ລັດຖະບານ ກຳລັງສືບຕໍ່ແກ້ໄຂຫຼາຍບັນຫາທີ່ເປັນອຸປະສັກ ໃນການຂຶ້ນທະບຽນອອກໃບຕາດິນ

ລັດຖະບານ ກຳລັງສືບຕໍ່ແກ້ໄຂຫຼາຍບັນຫາທີ່ເປັນອຸປະສັກ ໃນການຂຶ້ນທະບຽນອອກໃບຕາດິນ
ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 6 ພະຈິກ ຜ່ານມາ, ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ (ຊສ) ໄດ້ມີວາລະຂຶ້ນຊີ້ແຈງ ຕໍ່ກັບຄໍາຖາມຂອງສະມາຊິກສະພາແຫ່ງຊາດ (ສສຊ) ຊຶ່ງ ທ່ານ ນາງ ບຸນຄໍາ ວໍລະຈິດ ລັດຖະມົນຕີກະຊວງ ຊສ ກໍໄດ້ຊີ້ແຈງຫຼາຍຄໍາຖາມ ໂດຍໃນນີ້ ກໍໄດ້ຍົກໃຫ້ເຫັນເຖິງຫຼາຍບັນຫາທີ່ເປັນອຸປະສັກ ໃນການຂຶ້ນທະບຽນອອກໃບຕາດິນ ເຮັດໃຫ້ປະຕິບັດໄດ້ພຽງ 27,50% ຂອງແຜນການ. ລັດຖະບານ, ກໍຄືກະຊວງ ຊສ ກຳລັງແກ້ໄຂ ແລະ ດຳເນີນ 8 ມາດຕະການ ເພື່ອຈະສາມາດຂຶ້ນທະບຽນອອກໃບຕາດິນ ໄດ້ສູງສຸດປະມານ 50%.
      ທ່ານ ນາງ ບຸນຄໍາ ວໍລະຈິດ ກ່າວວ່າ: ຕົວເລກສໍາມະໂນຕອນດິນ ທີ່ເຮົາເກັບກໍາໄດ້ທັງໝົດໃນທົ່ວປະເທດ ມີທັງໝົດ 3 ລ້ານກວ່າຕອນ, ຂຶ້ນທະບຽນອອກໃບຕາດິນສໍາເລັດແລ້ວ 1,5 ລ້ານກວ່າຕອນ, ຍັງປະມານ 1,6 ລ້ານຕອນ ຈຶ່ງເປັນຄາດໝາຍສູ້ຊົນ ຢາກໃຫ້ສໍາເລັດໃນປີ 2025. ການຈັດຕັ້ງປະຕິບັດຕົວຈິງ ເຄິ່ງສະໄໝ (2021-2025) ສາມາດຂຶ້ນທະບຽນອອກໃບຕາດິນໄດ້ 335.455 ຕອນ ຫຼື ປະມານ 21% ຂອງ ແຜນການ 5 ປີ. ສໍາລັບປີ 2023, ຈັດຕັ້ງປະຕິບັດຂຶ້ນທະບຽນອອກໃບຕາດິນ ໄດ້ພຽງແຕ່ 110.262 ຕອນ (ຂໍ້ມູນ ວັນທີ 23/10/2023) ເທົ່າກັບ 27.50 % ຂອງແຜນການປີ (400.000 ຕອນ), ຊຶ່ງເຫັນວ່າ ເປັນໄປໄດ້ຍາກ ທີ່ຈະບັນລຸໄດ້ຕາມຄາດໝາຍ, ຍ້ອນວ່າ ໃນການຈັດຕັ້ງປະຕິບັດ ຕົວຈິງ ຍັງມີຫຼາຍບັນຫາທີ່ເປັນອຸປະສັກ ເປັນຕົ້ນ ດິນທີ່ຍັງຄ້າງບໍ່ທັນອອກໃບຕາດິນ ສ່ວນຫຼາຍແມ່ນນອນໃນທີ່ດິນປຸກສ້າງ ແລະ ດິນກະສິກໍາ ໃນເຂດຊານເມືອງ ແລະ ຊົນນະບົດ ທີ່ເປັນເນື້ອທີ່ຂະໜາດໃຫຍ່, ຢູ່ຫ່າງໄກສອກຫຼີກ ເຮັດໃຫ້ການສໍາຫຼວດວັດແທກ ມີຄວາມຫຍຸ້ງຍາກ, ໃຊ້ເວລາ ແລະ ຕ້ອງອີງໃສ່ເວລາຂອງປະຊາຊົນ ທີ່ສະດວກ ເພື່ອມາໃຫ້ສໍາພາດ ແລະ ຂຶ້ນທະບຽນອອກໃບຕາດິນ; ນອກນີ້, ກໍນອນໃນທີ່ດິນປ່າໄມ້ ທີ່ບໍ່ສາມາດຂຶ້ນທະບຽນອອກໃບຕາດິນໃຫ້ປະຊາຊົນໄດ້ ຊຶ່ງຕາມຂໍ້ມູນແມ່ນມີ 3.167 ບ້ານ (ຄາດຄະເນ ມີຈໍານວນຕອນດິນ ປະມານ 683.620 ຕອນ) ຈະຕ້ອງໄດ້ສໍາຫຼວດ, ວັດແທກ, ສອບຖາມສິດນໍາໃຊ້ທີ່ດິນຂອງປະຊາຊົນ ທີ່ຢູ່ອາໄສ ແລະ ທໍາການຜະລິດ ເພື່ອສາມາດຈັດສັນຂຶ້ນທະບຽນອອກໃບຕາດິນໄດ້ ຊຶ່ງຕ້ອງໃຊ້ເວລາ ແລະ ງົບປະມານຫຼາຍ.
      ພ້ອມນີ້, ບັນຫາທີ່ເປັນອຸປະສັກ ກໍຍັງແມ່ນການຂາດງົບປະມານໃນເບື້ອງຕົ້ນ ຂອງການປະຕິບັດແຜນ ເຖິງຈະມີໂຄງການ ແລະ ງົບປະມານຊ່ວຍເຫຼືອຈາກສາກົນ ແຕ່ການກະກຽມເງື່ອນໄຂຕ່າງໆ ແມ່ນມີຫຼາຍເງື່ອນໄຂ ແລະ ຊັກຊ້າ ເຮັດໃຫ້ສາມາດຈັດຕັ້ງປະຕິບັດໃນກາງປີ 2023, ງົບປະມານລັດ ທີ່ໄດ້ຮັບໃນປີ 2023 ແມ່ນໄດ້ຮັບອະນຸມັດຊ້າ ແລະ ຖືກຊ່ວງລະດູຝົນ; ອຸປະກອນ, ພາຫະນະຮັບໃຊ້ ຍັງບໍ່ທັນພຽງພໍ, ພະນັກງານ ຍັງຈໍາກັດ ຢູ່ຂັ້ນທ້ອງຖິ່ນ, ຂາດແຜນຈັດສັນທີ່ດິນຂັ້ນບ້ານ ແລະ ປະຊາຊົນໃນບາງເຂດ ບໍ່ຢາກໄດ້ໃບຕາດິນ (ບໍ່ໃຫ້ການຮ່ວມມື).
      ເຖິງຢ່າງໃດກໍຕາມ, ລັດຖະບານ, ອົງການປົກຄອງທ້ອງຖິ່ນ ກໍຄື ຂະແໜງ ຊສ ກໍໄດ້ເອົາໃຈໃສ່ ໃນການສືບຕໍ່ສູ້ຊົນ, ແກ້ໄຂບັນຫາທີ່ເປັນອຸປະສັກ ໂດຍອີງໃສ່ທ່າແຮງ ແລະ ຄວາມສາມາດຕົວຈິງ, ພາຍໃຕ້ການສະໜັບສະໜູນ ແລະ ການຮ່ວມມືຂອງຫຼາຍພາກສ່ວນ. ສະເພາະ, ພາຍໃນກະຊວງ ຊສ ກໍໄດ້ດໍາເນີນມາດຕະການດັ່ງນີ້: 1) ແຕ່ງຕັ້ງຄະນະຮັບຜິດຊອບ 10 ຄະນະ, ປະກອບມີຄະນະກົມ ແລະ ວິຊາການຂອງກົມທີ່ດິນ ເພື່ອລົງຊຸກຍູ້ ການປັບປຸງວຽກງານຄຸ້ມຄອງທີ່ດິນ ແລະ ຂຶ້ນທະບຽນອອກໃບຕາດິນ ຢູ່ທຸກໆແຂວງໃນຂອບເຂດທົ່ວປະເທດ; 2) ເອົາໃຈໃສ່ ຜັນຂະຫຍາຍນິຕິກໍາລຸ່ມກົດໝາຍ ໃຫ້ຄົບຊຸດ ເພື່ອເປັນບ່ອນອີງໃຫ້ແກ່ການຂຶ້ນທະບຽນອອກໃບຕາດິນ ໂດຍສະເພາະ ທີ່ດິນປ່າໄມ້; 3) ຊຸກຍູ້ ອົງການປົກຄອງແຂວງ ແລະ ເມືອງ ໃນການສ້າງ ແລະ ປະກອບແຜນການນໍາໃຊ້ງົບປະມານເພື່ອຂຶ້ນທະບຽນອອກໃບຕາດິນ; 4) ເລັ່ງການຈັດຊື້ ແລະ ປະກອບອຸປະກອນ ໃຫ້ກັບໜ່ວຍງານຂຶ້ນທະບຽນອອກໃບຕາດິນຂອງເມືອງ ຕາມງົບປະມານຂອງໂຄງການ ແລະ ງົບປະມານທີ່ໄດ້ຮັບອະນຸມັດຈາກລັດຖະບານ ໃຫ້ສໍາເລັດໃນເດືອນພະຈິກ 2023 ນີ້; (ບາງອົງການປົກຄອງທ້ອງຖິ່ນ ກໍໄດ້ບິແບ່ງງົບປະມານຂອງແຂວງຕົນ ຊ່ວຍຈັດຊື້ອຸປະກອນ, ຈັດສັນທີ່ດິນ ແລະ ການປັບປຸງຫ້ອງການເມືອງ); 5) ສືບຕໍ່ປະສານສົມທົບ ກັບກະຊວງ/ຂະແໜງການກ່ຽວຂ້ອງ ໃຫ້ມີສ່ວນຮ່ວມໃນການຈັດສັນທີ່ດິນ ແລະ ຂຶ້ນທະບຽນອອກໃບຕາດິນ; 6) ເປີດໃຫ້ພາກສ່ວນເອກະຊົນ ມີສ່ວນຮ່ວມໃນວຽກງານສໍາຫຼວດ ວັດແທກທີ່ດິນ ແລະ ການຫັນເປັນທັນສະໄໝ; 7) ເຜີຍແຜ່ ແລະ ປູກຈິດສໍານຶກໃຫ້ກັບປະຊາຊົນ ທີ່ຢູ່ໃນບ້ານຫ່າງໄກສອກຫຼີກ ຮ່ວມມືເຂົ້າຮ່ວມໃນຂະບວນການຂຶ້ນທະບຽນອອກໃບຕາດິນ; 8) ປະສານສົມທົບກັບອົງການປົກຄອງທ້ອງຖິ່ນ ໃນການມອບວຽກ ຂຶ້ນທະບຽນອອກໃບຕາດິນ ແລະ ຈົດທະບຽນປ່ຽນແປງສິດນໍາໃຊ້ທີ່ດິນ ຈາກຂັ້ນແຂວງ ໃຫ້ຂັ້ນເມືອງ ໃຫ້ສໍາເລັດ.
ທ່ານ ລັດຖະມົນຕີກະຊວງ ຊສ ຍັງກ່າວວ່າ: ອີງໃສ່ການສຸມທຸກທ່າແຮງ ແລະ ປັບປຸງກົນໄກ ທີ່ກ່າວມາ, ຄາດຄະເນວ່າໃນອີກ 2 ເດືອນ (ພະຈິກ-ທັນວາ) ນີ້ ຈະສາມາດຂຶ້ນທະບຽນອອກໃບຕາດິນ ໄດ້ສູງສຸດປະມານ 220.000 ຕອນ ຫຼື ເທົ່າ ກັບ 55% ຂອງແຜນການປີ, ເພາະວ່າ ທີ່ດິນຈໍານວນໜຶ່ງ ໃນໂຄງການອອກໃບຕາດິນ ໄດ້ສໍາຫຼວດວັດແທກໄວ້ແລ້ວ, ລໍຖ້າການພິສູດຫຼັກຖານ ແລະ ການອະນຸມັດຈັດຕັ້ງປະຕິບັດຈາກໂຄງການທີ່ຍັງຄົງຄ້າງເງື່ອນໄຂຮັບຮອງບົດປະເມີນຜົນກະທົບສິ່ງແວດລ້ອມ ແລະ ສັງຄົມ ຈາກຜູ້ໃຫ້ທຶນ. ສໍາລັບແຜນປີ 2024, ໄດ້ສະເໜີຄາດໝາຍສູ້ຊົນ 300.000 ຕອນ, ນີ້ກໍຍັງເຫັນວ່າເປັນຕົວເລກທີ່ທ້າທາຍ ໃນການຈັດຕັ້ງປະຕິບັດ. ອີງໃສ່ຂໍ້ຫຍຸ້ງຍາກຂ້າງເທິງ, ແຕ່ກໍຈະສຸມທັງກໍາລັງທີ່ມີ ເພື່ອປະຕິບັດຄາດໝາຍດັ່ງກ່າວ ແລະ ຮຽກຮ້ອງມາຍັງທຸກພາກພາກສ່ວນ ຊ່ວຍກັນສະໜັບສະໜູນ ໂດຍສະເພາະ ສສຊ ໃນການລົງເຜີຍແຜ່ ແລະ ສ້າງຄວາມເຂົ້າໃຈໃຫ້ປະຊາຊົນ ຮ່ວມມື ແລະ ພິຈາລະນາງົບປະມານເພີ່ມໃຫ້ແກ່ການຈັດຕັ້ງປະຕິບັດວຽກງານດັ່ງກ່າວ.
(ຂ່າວ-ພາບ: ສຸກສະຫວັນ)

ຄໍາເຫັນ

ຂ່າວການເມືອງ

ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

ທ່ານ ບຸນຈັນ ສີວົງພັນ ຮອງປະທານສະພາແຫ່ງຊາດ ຕາງໜ້າຄະນະປະຈຳສະພາແຫ່ງຊາດ ຫົວໜ້າກອງເລຂານຸການກອງປະຊຸມ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນສໍາເລັດຂອງການດໍາເນີນກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ.
ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບ

ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບ

ທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບຕໍ່ສື່ມວນຊົນ ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ ວ່າ: ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໄດ້ສຸມໃສ່ພິຈາລະນາບັນດາຮ່າງກົດໝາຍຈໍານວນ 8 ສະບັບ. ໃນນັ້ນ, ມີກົດໝາຍສ້າງໃໝ່ 1 ສະບັບ ແລະ ປັບປຸງ 7 ສະບັບ.
ສສຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສສຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສະມາຊິກສະພາແຫ່ງຊາດ (ສຊຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ຜົນສຳເລັດ ການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ຜົນສຳເລັດ ການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນສຳເລັດການພິຈາ ລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາປີ 2026 ແລະ ທິດທາງແຜນການປີ 2027 ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ.
ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ສສຊເຂດ 11 ບໍລິຄຳໄຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ສສຊເຂດ 11 ບໍລິຄຳໄຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານສອນທະນູທໍາມະວົງສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 11 ແຂວງບໍລິຄໍາໄຊໄດ້ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍລັດຖະບານ(ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 16ຕຸລາຜ່ານມາ,ທີ່ສະພາແຫ່ງຊາດໂດຍການເປັນປະທານຂອງທ່ານນາງສູນທອນໄຊຍະຈັກຮອງປະທານສະພາແຫ່ງຊາດ.
ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

​ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ເອົາໃຈໃສ່ປະກອບຄຳເຫັນຕໍ່ຮ່າງກົດ ໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນສະບັບສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນກົດໝາຍສະບັບສ້າງໃໝ່ ປະກອບດ້ວຍ VIII ພາກ, 8 ໝວດ ແລະ 66 ມາດຕາ ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້ ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ທ່ານ ນະຄະເສນ ສີຫາລາດ ສະເໜີ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານ ນະຄະເສນ ສີຫາລາດ ສະເໜີ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານ ນະຄະເສນ ສີຫາລາດ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງ ວຽງຈັນ (ນວ) ໄດ້ປະກອບຄໍາເຫັນໃສ່ຮ່າງກົດໝາຍ ວ່າດ້ວຍລັດຖະບານ (ສະບັບປັບປຸງ) ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 16 ຕຸລາຜ່ານມາ, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ.
ສະເໜີປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສະເໜີປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ທ່ານ ນາງ ບຸນຄໍາ ວໍລະຈິດ ຜູ້ວ່າການທະນາຄານແຫ່ງສປປລາວ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນໃນການປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນກົດໝາຍສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ມອນໄຊ ລາວມົວຊົ່ງ ຮອງປະທານສະພາແຫ່ງຊາດ.
ເພີ່ມເຕີມ