![]() |
ຄະນະຜູ້ແທນລາວ ນຳໂດຍ ທ່ານ ໄຊຊະນະ ໂຄດພູທອນ ເລຂາຄະນະບໍລິຫານງານພັກແຂວງຄຳມ່ວນ ໄດ້ເຂົ້າຮ່ວມ ເວທີປາໄສດັ່ງກ່າວ ພ້ອມກັບ ທ່ານ ໄຊຊະນະ ສິດທິພອນ ຮອງລັດຖະ ມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ພ້ອມດ້ວຍ ນັກທຸລະກິດ ແລະ ເຈົ້າໜ້າທີ່ພາກພື້ນ ເຂົ້າຮ່ວມ.
ໃນພິທີເປີດ ກອງປະຊຸມ, ທ່ານ ໄຊຊະນະ ໂຄດພູທອນ ໄດ້ມີຄໍາເຫັນ ໂດຍເນັ້ນໜັກເຖິງ ສາຍພົວພັນ ອັນຍາວນານ ລະຫວ່າງລາວ ແລະ ຈີນ, ໂດຍອະທິບາຍວ່າ ສອງປະເທດເປັນເພື່ອນບ້ານທີ່ໃກ້ຊິດ ເຊິ່ງເຊື່ອມຕໍ່ກັນ ດ້ວຍພູມສາດ, ປະຫວັດສາດ ແລະ ການຮ່ວມມືຍຸດທະສາດ. ປີນີ້ ກໍເປັນປີ ຄົບຮອບ 65 ປີ ຂອງ ສາຍພົວພັນການທູດ ລະຫວ່າງລາວ ແລະ ຈີນ ແລະ ໄດ້ຖືກກຳນົດ ເປັນປີມິດຕະພາບລາວ-ຈີນ.
ທ່ານ ໄຊຊະນະ ໂຄດພູທອນ ຍັງໄດ້ກ່າວຕື່ມວ່າ: ເລຂາທິການໃຫຍ່ ຂອງ ພັກປະຊາຊົນປະຕິວັດລາວ ມີກຳນົດ ຈະຢ້ຽມຢາມປະເທດຈີນ ຢ່າງເປັນທາງການ ໃນເດືອນມິຖຸນາ 2026 ເພື່ອພົບປະເຈລະຈາກັບ ປະທານປະເທດຈີນ ແລະ ເລຂາທິການໃຫຍ່ຂອງ ພັກກອມມູນິດຈີນ ສີ ຈິ້ນຜິງ ເຊິ່ງການຢ້ຽມຢາມດັ່ງກ່າວ ຈະເປັນເຫດການ ທາງການເມືອງ ທີ່ສຳຄັນ ໃນການສືບຕໍ່ ຮັດແໜ້ນສາຍພົວ ພັນຮ່ວມມື ລາວ-ຈີນ ໃນອະນາຄົດຮ່ວມກັນ ໃຫ້ນັບມື້ແໜ້ນແຟ້ນ. ຂໍ້ລິເລີ່ມ ໜຶ່ງແລວໜຶ່ງເສັ້ນທາງຂອງຈີນ ໄດ້ສົ່ງຜົນປະໂຫຍດ ດ້ານການພັດທະນາ ທີ່ສຳຄັນໃຫ້ແກ່ລາວ, ໂດຍສະເພາະ ຜ່ານການເຊື່ອມຕໍ່ ພື້ນຖານໂຄງລ່າງ ແລະ ໂຄງການຮ່ວມມື ທາງເສດຖະກິດ.

ຄໍາເຫັນ