ລັດຖະມົນຕີ ກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ທູດຕີມໍ-ເລສເຕ

ລັດຖະມົນຕີ ກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ທູດຕີມໍ-ເລສເຕ

ລັດຖະມົນຕີ ກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ທູດຕີມໍ-ເລສເຕ
ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ທ່ານ ຟີໂລເມໂນ ອາລິໂຊ ດາ ຄຣູສ (Filomeno Aleixo da Cruz) ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ຕີມໍ-ເລສເຕ ປະຈໍາ ສປປ ລາວ ໃນຕອນເຊົ້າວັນທີ 18 ມິຖຸນາ ຜ່ານມາ ທີ່ ກະຊວງການຕ່າງປະເທດ, ໂອກາດທີ່ໄດ້ສໍາເລັດການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ.

 

ໃນໂອກາດນີ້, ທ່ານ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຍິນດີ ແລະ ຊົມເຊີຍ ຕໍ່ ທ່ານທູດ ຟີໂລເມໂນ ອາລິໂຊ ດາ ຄຣູສ ທີ່ໄດ້ສໍາເລັດການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ ຕະຫຼອດໄລຍະ 1 ປີ 4 ເດືອນ ຢ່າງຈົບງາມ ແລະ ໄດ້ຮັບຜົນສໍາເລັດຫຼາຍດ້ານ, ພ້ອມທັງຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືອັນດີ ລະຫວ່າງ ສປປ ລາວ ແລະ ຕີມໍ-ເລສເຕ ຕະຫຼອດໄລຍະ 2 ທົດສະວັດກວ່າ ທີ່ຜ່ານມາ ທີ່ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ ພາຍຫຼັງທີ່ສອງປະເທດ ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນ ແຕ່ວັນທີ 29 ກໍລະກົດ 2002 ເປັນຕົ້ນມາ. ໂດຍເຫັນໄດ້ຈາກການແລກປ່ຽນການຢ້ຽມຢາມຂອງການນຳຂັ້ນສູງຂອງສອງປະເທດ ໃນຊຸມປີຜ່ານມາ, ໂດຍສະເພາະການຢ້ຽມຢາມທາງລັດຖະກິດ ຢູ່ ສປປ ລາວ ຂອງ ທ່ານ ໂຈເຊ ຣາໂມສ ອໍຕ້າ ປະທານາທິບໍດີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ຕີມໍ-ເລສເຕ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໃນຕົ້ນປີ 2024 ຜ່ານມາ ຊຶ່ງເປັນຂີດໝາຍສໍາຄັນ ແລະ ເປັນຄັ້ງປະຫວັດສາດ ທີ່ປະມຸກລັດຂອງຕີມໍ-ເລສເຕ ເດີນທາງຢ້ຽມຢາມ ສປປ ລາວ. ພ້ອມດຽວກັນນີ້, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ໄດ້ສະແດງຄວາມເຊື່ອໝັ້ນວ່າ ພາຍຫຼັງທີ່ ທ່ານ ຟີໂລເມໂນ ອາລີໂຊ ດາ ຄຣູສ ເດີນທາງກັບຄືນປະເທດແລ້ວ, ທ່ານຈະສືບຕໍ່ສົ່ງເສີມຂະແໜງການທີ່ກ່ຽວຂ້ອງຂອງທັງສອງຝ່າຍ ເພື່ອຈັດຕັ້ງປະຕິບັດບັນດາຂໍ້ຕົກລົງທີ່ສອງຝ່າຍໄດ້ລົງນາມຮ່ວມກັນ, ພ້ອມທັງຊອກຫາຊ່ອງທາງໃນການຮ່ວມມືທາງດ້ານເສດຖະກິດ, ການຄ້າ, ການລົງທຶນ, ການທ່ອງທ່ຽວ, ກະສິກໍາ, ການນໍາເຂົ້າ ແລະ ສົ່ງອອກນໍ້າມັນ ແລະ ອາຍແກັສ ແລະ ດ້ານອື່ນໆ ໃນຊຸມປີຕໍ່ໜ້າ.

ທ່ານ ຟີໂລເມໂນ ອາລິໂຊ ດາ ຄຣູສ ກໍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງລັດຖະບານ ແລະ ປະຊາຊົນລາວ, ໂດຍສະເພາະ ກະຊວງການຕ່າງປະເທດ ທີ່ໄດ້ອໍານວຍຄວາມສະດວກ ແລະ ໃຫ້ຄວາມຮ່ວມມືເປັນຢ່າງດີ ໃນການເຄື່ອນໄຫວວຽກງານ ແລະ ປະຕິບັດໜ້າທີ່ການທູດຂອງຕົນຢູ່ ສປປ ລາວ ຈົນໄດ້ຮັບຜົນສໍາເລັດຢ່າງຈົບງາມ, ພ້ອມທັງຢ້ຳຄືນຄໍາໝາຍໝັ້ນ ຈະສືບຕໍ່ຊຸກຍູ້ບັນດາກະຊວງ ແລະ ຂະແໜງການທີ່ກ່ຽວຂ້ອງຂອງ ຕີມໍ-ເລສເຕ ໃນການຜັນຂະຫຍາຍບັນດາຂໍ້ຕົກລົງ ທີ່ສອງຝ່າຍໄດ້ລົງນາມຮ່ວມກັນ, ເພື່ອປະກອບສ່ວນເຂົ້າໃນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ຂອງສອງປະເທດ ລາວ ແລະ ຕີມໍ-ເລສເຕ ໃຫ້ໄດ້ຮັບການພັດທະນາ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ. ໃນຕອນທ້າຍ, ທ່ານທູດຕີມໍ-ເລສເຕ ໄດ້ເຊື້ອເຊີນ ທ່ານ ທອງສະຫວັນ ພົມວິຫານ ຢ້ຽມຢາມທາງການ ທີ່ ຕີມໍ-ເລສເຕ ແລະ ຫວັງວ່າ ຈະມີໂອກາດໄດ້ຕ້ອນຮັບທ່ານລັດຖະມົນຕີ ໃນອະນາຄົດ.

(ຂ່າວ-ພາບ: ກະຊວງການຕ່າງປະເທດ)

ຄໍາເຫັນ

ຂ່າວການຮ່ວມມື

ຮອງປະທານປະເທດ ຕ້ອນຮັບທູດ ການາດາ ເຂົ້າຢ້ຽມອຳລາ

ຮອງປະທານປະເທດ ຕ້ອນຮັບທູດ ການາດາ ເຂົ້າຢ້ຽມອຳລາ

ໃນວັນທີ 5 ສິງຫາ ນີ້ ທີ່ທຳນຽບປະທານປະເທດ, ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ທ່ານ ນາງ ປິງ ກິດນິກອນ (H.E. Mrs. Ping kinikone) ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງ ການາດາ ປະຈຳ ສປປ ລາວ ໃນໂອກາດ ສຳເລັດການປະຕິບັດໜ້າທີ່ ການທູດ ຢູ່ ສປປ ລາວ.
ເອກອັກຄະລັດຖະທູດ ສປຈີນ ປະຈຳລາວ ເຂົ້າພົບປະທ່ານເຈົ້າແຂວງຫຼວງນໍ້າທາ

ເອກອັກຄະລັດຖະທູດ ສປຈີນ ປະຈຳລາວ ເຂົ້າພົບປະທ່ານເຈົ້າແຂວງຫຼວງນໍ້າທາ

ເພື່ອສືບຕໍ່ຮັດແຫນ້ນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ການພົວພັນຮ່ວມມືແບບຄູ່ຮ່ວມຍຸດທະສາດຮອບດ້ານ, ໝັ້ນຄົງ, ຍາວນານ ຕາມທິດ 4 ດີ ກໍຄືການເປັນຄູ່ຮ່ວມຊາຕາກຳ ລາວ-ຈີນ, ຈີນ-ລາວ ຂອງສອງປະເທດ ໃຫ້ເລິກຊຶ່ງກວ່າເກົ່າ. ທ່ານ ນາງ ຝາງຫົງ ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມ ແຫ່ງສາທາລະນະລັດປະຊາຊົນຈີນ ປະຈຳລາວ ພ້ອມດ້ວຍຄະນະ ເຂົ້າພົບປະທ່ານ ວຽງສະຫວັດ ສີພັນດອນ ເຈົ້າແຂວງຫຼວງນໍ້າທາ ຢູ່ທີ່ຫ້ອງວ່າການແຂວງ ໃນວັນທີ 1 ສີງຫາຜ່ານມາ ພ້ອມທັງໄດ້ລາຍງານຈຸດປະສົງຂອງການເຄື່ອນໄຫວ ແລະ ເຮັດວຽກຢູ່ແຂວງຫຼວງນໍ້າທາໃນຄັ້ງນີ້ໃຫ້ທ່ານເຈົ້າແຂວງໄດ້ຮັບຊາບ.
ກອງປະຊຸມຄະນະວິຊາການກ່ຽວກັບການພັດທະນາຜະລິດຕະພັນປ່າໄມ້ອາຊຽນຄັ້ງທີ 28

ກອງປະຊຸມຄະນະວິຊາການກ່ຽວກັບການພັດທະນາຜະລິດຕະພັນປ່າໄມ້ອາຊຽນຄັ້ງທີ 28

ກອງປະຊຸມຄະນະວິຊາການກ່ຽວກັບການພັດທະນາຜະລິດຕະພັນປ່າໄມ້ອາຊຽນຄັ້ງທີ 28 (AWG-FPD28) ໄດ້ຈັດຂຶ້ນໃນລະຫວ່າງວັນທີ 4-5 ສິງຫາ ນີ້ ທີ່ ໂຮງແຮມ ສຸພັດຕາ ນະຄອນ-ຫຼວງພະບາງ ແຂວງຫຼວງພະບາງ,ໃນຮູບແບບອອນລາຍ ແລະ ເຊິ່ງໜ້າ ໂດຍການເປັນປະທານ ຂອງ ທ່ານ ທຸມທອນ ວົງວີສຸກ ຮອງຫົວໜ້າກົມປ່າໄມ້ ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ມີທ່ານ ບຸນມີ ສະຫວັດ ຫົວໜ້າພະແນກ ກະສິກໍາ ແລະ ປ່າໄມ້ ແຂວງຫຼວງພະບາງ, ມີຜູ້ຕາງໜ້າຈາກປະເທດສະມາຊິກອາ ຊຽນ, ຜູ້ຕາງໜ້າກອງເລຂາທິການອາຊຽນ ແລະ ຜູ້ຕາງໜ້າ ຄູ່ຮ່ວມພັດທະນາ (ອົງການສາກົນ) ເຂົ້າຮ່ວມ.
ຊາວຫວຽດກ່ຽວ ກັບພາລະກິດຕໍ່ສູ້ປົດປ່ອຍຊາດ ແລະ ສ້າງສາປະເທດໃນຍຸກແຫ່ງການພັດທະນາ

ຊາວຫວຽດກ່ຽວ ກັບພາລະກິດຕໍ່ສູ້ປົດປ່ອຍຊາດ ແລະ ສ້າງສາປະເທດໃນຍຸກແຫ່ງການພັດທະນາ

ຊາວຫວຽດນາມບັນດາເຜົ່າ ມີມູນເຊື້ອຮັກຊາດ, ຄວາມສາມາຄີ ແລະ ພິລະອາກຫານໃນການຕໍ່ສູ້ເພື່ອສ້າງສາ ແລະ ປົກປັກຮັກສາປະເທດຊາດ. ໃນຂະບວນວິວັດແຫ່ງປະຫວັດສາດອັນຮຸ່ງເຮືອງເຫຼືອງເຫຼື້ອມ, ພີ່ນ້ອງຮ່ວມຊາດຊາວຫວຽດນາມ ທີ່ອາໃສຢູ່ຕ່າງປະເທດ – ທີ່ຖືກເອີ້ນວ່າ “ຫວຽດກ່ງວ” ໄດ້ເປັນພາກສ່ວນໜຶ່ງທີ່ເປັນຮ່າງກາຍຊອງຊາດ ທີ່ບໍ່ສາມາດແຍກອອກໄດ້. ເຖິງຈະດຳລົງຊີວິດຢູ່ໄກຈາກແຜ່ນດິນແມ່, ແຕ່ຈິດໃຈຮັກຊາດ, ຈິດວິນຍານຂອງຊາດ ຄວາມຜູກພັນກັບປະເທດຊາດ ເປັນສາຍໄຍອັນສະໜິດແໜ້ນທີ່ເປັນໝາກຫົວໃຈຊາວຫວຽດນາມນັບລ້ານໆ ທີ່ອາໄສໃນຕ່າງແດນຮ່ວມກັນປັນໜຶ່ງດຽວ.
ລາວ-ຣັດເຊຍ ທົບທວນຄືນການຮ່ວມມືດ້ານການທະຫານ

ລາວ-ຣັດເຊຍ ທົບທວນຄືນການຮ່ວມມືດ້ານການທະຫານ

ວັນທີ 31 ກໍລະກົດ ຜ່ານມາ, ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະໄດ້ພົບປະສອງຝ່າຍກັບ ສະຫາຍ ອານເດຣ ເບຍໂລອູຊົບ ລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ ສ ຣັດເຊຍ ພ້ອມດ້ວຍຄະນະ ທີ່ນະຄອນຫຼວງມົສກູ ສ ຣັດເຊຍ.
ຄະນະຜູ້ແທນກົງສູນໃຫຍ່ ສສ ຫວຽດນາມ ປະຈໍາພາກໃຕ້ລາວ ວາງພວງມາລາ ຢູ່ອະນຸສາວະລີ ຮ່ວມສໍາພັນສູ້ຮົບ ລາວ-ຫວຽດນາມ

ຄະນະຜູ້ແທນກົງສູນໃຫຍ່ ສສ ຫວຽດນາມ ປະຈໍາພາກໃຕ້ລາວ ວາງພວງມາລາ ຢູ່ອະນຸສາວະລີ ຮ່ວມສໍາພັນສູ້ຮົບ ລາວ-ຫວຽດນາມ

ເນື່ອງໃນໂອກາດສະເຫຼີມສະຫຼອງວັນນັກຮົບເສຍສະຫຼະຊີວິດເພື່ອຊາດ ຄົບຮອບ 78 ປີ (27/71947-27/7/2025), ໃນວັນທີ 27 ກໍລະກົດນີ້, ຄະນະຜູ້ແທນກົງສູນໃຫຍ່ ສສ ຫວຽດນາມ ປະຈໍາພາກໃຕ້ລາວ ນໍາໂດຍທ່ານ ນາງ ຕ້າເຟືອງຢຸງ ກົງສູນໃຫຍ່ ສສ ຫວຽດນາມ ປະຈໍາພາກໃຕ້ລາວ, ພ້ອມຄະນະ ໄດ້ເຂົ້າວາງພວງມາລາ, ທູບ-ທຽນ ທີ່ອະນຸສາວະລີ ຮ່ວມສໍາພັນສູ້ຮົບ ລາວ-ຫວຽດນາມ ຢູ່ເມືອງປາກຊ່ອງ ແຂວງຈໍາປາສັກ ທັງນີ້ກໍເພື່ອລະນຶກວັນນັກຮົບເສຍສະຫຼະຊີວິດເພື່ອຊາດ.
ກອງປະຊຸມຄັ້ງທີ 8 ຂອງຄະນະກຳມະການຊາຍແດນຮ່ວມ ລາວ - ກໍາປູເຈຍ (JBC)

ກອງປະຊຸມຄັ້ງທີ 8 ຂອງຄະນະກຳມະການຊາຍແດນຮ່ວມ ລາວ - ກໍາປູເຈຍ (JBC)

ກອງປະຊຸມຄະນະກຳມະການຊາຍແດນຮ່ວມລາວ-ກຳປູເຈຍ ແລະ ກຳປູເຈຍ-ລາວ ຄັ້ງທີ 8 ໄດ້ຈັດຂຶ້ນໃນວັນທີ26 ກໍລະກົດ ຜ່ານມາ ທີ່ນະຄອນຫຼວງພະນົມເປັນ ຣາຊະອານາຈັກກໍາປູເຈຍ. ຄະນະຜູ້ແທນຝ່າຍລາວນຳໂດຍ ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ປະທານຄະນະກໍາມະການຊາຍແດນຮ່ວມລາວ-ກໍາປູເຈຍ ແລະ ຄະນະຜູ້ແທນຝ່າຍກໍາປູເຈຍນໍາໂດຍ ທ່ານ ລາມເຈຍ ລັດຖະມົນຕີປະຈໍາເລຂາທິການກ່ຽວກັບຊາຍແດນ ປະທານຄະນະກໍາມະການຊາຍແດນຮ່ວມກໍາປູເຈຍ-ລາວ, ໂດຍມີຜູ້ຕາງໜ້າຈາກຂະແໜງການຂອງສູນກາງ ແລະ ທ້ອງຖິ່ນທີ່ກ່ຽວຂ້ອງຂອງທັງສອງຝ່າຍເຂົ້າຮ່ວມ.
ລມຕ ກະຊວງການຕ່າງປະເທດ ພ້ອມຄະນະເດີນທາງຢ້ຽມຢາມຣາຊະອານາຈັກ ກຳປູເຈຍ

ລມຕ ກະຊວງການຕ່າງປະເທດ ພ້ອມຄະນະເດີນທາງຢ້ຽມຢາມຣາຊະອານາຈັກ ກຳປູເຈຍ

ໂດຍຕອບສະໜອງຕາມຄຳເຊີນຂອງ ທ່ານ ປຣາກ ໂຊຄົນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນແຫ່ງ ຣາຊະອານາຈັກ ກຳປູເຈຍ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້​ເດີນທາງຢ້ຽມຢາມ ຣາຊະອານາຈັກ ກຳປູເຈຍ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມຄະນະກໍາມະການຊາຍແດນຮ່ວມລາວ-ກໍາປູເຈຍ, ກໍາປູເຈຍ-ລາວ ຄັ້ງທີ 8ໃນລະຫວ່າງວັນທີ 24-26 ກໍລະກົດ 2025 ຕາມແຜນການທີ່ໄດ້ກະກຽມໄວ້, ເພື່ອຮັດແໜ້ນສາຍພົວພັນມິດຕະພາບ ອັນເປັນມູນເຊື້ອ ຖານບ້ານໃກ້ເຮືອນຄຽງທີ່ດີ ທີ່ມີມາແຕ່ດົນນານ ແລະ ເພີ່ມທະວີການຮ່ວມມືຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານລະຫວ່າງສອງປະເທດ ລາວ ແລະ ກຳປູເຈຍ.
ກອງປະຊຸມເວທີປຶກສາຫາລືການເມືອງລະດັບສູງ ວ່າດ້ວຍ ການພັດທະນາແບບຍືນຍົງ

ກອງປະຊຸມເວທີປຶກສາຫາລືການເມືອງລະດັບສູງ ວ່າດ້ວຍ ການພັດທະນາແບບຍືນຍົງ

ໃນລະຫວ່າງວັນທີ 14 - 23 ກໍລະກົດ ຜ່ານມາ ທີ່ສໍານັກງານໃຫຍ່ ອົງການສະຫະປະຊາຊາດ (ສປຊ) ທີ່ນິວຢອກ ສ ອາເມລິກາ, ຄະນະຜູ້ແທນ ສປປ ລາວ ຈາກ ກະຊວງການຕ່າງປະເທດ ແລະ ຈາກ ສໍານັກງານຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈຳ ອົງການ ສປຊ ໄດ້ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືການເມືອງລະດັບສູງ ວ່າດ້ວຍ ການພັດທະນາແບບຍືນຍົງ ປະຈໍາປີ 2025
ການເຄື່ອນໄຫວຄົ້ນຄວ້າ​ຮ່ຳຮຽນການປະຕິວັດສີແດງ

ການເຄື່ອນໄຫວຄົ້ນຄວ້າ​ຮ່ຳຮຽນການປະຕິວັດສີແດງ

ໂລກໃນທຸກມື້ນີ້, ມີການຜັນແປຢ່າງໄວວາທີ່ສຸດ ທີ່ບໍ່ເຄີຍເຫັນໃນຮອບໜຶ່ງສະຕະ​ວັດທີ່ຜ່ານມາ, ແຕ່ແນວໃດກໍຕາມ, ສັນຕິພາບ ​ແລະ​ ການພັດທະນາ ຍັງເປັນກະແສຫຼັກຂອງຍຸກສະໄໝ ປັດຈຸບັນ. ​ທ່າອ່ຽງຈຸດໝາຍປາຍທາງຮ່ວມຂອງບັນດາປະເທດໃນພາກພື້ນ ນັບມື້ພົ້ນເດັ່ນຂຶ້ນ. ສະນັ້ນ, ຕ້ອງຮ່ວມກັນສ້າງປະຊາຄົມຊາຕາກຳ. ປະເທດຈີນ, ຫວຽດນາມ ແລະ ລາວ ລ້ວນແຕ່ແມ່ນປະເທດສັງຄົມນິຍົມ ທີ່ມີອຸດົມການ,​ ໜ້າທີ່ປະຫວັດສາດ ແລະ ເປົ້າໝາຍການພັດທະນາທີ່ຄ້າຍຄືກັນ. ສະນັ້ນ, ການພົບປະ​ແລກປ່ຽນວັດທະນະທຳດ້ານການປະຕິວັດ ກໍເລີ່ມກາຍເປັນກິດຈະກຳອັນສຳຄັນ ສຳລັບທັງ 3 ປະເທດ.
ເພີ່ມເຕີມ