![]() |
ພິທີເຊັນສັນຍາການຮ່ວມມືລະຫວ່າງ ສະຫະພັນບານເຕະແຫ່ງຊາດລາວ ຫຼື ສຕລ ແລະ ກຸ່ມບໍລິສັດ ດົງລຶກ ຈາກ ສສ ຫວຽດນາມ ຈັດຂຶ້ນໃນວັນທີ 9 ມິຖຸນາ ຜ່ານມາ ທີ່ໂຮງແຮມເມືອງແທງ ນະຄອນຫຼວງວຽງຈັນ ລະຫວ່າງ ທ່ານ ນາງ ຍອດແກ້ວ ພາວະດີ ເລຂາທິການ ສຕລ ແລະ ທ່ານ ນາງ ເລ ວູ ຮົງ ງອກ ຜູ້ອໍານວຍການຝ່າຍການຕະຫຼາດ ກຸ່ມບໍລິສັດ ດົງລຶກ ໃຫ້ກຽດເຂົ້າຮ່ວມ ແລະ ເປັນສັກຂີພິຍານໂດຍ ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ນາງ Nguyen ThiThuan ທີ່ປຶກສາປະຈຳສະມາຄົມຫວຽດນາມປະຈໍາລາວ ແລະ ທ່ານ ວີເພັດ ສີຫາຈັກຣ ປະທານສະຫະພັນບານເຕະແຫ່ງຊາດລາວ ພ້ອມດ້ວຍຄະນະ, ຄູຝຶກ, ນັກກິລາທີມຊາດລາວ ທັງຊຸດຍິງ ແລະ ຊາຍ ຕະຫຼອດຮອດສື່ມວນຊົນ ເຂົ້າຮ່ວມ.
ໃນການເຊັນສັນຍາຮ່ວມມືກັນທັງສອງຝ່າຍໃນຄັ້ງນີ້ ຊຶ່ງມີຈຸດເປົ້າໝາຍ ແລະ ຄວາມມຸ້ງມາດປາຖະນາທີ່ຈະພັດທະນາກິລາເຕະບານຂອງລາວຮ່ວມກັນ ເນື້ອໃນສັນຍາຂອງການຮ່ວມມືແມ່ນໄດ້ເລີ່ມດຳເນີນໄລຍະເວລາ 3 ປີ ຕັ້ງແຕ່ປີ 2025 ຈົນເຖິງ 2028 ແລະ ໃນໄລຍະ 3 ປີດັ່ງກ່າວ ທາງກຸ່ມບໍລິສັດ ດົງລຶກ ຈະເປັນຜູ້ສະໜັບສະໜູນຫຼັກໃນຈຳນວນ 9 ລາຍການ ປະກອບມີຊຸດເຄື່ອງນຸ່ງແຂ່ງຂັນສໍາລັບທີມຊາດ ຍິງ - ຊາຍ ທຸກຮຸ່ນອາຍຸ, ໝາກບານສໍາລັບການແຂ່ງຂັນ, ລາຍການ ລາວລີກ (Lao league 1, ເຕະບານLao PM Cup, ເຕະບານLao Women's League, ເຕະບານ LFF U16 Championship, ເຕະບານ LFF U19 Championship, ບານເຕະ Lao Futsal League ແລະ ກິດຈະກຳກິລາເຕະບານ ຮ່ວມກັນໃນຂອບເຂດທົ່ວປະເທດ.
(ຂ່າວ: ສົງການ ພັນແພງດີ)
ຄໍາເຫັນ