ລາວ-ກຳປູເຈຍ ເປີດຂະບວນການສົ່ງອອກ, ສົ່ງຜ່ານພືດ ແລະ ຜະລິດຕະພັນພືດ

ລາວ-ກຳປູເຈຍ ເປີດຂະບວນການສົ່ງອອກ, ສົ່ງຜ່ານພືດ ແລະ ຜະລິດຕະພັນພືດ

ລາວ-ກຳປູເຈຍ ເປີດຂະບວນການສົ່ງອອກ, ສົ່ງຜ່ານພືດ ແລະ ຜະລິດຕະພັນພືດ
ພິທີເປີດຂະບວນການສົ່ງອອກ, ສົ່ງຜ່ານພືດ ແລະ ຜະລິດຕະພັນພືດ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກກຳປູເຈຍ ໄດ້ຈັດຂຶ້ນໃນ ວັນທີ 22 ມິຖຸນານີ້ ທີ່ ທ່າບົກທ່ານາແລ້ງ ນະຄອນຫຼວງວຽງຈັນ, ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ, ທ່ານ ດິດ ທິນາ ລັດຖະມົນຕີກະຊວງກະສິກໍາ, ປ່າໄມ້ ແລະ ການປະມົງ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
ລາວ-ກຳປເຈຍ ເປດຂະບວນການສງອອກ, ສງຜານພດ ແລະ ຜະລດຕະພນພດ - image 1
 

 

ທ່ານ ບຸນຈັນ ກົມບຸນຍະສິດ ຫົວໜ້າກົມປູກຝັງ ກະຊວງກະສິກຳ ແລະ ສິ່ງແວດລ້ອມລາຍງານສະພາບການຈັັດຕັ້ງປະຕິບັດດ້ານສຸຂານາໄມພືດ ສຳລັບການສົ່ງອອກ, ສົ່ງຜ່ານພືດ ແລະ ຜະລິດຕະພັນພືດວ່າ: ການສົ່ງອອກໄປຣາຊະອານາຈັກ ກຳປູເຈຍ ຄັ້ງນີ້ແມ່ນເປັນຂີດໝາຍໃໝ່ຂອງພັກ ແລະ ລັດຖະບານລາວ ກ່ຽວກັບ ການຫັນເປັນປະເທດ ແລນລັອກເປັນແລນລິ້ງ ຫັນເອົາທ່າແຮງທີ່ຕັ້ງຂອງ ສປປ ລາວ ເພື່ອເຊື່ອມໂຍງກັບພາກພື້ນ ແລະ ສາກົນ, ສອງກະຊວງ ລາວ ແລະ ກຳປູເຈຍ ໄດ້ດຳເນີນການເຈລະຈາ ການສົ່ງອອກ, ສົ່ງຜ່ານພືດ ໃນຕົ້ນປີ 2026 ນີ້ ຈຳນວນ 66 ພືດ ບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະ ສອດຄ່ອງກັບເງື່ອນໄຂການສົ່ງອອກ, ສົ່ງຜ່ານ ດ້ານສຸຂານາໄມພືດ ຢ່າງຖືກຕ້ອງຕາມທຸກຂັ້ນຕອນ ຊຶ່ງໄລຍະຜ່ານມາ ສອງຝ່າຍໄດ້ມີການຄ້າຂາຍຕາມຊາຍແດນໄດ້ຫຼາຍພືດ ມີປະມານ 3671 ໂຕນ, ມູນຄ່າ4,019,606 ໂດລາ,

ລາວ-ກຳປເຈຍ ເປດຂະບວນການສງອອກ, ສງຜານພດ ແລະ ຜະລດຕະພນພດ - image 2
 

ສຳລັບ ການຮ່ວມມືກັບ ຣາຊະອານາຈັກ ກຳປູເຈຍ, ເພື່ອຜັນຂະຫຍາຍ ສັນຍາຮ່ວມມືສອງປະເທດ ແລະ ກອງປະຊຸມຂັ້ນກົມ, ຂັ້ນວິຊາການ ຊຶ່ງໄດ້ດໍາເນີນທັງຢູ່ ສປປ ລາວ ແລະ ລົງພື້ນທີ່ຕົວຈິງ ຢູ່ຣາຊະອານາຈັກກຳປູເຈຍ ເພື່ອປຶກສາຫາລື ແລະ ແລກປ່ຽນບົດຮຽນ ຊຶ່ງກັນ ແລະ ກັນ ຢ່າງກົງໄປກົງມາ ແລະ ເປັນຂະບວນຟົດຟື້ນ ແລະ ມີປະສິດທິຜົນສູງ ໂດຍສະເພາະພວກເຮົາໄດ້ບັນລຸການລົງນາມໃນຂໍ້ກຳນົດເງື່ອນໄຂດ້ານສຸຂານາໄມພືດ ລະຫ່ວາງ ສອງຝ່າຍ ຈຳນວນ 12 ລາຍການ: 6 ຂໍ້ກຳນົດເງື່ອນໄຂດ້ານສຸຂານາໄມພືດສຳລັບສົ່ງຜ່ານໝາກຖົ່ວລຽນ, ໝາກລຳໄຍ, ໝາກກ້ວຍ, ໝາກມ່ວງ, ເຂົ້າສານ ແລະ ມັນຕົ້ນຈາກຣາຊະອານາຈັກກຳປູເຈຍໄປຍັງ ສປ ຈີນ, 6 ຂໍ້ກຳນົດເງື່ອນໄຂດ້ານສຸຂານາໄມພືດ ສຳລັບສົ່ງອອກ ເຂົ້າສານ, ກາເຟ, ບູແບລີ, ໝາກອື, ກະລຳ ແລະ ໝາກຂາມ ສົ່ງອອກ ຈາກ ສປປ ລາວ ໄປ ຍັງ ຣາຊະອານາຈັກກຳປູເຈຍ

ທ່ານກ່າວຕື່ມວ່າ: ສອງຝ່າຍລ້ວນແຕ່ເປັນສະມາຊິກ ຂອງ ອົງການການຄ້າໂລກ ພັນທະສາກົນ ກໍຄື ຂໍ້ຕົກລົງ ສຸຂານາໄມ ແລະ ສຸຂານາໄມພືດ ຂອງອົງການການຄ້າໂລກ (WTO-SPS-Sanitary and Phytosanitary Agreement), ສົນທິສັນຍາ ວ່າດ້ວຍການປ້ອງກັນພືດສາກົນ (IPPC-International Plant Protection Convention, ກໍຄືອຳນວຍຄວາມສະດວກທາງການຄ້າກະສິກຳ ພ້ອມກັນກັບການສະກັດກັ້ນ ການແຜ່ລະບາດຂອງສັດຕູພືດໂດຍການຢັ້ງຢືນດ້ານສຸຂານາໄມພືດ ທີ່ອາດຈະກະທົບຕໍ່ການນຳເຂົ້າ, ສົ່ງອອກ, ສົ່ງຜ່ານພືດ ແລະ ຜະລິດຕະພັນພືດ ໂດຍທົ່ວໄປ. ໄປຄຽງຄູ່ກັນນັ້ນ ຄວາມເຂັ້ມງວດດ້ານສຸຂານາໄມພືດ ແມ່ນພັນທະສາກົນທີ່ ສປປ ລາວ ເຮົາເປັນພາຄີ ຮັບປະກັນຄວາມເຊື່ອໝັ້ນເຊື່ອຖື ຂອງປະເທດປາຍທາງ ເພື່ອສະກັດກັ້ນການແຜ່ລະບາດຂອງສັດຕູພືດ ຈາກຜົນຜະລິດຈາກການຂົນສົ່ງ ແລະ ຈາກການຕິດແປດໃນສະພາບແວດລ້ອມອື່ນໆ, ຫວ່າງບໍ່ດົນມານີ້ ໄດ້ລິເລີ່ມການຈັດຕັ້ງປະຕິບັດທົດລອງສົ່ງຜ່ານໝາກຖົ່ວລຽນ ຈາກ ຣາຊະອານາຈັກກຳປູເຈຍ ໄປຍັງ ສປ ຈີນ ຈໍານວນ 51 ໂຕນ ມູນຄ່າ 153,000 ໂດລາ ແລະ ສາມາດຂົນສົ່ງຜ່ານຮອດປະເທດປາຍທາງໄດ້ສຳເລັດ ຊຶ່ງເປັນນິິມິດໝາຍທີ່ດີໃນການອຳນວຍຄວາມສະດວກ ການຄ້າຂາຍ ແລະ ການຂົນສົ່ງ.

ລາວ-ກຳປເຈຍ ເປດຂະບວນການສງອອກ, ສງຜານພດ ແລະ ຜະລດຕະພນພດ - image 3
 

(ຂ່າວ-ພາບ: ສຳນານ)

ຄໍາເຫັນ

ຂ່າວການຮ່ວມມື

ເຊກອງ ສໍາເລັດການເຂົ້າຮ່ວມງານວາງສະແດງສິນ​ຄ້າ ຈີນ-ອາຊຽນ ຄັ້ງທີ 23

ເຊກອງ ສໍາເລັດການເຂົ້າຮ່ວມງານວາງສະແດງສິນ​ຄ້າ ຈີນ-ອາຊຽນ ຄັ້ງທີ 23

ແຂວງເຊກອງ ໄດ້ສໍາເລັດການເຂົ້າຮ່ວມງານວາງສະແດງ ຈີນ-ອາຊຽນ ຄັ້ງທີ 23 ປະຈໍາປີ 2026ທີ່ນະຄອນໜານໜິງ, ເຂດປົກຄອງຕົນເອງເຜົ່າຈວ້າງກວາງຊີ ສປ ຈີນ ຈັດຂຶ້ນໃນລະຫວ່າງວັນທີ 16-21 ກັນຍາ 2026 ພາຍໃຕ້ຄໍາຂວັນ “ສົ່ງເສີມກາລະໂອກາດ ຂອງການຍົກລະດັບເຂດການຄ້າເສລີ ຈີນ-ອາຊຽນ 3.0 ເພື່ອຊີວິດທີ່ດີຂຶ້ນກວ່າເກົ່າ”.
ງານສັບປະດາວັດທະນະທຳຮູບເງົາ ຈີນ-ອາຊີອາຄະເນ

ງານສັບປະດາວັດທະນະທຳຮູບເງົາ ຈີນ-ອາຊີອາຄະເນ

ພິທີເປີດງານສັບປະດາວັດທະນະທຳຮູບເງົາ ຈີນ-ອາຊີອາຄະເນ ໄດ້ຈັດຂຶ້ນໃນວັນທີ 23 ກັນຍານີ້ ທີ່ສູນາການຄ້າວຽງຈັນເຊັນເຕີ ນະຄອນຫຼວງວຽງຈັນ, ໂດຍມີທ່ານ ປາຄານໄຊ ສີຄານໄຊ ຮອງລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ, ທ່ານ ເຊິນ ອີຈຸນ ກຳມະການຄະນະປະຈຳພັກ ເຂດປົກຄອງຕົນເອງກວາງຊີຈ່ວງຫົວໜ້າພະແນກໂຄສະນາເຜີຍແຜ່; ທ່ານນາງ ຟາງ ຫົງ ເອກອັກຄະລັດຖະທູດ ສປ ຈີນປະຈຳລາວ; ມີບັນດາຮອງຜູ້ອຳນວຍການບໍລິຫານກອງທຶນພັດທະນາສື່ມວນຊົນໄທ ແລະ ແຂກຖືກເຊີນເເຂົ້າຮ່ວມ.
ທະນາຄານຮ່ວມທຸລະກິດລາວ-ຫວຽດມ ມອບຈໍ LED ໃຫ້ອົງການກວດສອບແຫ່ງລັດ

ທະນາຄານຮ່ວມທຸລະກິດລາວ-ຫວຽດມ ມອບຈໍ LED ໃຫ້ອົງການກວດສອບແຫ່ງລັດ

ໃນວັນທີ 23 ກັນຍານີ້, ທີ່ອົງການກວດສອບແຫ່ງລັດ ໄດ້ຈັດພິທີເຊັນບົດບັນທຶກມອບ-ຮັບ ຈໍ LED ທີ່ໄດ້ຮັບການສະໜັບສະໜູນ ຈາກທະນາຄານຮ່ວມທຸລະກິດລາວ-ຫວຽດໃຫ້ແກ່ອົງການກວດສອບແຫ່ງລັດຮ່ວມລົງນາມຄັ້ງນີ້ ຕາງໜ້າອົງການກວດສອບແຫ່ງລັດ ໂດຍ ທ່ານ ນາງ ຕຸລາວັນ ພິມມະສອນ ຮອງປະທານອົງການກວດສອບແຫ່ງລັດ ແລະ ຕາງໜ້າທະນາຄານ ໂດຍ ທ່ານ ຫງຽວນ ເຖ ຖັງ ຜູ້ອຳນວຍການໃຫຍ່ ທະນາຄານ ຮ່ວມທຸລະກິດລາວ-ຫວຽດ ມີພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
ສະຫຼອງບຸນໄຫວ້ພະຈັນ ຕິດພັນກັບການສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ

ສະຫຼອງບຸນໄຫວ້ພະຈັນ ຕິດພັນກັບການສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ

ສະພາການຄ້າຊາວຈີນຕ່າງດ້າວ ປະຈໍາ ສປປ ລາວ ຮ່ວມກັບ ສະຖານທູດຈີນປະຈຳລາວ ຈັດງານສະເຫຼີມສະຫຼອງບຸນໄຫວ້ພະຈັນ ປະຈຳປີ 2026 ຢູ່ ນະຄອນຫຼວງວຽງຈັນ (ນວ) ເພື່ອສືບສານບຸນປະເພນີອັນດີງາມຂອງຊົນຊາດຈີນ ຕິດພັນກັບການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 65 ປີ ແລະ ປີມິດຕະພາບ ລາວ-ຈີນ ໃນວັນທີ 22 ກັນຍາ ນີ້ ໂດຍມີ ທ່ານ ກິແກ້ວ ໄຂຄໍາພິທູນ ປະທານສູນກາງແນວລາວສ້າງຊາດ, ທ່ານ ນາງ ຝາງ ຫົງ ເອກອັກຄະລັດຖະທູດ ແຫ່ງ ສປ ຈີນ ປະຈຳ ລາວ, ມີບັນດາການນຳ ພັກ, ລັດ, ຊາວຈີນຕ່າງດ້າວ ແລະ ວິສາຫະກິດຈີນຢູ່ລາວ ເຂົ້າຮ່ວມ.
ບຸນໄຫ້ວພະຈັນພາຍໃຕ້ຫົວຂໍ້ ຮ່ວມກັນຊົມພະຈັນດວງດຽວກັນ

ບຸນໄຫ້ວພະຈັນພາຍໃຕ້ຫົວຂໍ້ ຮ່ວມກັນຊົມພະຈັນດວງດຽວກັນ

ສູນວັດທະນະທຳຈີນ ປະຈຳ ສປປ ລາວ ຮ່ວມກັບພາກວິຊາພາສາຈີນ ຄະນະອັກສອນສາດ ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດງານສະເຫຼີມສະຫຼອງງານບຸນໄຫວ້ພະຈັນ ພາຍໃຕ້ຫົວຂໍ້ຮ່ວມກັນຊົມພະຈັນດວງດຽວກັນ - ອ່ານບົດກະວີໃນບຸນໄຫວ້ພະຈັນ” ປະຈໍາປີ 2026 ຂຶ້ນໃນວັນທີ 23 ກັນຍານີ້ ທີ່ສູນວັດທະນະທຳຈີນ ປະຈຳ ສປປ ລາວ ເປັນກຽດເຂົ້າຮ່ວມມີ ທ່ານ ອຸ່ນຫຼ້າ ສີວັນເພັງ ຮອງຜູ້ອຳນວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ, ມີຫົວໜ້າພາກວິຊາ ຄະນະອັກສອນສາດ, ມີຮອງພາກວິຊາພາສາຈີນ ແລະ ນັກສຶກສາຈາກ ພາກວິຊາພາສາຈີນ ມະຫາວິທະຍາໄລແຫ່ງຊາດເຂົ້າຮ່ວມຢ່າງພ້ອມພຽງ.
ເປີດກອງປະຊຸມສະມັດຊາໃຫຍ່ ອົງການສະຫະປະຊາຊາດ ສະໄໝທີ 81

ເປີດກອງປະຊຸມສະມັດຊາໃຫຍ່ ອົງການສະຫະປະຊາຊາດ ສະໄໝທີ 81

ໃນວັນທີ 22 ກັນຍາ ຜ່ານມານີ້ ທີ່ ນະຄອນນິວຢອກ ສ ອາເມຣິກາ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນໍາພາຄະນະຜູ້ເເທນ ຂັ້ນສູງຂອງ ສປປ ລາວ ເຂົ້າຮ່ວມພິທີເປີດກອງປະຊຸມສະມັດຊາໃຫຍ່ ອົງການສະຫະປະຊາຊາດ ສະໄໝທີ 81, ພາຍໃຕ້ຫົວຂໍ້: “ຟື້ນຟູຄວາມເຊື່ອໝັ້ນ, ບໍລິຫານການຫັນປ່ຽນໃຫ້ກາຍເປັນອົງການສະຫະ ປະຊາຊາດ ທີ່ໃຫ້ຜົນປະໂຫຍດແກ່ທຸກຄົນ” (Restoring Trust, Managing Transformation: A United Nations That Delivers for All). ພ້ອມທັງໄດ້ເຂົ້າຮ່ວມກອງປະຊຸມພາກອະພິປາຍທົ່ວໄປ (General Debate), ບັນດາກອງປະຊຸມປິ່ນອ້ອມ ແລະ ກິດຈະກໍາຕ່າງໆ ໃນໄລຍະກອງປະຊຸມດັ່ງກ່າວ.
ເຜີຍແຜ່ນິຕິກຳດ້ານການສົ່ງເສີມຄວາມສາມັກຄີ ແລະ ຄວາມກ້າວໜ້າຂອງຊົນເຜົ່າ ແຫ່ງ ສປ ຈີນ

ເຜີຍແຜ່ນິຕິກຳດ້ານການສົ່ງເສີມຄວາມສາມັກຄີ ແລະ ຄວາມກ້າວໜ້າຂອງຊົນເຜົ່າ ແຫ່ງ ສປ ຈີນ

ສູນກາງແນວລາວສ້າງຊາດ (ສນຊ) ຮ່ວມກັບຄະນະກຳມະການວຽກງານຊົນເຜົ່າແຫ່ງຊາດຈີນ ໄດ້ຈັດກອງປະຊຸມເຜີຍແຜ່ນິຕິກຳວ່າດ້ວຍການສົ່ງເສີມຄວາມສາມັກຄີ ແລະ ຄວາມກ້າວໜ້າຂອງຊົນເຜົ່າ ແຫ່ງສາທາລະນະລັດ ປະຊາຊົນຈີນ ຂຶ້ນໃນວັນທີ 22 ກັນຍາ ຜ່ານມາ ທີ່ ສນຊ ໂດຍການເປັນປະທານຮ່ວມຂອງທ່ານ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ ຮອງປະທານ ສນຊ ແລະ ທ່ານ ນາງ ຟາງ ຫົງ (Fang Hong) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປ ຈີນ ປະຈຳ ສປປ ລາວ, ມີຄະນະຜູ້ແທນຄະນະກຳມະການວຽກງານຊົນເຜົ່າແຫ່ງຊາດຈີນ, ຄະນະພັກ-ຄະນະປະຈຳ, ມີພະນັກງານ-ລັດຖະກອນ ສນຊ, ຜູ້ຕາງໜ້າຈາກບັນດາກະຊວງ-ອົງການ ແລະ ນະຄອນຫຼວງວຽງຈັນ ເຂົ້າຮ່ວມ.
ງານລ້ຽງສະຫຼອງວັນສ້າງຕັ້ງ ສປ ຈີນ ຄົບຮອບ 77 ປີ ແລະ ປີມິດຕະພາບ ຈີນ-ລາວ

ງານລ້ຽງສະຫຼອງວັນສ້າງຕັ້ງ ສປ ຈີນ ຄົບຮອບ 77 ປີ ແລະ ປີມິດຕະພາບ ຈີນ-ລາວ

ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງ ສາທາລະນະລັດ ປະຊາຊົນ ຈີນ (ສປ ຈີນ) ຄົບຮອບ 77 ປີ ແລະ ໃນໂອກາດສະເຫຼີມສະຫຼອງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 65 ປີ (ປີມິດຕະພາບ ລາວ-ຈີນ), ສະຖານເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ, ໄດ້ມີການຈັດງານລ້ຽງສະເຫຼີມສະຫຼອງຢ່າງຍິ່ງໃຫຍ່ ແລະ ອົບອຸ່ນ ໃນວັນທີ 21 ກັນຍານີ້ ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ.
ລາວ-ຫວຽດນາມປຶກສາຫາລື ເພື່ອເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍ

ລາວ-ຫວຽດນາມປຶກສາຫາລື ເພື່ອເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍ

ໂດຍຕອບສະໜອງຕາມຄຳເຊື້ອເຊີນຂອງສະຫາຍສະເຫຼີມໄຊກົມມະສິດ ຮອງນາຍົກລັດຖະມົນຕີຜູ້ປະຈໍາການລັດຖະບານ ແຫ່ງ ສປປ ລາວ;ສະຫາຍຟ້າມຢາຕຸກ ຮອງນາຍົກລັດຖະມົນຕີຜູ້ປະຈໍາການລັດຖະບານ ແຫ່ງສສຫວຽດນາມໄດ້ເດີນທາງມາຢ້ຽມຢາມສປປ ລາວຢ່າງເປັນທາງການໃນວັນທີ 21 ກັນຍາ 2026 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານແລະຫຸ້ນສ່ວນຍຸດທະສາດລະຫວ່າງສອງປະເທດລາວ-ຫວຽດນາມ.
ງານສຳມະນາ ເພີ່ມພູນຄວາມຮ່ວມມືຕ້ານການຟອກເງິນ ແລະ ເຄືອຂ່າຍສະແກມເມີຂ້າມຊາດ

ງານສຳມະນາ ເພີ່ມພູນຄວາມຮ່ວມມືຕ້ານການຟອກເງິນ ແລະ ເຄືອຂ່າຍສະແກມເມີຂ້າມຊາດ

​ ສະຖານເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກໄທ ປະຈຳ ສປປ ລາວ ຈັດງານສຳມະນາພາຍໃຕ້ຫົວຂໍ້: “ການປ້ອງກັນ ແລະ ປາບປາມການຟອກເງິນ ທີ່ເຊື່ອມໂຍງກັບສູນສະແກມເມີ” ໃນວັນທີ 21 ກັນຍານີ້ ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ. ງານດັ່ງກ່າວມີເປົ້າໝາຍເພື່ອສ້າງຄວາມຮັບຮູ້, ເພີ່ມມາດຕະການປ້ອງກັນ-ປາບປາມໄພຄຸກຄາມຈາກການຟອກເງິນ, ການສະໜອງທຶນໃຫ້ແກ່ອາຊະຍາກຳຂ້າມຊາດ ແລະ ຍົກສູງຄວາມຮ່ວມມືລະຫວ່າງ ສປປ ລາວ, ໄທ ພ້ອມດ້ວຍອົງການຈັດຕັ້ງພາກພື້ນ ແລະ ສາກົນ; ເປັນກຽດໃນງານສຳມະນາ ໂດຍທ່ານນາງ ຄຣອງຂະນິດ ຣັກຈະເລີນ ເອກອັກຄະຣາຊະທູດວິສາມັນຜູ້ມີອໍານາດເຕັມແຫ່ງຣາຊະອານາຈັກໄທ ປະຈໍາ ສປປ ລາວ, ທ່ານ ລີຊາດ ຟີລິບປາດ (Richard Philipart) ຫົວໜ້າອົງການສະຫະປະຊາຊາດເພື່ອຕ້ານຢາເສບຕິດ UNODC, ຄະນະທູດ, ທູຕານຸທູດ ຕາງໜ້າຈາກບັນດາກະຊວງ, ຂະແໜງການຍຸຕິທຳ, ທະນາຄານ, ຕຳຫຼວດສືບ ສວນ-ສອບສວນ, ສຳນັກງານຂໍ້ມູນຕ້ານການຟອກເງິນ (AMLIO), ເອກອັກຄະລາຊະທູດຕ່າງປະເທດ ແລະ ອົງການຈັດຕັ້ງສາກົນ ແລະ ສະຖາບັນ ILSTA.
ເພີ່ມເຕີມ