ລັດຖະບານ ດຳເນີນຫຼາຍວຽກງານ ທີ່ເປັນນະໂຍບາຍສະໜັບສະໜູນ ກະສິກຳ ແລະ ປ່າໄມ້

ລັດຖະບານ ດຳເນີນຫຼາຍວຽກງານ ທີ່ເປັນນະໂຍບາຍສະໜັບສະໜູນ ກະສິກຳ ແລະ ປ່າໄມ້
ໂດຍ: ສ.ບຸດປະຊາ
ໃນໄລຍະຜ່ານມາ, ລັດຖະບານ ກໍຄືກະຊວງກະສິກຳ ແລະ ປ່າໄມ້ (ກປ) ໄດ້ເອົາໃຈໃສ່ເຄື່ອນໄຫວວຽກງານ ເພື່ອດຳເນີນການໃຫ້ມີນະໂຍບາຍທີ່ສະໜັບສະໜູນວຽກງານ ກປ ລວມເຖິງການສ້າງນະໂຍບາຍແຫ່ງຊາດ, ການສ້າງ ແລະ ປັບປຸງນິຕິກຳຂອງກະຊວງ, ສ້າງໂຄງການສະເພາະ, ກຳນົດລາຍການສິນຄ້າກະສິກຳ ເພື່ອແນໃສ່ຫຼຸດຜ່ອນການນຳເຂົ້າຈາກຕ່າງປະເທດ ອັນເປັນການຊຸກຍູ້ພາຍໃນ ແລະ ປະກອບສ່ວນໃນການດຳເນີນແຜນການຕ່າງໆຂອງພັກ-ລັດ ໂດຍສະເພາະແມ່ນປະກອບສ່ວນສຳຄັນໃນການແກ້ໄຂບັນຫາເສດຖະກິດ-ການເງິນ ທີ່ເປັນວາລະແຫ່ງຊາດ.
ການແກ້ໄຂບັນຫາທາງດ້ານເສດຖະກິດ-ການເງິນ ທີ່ຕິດພັນກັບຂະແໜງກະສິກຳ ແລະ ປ່າໄມ້ ໄດ້ຖືກດຳເນີນຢ່າງມີຈຸດສຸມ ແລະ ຮີບດ່ວນ ເພື່ອເລັ່ງແກ້ໄຂບັນຫາການນໍາເຂົ້າ ແລະ ສົ່ງອອກສິນຄ້າກະສິກຳ ຢ່າງເປັນລະບົບ ໂດຍສະເພາະ “5 ເລັ່ງ” ທີ່ເປັນ 5 ວຽກງານຈຸດສຸມຂອງຂະແໜງ ກປ ເພື່ອຊຸກຍູ້ການສົ່ງອອກສິນຄ້າກະສິກຳ, ປັບປຸງລະບົບການຜະລິດກະສິກຳສະອາດ, ກຳນົດບັນຊີສິນຄ້າກະສິກຳທົດແທນການນໍາເຂົ້າ ແລະ ນະໂຍບາຍຢ່າງຮອບດ້ານ ລວມເຖິງການເລັ່ງປັບປຸງ ແລະ ພັດທະນາໂຄງລ່າງພື້ນຖານການຜະລິດ ແລະ ເຕັກນິກ ເພື່ອຫຼຸດຜ່ອນຕົ້ນທຶນການຜະລິດ, ຈັດບຸລິມະສິດ ແລະ ກຳນົດເຂດການລົງທຶນດ້ານກະສິນໍາ ຊຶ່ງໃນນີ້ມີຫຼາຍວຽກງານພົ້ນເດັ່ນ ໄດ້ເປີດເຜີຍຕໍ່ກະຊວງ/ອົງການກ່ຽວຂ້ອງ ແລະ ບັນດາທຸລະກິດໃນຂະແໜງ ກປ ໃນກອງປະຊຸມພົບປະ ລະຫວ່າງ ນາຍົກລັດຖະມົນຕີ ແລະ ຜູ້ປະກອບການຂະແໜງກະສິກຳ ແລະ ປ່າໄມ້ ຄັ້ງທີ 1 ທີ່ໄດ້ໃຫ້ຮູ້ວ່າ: ໄລຍະຜ່ານມາ ລັດຖະບານໄດ້ສຳເລັດການສ້າງ 2 ນະໂຍບາຍ ທີ່ເປັນນະໂຍບາຍແຫ່ງຊາດ ກໍຄື ນະໂຍບາຍແຫ່ງຊາດ ວ່າດ້ວຍ ການສົ່ງເສີມການລ້ຽງສັດ-ສັດນໍ້າ ແລະ ນະໂຍບາຍແຫ່ງຊາດ ວ່າດ້ວຍການສົ່ງເສີມການປູກພືດ ທີ່ພວກເຮົາກຳລັງພ້ອມກັນສຸ່ມໃສ່ຈັດຕັ້ງປະຕິບັດຢ່າງແຂງແຮງ ໃຫ້ເປັນຮູບປະທໍ ແລະ ມີປະສິດທິຜົນຕົວຈິງ.
ຄຽງຄູ່ກັນນັ້ນ, ກະຊວງ ກປ ກໍໄດ້ສ້າງ ແລະ ປັບປຸງນິຕິກຳຂອງກະຊວງ ທີ່ເປັນການຍູ້ແຮງການຜະລິດພາຍໃນ ແລະ ສົ່ງເສີມການຜະລິດເພື່ອສົ່ງອອກ ຊຶ່ງ ທ່ານ ເພັດ ພົມພິພັກ ລັດຖະມົນຕີ ກະຊວງ ກປ ໄດ້ລາຍງານໃນກອງປະຊຸມດັ່ງກ່າວວ່າ: ກະຊວງໄດ້ສ້າງ ແລະ ປັບປຸງນິຕິກຳທັງໝົດ 5 ສະບັບ ແລະ ໄດ້ສ້າງໂຄງການ ອັນເປັນໂຄງການສະເພາະ 20 ໂຄງການ (ລ້ຽງສັດ 6 ໂຄງການ, ປູກຝັງ 14 ໂຄງການ) ຊຶ່ງໃນນີ້ກໍມີ 4 ໂຄງການ ທີ່ເປັນບຸລິມະສິດຄື: ໂຄງການຜະລິດເຂົ້າສົ່ງອອກໄປປະເທດບຣູໄນ; ໂຄງການລ້ຽງງົວແມ່ພັນດີ, ລ້ຽງງົວທອມ ແລະ ຜະລິດສະໜອງນໍ້າເຊື້ອງົວພັນດີ; ໂຄງການລ້ຽງໝູພໍ່-ແມ່ພັນ ເພື່ອຜະລິດລູກນ້ອຍ; ໂຄງການລົງທຶນສ້າງໂຮງງານຜະລິດອາຫານສັດ ແລະ ບັນດາໂຄງການລ້ຽງສັດ ທີ່ເປັນຕ່ອງໂສ້.
ລັດຖະບານ, ຍັງໄດ້ກຳນົດລາຍການສິນຄ້າ ທີ່ສາມາດຜະລິດໄດ້ກຸ້ມກິນພາຍໃນ ແລະ ສະເໜີເກືອດຫ້າມນຳເຂົ້າ ຊຶ່ງປະກອບມີ ພືດ ແລະ ຜະລິດຕະພັນພືດ ຄື: ເຂົ້າ, ກາເຟ (ເມັດ, ບົດ, ສໍາເລັດຮູບ), ຊາ, ພືດກິນໃບ (ຜັກກາດ ທຸກປະເພດ, ຜັກກະລໍ່າປີ, ຜັກສະຫຼັດ, ຜັກຫົມ, ຜັກຫອມປ້ອມ, ຜັກຊີ, ຜັກບົ້ງ, ຜັກບົ່ວໃບ, ຫອມລາບ, ຫອມເປ, ຫອມແພວ, ບົວລະພາ, ໃບຂີ້ຫູດ); ພ້ອມນີ້, ກໍມີພືດກິນຫົວ ຄື:ຫົວຂິງ, ຫົວຂ່າ, ຫົວສີໄຄ, ເຜືອກ, ມັນດ້າງ, ມັນເພົາ, ມັນຕົ້ນ, ມັນສາຄູ, ຖົ່ວດິນ; ພືດກິນໝາກປະກອບ ມີ: ໝາກເຂືອ, ຖົ່ວຝັກຍາວ, ຖົ່ວເບີ, ຖົ່ວແຂກ, ໝາກແຕງ, ໝາກອຶ, ໝາກນໍ້າ, ໝາກໂຕ່ນ, ໝາກເຜັດນ້ອຍ, ສາລີແອ້ (ສາລີອ່ອນ), ໝາກໂມ, ໝາກບວບ, ໝາກແຄ້ງ, ຖົ່ວພູ; ປະເພດເຫັດ ປະກອບມີ: ເຫັດນາງລົມ, ເຫັດເຟືອງ, ເຫັດປວກ, ເຮັດເຜາະ, ເຫັດບົດ, ເຫັດລະໂງກ.
ສັດ ແລະ ຜະລິດຕະພັນສັດ ທີ່ໄດ້ກຳນົດລາຍການສິນຄ້າ ທີ່ສາມາດຜະລິດໄດ້ກຸ້ມກິນພາຍໃນ ແລະ ສະເໜີເກືອດຫ້າມນໍ້າເຂົ້າ ມີ: ປະເພດສັດເປັນ (ງົວ, ໝູ, ແບ້, ໄກ່ພັນຊີ້ນ, ໄກ່ສຸດໄຂ່, ໄກ່ລາດ, ໄກ່ສາມສາຍພັນ, ເປັດ, ຫ່ານ); ຜະລິດຕະພັນສັດ (ໄຂ່ໄກ່, ຊີ້ນໝູ, ຊີ້ນງົວ, ຊີ້ນແບ້, ຊີ້ນເປັດ, ຊີ້ນໄກ່, ຊີ້ນຫ່ານ, ປາແດກ, ຊິ້ນສ່ວນ ແລະ ເຄື່ອງໃນສັດ ທຸກປະເພດ; ລວມທັງປະເພດປານ້ໍາຈືດ ແລະ ຜະລິດຕະພັນປານໍ້າຈືດທຸກຊະນິດ.
ລັດຖະບານ ກໍຍັງໄດ້ກຳນົດລາຍການສິນຄ້າກະສິກໍາ ທີ່ຕ້ອງການໃຫ້ຫຼຸດຜ່ອນການນໍາເຂົ້າຈາກຕ່າງປະເທດຄື: ພືດ ແລະ ຜະລິດຕະພັນພືດ 11 ລາຍການມີຄື ຜັກກະລ່ໍາປີດອກຂຽວ (ຜັກບັອກເຄີລີ), ຜັກກະລ່ໍາປີດອກຂາວ, ຫົວຜັກທຽມ, ຫົວຜັກບົ່ວ, ຜັກເຊີນາລີ, ໝາກເຜັດໃຫຍ່, ໝາກເລັ່ນ, ຫົວຜັກກາດຂາວ, ຫົວກະລົດ, ມັນຝຣັ່ງ ແລະ ຫົວພິທູດ (Beetroot).
ບັນດາວຽກງານຂ້າງເທິງນັ້ນ, ກໍຄືບັນດານະໂຍບາຍທີ່ສະໜັບສະໜູນວຽກງານ ກປ ທີ່ລັດຖະບານ ແລະ ການມີສ່ວນຮ່ວມຂອງພາກທຸລະກິດ ລວມເຖິງປະຊາຊົນລາວບັນດາເຜົ່າ ກຳລັງພ້ອມກັນຈັດຕັ້ງປະຕິບັດ ພ້ອມທັງປະເມີນ ແລະ ຖອດຖອນບົດຮຽນ ເພື່ອປຶກສາຫາລື ແກ້ໄຂຂໍ້ຫຍຸ້ງຍາກທີ່ເປັນການກົດໜ່ວງຖ່ວງດຶງ ການຊຸກຍູ້ການຜະລິດສິນຄ້າກະສິກຳ, ຈໍລະຈອນສິນຄ້າກະສິກຳໄດ້ຢ່າງເປັນລະບົບ ຮັບປະກັນໃຫ້ກຸ້ມກິນພາຍໃນ, ສະໜອງການປຸງແຕ່ງສິນຄ້າກະສິກຳ-ປ່າໄມ້ ຢູ່ພາຍໃນຢ່າງພຽງພໍ ເພື່ອຫຼຸດຜ່ອນການນໍາເຂົ້າ ແລະ ມີສິນຄ້າກະສິກຳ-ປ່າໄມ້ໃນການສົ່ງອອກ ຢູ່ໃນລະບົບຂອງການນໍາເຂົ້າ-ສົ່ງອອກ ໃຫ້ເງິນຕາຕ່າງປະເທດເຂົ້າລະບົບທະນາຄານ ເພື່ອໃຫ້ເງິນຕາຕ່າງປະເທດເຂົ້າມາ ສປປ ລາວ ຫຼາຍຂຶ້ນ ອັນເປັນການຊ່ວຍແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ຢູ່ປະເທດເຮົາໃນປັດຈຸບັນ.

ຄໍາເຫັນ

ຂ່າວການເມືອງ

ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ພິທີມອບ-ຮັບ ໜ້າທີ່ເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 22 ທັນວານີ້ ຢູ່ຫ້ອງປະຊຸມຂອງເມືອງດັ່ງກ່າວ, ​ໂດຍ​ການເປັນ​ກຽດເຂົ້າຮ່ວມຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງຜູ້ແທນແນວລາວສ້າງຊາດ ແຂວງຄຳມ່ວນ ໄດ້ໄຂຂຶ້ນໃນວັນທີ 23 ທັນວານີ້, ໂດຍການເປັນປະທານຂອງທ່ານ ພິດສະໄໝ ກອງຊາເດດ ກຳມະການສູນກາງແນວລາວສ້າງຊາດ, ປະທານແນວລາວສ້າງຊາດແຂວງຄຳມ່ວນ, ເປັນກຽດເຂົ້າຮ່ວມມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຄໍາມ່ວນ, ມີບັນດາການນຳແຂວງ, ຄະນະກຳມະການແນວລາວສ້າງຊາດແຂວງ, ອົງການຈັດຕັ້ງມະຫາຊົນ ແລະ ແຂກຖືກເຊີນເຂົ້າຮ່ວມ.
ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ວັນທີ 22 ທັນວານີ້, ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມປືກສາຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ທີ່ຫ້ອງປະຊຸມຫ້ອງວ່າການເມືອງ ໂດຍການເປັນປະທານຂອງ ທ່ານ ຄໍາຫຼ້າ ຜີວວັນນາ ຄະນະປະຈໍາພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ IV ໄດ້ໄຂຂຶ້ນ ໃນວັນທີ 18 ທັນວານີ້ ທີ່ສະໂມສອນແຂວງສາລະວັນ, ໂດຍການເປັນປະທານຂອງທ່ານ ສີເຮັງ ຫອມສົມບັດ ປະທານສະພາປະຊາຊົນແຂວງສາລະວັນ, ເຂົ້າຮ່ວມມີທ່ານ ດາວວົງ ພອນແກ້ວ ກໍາມະການສູນກາງພັກ ເລຂາຄະນະບໍລິຫານພັກແຂວງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນແຂວງຄໍາມ່ວນ (ສພຂ) ຊຸດທີ IV ໄດ້ຈັດຂຶ້ນໃນວັນທີ 17 ທັນວານີ້, ໂດຍການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງ, ມີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ພ້ອມດ້ວຍຄະນະປະຈຳສະພາປະຊາຊົນແຂວງ, ຫົວໜ້າພະແນກການ, ກອງບັນຊາການ ປກຊ-ປກສ, ອົງການທຽບເທົ່າຂັ້ນແຂວງເຂົ້າຮ່ວມ.
ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ກອງປະຊຸມສະໄໝສາມັນເທື່ອທີ 10 ທີ່ເປັນກອງປະຊຸມທ້າຍສະໄໝຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 16 ທັນວານີ້ ທີ່ຫໍວັດທະນະທຳໄກສອນພົມວິຫານ ໂດຍການເປັນປະທານຂອງທ່ານ ກົງແກ້ວ ມີວໍລະຈັກ ປະທານສະພາປະຊາຊົນແຂວງ, ໃຫ້ກຽດເຂົ້າຮ່ວມໃນກອງປະຊຸມມີທ່ານ ນາງ ສູນທອນ ໄຊຍະຈັກ ຄະນະເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 13, ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງສະຫວັນນະເຂດ ພ້ອມດ້ວຍການນຳຂັ້ນສູງຂອງແຂວງ, ເມືອງ, ນະຄອນ ເຂົ້າຮ່ວມ.
ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ກອງປະຊຸມສະໄໝ ສາມັນເທື່ອທີ່ 10 ຂອງສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV, ໄດ້ໄຂຂຶ້ນ ໃນວັນທີ່ 16 ທັນວານີ້ ທີ່ສະໂມສອນໃຫຍ່ຫ້ອງວ່າການແຂວງ, ໂດຍເປັນປະທານຂອງ ທ່ານ ວົງສະຫວັນ ເທບພະຈັນ ປະທານສະພາປະຊາຊົນແຂວງ, ມີການນຳຂອງແຂວງ, ອະດິດສະມາຊິກ ສະພາແຫ່ງຊາດປະຈຳເຂດເລືອກຕັ້ງ, ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ ແລະ ສະມາຊິກສະພາປະຊາຊົນແຂວງ ເຂົ້າຮ່ວມ.
ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດຂຶ້ນໃນວັນທີ 16 ທັນວາ 2025 ທີ ຄະນະໂຄສະນາອົບຮົມສູນກາງພັກ(ຄອສພ) ,ພາຍໃຕ້ການເປັນປະທານກ່າວເປີດກອງປະຊຸມໂດຍ ສະຫາຍ ບົວໄລ ພານຸວົງ ເລຂາໜ່ວຍພັກ ,ໂດຍໃຫ້ກ່ຽດເຂົ້າຮ່ວມຂອງ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ ຮອງເລຂາຄະນະບໍລິຫານງານພັກ ຮອງ ຄອສພ ພ້ອມດ້ວຍສະມາຊິກພັກສົມບູນ ສຳຮອງ ແລນະ ແຂກຖືກເຊີນເຂົ້າຮ່ວມ.
ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ກອງປະຊຸມໃຫຍ່ ຄັ້ງທີ XVI ຂອງໜ່ວຍພັກສຳນັກຂ່າວສານປະເທດລາວ (ຂປລ) ໄດ້ຈັດຂຶ້ນໃນວັນທີ 15 ທັນວາ 2025 ໂດຍການເປັນປະທານຂອງ ສະຫາຍ ວັນນະສິນ ສິມມະວົງ ເລຂາໜ່ວຍພັກ, ຜູ້ອໍານວຍການໃຫຍ່ ສໍານັກຂ່າວສານປະເທດລາວ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີສະຫາຍເລຂາ, ຮອງເລຂາ ແລະ ຄະນະໜ່ວຍພັກ ອ້ອມຂ້າງຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ (ນວ) ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 15 ທັນວານີ້ ທີ່ອົງການປົກຄອງນະຄອນຫຼວງວຽງຈັນ (ນວ), ໂດຍການເປັນປະທານຂອງ ສະຫາຍ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ, ເຂົ້າຮ່ວມ ມີສະຫາຍ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ຮອງເຈົ້າຄອງ, ບັນດາສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ, ບັນດາສະມາຊິກສະພາປະຊາຊົນນະຄອນຫຼວງ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເພີ່ມເຕີມ