ຂ່າວສານຫວຽດນາມລາຍງານວ່າ: ລາຄານ້ຳມັນໂລກເພີ່ມຂຶ້ນໃນຮອບຊື້-ຂາຍ ໃນວັນທີ 14 ມີນາ ຜ່ານມາ, ແຕະລະດັບສູງສຸດໃນຮອບ 4 ເດືອນ, ຫຼັງຈາກອົງການພະລັງງານສາກົນ (IEA) ຄາດຄະເນວ່າຕະຫຼາດຈະເຄັ່ງຕຶງໃນປີ 2024 ແລະ ຄາດຄະເນຄວາມຕ້ອງການນ້ຳມັນເພີ່ມຂຶ້ນໃນປີນີ້.
ຂ່າວລະບຸວ່າ: ໃນຕອນທ້າຍຂອງຮອບຊື້-ຂາຍຢູ່ ຕະຫຼາດລອນດອນ ປະເທດອັງກິດ, ລາຄານ້ຳມັນເບຣນທະເລເໜືອ ທີ່ສົ່ງອອກໃນເດືອນພຶດສະພາ 2024 ໄດ້ເພີ່ມຂຶ້ນ 1,39 ໂດລາ ເທົ່າກັບ 1,7%, ຂຶ້ນເປັນ 85,42 ໂດລາ/ບາເຣນ, ແມ່ນລະດັບສູງສຸດນັບແຕ່ວັນທີ 6 ເດືອນພະຈິກ 2023.
ໃນຂະນະທີ່ລາຄານ້ຳມັນ WTI ຂອງອາເມຣິກາ ສົ່ງອອກໃນເດືອນ 4/2024 ເພີ່ມຂຶ້ນ 1,54 ໂດລາ, ເທົ່າກັບ 1,9%, ຂຶ້ນເປັນ 81,26 ໂດລາ/ບາເຣນ ຊຶ່ງແມ່ນລະດັບສູງສຸດນັບແຕ່ຕົ້ນເດືອນພະຈິກ 2023.
ມື້ດຽວກັນ, IEA ຍົກການຄາດຄະເນຄວາມຕ້ອງການນ້ຳມັນໃນປີ 2024 ເປັນເທື່ອທີ 4 ນັບແຕ່ເດືອນພະຈິກ 2023.
ຕະຫຼາດພະລັງງານຄາດຄະເນວ່າຄວາມຕ້ອງການຈະເພີ່ມຂຶ້ນ 1,3 ລ້ານບາເຣນຕໍ່ມື້ ໃນປີ 2024, ເພີ່ມຂຶ້ນ 110.000 ບາເຣນຕໍ່ມື້ ທຽບໃສ່ກັບການຄາດຄະເນຂອງເດືອນຜ່ານມາ, ແຕ່ຍັງຕໍ່າກວ່າການເພີ່ມຂຶ້ນຂອງ 2,3 ລ້ານບາເຣນໃນປີກາຍ.
IEA ຄາດວ່າ: ການສະໜອງນ້ຳມັນຈະເພີ່ມຂຶ້ນ 800.000 ບາເຣນ/ວັນ ເປັນ 102,9 ລ້ານບາເຣນ/ວັນໃນປີນີ້.

ຄໍາເຫັນ