ລາວສະກາຍເວ ໄດ້ແຊັມ ບານສົ່ງໃນຮົ່ມຊາຍ ເບຍລາວ ລາວລີກ ປະຈຳປີ 2024 ສ່ວນແຊັມບານສົ່ງຍິງ ເປັນຂອງ ກົມໃຫຍ່ການເມືອງກອງທັບ

ລາວສະກາຍເວ ໄດ້ແຊັມ ບານສົ່ງໃນຮົ່ມຊາຍ ເບຍລາວ ລາວລີກ ປະຈຳປີ 2024 ສ່ວນແຊັມບານສົ່ງຍິງ ເປັນຂອງ ກົມໃຫຍ່ການເມືອງກອງທັບ

ສະໂມສອນ ລາວສະກາຍເວ ວີຊີ ຊະນະ ກະຊວງປັອງກັນປະເທດ ຫຼື ກອງທັບ 3-1 ເຊັດ ດ້ວຍຄະແນນ 25-20, 18-25, 25-22 ແລະ 25-22 ຄອງແຊັມການແຂ່ງຂັນກິລາບານສົ່ງໃນຮົ່ມ ປະເພດທີມຊາຍ, ສ່ວນແຊັມປະເພດຍິງ ເປັນຂອງ ກົມໃຫຍ່ການເມືອງກອງທັບ ທີ່ລົງສະໜາມ 5 ນັດ ຊະນະລວດ 5 ນັດມີ 12 ຄະແນນ ໃນການແຂ່ງຂັນລາຍການ ເບຍລາວ ບານສົ່ງ ລາວລີກ ປະຈຳປີ 2024 ຫຼື ລາຍການ BeerLao Laos Volleyball League 2024.

ການແຂ່ງຂັນກິລາບານສົ່ງໃນຮົ່ມ ປະເພດທີມຊາຍ-ຍິງ ລາຍການ ເບຍລາວ ບານສົ່ງ ລາວລີກ ປະຈຳປີ 2024 ຈັດຂຶ້ນມາແຕ່ວັນທີ 28 ກັນຍາ 2024 ແລະ ໄດ້ສຳເລັດລົງໃນວັນທີ 24 ພະຈິກ 2024 ທີ່ສະໂມສອນກິລາໃນຮົ່ມກອງທັບ (ຫຼັກ 5) ນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມ ແລະ ມອບລາງວັນໂດຍທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ຫຼື ສສກ ທັງເປັນປະທານຄະນະກຳມະການໂອແລັມປິກແຫ່ງຊາດລາວ (ຄອລ), ທ່ານ ແສງພອນ ພົນອາມາດ ຮອງປະທານ ແລະ ເລຂາທິການ ຄອລ, ທ່ານ ຈັນສະໝອນ ຜອງຈັນທາ ປະທານສະຫະພັນບານສົ່ງແຫ່ງຊາດລາວ, ທ່ານ ວິລະວັນ ບຸນສຸກໄທ ຫົວໜ້າກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ ແລະ ທ່ານ ສີຈັນ ຈິດຕະປັນຍາ ວ່າການແທນຫົວໜ້າກົມກິລາລະດັບສູງ ພ້ອມດ້ວຍບັນດາຜູ້ໃຫ້ການສະໜັບສະໜູນ, ຄະນະຄູ, ຄູຝຶກ ແລະ ນັກກິລາ ຕະຫຼອດຮອດກອງເຊຍເຂົ້າຮ່ວມ.

ການແຂ່ງຂັນລາຍການນີ້ ສຳລັບທີມຊາຍມີ 10 ສະໂມສອນ, ສ່ວນທີມຍິງມີ 5 ພາກສ່ວນ ກຳນົດການແຂ່ງຂັນລະບົບແບບລີກ ແຂ່ງຂັນສະພາະແຕ່ຮອບຂາໄປ ບໍ່ມີຂາກັບ ຄັດເລືອກເອົາທີມທີ່ມີຄະແນນດີທີ່ສຸດຂອງທັງສອງປະເພດໄດ້ແຊັມ.

ສຳລັບການແຂ່ງຂັນລາຍການດັ່ງກ່າວ ປະເພດທີມຊາຍ ທີ 1 ສະໂມສອນ ລາວສະກາຍເວ ລົງສະໜາມ 9 ນັດ ຊະນະລວດ 9 ນັດ ມີ 27 ຄະແນນ ໄດ້ຮັບຂັນແຊັມ, ຫຼຽນຄຳ ແລະ ເງິນລາງວັນ 30,000,000 ກີບ; ທີ2 ນະຄອນຫຼວງວຽງຈັນ - ອິນທະສອນ ລົງສະໜາມ 9 ນັດ ຊະນະ 7 ແລະ ເສຍ 2 ມີ 22 ຄະແນນ ໄດ້ຮັບຫຼຽນເງິນ ແລະ ເງິນສົດ 20,000,000 ກີບ; ທີ 3 ກະຊວງປ້ອງກັນປະເທດ ລົງສະໜາມ 9 ນັດ ຊະນະ 7 ແລະ ເສຍ 2 ມີ 21 ຄະແນນ (ແຕ່ເຊັດຄະແນນໜ້ອຍກວ່າ) ໄດ້ຮັບຫຼຽນທອງ ແລະ ເງິນສົດ 17,000,000 ກີບ;ທີ 4 ສະໂມສອນ ວຽງຈັນ ວີຊີ ລົງສະໜາມ 9 ນັດ ຊະນະ 7 ແລະ ເສຍ 2 ມີ 19 ຄະແນນ ໄດ້ຮັບເງິນສົດ 14,000,000 ກີບ ແລະ ທີ 5 ສະໂມສອນ Grow-Up VC ລົງສະໜາມ 9 ນັດ ຊະນະ 4 ແລະ ເສຍ 5 ມີ 14 ຄະແນນ ໄດ້ຮັບເງິນສົດ 12,000,000 ກີບ; ທີ 6 Sunnivad VC ລົງສະໜາມ 9 ນັດ ຊະນະ 4 ແລະ ເສຍ 5 ມີ 14 ຄະແນນ ແຕ່ເຊັດຄະແນນໜ້ອຍກວ່າ ໄດ້ຮັບເງິນສົດ 9,000,000 ກີບ, ທີ 7 MPC Blue Hawii VC ລົງສະໜາມ 9 ນັດ ຊະນະ 4 ແລະ ເສຍ 5 ມີ 10 ຄະແນນ ໄດ້ຮັບເງິນສົດ 8,000,000 ກີບ, ທີ 8 Chanthilath VC ລົງສະໜາມ 9 ນັດ ຊະນະ 2 ແລະ ເສຍ 7 ມີ 5 ຄະແນນ ໄດ້ຮັບເງິນສົດ 7,000,000 ກີບ, ທີ 9 Inthention VC ລົງສະໜາມ 9 ນັດ ຊະນະ 1 ແລະ ເສຍ 8 ມີ 3 ຄະແນນ ໄດ້ຮັບເງິນສົດ 6,000,000 ກີບ ແລະ ທີ 10 Black Butterfly ລົງສະໜາມ 9 ນັດ ແລະ ເສຍ 9 ມີ 1 ຄະແນນ ໄດ້ຮັບເງິນສົດ 5,000,000 ກີບ.

ສ່ວນຜົນການແຂ່ງຂັນປະເພດທີມຍິງ ແຊັມເປັນຂອງກົມໃຫຍ່ການເມືອງກອງທັບ ລົງແຂ່ງຂັນ 4 ນັດ ຊະນະ 4 ນັດລວດ ມີ 12 ຄະແນນ ໄດ້ຮັບຂັນແຊັມ, ຫຼຽນຄຳ ແລະ ເງິນລາງວັນ 20,000,000 ກີບ, ທີ 2 ກະຊວງປ້ອງກັນປະເທດ ລົງແຂ່ງຂັນ 4 ນັດ ຊະນະ 3 ນັດ ແລະ ເສຍ 1 ນັດ ມີ 9 ຄະແນນ ໄດ້ຮັບຫຼຽນເງິນ ແລະ ເງິນສົດ 15,000,000 ກີບ, ທີ 3 ສະໂມສອນ ວຽງຈັນ ວີຊີ ລົງແຂ່ງຂັນ 4 ນັດ ຊະນະ 2 ນັດ ແລະ ເສຍ 2 ນັດ ມີ 6 ຄະແນນ ໄດ້ຮັບຫຼຽນທອງ ແລະ ເງິນສົດ 12,000,000 ກີບ, ທີ 4 ສະໂມສອນ ອາເອັນເຄ ໄຊເຊດຖາ ວີຊີ ລົງແຂ່ງຂັນ 4 ນັດ ຊະນະ 1 ນັດ ແລະ ເສຍ 3 ນັດ ມີ 3 ຄະແນນ ໄດ້ຮັບເງິນສົດ 10,000,000 ກີບ ແລະ ທີ 5 ເອັດອີຊີ ວີຊີ ລົງແຂ່ງຂັນ 4 ນັດ ເສຍ 4 ນັດ ມີ 0 ຄະແນນ ໄດ້ຮັບເງິນສົດ 8,000,000 ກີບ.

ປະເພດລາງວັນດີເດັ່ນຕ່າງໆ ປະເພດທີມຊາຍ ປະກອບມີ: ນັກກິລາດີເດັ່ນ (Most Valuable Player ຫຼື MVP) ທ້າວ ທະນົງລິດ ໄຊຊະນະ Lao Skyway VC; ເສີບດີເດັ່ນ (Best Server) ທ້າວ ຄຳທະລັກ ອຸນາພົມ ກະຊວງປ້ອງກັນປະເທດ; ຜູ້ຮັບບານດີເດັ່ນ (Best Receiver) ທ້າວ ອະດິສັກ ໄຊຍະວົງ ນະຄອນຫຼວງວຽງຈັນ By Inthasone; ຜູ້ຫຼິ້ວຕົວອິດສະຫຼະດີເດັ່ນ (Best Libero) ທ້າວ ກິດຕິສັກ ໂສດາລັກ Lao Skyway VC; ຜູ້ຫຼິ້ນບານໄວດີເດັ່ນ (Best Middle Hitter) ທ້າວ ບຸນຫຼາຍ ລັດຕະນະກອນ ນະຄອນຫຼວງວຽງຈັນ By Inthasone; ຜູ້ຫຼິ້ນ 3 ຫຼັງດີເດັ່ນ (Best Opposite Hitter) 9 ທ້າວ ຈັນມີນາ ຈັນທະວົງສະໂມສອນວຽງຈັນ; ຜູ້ຫຼິ້ນຫົວເສົາດີເດັ່ນ (Best Outside Hitter) 16 ທ້າວ ທະນົງລິດ ໄຊຊະນະ Lao Skyway VC; ມືຍົກດີເດັ່ນ (Best Setter) ທ້າວ ທະນາກອນ ມູນເລົາ ຈາກLao Skyway VC; ຕົວບ໋ອກດີເດັ່ນ (Best Blocker) ທ້າວ ລິນທອງ ພົງວິຈິດ ກະຊວງປ້ອງກັນປະເທດ.

ສ່ວນລາງດີເດັ່ນ ປະເພດທີມຍິງ: ນັກກິລາດີເດັ່ນ (Most Valuable Player ຫຼື MVP) ນາງ ສຸນິຕາ ແພງສີດາ ກົມໃຫຍ່ການເມືອງກອງທັບ; ເສີບດີເດັ່ນ (Best Server) 11 ນາງ ສະສິນະພາ ເຈະຣຳ ຈາກສະໂມສອນ SNK Saysettha VC; ຜູ້ຮັບບານດີເດັ່ນ (Best Receiver) ນາງ ປານີ ພັນທະວົງ ຈາກກົມໃຫຍ່ການເມືອງກອງທັບ; ຜູ້ຫຼິ້ວຕົວອິດສະຫຼະດີເດັ່ນ (Best Libero) ນາງ ທອນນາລີ ລັດຕະນະ ສະໂມສອນວຽງຈັນ ວີຊີ; ຜູ້ຫຼິ້ນບານໄວດີເດັ່ນ (Best Middle Hitter) ນາງ ພຸດຮັກສາ ແກ້ວວິໄຊ ກະຊວງປ້ອງກັນປະເທດ; ຜູ້ຫຼິ້ນ 3 ຫຼັງດີເດັ່ນ (Best Opposite Hitter) ນາງ ນິພາພອນ ມີໄຊພົນ ສະໂມສອນວຽງຈັນ; ຜູ້ຫຼິ້ນຫົວເສົາດີເດັ່ນ (Best Outside Hitter) ນາງ ນິງສະດາ ບົວລະພັນ ກະຊວງປ້ອງກັນປະເທດ; ມືຍົກດີເດັ່ນ (Best Setter) ນາງ ກຸ້ງກິ້ງ ພົມມີໄຊ ຈາກກົມໃຫຍ່ການເມືອງກອງທັບ; ຕົວບ໋ອກດີເດັ່ນ (Best Blocker) ນາງ ບຸນໂຮມ ໂຄຕະ ຈາກກະຊວງປ້ອງກັນປະເທດ. ການແຂ່ງຂັນໃນລາຍການນີ້ແມ່ນໄດ້ຮັບການອຸປະຖຳຫຼັກ ຈາກ ບໍລິສັດ ເບຍລາວ ຈໍາກັດ ມູນຄ່າ 400 ລ້ານກວ່າກິີບ.

(ຂ່າວ: ຕຸໄລເພັດ)

ຄໍາເຫັນ

ຂ່າວສືກສາ-ກິລາ

ການນໍາແຂວງຈໍາປາສັກ ທັດສະນະສຶກສາສະຖານທີ່ທາງປະຫວັດສາດ

ການນໍາແຂວງຈໍາປາສັກ ທັດສະນະສຶກສາສະຖານທີ່ທາງປະຫວັດສາດ

ໃນໂອກາດສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 50 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີການນໍາແຂວງຈໍາປາສັກ ນໍາໂດຍທ່ານ ອາລຸນໄຊ ສູນນະລາດ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ໄດ້ຮ່ວມທັດສະນະສຶກສາຊົມສະຖານທີ່ທາງປະຫວັດສາດ ເຮືອນຂອງອະດີດປະທານ ໄກສອນ ພົມວິຫານ ທີ່ບ້ານລາດບົກ ເມືອງບາຈຽງຈະເລີນສຸກ, ພ້ອມນີ້ກໍໄດ້ຮັບຟັງການເລົ່າປະຫວັດຄວາມເປັນມາການເຄື່ອນໄຫວຂອງປະທານ ໄກສອນ ພົມວິຫານ ຈາກຜູ້ອາວຸໂສພາຍໃນບ້ານລາດບົກ, ມີກິດຈະກຳຖາມ-ຕອບ ວິທະຍາສາດ ນ້ອງໆເຍົາວະຊົນ-ຊາວໜຸ່ມ.
ນັກກິລາຟັນດາບຊາຍຈາກເເຂວງບໍລິຄໍາໄຊຍາດໄດ້ 2 ຫຼຽນຄໍາ

ນັກກິລາຟັນດາບຊາຍຈາກເເຂວງບໍລິຄໍາໄຊຍາດໄດ້ 2 ຫຼຽນຄໍາ

ທ້າວ ສະເຫຼີມໄຊ ໄຊຍະສິດ ນັກກິລາຟັນດາບ ຈາກເເຂວງບໍລິຄໍາໄຊ ຍາດໄດ້ 2 ຫຼຽນຄໍາ ຈາກການລົງເເຂ່ງຂັນຟັນດາບ 2 ລາຍການ ຄື: ເອເປ ເເລະ ເຊເບີ ບັນລຸຕາມຄາດໝາຍທີ່ວາງໄວ້ ຂະນະດຽວກັນ ຫຼຽນເງິນ ເເລະ ຫຼຽນທອງ ເປັນຂອງນັກກິລາ ຈາກເເຂວງສະຫວັນນະເຂດ ຈາກການລົງເເຂ່ງຂັນກິລາຟັນດາບ ງານມະຫະກໍາກິລາຄົນພິການເເຫ່ງຊາດ ຄັ້ງທີ 4 ຫຼື ນະຄອນຫຼວງວຽງຈັນ ພາຣາເກມ 2025 ທີ່ນະຄອນຫຼວງວຽງຈັນຮັບກຽດເປັນເຈົ້າພາບ.
ນັກກິລາເປຕັງທີມຊາດສາມາດຍາດໄດ້ 2 ຫຼຽນຄຳໃນງານມະຫະກຳກິລາຊີເກມຄັ້ງທີ 33

ນັກກິລາເປຕັງທີມຊາດສາມາດຍາດໄດ້ 2 ຫຼຽນຄຳໃນງານມະຫະກຳກິລາຊີເກມຄັ້ງທີ 33

ທ່ານ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີ ກະຊວງ ສຶກສາທິການ ແລະ ກິລາ (ສສກ) , ທ່ານ ວິລະວັນ ບຸນສຸກໄທ ຫົວກົມກິລາມວນຊົນພາລະ ແລະ ສິລະປະສືກສາ ກະຊວງ ສສກ ພ້ອມດ້ວຍພະນັກງານ ແລະ ກ້ອນສິລະປະ ຊາວໜຸ່ມເຍົາວະຊົນ ກະຊວງສຶກສາທິການ ແລະ ກິລາ ໄດ້ຕ້ອນຮັບຄະນະນັກກິລາເປຕັງ ທີມຊາດລາວ ທີ່ສາມາດຍາດໄດ້ຫຼຽນຄໍາ ໃນງານມະຫະກຳກິລາຊີເກມຄັ້ງທີ 33ຢູ່ປະເທດໄທ ເປັນເຈົ້າພາບໃນວັນທີ 16 ທັນວານີ້ ທີ່ສະໜາມບິນສາກັນວັດໄຕ ນະຄອນຫຼວງວຽງຈັນ .
ໂຄງການອາຫານທ່ຽງຊ່ວຍໃຫ້ນັກຮຽນໂຮງຮຽນປະຖົມສົມບູນບ້ານແກ້ງກຸ່ມດີຂຶ້ນຫຼາຍ

ໂຄງການອາຫານທ່ຽງຊ່ວຍໃຫ້ນັກຮຽນໂຮງຮຽນປະຖົມສົມບູນບ້ານແກ້ງກຸ່ມດີຂຶ້ນຫຼາຍ

ໂຮງຮຽນປະຖົມສົມບູນບ້ານແກ້ງກຸ່ມເມືອງໂຂງ ແຂວງຈໍາປາສັກ ເປັນໂຮງຮຽນໜຶ່ງ ທີ່ອົງການອາຫານໂລກ (WFP) ໃຫ້ການຊ່ວຍເຫຼືອຈັດຕັ້ງປະຕິບັດໂຄງການອາຫານທ່ຽງໃຫ້ນັກຮຽນເລີ່ມແຕ່ປີ 2021 ຈົນຮອດປີ 2030. ຊຶ່ງຊ່ວຍໃຫ້ນັກຮຽນໂຮງຮຽນປະຖົມສົມບູນບ້ານແກ້ງກຸ່ມດີຂຶ້ນຫຼາຍ, ບໍ່ປະລະການຮຽນ ແລະ ຍັງຊ່ວຍຫຼຸດຜ່ອນອາຫານຂອງຜູ້ປົກຄອງ ທີ່ສໍາຄັນຍັງໄດ້ຮັບສານອາຫານ, ໂພຊະນາການທີ່ພຽງພໍ ແລະ ມີປະໂຫຍດດີຕໍ່ສຸຂະພາບ.
ກິລາດອກປິກໄກ່ ມີການຊີງຫຼຽນທັງໝົດ 20 ຫຼຽນ

ກິລາດອກປິກໄກ່ ມີການຊີງຫຼຽນທັງໝົດ 20 ຫຼຽນ

ການແຂ່ງຂັນກິລາດອກປິກໄກ່ ມີການຊີງຫຼຽນຄໍາ,ຫຼຽນເງິນ ແລະ ຫຼຽນທອງ ທັງໝົດ 20 ຫຼຽນ. ທ່ານ ນາງ ຈິນດາ ພົນເຕຊາ ຮອງສະຫະພັນກິລາດອກປິກໄກ່ແຫ່ງຊາດລາວ,ໄດ້ໃຫ້ສຳພາດຕໍ່ສື່ມວນຊົນວ່າ: ການແຂ່ງຂັນດອກປິໄກ່ ໃນງານມະຫະກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື “ນະຄອນຫຼວງວຽງຈັນ ພາຣາເກມ 2025” ທີ່ນະຄອນຫຼວງວຽງຈັນ ໄດ້ຮັບກຽດເປັນເຈົ້າພາບ ມີ 4 ລາຍການແຂ່ງຂັນ ປະກອບມີຄື: ປະເພດກ່ຽວຊາຍ,ປະເພດດ່ຽວຍິງ,ປະເພດຄູ່ຊາຍ ແລະ ປະເພດຄູ່ຍິງ. ມີນັກກິລາເຂົ້າຮ່ວມ 18 ຄົນ, ຍິງ 4 ຄົນ.ໃນນັ້ນມີ 6 ແຂວງເຂົ້າຮ່ວມຄີ: ເຈົ້າພາບ ນະຄອນຫຼວງວຽງຈັນ, ສະຫວັນນະເຂດ, ຄຳມ່ວນ, ອຸດົມໄຊ, ບໍແກ້ວ ແລະ ຫຼວງພະບາງ. ຊຶ່ງການແຂ່ງຂັນ ແມ່ນຈະດຳເນີນເປັນເວລາ 3 ວັນ ວັນທີ 15-17 ທັນວານີ້.
ລິນລີ່ ສຸພັນທະວົງ ສາວນັກກິລາບ໋ອດເຊຍຄວ້າຫຼຽນຄໍາທໍາອິດໃຫ້ແຂວງຫຼວງພະບາງ

ລິນລີ່ ສຸພັນທະວົງ ສາວນັກກິລາບ໋ອດເຊຍຄວ້າຫຼຽນຄໍາທໍາອິດໃຫ້ແຂວງຫຼວງພະບາງ

ນາງ ລິນລີ່ ສຸພັນທະວົງ ນັກກິລາບ໋ອດເຊຍຄວ້າຫຼຽນຄຳທໍາອິດໃຫ້ນັກກິລາຄົນພິການແຂວງຫຼວງພະບາງ ໃນງານມະຫະກຳກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື “ນະຄອນຫຼວງວຽງຈັນພາຣາເກມ 2025” ທີ່ນະຄອນ ຫຼວງວຽງຈັນ (ນວ) ຮັບກຽດເປັນເຈົ້າພາບ.
ສູນຝຶກອົບຮົມກອງພົນທີ3 ເປີດຂະບວນການແຂ່ງຂັນກິລາມ່ວນຊົນເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ

ສູນຝຶກອົບຮົມກອງພົນທີ3 ເປີດຂະບວນການແຂ່ງຂັນກິລາມ່ວນຊົນເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ

ໃນຕອນເຊົ້າວັນທີ 15 ທັນວານີ້, ສູນຝຶກອົບຮົມກອງພົນທີ3 ໄດ້ຈັດພິທີເປີດຂະບວນການແຂ່ງຂັນກິລາມວນຊົນເພື່ອຂ່ຳນັບຮັບຕ້ອນວັນສໍາຕ່າງໆຂອງຊາດ, ຂອງພັກ, ຂອງກອງທັບ ແລະ ຂອງກົມກອງ ເວົ້າລວມ, ເວົ້າສະເພາະແມ່ນ ຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ (20 ມັງກອນ 1949–20 ມັງກອນ 2026) ຂຶ້ນຢູ່ທີ່ເດີນກິລາຂອງກົມ-ກອງ ໂດຍການເປັນປະທານຂອງ ສະຫາຍ ພັນເອກ ຄໍາສອນ ໄຊສົງຄາມ ຮອງເລຂາຄະນະພັກ ຫົວໜ້າການທະຫານສູນຝຶກອົບຮົມກອງພົນທີ3, ມີສະຫາຍ ພັນໂທ ສີພົນ ແສງຄໍາ ເລຂາຄະນະພັກ ຫົວຫນ້າການເມືອງສູນຝຶກອົບຮົມ ພ້ອມດ້ວຍຄະນະພັກ - ຄະນະບັນຊາ, ພະນັກງານ-ນັກຮົບຕະຫຼອດຮອດນັກກິລາທົ່ວສູນຝຶກອົບຮົມເຂົ້າຮ່ວມ.
ນວ ເຈົ້າພາບໄດ້ຫຼຽນຄໍາທຳອິດກິລາຟັນດາບຄົນພິການ

ນວ ເຈົ້າພາບໄດ້ຫຼຽນຄໍາທຳອິດກິລາຟັນດາບຄົນພິການ

ການແຂ່ງຂັນກິລາຟັນດາບຄົນພິການ ໃນງານມະຫະກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື “ນະຄອນ ຫຼວງວຽງຈັນພາຣາເກມ 2025” ທີ່ນະຄອນຫຼວງວຽງຈັນ (ນວ) ໄດ້ຮັບກຽດເປັນເຈົ້າພາບ ຈັດຂຶ້ນໃນວັນທີ 15 ທັນວານີ້, ທີ່ສະໂມສອນມະຫາວິທະຍາໄລແຫ່ງຊາດ, ເປັນກຽດເຂົ້າຮ່ວມມີທ່ານ ນາງ ຂັນທະລີ ສີຣິພົງພັນ ປະທານຄະນະກໍາມະການພາຣາແລມປິກແຫ່ງຊາດລາວ, ມີທ່ານ ກິດຕິພົງ ຫາດທະວາການ ນາຍົກສະມາຄົມວີວແຊຟັນດາບແຫ່ງປະເທດໄທ, ມີບັນດາຜູ້ຕາງໜ້າຈາກພະແນກສຶກສາທິການ ແລະ ກິລາ ນວ, ແຂວງ, ຄູຝຶກ ພ້ອມດ້ວຍຄະນະຮັບຜິດຊອບເຂົ້າຮ່ວມ.
ເປີດສາກແຂ່ງຂັນຢ່າງຄຶກຄື້ນກິລາບານບ້ວງລໍ້ເລື່ອນຄົນພິການ

ເປີດສາກແຂ່ງຂັນຢ່າງຄຶກຄື້ນກິລາບານບ້ວງລໍ້ເລື່ອນຄົນພິການ

ກິລາບານບ້ວງລໍ້ເລື່ອນໃນງານມະຫະກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື ນະຄອນຫຼວງວຽງຈັນພາຣາເກມ 2025 ທີ່ນະຄອນຫຼວງວຽງຈັນ (ນວ) ເປັນເຈົ້າພາບ, ເຊິ່ງກິລາຄົນພິການແຫ່ງຊາດຄັ້ງນີ້ຖືກບັນຈຸເຂົ້າແຂ່ງຂັນເປັນຄັ້ງທີ IV ຕິດຕໍ່ກັນ 2 ຄັ້ງທຳອິດທີ່ຫຼວງພະບາງ ແລະ ອຸດົມໄຊ ເປັນກິລາສາທິດ ແຕ່ມາຊີງຫຼຽນໃນຄັ້ງທີ III ທີ່ແຂວງຊຽງຂວາງ ແລະ ນວ ໃນຄັ້ງນີ້, ແຂ່ງຂັນທີ່ສູນການແພດຟື້ນຟູໜ້າທີ່ການ ໂດຍມີ 3 ພາກສ່ວນເຂົ້າຮ່ວມຄື: ນວ ເຈົ້າພາບ, ແຂວງຈຳປາສັກ ແລະ ແຂວງຊຽງຂວາງ, ແຂ່ງຂັນ 4 ລາຍການ: ທີມຍິງ-ທີມຊາຍ 3x3 ແລະ 5x5, ມີນັກກິລາເຂົ້າຮ່ວມທັງໝົດ 27 ຄົນ ຍິງ 10 ຄົນ.
ເປີດການແຂ່ງຂັນກິລາດອກປີກໄກ່ “ນະຄອນຫຼວງວຽງຈັນພາຣາເກມ 2025”

ເປີດການແຂ່ງຂັນກິລາດອກປີກໄກ່ “ນະຄອນຫຼວງວຽງຈັນພາຣາເກມ 2025”

ການແຂ່ງຂັນກິລາດອກປີກໄກ່ ໃນງານມະຫະກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື “ນະຄອນ ຫຼວງວຽງຈັນພາຣາເກມ 2025” ທີ່ນະຄອນຫຼວງວຽງຈັນ (ນວ) ໄດ້ຮັບກຽດເປັນເຈົ້າພາບໄດ້ເປີດສາກຂຶ້ນຢ່າງເປັນທາງການໃນວັນທີ 15 ທັນວານີ້, ທີ່ເດີ່ນກິລາໃນຮົ່ມໂອແລມປາເຊຍ ນວ, ເປັນກຽດເຂົ້າຮ່ວມຂອງທ່ານ ນາງ ຈິນດາ ພົນເຕຊາ ຮອງປະທານສະຫະພັນກິລາດອກປີກໄກ່ແຫ່ງຊາດລາວ, ທ່ານ ລິມ ເຊັງຊາຍ ຮອງປະທານສະຫະພັນກິລາດອກປີກໄກ່ແຫ່ງຊາດລາວ, ທ່ານ ກຸ່ຍ ພົນເຕຊາ ຄະນະກຳມະການກິລາດອກປີກໄກ່ແຫ່ງຊາດລາວ ພ້ອມດ້ວຍນັກກິລາ ແລະ ມວນຊົນເຂົ້າຮ່ວມ.
ເພີ່ມເຕີມ