ລາວ-ກຳປູເຈຍ ສືບຕໍ່ເພີ່ມທະວີການຮ່ວມມມືສອງຝ່າຍ

ລາວ-ກຳປູເຈຍ ສືບຕໍ່ເພີ່ມທະວີການຮ່ວມມມືສອງຝ່າຍ

ລາວ-ກຳປູເຈຍ ສືບຕໍ່ເພີ່ມທະວີການຮ່ວມມມືສອງຝ່າຍ
ກອງປະຊຸມພົບປະສອງຝ່າຍລະຫວ່າງ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ສປປ ລາວ ແລະ ກະຊວງກະສິກໍາ, ປ່າໄມ້ ແລະ ການປະມົງ ຣາຊະອານາຈັກກຳປູເຈຍ ໄດ້ຈັດຂຶ້ນໃນວັນທີ 22 ມິຖຸນານີ້ ທີ່ນະຄອນຫຼວງວຽງຈັນ, ຝ່າຍລາວ ນຳໂດຍ ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ສິ່ງແວດລ້ອມ ສປປ ລາວ ພ້ອມຄະນະ, ຝ່າຍກໍາປູເຈຍ ນໍາໂດຍ ທ່ານ ດິດ ທິນາ ລັດຖະມົນຕີກະຊວງກະສິກໍາ, ປ່າໄມ້ ແລະ ການປະມົງ ແຫ່ງ ຣາຊະອານາຈັກກໍາປູເຈຍ ພ້ອມຄະນະ.

 

ລາວ-ກຳປເຈຍ ສບຕເພມທະວການຮວມມມສອງຝາຍ - image 1
 

ການພົບປະຄັ້ງນີ້, ເພື່ອສືບຕໍ່ໃນການສົ່ງເສີມການຮ່ວມມືຂອງສອງກະຊວງ ກໍຄືສອງຂະແໜງການຂອງພວກເຮົາ, ເພື່ອສ້າງໂອກາດໃຫ້ມີການພົບປະ ລະຫວ່າງ ພາກທຸລະກິດ ຂອງ ສປປ ລາວ ຮ່ວມກັບ ພາກທຸລະກິດ ຂອງ ຣາຊະອານາຈັກ ກຳປູເຈຍ ເພື່ອເປັນການສົ່ງເສີມການລົງທຶນ ແລະ ການຄ້າກະສິກໍາລະຫວ່າງສອງປະເທດ ແລະ ອັນສຳຄັນທີ່ສຸດ ກໍແມ່ນການເປີດພິທີການຂົນສົ່ງສິນຄ້າກະສິກຳ ຈາກ ຣາຊະອານາຈັກ ກຳປູກເຈຍ ໄປຍັງ ສປ ຈີນ ໂດຍຜ່ານ ສປປ ລາວ ແລະ ການຂົນສົ່ງສິນຄ້າ ຈາກ ສປປ ລາວ ໄປ ຣາຊະອາຈັກ ກຳປູກເຈຍ.

ລາວ-ກຳປເຈຍ ສບຕເພມທະວການຮວມມມສອງຝາຍ - image 2
 

ທ່ານ ລິນຄຳ ດວງສະຫວັນ ກ່າວວ່າ: ການເຮັດວຽກຮ່ວມກັນຄັ້ງນີ້ ຈະເປັນການສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການເປັນຄູ່ຮ່ວມຍຸດທະສາດຮອບດ້ານ ໂດຍສະເພາະການສົ່ງ ເສີມການຮ່ວມມື ແລະ ລົງທຶນໃນຂະແໜງກະສິກໍາ ແລະ ປ່າໄມ້ ລະຫວ່າງ ສອງກະຊວງກໍຄືສອງປະເທດພວກເຮົາ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນຍິ່ງໆຂຶ້ນ, ທັງເປັນຂີດໝາຍສຳຄັນອີກອັນໜຶ່ງ ຂອງຂອບການຮ່ວມມື ໃນຂົງເຂດກະສິກຳ, ປ່າໄມ້ ແລະ ການປະມົງ ຂອງພວກເຮົາໃຫ້ແໜ້ນແຟ້ນຍິ່ງຂຶ້ນ ຊຶ່ງແມ່ນຜົນການພົບປະຂອງການນຳທັງສອງກະຊວງ ແລະ ໝາກຜົນຂອງການເຮັດວຽກຮ່ວມກັນ ຂອງກົມວິຊາການທັງສອງປະເທດຂອງພວກເຮົາໃນໄລຍະຜ່ານມາ.

ລາວ-ກຳປເຈຍ ສບຕເພມທະວການຮວມມມສອງຝາຍ - image 3
 

ທ່ານກ່າວຕື່ມວ່າ: ການຈັດຕັ້ງຜັນຂະຫຍາຍ ແຜນດຳເນີນງານ ໃນບົດບັນທຶກຄວາມເຂົ້າໃຈ ການຮ່ວມມືດ້ານກະສິກຳລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກກຳປູເຈຍ ປີ 2023-2027 ຊຶ່ງກວມເອົາບັນດາໜ້າວຽກທີ່ເປັນບຸລິມະສິດຂອງຂະແໜງການ ເປັນຕົ້ນແມ່ນການແລກປ່ຽນບົດຮຽນ ແລະ ປະສົບການດ້ານສະຫະ ກອນກະສິກໍາ, ການຜະລິດເຂົ້າເປັນສິນຄ້າ, ການຊຸກຍູ້ສົ່ງເສີມພາກເອກະຊົນເພື່ອລົງທຶນດ້ານກະສິກໍາ, ການ ອໍານວຍຄວາມສະດວກດ້ານການຄ້າກະສິກໍາ, ການປະມົງ, ການອະນຸລັກປ່າໄມ້ ແລະ ສັດນໍ້າ, ໂດຍສະເພາະປາໂລມານໍ້າຈືດ ແລະ ອື່ນໆ, ການຮ່ວມມືໃນໄລຍະຜ່ານມາ ເຫັນໄດ້ຜົນສຳເລັດຫຼາຍດ້ານ ໂດຍສະເພາະ ແມ່ນການຊຸກຍູ້ສົ່ງເສີມ ການຜະລິດເພື່ອການສົ່ງອອກ ຂອງສອງປະເທດພວກເຮົາ, ໃນນີ້ ສປປ ລາວ ໄດ້ກະກຽມສົ່ງອອກຜະລິດຕະພັນກະສິກຳ ໄປກຳປູເຈຍ ໃນຈຳນວນ 6 ລາຍການ ທີ່ໄດ້ຕົກລົງກັນ (ກາເຟ, ກະລ່ຳປີ, ໝາກຂາມ, ເຂົ້າສານໜຽວ, ບລູເບີຣີ, ໝາກອຶ) ແລະ ກຳປູເຈຍ ກໍກຳລັງດຳເນີນການເພື່ອສົ່ງສິນຄ້າກະສິກຳ ຜ່ານ ສປປ ລາວ ໄປ ສປ ຈີນ ໃນຈຳນວນ 6 ລາຍການ (ຖົ່ວລຽນ, ກ້ວຍ, ເຂົ້າຈ້າວ, ໝາກມ່ວງ, ລຳໄຍ, ມັນຕົ້ນ) ພິເສດ, ຈະໄດ້ມີວາລະໃນການເປີດພິທີ ສົ່ງສິນຄ້າກະສິກຳຈາກກຳປູເຈຍ ຜ່ານ ສປປ ລາວ ໄປ ສປ ຈີນ ຊຶ່ງຈະຈັດຂຶ້ນທີ່ ສາງຄ່ຽນຖ່າຍສິນຄ້າ ທ່າບົກທ່ານາແລ້ງ, ນອກຈາກ ນີ້, ສຳລັບວຽກອື່ນໆ ທີ່ພວກເຮົາໄດ້ຕົກລົງກັນຜ່ານມາ ຕາມບົດບັນທຶກຄວາມເຂົ້າໃຈ ແມ່ນສະເໜີໃຫ້ ກົມກ່ຽວຂ້ອງທັງສອງຝ່າຍ ສືບຕໍ່ປະສານສົມທົບກັນຕື່ມ ໂດຍສະເພາະວຽກງານສົ່ງເສີມການຫຼຸດຜ່ອນການປ່ອຍທາດອາຍເຮືອນແກ້ວຈາກຂະແໜງການປ່າໄມ້ ແລະ ວຽກງານອະນຸລັກສັດປ່າ ແລະ ການຈັດຕັ້ງປະຕິບັດສົນທິສັນຍາ CITES ຂອງສາກົນ ແລະ ວຽກງານອື່ນໆ.

(ຂ່າວ-ພາບ: ສໍານານ)

ຄໍາເຫັນ

ຂ່າວການຮ່ວມມື

ເວທີຕົວເມືອງແຫ່ງຊາດ ຄັ້ງທີ 5 ຊຸກຍູ້ການພັດທະນາຕົວເມືອງລາວ ສູ່ຄວາມສີຂຽວ, ທົນທານ ຍືນຍົງ

ເວທີຕົວເມືອງແຫ່ງຊາດ ຄັ້ງທີ 5 ຊຸກຍູ້ການພັດທະນາຕົວເມືອງລາວ ສູ່ຄວາມສີຂຽວ, ທົນທານ ຍືນຍົງ

ກະຊວງໂຍທາ​ທິການ ແລະ ຂົນສົ່ງ (ຍທຂ) ຮ່ວມກັບອົງການສະຫະປະຊາຊາດດ້ານເຄຫາສະຖານ (UN​Habitat) ຈັດກອງປະຊຸມເວທີຕົວເມືອງແຫ່ງຊາດລາວ ຄັ້ງທີ 5 (5th Lao National Urban Forum – LNUF 2026) ເພື່ອຊຸກຍູ້ການເຊື່ອມສານເປົ້າໝາຍການພັດທະນາແບບຍືນຍົງເຂົ້າສູ່ທ້ອງຖິ່ນ ມຸ່ງສ້າງຕົວເມືອງລາວໃຫ້ມີຄວາມສີຂຽວ, ທົນທານ ແລະ ທັນສະໄໝຂຶ້ນໃນວັນທີ 6 ພະຈິກຜ່ານມາ ທີ່ໂຮງແຮມສຸພັດຕຣາ ນະຄອນຫຼວງວຽງຈັນ ໂດຍມີທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ເປັນປະທານ, ມີຜູ້ຕາງໜ້າຈາກກະຊວງ, ອົງການຂັ້ນສູນກາງ, ທ້ອງຖິ່ນ, ທຸຕານຸທູດ, ອົງການສາກົນ, ຄູ່ຮ່ວມພັດທະນາ, ພາກເອກະຊົນ ແລະ ນັກຊ່ຽວຊານເຂົ້າຮ່ວມ.
ມອບປຶ້ມແບບຮຽນ ແລະ ອຸປະກອນການຮຽນ-ການສອນ ໃຫ້ບັນດາໂຮງຮຽນ ທີ່ສອນພາສາຣັດເຊຍ

ມອບປຶ້ມແບບຮຽນ ແລະ ອຸປະກອນການຮຽນ-ການສອນ ໃຫ້ບັນດາໂຮງຮຽນ ທີ່ສອນພາສາຣັດເຊຍ

ພິທີມອບປຶ້ມແບບຮຽນ ແລະ ອຸປະກອນການຮຽນ-ການສອນ ໃຫ້ບັນດາໂຮງຮຽນ ທີ່ມີການຮຽນ- ການສອນພາສາຣັດເຊຍ ຈັດຂຶ້ນວັນທີ 6 ພະຈິກຜ່ານມາ ທີ່ສູນວິທະຍາສາດ ແລະ ວັດທະນະທຳຣັດເຊຍ ຊຶ່ງມອບໂດຍທ່ານ ເຊຣເກ ຊົດສະກີ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສະຫະພັນຣັດເຊຍ ປະຈຳ ສປປ ລາວ ແລະ ຮັບໂດຍທ່ານ ແສງສະເດັນ ບຸນລາວົງ ຫົວໜ້າກົມຮ່ວມມືຕ່າງປະເທດ ກະຊວງສຶກສາທິການ ແລະ ກິລາ (ສສກ) ມີຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງ ແລະ ຜູ້ອຳນວຍການໂຮງຮຽນຈຳນວນໜຶ່ງເຂົ້າຮ່ວມ.
ພັກ ປປ ລາວ ເຂົ້າເປັນສະມາຊິກຄະນະປະຈໍາຂອງອົງການກອງປະຊຸມສາກົນ ຂອງບັນດາພັກການເມືອງໃນອາຊີ ຢ່າງເປັນທາງການ

ພັກ ປປ ລາວ ເຂົ້າເປັນສະມາຊິກຄະນະປະຈໍາຂອງອົງການກອງປະຊຸມສາກົນ ຂອງບັນດາພັກການເມືອງໃນອາຊີ ຢ່າງເປັນທາງການ

ຄະນະຜູ້ແທນພັກ ປປ ລາວ ນໍາໂດຍ ສະຫາຍ ວາລະໄຊ ເລັ່ງສະຫວັດ ກໍາມະການສໍາຮອງສູນກາງພັກ ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ ຂອງອົງການກອງປະຊຸມສາກົນຂອງບັນດາພັກການເມືອງໃນອາຊີ (International Conference of Asian Political Parties ຫຼື ICAPP) ຄັ້ງທີ 13 ແລະ ກອງປະຊຸມຄະນະປະຈໍາ ຄັ້ງທີ 46 ພາຍໃຕ້ຫົວຂໍ້: “ການຟື້ນຟູຄວາມໄວ້ເນື້ອເຊື່ອໃຈໃນໂລກທີ່ກຳລັງປ່ຽນແປງ” (Rebuilding Trust in a Transforming World) ໃນລະຫວ່າງວັນທີ 4-7 ພະຈິກ ຜ່ານມາ ທີ່ນະຄອນຫຼວງເຊອູນ ສ ເກົາຫຼີ, ໂດຍການເປັນເຈົ້າພາບຮ່ວມຂອງພັກປະຊາທິປະໄຕ ແລະ ພັກພະລັງປະຊາຊົນ ຂອງ ສ ເກົາຫຼີ, ມີຄະນະຜູ້ແທນຈາກພັກການເມືອງ ຫຼາຍກວ່າ 83 ພັກທີ່ມາຈາກ 36 ປະເທດເຂົ້າຮ່ວມ ແລະ 3 ອົງການຈັດຕັ້ງສາກົນສັງເກດການ.
ສົນທະນາລາວ-ຈີນ ການສ້າງຄູ່ຮ່ວມຊາຕາກຳໃນທຸກສະພາບຂອງຍຸກສະໄໝ

ສົນທະນາລາວ-ຈີນ ການສ້າງຄູ່ຮ່ວມຊາຕາກຳໃນທຸກສະພາບຂອງຍຸກສະໄໝ

ສະຖາບັນວິທະຍາສາດ ເສດຖະກິດ ແລະ ສັງຄົມແຫ່ງຊາດລາວ, ສະຖານເອກອັກຄະລັດຖະທູດແຫ່ງ ສປ ຈີນ ປະຈຳ ສປປ ລາວ ແລະ ວິທະຍຸ-ໂທລະພາບສູນກງຈີນ (CMG) ໄດ້ຮ່ວມກັນຈັດກອງປະຊຸມສົນທະນາລາວ - ຈີນ ກ່ຽວກັບການສ້າງຄູ່ຮ່ວມຊາຕາກຳ ໃນທຸກສະພາບຂອງຍຸກສະໄໝ ພາຍໃຕ້ຫົວຂໍ້ “ການສ້າງຄູ່ຮ່ວມຊາຕາກຳ ໃນທຸກສະພາບການຂອງຍຸກສະໄໝ: ການຄຸ້ມຄອງພັກ ເພື່ອສ້າງຊາດໃຫ້ຈະເລີນ” ຂຶ້ນໃນວັນທີ 6 ພະຈິກນີ້ ທີ່ສະຖາບັນວິທະຍາສາດ ເສດຖະກິດ ແລະ ສັງຄົມແຫ່ງຊາດລາວ, ໂດຍການເປັນປະທານຮ່ວມຂອງທ່ານ ນາງ ແກ້ວວິວອນ ອຸດທະຈັກ ຮອງປະທານ ສະຖາບັນວິທະຍາສາດ ເສດຖະກິດ ແລະ ສັງຄົມແຫ່ງຊາດລາວ ແລະ ທ່ານ ນາງ ຟາງ ຫົງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປ ຈີນ ປະຈຳສປປ ລາວ, ທ່ານ ນາງ ແສງແກ້ວ ຜູ້ຕາງໜ້າວິທະຍຸ-ໂທລະພາບສູນກາງຈີນ, ມີຫົວໜ້າຫ້ອງການ, ກົມ, ສະຖາບັນຄົ້ນຄວ້າ, ນັກວິທະຍາ ກອນ, ສຳມະນາກອນ ແລະ ຜູ້ຊ່ຽວຊານ ເຂົ້າຮ່ວມ.
ລາວ-ອົສຕຣາລີ ເພີ່ມທະວີການຮ່ວມມືດ້ານການພັດທະນາຊັບພະຍາກອນມະນຸດ

ລາວ-ອົສຕຣາລີ ເພີ່ມທະວີການຮ່ວມມືດ້ານການພັດທະນາຊັບພະຍາກອນມະນຸດ

ໃນວັນທີ 3 ພະຈິກຜ່ານມາ ທີ່ນະຄອນຫຼວງວຽງຈັນ, ທ່ານນາງ ສີໃສ ລືເດດມູນສອນ ຫົວໜ້າ ຄະນະຈັດຕັ້ງສູນກາງພັກ ໄດ້ຕ້ອນຮັບ ທ່ານ ນາງ ເມແກນ ຈອນສ ເອກອັກຄະລັດຖະທູດອົສຕຣາລີ ປະຈໍາ ສປປ ລາວ ເຂົ້າຢ້ຽມຂໍ່ານັບອຳລາ ສອງຝ່າຍໄດ້ຮ່ວມກັນທົບທວນຄືນ ເຖິງການຂະຫຍາຍຕົວຂອງການ ຮ່ວມ ມືລະຫວ່າງອົສຕຣາລີ ແລະ ສປປ ລາວ ໃນໄລຍະສາມປີຜ່ານມາ ແລະ ໄດ້ປຶກສາຫາລືກ່ຽວກັບ ທິດທາງ ບຸລິມະສິດ ເພື່ອເສີມຂະຫຍາຍການຮ່ວມມື ໂດຍສະເພາະດ້ານການພັດທະນາຊັບພະຍາກອນມະນຸດ.
ຫາລືກະກຽມສ້າງບົດລາຍງານກ່ຽວກັບການເກີດການແຕ່ງງານ ແລະ ການຕາຍ

ຫາລືກະກຽມສ້າງບົດລາຍງານກ່ຽວກັບການເກີດການແຕ່ງງານ ແລະ ການຕາຍ

ໃນວັນທີ 5 ພະຈິກນີ້, ສູນສະຖິຕິແຫ່ງຊາດ ກະຊວງການເງິນຮ່ວມກັບອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (UNFPA) ໄດ້ດຳເນີນກອງປະຊຸມປຶກສາຫາລືກະກຽມສ້າງບົດລາຍງານ ກ່ຽວກັບການເກີດ, ການແຕ່ງງານ ແລະ ການຕາຍຂອງການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດຄັ້ງທີ V ປີ 2025 ທີ່ໂຮງແຮມຄຣາວພາລາຊາ ນະຄອນຫຼວງວຽງຈັນ.
ຍີ່ປຸ່ນ ຊ່ວຍເຫຼືອການກໍ່ສ້າງລະບົບຊົນລະປະທານ ທີ່ແຂວງຫຼວງນໍ້າທາ

ຍີ່ປຸ່ນ ຊ່ວຍເຫຼືອການກໍ່ສ້າງລະບົບຊົນລະປະທານ ທີ່ແຂວງຫຼວງນໍ້າທາ

ພາຍໃຕ້ໂຄງການຊ່ວຍເຫຼືອຂັ້ນຮາກຖານ (GGP), ລັດຖະບານຍີ່ປຸ່ນໄດ້ມອບການຊ່ວຍເຫຼືອ ມູນຄ່າ 40,123 ໂດລາ ເພື່ອຈັດຕັ້ງປະຕິບັດ “ໂຄງການກໍ່ສ້າງຊົນລະປະທານນ້ຳບອນ 2 ບ້ານໃໝ່ ເມືອງວຽງພູຄາ ແຂວງຫຼວງນ້ຳທາ”.
ຮອງນາຍົກລັດຖະມົນຕີ ຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ ວັງຕັດ ມາຍນິງກຣຸບ

ຮອງນາຍົກລັດຖະມົນຕີ ຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ ວັງຕັດ ມາຍນິງກຣຸບ

ວັນທີ 4 ພະຈິກຜ່ານມາ, ທ່ານ ພົນເອກ ຄຳລຽງ ອຸທະໄກສອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະນຳຈາກກະຊວງປ້ອງກັນປະເທດ, ຄະນະນຳແຂວງອັດຕະປື ແລະ ຄະນະນຳເມືອງຊານໄຊ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ ວັງຕັດ ມາຍນິງກຣຸບ ຈຳກັດ ຕັ້ງຢູ່ເມືອງຊານໄຊ ແຂວງອັດຕະປື.​ ໃຫ້ການຕ້ອນຮັບຂອງທ່ານ ບຸ໋ຍແອັງດຶກ ປະທານສະພາບໍລິຫານ ຮອງຜູ້ອຳ ນວຍ​ການໃຫຍ່ ບໍລິສັດ ວັງຕັດມາຍນິງ ກຣຸບ​ ພ້ອມດ້ວຍຄະນະຜູ້ບໍລິຫານ, ພະນັກງານ ແລະ ກອງກຳລັງປ້ອງກັນຄວາມສະຫງົບປະຈຳເຂດໂຄງ​ການ ໃຫ້ການຕ້ອນຮັບ.
ປະ​ຊາ​ຊົນ 18 ບ້ານໄດີ​ຮັບ​ຜົນ​ປະ​ໂຫຍດ​ ຈາກໂຄງການອະນຸລັກຊັບພະຍາກອນທໍາມະຊາດ

ປະ​ຊາ​ຊົນ 18 ບ້ານໄດີ​ຮັບ​ຜົນ​ປະ​ໂຫຍດ​ ຈາກໂຄງການອະນຸລັກຊັບພະຍາກອນທໍາມະຊາດ

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດກິດຈະກໍາ ຂອງໂຄງການອະນຸລັກຊັບພະຍາກອນທໍາມະຊາດ ແລະຄໍ້າປະກັນການດຳລົງຊີວິດແບບຍືນຍົງ ປະປີ(ເດືອນກັນຍາ 2025-ເດືອນຕຸລາ2026) ໄດ້ຈັດຂຶ້ນໃນວັນທີ 2 ພະຈິກຜ່ານ​ມາ, ທີ່ເມືອງລະມາມ, ໂດຍການເຂົ້າຮ່ວມຂອງທ່ານ ນາງ ສີສະຫງ່າ ແກ້ວດວງດີ ຮອງປະທານຄະນະກໍາມະການປົກຄອງແຂວງ, ມີທ່ານ ນາງ ຄາໂອຣຸ ໂມຣິໂມະໂຕະ ຫົວໜ້າອົງການອາສາສະໝັກຍີ່ປຸ່ນ ປະຈໍາລາວ ເຈວີຊີ (JVC), ມີຄະນະກໍາມະການປົກຄອງ 2 ເມືອງຄື: ເມືອງກະລຶມ ແລະເມືອງດາກຈຶງ, ຜູ້ປະສານງານໂຄງການຂັ້ນແຂວງ, ຂັ້ນເມືອງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ປະທານສະພາແຫ່ງຊາດລາວ ພົບປະນາຍົກລັດຖະມົນຕີຫວຽດນາມ

ປະທານສະພາແຫ່ງຊາດລາວ ພົບປະນາຍົກລັດຖະມົນຕີຫວຽດນາມ

ສະ​ຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ ເລ ມິງ ຮຶງ ກຳມະການກົມການເມືອງສູນກາງພັກນາຍົກລັດຖະມົນຕີ ແຫ່ງ ສສຫວຽດນາມ ຄະນະໃນ​ວັນ​ທີ 3 ພະ​ຈິກ​ນີ້ ທີ່ ນະ​ຄອນຫຼວງ​ຮ່າ​ໂນ້ຍ.
ເພີ່ມເຕີມ