ລັດຖະບານຍີ່ປຸ່ນ ສະໜັບສະໜູນການຍົກລະດັບການສຶກສາແຂວງບໍ່ແກ້ວ

ລັດຖະບານຍີ່ປຸ່ນ ສະໜັບສະໜູນການຍົກລະດັບການສຶກສາແຂວງບໍ່ແກ້ວ

ລັດຖະບານຍີ່ປຸ່ນ ສະໜັບສະໜູນການຍົກລະດັບການສຶກສາແຂວງບໍ່ແກ້ວ
ວັນທີ 26 ມັງກອນນີ້, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 70,526ໂດລາ ໃນການສະໜັບສະໜູນ “ໂຄງການກໍ່ສ້າງໂຮງຮຽນປະຖົມປາງທອງ ໃນແຂວງບໍ່ແກ້ວ” ເພື່ອຍົກລະດັບຄຸນນະພາບການຮຽນ ແລະ ສິດສອນຂອງຄູ-ນັກຮຽນຂອງໂຮງຮຽນດັ່ງກ່າວ ພາຍໃຕ້​ໂຄງ​ການ​ເສີມ​ສ້າງ​ຄວາມ​ໝັ້ນ​ຄົງ​ຂອງ​ມະ​ນຸດ​ຂັ້ນ​ຮາກ​ຖານ (GGP).

 

ໂຄງການຈະໃຫ້ການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນ ແລະ ຫ້ອງນໍ້າໃໝ່ ພ້ອມທັງສະໜອງສິ່ງອຳນວຍຄວາມສະດວກທີ່ຈຳເປັນ ໃຫ້ແກ່ໂຮງຮຽນປະຖົມບ້ານປາງທອງ ເມືອງຜາອຸດົມແຂວງບໍ່ແກ້ວ ເພື່ອຍົກລະດັບໂອກາດໃນການເຂົ້າເຖິງການສຶກສາຊັ້ນປະຖົມຂອງເດັກນ້ອຍໃນທ້ອງຖິ່ນ.

ພິທີເຊັນສັນຍາເປັນການລົງນາມ ລະຫວ່າງ ທ່ານ ໂຄອິຊຶມິ ຊຶໂຕະມຸ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ ແລະ ອົງການທີ່ກ່ຽວຂ້ອງຈາກທ້ອງຖິ່ນ.

ທ່ານເອກອັກຄະຣາຊະທູດ ໄດ້ມີຄຳເຫັນວ່າ: ລັດຖະບານຍີ່ປຸ່ນໄດ້ໃຫ້ການສະໜັບສະໜູນວຽກງານການສຶກສາ ຊຶ່ງເປັນໜຶ່ງໃນຂົງເຂດທີ່ພວກເຮົາໄດ້ໃຫ້ຄວາມສຳຄັນຫຼາຍທີ່ສຸດ ເນື່ອງຈາກການສຶກສາເປັນກຸນແຈສຳຄັນໃນການພັດທະນາຊັບພະຍາກອນມະນຸດທີ່ຈະກາຍເປັນອະນາຄົດຂອງຊາດ.

ທ່ານທູດຍັງໄດ້ໃຫ້ຄຳເຫັນຕື່ມວ່າ: ຂ້າພະເຈົ້າຫວັງວ່າ ຄວາມສຳເລັດຂອງໂຄງການນີ້ຈະນຳໄປສູ່ການປັບປຸງສະພາບແວດລ້ອມການສຶກສາຮ່ຳຮຽນຂອງຜູ້ທີ່ຈະເປັນຜູ້ສ້າງອະນາຄົດໃຫ້ແກ່ແຂວງບໍ່ແກ້ວ ແລະ ປະເທດລາວ ກໍຄືເດັກນ້ອຍໃນບ້ານປາງທອງ ແລະ ໝູ່ບ້ານອ້ອມແອ້ມໃຫ້ດີຂຶ້ນຢ່າງກ້າວກະໂດດ. ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP) ແມ່ນການສະໜອງທຶນທີ່ຈຳເປັນໃຫ້ແກ່ໂຄງການຂະໜາດນ້ອຍທີ່ໃຫ້ຜົນປະໂຫຍດໂດຍກົງແກ່ປະຊາຊົນຜູ້ອາໄສ ແລະ ມີຈຸດປະສົງເພື່ອການພັດທະນາເສດຖະກິດ-ສັງຄົມຂອງປະເທດລາວ ໂດຍອີງຕາມຄວາມຕ້ອງການພື້ນຖານຂອງມະນຸດເປັນຫຼັກ.

ລັດຖະບານຍີ່ປຸ່ນໄດ້ໃຫ້ການສະໜັບສະໜູນແກ່ແຂວງບໍ່ແກ້ວ ລວມເປັນມູນຄ່າຫຼາຍກວ່າ 1,140,000 ໂດລາປັນຕົ້ນແມ່ນດ້ານການສຶກສາ ແລະ ໂຄງລ່າງພື້ນຖານ ໃນໄລຍະຜ່ານມາ. ປະເທດຍີ່ປຸ່ນຈະສືບຕໍ່ໃຫ້ການຊ່ວຍເຫຼືອປະເທດລາວໃນການປັບປຸງພື້ນຖານຊີວິດການເປັນຢູ່ຂັ້ນຮາກຖານຕໍ່ໄປເພື່ອຮັບປະກັນ “ບໍ່ໃຫ້ມີໃຜຖືກຖິ້ມໄວ້ທາງຫຼັງ” ຜ່ານການແກ້ໄຂຄວາມແຕກໂຕນດ້ານການພັດທະນາເສດຖະກິດ-ສັງຄົມໃນພາກພື້ນ.

ຂ່າວ: ສະຖານທູດຍີ່ປຸ່ນ

ຄໍາເຫັນ

ຂ່າວການຮ່ວມມື

ຄຸນຄ່າ ຄວາມສຳຄັນຂອງການແລກປ່ຽນອາລະຍະທໍາ -ການຮຽນຮູ້ເຊິ່ງກັນ ແລະ ກັນ

ຄຸນຄ່າ ຄວາມສຳຄັນຂອງການແລກປ່ຽນອາລະຍະທໍາ -ການຮຽນຮູ້ເຊິ່ງກັນ ແລະ ກັນ

ທ່ານ ເລຂາທິການໃຫຍ່ ສີຈິ້ນຜິງ ໄດ້ຊີ້ໃຫ້ເຫັນວ່າ: “ອາລະຍະທຳຈະມີສີສັນສົດໃສຂຶ້ນຜ່ານການແລກປ່ຽນ ແລະ ອຸດົມສົມບູນຂຶ້ນຜ່ານການຮຽນຮູ້ເຊິ່ງກັນ ແລະ ກັນ. ການແລກປ່ຽນ ແລະ ການຮຽນຮູ້ເຊິ່ງກັນ ແລະ ກັນລະຫວ່າງອາລະຍະທຳຕ່າງໆ ແມ່ນແຮງຂັບເຄື່ອນທີ່ສຳຄັນໃນການສົ່ງເສີມຄວາມກ້າວໜ້າຂອງອາລະຍະທຳມະນຸດ, ສັນຕິພາບ ແລະ ການພັດທະນາຂອງໂລກ”.
ກອງປະຊຸມໃຫຍ່ສະມາຄົມຫວຽດນາມ ແຂວງເຊກອງ ສະໄໝທີ V ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມໃຫຍ່ສະມາຄົມຫວຽດນາມ ແຂວງເຊກອງ ສະໄໝທີ V ໄຂຂຶ້ນຢ່າງເປັນທາງການ

ໃນວັນທີ 26 ມັງກອນນີ້, ກອງປະຊຸມໃຫຍ່ສະມາຄົມຫວຽດນາມ ແຂວງເຊກອງ ສະໄໝທີ V (2026-2030) ໄດ້ໄຂຂຶ້ນຢ່າງເປັນທາງການ ໂດຍການເຂົ້າຮ່ວມຂອງທ່ານ ຂັນຕີ ສີລະວົງສາ ຮອງເລຂາພັກແຂວງ ປະທານຄະນະກຳມະການປົກຄອງແຂວງເຊກອງ, ມີທ່ານ ຕ້າ ເຟືອງ ຢຸງ ກົງສູນໃຫຍ່ ສສ ຫວຽດນາມ ປະຈໍາປາກເຊ, ທ່ານ ຟ້ານ ວັນ ຮຸ່ງ ປະທານສະມາຄົມຫວຽດນາມ ປະຈໍາ ສປປ ລາວ, ມີແຂກຖືກເຊີນຈາກແຂວງຈໍາປາສັກ, ອັດຕະປື, ສາລະວັນ ແລະ ແຂວງເຊກອງ ພ້ອມດ້ວຍຂະແໜງການກ່ຽວຂ້ອງເຂົ້າຮ່ວມ.
ເປີດນໍາໃຊ້ອາຄານໂຮງຮຽນລາວ-ຈີນ ເຊີນຈືເຕີ

ເປີດນໍາໃຊ້ອາຄານໂຮງຮຽນລາວ-ຈີນ ເຊີນຈືເຕີ

ພິທີເປີດໂຮງຮຽນເຊີນຈືເຕີຢ່າງເປັນທາງການ ແລະ ສະເຫຼີມສະຫຼອງບຸນກຸດຈີນປະຈຳປີ 2026ໄດ້ຈັດຂຶ້ນໃນວັນທີ 24 ມັງກອນຜ່ານມາ ຢູ່ທີ່ໂຮງຮຽນລາວ-ຈີນ ເຊີນຈືເຕີ ເມືອງສິງ ແຂວງຫຼວງນໍ້າທາ, ເຂົ້າຮ່ວມມີທ່ານ ວົງມະນີ ເພື່ອປະຊາ ກຳມະການປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງ ຜູ້ຊີ້ນໍາວຽກງານຂົງເຂດວັດທະນະທຳ-ສັງຄົມແຂວງ,ທ່ານ ຈາງ ເຮີຊຸນ ຮອງກົງສູນໃຫຍ່ແຫ່ງ ສປຈີນ ປະຈຳນະຄອນຫຼວງພະບາງ,ມີພາກສ່ວນກ່ຽວຂ້ອງຂັ້ນແຂວງ,ຂັ້ນເມືອງ ແລະ ແຂກຖືກເຊີນເຂົ້າຮ່ວມ.
ສະແດງສິລະປະປ້ອງກັນຕົວຍີ່ປຸ່ນ (ບູໂດ) ຄັ້ງທີ 23

ສະແດງສິລະປະປ້ອງກັນຕົວຍີ່ປຸ່ນ (ບູໂດ) ຄັ້ງທີ 23

ງານສະແດງສິລະປະປ້ອງກັນຕົວຍີ່ປຸ່ນ(ບູໂດ) ຄັ້ງທີ 23 ໄດ້ຈັດຂຶ້ນໂດຍສະຖານທູດຍີ່ປຸ່ນປະຈຳລາວ ໃນວັນທີ 24 ມັງກອນ 2026 ທີ່ສູນກິລາບູໂດ ລາວ-ຍີ່ປຸ່ນ ທີ່ນະຄອນຫຼວງວຽງຈັນ.
ມອບ-ຮັບອຸປະກອນຮັບໃຊ້ໂຄງການຊ່ວຍເຫຼືອການສຶກສາທາງໄກ

ມອບ-ຮັບອຸປະກອນຮັບໃຊ້ໂຄງການຊ່ວຍເຫຼືອການສຶກສາທາງໄກ

ພິທີມອບ-ຮັບອຸປະກອນຮັບໃຊ້ໂຄງການຊ່ວຍເຫຼືອການສຶກສາທາງໄກ ສປປ ລາວ ໄດ້ຈັດຂຶ້ນຫວ່າງ ມໍ່ໆມານີ້ ທີ່ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມັນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ນາງ ຫຼີ ຊີເຈິນ ທີ່ປຶກສາດ້ານເສດຖະກິດ ແລະ ການຄ້າ ສະຖານທູດ ສປ ຈີນ ປະຈຳ ສປປ ລາວ, ທ່ານ ຟ້ານ ເວີ້ຍເຫີວນ ຜູ້ອຳນວຍການໃຫຍ່ສຳນັກພິມການສຶກສາຊຽງໄຮ ສປ ຈີນ, ທ່ານ ນາງ ແສງເດືອນ ໄຊຍະກອນ ຮອງປະທານຄະນະກຳມະການຮ່ວມມືລາວ-ຈີນ ແລະ ພາກສ່ວນທີ່ກ່ຽວ ຂ້ອງເຂົ້າຮ່ວມ.
ຮອງບັນນາທິການໃຫຍ່ໜັງສືພິມ ເຢີນ ເຢີນ ຕ້ອນຮັບຄະນະສື່ມວນຊົນຕ່າງປະເທດ

ຮອງບັນນາທິການໃຫຍ່ໜັງສືພິມ ເຢີນ ເຢີນ ຕ້ອນຮັບຄະນະສື່ມວນຊົນຕ່າງປະເທດ

ໃນໂອກາດເຂົ້າຮ່ວມ ເກັບກຳຂ່າວ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ຊຶ່ງໄດ້ຈັດຂື້ນໃນລະຫວ່າງວັນທີ 19-25 ມັງກອນ 2026, ໃນວັນທີ 22 ມັງກອນ ນີ້, ຄະນະສື່ມວນຊົນຕ່າງປະເທດໃນນັ້ນມີ ນັກຂ່ວຈາກປະເທດລາວ ເຂົ້າຮ່ວມນໍາ ໄດ້ຢ້ຽມຢາມ ແລະ ແລກປ່ຽນບາງບົດຮຽນ ປະສົບການກ່ຽວກັບການອອກຂ່າວໃນໜ້າໜັງສືພິມເຈ້ຍ ແລະ ໜັງສືພິມ ເອເລັກໂຕຣນິກ ກັບພະນັກງານ ໜັງສືພິມ ເຢີນ ເຢີນ ໂດຍໃຫ້ການຕ້ອນຮັບ ຂອງທ່ານ ຟາມ ວັນຮຸງ ຮອງຫົວໜ້າບັນນາທິການໃຫຍ່ ໜັງສືພິມ ເຢີນ ເຢີນ ສຽງຂອງສູນກາງພັກ-ລັດ ແລະ ປະຊາຊົນຫວຽດນາມ ພ້ອມດ້ວຍຄະນະ.
ທ່ານ ບຸນເຫຼືອ ພັນດານຸວົງ ຕ້ອນຮັບ ທູດຣັດເຊຍປະຈໍາ ສປປ ລາວ

ທ່ານ ບຸນເຫຼືອ ພັນດານຸວົງ ຕ້ອນຮັບ ທູດຣັດເຊຍປະຈໍາ ສປປ ລາວ

ໃນວັນທີ 21 ມັງກອນ ນີ້ ທີ່ຄະນະພົວພັນຕ່າງປະເທດສູນກາງພັກ, ທ່ານບຸນເຫຼືອ ພັນດານຸວົງ ກໍາມະການສູນກາງພັກ ຫົວໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ເຊຣເກຊົດສະກີ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສ ຣັດເຊຍ ປະຈໍາ ສປປ ລາວ.
ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຕ້ອນຮັບທ່ານທູດຕວັກກີ

ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຕ້ອນຮັບທ່ານທູດຕວັກກີ

ເມື່ອບໍ່ດົນມານີ້ ທີ່​ສຳ​ນັກ​ງານ​ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດສູນ​ກາງ​ພັກ,​ ທ່ານ ບຸນເຫຼືອ ພັນດານຸວົງ ກໍາມະການສູນກາງພັກ ຫົວ​ໜ້າ​ຄ​ະ​ນະ​ພົວ​ພັນ​ຕ່າງ​ປະ​ເທດສູນ​ກາງ​ພັກ ໄດ້​ຕ້ອນຮັບການ​ເຂົ້າ​ຢ້ຽມ​ຂ່ຳ​ນັບຂອງ​ ທ່ານ ນາງ ໂອຢ່າ ຢ່າຊາຣ ເອກອັກຄະລັດຖະທູດຜູ້ມີອໍານາດເຕັມ ແຫ່ງ ສ ຕວັກກີ ປະຈໍາ ສປປ ລາວ.
ລາວ-ອິນເດຍ ເພີ່ມທະວີຮ່ວມມືປົກປັກຮັກສາການສະແດງຟ້ອນພະລັກ-ພະລາມ

ລາວ-ອິນເດຍ ເພີ່ມທະວີຮ່ວມມືປົກປັກຮັກສາການສະແດງຟ້ອນພະລັກ-ພະລາມ

ພິທີລົງນາມເອກະສານ ວ່າດ້ວຍການຈັດຕັ້ງປະຕິບັດໂຄງການ ປົກປັກຮັກສາການສະແດງຟ້ອນ ພະລັກ-ພະລາມ ແລະ ການພັດທະນາບຸກຄະລາກອນຮຸ່ນສືບທອດ ຂອງວິທະຍາໄລສິລະປະແຫ່ງຊາດ ຈັດຂຶ້ນໃນວັນທີ 19 ມັງກອນນີ້ ທີ່ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ໂດຍການຮ່ວມລົງນາມຂອງທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວແຫ່ງສປປ ລາວ ແລະ ທ່ານ ໂຢເກສຊວາ ສັງວານ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສາທາລະນະລັດ ອິນເດຍ ປະຈຳ ສປປ ລາວ.
ກົງສູນໃຫຍ່ ສສ ຫວຽດນາມ ປະຈໍາປາກເຊ ເຜີຍແຜ່ຂໍ້ມູນກ່ຽວກັບກອງປະຊຸມໃຫຍ່ຄັ້ງທີ XIV ພັກກອມມູນິດຫວຽດນາມ

ກົງສູນໃຫຍ່ ສສ ຫວຽດນາມ ປະຈໍາປາກເຊ ເຜີຍແຜ່ຂໍ້ມູນກ່ຽວກັບກອງປະຊຸມໃຫຍ່ຄັ້ງທີ XIV ພັກກອມມູນິດຫວຽດນາມ

ໃນອາທິດຜ່ານມານີ້, ສະຖານກົງໃຫຍ່ ແຫ່ງ ສສ ຫວຽດນາມ ປະຈຳພາກໃຕ້ລາວ ທີ່ນະຄອນປາກເຊ ແຂວງຈໍາປະສັກໄດ້ຈັດກອງປະຊຸມເຜີຍແຜ່ຂໍ້ມູນຂ່າວສານກ່ຽວກັບກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ທີ່ຈະເປີດຂຶ້ນໃນໄວໆນີ້. ໄດ້ຈັດຂຶ້ນໃນອາທິດຜ່ານມານີ້ ທີ່ສະຖານກົງໃຫຍ່ ສສ ຫວຽດນາມ ປະຈຳພາກໃຕ້ລາວ ທີ່ນະຄອນປາກເຊ, ໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ສົມບູນ ເຮືອງວົງສາ ຮອງປະທານຄະນະກຳມະການປົກຄອງແຂວງ ປະທານສະມາຄົມມິດຕະພາບລາວ-ຫວຽດນາມ ແຂວງຈຳປາສັກ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງ ຈາກ ແຂວງຈຳປາສັກ, ອັດຕະປື, ສາລາວັນ ແລະ ເຊກອງ ເຂົ້າຮ່ວມ.
ເພີ່ມເຕີມ