ລັດຖະມົນຕີກະຊວງ ຖວທ ຕ້ອນຮັບຜູ້ອຳນວຍການພາກພື້ນຂົງເຂດແມ່ນໍ້າຂອງ

ລັດຖະມົນຕີກະຊວງ ຖວທ ຕ້ອນຮັບຜູ້ອຳນວຍການພາກພື້ນຂົງເຂດແມ່ນໍ້າຂອງ

ລັດຖະມົນຕີກະຊວງ ຖວທ ຕ້ອນຮັບຜູ້ອຳນວຍການພາກພື້ນຂົງເຂດແມ່ນໍ້າຂອງ
ເມື່ອບໍ່ດົນມານີ້, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ທ່ານ ຈ່ອງ-ກາບຣີແຢຣ ດຸສ (Jean Gabriel Duss) ຜູ້ອຳນວຍການພາກພື້ນຂົງເຂດແມ່ນໍ້າຂອງ, ຫ້ອງການຮ່ວມມື ແລະ ກົງສູນສະວິດ (SDC) ເພື່ອລາຍງານ ແລະ ທົບທວນຄືນການຈັດຕັ້ງປະຕິບັດໂຄງການຮ່ວມມື ລະຫວ່າງ ກະຊວງ ຖວທ ແລະ ຫ້ອງການ SDC ທີ່ຈັດຕັ້ງປະຕິບັດໂດຍບັນດາອົງການຈັດຕັ້ງສາກົນຂອງປະເທດສະວິດ ໂດຍສະເພາະບັນດາກິດຈະກໍາທີ່ຊຸກຍູ້ສົ່ງເສີມນະໂຍບາຍຂະແໜງການທ່ອງທ່ຽວ, ພ້ອມທັງປຶກສາຫາລືກ່ຽວກັບແຜນການຮ່ວມມືກັນໃນຕໍ່ໜ້າ.

 

 

ໃນໂອກາດນີ້, ທ່ານ ລັດຖະມົນຕີ ກະຊວງ ຖວທ ໄດ້ຕີລາຄາສູງຕໍ່ການສະໜັບສະໜູນ ແລະ ຊ່ວຍເຫຼືອ ຂອງຫ້ອງການ SDC ໃນໄລຍະຜ່ານມາ ຊຶ່ງເປັນການປະກອບສ່ວນສຳຄັນຕໍ່ການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໂດຍສະເພາະວຽກງານການຍົກສູງດ້ານທັກສະວິຊາການ ແລະ ການພັດທະນາບຸກຄະລາກອນ ດ້ານການທ່ອງທ່ຽວ ທີ່ເປັນວຽກບຸລິມະສິດສໍາຄັນອັນໜຶ່ງ ໃນການພັດທະນາວຽກງານຂອງ ກະຊວງ ຖວທ.

ພ້ອມກັນນີ້, ສອງຝ່າຍໄດ້ສະແດງຄວາມເປັນເອກະພາບ ແລະ ຕີລາຄາສູງຕໍ່ໝາກຜົນຂອງບັນດາວຽກງານທີ່ໄດ້ຈັດຕັ້ງປະຕິບັດໃນໄລຍະຜ່ານມາ ໂດຍ ທ່ານ ຈ່ອງ-ກາບຣີແຢຣ ດູສ ໄດ້ສະແດງຄຳໝັ້ນສັນຍາວ່າ ຈະສືບຕໍ່ຮ່ວມມືກັບ ກະຊວງ ຖວທ ໃນສ້າງຄວາມເຂັ້ມແຂງໃຫ້ແກ່ບຸກຄະລາກອນ, ລົງເລິກການຈັດຝຶກອົບຮົມດ້ານວິຊາຊີບການທ່ອງທ່ຽວ, ວຽກງານສົ່ງເສີມການພັດທະນາທັກສະຄວາມຮູ້ - ຄວາມສາມາດ ແລະວິເຄາະ-ວິໄຈດ້ານການທ່ອງທ່ຽວໃຫ້ຫຼາຍຂຶ້ນ.

ຈາກນັ້ນ, ທ່ານ ນາງ ສວນສະຫວັນ ວິຍະເກດ ກໍໄດ້ສະແດງຄວາມຂອບໃຈ ແລະ ສະແດງຄວາມພ້ອມທີ່ຈະສືບຕໍ່ຮ່ວມມື ແລະ ຮ່ວມເຮັດວຽກຢ່າງໃກ້ຊິດກັບ ຫ້ອງການ SDC ເພື່ອເຮັດໃຫ້ວຽກງານຮ່ວມມືຂອງສອງຝ່າຍບັນລຸຜົນສຳເລັດຕາມເປົ້າໝາຍທີ່ວາງໄວ້.

(ຂ່າວ: ຂປລ)

ຄໍາເຫັນ

ຂ່າວການຮ່ວມມື

ສຳມະນາສາກົນແນວພັນຜັກເຂດຮ້ອນກ້າວໄປສູ່ການເຂົ້າຮ່ວມ ແລະ ເພີ່ມທະວີການຮ່ວມມື UPOV

ສຳມະນາສາກົນແນວພັນຜັກເຂດຮ້ອນກ້າວໄປສູ່ການເຂົ້າຮ່ວມ ແລະ ເພີ່ມທະວີການຮ່ວມມື UPOV

ກຸ່ມບໍລິສັດແນວພັນພືດຫວຽດນາມ (Vinaseed), ສະມາຊິກຂອງກຸ່ມ PAN ຮ່ວມກັບສູນປູກຜັກໂລກ (WorldVeg) ແລະ ບັນດາຄູ່ຮ່ວມມືໄດ້ຈັດກອງປະຊຸມສຳນາສາກົນກ່ຽວກັບແນວພັນຜັກເຂດຮ້ອນ, ແຜນ ງານເພື່ອກ້າວໄປສູ່ການເຂົ້າຮ່ວມ ແລະ ເພີ່ມທະວີການຮ່ວມມື UPOV” ຂຶ້ນໃນວັນທີ 10 ກັນຍານີ້ ທີ່ ແຂວງອຸດົມໄຊ, ໂດຍການເປັນປະທານ ຂອງ ທ່ານ ຫວຽນ ຈູງຢູງ (Nguyen Trung Dung) ຮອງປະທານກຸ່ມ​ບໍລິສັດ Vinaseed,​ ມີ​ຜູ້ຕາງໜ້າກະຊວງອຸດສາຫະກຳ ​ແລະ ການ​ຄ້າ​, ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ໝາກ​ໄມ້ ​ແລະ ຜັກ​ຫວຽດນາມ, ການ​ນຳ​ແຂວງ​ອຸດົມ​ໄຊ, ກຸ່​ມ​ບໍລິສັດ Vinaseed ແລະ ພາກສ່ວນ ທີ່ກ່ຽວຂ້ອງເຂົ້າຮ່ວມ​.
ທ່ານ ລິນຄຳ ດວງສະຫວັນ ຕ້ອນຮັບທູດສິງກະໂປ ເຂົ້າຢ້ຽມອຳລາ

ທ່ານ ລິນຄຳ ດວງສະຫວັນ ຕ້ອນຮັບທູດສິງກະໂປ ເຂົ້າຢ້ຽມອຳລາ

ໃນວັນທີ 9 ກັນຍາ ນີ້ ທີ່ຫ້ອງຮັບແຂກ ກະຊວງກະສິກຳ ແລະ ສິ່ງແວດລ້ອມ, (ກສ) ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໄດ້ໃຫ້ກຽດຕ້ອນຮັບ ທ່ານ Sudesh Maniar ເອກອັກຄະລັດຖະທູດ ສິງກະໂປ ປະຈຳ ສປປ ລາວ ເຂົ້າຢ້ຽມຢາມພົບປະ ແລະ ອຳລາ ເນື່ອງໃນໂອກາດທີ່ຈະໝົດວາລະປະຈຳການຢູ່ ສປປ ລາວ.
ລາວ-ຫວຽດນາມ ຮ່ວມມືດ້ານວຽກງານການພິມ ແລະ ການຈັດພິມ

ລາວ-ຫວຽດນາມ ຮ່ວມມືດ້ານວຽກງານການພິມ ແລະ ການຈັດພິມ

ກົມວັນນະຄະດີ ແລະ ພິມຈໍາໜ່າຍ ສປປ ລາວ ຮ່ວມກັບກົມຈັດພິມ, ການພິມ ແລະ ຈໍາໜ່າຍ ສສ ຫວຽດນາມ ໄດ້ຈັດພິທີເປີດຊຸດຝຶກອົບຮົມດ້ານວຽກງານການພິມ ແລະ ການຈັດພິມຂຶ້ນໃນວັນທີ 9 ກັນຍານີ້ ທີ່ສູນອົບຮົມແມ່ຍິງລາວ ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຮ່ວມຂອງທ່ານນາງ ຈັນເພັດ ຄໍາຟອງ ຫົວໜ້າກົມວັນນະຄະດີ ແລະ ພິມຈໍາໜ່າຍ ກະຊວງວັດທະນະທໍາ ແລະ ທ່ອງທ່ຽວ (ວທ) ສປປ ລາວ ແລະ ທ່ານ ຫງ້ວຽນ ຫງວຽນ ຫົວໜ້າກົມຈັດພິມ, ການພິມ ແລະ ຈໍາໜ່າຍກະຊວງວັດທະນະທໍາ, ກິລາ ແລະ ທ່ອງທ່ຽວ ສສ ຫວຽດນາມ, ມີບັນດາຜູ້ຕາງໜ້າຈາກກົມກອງ, ຜູ້ອໍານວຍການສໍານັກພິມ, ໂຮງພິມ, ປະທານສະມາຄົມ, ຜູ້ປະກອບການພາກລັດ ແລະ ວິສາຫະກິດ ພ້ອມດ້ວຍສໍາມະນາກອນ, ພະນັກງານວິຊາການພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສນຊ ປາຖະກະຖາວັນຊາດຫວຽດນາມ ຄົບຮອບ 80 ປີ

ສນຊ ປາຖະກະຖາວັນຊາດຫວຽດນາມ ຄົບຮອບ 80 ປີ

ພິທີປາຖະກະຖາວັນຊາດ ສສ ຫວຽດນາມ ຄົບຮອບ 80 ປີ (2/9/1945-2/9/2025) ຈັດຂຶ້ນໃນວັນທີ 9 ກັນຍານີ້ ທີ່ສູນກາງແນວລາວສ້າງຊາດ (ສນຊ) ເປັນກຽດເຂົ້າຮ່ວມຂອງທ່ານ ຄຳຜອຍ ວັນນະສານ ກຳມະການສູນກາງພັກ ຮອງເລຂາຄະນະພັກ ຮອງປະທານ ສນຊ, ມີບັນດາກໍາມະການ ສນຊ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ລັດຖະບານ ສປປ ລາວ ປະດັບຫຼຽນກາມິດຕະພາບ ໃຫ້ແກ່ ທູດໄທ

ລັດຖະບານ ສປປ ລາວ ປະດັບຫຼຽນກາມິດຕະພາບ ໃຫ້ແກ່ ທູດໄທ

ໃນຕອນບ່າຍຂອງວັນທີ 8 ກັນຍາ ນີ້ ທີ່ ກະຊວງການຕ່າງປະເທດ, ທ່ານ ທອງສະຫວັນ ພົມວິຫານລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາຂອງທ່ານ ນາງ ມໍລະກົດ ສີສະຫວັດ ເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກໄທ ປະຈໍາ ສປປ ລາວ ແລະ ປະດັບຫຼຽນກາມິດຕະພາບໃຫ້ທ່ານທູດ ໃນໂອກາດທີ່ທ່ານສໍາເລັດການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ.
ລມຕ ກະຊວງການຕ່າງປະເທດຕ້ອນຮັບ ຜູ້ຊ່ວຍເລຂາທິການໃຫຍ່ອົງການສະຫະປະຊາຊາດ

ລມຕ ກະຊວງການຕ່າງປະເທດຕ້ອນຮັບ ຜູ້ຊ່ວຍເລຂາທິການໃຫຍ່ອົງການສະຫະປະຊາຊາດ

ໃນ​ວັນ​ທີ 8 ກັນຍາ ນີ້ ທີ່​ກະ​ຊວງ​ການ​ຕ່າງ​ປ​ະ​ເທດ, ທ່ານ​ ທອງ​ສະຫວັນ​ ພົມວິຫານ ລັດ​ຖະ​ມົນ​ຕີກ​ະ​ຊວງ​ການ​ຕ່າງ​ປະ​ເທດ ໄດ້​ຕ້ອນ​ຮັບການ​ເຂົ້າ​ຢ້ຽມ​ຂ່ຳ​ນັບຂອງ ​​ທ່ານ ນາງ ການນີວິຍາຣາຈາ (Ms. KanniWignaraja) ຜູ້ຊ່ວຍເລຂາທິການໃຫຍ່ອົງການສະຫະປະຊາຊາດ ຜູ້ອໍານວຍການພາກພື້ນອາຊີ-ປາຊີຟິກ ຂອງອົງການສະຫະປະຊາຊາດ ເພື່ອການພັດທະນາ (UNDP).
Vietjet ນຳສະເໜີໂປຣໂມຊັນ 9/9 Mega Sale ຮັບສ່ວນຫຼຸດ 99% ພ້ອມບໍ່ເສຍຄານໍ້າໜັກກະເປົາເດີນທາງ

Vietjet ນຳສະເໜີໂປຣໂມຊັນ 9/9 Mega Sale ຮັບສ່ວນຫຼຸດ 99% ພ້ອມບໍ່ເສຍຄານໍ້າໜັກກະເປົາເດີນທາງ

ເຊີນນັກທ່ອງທ່ຽວໃຫ້ສະເຫຼີມສະຫຼອງວັນຄູ່ 9/9 ກັບສາຍການບິນ Vietjet ດ້ວຍໂປຣໂມຊັນປີ້ຍົນລາຄາຫຼຸດ 99% ສໍາລັບຄ່າປີ້ພື້ນຖານໃນທຸກໆເສັ້ນທາງ, ລວມທັງເສັ້ນທາງນະຄອນຫຼວງວຽງຈັນ ສປປ ລາວ - ນະຄອນໂຮ່ຈິມິນ ສສ ຫວຽດນາມ. ຜູ້ໂດຍສານຍັງຈະໄດ້ຮັບສິດບໍ່ເສຍຄ່າກະເປົາສຳລັບໂຫຼດໃຕ້ທ້ອງເຄື່ອງໜັກ 20 ກິໂລກຣາມ, ເຮັດໃຫ້ການຈັດກະເປົາສຳລັບການເດີນທາງຄັ້ງຕໍ່ໄປງ່າຍຂຶ້ນ.
ມອບ-ຮັບ ໂຮງຮຽນມັດທະຍົມ-ວິຊາຊີບຕົວແບບມິດຕະພາບລາວ-ຫວຽດນາມ

ມອບ-ຮັບ ໂຮງຮຽນມັດທະຍົມ-ວິຊາຊີບຕົວແບບມິດຕະພາບລາວ-ຫວຽດນາມ

ພິທີມອບ-ຮັບ ໂຄງການກໍ່ສ້າງໂຮງຮຽນມັດທະຍົມ-ວິຊາຊີບຕົວແບບມິດຕະພາບລາວ-ຫວຽດນາມ ລະຫວ່າງກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກິລາ ກັບ ພະແນກສຶກສາທິການ ແລະ ກິລາແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 5 ກັນຍາຜ່ານມາ ທີ່ໂຮງຮຽນດັ່ງກ່າວ ບ້ານສອງເໝືອງ ເມືອງໜອງບົກ ແຂວງຄໍາມ່ວນ ໂດຍການເປັນປະທານຮ່ວມຂອງທ່ານ ທ່ານ ສໍາລານ ພັນຄະວົງ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄໍາມ່ວນ.
ລາວ-ສ. ເກົາຫຼີ ວາງສະແດງໜັງສືໃບລານ-ຄໍາພີຈິກຈີ

ລາວ-ສ. ເກົາຫຼີ ວາງສະແດງໜັງສືໃບລານ-ຄໍາພີຈິກຈີ

ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ ຮ່ວມກັບ ສະຖານທູດສາທາລະນະລັດ ເກົາຫຼີ (ສ. ເກົາຫຼີ) ປະຈໍາ ສປປ ລາວ ໄດ້ຈັດງານວາງສະແດງໜັງສືໃບລານ ແລະ ຄໍາພີຈິກຈີ (JIKJI) ພ້ອມທັງມອບ-ຮັບປື້ມສໍາເນົາຈິກຈີ ຂອງ ສ. ເກົາຫຼີ ທີ່ໄດ້ຮັບຮອງເປັນຄວາມຊົງຈໍາຂອງໂລກ (UNESCO) ໃຫ້ແກ່ຫໍສະໝຸດແຫ່ງຊາດໃນວັນທີ 4 ກັນຍາຜ່ານມາ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ວັນສີ ກົວມົວ ຮອງລັດຖະມົນຕີ ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ, ທ່ານ ຈອງ ຢອງ ຊູ (Jung Yung-soo) ເອກອັກຄະລັດຖະທູດ ສ. ເກົາຫຼີ ປະຈໍາ ສປປ ລາວ; ທ່ານ ດາວວອນ ພະຈັນທະວົງ ຮອງປະທານສະມາຄົມມິດຕະພາບ ລາວ - ສ. ເກົາຫຼີ ພ້ອມດ້ວຍແຂກຖືກເຊີນທັງ 2 ຝ່າຍ.
ເພີ່ມເຕີມ