ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາ 2026, ຢູ່ທີ່ ເດີ່ນກິລາຫ້ອງການສະຫະພັນແມ່ຍິງເມືອງມຸນລະປາໂມກ, ແຂວງຈໍາປາສັກ ໄດ້ມີການຈັດກິດຈະກຳແຂ່ງຂັນກິລາມວນຊົນ ຢ່າງຟົດຟື້ນ ແລະ ເຕັມໄປດ້ວຍບັນຍາກາດແຫ່ງຄວາມສຸກ, ເພື່ອເປັນການສ້າງຂະບວນການອັນມີຄວາມໝາຍ ໃຫ້ແກ່ຫຼານໆເຍົາວະຊົນ ແລະ ອະນຸຊົນ.
ກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກິລາ (ສສກ) ຈັດກອງປະຊຸມເປີດບັ້ນສອບເສັງຈົບຊັ້ນມັດທະຍົມສຶກສາຕອນຕົ້ນ (ມ4) ແລະ ມັດທະຍົມສຶກສາຕອນປາຍ (ມ7) ປະຈຳສົກຮຽນ 2025-2026 ເອກະພາບທົ່ວປະເທດ ໃນວັນທີ 4 ມິຖຸນານີ້ ທີ່ກະຊວງ ສສກ, ໂດຍເປັນປະທານ ແລະ ກ່າວເປີດຂອງທ່ານ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງ ສສກ ພ້ອມດ້ວຍຫົວໜ້າ-ຮອງຫົວໜ້າກົມ ແລະ ສະຖາບັນ ພາຍໃນກະຊວງ ສສກ, ບັນດາຮອງປະທານຄະນະກຳມະການປົກຄອງ-ປະທານການສອບເສັງທົ່ວປະເທດ 18 ແຂວງ ພ້ອມດ້ວຍແຂກຖືກເຊີນທັງແບບເຊິ່ງໜ້າ ແລະ ຜ່ານລະບົບອອນລາຍ.
ນະຄອນຫຼວງວຽງຈັນ (ນວ) ຈັດກອງປະຊຸມສໍາມະນາວິທະຍາສາດດ້ານວິຊາການ ລະຫວ່າງໂຮງ ຮຽນການເມືອງ ແລະ ການປົກຄອງນະຄອນຫຼວງວຽງຈັນ ສປປ ລາວ - ໂຮງຮຽນການເມືອງ ແລະ ການປົກຄອງນະຄອນຫຼວງປັກກິ່ງ ສປ ຈີນ ໃນວັນທີ 4 ມິຖຸນານີ້ ທີ່ສະໂມສອນຂອງໂຮງຮຽນການເມືອງແລະ ການປົກຄອງ ນວ.
ໃນວັນທີ 3 ມິຖຸນາ ນີ້ ທີ່ວິທະຍາໄລເຕັກນິກ-ວິຊາຊີບຫຼວງພະບາງ ໄດ້ຈັດຊຸດຝຶກອົບຮົມ ພາຍໃຕ້ຫົວຂໍ້ “ການພັດທະນາສື່ການຮຽນ-ການສອນ” ໂດຍເປັນປະທານຮ່ວມຂອງ ທ່ານ ບຸນເພັງ ແຈ່ມມາໄລ ຮອງຜູ້ອຳນວຍການວິທະຍາໄລເຕັກນິກ-ວິຊາຊີບຫຼວງພະບາງ, ມີວິທະຍາກອນ ພ້ອມດ້ວຍສຳມະນາກອນ ເຂົ້າຮ່ວມ.
ວັນທີ 2 ມິຖຸນາ ນີ້ ທີ່ໂຮງຮຽນອະນຸບານມິດຕະພາບວຽງຈັນ-ຮາຍເຢືອງ ໄດ້ຈັດພິທີສະເຫຼີມສະຫຼອງ ວັນເດັກນ້ອຍສາກົນ ຄົບຮອບ 101 ປີ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 46 ປີ ໂດຍມີ ທ່ານ ພູທະນູເພັດ ໄຊສົມບັດ ກຳມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງວຽງຈັນ, ພ້ອມດ້ວຍຄະນະນຳຂອງແຂວງ, ຜູ້ບໍລິຫານງານການສຶກສາຂັ້ນແຂວງ, ຂັ້ນເມືອງ, ຜູ້ຕາງໜ້າພາກສ່ວນທີ່ກ່ຽວຂ້ອງ, ຄູ-ອາຈານ, ຜູ້ປົກຄອງ ແລະ ນັກຮຽນເຂົ້າຮ່ວມ.
ໃນທ້າຍເດືອນພຶດສະພາຜ່ານມາ ທີ່ໂຮງຮຽນປະຖົມສົມບູນນາກອຍຫ້ວຍ ບ້ານສາມັກຄີໄຊ ເມືອງອາດສະພັງທອງ ແຂວງສະຫວັນນະເຂດ ໄດ້ຈັດພິທີມອບ-ຮັບອາຄານຮຽນຫຼັງໃໝ່ຢ່າງເປັນທາງການ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ, ທ່ານ ສີສະຫວາດ ເພັງທະລັງສີ ກຳມະການພັກແຂວງ ຮອງປະທານສະພາປະຊາຊົນແຂວງສະຫວັນນະເຂດ ແລະ ທ່ານ ເນດຄຳ ສຸດທະລັກ ຮອງເລຂາພັກເມືອງ ປະທານຄະນະກຳມະການປົກຄອງເມືອງອາດສະພັງທອງ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ.
ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພິທີປູກຕົ້ນໄມ້ ເພື່ອສ້າງຂະບວນການຂໍ່ານັບຮັບຕ້ອນວັນສ້າງຕັ້ງ ມຊ ຄົບຮອບ 30 ປີ, ວັນເດັກນ້ອຍສາກົນ (1 ມິຖຸນາ) ຄົບຮອບ 101 ປີ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 46 ປີ ຂຶ້ນໃນວັນທີ 1 ມິຖຸນານີ້, ທີ່ ມຊ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ, ມີທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ), ມີບັນດາລັດຖະມົນຕີ-ຮອງລັດຖະມົນຕີ, ການນໍາຂັ້ນສູງ, ບັນດາກະຊວງ ພ້ອມດ້ວຍພະນັກງານຄູ-ອາຈານນັກສຶກສາ-ເຍົາວະຊົນເຂົ້າຮ່ວມ.
ໃນວັນທີ 30 ພຶດສະພາຜ່ານມາ ທີ່ສະໜາມກິລາກ໊ອຟ ຫຼວງພະບາງ ໄດ້ຈັດການແຂ່ງຂັນກິລາກ໊ອຟ ຊີງຂັນທ່ານຮອງນາຍົກລັດຖະມົນຕີ, ມີທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ ຮອງນາ ຍົກລັດຖະມົນຕີ, ທ່ານ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ ປະທານກວດກາສູນກາງພັກ ປະທານອົງການກວດກາລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ພ້ອມດ້ວຍການນໍາຈາກສູນກາງ-ແຂວງ, ອະດີດການນໍາແຂວງ, ຕະຫຼອດຮອດນັກກິລາກ໊ອຟທັງພາຍໃນ ແລະ ຕ່າງແຂວງຫຼາຍກວ່າ 100 ຄົນເຂົ້າຮ່ວມ.
ພະແນກສຶກສາທິການ ແລະ ກິລາ (ສກຂ) ແຂວງຈຳປາສັກ ໄດ້ຈັດການແຂ່ງຂັນສິລະປະ-ວັນນະຄະດີນັກຮຽນທົ່ວແຂວງຂຶ້ນໃນວັນທີ 27 ພຶດສະພາຜ່ານມາ, ທີ່ສູນການຄ້າຕະຫຼາດສະບາຍດີ ນະຄອນປາກເຊ ເພື່ອສ້າງຂະບວນການຕ້ອນຮັບວັນເດັກນ້ອຍສາກົນ (ວັນທີ 1 ມິຖຸນາ) ແລະ ວັນປູກຕົ້ນໄມ້ແຫ່ງຊາດ ໂດຍມີ ທ່ານ ໂພໄຊ ວົງຄຳຊາວ ຮອງຫົວໜ້າພະແນກ ສກຂ, ທ່ານ ຂຸນທຶງ ສະຫງວນພັນ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ນະຄອນປາກເຊ ພ້ອມດ້ວຍຄູ-ອາຈານ, ນັກຮຽນ-ນັກສະແດງເຂົ້າຮ່ວມ.
ໃນວັນທີ 26 ພຶດສະພາຜ່ານມາ, ທີ່ສູນສອບເສັງໂຮງຮຽນປະຖົມສາທິດ ນະຄອນໄກສອນ ພົມວິຫານ, ພະແນກສຶກສາທິການ ແລະ ກິລາ (ສກຂ) ແຂວງສະຫວັນນະເຂດ ໄດ້ມອບໝາຍໃຫ້ຄະນະຮັບຜິດຊອບຂັ້ນຂະ ແໜງການ ຂອງພະແນກ ສກຂ ແຂວງ ນຳໂດຍທ່ານ ສະຫງວນຮັກ ທົງພັກດີ ຫົວໜ້າຂະແໜງຈັດຕັ້ງ, ທ່ານ ນາງ ພອນໄຊ ຊະນະວົງໄຊ ຫົວໜ້າຫ້ອງການສຶກສາທິການ ແລະ ກິລານະຄອນ, ມີທ່ານ ອານຸຊາ ໄກສອນ ຮອງປະທານຄະນະກຳມະການປົກຄອງນະຄອນໄກສອນ ພົມວິຫານ, ຄະນະກຳມະການຮັບຜິດຊອບ, ຄູ-ອາຈານທີ່ເຂົ້າຮ່ວມຊຸກຍູ້, ຕິດຕາມ ແລະ ເປີດຫົວບົດສອບເສັງ ພ້ອມດ້ວຍນັກຮຽນເຂົ້າຮ່ວມ.
ຄໍາເຫັນ