ລັດຖະມົນຕີ ກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ທູດມົງໂກລີ

ລັດຖະມົນຕີ ກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ທູດມົງໂກລີ

ລັດຖະມົນຕີ ກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ທູດມົງໂກລີ
ທ່ານ ທອງສະຫວັນ ພົມວິຫານລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ທ່ານບຽມບາຊູເຣນ ຈຳສຣັງ (Byambasuren JAMSRAN) ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ມົງໂກລີ ປະຈຳ ສປປ ລາວໃນຕອນເຊົ້າວັນທີ 5 ພຶດສະພາ ນີ້ ທີ່ ກະຊວງການຕ່າງປະເທດ,ໃນໂອກາດ ທີ່ໄດ້ສໍາເລັດການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ.

 

ໃນໂອກາດນີ້, ທ່ານ ທອງສະຫວັນ ພົມວິຫານໄດ້ສະແດງຄວາມຊົມເຊີຍ ທ່ານ ບຽມບາຊູເຣນ ຈຳສຣັງທີ່ໄດ້ສໍາເລັດໜ້າທີ່ການທູດ ຢູ່ ສປປ ລາວ ຕະຫຼອດໄລຍະ 3 ປີ 4 ເດືອນ ຢ່າງສະຫງ່າງາມ ແລະ ມີຜົນສໍາເລັດສູງຫຼາຍດ້ານ, ພ້ອມທັງຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສປປ ລາວ ແລະ ມົງໂກລີ ທີ່ມີມາແຕ່ດົນນານ ທີ່ນັບມື້ໄດ້ຮັບການຂະຫຍາຍຕົວ ແລະ ແໜ້ນແຟ້ນຂຶ້ນເລື້ອຍໆ ພາຍຫຼັງທີ່ສອງປະເທດ ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນ ແຕ່ວັນທີ 12 ກັນຍາ 1962 ເປັນຕົ້ນມາ, ພິເສດ ທ່ານ ບຽມບາຊູເຣນຈຳສຣັງໄດ້ປະກອບສ່ວນສໍາຄັນ ເຂົ້າໃນການຊຸກຍູ້ການພົວພັນຮ່ວມມືຂອງສອງປະເທດ ເປັນຕົ້ນແມ່ນ ຊຸກຍູ້ໃຫ້ມີການແລກປ່ຽນການຢ້ຽມຢາມຂອງການນຳຂັ້ນຕ່າງໆ ຂອງສອງຝ່າຍ ເຊັ່ນ: ການຢ້ຽມຢາມຂັ້ນສຸດຍອດຂອງສອງປະມຸກລັດ ໃນເດືອນພະຈິກ 2023 ທີ່ ນະຄອນຫຼວງວຽງຈັນ ແລະ ເດືອນມີຖຸນາ 2024 ທີ່ ນະຄອນຫຼວງອູລານບາຕໍ, ຂັ້ນຮອງປະທານປະເທດ, ປະທານສະພາແຫ່ງຊາດ, ຮອງປະທານສະພາ ແລະ ຂັ້ນລັດຖະມົນຕີຈຳນວນ 16 ຄະນະແລະ ໄດ້ຊຸກຍູ້ໃຫ້ມີການລົງນາມໃນເອກະສານທີ່ກ່ຽວຂ້ອງກັບການພົວພັນ ແລະ ການຮ່ວມມືລະຫວ່າງສອງປະເທດຈຳນວນ 18 ສະບັບ. ນອກນັ້ນ, ທ່ານ ບຽມບາຊູເຣນຈຳສຣັງ ຍັງໄດ້ຊຸກຍູ້ບັນດາແຜນງານ, ໂຄງການການຮ່ວມມືຂອງສອງລັດຖະບານ ລາວ-ມົງໂກລີ ໃຫ້ມີຄວາມຕໍ່ເນື່ອງ, ຮັກສາໄດ້ບັນຍາກາດຂອງການຮ່ວມມື ແລະ ຜົນປະໂຫຍດຂອງປະຊາຊົນສອງຊາດ ລາວ ແລະ ມົງໂກລີ, ໂດຍສະເພາະຜົນສຳເລັດຢ່າງຈົບງາມຂອງກອງປະຊຸມຄະນະກຳມາທິການຮ່ວມມືດ້ານການຄ້າ, ເສດຖະກິດ,ວິທະຍາສາດ ແລະ ເຕັກນິກ ລະຫວ່າງ ສປປ ລາວ ແລະມົງໂກລີ ຄັ້ງທີ 12 ໃນລະຫວ່າງວັນທີ 26 - 28 ມັງກອນ2025 ທີ່ ນະຄອນຫຼວງວຽງຈັນ. ພ້ອມນີ້, ທ່ານທອງສະຫວັນ ພົມວິຫານໄດ້ຕີລາຄາສູງຕໍ່ການຊ່ວຍເຫຼືອອັນລໍ້າຄ່າຂອງລັດຖະບານ ແລະ ປະຊາຊົນ ມົງໂກລີ ໃນໄລຍະຜ່ານມາ ຊຶ່ງໄດ້ປະກອບສ່ວນສໍາຄັນເຂົ້າໃນການເພີ່ມທະວີການພົວພັນຮ່ວມມື ລະຫວ່າງ ສອງປະເທດ ລາວ-ມົງໂກລີ.

ຍ້ອນເຫັນໄດ້ຜົນງານອັນໃຫຍ່ຫຼວງ ແລະ ຜົນສໍາເລັດດັ່ງກ່າວ, ທ່ານ ທອງສະຫວັນ ພົມວິຫານ ໄດ້ຕາງໜ້າລັດຖະບານແຫ່ງ ສປປ ລາວ ປະດັບຫຼຽນກາມິດຕະພາບໃຫ້ທ່ານເອກອັກຄະລັດຖະທູດບຽມບາຊູເຣນ ຈຳສຣັງ ເພື່ອສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຈາລຶກຜົນງານຄຸນງາມຄວາມດີ ທີ່ທ່ານໄດ້ອຸທິດເຫື່ອແຮງ ແລະ ສະຕິປັນຍາ ເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງປະເທດ ລາວ ແລະ ມົງໂກລີ ໃຫ້ມີບາດກ້າວຂະຫຍາຍຕົວ ແລະ ແໜ້ນແຟ້ນຍິ່ງໆຂຶ້ນຕະຫຼອດການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ.

ພ້ອມດຽວກັນນີ້, ທ່ານ ບຽມບາຊູເຣນຈຳສຣັງ ກໍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງລັດຖະ ບານ ແລະ ປະຊາຊົນລາວ, ໂດຍສະເພາະ ກະຊວງການຕ່າງປະເທດ ທີ່ໄດ້ອໍານວຍຄວາມສະດວກໃຫ້ແກ່ການເຄື່ອນໄຫວໜ້າທີ່ການທູດຂອງຕົນຢູ່ ສປປ ລາວ ຈົນມີຜົນສໍາເລັດຢ່າງຈົບງາມ ແລະ ຢືນຢັນຈະສືບຕໍ່ໃນການເປັນຂົວຕໍ່ປະກອບສ່ວນເຂົ້າໃນການຮັດແໜ້ນແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີຂອງສອງປະເທດລາວ-ມົງໂກລີ ໃຫ້ສືບຕໍ່ມີບາດກ້າວຂະຫຍາຍຕົວ ແລະ ແໜ້ນແຟ້ນຍິ່ງໆຂຶ້ນໃນອະນາຄົດ.

(ຂ່າວ: ຕປທ,ພາບ:ແສງຈັນ)

ຄໍາເຫັນ

ຂ່າວການຮ່ວມມື

ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍພັນລະຍາ ແລະ ຄະນະ ເດີນທາງເຖິງນະຄອນຫຼວງວຽງຈັນ

ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍພັນລະຍາ ແລະ ຄະນະ ເດີນທາງເຖິງນະຄອນຫຼວງວຽງຈັນ

ໃນຕອນເຊົ້າຂອງວັນທີ 16 ຕຸລານີ້, ພະນະທ່ານ ອະນຸທິນ ຊານວີຣະກຸນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງເຖິງສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ ເພື່ອດໍາເນີນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ຊຶ່ງພິທີຕ້ອນຮັບທີ່ສະໜາມບິນສາກົນວັດໄຕ ໄດ້ຈັດຂຶ້ນຢ່າງອົບອຸ່ນ ແລະ ສົມກຽດ ໂດຍມີ ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ທັງເປັນລັດຖະມົນຕີກຽດຕິຍົດ ພ້ອມດ້ວຍຄະນະ ທັງຝ່າຍລາວ ແລະ ຝ່າຍໄທ ໃຫ້ການຕ້ອນຮັບ.
ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ຍື່ນສານຕາຕັ້ງຕໍ່ ສົມເດັດພະຣາຊາ ແຫ່ງ ຣາຊະອານາຈັກ ນອກແວ

ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ຍື່ນສານຕາຕັ້ງຕໍ່ ສົມເດັດພະຣາຊາ ແຫ່ງ ຣາຊະອານາຈັກ ນອກແວ

ຫວ່າງບໍ່ດົນມານີ້ ທີ່ພະຣາຊະວັງເຈົ້າຊີວິດຢູ່ນະຄອນຫຼວງໂອສະໂລ ປະເທດນອກແວ, ທ່ານ ບຸນທະວີ ວິລະວົງ ໄດ້ຍື່ນສານຕາຕັ້ງຕໍ່ສົມເດັດພະຣາຊາ ຮາຣາດ ທີ 5 (Harald V) ແຫ່ງ ຣາຊະອານາຈັກນອກແວ ເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົນໃໝ່ ປະຈຳ ຣາຊະອານາຈັກ ນອກແວ.
ຄະ​ນະ​ຜູ້​ແທນແຂວງ​ຈ້ຽງ​ຊູ້ ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່ ສ​ປ​ປ ລາວ

ຄະ​ນະ​ຜູ້​ແທນແຂວງ​ຈ້ຽງ​ຊູ້ ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່ ສ​ປ​ປ ລາວ

​​ໂດຍຕອບສະໜອງຕາມຄຳເຊີນ ຂອງຫ້ອງວ່າ​ການ​ນະ​ຄອນຫຼວງວຽງ​ຈັນ, ຄະ​ນະ​ຜູ້​ແທນແຂວງ​ຈ້ຽງ​ຊູ້ ສ​ປ ຈີນ ນຳ​ໂດຍສະ​ຫາຍ ຊູ ຢົງຫົງ (Chu Yonghong) ກຳ​ມະ​ການ​ປະ​ຈຳ​ພັກ​ແຂວງ ເລ​ຂາ​ທິ​ການ​ຄະ​ນະ​ບໍ​ລິ​ຫານ​ງານ​ພັກ​ແຂວງ​ຈ້ຽງ​ຊູ້ ສ​ປ ຈີນ ພ້ອມ​ດ້ວຍ​ຄະ​ນະຈຳ​ນວນ 8 ​​ສະ​ຫາຍ ມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ແຕ່ວັນທີ 14-16 ຕຸ​ລາ 2025.
ກອງທັບລາວ-ກໍາປູເຈຍ ເພີ່ມທະວີການຮ່ວມມືສອງຝ່າຍ

ກອງທັບລາວ-ກໍາປູເຈຍ ເພີ່ມທະວີການຮ່ວມມືສອງຝ່າຍ

​ ໃນລະຫວ່າງວັນທີ 13-16 ຕຸລາ ນີ້, ທ່ານ ພົນເອກ ເຕຍ ໄຊຫາ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງຣາຊະອານາຈັກກໍາປູເຈຍ ພ້ອມຄະນະ ໄດ້ເດີນທາງຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຊຶ່ງພິທີຕ້ອນຮັບຢ່າງເປັນທາງການໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 14 ຕຸລາ ນີ້ ຢູ່ກະຊວງປ້ອງກັນປະເທດ ໂດຍການຕ້ອນຮັບຂອງທ່ານ ພົນໂທ ຄໍາລຽງ ອຸທະໄກສອນ ລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ພ້ອມດ້ວຍຄະນະ.
3 ກອງທັບຊ້ອມກອບກູ້ໄພພິບັດ

3 ກອງທັບຊ້ອມກອບກູ້ໄພພິບັດ

ກອງທັບກຳປູເຈຍ-ລາວ-ຫວຽດນາມຝຶກຊ້ອມກອບກູ້ໄພພິບັດຮ່ວມປະສານທຸກພາກສ່ວນເພື່ອໃຫ້ຂັ້ນເທິງສັງເກດການຄັ້ງທີ 2 ໃນວັນທີ 13 ຕຸລາ ຜ່ານມາ ທີ່ສະໜາມຝຶກຊ້ອມອ່າງນໍ້າຫຸມ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ, ໂດຍມີທ່ານ ພົນຕີ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງ ທັບປະຊາຊົນລາວ, ຫົວໜ້າຄະນະຊີ້ນໍາການຝຶກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບປະຈໍາປີ 2025, ທ່ານ ພັນເອກ ຟ້າມ ວັນຢູ້ງ ຮອງຫົວໜ້າເສນາທິການທະຫານເຂດ 4, ຫົວໜ້າຄະນະຊີ້ນໍາກອບກູ້ໄພພິບັດຮ່ວມ 3 ກອງທັບຝ່າຍຫວຽດນາມ, ທ່ານ ພັນເອກ ລົງ ກິມທຽນ ຮອງຫົວໜ້າກົມອົບຮົມ ກອງບັນຊາການທະຫານສູງສຸດ, ຫົວໜ້າຄະນະຊີ້ນໍາຝຶກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບຝ່າຍກໍາປູເຈຍ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ 3 ກອງທັບເຂົ້າຮ່ວມ.
ກອງປະຊຸມດ້ານການຂົນສົ່ງອາຊຽນ ຄັ້ງທີ 49 ແລະດ້ານການຂົນສົ່ງຜ່ານແດນ ຄັ້ງທີ 17

ກອງປະຊຸມດ້ານການຂົນສົ່ງອາຊຽນ ຄັ້ງທີ 49 ແລະດ້ານການຂົນສົ່ງຜ່ານແດນ ຄັ້ງທີ 17

ໃນລະຫວ່າງວັນທີ 14-17 ຕຸລາ 2025ນີ້, ທີ່ໂຮງແຮມສຸພັດຕານະຄອນ ຫຼວງພະບາງ ແຂວງຫຼວງພະບາງ, ກົມຂົນສົ່ງ ກະຊວງໂຍທາທິການ ແລະ ຂົນສົ່ງ ສປປ ລາວ ໄດ້ຈັດກອງປະຊຸມໜ່ວຍງານວິຊາການ ອໍານວຍຄວາມສະດວກ ດ້ານການຂົນສົ່ງອາຊຽນ ຄັ້ງທີ 49 (49th Transport Facilitation Working Group Meeting) ແລະກອງປະຊຸມ ຫົວໜ້າຄະນະປະສານງານ ດ້ານການຂົນສົ່ງຜ່ານແດນ ຄັ້ງທີ 17 (17th Transit Transport Coordinating Board Meeting) ໂດຍເປັນປະທານຂອງ ທ່ານ ນາງ ອໍາໄພວັນ ແກ້ວປະດິດ ຮອງຫົວໜ້າກົມຂົນສົ່ງ ກະຊວງໂຍທາທິການ ແລະ ຂົນສົ່ງ, ມີຄະນະຜູ້ແທນຈາກ ປະເທດສະມາຊິກ ອາຊຽນ 10 ປະເທດ, ກອງເລຂາອາຊຽນ ຄູ່ຮ່ວມພັດທະນາ ຈາກປະເທດ ຍີ່ປຸ່ນ, ອາເມລິກາ, ຕິມໍເລດເຕ ໃນຖານະປະເທດ ສັງເກດການ ແລະຜູ້ຕາງໜ້າຈາກອົງການຈັດຕັ້ງລັດທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ເປີດກອງປະຊຸມຜູ້ນຳລະດັບໂລກວ່າດ້ວຍບົດບາດ ແລະ ສິດທິຂອງແມ່ຍິງ

ເປີດກອງປະຊຸມຜູ້ນຳລະດັບໂລກວ່າດ້ວຍບົດບາດ ແລະ ສິດທິຂອງແມ່ຍິງ

ກອງປະຊຸມ ຜູ້ນຳລະດັບໂລກວ່າດ້ວຍບົດບາດ ແລະ ສິດທິຂອງແມ່ຍິງ ໄດ້ເປີດຂຶ້ນຢ່າງເປັນທາງການໃນວັນທີ 13 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດຂອງຈີນ ທີ່ປັກກິ່ງ, ໂດຍການເຂົ້າຮ່ວມຂອງທ່ານ ສີ ຈິ້ນຜິງ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາຊົນຈີນ ພ້ອມດ້ວຍ ພັນລະຍາ, ແລະ ຜູ້ຕາງໜ້າແມ່ຍິງຫຼາຍກວ່າ100ປະເທດ ຈາກ 5 ທະວີບ ທົ່ວໂລກ ແລະ ທ່ານ ນາງ ປານີ ຢາທໍ່ຕູ້ ເປັນຜູ້ຕາງໜ້າ ສປປ ລາວ ນຳພາຄະນະເຂົ້າຮ່ວມກອງປະຊຸມຄັ້ງນີ້.
ຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມລັດຖະມົນຕີສະພາປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 34

ຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມລັດຖະມົນຕີສະພາປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 34

ໃນລະຫວ່າງວັນທີ 6-9 ຕຸລາ ຜ່ານມາ, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນທາງການລາວເຂົ້າຮ່ວມກອງປະຊຸມສະພາປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 34 ຢູ່ເຊລັງກໍ ປະເທດມາເລເຊຍ ພາຍໃຕ້ຫົວຂໍ້ “ການມີສ່ວນຮ່ວມຢ່າງທົ່ວເຖິງ ແລະ ຍືນຍົງ” ໂດຍການເປັນປະທານຂອງທ່ານ ດາໂຕະ ສຣິ ຕິຢອງ ຄິງ ຊິງ ລັດຖະມົນຕີກະຊວງທ່ອງທ່ຽວ, ສິລະປະ ແລະ ວັດທະນະທຳແຫ່ງມາເລເຊຍ, ມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ຜູ້ຕາງໜ້າສະພາວັດທະນະທຳ-ສັງຄົມອາຊຽນ, ຕີມໍແລັດສະເຕ ແລະ ເລຂາທິການໃຫຍ່ອາຊຽນເຂົ້າຮ່ວມ.
ລັດຖະບານ ລາວ ປະດັບຫຼຽນກາມິດຕະພາບໃຫ້ແກ່ ເອກອັກຄະລັດຖະທູດ ສິງກະໂປ ປະຈໍາ ສປປ ລາວ

ລັດຖະບານ ລາວ ປະດັບຫຼຽນກາມິດຕະພາບໃຫ້ແກ່ ເອກອັກຄະລັດຖະທູດ ສິງກະໂປ ປະຈໍາ ສປປ ລາວ

ໃນວັນທີ 9 ຕຸລານີ້ ທີ່ ກະຊວງການຕ່າງປະເທດ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາຂອງ ທ່ານ ຊູເດສ ມາເນຍ (Sudesh Maniar) ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ສິງກະໂປ ປະຈໍາ ສປປ ລາວ, ໃນໂອກາດທີ່ທ່ານສໍາເລັດການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ, ພ້ອມທັງຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ປະດັບຫຼຽນກາມິດຕະພາບ ໃຫ້ແກ່ທ່ານເອກອັກຄະລັດຖະທູດ ສິງກະໂປ ເພື່ອເປັນການຊົມເຊີຍ ແລະ ສັນລະເສີນ ຕໍ່ຜົນງານໃນການປະກອບສ່ວນຂອງທ່ານເອກອັກຄະລັດຖະທູດ ເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສິງກະໂປ ໄດ້ຢ່າງຈົບງາມ, ມີປະສິດທິພາບ ແລະ ປະສິດທິຜົນ.
ສະເຫຼີມສະຫຼອງ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລາວ-ຣັດເຊຍ

ສະເຫຼີມສະຫຼອງ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລາວ-ຣັດເຊຍ

ໃນຕອນຄໍ່າຂອງວັນທີ 9 ກັນຍາ ຜ່ານມານີ້ ທີ່ໂຮງແຮມດອນຈັນພາເລດ ນະຄອນຫຼວງວຽງຈັນໄດ້ມີພິທີສະເຫຼີມສະຫຼອງ ຄົບຮອບ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ສ ຣັດເຊຍ ຂຶ້ນຢ່າງເປັນທາງການ, ເຂົ້າຮ່ວມເປັນກຽດໃນພິທີດັ່ງກ່າວມີ ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ໃນນາມຕາງໜ້າລັດຖະບານ ແຫ່ງ ສປປ ລາວ ແລະ ທ່ານ ວະລາດີເມຍ ກາລີນິນ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສ ຣັດເຊຍ ປະຈໍາ ສປປ ລາວ ຕາງໜ້າລັດຖະບານ ແຫ່ງ ສ ຣັດເຊຍ, ມີບັນດາທ່ານລັດຖະມົນຕີ, ຮອງລັດຖະມົນຕີ, ເຈົ້າໜ້າທີ່ຂັ້ນສູງຂອງລາວ, ທູຕານຸທູດປະຈໍາ ສປປ ລາວ ແລະ ແຂກຖືກເຊີນຈາກພາກສ່ວນຕ່າງໆ ເຂົ້າຮ່ວມຢ່າງພ້ອມພຽງ.
ເພີ່ມເຕີມ