ລະດົມຄວາມຄິດຕໍ່ 3 ຮ່າງນິຕິກຳຂອງ ຄະນະປະຈໍາສະພາແຫ່ງຊາດ

ລະດົມຄວາມຄິດຕໍ່ 3 ຮ່າງນິຕິກຳຂອງ ຄະນະປະຈໍາສະພາແຫ່ງຊາດ
(ສພຊ) ເພື່ອຈັດຕັ້ງປະຕິບັດຕາມແຜນການຂອງກໍາມາທິການວຽກງານສະມາຊິກສະພາແຫ່ງຊາດ ໃນການຈັດຕັ້ງປະຕິບັດກິດຈະກໍາ ເປັນຕົ້ນການປຶກສາຫາລື ແລະ ລະດົມແນວຄວາມຄິດເຫັນຕໍ່ບັນດາຮ່າງນິຕິກໍາຂອງ ຄະນະປະຈໍາສະພາແຫ່ງຊາດ ແລະ ເພື່ອເປັນການສ້າງຄວາມເປັນເອກະພາບທາງດ້ານໂຄງຮ່າງ, ເນື້ອໃນໃຫ້ມີຄວາມສົມບູນ ແລະ ຄົບຖ້ວນ ແນໃສ່ເຮັດໃຫ້ນິຕິກໍາດັ່ງກ່າວ ມີຄຸນນະພາບ ແລະ ສາມາດຈັດຕັ້ງປະຕິບັດໄດ້, ໃນລະຫວ່າງວັນທີ 4-6 ຕຸລາ ນີ້ ກໍາມາທິການວຽກງານສະມາຊິກສະພາແຫ່ງຊາດ ໄດ້ຈັດກອງປະຊຸມລະດົມຄວາມຄິດຕໍ່ 3 ຮ່າງນິຕິກໍາຂອງຄະນະປະຈໍາສະພາແຫ່ງຊາດ ທີ່ເມືອງວັງວຽງ ແຂວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ຄໍາໃບ ດໍາລັດ ຮອງປະທານສະພາແຫ່ງຊາດ ຜູ້ຊີ້ນໍາວຽກງານກໍາມາທິການວຽກງານສະມາຊິກສະພາແຫ່ງຊາດ, ມີທ່ານ ສຸບັນ ສະວະບຸດ ປະທານກໍາມາທິການ ແລະ ຮອງປະທານກໍາມາທິການວຽກງານສະມາຊິກສະພາແຫ່ງຊາດ, ບັນດາທ່ານຄະນະກົມ, ຄະນະເລຂາທິ ການສະພາປະຊາຊົນຂັ້ນແຂວງ (9 ແຂວງພາກເໜືອ ແລະ ພາກກາງ), ຄະນະພະແນກການແຂວງວຽງຈັນ, ບັນດາທ່ານຫົວໜ້າຂະແໜງຄົ້ນຄວ້າ-ສັງລວມ ສະພາປະຊາຊົນຂັ້ນແຂວງເຂົ້າຮ່ວມ.
ກອງປະຊຸມໄດ້ຮັບຟັງການຮ່າງປຶ້ມຄູ່ມືການເລືອກຕັ້ງສະມາຊິກສະພາ (ສ້າງໃໝ່) ຈາກທ່ານປະທານກໍາມາທິການວຽກງານສະມາຊິກສະພາແຫ່ງຊາດ; ຮ່າງມະຕິ ຂອງຄະນະປະຈໍາສະພາແຫ່ງຊາດວ່າດ້ວຍການປະກອບຄໍາເຫັນ ແລະ ຊັກຖາມ ຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະພາແຫ່ງຊາດ (ສ້າງໃໝ່) ແລະ ຮ່າງມະຕິ ຂອງຄະນະປະຈໍາສະພາແຫ່ງຊາດ ວ່າດ້ວຍການປະເມີນຜົນການປະຕິບັດໜ້າທີ່ຂອງສະມາຊິກສະພາແຫ່ງຊາດ (ສ້າງໃໝ່) ຈາກທ່ານຮອງປະທານກໍາມາທິການວຽກງານສະມາຊິກສະພາແຫ່ງຊາດ. ຈາກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ຜັດປ່ຽນກັນປະກອບຄໍາຄິດຄໍາເຫັນຕາມຄໍາເຈາະຈີ້ມຂອງປະທານກອງປະຊຸມ ເພື່ອປະກອບໃສ່ຮ່າງນິຕິກໍາດັ່ງກ່າວທີ່ນໍາມາສະເໜີໃນກອງປະຊຸມໃນຄັ້ງນີ້.
ໃນພິທີເປີດກອງປະຊຸມ ທ່ານ ຄໍາໃບ ດໍາລັດ ໄດ້ມີຄໍາເຫັນໂອ້ລົມຕໍ່ກອງປະຊຸມວ່າ: ກອງປະຊຸມລະດົມແນວຄິດຄັ້ງນີ້ ຈັດຂຶ້ນຢ່າງເປັນທາງການ ໃນທ່າມກາງບັນຍາກາດທີ່ສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງທົ່ວປະເທດ ກໍາລັງຢູ່ໃນໄລຍະດໍາເນີນຈັດຕັ້ງຜັນຂະຫຍາຍ, ໂຄສະນາເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ II ເປັນຂະບວນຟົດຟື້ນ ແລະ ເລີ່ມສຸມໃສ່ກະກຽມວຽກງານຮອບດ້ານໃຫ້ແກ່ການດໍາເນີນກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX. ໃນນີ້, ວຽກງານໜຶ່ງທີ່ສໍາຄັນ ແມ່ນຈະໄດ້ດໍາເນີນການປະເມີນຄວາມໄວ້ວາງໃຈ ໃນການປະຕິບັດໜ້າທີ່ ຂອງບຸກຄະລາກອນທີ່ສະພາແຫ່ງຊາດ ເລືອກຕັ້ງ ແລະ ຮັບຮອງການແຕ່ງຕັ້ງ ແຜນການກອງປະຊຸມລະດົມແນວຄິດໃສ່ 3 ຮ່າງນິຕິກໍາຂອງຄະນະປະຈໍາສະພາແຫ່ງຊາດ ແມ່ນຈະໄດ້ຈັດເປັນ 2 ຈຸດຄື: ຈຸດທີ 1 ຢູ່ ເມືອງວັງວຽງ ແຂວງວຽງຈັນ, ລະຫວ່າງວັນທີ 4-6 ຕຸລາ 2023 ສະເພາະ 9 ແຂວງພາກເໜືອ ແລະ ຢູ່ເມືອງທ່າພະບາດ ແຂວງບໍລິຄໍາໄຊ ລະຫວ່າງວັນທີ 24-26 ຕຸລາ 2023 ສະເພາະ 9 ແຂວງພາກໃຕ້, ໃນ 3 ຫົວຂໍ້ຂ້າງເທິງນີ້, ວຽກງານປະເມີນສະມາຊິກສະພາແຫ່ງຊາດ ແມ່ນມີຄວາມທ້າທາຍຫຼາຍ ເນື່ອງຈາກວ່າ ສະມາຊິກສະພາແຫ່ງຊາດ ແມ່ນກ່ຽວຂ້ອງກັບຫຼາຍພາກສ່ວນ, ເນື້ອໃນການປະເມີນ ແລະ ວິທີການປະເມີນ ຄວນຈະກໍານົດແນວໃດ ຈຶ່ງມີຄວາມເໝາະສົມ. ສະນັ້ນ, ໃນຕໍ່ໜ້າ ຍັງຈະເຮັດວຽກໜັກຫຼາຍ ໃນການສຶກສາ ຄົ້ນຄວ້າຢ່າງເລິກເຊິ່ງ ແລະ ລະອຽດຮອບດ້ານ ເພື່ອຫຼີກລ່ຽງບັນຫາຕ່າງໆ ທີ່ຕາມມາ ພາຍຫຼັງມີການປະເມີນຜົນການເຄື່ອນໄຫວ ຂອງສະມາຊິກສະພາແຫ່ງຊາດ.
ກອງປະຊຸມຄັ້ງນີ້ ບັນດາທ່ານຜູ້ເຂົ້າຮ່ວມ ຈະໄດ້ສົນທະນາແລກປ່ຽນຄຳຄິດເຫັນຮ່ວມກັນ ເພື່ອປັບປຸງເນື້ອໃນຂອງ 3 ນິຕິກໍາດັ່ງກ່າວ ໃຫ້ມີເນື້ອໃນຮັດກຸມ, ສົມບູນຂຶ້ນ ແລະ ສອດຄ່ອງກັບສະພາບຄວາມເປັນຈິງ. ເຖິງຢ່າງໃດກໍດີ, ເພື່ອຮັບປະກັນເຮັດໃຫ້ກອງປະຊຸມດຳເນີນໄປດ້ວຍຜົນສຳເລັດ ຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ວາງໄວ້, ຮຽກຮ້ອງມາຍັງບັນດາທ່ານຜູ້ແທນກອງປະຊຸມ ຈົ່ງຍົກສູງຄວາມຮັບຜິດຊອບເປັນເຈົ້າການໃນການຮັບຟັງການສະເໜີ, ຄົ້ນຄວ້າ, ສົນທະນາແລກປ່ຽນຄຳຄິດເຫັນຢ່າງມີຈຸດສຸມ ເພື່ອເຮັດໃຫ້ເນື້ອໃນມີຄວາມຈະແຈ້ງ ແລະ ສາມາດນໍາໄປຈັດຕັ້ງປະຕິບັດໄດ້.
ກອງປະຊຸມໃນຄັ້ງນີ້ ໄດ້ຮັບການສະໜັບສະໜູນທຶນຈາກໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ.
(ຂ່າວ: ສອນສັກ ວັນວິໄຊ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ກອງປະຊຸມທ້າຍສະໄໝ ຂອງສະພາປະຊາຊົນແຂວງ ຊຸດທີ IV ໄດ້ສຳເລັດໃນຕອນບ່າຍຂອງວັນທີ 17 ທັນວາ 2025 ພາຍຫຼັງໄດ້ດໍາເນີນມາເປັນເວລາ 2 ວັນເຕັມ. ເຊີ່ງໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງ ເອົາບັນດາວຽກງານສຳຄັນພື້ນຖານຂອງແຂວງ ຫຼາຍບັນຫາ.
ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ວຽກງານກະສິກໍາແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນຍິ່ງ ເພື່ອຮັບປະກັນຊີວິດການເປັນຢູ່ຂອງຄົນໃນສັງຄົມ ໃຫ້ມີອາຫານພຽງພໍ, ຄຽງຄູ່ກັນນັ້ນ ພັກ, ລັດ ຍັງຊຸກຍູ້ສົ່ງເສີມປວງຊົນ ອອກແຮງຜະລິດໃຫ້ຫຼາຍ ແລະ ສົ່ງອອກ ສ້າງລາຍຮັບເຂົ້າຄອບຄົວ ກໍຄືປະເທດຊາດ.
ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ວັນທີ 18 ທັນວາ 2025ນີ້, ສູນພັດທະນາແມ່ຍິງບັນດາເຜົ່າ ແຂວງເຊກອງ ໄດ້ຈັດພິທີປິດຊຸດອົບຮົມວິຊາຊີບຕັດຫຍິບ ພາກປົກກະຕິ ຊຸດທີ XIX ສໍາລັບໄວໜຸ່ມເພດຍິງ ທີ່ມີຄວາມພິການ ແລະ ດ້ອຍໂອກາດ ໂດຍທ່ານ ນາງ ເພັດດາແກ້ວ ພົນສາລາດ ຮອງປະທານສະຫະພັນແມ່ຍິງແຂວງເຊກອງ, ມີທ່ານ ນາງ ສຸກອຸລາ ວັນນະວົງ ຜູ້ບໍລິຫານໂຄງການສ້າງຄວາມເຂັ້ມແຂງດ້ານຮັກສາສຸຂະພາບ ແລະ ພັດທະນາຊຸມຊົນແບບມີສ່ວນຮ່ວມ (SFE), ມີຄະນະຮັບຜິດຊອບຊຸດອົບຮົມ ແລະ ຄູຝຶກ ເຂົ້າຮ່ວມ.
ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເມືອງວຽງຄຳ ແຂວງວຽງຈັນ ໄດ້ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ສະໄໝທີ VII ຂຶ້ນໃນວັນທີ 18 ທັນວານີ້ ທີ່ຫ້ອງປະຊຸມເມືອງ, ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ເພີ່ມເຕີມ