແຕ່ວັນທີ 23 ກັນຍາ ນີ້, ລວມທັງການກະທຳຕ່າງໆເຊັ່ນ: ການວາງຕີນໄວ້ເທິງເບາະນັ່ງ, ການເປີດເພງ ຫຼື ອຸປະກອນສຽງດັງ ແລະ ການຖິ້ມຂີ້ເຫຍື້ອ, ເພື່ອສົ່ງເສີມສະພາບແວດລ້ອມການຂົນສົ່ງສາທາລະນະທີ່ປອດໄພ, ເອົາໃຈໃສ່ຕໍ່ຜູ້ໂດຍສານ ແລະ ໜ້ານຳໃຊ້ບໍລິການຫຼາຍຂຶ້ນ.
ເພີ່ມເຕີມ