ເລົ່າງາມ ຈັດງານເທສະການໝາກກາເຟຄຳ ສົ່ງເສີມກິດຈະກຳປີທ່ອງທ່ຽວລາວ 2024

ເລົ່າງາມ ຈັດງານເທສະການໝາກກາເຟຄຳ ສົ່ງເສີມກິດຈະກຳປີທ່ອງທ່ຽວລາວ 2024

ເມືອງເລົ່າງາມ ແຂວງສາລະວັນ ຈັດງານເທສະການກາເຟຄໍາຕິດພັນກັບງານປີທ່ອງທ່ຽວລາວ ປີ 2024, ພາຍໃຕ້ຄໍາຂວັນ ‘’ທ່ອງທ່ຽວປອດໄພ, ຊື່ນໃຈໃນວັດທະນະທໍາ, ທໍາມະຊາດ ແລະ ປະຫວັດສາດ’’, ຈັດຂຶ້ນໃນວັນທີ 11 ມີນາຜ່ານມາ ທີ່ເດີ່ນອານຸສາວະລີນັກຮົບນິລະນາມ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ດາວວົງ ພອນແກ້ວ ເຈົ້າແຂວງສາລະວັນ, ມີການນໍາຂອງແຂວງ, ຫົວໜ້າພະແນກ, ການນໍາເມືອງ, ແຂກຮັບເຊີນ ແລະ ມວນຊົນເຂົ້າຮ່ວມ.
ງານເທສະການກາເຟຄຳ ຕິດພັນກັບປີທ່ອງທ່ຽວລາວ 2024, ພາຍໃຕ້ຄຳຂວັນຂອງເມືອງທີ່ວ່າ: ‘’ເມືອງເລົ່າງາມຖິ່ນຖານກາເຟຄຳ, ທຳມະຊາດດົງຖ້ຳ, ຫັດຖະກໍາຊົນເຜົ່າ, ຖໍ້າເກົ້າຮູພູຕາກເຂົ້າ ເຫງົ້າວິລະຊົນ’’ ແລະ ມີຄວາມສໍາຄັນໄດ້ຫວນຄືນມູນເຊື້ອດຸໝັ້ນຂະຫຍັນພຽນຂອງການເຮັດການກະສິກໍາຂອງປະຊາຊົນໂດຍສະເພາະການປູກກາເຟ ແລະ ການສົ່ງເສີມ, ໂຄສະນາແຫຼ່ງທ່ອງທ່ຽວ, ກິດຈະກໍາການທ່ອງທ່ຽວຂອງເມືອງເພື່ອປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຈັດກິດຈະກຳຕ່າງໆຂອງປີທ່ອງທ່ຽວລາວ 2024, ເປີດກວ້າງການພັດທະນາເສດຖະກິດ-ການທ່ອງທ່ຽວຮອບດ້ານ ແລະ ເຊື່ອມໂຍງທຸກຂະແໜງການເພື່ອຂຸດຄົ້ນທ່າແຮງບົ່ມຊ້ອມພາຍໃນເມືອງ, ດຶງດູດການລົງທຶນດ້ານການທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າມາປະກອບສ່ວນພັດທະນາເມືອງເລົ່າງາມ, ສ້າງເມືອງເລົ່າງາມໃຫ້ກາຍເປັນເມືອງເຂັ້ມແຂງຮອບດ້ານ, ສ້າງບ້ານໃຫ້ເປັນຫົວໜ່ວຍພັດທະນາຕາມທິດ 3 ສ້າງທີ່ພັກ-ລັດຖະບານວາງໄວ້. 
    ງານຄັ້ງນີ້, ມີຂະບວນສວນສະໜາມກ້ອນກຳລັງຂອງນ້ອງນັກຮຽນ, ພະນັກງານ-ລັດຖະກອນ, ກ້ອນກຳລັງຊາວສວນ, ຊາວສວນປູກພຶດປະສົມປະສານ ແລະ ການສະແດງສິລະປະດົນຕີ, ບົດຟ້ອນ ທີ່ສ່ອງແສງໃຫ້ເຫັນເຖີງວິຖີຊີວິດ, ວັດທະນະທຳ, ຮີດຄອງປະເພນີບັນດາເຜົ່າ ແລະ ການນຸ່ງຖື ທີ່ມີເອກະລັກສະຫງ່າງາມ.
ໂອກາດນີ້, ຄະນະນໍ່ຂອງແຂວງ, ເມືອງ ໄດ້ຮ່ວມຕັດແຖບຜ້າ, ເປີດປ້າຍເຊີນທ່ຽວເມືອງເລົ່າງາມ ກັບ 7 ກິດຈະກຳສົ່ງເສີມປີທ່ອງທ່ຽວລາວ 2024 ແລະ ໃຫ້ກຽດລັ່ນຄ້ອງ 9 ບາດ ໂດຍທ່ານເຈົ້າແຂວງສາລະວັນ. ຈາກນັ້ັນ, ບັນດາແຂກທຸກພາກສ່ວນກໍໄດ້ທ່ຽວຊົມຮ້ານວາງສະແດງສິນຄ້າຜະລິດຕະພັນຂອງເມືອງ, ຂອງຜູ້ປະກອບການ, ກຸ່ມການຜະລິດພຶດກະສິກຳຕ່າງໆ ແລະ ຊິມອາຫານພື້ນບ້ານຂອງແຕ່ລະເຂດ. ງານດັ່ງກ່າວຈັດຂຶ້ນນັບແຕ່ວັນທີ 8-11ມີນາເປັນຕົ້ນມາ ຊຶ່ງມີການປະກວດນັກຮ້ອງ, ປະກວດໝໍລໍາ, ປະກວດນາງສາວກາເຟຄໍາ, ການສະແດງສິລະປະ, ງານຕະຫຼາດນັດຂາຍສິນຄ້າ ແລະ ກິດຈະກໍາອື່ນໆອີກ.
(ຂ່າວ-ພາບ: ວິໄລວອນ ສິດທິໄຊ)

ຄໍາເຫັນ

ຂ່າວທ່ອງທ່ຽວ

ເປີດນຳໃຊ້ຄິວລົດທ່ອງທ່ຽວເມືອງຈຳປາສັກ

ເປີດນຳໃຊ້ຄິວລົດທ່ອງທ່ຽວເມືອງຈຳປາສັກ

ໃນວັນທີ 8 ພຶດສະພາຜ່ານມາ, ເມືອງຈໍາປາສັກ ແຂວງຈໍາປາສັກ ຈັດພິທີເປີດນໍາໃຊ້ຄິວລົດທ່ອງທ່ຽວເມືອງຈຳປາສັກຂຶ້ນ ເພື່ອຮອງຮັບນັກທ້ອງທ່ຽວຈາກພາຍໃນ ແລະ ຕ່າງປະເທດ ທີ່ເຂົ້າມາທ່ອງທ່ຽວເມືອງຈຳປາສັກ ເມືອງມໍລະດົກໂລກແຫ່ງທີ 2 ຂອງ ສປປ ລາວ ໂດຍການເຂົ້າຮ່ວມຂອງທ່ານ ຄໍາພູ ສີພົມມາ ຮອງເລຂາພັກເມືອງຈຳປາສັກ.
ເຜີຍແຜ່ແຜນແມ່ບົດພັດທະນາ ແລະ ຄຸ້ມຄອງເຂດການທ່ອງທ່ຽວລະດັບຊາດ

ເຜີຍແຜ່ແຜນແມ່ບົດພັດທະນາ ແລະ ຄຸ້ມຄອງເຂດການທ່ອງທ່ຽວລະດັບຊາດ

ກອງປະຊຸມເຜີຍແຜ່ແຜນແມ່ບົດພັດທະນາ ແລະ ຄຸ້ມຄອງເຂດການທ່ອງທ່ຽວລະດັບຊາດເມືອງວັງວຽງ ແລະ ບໍລິເວນອ້ອມຮອບສຳລັບປີ 2025-2035 ຂຶ້ນໃນວັນທີ 7 ພຶດສະພານີ້ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານນາງ ສວນສະຫວັນ ວິຍະເກດລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ(ຖວທ) ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເປີດຊຸດອົບຮົມພະນັກງານນຳທ່ຽວລະດັບຊາດ ຊຸດທີ 32

ເປີດຊຸດອົບຮົມພະນັກງານນຳທ່ຽວລະດັບຊາດ ຊຸດທີ 32

ສະຖາບັນສື່ມວນຊົນ, ວັດທະນະທຳ ແລະ ທ່ອງທ່ຽວ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຈັດຊຸດຝຶກອົບຮົມພະນັກງານນໍາທ່ຽວລະດັບຊາດ ຊຸດທີ 32 ຂຶ້ນໃນລະຫວ່າງວັນທີ 5 ພຶດສະພາ ຫາ ວັນທີ 22 ກໍລະກົດ 2025 ໂດຍມີທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງ ຖວທ,
ອັດຕະປືມີແຜນຈະພັດທະນາຖ້ຳອະນຸລັກໃຫ້ເປັນແຫຼ່ງທ່ອງທ່ຽວ ຢູ່ເມືອງຊານໄຊ

ອັດຕະປືມີແຜນຈະພັດທະນາຖ້ຳອະນຸລັກໃຫ້ເປັນແຫຼ່ງທ່ອງທ່ຽວ ຢູ່ເມືອງຊານໄຊ

ແຫຼ່ງທ່ອງທ່ຽວ ຖ້ຳອະນຸລັກທີ່ລີ້ຊ້ອນໄວ້ໃນດົງ​ສະຫງວນ ຢູ່ເມືອງຊານໄຊ ແຂວງອັດຕະປື ຖືເປັນເຂດທຳມະຊາດທີ່ມີຄວາມສວຍງາມ ແລະ ມີຄວາມຫຼາກຫຼາຍທາງດ້ານຊີວະນາໆພັນ ຊຶ່ງ​ເປັນ​ສະຖານ​ທີ່​ທ່ອງ​ທ່ຽວ​ທີ່​ໜ້າ​ສົນ​ໃຈ​ຂອງ​ນັກ​ທ່ອງ​ທ່ຽວ​ຢູ່​ທີ່​ນີ້, ມີ​ປ່າ, ໝາກ​ໄມ້, ​ສັດປ່າ​ນາໆ​ຊະນິດ​ທີ່​ຄວນ​ຮຽນ​ຮູ້.

ແຫຼ່ງທ່ອງທ່ຽວຕາດແຝກ ພ້ອມຮອງຮັບນັກທ່ອງທ່ຽວ ໄລຍະບຸນປີໃໜ່ລາວ

ແຫຼ່ງທ່ອງທ່ຽວຕາດແຝກ ພ້ອມຮອງຮັບນັກທ່ອງທ່ຽວ ໄລຍະບຸນປີໃໜ່ລາວ

ແຫຼ່ງທ່ອງທ່ຽວຕາດແຝກ ເປັນແຫຼ່ງທ່ອງທ່ຽວທາງທໍາມະຊາດ ທີ່ສວຍງາມອີີກແຫ່ງໜຶ່ງ ຕັ້ງຢູ່ບ້ານດ່ານ ເມືອງລະມາມ ແຂວງເຊກອງ, ຫ່າງຈາກເທສະບານເມືອງລະມາມ ປະມານ 15 ກິໂລແມັດກວ່າ, ເປັນສະຖານທີ່ທ່ອງທ່ຽວ ທີ່ໄດ້ຮັບຄວາມນິຍົມຊົມຊອບ ຈາກນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ
ເຊັນສັນຍາຄວາມເຂົ້າໃຈ ສຶກສາຄວາມເປັນໄປໄດ້ໃນການພັດທະນາແຫຼງທ່ອງທ່ຽວ ຖໍ້າເກົາເຫຼົາ

ເຊັນສັນຍາຄວາມເຂົ້າໃຈ ສຶກສາຄວາມເປັນໄປໄດ້ໃນການພັດທະນາແຫຼງທ່ອງທ່ຽວ ຖໍ້າເກົາເຫຼົາ

ເມື່ອບໍ່ດົນມານີ້ ທີ່ໂຮງແຮມດອກຈຳປາ ແຂວງຫຼວງນໍ້າທາ ໄດ້ເຊັນສັນຍາຄວາມເຂົ້າໃຈ (MOU) ວ່າດ້ວຍການເກັບກໍາຂໍ້ມູນ ສຳຫຼວດ ແລະ ສຶກສາຄວາມເປັນໄປໄດ້ໃນການພັດທະນາແຫຼງທ່ອງທ່ຽວຖໍ້າເກົາເຫຼົາ
ຮອງນາຍົກລັດຖະມົນຕີ ເນັ້ນໃຫ້ຂະແໜງ ຖວທ ສືບຕໍ່ສ້າງແຜນຍຸດທະສາດໃນການພັດທະນາການທ່ອງທ່ຽວ

ຮອງນາຍົກລັດຖະມົນຕີ ເນັ້ນໃຫ້ຂະແໜງ ຖວທ ສືບຕໍ່ສ້າງແຜນຍຸດທະສາດໃນການພັດທະນາການທ່ອງທ່ຽວ

ເພື່ອເປັນທິດທາງໃນການພັດທະນາວຽກງານທ່ອງທ່ຽວໃນຕໍ່ໜ້າ, ທ່ານ ກິແກ້ວ ໄຂຄຳພິທູນຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວປະທານຄະນະກໍາມະການຊີ້ນຳລະດັບຊາດໃນການຈັດປີທ່ອງທ່ຽວລາວ 2024
ຖວທ ສະຫຼຸບການຈັດຕັ້ງປະຕິບັດປີທ່ອງທ່ຽວລາວ2024

ຖວທ ສະຫຼຸບການຈັດຕັ້ງປະຕິບັດປີທ່ອງທ່ຽວລາວ2024

ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດປີທ່ອງທ່ຽວລາວ 2024 ຂຶ້ນໃນວັນທີ 5 ກຸມພານີ້ ທີ່ຫໍວັດທະນະທຳແຫ່ງຊາດ
ເພີ່ມເຕີມ