ລັດຖະບານ ຈະສືບຕໍ່ປະຕິບັດບັນດານະໂຍບາຍ ແລະ ມາດຕະການໃນທ້າຍປີ 2024

ລັດຖະບານ ຈະສືບຕໍ່ປະຕິບັດຫຼາຍມາດຕະການຕິດພັນກັບວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ

ລັດຖະບານ ຈະສືບຕໍ່ປະຕິບັດຫຼາຍມາດຕະການຕິດພັນກັບວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ
ໂດຍ: ວັນເພັງ ລັດຖະບານ ຈະສືບຕໍ່ປະຕິບັດບັນດານະໂຍບາຍ ແລະ ມາດຕະການໃນທ້າຍປີ 2024 ໂດຍສະເພາະການແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ

 

 ຕິດພັນກັບວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ການເພີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫຼຂອງລາຍຮັບງົບປະມານ. ພ້ອມນັ້ນ, ຈະສືບຕໍ່ຈັດຕັ້ງຜັນຂະຫຍາຍມະຕິກົມການເມືອງສູນກາງພັກ ສະບັບເລກທີ 04/ກມສພ ວ່າດ້ວຍການສ້າງເສດຖະກິດ ເອກະລາດເປັນເຈົ້າຕົນເອງ ໃນໄລຍະໃໝ່ (ສອຈ) ແລະ ມະຕິຂອງລັດຖະບານ ສະບັບເລກທີ 05/ລບ ຄຽງຄູ່ກັບການຈັດຕັ້ງປະຕິບັດບັນດາມາດຕະການຫຼາຍບັນຫາ.

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ລາຍງານກ່ຽວກັບແຜນການຈັດສັນງົບປະມານແຫ່ງລັດ ໃຫ້ກະຊວງ-ອົງການ ແລະ ທ້ອງຖິີ່ນ ປະຈໍາປີ 2025; ການດັດແກ້ແຜນງົບປະມານແຫ່ງລັດ ປີ 2024 ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 18 ພະຈິກນີ້ ໂດຍການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພະແຫ່ງຊາດ.

ທ່ານ ສັນຕິພາບ ພົມວິຫານ ກ່າວວ່າ: ຈະສືບຕໍ່ເອົາໃຈໃສ່ໃນການຄົ້ນຄວ້າສ້າງ ແລະ ປັບປຸງນິຕິກຳໃຫ້ສຳເລັດຄື: ປັບປຸງກົດໝາຍອາກອນລາຍໄດ້ ເພື່ອໃຫ້ສາມາດຮັບຮອງໃນກອງປະຊຸມສະພາ ປີ 2025, ຄົ້ນຄວ້າຮ່າງດໍາລັດການປັບໃໝຂອງຂະແໜງສ່ວຍສາອາກອນ, ອອກຄໍາແນະນໍາການຈັດຕັ້ງຜັນຂະຫຍາຍກົດໝາຍອາກອນມູນຄ່າເພີ່ມ(ອມພ), ຄໍາແນະນໍາການຄຸ້ມຄອງການສົ່ງອອກສິນຄ້າກະສິກຳ ແລະ ອື່ນໆ; ຈະຈັດຕັ້ງປະຕິບັດເງິນເດືອນ ຂັ້ນຕໍ່າຈາກ 1,850,000 ກີບ ມາເປັນ 2,200,000ກີບ/ຄົນ/ເດືອນ ເລີ່ມແຕ່ງວດທີ 1 ປີ 2025 ເປັນຕົ້ນໄປ ແລະ ສືບຕໍ່ສົມທົບກັບກະຊວງພາຍໃນ ແລະ ພາກສ່ວນທີ່ກ່ຽວຂ້ອງ ເພື່ອຄົ້ນຄວ້າປັບປຸງໂຄງສ້າງດັດສະນີເງິນເດືອນໃນໄລຍະຍາວ ໃຫ້ໃກ້ຄຽງກັບສະພາບເສດຖະກິດ ໃນແຕ່ລະໄລຍະຕາມຄວາມສາມາດຂອງງົບປະມານ; ສຸມໃສ່ອອກຄໍາແນະນໍາການຈັດຕັ້ງປະຕິບັດວຽກງານ ອມພ 9 ສະບັບ ແລະຂະຫຍາຍຖານ ອມພ ໃຫ້ຖືກຕ້ອງຄົບຖ້ວນ ຄັດເລືອກປະເພດກຸ່ມທຸລະກິດ ເພື່ອເປັນເປົ້າໝາຍ ໃນການຂະຫຍາຍຢ່າງຈິງຈັງ ໂດຍເລີ່ມຈາກກຸ່ມໂຮງແຮມ, ບ້ານພັກ, ຮ້ານອາຫານ, ຮ້ານຂາຍຄໍາ ແລະວັດຖຸມີຄ່າ, ມິນີມາກ, ຮ້ານຂາຍລົດ, ຮ້ານຂາຍເຄື່ອງກໍ່ສ້າງ ແລະອື່ນໆ ພ້ອມທັງການຕິດຕັ້ງ ເຄື່ອງບັນທຶກການຂາຍ ແລະ ການບໍລິການ (POS) ໃຫ້ຫົວໜ່ວຍທຸລະກິດດັ່ງກ່າວ; ພ້ອມທັງຄົ້ນຄວ້ານະໂຍບາຍ ເພື່ອຊຸກຍູ້ໃຫ້ບຸກຄົນ, ນິຕິບຸກຄົນ ແລະອົງການຈັດຕັ້ງຫັນມານໍາໃຊ້ໃບເກັບເງິນ ໃຫ້ຫຼາຍຂຶ້ນ; ຄຸ້ມຄອງການເກັບຄ່າທໍານຽມ, ຄ່າບໍລິການ ແລະ ບັນດາກອງທຶນຕ່າງໆ ໂດຍຫັນເປັນທັນສະໄໝ ຢ່າງລວມສູນ ໃຫ້ສອດຄ່ອງກັບມະຕິ 09/ລບ;ຄົ້ນຄວ້າເອົາອາກອນມອບເໝົາຈາກຊັບສິນດີຈີຕອນ ບວກເຂົ້າກັບຄ່າກະແສໄຟຟ້າ ເພື່ອຮັບປະກັນໃຫ້ ການເກັບລາຍຮັບດັ່ງກ່າວ ເຂົ້າງົບປະມານໃຫ້ຖືກຕ້ອງຄົບຖ້ວນ; ສຸມໃສ່ການເກັບອາກອນຈາກລັດຖະບັນຍັດປະທານປະເທດ ວ່າດ້ວຍອັດຕາອາກອນແບບເດັດຖານສະເພາະທຸລະກິດກາຊີໂນ ຊຶ່ງຄາດວ່າຈະເກັບໄດ້ 26.73 ລ້ານໂດລາ ເທົ່າກັບ 615 ຕື້ກີບ ຊຶ່ງລັດຖະບານຈະເກັບລາຍຮັບໄດ້ເພີ່ມຂຶ້ນ 150% ຕໍ່ປີ ຈາກພັນທະອາກອນມອບເໝົາຕາມສັນຍາທີ່ເກັບໃນປັດຈຸບັນ (10 ລ້ານໂດລາແລະ 15.1 ຕື້ກີບ/ປີ); ສືບຕໍ່ຕິດຕາມກວດກາ ບັນດາຫົວໜ່ວຍທຸລະກິດ ທີ່ນໍາເຂົ້າຜະລິດຕະພັນເຄື່ອງດື່ມທີ່ມີທາດເຫຼົ້າ ເພື່ອໄລ່ລຽງອາກອນຊົມໃຊ້ ໃຫ້ສອດຄ່ອງກັບກົດໝາຍ ແລະລະບຽບການ, ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ເພື່ອກວດກາຄືນ ການຈັດຕັ້ງປະຕິບັດອາກອນຊົມໃຊ້ ຂອງຫົວໜ່ວຍທຸລະກິດຜະລິດຢາສູບ ແລະ ເຄື່ອງດື່ມທີ່ມີທາດເຫຼົ້າ ລວມທັງການເຄື່ອນໄຫວຂອງຕົວແທນຈໍາໜ່າຍ; ຄຸ້ມຄອງການເກັບອາກອນທຸລະກິດການຂົນສົ່ງ, ການຄ້າທາງດີຈີຕອນ, Platform, Facebook ແລະ ອື່ນໆ ລວມທັງການຄ້າຂາຍອອນລາຍຈາກນິຕິບຸກ ຄົນພາຍໃນ ແລະ ຕ່າງປະເທດ ໂດຍສົມທົບກັບກົມດີຈີຕອນ ແລະ ທະນາຄານ, ກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງປ້ອງກັນຄວາມສະຫງົບ ເພື່ອຂຶ້ນທະບຽນ ແລະ ປະຕິບັດພັນທະຢ່າງຖືກຕ້ອງ ຊຶ່ງໃນປັດຈຸບັນລົງທະບຽນແລ້ວ 20 ຫົວໜ່ວຍ.

ຜັນຂະຫຍາຍ ໂມດຸນ FinPassຂອງລະບົບຊຳລະພັນທະງົບປະມານແຫ່ງລັດ ແບບລວມສູນ (Fin Link)ເພື່ອລວມສູນການເກັບລາຍຮັບ ພາສີ-ອາກອນ, ຄ່າທໍານຽມ-ຄ່າບໍລິການ (ຕາມລັດຖະບັນຍັດ 002/ປປທ) ແລະ ສືບຕໍ່ຜັນຂະຫຍາຍລະບົບແກ່ບັນດາ ຜູ້ໃຫ້ບໍລິການຈັດເກັບລາຍຮັບ ແລະ ພັນທະອື່ນໆ ໃຫ້ຮອງຮັບການເກັບລາຍຮັບຂອງບັນດາຫົວໜ່ວຍງົບປະມານ, ຢູ່ບັນດາດ່ານ, ຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ຫັນການຊຳລະເຂົ້າລະບົບລວມສູນຜ່ານຊ່ອງທາງດຽວ; ສືບຕໍ່ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງເປັນຕົ້ນ ກະຊວງປ້ອງກັນຄວາມສະຫງົບ, ກະຊວງໂຍທາທິການ ແລະ ຂົນສົ່ງ, ກະຊວງສາທາລະນະສຸກ, ກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ກະຊວງກະສິກຳ ແລະ ປ່າໄມ້ ແລະ ກະຊວງການຕ່າງປະເທດ ເພື່ອປຶກສາຫາລື ໃນການລວມສູນການເກັບລາຍຮັບຂອງຂະແໜງການຕ່າງໆ ຜ່ານໂມດູນຊໍາລະຄ່າທໍານຽມ-ຄ່າບໍລິການ ຢູ່ດ່ານພາສີ ແບບລວມສູນ (FinPass);ເພີ່ມທະວີການໂຄສະນາ ແລະ ຜັນຂະຫຍາຍ ແນະນໍາໃຫ້ຜູ້ປະກອບການ ແລະ ຜູ້ໂດຍສານໃຊ້ບໍລິການຊຳລະຜ່ານຊ່ອງ Application, ການຊຳລະຂ້າມທະນາຄານ, ການຊຳລະຜ່ານຕູ້ຮັບເງິນສົດ ແລະ ບໍ່ຮັບເງິນສົດ (KIOSK), ການຊຳລະຜ່ານ LAO QR, ການຊຳລະດີຈີຕອນຜ່ານ Mobile Banking ແລະ Mobile APP ຂອງບັນດາທະນາຄານ, EASY KIP, Wallet, ສ້າງຄໍາແນະນໍາໃນການຄຸ້ມຄອງນໍາໃຊ້ ລະບົບການຈັດເກັບຄ່າທໍານຽມ ແລະ ຄ່າບໍລິການແບບລວມສູນ ຜ່ານທະນາຄານ (FinPass) ຢູ່ດ່ານສາກົນ; ສືບຕໍ່ເຊື່ອມໂຍງຖານຂໍ້ມູນກັບຂະແໜງການທີ່ກ່ຽວຂ້ອງ ເພື່ອເຊື່ອມຕໍ່ຂໍ້ມູນເຂົ້າໃນລະບົບຖານຂໍ້ມູນໃຫຍ່ລວມສູນ, ເຊື່ອມຕໍ່ແລກປ່ຽນຂໍ້ມູນ ແລະ ວິເຄາະ-ວິໄຈຂໍ້ມູນ (LaoFIDA);13.ຄົ້ນຄວ້ານິຕິກຳໃນການຄຸ້ມຄອງ, ຕິດຕາມການເກັບອາກອນຈາກການຂາຍ Carbon Credit ຂອງຫົວໜ່ວຍທຸລະກິດ ທີ່ດຳເນີນທຸລະກໍາດັ່ງກ່າວ ຊຶ່ງກໍາລັງເປັນແຫຼ່ງລາຍຮັບໃໝ່, ປັດຈຸບັນ ມີ 11 ຫົວໜ່ວຍ ທີ່ໄດ້ໃຫ້ຄວາມສົນໃຈ.

ຄໍາເຫັນ

ຂ່າວການເມືອງ

ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

ທ່ານ ບຸນຈັນ ສີວົງພັນ ຮອງປະທານສະພາແຫ່ງຊາດ ຕາງໜ້າຄະນະປະຈຳສະພາແຫ່ງຊາດ ຫົວໜ້າກອງເລຂານຸການກອງປະຊຸມ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນສໍາເລັດຂອງການດໍາເນີນກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ.
ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບ

ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບ

ທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບຕໍ່ສື່ມວນຊົນ ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ ວ່າ: ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໄດ້ສຸມໃສ່ພິຈາລະນາບັນດາຮ່າງກົດໝາຍຈໍານວນ 8 ສະບັບ. ໃນນັ້ນ, ມີກົດໝາຍສ້າງໃໝ່ 1 ສະບັບ ແລະ ປັບປຸງ 7 ສະບັບ.
ສສຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສສຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສະມາຊິກສະພາແຫ່ງຊາດ (ສຊຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ຜົນສຳເລັດ ການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ຜົນສຳເລັດ ການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນສຳເລັດການພິຈາ ລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາປີ 2026 ແລະ ທິດທາງແຜນການປີ 2027 ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ.
ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ສສຊເຂດ 11 ບໍລິຄຳໄຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ສສຊເຂດ 11 ບໍລິຄຳໄຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານສອນທະນູທໍາມະວົງສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 11 ແຂວງບໍລິຄໍາໄຊໄດ້ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍລັດຖະບານ(ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 16ຕຸລາຜ່ານມາ,ທີ່ສະພາແຫ່ງຊາດໂດຍການເປັນປະທານຂອງທ່ານນາງສູນທອນໄຊຍະຈັກຮອງປະທານສະພາແຫ່ງຊາດ.
ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

​ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ເອົາໃຈໃສ່ປະກອບຄຳເຫັນຕໍ່ຮ່າງກົດ ໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນສະບັບສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນກົດໝາຍສະບັບສ້າງໃໝ່ ປະກອບດ້ວຍ VIII ພາກ, 8 ໝວດ ແລະ 66 ມາດຕາ ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້ ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ທ່ານ ນະຄະເສນ ສີຫາລາດ ສະເໜີ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານ ນະຄະເສນ ສີຫາລາດ ສະເໜີ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານ ນະຄະເສນ ສີຫາລາດ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງ ວຽງຈັນ (ນວ) ໄດ້ປະກອບຄໍາເຫັນໃສ່ຮ່າງກົດໝາຍ ວ່າດ້ວຍລັດຖະບານ (ສະບັບປັບປຸງ) ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 16 ຕຸລາຜ່ານມາ, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ.
ສະເໜີປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສະເໜີປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ທ່ານ ນາງ ບຸນຄໍາ ວໍລະຈິດ ຜູ້ວ່າການທະນາຄານແຫ່ງສປປລາວ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນໃນການປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນກົດໝາຍສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ມອນໄຊ ລາວມົວຊົ່ງ ຮອງປະທານສະພາແຫ່ງຊາດ.
ເພີ່ມເຕີມ