ລະມາມ ເປີດການສອບເສັງຈົບຊັ້ນ ມ4

ລະມາມ ເປີດການສອບເສັງຈົບຊັ້ນ ມ4

ລະມາມ ເປີດການສອບເສັງຈົບຊັ້ນ ມ4
ໃນວັນທີ 11 ມິຖຸນານີ້ ຢູ່ທີ່ໂຮງຮຽນ ມສ ມິດຕະພາບລາວ-ຫວຽດ ເມືອງລະມາມ ແຂວງເຊກອງ ໄດ້ເປີດພິທີການສອບເສັງຈົບຊັ້ນມໍ 4ປະຈໍາສົກຮຽນ 2024-2025 ຂຶ້ນຢ່າງເປັນທາງການ,ພາຍໃຕ້ການເປັນປະທານ ພ້ອມເປີດຫົວບົດສອບເສັງຂອງທ່ານນາງ ພອນໄພ ສີວິໄລ ຄະນະປະຈຳພັກເມືອງ ຮອງເຈົ້າເມືອງລະມາມ ຜູ້ຊີ້ນຳວຽກງານຂົງເຂດວັດທະນະທຳ-ສັງຄົມ.
ລະມາມ ເປດການສອບເສງຈບຊນ ມ4 - image 1
 

ທ່ານ ພອນໄຊ ແສນສິນບັນດິດ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ເມືອງລະມາມ ໃຫ້ຮູ້ວ່າ: ການສອບເສັງຈົບຊັ້ນມ4 ໃນປີນີ້ ຈະໄດ້ດຳເນີນໄປເປັນເວລາ 3 ວັນ (ວັນທີ 11-13 ມິຖຸນາ 2025):ສະເພາະ ຢູ່ເມືອງ ລະມາມ ມີ 5 ສູນສອບເສັງຄື: ສູນໂຮງຮຽນມິດຕະພາບລາວ-ຫວຽດ, ສູນໂຮງຮຽນ ມສ ອົງແກ້ວ, ສູນໂຮງຮຽນ ມສ ດອນຈັນ, ສູນໂຮງຮຽນ ມສ ບ້ານໂພນ ແລະ ສູນໂຮງຮຽນ ມຕ ວາງສາງ, ມີຈຳນວນໂຮງຮຽນ 18 ແຫ່ງເຂົ້າຮ່ວມສອບເສັງ, ມີ 29 ຫ້ອງ, ສະເລ່ຍ 17-18 ຄົນຕໍ່ຫ້ອງ, ມີກໍາມະການຍາມຫ້ອງສອບເສັງທັງໜົດ 58 ທ່ານ, ມີນັກຮຽນຊັ້ນມ4 ເຂົ້າສອບເສັງທັງໝົດ 488 ຄົນຍິງ 246 ຄົນ.

ລະມາມ ເປດການສອບເສງຈບຊນ ມ4 - image 2
 

ສຳລັບວິຊາສອບເສັງແມ່ນມີ 5 ວິຊາຄື: ວິຊາພາສາລາວ-ວັນນະຄະດີ,ວິທະຍາສາທຳມະຊາດ, ວິທະຍາສາດສັງຄົມ,ຄະນິດສາດ ແລະ ວິຊາພາສາອັງກິດ.

(ຂ່າວ: ດາວສະຫວັນ)

ຄໍາເຫັນ

ຂ່າວສືກສາ-ກິລາ

ອຸດົມໄຊ ເປີດບັ້ນສອບເສັງຈົບຊັ້ນ ມ7 ສົກຮຽນ 2024-2025 ຢ່າງເປັນທາງການ

ອຸດົມໄຊ ເປີດບັ້ນສອບເສັງຈົບຊັ້ນ ມ7 ສົກຮຽນ 2024-2025 ຢ່າງເປັນທາງການ

ໃນຕອນເຊົ້າຂອງວັນທີ 18 ມິຖຸນານີ້ ທີ່ສູນສອບເສັງ ໂຮງຮຽນມັດທະຍົມສົມບູນ (ມສ) ແຂວງ ອຸດົມໄຊ ໄດ້ມີພິທີເປີດບັ້ນສອບເສັງຈົບຊັ້ນມັດທະຍົມສຶກສາຕອນປາຍ (ຊັ້ນ ມ7) ປະຈຳສົກຮຽນ 2024-2025 ຂຶ້ນ, ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ທ່ານ ອ່ອນແກ້ວ ອຸ່ນອາລົມ ຮອງເຈົ້າແຂວງອຸດົມໄຊ ຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມ.
ພິທີເປີດຫົວບົດສອບເສັງຈົບຊັ້ນມັດທະຍົມສຶກສາຕອນປາຍ ທີ່ແຂວງຄໍາມ່ວນ

ພິທີເປີດຫົວບົດສອບເສັງຈົບຊັ້ນມັດທະຍົມສຶກສາຕອນປາຍ ທີ່ແຂວງຄໍາມ່ວນ

ພິທີເປີດຫົວບົດສອບເສັງຈົບຊັ້ນມັດທະຍົມສຶກສາຕອນປາຍ (ມ7) ເອກະພາບທົ່ວປະເທດ ສົກຮຽນ 2024-2025 ຂອງແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 18 ມີຖຸນານີ້ ທີ່ສະໂມສອນໂຮງຮຽນ ມໍ ປາຍທ່າແຂກ, ໃຫ້ກຽດເຂົ້າຮ່ວມ ແລະ ເປີດຫົວບົດສອບເສັງໂດຍ ທ່ານ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄໍາມ່ວນ.
ເມືອງໂຂງ ເປີດການສອບເສັງຈົບຊັ້ນ ມ7 ສົກຮຽນ 2024-2025

ເມືອງໂຂງ ເປີດການສອບເສັງຈົບຊັ້ນ ມ7 ສົກຮຽນ 2024-2025

ພິທີເປີດຫົວບົດສອບເສັງຈົບຊັ້ນ ມ7 ປະຈໍາສົກຮຽນ 2024-2025 ທົ່ວເມືອງໂຂງ ແຂວງຈຳປາສັກ ໄດ້ຈັດຂຶ້ນໃນວັນທີ 18 ມິຖຸນານີ້ ທີ່ໂຮງຮຽນ ມສ ຂີ້ນາກ ໂດຍການໃຫ້ກຽດເປັນປະທານຂອງທ່ານ ໜູແສງ ຜຸຍບັນດິດ ຮອງເຈົ້າເມືອງໆໂຂງ.
ສານປະຊາຊົນສູງສຸດ ເປີດຊຸດຮຽນທິດສະດີການເມືອງ-ການປົກຄອງ ຂັ້ນຕົ້ນ ຊຸດທີ I

ສານປະຊາຊົນສູງສຸດ ເປີດຊຸດຮຽນທິດສະດີການເມືອງ-ການປົກຄອງ ຂັ້ນຕົ້ນ ຊຸດທີ I

ສານປະຊາຊົນສູງສຸດ (ສປສສ) ໄດ້ຈັດພິທີເປີດຊຸດຮຽນທິດສະດີການເມືອງ - ການປົກຄອງຂັ້ນຕົ້ນ ຊຸດທີ I ຂຶ້ນໃນວັນທີ 16 ມິຖຸນາ ນີ້ ທີ່ ສປສສ, ໂດຍມີ ສະຫາຍ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ປະທານສານປະຊາຊົນສູງສຸດ, ສະຫາຍ ພູວົງ ອຸ່ນຄຳແສນ ກໍາມະການສູນກາງພັກ ເລຂາຄະນະພັກ ຫົວໜ້າສະຖາບັນການເມືອງ-ການປົກຄອງແຫ່ງຊາດ, ສະຫາຍ ຂຸນສຸວັນ ສຸທຳມະວົງຄະນະປະຈຳພັກ ຫົວໜ້າກົມຈັດຕັ້ງ-ພະນັກງານ ສປສສ ພ້ອມດ້ວຍບັນດາສະຫາຍຄະນະປະຈໍາພັກ, ຄະນະບໍລິຫານງານພັກ ຂອງສານປະຊາຊົນສູງສຸດ ແລະ ບັນດານັກສໍາມະນາກອນ ເຂົ້າຮ່ວມ.
ສຳເລັດການແຂ່ງຂັນເທັນນິສລາຍການ ນໍ້າດື່ມຫົວເສືອ ໂອເພັນ 2025

ສຳເລັດການແຂ່ງຂັນເທັນນິສລາຍການ ນໍ້າດື່ມຫົວເສືອ ໂອເພັນ 2025

ນາງ ມະໄລລັກ ຫຼື ດິໄລຣາ ສາວລູກເຄິ່ງ ລາວ-ຊູແອດ ຈັບຄູ່ກັບ ແມັກຊີມັສ ນັກກິລາເທັນນິສຊາວສິງກະໂປ ສາມາດໄລ່ເອົາຊະນະ ຄຣີສ ໂປລິດເທັກ ນັກກິລາຊາວສະວິດ ແລະ ແສນທະນົງວັດ (ລາວ) 2-0 ເຊັດ ດ້ວຍຄະແນນ 6-2 ແລະ 6-3 ຄອງຂັນຊະນະເລີດ ໃນການແຂ່ງຂັນລາຍການ ນໍ້າດື່ມຫົວເສືອ ໂອເພັນ 2025 ຫຼື Tigerhead Tennis Open 2025 ໄດ້ຮັບຂັນຊະນະເລີດ ພ້ອມຮັບເງິນລາງວັນ 30 ລ້ານກີບໄປຄອງ ສ່ວນອັນດັບທີ 2 ໄດ້ຮັບຂັນພ້ອມເງິນລາງວັນ 10 ລ້ານກີບ.
ກຸ່ມບໍລິສັດ ດົງລຶກ ສະໜັບສະໜູນຊຸດເຄື່ອງນຸ່ງກິລາ ແລະ ອຸປະກອນກິລາ

ກຸ່ມບໍລິສັດ ດົງລຶກ ສະໜັບສະໜູນຊຸດເຄື່ອງນຸ່ງກິລາ ແລະ ອຸປະກອນກິລາ

ກຸ່ມບໍລິສັດ ດົງລຶກ ຈາກ ສສ ຫວຽດນາມ ໄດ້ລົງນາມໃນບົດບັນທຶກການຮ່ວມມືກັບສະຫະພັນບານເຕະແຫ່ງຊາດລາວ (ສຕລ) ໃນໄລຍະ 3 ປີ ໂດຍເນັ້ນໃສ່ໃຫ້ການຊຸກຍູ້ສົ່ງເສີມການພັດທະນາວົງການກິລາເຖິງ 9 ລາຍການ ຊຶ່ງໃນນັ້ນໄດ້ສະໜັບສະໜູນຊຸດເຄື່ອງນຸ່ງເຄື່ອງກິລາ ຍີ່ຫໍ້ ດົງລຶກ ແລະ ໝາກບານ ເຂົ້າໃນການເຄື່ອນໄຫວຂອງທີມນັກກິລາເຕະບານທີມຊາດລາວທຸກຮຸ່ນ ແລະ ລາຍການແຂ່ງຂັນຕ່າງໆຂອງ ສຕລ ຈັດຂຶ້ນໃນໄລຍະ 3 ປີ ຕາມສັນຍາທີ່ໄດ້ຕົກລົງກັນໄວ້.
ມອບຄວາມຮັບຜິດຊອບສ້າງຫຼັກສູດປະລິຍາເອກ ສາຂາຄຸ້ມຄອງລັດ

ມອບຄວາມຮັບຜິດຊອບສ້າງຫຼັກສູດປະລິຍາເອກ ສາຂາຄຸ້ມຄອງລັດ

ວິທະຍາຄານຕໍາຫຼວດປະຊາຊົນໄດ້ຈັດກອງປະຊຸມມອບຄວາມຮັບຜິດຊອບສ້າງຫຼັກສູດປະລິຍາເອກ ສາຂາຄຸ້ມຄອງລັດ ກ່ຽວກັບຄວາມເປັນລະບຽບຮຽບຮ້ອຍ-ປອດໄພທາງສັງຄົມ ຂຶ້ນໃນວັນທີ 11 ມິຖຸນານີ້ ໂດຍການເຂົ້າຮ່ວມຂອງທ່ານ ພົທ ກົງທອງ ພົງວິຈິດ ກໍາມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ (ປກສ) ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໂຮງຮຽນມັດທະຍົມສົມບູນເມືອງໂພນໄຊ ສອບເສັງຈົບຊັ້ນ ມ4

ໂຮງຮຽນມັດທະຍົມສົມບູນເມືອງໂພນໄຊ ສອບເສັງຈົບຊັ້ນ ມ4

ໃນຕອນເຊົ້າຂອງວັນທີ 11 ມີຖຸນານີ້ ຢູ່ໂຮງຮຽນມັດທະຍົມສົມບູນ ເມືອງໂພນໄຊ ແຂວງຫຼວງພະບາງໄດ້ຈັດພິທີເປີດການສອບເສັງຈົບຊັ້ນມັດທະຍົມຕອນຕົ້ນ (ມ4)ສົກຮຽນ2024-2025 ຢ່າງເປັນທາງການ ໂດຍເປັນປະທານຂອງ ທ່ານ ພອນປະດິດ ສຸເດດຊານໄຊ ຮອງເຈົ້າເມືອງໂພນໄຊ.
ເມືອງລອງ ສອບເສັງຈົບຊັ້ນມັດທະຍົມຕອນຕົ້ນ ປະຈຳສົກຮຽນ 2024-2025

ເມືອງລອງ ສອບເສັງຈົບຊັ້ນມັດທະຍົມຕອນຕົ້ນ ປະຈຳສົກຮຽນ 2024-2025

ເມືອງລອງ ແຂວງຫຼວງນໍາທາ ໄດ້ຈັດພິທີສອບເສັງຈົບຊັ້ນມັດທະຍົມຕອນຕົ້ນ (ມ4)ປະຈຳສົກຮຽນ 2024-2025 ຂຶ້ນໃນຕອນເຊົ້າຂອງວັນທີ 11 ມີຖຸນານີ້ທີ່ໂຮງຮຽນມັດທະຍົມສົມບູນເທດສະບານເມືອງ, ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ຈັກກະວານ ແກ້ວບຸນພັນ ຮອງເຈົ້າເມືອງ ຜູ້ຊີ້ນໍາຂົງເຂດວັດທະນະທໍາ-ສັງຄົມເມືອງລອງ.
ສະຫວັນນະເຂດ ເປີດການສອບເສັງຈົບຊັ້ນ ມ4ສົກຮຽນ 2024-2025

ສະຫວັນນະເຂດ ເປີດການສອບເສັງຈົບຊັ້ນ ມ4ສົກຮຽນ 2024-2025

ພິທີເປີດຫົວບົດການສອບເສັງຈົບຊັ້ນ ມ4 ປະຈຳສົກຮຽນ 2024-2025 ທົ່ວແຂວງສະຫວັນນະເຂດ ໄດ້ຈັດຂຶ້ນຢ່າງເປັນທາງການໃນວັນທີ 11 ມິຖຸນານີ້ ທີ່ໂຮງຮຽນ ມສ ໂນນສະຫວ່າງ ເມືອງຊົນນະບູລີ ໂດຍການເປັນປະທານຂອງທ່ານ ນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ.
ເພີ່ມເຕີມ