ລັດຖະບານນໍາສະເໜີຮ່າງກົດໝາຍວ່າດ້ວຍເຂດເສດຖະກິດພິເສດ

ລັດຖະບານນໍາສະເໜີຮ່າງກົດໝາຍວ່າດ້ວຍເຂດເສດຖະກິດພິເສດ
ກອງປະຊຸມສະໄໝສາມັນ ເທື່ອທີ6 ຂອງສະພາແຫ່ງຊາດ ຊຸດທີIX(ວັນທີ 16 ພະຈິກ) ທີ່ສະພາແຫ່ງຊາດ, ພາຍໃຕ້ການເປັນປະທານຂອງທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ. ລັດຖະບານ ໄດ້ນໍາສະເໜີຮ່າງກົດໝາຍວ່າດ້ວຍເຂດເສດຖະກິດພິເສດ ສະບັບສ້າງໃໝ່.ນໍາສະເໜີ ໂດຍ ທ່ານ ຄໍາເຈນ ວົງໂພສີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນຊຶ່ງ ທ່ານ ຄໍາເຈນ ວົງໂພສີໄດ້ນໍາສະເໜີ ຮ່າງກົດໝາຍວ່າດ້ວຍເຂດເສດຖະກິດພິເສດສະບັບສ້າງໃໝ່ ຊຶ່ງມີບາງເນື້ອໃນສໍາຄັນວ່າ:  ການສົ່ງເສີມການພັດທະນາ, ລົງທຶນ ແລະ ຄຸ້ມຄອງ ເຂດເສດຖະກິດພິເສດ ຢູ່ ສປປ ລາວ ນັບແຕ່ປີ 2000 ເຖິງປັດຈຸບັນໄດ້ແບ່ງເປັນ 3 ໄລຍະ ຄື: ໄລຍະທີ I(2000-2010),ໄລຍະທີ II(2010-2016) ແລະ ໄລຍະທີ III(ແຕ່ປີ 2016 ເຖິງປັດຈຸບັນ). ຜ່ານການຈັດຕັ້ງປະຕິບັດເປັນໄລຍະເວລາ ດັ່ງກ່າວ, ເຖິງຈະມີຜົນສຳເລັດເປັນກ້າວໆກໍຕາມ, ແຕ່ກໍຍັງບໍ່ທັນເອື້ອອໍານວຍຄວາມສະດວກຕາມກົນໄກການບໍລິການປະຕູດຽວ. ເນື່ອງຈາກວ່າເປັນພຽງນິຕິກໍາລຸ່ມກົດໝາຍເທົ່ານັ້ນ, ໃນເວລາດຽວກັນນັ້ນ ກິດຈະການທີ່ປະຕິບັດຢູ່ເຂດເສດຖະກິດພິເສດ ສ່ວນຫຼາຍແມ່ນຕິດພັນກັບນິຕິກຳຂອງຫຼາຍຂະແໜງການທີ່ເປັນກົດໝາຍແລ້ວ. ສະນັ້ນ, ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງການຂະຫຍາຍຕົວເສດຖະກິດ-ສັງຄົມຂອງປະເທດເຮົາໄລຍະໃໝ່ ເວົ້າລວມ, ການພັດທະນາ ແລະ ລົງທຶນໃນເຂດເສດຖະກິດພິເສດ ເວົ້າສະເພາະ ທັງເພີ່ມຂີດຄວາມສາມາດໃນການແຂ່ງຂັນ ໃນວຽກງານດັ່ງກ່າວໃນເງື່ອນໄຂທີ່ປະເທດເຮົາມີການເຊື່ອມໂຍງ, ເຊື່ອມຈອດກັບພາກພື້ນ ແລະ ສາກົນ ຈຶ່ງມີຄວາມຈຳເປັນຕ້ອງໄດ້ຍົກດຳລັດວ່າດ້ວຍເຂດເສດຖະກິດພິເສດທີ່ນໍາໃຊ້ ໃນປັດຈຸບັນຂຶ້ນເປັນ ກົດໝາຍ ເພື່ອແນໃສ່ເຮັດໃຫ້ການພັດທະນາ ແລະ ການລົງທຶນໃນເຂດເສດຖະກິດພິເສດຂອງ ສປປ ລາວ ມີຄວາມໃກ້ຄຽງກັບນາກພື້ນ, ສາກົນ ທັງສ້າງຄວາມເຊື່ອໝັ້ນໃຫ້ແກ່ຜູ້ພັດທະນາ ແລະ ຜູ້ລົງທຶນ ຈາກພາຍໃນ ແລະ ຕ່າງປະເທດ ໃນການລົງທຶນພັດທະນາ ເຂດເສດຖະກິດພິເສດໃຫ້ຫຼາຍຂຶ້ນ.
ຮ່າງກົດໝາຍສະບັບນີ້, ເນື້ອໃນຕົ້ນຕໍແມ່ນຄົ້ນຄວ້າ ແລະ ເສີມຂະຫຍາຍດຳລັດສະບັບເລກທີ 188/ລບ.
ລົງວັນທີ 7 ມິຖຸນາ 2018 ທັງອີງຕາມບາງເນື້ອໃນຂອງກົດໝາຍສົ່ງເສີມການລົງທຶນ ສະບັບປີ 2016 ແລະ ດຳ
ລັດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງແຜນການ ແລະການລົງທຶນ; ຮ່າງກົດໝາຍສະບັບນີ້ ມີທັງໝົດXII ພາກ, 16 ໝວດ ແລະ 90 ມາດຕາ.
ພາຍຫຼັງ ສສຊ ໄດ້ຮັບຟັງ ການນໍາສະເໜີຮ່າງກົດໝາຍສະບັບດັ່ງກ່າວ ຈາກລັດຖະມົນຕີກະຊວງແຜນການແລະການລົງທຶນແລ້ວ, ບັນດາ ສສຊ ຕ່າງກໍໄດ້ຜັດປ່ຽນກັນຂຶ້ນປະກອບຄໍາຄິດ, ຄໍາເຫັນໃສ່ ບາງພາກ,ບາງໝວດ ແລະ ບາງມາດຕາ ເພື່ອເຮັດໃຫ້ເນື້ອໃນມີຄວາມຮັດກຸມ, ກະທັດຮັດ ແລະ ມີຄວາມຊັດເຈນ, ອຸດົມສົມບູນຍິ່ງໆຂຶ້ນ.
ກົດໝາຍສະບັບນີ້, ຖ້າໄດ້ຮັບຮອງ ແລະ ປະກາດໃຊ້ຢ່າງເປັນທາງການແລ້ວ ຈະເຮັດໃຫ້ການພັດທະນາ ເຂດເສດຖະກິດພິເສດ ສືບຕໍ່ມີການຫັນປ່ຽນທີ່ຕັ້ງໜ້າກວ່າເກົ່າ ທັງຈະສືບຕໍ່ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໄດ້ຮັບຜົນດີຂຶ້ນເປັນກ້າວໆ ຊຶ່ງສະແດງອອກ: ເຮັດໃຫ້ການພັດທະນາ ແລະ ຄຸ້ມຄອງ ເຂດເສດຖະກິດພິເສດມີຄວາມໜັກແໜ້ນ, ຮັດກຸມ, ຈະແຈ້ງ, ຄົບຖ້ວນ ແລະ ສັກສິດຂຶ້ນຕື່ມ; ຮັບປະກັນການພັດທະນາທີ່ດິນຢ່າງມີຈຸດສຸມ, ຮັບປະກັນຕາມທິດສີຂຽວ ແລະ ຍືນຍົງ; ສ້າງຄວາມເຊື່ອໝັ້ນໃຫ້ແກ່ຜູ້ພັດທະນາ ແລະ ຜູ້ລົງທຶນຈາກພາຍໃນ ແລະ ຕ່າງປະເທດຫຼາຍຂຶ້ນ ສາມາດສ້າງວຽກເຮັດງານທຳໄດ້ຢ່າງກວ້າງຂວາງ, ສ້າງຖານລາຍຮັບເພີ່ມຂຶ້ນ ແລະ ສ້າງລາຍຮັບເຂົ້າ ງົບປະມານຂອງລັດເປັນລະບົບທີ່ຕັ້ງໜ້າ ແລະ ໝັ້ນຄົງ; ຮັບປະກັນການແບ່ງຜົນປະໂຫຍດໃຫ້ທຸກພາກສ່ວນ (ລັດ, ຜູ້ລົງທຶນ ແລະ ສັງຄົມ) ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍສະບັບນີ້; ເຮັດໃຫ້ການຕິດຕາມ, ກວດກາ, ຊຸກຍູ້ ແລະ ການຄຸ້ມຄອງຂອງຂະແໜງການກ່ຽວຂ້ອງທັງສູນກາງ ແລະ ທ້ອງຖິ່ນ ມີປະສິດທິພາບ-ປະສິດທິຜົນຂຶ້ນ.
 (ຂ່າວ-ພາບ: ແສງຈັນ)

ຄໍາເຫັນ

ຂ່າວການເມືອງ

ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

ທ່ານ ບຸນຈັນ ສີວົງພັນ ຮອງປະທານສະພາແຫ່ງຊາດ ຕາງໜ້າຄະນະປະຈຳສະພາແຫ່ງຊາດ ຫົວໜ້າກອງເລຂານຸການກອງປະຊຸມ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນສໍາເລັດຂອງການດໍາເນີນກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ.
ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບ

ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບ

ທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບຕໍ່ສື່ມວນຊົນ ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ ວ່າ: ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໄດ້ສຸມໃສ່ພິຈາລະນາບັນດາຮ່າງກົດໝາຍຈໍານວນ 8 ສະບັບ. ໃນນັ້ນ, ມີກົດໝາຍສ້າງໃໝ່ 1 ສະບັບ ແລະ ປັບປຸງ 7 ສະບັບ.
ສສຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສສຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສະມາຊິກສະພາແຫ່ງຊາດ (ສຊຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ຜົນສຳເລັດ ການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ຜົນສຳເລັດ ການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນສຳເລັດການພິຈາ ລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາປີ 2026 ແລະ ທິດທາງແຜນການປີ 2027 ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ.
ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ສສຊເຂດ 11 ບໍລິຄຳໄຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ສສຊເຂດ 11 ບໍລິຄຳໄຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານສອນທະນູທໍາມະວົງສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 11 ແຂວງບໍລິຄໍາໄຊໄດ້ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍລັດຖະບານ(ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 16ຕຸລາຜ່ານມາ,ທີ່ສະພາແຫ່ງຊາດໂດຍການເປັນປະທານຂອງທ່ານນາງສູນທອນໄຊຍະຈັກຮອງປະທານສະພາແຫ່ງຊາດ.
ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

​ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ເອົາໃຈໃສ່ປະກອບຄຳເຫັນຕໍ່ຮ່າງກົດ ໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນສະບັບສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນກົດໝາຍສະບັບສ້າງໃໝ່ ປະກອບດ້ວຍ VIII ພາກ, 8 ໝວດ ແລະ 66 ມາດຕາ ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້ ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ທ່ານ ນະຄະເສນ ສີຫາລາດ ສະເໜີ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານ ນະຄະເສນ ສີຫາລາດ ສະເໜີ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານ ນະຄະເສນ ສີຫາລາດ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງ ວຽງຈັນ (ນວ) ໄດ້ປະກອບຄໍາເຫັນໃສ່ຮ່າງກົດໝາຍ ວ່າດ້ວຍລັດຖະບານ (ສະບັບປັບປຸງ) ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 16 ຕຸລາຜ່ານມາ, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ.
ສະເໜີປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສະເໜີປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ທ່ານ ນາງ ບຸນຄໍາ ວໍລະຈິດ ຜູ້ວ່າການທະນາຄານແຫ່ງສປປລາວ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນໃນການປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນກົດໝາຍສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ມອນໄຊ ລາວມົວຊົ່ງ ຮອງປະທານສະພາແຫ່ງຊາດ.
ເພີ່ມເຕີມ