ລັດຖະບານ ສປ ຈີນ ມອບທຶນຊ່ວຍເຫຼືອ 60 ລ້ານກວ່າຢວນ ເພື່ອຍົກລະດັບໂຮງຮງນ ມສ ສະຫວັນ

ລັດຖະບານ ສປ ຈີນ ມອບທຶນຊ່ວຍເຫຼືອ 60 ລ້ານກວ່າຢວນ ເພື່ອຍົກລະດັບໂຮງຮງນ ມສ ສະຫວັນ
ໃນວັນທີ 14 ສິງຫາ 2026 ທີ່ໂຮງຮຽນມັດທະຍົມສົມບູນ ສະຫວັນ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໄດ້ມີພິທີວາງສີລາລຶກ ແລະ ເປີດໂຄງການຍົກລະດັບ-ປັບປຸງກໍ່ສ້າງອາຄານຮຽນຂອງໂຮງຮຽນ ມສ ສະຫວັນ ຢ່າງເປັນທາງການ, ໂຄງການດັ່ງກ່າວແມ່ນໄດ້ຮັບທຶນຊ່ວຍເຫຼືອຈາກລັດຖະບານ ສປ ຈີນ ພາຍໃຕ້ໂຄງການ CHINA AID For Shared Future ມູນຄ່າ 60 ລ້ານກວ່າຢວນ ເພື່ອຍົກລະດັບພື້ນຖານໂຄງລ່າງດ້ານການສຶກສາໃຫ້ທັນສະໄໝ ໂດຍການປະສານງານ ແລະ ຮ່ວມມືກັບ ພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ເຊິ່ງການຈັດງານຄັ້ງນີ້ຍັງເປັນການສະເຫຼີມສະຫຼອງ ສາຍພົວພັນການທູດ ລາວ-ຈີນ ຄົບຮອບ 65 ປີ ອີກດ້ວຍ.
ລດຖະບານ ສປ ຈນ ມອບທນຊວຍເຫອ 60 ລານກວາຢວນ ເພອຍກລະດບໂຮງຮງນ ມສ ສະຫວນ - image 1
 

ໃນພິທີ, ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ທອງໃສ ໄຊຍະວົງຄຳດີ ຮອງປະທານຄະນະກຳມະການປົກຄອງແຂວງສະຫວັນນະເຂດ, ທ່ານ ຄຳພອນ ຫົວໜ້າຫ້ອງການ ຄະນະກຳມະການຮ່ວມມື ລາວ-ຈີນ ແລະ ທ່ານ ນາງ ຫຼີຊີເຈີ່ນ ທີ່ປຶກສາດ້ານເສດຖະກິດ ສະຖານເອກອັກຄະລັດຖະທູດ ສປ ຈີນ ປະຈຳ ສປປ ລາວ. ພ້ອມນີ້ ກໍຍັງມີຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ຕະຫຼອດຮອດການນຳຂັ້ນຕ່າງໆ, ຕົວແທນຈາກ ກຸ່ມບໍລິສັດຮ່ວມມືດ້ານເສດຖະກິດ-ເຕັກນິກສາກົນຈຽງຊູຈີນ ຈຳກັດ ເຊິ່ງເປັນບໍລິສັດຮັບເໝົາກໍ່ສ້າງ ພ້ອມດ້ວຍຄູ-ອາຈານ ແລະ ນັກຮຽນເຂົ້າຮ່ວມຢ່າງພ້ອມພຽງ.

ລດຖະບານ ສປ ຈນ ມອບທນຊວຍເຫອ 60 ລານກວາຢວນ ເພອຍກລະດບໂຮງຮງນ ມສ ສະຫວນ - image 2
 

ໂອກາດນີ້, ທ່ານ ທອງໃສ ໄຊຍະວົງຄຳດີ ໄດ້ກ່າວປາໄສວ່າ: ໂຮງຮຽນ ມສ ສະຫວັນ ສ້າງຕັ້ງຂຶ້ນແຕ່ປີ 1960 ຊຶ່ງມີປະຫວັດຍາວນານ ແຕ່ປັດຈຸບັນສະພາບອາຄານແມ່ນໄດ້ຊຸດໂຊມລົງຫຼາຍ. ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການຍົກລະດັບຄຸນນະພາບການສຶກສາ ລັດຖະບານ ສປ ຈີນ ຈຶ່ງໄດ້ມອບທຶນຊ່ວຍເຫຼືອເພື່ອນຳມາຈັດຕັ້ງປະຕິບັດໜ້າວຽກຫຼັກຄື: ການທຸບມ້າງອາຄານເກົ່າ, ການກໍ່ສ້າງອາຄານໃໝ່, ການສະໜອງອຸປະກອນການຮຽນ-ການສອນ ແລະ ການຝຶກອົບຮົມການນຳໃຊ້ອຸປະກອນໃຫ້ແກ່ຄູ-ອາຈານ.ສຳລັບພາບລວມຂອງໂຄງການກໍ່ສ້າງໃໝ່ນີ້ ແມ່ນກວມເອົາເນື້ອທີ່ປະມານ 10,000 ຕາແມັດ, ມີເນື້ອທີ່ອາຄານທັງໝົດ 6,095 ຕາແມັດ ຊຶ່ງປະກອບມີ ອາຄານສິດສອນ ແລະ ຫໍກິລາໃນຮົ່ມ, ອາຄານສຳນັກງານ, ປ້ອມຍາມ ແລະ ພື້ນຖານໂຄງລ່າງດ້ານນອກ ຊຶ່ງລາຍລະອຽດແຕ່ລະພາກສ່ວນມີດັ່ງນີ້ ອາຄານສິດສອນ: ປະກອບມີ ຫ້ອງຮຽນທົ່ວໄປ, ຫ້ອງທົດລອງຟີຊິກສາດ, ເຄມີສາດ ແລະ ຊີວະສາດ, ຫ້ອງຮຽນວິທະຍາສາດ-ສັງຄົມ, ຫ້ອງຮຽນຮູບແບບທັນສະໄໝ, ຫ້ອງອ່ານໜັງສື, ຫ້ອງປະຖົມພະຍາບານ, ຫ້ອງຄອມພິວເຕີ, ຫ້ອງຄວບຄຸມໄຟ ແລະ ຫ້ອງສູບນໍ້າພາຍໃນ; ຫໍກິລາໃນຮົ່ມ: ເປັນສະໜາມຝຶກຊ້ອມບານບ້ວງ ແລະ ບານສົ່ງ ຊຶ່ງປະກອບມີ ເວທີ, ຫ້ອງຄວບຄຸມ, ຫ້ອງເກັບມ້ຽນອຸປະກອນ ແລະ ຖັງດັບເພີງ; ອາຄານສຳນັກງານ: ປະກອບມີ ຫ້ອງການຜູ້ອຳນວຍການ, ຫ້ອງການ ແລະ ຫ້ອງປະຊຸມ.

ໂຄງການນີ້ຈະໃຊ້ໄລຍະເວລາການກໍ່ສ້າງ 14 ເດືອນ ໂດຍການຮັບເໝົາກໍ່ສ້າງຂອງ ກຸ່ມບໍລິສັດຮ່ວມມືດ້ານເສດຖະກິດ-ເຕັກນິກສາກົນຈຽງຊູຈີນ ຈຳກັດ.

ໂອກາດນີ້, ທ່ານ ກິ່ງມະໂນ ພົມມະຫາໄຊ ໄດ້ກ່າວສະແດງຄວາມຂອບໃຈຕໍ່ພັກ-ລັດ ແລະ ປະຊາຊົນຈີນ ທີ່ໃຫ້ການຊ່ວຍເຫຼືອ ພ້ອມທັງເນັ້ນໜັກວ່າ: ໂຄງການນີ້ບໍ່ແມ່ນພຽງແຕ່ການກໍ່ສ້າງດ້ານວັດຖຸອາຄານເທົ່ານັ້ນ, ແຕ່ມັນແມ່ນໝາກຜົນອັນຈົບງາມຂອງສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານໝັ້ນຄົງຍາວນານ ຕາມທິດ 4 ດີ ແລະ ການຮ່ວມມືເປັນຄູ່ຮ່ວມຊະຕາກໍາ ລາວ-ຈີນ ຈີນ-ລາວ ຢ່າງແທ້ຈິງ. ທຶນຊ່ວຍເຫຼືອຄັ້ງນີ້ ຈະເປັນທຶນຮອນອັນມະຫາສານໃນການຫັນປ່ຽນໂສມໜ້າ ແລະ ຍົກລະດັບພື້ນຖານໂຄງລ່າງຂອງ ມສ ສະຫວັນ ໃຫ້ມີຄວາມທັນສະໄໝ, ປອດໄພ ແລະ ເອື້ອອໍານວຍຄວາມສະດວກໃຫ້ແກ່ການຮຽນ-ການສອນໄດ້ຢ່າງເຕັມຮູບແບບ.

ຂະນະດຽວກັນ, ທ່ານ ນາງ ຫຼີຊີເຈີ່ນ ກໍໄດ້ກ່າວວ່າ: ໂຄງການຊ່ວຍເຫຼືອລ້າຄັ້ງນີ້ ແມ່ນຈັດຕັ້ງປະຕິບັດຕາມ ແຜນປະຕິບັດງານວ່າດ້ວຍການສ້າງຄູ່ຮ່ວມຊະຕາກໍາ ຈີນ-ລາວ ລາວ-ຈີນ (2024-2028) ແລະ ເປັນບາດກ້າວສຳຄັນຂອງ ໂຄງການກໍ່ສ້າງໂຮງຮຽນ 10 ແຫ່ງ ທີ່ຈີນຊ່ວຍເຫຼືອລາວ. ຝ່າຍຈີນຈະໃຫ້ການສະໜັບສະໜູນຢ່າງເຕັມທີ່ເພື່ອຊຸກຍູ້ການກໍ່ສ້າງ ແລະ ຫວັງຢ່າງຍິ່ງວ່າຈະໄດ້ຮ່ວມມືກັບຝ່າຍລາວຢ່າງໃກ້ຊິດ ເພື່ອຮ່ວມກັນສ້າງໂຄງການດັ່ງກ່າວໃຫ້ກາຍເປັນອະນຸສາວະລີແຫ່ງຍຸກສະໄໝ ທີ່ສະແດງໃຫ້ເຫັນເຖິງໝາກຜົນຂອງການສ້າງຄູ່ຮ່ວມຊະຕາກຳ ຈີນ-ລາວ ຢ່າງມີຊີວິດຊີວາ.

ໃນຕອນທ້າຍຂອງພິທີ, ຄະນະປະທານ ພ້ອມດ້ວຍຄະນະນຳຂັ້ນຕ່າງໆ ແລະ ແຂກທີ່ຖືກເຊີນທຸກພາກສ່ວນ ກໍໄດ້ຮ່ວມກັນຕັດແຖບຜ້າ, ລັ່ນຄ້ອງ 9 ບາດ ພ້ອມທັງຊວ້ານດິນ ເພື່ອວາງສີລາລຶກເປີດໂຄງການຍົກລະດັບ ແລະ ປັບປຸງກໍ່ສ້າງອາຄານຮຽນ ມສ ສະຫວັນ ຢ່າງເປັນທາງການ ພາບ-ຂ່າວ: ພານຸມາດ (ສກຂ ສະຫວັນນະເຂດ)

ຄໍາເຫັນ

ຂ່າວສືກສາ-ກິລາ

ເລຂາພັກແຂວງຄໍາມ່ວນກວດ​ກາສະ​ພາບໂຮງຮຽນ ມ.ປ ທ່າແຂກ ພ້ອມມອບເງິນສະໜັບສະ​ໜູນສ້ອມແປງ

ເລຂາພັກແຂວງຄໍາມ່ວນກວດ​ກາສະ​ພາບໂຮງຮຽນ ມ.ປ ທ່າແຂກ ພ້ອມມອບເງິນສະໜັບສະ​ໜູນສ້ອມແປງ

ທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຄໍາມ່ວນ ໄດ້ລົງຕິດຕາມ ສະພາບອາຄານຮຽນຂອງໂຮງຮຽນ ມ.ປ ທ່າແຂກ ໃນ​ວັນ​ທີ 16 ພະ​ຈິກ​ຜ່ານ​ມາ, ໂດຍມີ ທ່ານ ຄໍາໜັ້ນ ສໍປະເສີດ ເລຂາພັກເມືອງທ່າແຂກ, ທ່ານ ນາງ ສຸກຂະເສີມ ສິດທິເດດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ພ້ອມພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ມສນາໄຊເປີດແຂ່ງຂັນກິລາ-ສີລະປະປະຈຳສົກຮຽນ2026-2027ຢ່າງຄຶກຄື້ນ

ມສນາໄຊເປີດແຂ່ງຂັນກິລາ-ສີລະປະປະຈຳສົກຮຽນ2026-2027ຢ່າງຄຶກຄື້ນ

ຂະບວນການແຂ່ງຂັນກິລາ-ສີລະປະ ປະຈຳສົກຮຽນ 2026-2027 ຂອງໂຮງຮຽນມັດທະຍົມສົມບູນນາໄຊ ເມືອງ ແລະ ແຂວງສາລະວັນ ໄດ້ຈັດຂຶ້ນດ້ວຍບັນຍາກາດຟົດຟຶ້ນ, ໃນພິທີໄດ້ການເດີນສວນສະໜາມ 8 ກ້ອນກຳລັງ ຄື: ກ້ອນກຳລັງເຍົາວະຊົນ, ສີລະປະ, ນັກຮຽນ, ກິລາເປຕັງ, ກິລາບານເຕະ, ກິລາບານສົ່ງ, ກິລາກະຕໍ້ ປະເພດຊາຍ-ຍິງ, ກ້ອນກຳລັງຊາວໜຸ່ມ-ແມ່ຍິງ ແລະ ກ້ອນກຳລັງກຳມະການ, ພ້ອມທັງສະແດງສີລະປະ ປະເພດບົດຟ້ອນ ແລະ ບົດເພງ ຈາກນ້ອງນັກຮຽນ.
ເປີດການແຂ່ງຂັນກິລາເບສບອນ ຊີງຂັນທູດ ສ ເກົາຫຼີ ປະຈຳລາວ ຄັ້ງທີ 5

ເປີດການແຂ່ງຂັນກິລາເບສບອນ ຊີງຂັນທູດ ສ ເກົາຫຼີ ປະຈຳລາວ ຄັ້ງທີ 5

ວັນທີ 12 ພະຈິກ ຜ່ານມາ ທີ່ສະໜາມກິລາເບສບອນແຫ່ງຊາດ (ຫຼັກ 16) ນະຄອນຫຼວງວຽງຈັນ (ນວ), ສະຫະພັນກິລາເບສບອນ-ຊັອບບອນແຫ່ງຊາດລາວ ໄດ້ຈັດພິທີເປີດການແຂ່ງຂັນກິລາເບສບອນ-ຊັອບບອນ ຊີງຂັນທ່ານເອກອັກຄະລັດຖະທູດ ສ ເກົາຫຼີ ປະຈຳ ສປປ ລາວ ຄັ້ງທີ 5 ຂຶ້ນຢ່າງເປັນທາງການ ພາຍໃຕ້ການເປັນປະທານຂອງທ່ານ ຄຳຜາຍ ສີສະຫວັນ ປະທານສະຫະພັນເບສບອນ-ຊັອບບອນແຫ່ງຊາດລາວ, ມີ ທ່ານ ແສງພອນ ພົນອາມາດ ຮອງປະທານຄະນະກຳມະການໂອແລັມປິກແຫ່ງຊາດລາວ, ທ່ານ ບຸນມາ ທຳມະວົງ ຮອງຫົວໜ້າກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ນາງ ລີຢູຈິນ (LEE YOO JIN) ຮອງເລຂາທິການສະຖານທູດ ສ ເກົາຫຼີ ປະຈຳ ສປປ ລາວ ພ້ອມດ້ວຍຄະນະບໍລິຫານງານສະຫະພັນ, ຜູ້ໃຫ້ການສະໜັບສະໜູນ, ຄະນະກຳມະການຕັດສິນ, ຄູຝຶກ, ນັກກິລາ ແລະ ແຂກຖືກເຊີນ ເຂົ້າຮ່ວມ.
ຜົນສຳເລັດສຳມະນາວິທະຍາສາດ ພັດທະນາໂຮງຮຽນການເມືອງ ທົ່ວປະເທດ ໃຫ້ເຂັ້ມແຂງ

ຜົນສຳເລັດສຳມະນາວິທະຍາສາດ ພັດທະນາໂຮງຮຽນການເມືອງ ທົ່ວປະເທດ ໃຫ້ເຂັ້ມແຂງ

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ຮ່ວມກັບໂຮງຮຽນການເມືອງແລະ ການປົກຄອງແຂວງຫຼວງນ້ຳທາ ຈັດກອງປະຊຸມສຳມະນາວິທະຍາສາດທົ່ວປະເທດພາຍໃຕ້ຫົວຂໍ້: “ພັດທະນາໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫຼວງ ໃຫ້ເຂັ້ມແຂງ” ຈັດຂຶ້ນໃນວັນທີ 11 ພະຈິກຜ່ານມາ. ກອງປະຊຸມຄັ້ງນີ້ໄດ້ຮຽນເຊີນທ່ານ ອານຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ຫົວໜ້າ ສມປຊ ເປັນປະທານ ແລະ ກ່າວເປີດກອງປະຊຸມຢ່າງເປັນທາງການ; ໂດຍມີທ່ານ ສຸພາວະດີ ຫຼ້າຄຳສາຍ ຄະນະບໍລິຫານງານພັກ ຮອງຫົວໜ້າ ສມປຊ ເປັນຜູ້ດຳເນີນການສຳມະນາ. ເຂົ້າຮ່ວມກອງປະຊຸມມີຄະນະພັກ, ຄະນະອຳນວຍການ, ຄູ-ອາຈານ, ນັກວິທະຍາສາດແລະ ຄະນະຮັບຜິດຊອບຕາງໜ້າໃຫ້ໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫຼວງທັງ 18 ໂຮງຮຽນໃນທົ່ວປະເທດ.
ວິທະຍາໄລເຕັກນິກກະສິກໍາດົງຄຳຊ້າງ ແຂ່ງຂັນ AI+ກະສິກຳ ປີ 2026

ວິທະຍາໄລເຕັກນິກກະສິກໍາດົງຄຳຊ້າງ ແຂ່ງຂັນ AI+ກະສິກຳ ປີ 2026

ວັນທີ 11 ພະຈິກຜ່ານມາ, ວິທະຍາໄລເຕັກນິກກະສິກຳດົງຄຳຊ້າງ ໄດ້ຈັດການແຂ່ງຂັນທັກສະສີມື “AI+ກະສິກຳ” ປະຈຳປີ 2026 ພາຍໃຕ້ໂຄງການສີມືແຮງງານກະສິກຳແບບທັນສະໄໝ ລາວ-ຈີນ ໂດຍມີທ່ານ ຕຽງຄຳ ໄຊຍະວົງ ຮັກສາການ ຜູ້ອຳນວຍການວິທະຍາໄລ ເປັນປະທານ ພ້ອມດ້ວຍຕົວແທນພາກລັດ, ເອກະຊົນ ຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມ.
ອຸທຸມພອນ ແຈກຢາຍຢາຂ້າແມ່ທ້ອງໃຫ້ນັກຮຽນປະຖົມ-ມັດທະຍົມ

ອຸທຸມພອນ ແຈກຢາຍຢາຂ້າແມ່ທ້ອງໃຫ້ນັກຮຽນປະຖົມ-ມັດທະຍົມ

ເມືອງອຸທຸມພອນ ແຂວງສະຫວັນນະເຂດ ຈັດພິທີແຈກຢາຍຢາກິນຂ້າແມ່ທ້ອງໃຫ້ນັກຮຽນຊັ້ນປະຖົມ ແລະ ມັດທະຍົມຕອນຕົ້ນທົ່ວເມືອງ ໃນວັນທີ 12 ພະຈິກນີ້, ທີ່ເດີ່ນໂຮງຮຽນ ມສ ອຸທຸມພອນໂດຍການເຂົ້າຮ່ວມຂອງທ່ານ ໂພໄຊ ອິນທະວົງສາ ປະທານຄະນະກໍາມະການປົກຄອງເມືອງ, ມີທ່ານ ບຸນໂຮງ ແສງອາລຸນ ຫົວໜ້າຫ້ອງການສາທາລະນະສຸກເມືອງ, ທ່ານ ສອນວິໄລ ອຸພະມີໄຊ ຫົວໜ້າຫ້ອງການສຶກສາທິການ-ກິລາເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສປປ ລາວ ກຽມເປັນເຈົ້າພາບຈັດແຂ່ງຂັນກິລາເພາະກາຍ ຊີງແຊັມໂລກຕົ້ນເດືອນທັນວານີ້

ສປປ ລາວ ກຽມເປັນເຈົ້າພາບຈັດແຂ່ງຂັນກິລາເພາະກາຍ ຊີງແຊັມໂລກຕົ້ນເດືອນທັນວານີ້

ພິທີຖະແຫຼງຂ່າວ ການແຂ່ງຂັນກິລາເພາະກາຍຊີງແຊັມໂລກ ຄັ້ງທີ 17 ທີ່ ສປປ ລາວ ເປັນເຈົ້າ ພາບ ຈັດຂຶ້ນໃນວັນທີ 11 ພະຈິກນີ້ ທີ່ໂຮງແຮມດອນຈັນພາເລດ, ໂດຍມີທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ປະທານສະຫະພັນກິລາເພາະກາຍແຫ່ງຊາດລາວ ທັງເປັນປະທານຈັດງານກິລາເພາະກາຍຊີງແຊັມໂລກ ຄັ້ງທີ 17, ມີທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ) ທັງເປັນຄະນະປະທານຮ່ວມຊີ້ນໍາຈັດການແຂ່ງຂັນເພາະກາຍຊີງແຊັມໂລກ ຄັ້ງທີ 17, ມີບັນດາການນໍາຈາກກະຊວງ, ຄະນະອໍານວຍການ, ຜູ້ໃຫ້ການສະໜັບສະໜູນ, ຄະນະສະຫະພັນກິລາເພາະກາຍ, ຄູຝຶກ ແລະ ນັກກິລາ ເຂົ້າຮ່ວມ.
ຜູ້ບໍລິຫານ-ຄຸ້ມຄອງໂຮງຮຽນການເມືອງ ທົ່ວປະເທດ ແລກປ່ຽນຄຳເຫັນຢ່າງກົງໄປກົງມາ ຕາມ “ຄຳຖາມເຈາະຈີ້ມ” ແລະ ການຊີ້ແຈງແກ້ໄຂຈາກສມປຊ

ຜູ້ບໍລິຫານ-ຄຸ້ມຄອງໂຮງຮຽນການເມືອງ ທົ່ວປະເທດ ແລກປ່ຽນຄຳເຫັນຢ່າງກົງໄປກົງມາ ຕາມ “ຄຳຖາມເຈາະຈີ້ມ” ແລະ ການຊີ້ແຈງແກ້ໄຂຈາກສມປຊ

ວັນທີ 10 ພະຈິກ ນີ້ ຕໍ່ເນື່ອງຈາກວາລະກອງປະຊຸມໃນວັນທຳອິດຜ່ານມາ, ພາຍໃຕ້ການເປັນປະທານ ທ່ານ ອານຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ), ກອງປະຊຸມສະຫຼຸບຖອດຖອນບົດຮຽນຜູ້ບໍລິຫານ-ຄຸ້ມຄອງໂຮງຮຽນການເມືອງ ແລະ ການປົກຄອງແຂວງ ນະຄອນຫຼວງວຽງຈັນ ທົ່ວປະເທດ ປະຈຳສົກປີ 2025-2026 ທີ່ຈັດຂຶ້ນ ທີ່ແຂວງຫຼວງນ້ຳທາ ໄດ້ສືບຕໍ່ເຂົ້າສູ່ ວາລະການແລກປ່ຽນ, ປຶກສາຫາລື ແລະ ຕອບຄຳຖາມເຈາະຈີ້ມ ແລະ ເລິກເຊິ່ງ.
ເອັສຊີຈີ ມອບທຶນການສຶກສາແກ່ເຍົາວະຊົນໃນລາວ ຕໍ່ເນື່ອງເປັນປີທີ 15

ເອັສຊີຈີ ມອບທຶນການສຶກສາແກ່ເຍົາວະຊົນໃນລາວ ຕໍ່ເນື່ອງເປັນປີທີ 15

ໃນວັນທີ 5 ພະຈິກ ຜ່ານມາ ທີ່ ນະຄອນຫຼວງວຽງຈັນ, ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບ ເອັສຊີຈີ (SCG) ຈັດພິທີມອບທຶນການສຶກສາ, ສືບຕໍ່ໂຄງການ "SCG Sharing the Dream 2026" ຕໍ່ເນື່ອງເປັນປີທີ 15 ທີ່ ສປປ ລາວ ໂດຍ ເອັສຊີຈີ ໄດ້ມອບທຶນການສຶກສາໃນ ສປປ ລາວ ໄປແລ້ວ 2,601 ທຶນ ແລະ ປີນີ້, ຈະມອບເພີ່ມອີກ ຈຳນວນ 126 ທຶນ ໃຫ້ແກ່ເຍົາວະຊົນທີ່ຕັ້ງໃຈຮຽນ ແລະ ປະພຶດດີ ເພື່ອສະໜັບສະໜູນໃຫ້ເຍົາວະຊົນເຂົ້າເຖິງການສຶກສາ ພ້ອມຕໍ່ຍອດແນວຄິດ "Green Active Generation" ສົ່ງເສີມຄວາມສຳຄັນຂອງການເບິ່ງແຍງຊຸມຊົນ ແລະ ສິ່ງແວດລ້ອມ ພ້ອມລົງມືພັດທະນາຊຸມຊົນ ແລະ ເປັນກຳລັງສຳຄັນພັດທະນາປະເທດຢ່າງຍືນຍົງ.
ສມປຊ ສະຫຼຸບບົດຮຽນບໍລິຫານຄຸ້ມຄອງໂຮງຮຽນການເມືອງ ທົ່ວປະເທດ

ສມປຊ ສະຫຼຸບບົດຮຽນບໍລິຫານຄຸ້ມຄອງໂຮງຮຽນການເມືອງ ທົ່ວປະເທດ

ກອງປະຊຸມສະຫຼຸບຖອດຖອນບົດຮຽນການຈັດຕັ້ງປະຕິບັດຫຼັກສູດການຮຽນ-ການສອນ ແລະ ວຽກງານບໍລິຫານຄຸ້ມຄອງ ຜູ້ບໍລິຫານໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫຼວງວຽງຈັນ ທົ່ວປະເທດ ປະຈຳສົກປີ 2025-2026 ແລະ ທິດທາງແຜນການ ສົກປີ 2026-2027 ໄດ້ຈັດຂຶ້ນໃນວັນທີ 9 ພະຈິກ 2026 ນີ້ ທີ່ແຂວງຫຼວງນ້ຳທາ ຢ່າງເປັນທາງການ.
ເພີ່ມເຕີມ