ສະຖານທີ່ທ່ອງທ່ຽວສວຍງາມຫຼາຍແຫ່ງຮອງຮັບນັກທ່ອງທ່ຽວ

ລະດູໜາວປີນີ້ ເມືອງທຸລະຄົມ ມີສະຖານທີ່ທ່ອງທ່ຽວສວຍງາມຫຼາຍແຫ່ງຮອງຮັບນັກທ່ອງທ່ຽວ

ລະດູໜາວປີນີ້ ເມືອງທຸລະຄົມ ມີສະຖານທີ່ທ່ອງທ່ຽວສວຍງາມຫຼາຍແຫ່ງຮອງຮັບນັກທ່ອງທ່ຽວ
ຕາມການລາຍງານຂອງ ທ່ານ ຄໍາພອນ ຈັນທະວົງສັກ ຫົວໜ້າຫ້ອງການຖະແຫຼງຂ່າວ, ວັດ ທະນະທໍາ ແລະ ທ່ອງທ່ຽວ (ຖວທ) ເມືອງທຸລະຄົມ ແຂວງວຽງຈັນ ໃຫ້ຮູ້ວ່າ: ເພື່ອສືບຕໍ່ຈັດຕັ້ງປະຕິບັດນະໂຍບາຍຂອງຂັ້ນເທິງ ກ່ຽວກັບການເປີດປີທ່ອງທ່ຽວລາວ 2024, ພະແນກ ຖວທ ແຂວງວຽງຈັນ ກໍຄືອົງການປົກຄອງເມືອງທຸລະຄົມ

 ໄດ້ຊຸກຍູ້ຊີ້ນໍາໃຫ້ຫ້ອງການ ຖວທ ເມືອງ ຮ່ວມກັບ ພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ຕໍ່ວຽກງານການຄຸ້ມຄອງ, ພັດທະນາການທ່ອງທ່ຽວ, ກະຈາຍລາຍໄດ້ສູ່ຊຸມຊົນ, ຊຸກຍູ້ຫົວໜ່ວຍທຸລະກິດບໍລິການທາງດ້ານວຽກງານທ່ອງທ່ຽວປັບປຸງສະຖານທີ່ໃຫ້ຈົບງາມ, ເປັນມິດກັບສິ່ງແວດລ້ອມ, ສີຂຽວ ແລະ ຍືນຍົງ, ປັບປຸງຂອດບໍລິການ, ກໍານົດເອົາການທ່ອງທ່ຽວເປັນອີກບຸລິມະສິດໜຶ່ງເຂົ້າໃນການພັດທະນາເສດຖະກິດ-ສັງຄົມສັງຄົມຂອງເມືອງ ເພື່ອດຶງດູດນັກທ່ອງທ່ຽວພາຍໃນ, ຕ່າງປະເທດ ເຂົ້າມາທ່ອງທ່ຽວນັບມື້ຫຼາຍຂຶ້ນ.
ເມືອງທຸລະຄົມ ມີທ່າແຮງການທ່ອງທ່ຽວທາງທໍາມະຊາດ, ປະຫວັດສາດ, ວັດທະນະທໍາ ແລະ ທ່ອງທ່ຽວກະສິກໍາ. ໃນນັ້ນ, ສະຖານທີ່ທ່ອງທ່ຽວທໍາມະຊາດຢາກຂໍແນະນໍາ ແລະ ເໝາະແກ່ການໄປພັກຜ່ອນ ມີ 9 ແຫ່ງເຊັ່ນ: ແດນສະຫວັນນໍ້າງື່ມຣີສອດ, ຣີສອດສວນເສືອປ່າ ແລະ ຮ້ານອາຫານເສືອປ່າຣີເວີໄຊ້ ອ່າງນໍ້າງື່ມ, ທ່າເຮືອພູເອ່ນ ບ້ານນາເພີຍ, ຢູ່ໃກ້ຄຽງເຂດດັ່ງກ່າວ ມີຮ້ານອາຫານໄປເບິ່ງເບາະ ຕັ້ງຢູ່ກາງທົ່ງນາ ບໍລິການອາຫານຕາມສັ່ງ ແລະ ຫ້ອງພັກທີ່ໄດ້ມາດຕະຖານ. ຖ້າຜູ້ທີ່ມັກການທ່ອງທ່ຽວແບບພະຈົນໄພຍ່າງປ່າ ຂໍແນະນໍາທ່ອງທ່ຽວທໍາມະຊາດຕາດຊາວວາ ບ້ານພູເກົ້ານາງ ຊົນເຜົ່າອິວມ່ຽນ ຕັ້ງຢູ່ແຄມອ່າງນໍ້າງື່ມ, ປີນຜາຫີນຂຶ້ນໄປພັກຜ່ອນນອນເຕັ້ນຝີງໄຟຢູ່ເທິງຈຸດຊົມວິວພູຜາໄດ໋-ຜາດ່າງ, ທໍາມະຊາດປ່າແປກ ແລະ ຈຸດຊົມວິວຜາງອຍ ບ້ານວັງເຮືອ, ທໍາມະຊາດອ່າງນໍ້າປອດ-ນໍ້າຫາງ, ຕາດຊ້າງເທວະດາບ້ານນາຫວ້າ, ຕາດຫີນປາຝາ ແລະ ຕາດຊ້າງເທວະດາບ້ານນາເງິນ ແລະ ທ່ອງທ່ຽວທໍາມະຊາດສາຍແມ່ນໍ້າງື່ມຊົມການປູກຝັງ-ລ້ຽງສັດ.
ຄຽງຄູ່ກັນນັ້ນ ເມືອງທຸລະຄົມ ຍັງມີສະຖານທີ່ທ່ອງທ່ຽວວັດທະນະທໍາ ຕິດພັນກັບປະຫວັດສາດທີ່ໜ້າສົນໃຈເໝາະສົມໃນການສຶກສາຄົ້ນຄວ້າ ແລະ ທ່ຽວຊົມເຊັ່ນ: ວັດພະທາດມາຫຼ້າ ແລະ ວັດພະເຈົ້າໃຫຍ່ອົງແສນບ້ານນາລ້າ, ວັດພະທອງ 3 ສີ, ຮ່ອງຮອຍໂຮງປັ້ນຫຼໍ່ພະພຸດທະຮູບສະໄໝອານາຈັກລາວລ້ານຊ້າງ ແລະ ສິມເກົ່າວັດກາງບ້ານຫຼິ່ງຊັນ, ວັດວຽງພະແກ້ວມົງຄຸນ-ຮ່ອງຮອຍຂຸມຄອງເຈົ້າຟ້າງຸ່ມ, ສິມເກົ່າວັດກາງເມືອງ ບ້ານເກິນກາງ, ວັດພະບາດດານເພີຍ, ວັດປ່າພະບາດນາຍາງ ພູເຂົາຄວາຍ ແລະ ວັດດອນຍາງວິເວກ, ພະພຸດທະຮູບຫີນ ແລະ ຮ່ອງຮອຍວັດສັກສິດເກົ່າແກ່ເທິງພູຜາໄດ໋-ຜາດ່າງ ຊາຍແດນເຊື່ອມຕໍ່ເມືອງແກ້ວອຸດົມ ແລະ ເມືອງລ້ອງຊານ. ພ້ອມກັນນີ້ ຍັງມີສະຖານທີ່ທ່ອງທ່ຽວຕິດພັນກັບກະສິກໍາ 2 ແຫ່ງ ຄື: ຄອບຄົວຕົວແບບການປູກໝາກຖົ່ວລຽນພູຖໍ້າຄໍາ ຂອງທ່ານ ປັນຈາ ລາດຊະວົງ ບ້ານນາເພີຍ, ຟາມປູກຜັກ ແລະ ລ້ຽງສັດ ຂອງບໍລິສັດນໍ້າເພັດຈະເລີນຊັບ ບ້ານຕານປ່ຽວ. ໃນທົ່ວເມືອງມີເຮືອນພັກຂັ້ນແຂວງອະນຸຍາດມີ 16 ຫົວໜ່ວຍ, ຂັ້ນເມືອງອະນຸຍາດ 20 ຫົວໜ່ວຍ, ຮ້ານອາຫານຂັ້ນແຂວງອະນຸຍາດ 4 ຫົວໜ່ວຍ, ຂັ້ນເມືອງອະນຸຍາດ 22 ຫົວໜ່ວຍ.
(ແຫຼ່ງຂ່າວ: ຫ້ອງການ ຖວທ ເມືອງທຸລະຄົມ)

ຄໍາເຫັນ

ຂ່າວທ່ອງທ່ຽວ

ສຳຜັດກັບການທ່ອງທ່ຽວທີ່ສວນໝີແພນດ້າເມືອງເສິງຕູ່

ສຳຜັດກັບການທ່ອງທ່ຽວທີ່ສວນໝີແພນດ້າເມືອງເສິງຕູ່

ໃນໂລກທີ່ເຕັມໄປດ້ວຍຄວາມເຄັ່ງຄັດ ແລະ ຄວາມຮີບຮ້ອນ ບາງຄັ້ງມະນຸດກໍຕ້ອງການບ່ອນໃດຫນຶ່ງທີ່ເຮັດໃຫ້ເຮົາໄດ້ພັກຜ່ອນຢ່ອນ ໃຈ ແລະ ສຳຜັດກັບຄວາມສະຫງົບໃນທໍາມະຊາດ. ສວນແພນດ້າເມືອງເສິງຕູ່ ທີ່ມົນຊີ່ຊ່ວນ ສປຈີນ (Chengdu Research Base of Giant Panda Breeding)ເປັນບ່ອນທີ່ສາມາດມອບຄວາມຮູ້ສຶກນັ້ນໃຫ້ໄດ້ຢ່າງແທ້ຈິງ.
2025 ຫຼວງນໍ້າທາ ຄາດຈະດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວຊົມໃຫ້ໄດ້ 1,280,000 ເທື່ອຄົນ

2025 ຫຼວງນໍ້າທາ ຄາດຈະດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວຊົມໃຫ້ໄດ້ 1,280,000 ເທື່ອຄົນ

ການທ່ອງທ່ຽວແຂວງຫຼວງນໍ້າທາ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ເລີ່ມແຕ່ເດືອນມັງກອນ-ກັນຍາ 2025 ມີນັກທ່ອງທ່ຽວເດີນທາງມາຢ້ຽມຢາມ ແລະ ຜ່ານແຂວງຫຼວງນໍ້າທາ 985,322 ເທື່ອຄົນ ເພີ່ມຂຶ້ນ 9% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ສາມາດສ້າງລາຍຮັບທາງກົງ-ທາງອ້ອມເຂົ້າງົບປະມານແຂວງໄດ້ປະມານ 30.70 ລ້ານໂດລາ ຊຶ່ງສະແດງໃຫ້ເຫັນເຖິງຄວາມສໍາເລັດຂອງຄະນະນໍາຂັ້ນແຂວງ ແລະ ພະແນກວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ເອົາໃຈໃສ່ການພັດທະນາ ແລະ ສົ່ງເສີມການທ່ອງທ່ຽວ ໂດຍສະເພາະແມ່ນການທ່ອງທ່ຽວແບບອະນຸລັກໃນປ່າສະຫງວນແຫ່ງຊາດນໍ້າຫ້າ ຊຶ່ງເນັ້ນຈຸດເດັ່ນທາງດ້ານທໍາມະຊາດອັນບໍລິສຸດ ແລະ ຄວາມຫຼາກຫຼາຍທາງດ້ານວັດທະນະທໍາຂອງຊົນເຜົ່າ.
ການທ່ອງທ່ຽວໃນປີ 2025 ຢູ່ໃນຈັງຫວະຟື້ນຕົວຢ່າງຕໍ່ເນື່ອງ

ການທ່ອງທ່ຽວໃນປີ 2025 ຢູ່ໃນຈັງຫວະຟື້ນຕົວຢ່າງຕໍ່ເນື່ອງ

ທ່າອ່ຽງການທ່ອງທ່ຽວໃນປີ 2025 ຂອງ ສປປ ລາວ ກໍາລັງຢູ່ໃນຈັງຫວະຟື້ນຕົວຢ່າງຕໍ່ເນື່ອງ ສະແດງອອກໃນໄລຍະແຕ່ເດືອນມັງກອນ ຫາ ເດືອນສິງຫາ 2025 ນີ້, ມີນັກທ່ອງທ່ຽວເຂົ້າມາທ່ຽວ ສປປ ລາວ ທັງໝົດ 3,061,928 ເທື່ອຄົນ. ໃນຂະນະທີ່ໝົດປີ 2024 ມີນັກທ່ອງທ່ຽວເຂົ້າມາລາວ 4,120,832 ເທື່ອຄົນ.
ວັງວຽງ ໜຶ່ງໃນຈຸດໝາຍປາຍທາງຂອງນັກທ່ອງທ່ຽວ

ວັງວຽງ ໜຶ່ງໃນຈຸດໝາຍປາຍທາງຂອງນັກທ່ອງທ່ຽວ

ສະຖານທີ່ທ່ອງທ່ຽວຂົວສີຟ້າ, ຖ້ຳນາງຟ້າ-ຖ້ຳນອນ ເປັນອີກໜຶ່ງແຫຼ່ງທ່ອງທ່ຽວທາງທໍາມະຊາດທີ່ຕິດພັນກັບການປົກປັກຮັກສິ່ງແວດລ້ອມຂອງເມືອງວັງວຽງ ແຂວງ​ວຽຈັນ ທີ່ໄດ້ຮັບ​ລາງວັນການພັດທະນາທ່ອງທ່ຽວດີເດັ່ນ ແລະ ຍືນຍົງຂອງ ສປປ ລາວ ຊຶ່ງສະຖານທີ່ດັ່ງກ່າວອ້ອມຮອບໄປດ້ວຍພູຜ່າປ່າໄມ້ທີ່ຂຽວສົດງົດງາມອາກາດເຢັນ ແລະ ມີອ່າງນໍ້າໃສ​ທີ່ສາມາດແນມເຫັນຝູງປານ້ອຍ-ໃຫຍ່ຢູ່ໃນນໍ້າ ເຮັດໃຫ້ນັກທ່ອງທ່ຽວເພີດເພີນ ແລະ ຮູ້ສຶກຜ່ອນຄາຍເມື່ອໄດ້ເຂົ້າມາທ່ຽວຊົມ ເໝາະ​ແກ່​ການ​ມາ​ພັກ​ຜ່ອນແບບຄອບຄົວຄູ່ຮັກ ຫຼື ຈະມາກັບໝູ່ເ​ພື່ອນ.
ມວນຊົນຈຳນວນຫຼາຍຫຼັ່ງໄຫຼເຂົ້າມາທ່ຽວບຸນຊ່ວງເຮືອປະເພນີທີ່ທ່າວັດຈັນຢ່າງຄຶກຄື້ນ

ມວນຊົນຈຳນວນຫຼາຍຫຼັ່ງໄຫຼເຂົ້າມາທ່ຽວບຸນຊ່ວງເຮືອປະເພນີທີ່ທ່າວັດຈັນຢ່າງຄຶກຄື້ນ

ງານບຸນອອກພັນສາປະວໍລະນາແລະຊ່ວງເຮືອປະເພນີປະຈໍາປີ 2025 ທີ່ທ່າວັດຈັນນະຄອນຫຼວງວຽງຈັນ (ນວ) ໄດ້ຈັດຂຶ້ນເປັນເວລາ 5 ວັນ ນັບແຕ່ວັນທີ 4-8 ຕຸລານີ້. ພາຍຫຼັງມື້ບຸນອອກພັນສາປະວໍລະນາ 1 ວັນ ຄືໃນວັນທີ 8 ຕຸລານີ້ (ມື້ແຮມ 1 ຄໍ່າເດືອນ 11 ລາວ) ໄດ້ມີພິທີເປີດການແຂ່ງຂັນຊ່ວງເຮືອ ປະເພນີ ຖືເປັນມື້ສຸດທ້າຍຂອງງານບຸນ ຊຶ່ງມີມວນຊົນທັງພາຍໃນແລະຕ່າງປະເທດຈຳນວນຫຼວງຫຼາຍ ຫຼັ່ງໄຫຼກັນເຂົ້າມາຊົມມາເຊຍການແຂ່ງຂັນຊ່ວງເຮືອຢ່າງຄຶກຄື້ນມ່ວນຊື່ນ.
ເຊີນ​ທ່ຽວ​ຊົມງານບຸນກາເຟ ແລະ ຊາບ້ານເຮົາຈະຈັດຂຶ້ນທີ່ນະຄອນ-ຫຼວງພະບາງ

ເຊີນ​ທ່ຽວ​ຊົມງານບຸນກາເຟ ແລະ ຊາບ້ານເຮົາຈະຈັດຂຶ້ນທີ່ນະຄອນ-ຫຼວງພະບາງ

ຮອດເວລາທີ່ສຳຄັນຂອງປີອີກຄັ້ງ, ນັກດື່ມກາເຟ ແລະ ຊາທັງຫຼາຍ! ໂຄງການ Green Cup, ໂດຍກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຂໍຮຽນເຊີນຊວນທຸກທ່ານເຂົ້າຮ່ວມງານບຸນກາເຟ ແລະ ຊາບ້ານເຮົາ ເພື່ອສະເຫຼີມ​ສະຫຼອງ ວັນກາເຟ ແລະ ຊາສາກົນ ປະຈຳປີ 2025 ໃນລະຫວ່າງວັນທີ 3-5 ຕຸລາ 2025 ທີ່ໂຮງຮຽນປະຖົມຫຼວງພະບາງ, ເພື່ອດື່ມດ່ຳກັບ ວັດທະນະທໍາ, ຊີມຣົດຊາດ ແລະ ເຕົ້າໂຮມກັນແບບຊຸມຊົນ ເປັນເວລາ 3 ວັນ.
ຫຼວງພະບາງສຸມໃສ່ພັດທະນາການທ່ອງທ່ຽວ ຕິດພັນກັບການປົກປັກຮັກສາວັດທະນະທຳທີ່ເປັນເອກະລັກ

ຫຼວງພະບາງສຸມໃສ່ພັດທະນາການທ່ອງທ່ຽວ ຕິດພັນກັບການປົກປັກຮັກສາວັດທະນະທຳທີ່ເປັນເອກະລັກ

ຫຼວງພະບາງເປັນດິນແດນແຫ່ງອະລິຍະທຳທີ່ອຸດົມສົມບູນ ມີປະຫວັດສາດອັນຍາວນານທີ່ໜ້າຊື່ນຊົມ ໜຶ່ງໃນຈຸດໝາຍປາຍທາງຂອງນັກທ່ອງທ່ຽວ ໄດ້ຖືກຮັບຮອງຈາກອົງການອຸຍແນັດສະໂກໃຫ້ເປັນເມືອງມໍຣະດົກໂລກນັບແຕ່ປີ 1995 ເປັນຕົ້ນມາ ຊຶ່ງເປັນເງື່ອນໄຂໃຫ້ຊາວໂລກໄດ້ຮັບຮູ້ ແລະ ໃຫ້ຄວາມສົນໃຈເດີນທາງມາທ່ອງທ່ຽວຢ່າງຕໍ່ເນື່ອງ ອັນໄດ້ເປັນທ່າແຮງຕົ້ນຕໍໃນການສ້າງລາຍຮັບເຂົ້າສູ່ປະຊາຊົນພາຍໃນແຂວງ.
ສືບຕໍ່ການພັດທະນາແຫຼ່ງທ່ອງທ່ຽວແບບວົງແຫວນ ຢູ່ເມືອງອຸທຸມພອນ

ສືບຕໍ່ການພັດທະນາແຫຼ່ງທ່ອງທ່ຽວແບບວົງແຫວນ ຢູ່ເມືອງອຸທຸມພອນ

ເມື່ອບໍ່ດົນມານີ້, ແຂວງສະຫວັນນະເຂດ ໄດ້ສຳຫຼວດເພື່ອສືບຕໍ່ຄວາມພະຍາຍາມໃນການປັບປຸງ ແລະ ພັດທະນາແຫຼ່ງທ່ອງທ່ຽວແບບວົງແຫວນ ຫຼື ແບບຄົບວົງຈອນ ທີ່ຕັ້ງຢູ່ໃນເຂດພື້ນທີ່ໃກ້ກັນ ຂອງເມືອງອຸທຸມພອນ ເພື່ອເສີມສ້າງທ່າແຮງດຶງດູດນັກທ່ອງທ່ຽວ ແລະ ສົ່ງເສີມເສດຖະກິດທ້ອງຖິ່ນ.
ພັດທະນາແຫຼ່ງທ່ອງທ່ຽວເນັ້ນສ້າງບຸກຄະລາກອນເຂັ້ມແຂງ

ພັດທະນາແຫຼ່ງທ່ອງທ່ຽວເນັ້ນສ້າງບຸກຄະລາກອນເຂັ້ມແຂງ

ວິໄສທັດຂອງບໍລິສັດພັດທະນາແຫຼ່ງທ່ອງທ່ຽວນໍ້າຕົກຕາດເຍືອງຫຼັກ40 ເມືອງປາກຊ່ອງ ແຂວງຈໍາປາສັກ ແລະ ແຫຼ່ງທ່ອງທ່ຽວນໍ້າຕົກຕາດເລາະ-ຕາດຮັງ ແຂວງສາລະວັນ “ພັດທະນາແຫຼ່ງທ່ອງທ່ຽວເພື່ອດຶງດູດນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ພ້ອມທັງສ້າງລາຍຮັບໃຫ້ແກ່ປະຊາຊົນທ້ອງຖິ່ນ”
ແມ່ນ້ຳຫຼີຈ່ຽງ ແມ່ນອັນຍະມະນີແຫ່ງກຸ໋ຍຫຼິນ

ແມ່ນ້ຳຫຼີຈ່ຽງ ແມ່ນອັນຍະມະນີແຫ່ງກຸ໋ຍຫຼິນ

ການສົ່ງເສີມການທ່ອງທ່ຽວແມ່ນທາງແຮງໜຶ່ງໃນການຂັບເຄື່ອນເສດຖະກິດໃນພື້ນທີ່ ແລະ ສ້າງລາຍຮັບໃຫ້ປະຊາຊົນຢູ່ທີ່ຊຸມນັ້ນໆໃຫ້ມີຄວາມຢູ່ດີກິນດີມິຄວາມຜາສຸກເພາະສະນັ້ນການສົ່ງເສີມການທ່ອງທ່ຽວຈຶ່ງມີຄວາມສຳຄັນຫຼາຍບໍ່ວ່າຈະເປັນການທ່ອງທ່ຽວທາງຫ່ອງຮອຍປະຫວັດສາດ,ທາງຮີດຄອງປະເພນີ ວັດທະນະທຳ ແລະ ທາງທຳມະຊາດ.
ເພີ່ມເຕີມ