ລາວ-ຈີນ ກ້າວສູ່ການສ້າງຄູ່ຮ່ວມຊາຕາກໍາທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການຂອງຍຸກໃໝ່

ລາວ-ຈີນ ກ້າວສູ່ການສ້າງຄູ່ຮ່ວມຊາຕາກໍາທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການຂອງຍຸກໃໝ່

ລາວ-ຈີນ ກ້າວສູ່ການສ້າງຄູ່ຮ່ວມຊາຕາກໍາທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການຂອງຍຸກໃໝ່
ຜົນສຳເລັດຂອງການຢ້ຽມຢາມລັດຖະກິດ ສປ ຈີນ ຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ ປະທານປະເທດລາວ ລະຫວ່າງວັນທີ 2-6 ມິຖຸນາ 2026 ຜ່ານມາຕາມການເຊີນຂອງສະຫາຍ ສີ ຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດຈີນ ໄດ້ກາຍເປັນເຫດການປະຫວັດສາດທີ່ບໍ່ເຄີຍມີ ມາກ່ອນໃຫ້ແກ່ສອງຊາດລາວ-ຈີນເທົ່ານັ້ນ, ໄດ້ກາຍເປັນເຫດການສຳຄັນໜຶ່ງທີ່ໂລກໃຫ້ຄວາມສຳຄັນແລະ ຕິດຕາມ, ເພາະເປັນການຢ້ຽມຢາມບໍ່ພຽງແຕ່ເປັນບ້ານໃກ້ເຮືອນ ຄຽງທີ່ມີຊາຍແດນຕິດຈອດກັນເທົ່ານັ້ນ, ແຕ່ເປັນການຢ້ຽມຢາມຖານມິດສະຫາຍທີ່ມີອຸດົມການສັງຄົມນິຍົມຄືກັນ.
ລາວ-ຈນ ກາວສການສາງຄຮວມຊາຕາກາທເຂມແຂງໜຽວແໜນໃນທກສະພາບການຂອງຍກໃໝ - image 1
 

ພິເສດການຢ້ຽມຢາມຄັ້ງນີ້ ການນຳສອງຝ່າຍໄດ້ມີຄວາມເອກະພາບສູງໃນການຍົກຖານະບົດບາດການພົວພັນຈາກການເປັນຄູ່ຮ່ວມຊາຕາກຳດຽວກັນກ້າວຂຶ້ນເປັນການສ້າງຄູ່ຮ່ວມຊາຕາກຳທີ່ເຂັ້ມແຂງໜຽວແໜ້ນໃນທຸກສະ ພາບການຂອງຍຸກໃໝ່. ຜົນຂອງການຢ້ຽມຢາມນີ້ຍັງໄດ້ລົງນາມເອກະສານການຮ່ວມມືສອງຝ່າຍຈຳນວນ 32 ສະບັບ ກວມເອົາຂົງ ເຂດການຮ່ວມມືລະຫວ່າງບັນດາ ອົງການອ້ອມຂ້າງສູນກາງພັກ ຂອງສອງພັກລາວ-ຈີນ, ເສດຖະກິດ, ການຄ້າ, ການເງິນ, ການລົງທຶນ, ພະລັງງານ, ກະສິກໍາ, ວັດທະນະທໍາ, ການພັດທະນາຊັບພະຍາກອນມະນຸດ ແລະ ໜັງສືມອບ-ຮັບ ບັນດາໂຄງການຊ່ວຍເຫຼືອຈາກ ສປ ຈີນ ຕື່ມອີກ.

ທ່ານ ນາງ ຟາງ ຫົງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດ ເຕັມ ແຫ່ງ ສປ ຈີນ ປະຈຳລາວ ໄດ້ ກ່າວໃນພິທີຖະແຫຼງຂ່າວຕໍ່ສື່ມວນຊົນລາວ ແລະ ຕ່າງປະເທດ ເມື່ອບໍ່ ດົນມານີ້ວ່າ: ການຢ້ຽມຢາມຄັ້ງນີ້ມີຄວາມໝາຍ 3 ດ້ານທີ່ສຳຄັນ, ອັນທີໜຶ່ງ, ໃນຖະແຫຼງການຮ່ວມໄດ້ບັນລຸການຍົກລະດັບໃໝ່ຂອງການກຳນົດທິດທາງການພົວພັນສອງຝ່າຍ.ຈາກການສ້າງຄູ່ຮ່ວມຊາຕາກຳຈີນ-ລາວ, ກ້າວຂຶ້ນເປັນການສ້າງຄູ່ຮ່ວມຊາຕາກຳ ຈີນ-ລາວ ທີ່ເຂັ້ມ ແຂງໜຽວແໜ້ນໃນທຸກສະພາບ ການຂອງຍຸກໃໝ່. ສອງ, ຖະແຫຼງ ການຮ່ວມໄດ້ຮັບການວາງແຜນຢ່າງເປັນລະບົບໃຫ້ແກ່ການພັດທະ ນາການພົວພັນ ຈີນ-ລາວ ໃນອະນາຄົດ ຊຶ່ງໄດ້ກຳນົດຢ່າງຈະແຈ້ງວ່າ ຕ້ອງເລີ່ມຕົ້ນຈາກ “5 ສູງ” ເພື່ອຊຸກຍູ້ການສ້າງຄູ່ຮ່ວມຊາຕາກຳ ຈີນ-ລາວຮ່ວມກັນ. ຄືໜຶ່ງ, ສ້າງຄວາມໄວ້ເນື້ອເຊື່ອໃຈກັນດ້ານການເມືອງໃນລະດັບສູງ, ສອງ, ດຳເນີນການຮ່ວມມືໃນດ້ານຄວາມໝັ້ນຄົງຢ່າງໜຽວແໜ້ນສູງ, ສາມ, ລົງເລິກການຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດຢ່າງມີຄຸນນະພາບສູງ, ສີ່, ຊຸກຍູ້ການໄປມາຫາສູ່ກັນຂອງປະຊາຊົນ ແລະ ການແລກປ່ຽນວັດທະນະທຳຢ່າງມີຄວາມຖີ່ສູງ ແລະ ຫ້າ, ປະສານງານດ້ານຍຸດທະສາດຢ່າງສະໜິດແໜ້ນ ແລະ ມີມາດຕະຖານສູງ. ສິ່ງເຫຼົ່ານີ້ໄດ້ເປັນທິດທາງການຮ່ວມມືຕົວຈິງໃຫ້ແກ່ບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນຕ່າງໆຂອງສອງພັກສອງລັດໃນຕໍ່ໜ້າ. ສາມ, ຖະແຫຼງການຮ່ວມໄດ້ສະເໜີມາດຕະການໃໝ່ໆທີ່ມີລັກສະນະບຸກທະລຸ ແລະ ມີຄວາມໝາຍເປັນຂີດໝາຍປະຫວັດສາດ. ເປັນຕົ້ນແມ່ນການສ້າງຕັ້ງກົນໄກການສົນ ທະນາດ້ານຍຸດທະສາດຂັ້ນລັດຖະມົນຕີ 3+3 (ການຕ່າງປະເທດ, ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ), ຊຸກຍູ້ການສ້າງຕັ້ງການເປັນຄູ່ຮ່ວມ ຄວາມໝັ້ນຄົງ ຈີນ-ລາວ. ວາງແຜນຢ່າງຮອບດ້ານໃຫ້ແກ່ຂົງເຂດປັນ ຍາປະດິດ (AI), ເສດຖະກິດດີຈີຕອນ ແລະ ຈັດຕັ້ງປະຕິບັດໂຄງການ “ພັນ ແລະ ໝື່ນ” ແນໃສ່ເຮັດໃຫ້ການພັດທະນາ ແລະ ຄວາມໝັ້ນຄົງທີ່ເປັນສອງວຽກໃຫຍ່ໄດ້ເພີ່ມທະວີການປະສານສົມທົບດ້ານຍຸດທະສາດຢ່າງຮອບດ້ານ ຮ່ວມກັນ ເພື່ອຮັບມືກັບສິ່ງທ້າທາຍຕ່າງໆທີ່ອາດຈະເກີດຂຶ້ນ. ຢັ້ງຢືນໄດ້ວ່າເປັນການຢ້ຽມຢາມແຫ່ງມິດ ຕະພາບທີ່ສືບສານສາຍສຳພັນທີ່ສະແດງໃຫ້ເຫັນເຖິງຄວາມໄວ້ເນື້ອເຊື່ອໃຈກັນຢ່າງຈະແຈ້ງ. ທ່າມກາງ ສະພາບການຂອງໂລກທີ່ພວມຜັນ ແປໄປຢ່າງໄວວາ ແລະ ປະເຊີນກັບ ສິ່ງທ້າທາຍຮອບດ້ານ, ທັງເປັນການ ແລກປ່ຽນບົດຮຽນ ແລະ ເພີ່ມທະວີຄວາມຮັບຮູ້ຄືກັນ ໂດຍສະເພາະແມ່ນການຖອດຖອນບົດຮຽນດ້ານການບໍລິຫານພັກ ແລະ ຄຸ້ມຄອງລັດ. ໃນໄລຍະຢ້ຽມຢາມ, ສະຫາຍ ທອງລຸນ ສີສຸລິດ ຍັງໄດ້ໄປທັດສະ ນະສຶກສາຢູ່ແຂວງເຈີ້ຈຽງ ເພື່ອສຶກສາຍຸດທະສາດ 88”, ໂຄງການ “ພັນ ແລະ ໝື່ນ” (ການສ້າງຊົນນະບົດ) ແລະ ແນວຄິດ “ພູຂຽວ ແລະ ນ້ຳໃສ ກໍຄືພູເງິນ ແລະ ພູຄໍາ” ຂອງສະຫາຍ ສີ ຈິ້ນຜິງ ແລະ ໄປຢ້ຽມຢາມໂຮງຮຽນພັກສູນກາງຈີນທີ່ສະຫາຍ ທອງລຸນ ສີສຸລິດ ເຄີຍສຶກສາ ເມື່ອ 26 ປີກ່ອນ. ສະແດງໃຫ້ເຫັນວ່າ ການຢ້ຽມຢາມຄັ້ງນີ້ ກ້າວຂ້າມກອບຂອງການທູດທົ່ວໄປ, ກາຍເປັນການລົງເລິກພຶດຕິກຳຕົວຈິງ ໃນການຮຽນຮູ້ຊຶ່ງກັນ ແລະ ກັນ ເພື່ອສ້າງສາສັງຄົມນິຍົມ. ພ້ອມນັ້ນກໍເປັນການຢ້ຽມຢາມທີ່ລົງເລິກການຮ່ວມມື ແລະ ຮ່ວມກັນສະແຫວງຫາການພັດທະ ນາທີ່ກ້າວໜ້າທັນສະໄໝຂຶ້ນ. ນອກ ນັ້ນ, ການຢ້ຽມຢາມຄັ້ງນີ້ໄດ້ບັນລຸຂໍ້ຕົກລົງທີ່ສຳຄັນໃນການຊຸກຍູ້ວຽກງານກວດກາ “ປະຕູດຽວ, ຄັ້ງດຽວ” ແລະ ການເລັ່ງລັດເຊື່ອມຕໍ່ທາງລົດໄຟ ຈີນ-ລາວ-ໄທ, ມາຮອດປັດຈຸບັນເສັ້ນທາງລົດໄຟ ລາວ-ຈີນ ໄດ້ກາຍເປັນເສັ້ນທາງເງິນເສັ້ນທາງຄຳ, ໄດ້ປ່ຽນແປງໃບໜ້າຂອງປະ ເທດລາວຢ່າງຮອບດ້ານ. ຫຼັງຈາກເສັ້ນທາງສາຍນີ້ເປີດບໍລິການແລ້ວ, ຈຳນວນການຂົນສົ່ງຜູ້ໂດຍສານໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ, ສິນຄ້າລາວໄດ້ຮັບການຂົນສົ່ງໄປຈີນ ແລະ ປະເທດອື່ນໆ, ມີຜູ້ໂດຍສານນັບມື້ຫຼາຍມາຂີ່ລົດໄຟ ລາວ-ຈີນ.ເສັ້ນທາງລົດໄຟ ລາວ-ຈີນ ໄດ້ປ່ຽນແປງໃບໜ້າຂອງລາວຢ່າງຫຼວງຫຼາຍ ຊຶ່ງໄດ້ປະກອບສ່ວນທີ່ແທ້ຈິງເຂົ້າໃນການພັດທະນາຂອງປະເທດລາວ. ຫຼ້າສຸດໃນກາງເດືອນມິຖຸນາ 2026 ໃນກອງປະຊຸມລັດຖະມົນຕີ ອົງການຮ່ວມມືລະຫວ່າງທາງລົດ ໄຟຄັ້ງທີ 53 ທີ່ເມືອງດູຊານແບ, ປະເທດຕາຈິກິສຖານ, ລັດຖະບານສປປ ລາວ ໄດ້ລົງນາມໃນບົດບັນທຶກ ການຮ່ວມມື ເພື່ອເຂົ້າເປັນສະມາ ຊິກແລວທາງລົດໄຟໝາຍເລກທີ 2 ຂອງອົງການຮ່ວມມືລະຫວ່າງທາງ ລົດໄຟຢ່າງເປັນທາງການ ຊຶ່ງແລວທາງດັ່ງກ່າວ ເປັນແລວທາງລົດໄຟ ເຊື່ອມຕໍ່ 6 ປະເທດຄື: ສປປ ລາວ, ສສ ຫວຽດນາມ, ສປ ຈີນ, ສ ກາຊັກສະຖານ, ສະຫະພັນ ຣັດເຊຍ ແລະ ສ ເອສັໂຕນີ. ຖືເປັນຂີດໝາຍປະຫວັດສາດ ແລະ ບາດກ້າວອັນສຳ ຄັນໃນວຽກງານການຂົນສົ່ງທາງລົດໄຟຂອງ ສປປ ລາວ, ທັງເປັນການເຊື່ອມຕໍ່ເສັ້ນທາງລົດໄຟຂອງ ສປປ ລາວ ເຂົ້າກັບແລວທາງການຂົນສົ່ງກັບພາກພື້ນ ແລະ ສາກົນ.

ລາວ-ຈນ ກາວສການສາງຄຮວມຊາຕາກາທເຂມແຂງໜຽວແໜນໃນທກສະພາບການຂອງຍກໃໝ - image 2
 

ໃນຖະແຫຼງການຍັງໄດ້ກ່າວເຖິງຜົນປະໂຫຍດຕົວຈິງທີ່ປະເທດຊາດ ແລະ ປະຊາຊົນລາວຈະໄດ້ຮັບ,ໃນນັ້ນ, ໜຶ່ງ, ເສດຖະກິດ ແລະ ການສ້າງລາຍຮັບ, ຈີນຈະສືບຕໍ່ຈັດຕັ້ງ ປະຕິບັດນະໂຍບາຍອັດຕາພາສີ (ຍົກເວັ້ນພາສີ 0%) ສຳລັບສິນຄ້າລາວທຸກລາຍການ (100%) ທີ່ສົ່ງອອກໄປຈີນ, ພ້ອມທັງຊຸກຍູ້ການຄ້າເອເລັກໂຕຣນິກ ເພື່ອຊ່ວຍໃຫ້ສິນຄ້າກະສິກຳ ແລະ ທຸລະກິດຂະໜາດນ້ອຍ-ກາງຂອງລາວສົ່ງອອກໄດ້ງ່າຍຂຶ້ນ, ທັງຈະຊ່ວຍສ້າງວຽກເຮັດງານທຳ, ຊຸກຍູ້ການພັດທະນາໂລຈິສຕິກ, ການຄ້າ, ການທ່ອງທ່ຽວ, ອຸດສາຫະກຳປຸງແຕ່ງ ແລະ ການຜະລິດ, ການສົ່ງອອກສິນຄ້າທີ່ມີຄຸນນະພາບດີຂອງລາວໄປຈີນຫຼາຍຂຶ້ນ ຊຶ່ງສິ່ງເຫຼົ່ານີ້ຈະຫັນປ່ຽນເປັນລາຍຮັບຕົວຈິງຢູ່ໃນກະເປົາຂອງປະຊາຊົນລາວ. ສອງ, ດ້ານການສຶກ ສາ ແລະ ພັດທະນາຊາວໜຸ່ມ: ຝ່າຍຈີນກຽມຊ່ວຍບຳລຸງສ້າງບຸກຄະລາກອນລາວ 3,000 ຄົນ ແລະ ຕັ້ງເປົ້າໝາຍ ຮັບນັກສຶກສາລາວໄປຮຽນທີ່ຈີນໃຫ້ໄດ້ 10,000 ຄົນຕໍ່ປີ ພາຍໃນປີ 2028. ນອກຈາກນີ້, ຈີນຈະເພີ່ມທະວີການແລກປ່ຽນ ແລະ ຮ່ວມມືກັບຝ່າຍລາວໃນການສຶກສາຊັ້ນສູງ, ອະຊີວະສຶກສາ, ການສຶກສາດ້ານພາສາ, ການສຶກສາດີຈີຕອນ ແລະ ປັນຍາປະດິດ (AI) ສ້າງສູນຝຶກວິຊາຊີບຫຼູປານ ແລະ ສືບຕໍ່ມອບທຶນການສຶກສາໃຫ້ນັກຮຽນ-ນັກສຶກສາລາວທີ່ຮຽນດີຢ່າງຕໍ່ເນື່ອງໄດ້ໄປສຶກສາຮ່ຳຮຽນຢູ່ ສປ ຈີນ. ນອກນີ້, ຍັງຈະຊ່ວຍເຫຼືອທັງດ້ານໂຄງລ່າງພື້ນຖານ, ດ້ານວິຊາການແລະ ການສ້າງປຶ້ມແບບຮຽນ ເພື່ອພັດທະນາລະບົບການສຶກສາຂອງລາວໃຫ້ດີຂຶ້ນ, ສິ່ງເຫຼົ່ານີ້ຈະເປີດໂອກາດໃຫ້ຊາວໜຸ່ມລາວໄດ້ຮຽນຮູ້ເຕັກໂນໂລຊີທັນສະໄໝ ແລະ ຝຶກຝົນທັກສະວິຊາຊີບໃຫ້ແຂງແຮງ ເພື່ອໃຫ້ຊາວໜຸ່ມລາວສາມາດປັບຕົວເຂົ້າກັບຄວາມຕ້ອງການຂອງຕະຫຼາດແຮງງານ ແລະ ເສດຖະກິດໃນອະນາຄົດ ເພື່ອສ້າງຊີວິດການເປັນຢູ່ທີ່ດີໃຫ້ແກ່ຕົນເອງ ແລະ ຄອບຄົວ. ສາມ, ດ້ານການບໍລິການສາທາລະນະ ແລະ ສາທາລະນະສຸກ: ສອງປະເທດຈະຮ່ວມມືກັນສ້າງສູນຂໍ້ມູນແຫ່ງຊາດ, ລະບົບຄລາວ (ຖານຂໍ້ມູນໃນອິນເຕີເນັດ) ແລະ ລະບົບ ລັດຖະບານເອເລັກໂຕຣນິກ. ພ້ອມ ດຽວກັນນັ້ນ, ຈະຍົກລະດັບວຽກງານການແພດ, ສຸຂະພາບແມ່ ແລະເດັກ, ການຄວບຄຸມ ແລະ ປ້ອງກັນ ພະຍາດຕິດຕໍ່, ຢາພື້ນເມືອງ, ໂຄງການຊ່ວຍເຫຼືອສັງຄົມຕ່າງໆເຊັ່ນ: “ນ້ອຍແຕ່ງາມ”, “ໂຄງການແສງສະ ຫວ່າງ”, “ໂຄງການນ້ຳໃຈຄວາມຮັກ”. ນອກນັ້ນ, ຍັງຈະສ້າງຫ້ອງທົດລອງຄົ້ນຄວ້າປິ່ນປົວພະຍາດເຂດຮ້ອນຮ່ວມກັນ ເພື່ອໃຫ້ປະຊາ ຊົນລາວໄດ້ຮັບການບໍລິການທີ່ທັນ ສະໄໝ ແລະ ດີຂຶ້ນກວ່າເກົ່າ.

ໃນສະພາບທີ່ສະຖານະການ ຂອງໂລກ ແລະ ພາກພື້ນໃນປັດຈຸ ບັນພວມປະເຊີນໜ້າກັບສະພາບແວດລ້ອມທີ່ມີຄວາມສັບສົນ ແລະ ຂ້ຽວຂາດກວ່າເກົ່າ, ທັງມີພາລະກິດແຫ່ງການປະຕິຮູບ, ການພັດທະນາ ແລະ ການຮັກສາສະຖຽນລະພາບ ທີ່ໜັກໜ່ວງ ແລະ ຫຍຸ້ງຍາກກວ່າເກົ່າ. ສອງປະເທດຍິ່ງມີຄວາມຈຳເປັນ ແລະ ມີຄວາມຮັບຜິດຊອບທີ່ຈະຕ້ອງໄດ້ເພີ່ມທະວີການຮ່ວມມືດ້ານຄວາມໝັ້ນຄົງທາງດ້ານຍຸດທະສາດຕື່ມອີກ, ຮ່ວມກັນຈັດຕັ້ງປະຕິບັດຂໍ້ລິເລີ່ມວ່າດ້ວຍຄວາມໝັ້ນຄົງທົ່ວໂລກ ຊຶ່ງບໍ່ພຽງແຕ່ເພື່ອປົກປັກຮັກສາຄວາມໝັ້ນຄົງຂອງສອງປະເທດໃຫ້ດີກວ່າເກົ່າເທົ່ານັ້ນ, ແຕ່ຍັງປະກອບສ່ວນອັນໃຫຍ່ຫຼວງກວ່າເກົ່າໃຫ້ແກ່ການປົກປັກຮັກສາສັນ ຕິພາບ, ສະຖຽນລະພາບ ແລະ ການພັດທະນາຂອງພາກພື້ນ ແລະ ສາກົນອີກດ້ວຍ. ດ້ວຍເຫດນັ້ນ, ເມື່ອຜູ້ນຳສູງສຸດຂອງສອງພັກ-ສອງລັດໄດ້ພົບປະເຈລະຈາປຶກສາຫາລືກັນ ເພື່ອຊອກຫາທາງອອກຢ່າງສັນ ຕິວິທີແມ່ນສຸດທີ່ມີຄວາມໝາຍສຳ ຄັນໃນສະພາບການປັດຈຸບັນ.

ໃນຖານະ ລາວ-ຈີນ ແມ່ນຄູ່ຮ່ວມຊາຕາກຳ, ຈີນຍາມໃດກໍສືບຕໍ່ສະໜັບສະໜູນຊ່ວຍເຫຼືອລາວທາງດ້ານທຶນຮອນ, ວິຊາການ, ບົດຮຽນໃນການພັດທະນາ ແລະ ການຈັດຕັ້ງຜັນຂະຫຍາຍແຜນພັດທະນາເສດຖະກິດ-ສັງຄົມ. ທັງເອົາໃຈໃສ່ໃຫ້ຄວາມສຳຄັນ ແລະ ສະໜັບສະໜູນລາວຕະຫຼອດມາ. ດັ່ງສະຫາຍ ສີ ຈິ້ນຜິງ ໄດ້ກ່າວວ່າ: ປະເທດຈີນຖືປະເທດລາວເປັນທິດທາງທີ່ສຳຄັນໃນດ້ານ ການຕ່າງປະເທດກັບບັນດາປະເທດອ້ອມຂ້າງຢ່າງສະເໝີຕົ້ນສະເໝີປາຍ, ເດັດດ່ຽວສະໜັບສະໜູນໃຫ້ປະເທດລາວເດີນຕາມເສັ້ນທາງສັງຄົມນິຍົມທີ່ສອດຄ່ອງກັບສະພາບຕົວຈິງຂອງປະເທດຕົນ, ຍິນດີຮ່ວມກັບປະເທດລາວສົ່ງເສີມມິດຕະພາບອັນເປັນມູນເຊື້ອ, ລົງເລິກການຮ່ວມມືທີ່ຕ່າງຝ່າຍຕ່າງໄດ້ຮັບຜົນປະ ໂຫຍດ, ຮັດແໜ້ນຄວາມສາມັກຄີ ແລະ ການປະສານງານ, ຊຸກຍູ້ໃຫ້ການພົວພັນລະຫວ່າງ ຈີນ-ລາວ ກ້າວຂຶ້ນສູ່ລະດັບໃໝ່ ແລະ ຮ່ວມກັນສ້າງຄູ່ຮ່ວມຊາຕາກຳຈີນ-ລາວ ທຸກສະພາບການໃນຍຸກໃໝ່. ໃນຂະນະທີ່ສະຫາຍ ທອງລຸນ ສີສຸລິດ ກໍໄດ້ກ່າວວ່າ: ປັດຈຸບັນ, ການພົວພັນລະຫວ່າງ ລາວ-ຈີນ ພວມຢູ່ໃນໄລຍະທີ່ດີທີ່ສຸດທາງປະຫວັດສາດ, ລາວເດັດດ່ຽວຢຶດໝັ້ນຫຼັກການປະເທດຈີນດຽວຢ່າງສະເໝີຕົ້ນສະເໝີປາຍ, ສະໜັບສະໜູນບັນດາຂໍ້ລິເລີ່ມທົ່ວໂລກທີ່ສະເໜີ ໂດຍທ່ານ ສີ ຈິ້ນຜິງ ເລຂາທິການໃຫຍ່, ລາວສະແດງຄວາມຊົມເຊີຍໃນລະດັບສູງ ແລະ ສະໜັບສະໜູນການຍົກ ລະດັບສາຍພົວພັນລະຫວ່າງສອງປະເທດ. ລາວຍິນດີຮ່ວມກັບຈີນສ້າງຄວາມໄວ້ເນື້ອເຊື່ອໃຈກັນທາງ ການເມືອງໃນລະດັບສູງທີ່ມີຄວາມໝັ້ນແກ່ນ. 

 ສັງລວມແລ້ວ, ຜົນການຢ້ຽມຢາມ ສປ ຈີນ ຂອງການນຳສູງສຸດຂອງ ສປປ ລາວ ຄັ້ງນີ້, ຖືເປັນໝາກ ຜົນລວມຍອດຂອງການພົວພັນ ລາວ-ຈີນ ເພື່ອສືບຕໍ່ຢຶດໝັ້ນການນຳພາຂອງພັກ ແລະ ເສັ້ນທາງສັງ ຄົມນິຍົມທີ່ເປັນລັກສະນະທາດແທ້ທີ່ຊັດເຈນທີ່ສຸດຂອງສາຍພົວພັນ ລາວ-ຈີນ ແລະ ການຢ້ຽມຢາມຄັ້ງປະຫວັດສາດນີ້ຍັງຖືກກັບກາລະໂອກາດ ປີ 2026 ເປັນປີທີ່ລາວ-ຈີນສ້າງຕັ້ງສາຍພົວພັນທາງການທູດຄົບຮອບ 65 ປີ, ທັງເປັນປີມິດຕະພາບ ລາວ-ຈີນ ແລະ ຄົບຮອບ105 ປີ ຂອງການສ້າງຕັ້ງພັກກອມມູນິດຈີນ ໃນປີ 2026 (1/7/1921-1/7/2026), ທັງເປັນການຢ້ຽມ ຢາມ ສປ ຈີນ ປະເທດທຳອິດຂອງສະຫາຍ ທອງລຸນ ສີສຸລິດ ພາຍຫຼັງໄດ້ຮັບການເລືອກຕັ້ງເປັນເລຂາ ທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ.

ຄໍາເຫັນ

ຂ່າວເດັ່ນ

ປະທານປະເທດ ເນັ້ນຫຼາຍບັນຫາໃຫ້ ມຊ ມີການພັດທະນາຫັນປ່ຽນຢ່າງຕັ້ງໜ້າ

ປະທານປະເທດ ເນັ້ນຫຼາຍບັນຫາໃຫ້ ມຊ ມີການພັດທະນາຫັນປ່ຽນຢ່າງຕັ້ງໜ້າ

ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ໄດ້ໃຫ້ກຽດໂອ້ລົມ ຕໍ່ພິທີສະເຫຼີມສະຫຼອງວັນສ້າງຕັ້ງມະຫາວິທະຍາໄລແຫ່ງຊາດ (ມຊ) ຄົບ ຮອບ 30 ປີ (5 ພະຈິກ 1996-5 ພະຈິກ 2026) ໃນວັນທີ 6 ພະຈິກນີ້ ທີ່ສະໂມສອນໃຫຍ່ ມຊ ແບບປົກກະຕິ ແລະ ອອນລາຍ ໂດຍເປັນກຽດເຂົ້າຮ່ວມ ແລະ ເປັນປະທານຂອງທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ), ມີທ່ານ ສິນທະວອນ ດາລາວົງ ຜູ້ອໍານວຍການໃຫຍ່ ມຊ, ມີບັນດາການນໍາພັກ-ລັດ, ອະດີດການນໍາ, ຄະນະນໍາ ມຊ, ອະດີດຄະນະນໍາ ມຊ, ພະນັກງານ, ຄູ-ອາຈານອາວຸໂສ, ຄູ-ອາຈານ, ນັກສຶກສາ, ແຂກຖືກເຊີນເຂົ້າຮ່ວມ.
ນາຍົກ ສະເໜີປະທານປົກຄອງ ສ.ຕາຕາຣສະຖານ ຊຸກຍູ້ສົ່ງເສີມການຮ່ວມມືສອງຝ່າຍ ໃຫ້ເພີ່ມຂຶ້ນໃນຫຼາຍຂົງເຂດ

ນາຍົກ ສະເໜີປະທານປົກຄອງ ສ.ຕາຕາຣສະຖານ ຊຸກຍູ້ສົ່ງເສີມການຮ່ວມມືສອງຝ່າຍ ໃຫ້ເພີ່ມຂຶ້ນໃນຫຼາຍຂົງເຂດ

ໃນວັນທີ 5 ພະຈິກນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ຣຸດສຕໍາ ມິນນິຄານົບ (Rustam MINNIKHANOV) ປະທານປົກຄອງ ສາທາລະນະລັດ ຕາຕາຣສະຖານ ແຫ່ງ ສະຫະພັນຣັດເຊຍ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງ ວັນທີ 4-5 ພະຈິກ 2026.
ນາຍົກສະເໜີ ລາວ-ມຽນມາ ຮ່ວມກັນສະກັ້ນປະກົດການຫຍໍ້ທໍ້ຕ່າງໆຕາມບໍລິເວນຊາຍແດນໃຫ້ໄດ້ຮັບຜົນດີ

ນາຍົກສະເໜີ ລາວ-ມຽນມາ ຮ່ວມກັນສະກັ້ນປະກົດການຫຍໍ້ທໍ້ຕ່າງໆຕາມບໍລິເວນຊາຍແດນໃຫ້ໄດ້ຮັບຜົນດີ

ໃນຕອນເຊົ້າຂອງວັນທີ 4 ພະຈິກນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ພົນເອກ ແຢ ວິນ ອູ ຜູ້ບັນຊາການທະຫານສູງສຸດ ແຫ່ງ ສສ ມຽນມາ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງ ວັນທີ 3-6 ພະຈິກ 2026.
ປະທານປະເທດອ່ານສານອວຍພອນ ກອງປະຊຸມພຸດທະສາສະໜາໜານໄຫ ຄັ້ງທີ 11

ປະທານປະເທດອ່ານສານອວຍພອນ ກອງປະຊຸມພຸດທະສາສະໜາໜານໄຫ ຄັ້ງທີ 11

- ນ້ອມນະມັດສະການ ພະອາຈານໃຫຍ່ ອິນ ຊຸນ ປະທານຜູ້ກໍ່ຕັ້ງກອງປະຊຸມໂຕະມົນພຸດທະສາສະໜາໜານໄຫ. - ນ້ອມນະມັດສະການ ພະອາຈານໃຫຍ່ມະຫາເຫວດ ມະເສໄນ ປະທານສູນກາງອົງການພຸດທະສາສະໜາສໍາພັນ ແຫ່ງ ສປປ ລາວ. - ນ້ອມນະມັດສະການ ແລະ ເຄົາລົບນັບຖືມາຍັງບັນດາຜູ້ນຳທາງພຸດທະສາສະໜາ, ການນຳພັກ-ລັດ, ຜູ້ຊ່ຽວຊານ, ນັກວິຊາການ ແລະ ເພື່ອນມິດພຸດທະສາສະນິກະຊົນ ຈາກບັນດາປະເທດ ແລະ ເຂດແຄວ້ນ ຈາກພາກພື້ນ ແລະ ສາກົນ,ພະເຖຣານຸເຖຣະ ແລະ ບັນດາຜູ້ແທນ ທີ່ນັບຖື ແລະ ຮັກແພງ.
ປະທານປະເທດ ຮັບສານຕາຕັ້ງຈາກທູດຕ່າງປະເທດ ປະຈໍາ ລາວ ແລະ  ມອບສານຕາຕັ້ງໃຫ້ທູດລາວໄປປະຈຳຢູ່ຕ່າງປະເທດ

ປະທານປະເທດ ຮັບສານຕາຕັ້ງຈາກທູດຕ່າງປະເທດ ປະຈໍາ ລາວ ແລະ ມອບສານຕາຕັ້ງໃຫ້ທູດລາວໄປປະຈຳຢູ່ຕ່າງປະເທດ

ໃນຕອນເຊົ້າວັນທີ 22 ຕຸລານີ້ ທີ່ ທໍານຽບປະທານປະເທດ, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຍື່ນສານຕາຕັ້ງຂອງບັນດາທູດແຕ່ງຕັ້ງຕ່າງປະເທດ ຈໍານວນ 9 ທ່ານ ເພື່ອດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ປະຈໍາ ສປປ ລາວ ຊຶ່ງມີລາຍລະອຽດດັ່ງນີ້:
ກອງ​ປະ​ຊຸມລັດຖະບານ ​ຈະພິຈາລະນາ 7 ຫົວຂໍ້ສໍາຄັນ

ກອງ​ປະ​ຊຸມລັດຖະບານ ​ຈະພິຈາລະນາ 7 ຫົວຂໍ້ສໍາຄັນ

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ເປີດຂຶ້ນໃນວັນທີ 22 ຕຸລາ ນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມແບບເຊິ່ງໜ້າ; ປະທານ, ຮອງປະທານ ແລະ ຜູ້ຕາງໜ້າອົງການປົກຄອງທ້ອງຖິ່ນເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນ ຕໍ່ການລາຍງານສະພາບພົ້ນເດັ່ນ ປະຈຳເດືອນຕຸລາ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນພະຈິກ 2026.
ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ພາຍຫຼັງດໍາເນີນມາແຕ່ວັນທີ 5 ຕຸລາ ແລະ ໄດ້ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ, ເປັນກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງສປປ ລາວ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ, ມີບັນດາການນໍາຂັ້ນສູງ, ອະດີດການນໍາຂັ້ນສູງຂອງພັກ-ລັດ, ສະມາຊິກລັດຖະບານ, ສະມາຊິກສະພາແຫ່ງຊາດ ແລະ ແຂກຖືກເຊີນເຂົ້າຮ່ວມ.
ນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນ ສ ເກົາຫຼີ ເຂົ້າຢ້ຽມຂ່ຳນັບ

ນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນ ສ ເກົາຫຼີ ເຂົ້າຢ້ຽມຂ່ຳນັບ

ໃນວັນທີ 19 ຕຸລານີ້ ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງຄະນະຜູ້ແທນ ສ ເກົາຫຼີ ທີ່ນຳໂດຍທ່ານ ຊອຍ ຊຶງແຈ (CHOI SEUNGJAE) ຮອງລັດຖະມົນຕີກະຊວງສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ແລະ ທຸລະກິດສະຕາດອັບ ແຫ່ງ ສ ເກົາຫຼີ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມພົບປະນັກທຸລະກິດ ລາວ-ເກົາຫຼີ ຄັ້ງທີ 2.
ສປປ ລາວ ເຄື່ອນໄຫວດຶງດູດການລົງທຶນໃນທ່າບຸກ ຢູ່ ສ ອາແຊັກໄບຊານ

ສປປ ລາວ ເຄື່ອນໄຫວດຶງດູດການລົງທຶນໃນທ່າບຸກ ຢູ່ ສ ອາແຊັກໄບຊານ

ໃນໂອກາດທີ່ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ເຄື່ອນໄຫວຢ້ຽມຢາມທາງການ ທີ່ ສອາແຊັກໄບຊານ, ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຮ່ວມກັບ ກະຊວງອຸດສາຫະກໍາ ແລະ ການຄ້າ, ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ແລະ ກະຊວງເສດຖະກິດ ແຫ່ງ ອາແຊັກໄບຊານ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນ ລາວ-ອາແຊັກໄບຊານຂຶ້ນ ທີ່ ນະຄອນຫຼວງບາກູ ໃນວັນທີ 14 ຕຸລາ 2026ເພື່ອເປັນການຊອກຫາໂອກາດໃນການເສີມຂະຫຍາຍການຮ່ວມມືທາງດ້ານການຄ້າ ແລະ ການລົງທຶນ ແລະ ທັງເປັນເວທີໃນການພົບປະແລກປ່ຽນລະຫວ່າງວິສາຫະກິດຂອງສອງປະເທດ, ໂດຍມີຜູ້ເຂົ້າຮ່ວມຈາກພາກລັດ ແລະ ວິສາຫະກິດເອກະຊົນທັງໝົດ 80 ທ່ານຈາກຫຼາຍຂະແໜງການ ເປັນຕົ້ນ ພະລັງງານ, ທ່ອງທ່ຽວ, ການເງິນ, ໂລຈີສຕິກ, ອຸດສາຫະກໍາ, ການບໍລິການທີ່ປຶກສາ ແລະ ກໍ່ສ້າງ.
ທ່ານ ສະເຫຼີມໄຊ ກົມມະສິດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ

ທ່ານ ສະເຫຼີມໄຊ ກົມມະສິດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ

ໃນວັນທີ 16 ຕຸລານີ້ ທີ່ ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີີແຫ່ງ ສປປ ລາວໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ ເພື່ອອວຍພອນ ແລະ ສະແດງຄວາມຊົມເຊີຍໃນໂອກາດທີ່ທ່ານ ສະເຫຼີມໄຊ ກົມມະສິດໄດ້ຮັບການເລືອກຕັ້ງດໍາລົງຕໍາແໜ່ງເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.
ເພີ່ມເຕີມ