ລັດວິສາຫະກິດໄຟຟ້າລາວ ຮ່ວມສົ່ງເສີມທີມເບສະຫວັນ ແຂ່ງຂັນບານເຕະ ຢູ-10 ຊີງແຊັມເຍົາວະຊົນອາຊຽນ 2026 ທີ່ປະເທດໄທ

ລັດວິສາຫະກິດໄຟຟ້າລາວ ຮ່ວມສົ່ງເສີມທີມເບສະຫວັນ ແຂ່ງຂັນບານເຕະ ຢູ-10 ຊີງແຊັມເຍົາວະຊົນອາຊຽນ 2026 ທີ່ປະເທດໄທ

ລັດວິສາຫະກິດໄຟຟ້າລາວ ຮ່ວມສົ່ງເສີມທີມເບສະຫວັນ  ແຂ່ງຂັນບານເຕະ ຢູ-10 ຊີງແຊັມເຍົາວະຊົນອາຊຽນ 2026 ທີ່ປະເທດໄທ
ນັກກິລາບານເຕະເຍົາວະຊົນລາວ ຮຸ່ນອາຍຸບໍ່ເກີນ 10 ປີ ຫຼື ຢູ-10 ປີ ສະໂມສອນ ເບ ສະຫວັນ ອາຄາເດມີ ຊຶ່ງນຳພາໂດຍທ່ານ ນາງ ສຸວັນນີ ອິນທະພົມ ຮອງປະທານສະໂມສອນ ເບ ສະຫວັນ ອາຄາເດມີ ໄດ້ທັດສະນະສຶກສາ ທີ່ລັດວິສາຫະກິດໄຟຟ້າລາວ ໃນວັນທີ 1 ເມສາ ຜ່ານມາ, ເນື່ອງໃນໂອກາດກຽມເຂົ້າຮ່ວມແຂ່ງຂັນບານເຕະ ຮຸ່ນອາຍຸບໍ່ເກີນ 10 ປີ ຊີງແຊັມເຍົາວະຊົນອາຊຽນ ປະຈຳປີ 2026 ຫຼື “U10 ASIAN YOUTH CHAMPIONSHIPS CUP 2026” ທີ່ນະຄອນຫຼວງບາງກອກ ປະເທດໄທ ຈະຈັດຂຶ້ນໃນລະຫວ່າງວັນທີ 4-5 ເມສາ 2026 ໂດຍໃຫ້ກຽດຕ້ອນຮັບຢ່າງອົບອຸ່ນຂອງທ່ານ ອັດສະວິນ ແສງທອງຄຳ ຮອງຫົວໜ້າຫ້ອງການໄຟຟ້າລາວ ລັດວິສາຫະກິດ ໄຟຟ້າລາວ ພ້ອມຄະນະ, ມີຄະນະຄູຝຶກ ແລະ ນັກກິລາ ຕະຫຼອດຮອດຜູ້ປົກຄອງເຂົ້າຮ່ວມ.
ລດວສາຫະກດໄຟຟາລາວ ຮວມສງເສມທມເບສະຫວນ ແຂງຂນບານເຕະ ຢ-10 ຊງແຊມເຍາວະຊນອາຊຽນ 2026 ທປະເທດໄທ - image 1
 

ການທັດສະນະໃນຄັ້ງນີ້, ບັນດາຫຼານນ້ອຍໄດ້ຢ້ຽມຊົມຫ້ອງມູນເຊື້ອຂອງລັດວິສາຫະກິດໄຟຟ້າລາວ ເພື່ອຮຽນຮູ້ປະຫວັດຄວາມເປັນມາ ການສ້າງຕັ້ງລັດວິສາຫະກິດໄຟຟ້າລາວ, ຄວາມສຳຄັນຂອງພະລັງງານໄຟຟ້າ, ການປະກອບສ່ວນໃນວຽກງານປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ປະກອບສ່ວນອັນສຳຄັນໃນການພັດທະນາເສດຖະກິດ-ສັງຄົມ ຕະຫຼອດໄລຍະ 65 ປີຜ່ານມາ ພ້ອມທັງໄດ້ຮ່ວມກິດຈະກຳຖາມ-ຕອບ ເພື່ອຮັບຂອງຂວັນຈາກລັດວິສາຫະກິດໄຟຟ້າລາວ.

ລດວສາຫະກດໄຟຟາລາວ ຮວມສງເສມທມເບສະຫວນ ແຂງຂນບານເຕະ ຢ-10 ຊງແຊມເຍາວະຊນອາຊຽນ 2026 ທປະເທດໄທ - image 2
 

ໂອກາດນີ້, ລັດວິສາຫະກິດໄຟຟ້າລາວ ໄດ້ປະກອບສ່ວນເປັນເງິນຈຳນວນໜຶ່ງ ເພື່ອເປັນກຳລັງໃຈ ແລະ ສົ່ງເສີມໃຫ້ບັນດາຫຼານນ້ອຍ ໄດ້ສ້າງຜົນງານໃນການເຂົ້າຮ່ວມງານແຂ່ງຂັນດັ່ງກ່າວ ເພື່ອເປັນກຽດສັກສີໃຫ້ປະເທດຊາດອີກດ້ວຍ.

ລດວສາຫະກດໄຟຟາລາວ ຮວມສງເສມທມເບສະຫວນ ແຂງຂນບານເຕະ ຢ-10 ຊງແຊມເຍາວະຊນອາຊຽນ 2026 ທປະເທດໄທ - image 3
 

ການແຂ່ງຂັນບານເຕະ ຮຸ່ນອາຍຸບໍ່ເກີນ 10 ປີ ຊີງແຊັມເຍົາວະຊົນອາຊຽນ ປະຈຳປີ 2026 ຫຼື “U10 ASIAN YOUTH CHAMPIONSHIPS CUP 2026” ຄັ້ງນີ້, ມີທີມເຂົ້າຮ່ວມຫຼາຍກວ່າ 40 ທີມຈາກ 10 ກວ່າຊາດເຂົ້າຮ່ວມ ຊຶ່ງຫຼານນ້ອຍ ເບ ສະຫວັນ ຈະອອກເດີນທາງໃນວັນທີ 3 ເມສານີ້ ແລະ ຈະເດີນທາງກັບໃນວັນທີ 6 ເມສາ 2026.

ຂ່າວ: ສົງການ

ຄໍາເຫັນ

ຂ່າວສືກສາ-ກິລາ

ເລຂາພັກແຂວງຄໍາມ່ວນ ມອບເງິນຊຸກຍູ້ໃຫ້ນ້ອງນັກຮຽນ ທີ່ໄດ້ຮັບລາງວັນ ໃນການເຂົ້າຮ່ວມແຂ່ງຂັນລະດັບຊາດ

ເລຂາພັກແຂວງຄໍາມ່ວນ ມອບເງິນຊຸກຍູ້ໃຫ້ນ້ອງນັກຮຽນ ທີ່ໄດ້ຮັບລາງວັນ ໃນການເຂົ້າຮ່ວມແຂ່ງຂັນລະດັບຊາດ

ເພື່ອຍ້ອງຍໍຊົມເຊີຍ ແລະ ເປັນການຊຸກຍູ້ແກ່ນ້ອງນັກຮຽນທີ່ມີຄວາມຫ້າວຫັນປະກອບສ່ວນໃນການຮໍ່າຮຽນ, ໃນວັນທີ 5 ພຶດສະພາຜ່ານມານີ້ ທີ່ຫ້ອງວ່າການແຂວງຄໍາມ່ວນ, ທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງ ປະທານສະພາປະຊາຊົນຄໍາມ່ວນ ໄດ້ມອບເງິນ ໃຫ້ນັກຮຽນ ທີ່ມີຜົນງານດີເດັ່ນ ໃນການເຂົ້າຮ່ວມແຂ່ງຂັນສອບເສັງນັກຮຽນເກັ່ງລະດັບຊາດ ຊັ້ນມັດທະຍົມສຶກສາ ສົກຮຽນ 2025-2026.
ສິດເກົ່າອຸດົມໂຂງ ມອບທຶນ 100 ລ້ານກວ່າກີບ ບູລະນະສະໂມສອນໂຮງຮຽນ

ສິດເກົ່າອຸດົມໂຂງ ມອບທຶນ 100 ລ້ານກວ່າກີບ ບູລະນະສະໂມສອນໂຮງຮຽນ

ວັນທີ 5 ພຶດສະພານີ້, ທີ່ໂຮງຮຽນ ມສ ໂຂງ ເມືອງໂຂງ ແຂວງຈຳປາສັກ ໄດ້ຈັດພິທີມອບ--ຮັບທຶນປະກອບສ່ວນສ້ອມແປງສະໂມສອນ ແລະ ອຸປະກອນການສຶກສາ ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ພັນເອກ ບຸນອ່ຽງ ພັນວົງສາ ຄະນະປະຈຳພັກແຂວງ ຫົວໜ້າກອງບັນຊາການ ປກສ ແຂວງຈຳປາສັກ, ທ່ານ ສະນັ່ນ ສີພາພົມມະຈັນ ອະດີດຮອງເລຂາພັກແຂວງ ແລະ ທ່ານ ນາງ ຄຳພູ ລິດທິສັກ ອະດີດເຈົ້າເມືອງໆໂຂງ ໃນນາມຕົວແທນສິດເກົ່າອຸດົມໂຂງ. ໃຫ້ກຽດຕ້ອນຮັບ ແລະ ເຂົ້າຮ່ວມ ມີ ທ່ານ ສາທິດ ປັດສາພັນ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ, ຄູ-ອາຈານ ແລະ ນັກຮຽນເຂົ້າຮ່ວມ.
ທ່ານ ທອງສະລິດ ມັງໜໍ່ເມກ ໂອ້ລົມນັກສຶກສາທິດສະດີການເມືອງຂັ້ນຕົ້ນ ຊຸດທີ III ສສກ

ທ່ານ ທອງສະລິດ ມັງໜໍ່ເມກ ໂອ້ລົມນັກສຶກສາທິດສະດີການເມືອງຂັ້ນຕົ້ນ ຊຸດທີ III ສສກ

ວັນທີ 22 ເມສາ 2026 ທີ່ຫ້ອງປະຊຸມ ສະຖາບັນພັດທະນາການບໍລິຫານການສຶກສາ, ທ່ານ ທອງສະລິດ ມັງໜໍ່ເມກ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ພົບປະໂອ້ລົມ ນັກສຶກສາທິດສະດີການເມືອງຂັ້ນຕົ້ນ ລະບົບ 3 ເດືອນ ຊຸດທີ III ຂອງກະຊວງສຶກສາທິການ ແລະ ກິລາ.
ບໍລິສັດ ຝຸ່ນໂປຕາສ ມອບອຸປະກອນການສຶກສາໃຫ້ໂຮງຮຽນປະຖົມສົມບູນບ້ານກະວະ

ບໍລິສັດ ຝຸ່ນໂປຕາສ ມອບອຸປະກອນການສຶກສາໃຫ້ໂຮງຮຽນປະຖົມສົມບູນບ້ານກະວະ

ໃນວັນທີ 22 ເມສາຜ່ານມາ, ບໍລິສັດ ຝຸ່ນໂປຕາສ ອາຊີ-ໂປຕາສ ສາກົນ (ລາວ) ຈໍາກັດ ໄດ້ນໍາເອົາອຸປະກອນການສຶກສາ ແລະ ກິລາ ມາມອບໃຫ້ແກ່ໂຮງຮຽນ ປະຖົມສົມບູນ ບ້ານກະວະ ເມືອງມະຫາໄຊ ແຂວງຄໍາມ່ວນ. ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງຄໍາມ່ວນ, ກ່າວມອບໂດຍ ທ່ານ ຢາງສົວ ຜູ້ອໍານວຍການ ບໍລິສັດ ຝຸ່ນໂປຕາສ ອາຊີໂປຕາສ ສາກົນ (ລາວ) ຈໍາກັດ, ຮັບໂດຍອໍານວຍການໂຮງຮຽນ ພ້ອມດ້ວຍພະແນກການກ່ຽວຂ້ອງຂັ້ນແຂວງ, ພະນັກງານຄູອາຈານ ແລະ ນ້ອງນັກຮຽນເຂົ້າຮ່ວມ.
ພາກພູມໃຈ ໄດ້ຮັບທຶນການສຶກສາຈາກ ບໍລີສັດຊີໂນທຣາມ-ພີແອວຈີລາວ ໂລຈິສຕິກ ຈໍາກັດ

ພາກພູມໃຈ ໄດ້ຮັບທຶນການສຶກສາຈາກ ບໍລີສັດຊີໂນທຣາມ-ພີແອວຈີລາວ ໂລຈິສຕິກ ຈໍາກັດ

ໃນໂອກາດພິທີເຊັນສັນຍາການຮ່ວມມືລະຫວ່າງສະຖາບັນຂົງຈື (ສຂຈ) ມະຫາວິທະຍາໄລແຫ່ງຊາດ (ມຊ) ແລະ ບໍລີສັດ ຊີໂນທຣາມ-ພີແອວຈີລາວ ໂລຈິສຕິກ ຈໍາກັດ ທີ່ຈັດໃນຂຶ້ນວັນທີ 21 ເມສາ ຜ່ານມາ ທີ່ ສຂຈ.
ພາກພູມໃຈ ໄດ້ຮັບທຶນການສຶກສາຈາກ ບໍລີສັດຊີໂນທຣາມ-ພີແອວຈີລາວ ໂລຈິສຕິກ ຈໍາກັດ

ພາກພູມໃຈ ໄດ້ຮັບທຶນການສຶກສາຈາກ ບໍລີສັດຊີໂນທຣາມ-ພີແອວຈີລາວ ໂລຈິສຕິກ ຈໍາກັດ

ໃນໂອກາດພິທີເຊັນສັນຍາການຮ່ວມມືລະຫວ່າງສະຖາບັນຂົງຈື (ສຂຈ) ມະຫາວິທະຍາໄລແຫ່ງຊາດ (ມຊ) ແລະ ບໍລີສັດ ຊີໂນທຣາມ-ພີແອວຈີລາວ ໂລຈິສຕິກ ຈໍາກັດ ທີ່ຈັດໃນຂຶ້ນວັນທີ 21 ເມສາ ຜ່ານມາ ທີ່ ສຂຈ.
ປຶກສາຫາລືຮັບຮອງປຶ້ມວັດຈະນານຸກົມພາສາລາວ

ປຶກສາຫາລືຮັບຮອງປຶ້ມວັດຈະນານຸກົມພາສາລາວ

ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດກອງປະຊຸມຮັບຮອງປຶ້ມວັດຈະນານຸກົມພາສາລາວ ຂຶ້ນໃນວັນທີ 22 ເມສານີ້ ທີ່ ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງທ່ານ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງ ສສກ, ທ່ານ ຄໍາພັນ ວິພາວັນ ທີ່ປຶກສາຄະນະຮັບຜິດຊອບໂຄງ ການຄົ້ນຄວ້າຮຽບຮຽງວັດຈະນານຸກົມພາສາລາວ ອະດີດນາຍົກລັດຖະມົນຕີ, ມີອະດີດການນໍາ, ຄະນະກໍາມະການຮັບຮອງ, ບັນດາຜູ້ຊ່ຽວຊານຄະນະທີ່ປຶກສາ, ຄະນະຮຽບຮຽງ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສຂຈ ແລະ ບໍລິສັດຊີໂນທຣານ-ພີແອວຈີລາວ ໂລຈິສຕິກ ຈຳກັດ ເຊັນສັນຍາຮ່ວມມືດ້ານການສຶກສາ

ສຂຈ ແລະ ບໍລິສັດຊີໂນທຣານ-ພີແອວຈີລາວ ໂລຈິສຕິກ ຈຳກັດ ເຊັນສັນຍາຮ່ວມມືດ້ານການສຶກສາ

ພິທີເຊັນສັນຍາຮ່ວມມື ລະຫວ່າງສະຖາບັນຂົງຈື (ສຂຈ) ມະຫາວິທະຍາໄລແຫ່ງຊາດ (ມຊ) ແລະ ບໍລິສັດ ຊີໂນທຣານ-ພີແອວຈີລາວ ໂລຈິສຕິກ ຈຳກັດ ໄດ້ຈັດຂຶ້ນໃນວັນທີ 21 ເມສານີ້ ທີ່ ສຂຈ, ລົງນາມໃນຄັ້ງນີ້, ຝ່າຍລາວໂດຍທ່ານ ນາງ ນິພາພອນ ກັນຍາວົງ ຮອງຫົວໜ້າ ສຂຈ ແລະ ຝ່າຍຈີນໂດຍ ທ່ານ ແຢ້ຈື້ຕາ (YEZHIDA) ຮອງປະທານບໍລິສັດຊີໂນທຣານ-ພີແອວຈີ ລາວ ໂລຈິສຕິກ ຈໍາກັດ, ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ເດຊານຸລາດ ແສນດວງເດດ ຜູ້ອໍານວຍການໃຫຍ່ ມຊ, ທ່ານ ໄຫຊ່ຽນ ເລຂາທີ່ປຶກສາດ້ານເສດຖະກິດ-ການຄ້າສະຖານທູດຈີນ ປະຈຳລາວ, ມີຄູ-ອາຈານ, ນັກສຶກສາ ພ້ອມດ້ວຍພາກສ່ວນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.
ເປີດບັ້ນສອບເສັງແຂ່ງຂັນນັກຮຽນເກັ່ງ ຊັ້ນມັດທະຍົມສຶກສາລະດັບຊາດ ປະຈໍາສົກຮຽນ 2025-2026

ເປີດບັ້ນສອບເສັງແຂ່ງຂັນນັກຮຽນເກັ່ງ ຊັ້ນມັດທະຍົມສຶກສາລະດັບຊາດ ປະຈໍາສົກຮຽນ 2025-2026

ກະຊວງສຶກສາທິການ ແລະ ກິລາ (ສສກ) ເປີດບັ້ນສອບເສັງແຂ່ງຂັນນັກຮຽນເກັ່ງ ຊັ້ນມັດທະຍົມສຶກສາ ລະດັບຊາດ ທົ່ວປະເທດ ປະຈໍາສົກຮຽນ 2025-2026 ໃນຕອນເຊົ້າວັນທີ 20 ເມສາ ນີ້ ທີ່ໂຮງແຮມດອນຈັນພາເລດ ນະຄອນຫຼວງວຽງຈັນ, ໂດຍການເປັນປະ ທານຂອງ ທ່ານນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີທ່ານ ນາງ ນວມຄໍາ ຈັນທະບູລີ ຫົວໜ້າກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຄະນະຮັບຜີດຊອບເຂົ້າຮ່ວມ.
ກອງປະຊຸມສະພາບໍລິຫານກອງທຶນພັດທະນາອາຊີວະສຶກສາ

ກອງປະຊຸມສະພາບໍລິຫານກອງທຶນພັດທະນາອາຊີວະສຶກສາ

ກອງປະຊຸມສະພາບໍລິຫານກອງທຶນພັດທະນາອາຊີວະສຶກສາ -------------------- ກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກິລາ (ສສກ) ຈັດກອງປະຊຸມສະພາບໍລິຫານ ແລະ ເປີດກອງທຶນພັດທະນາອາຊີວະສຶກສາ ໃນວັນທີ 7 ເມສານີ້, ທີ່ນະຄອນຫຼວງວຽງຈັນ (ນວ) ໂດຍການເເປັນປະທານຂອງທ່ານ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງ ສສກ, ມີບັນດາຫົວໜ້າກົມ, ຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ທ່ານ ນາງ ດາລາວອນ ກິດຕິພັນ ກ່າວວ່າ: ກອງທຶນພັດທະນາອາຊີວະສຶກສາ ໄດ້ສ້າງຕັ້ງກອງທຶນດັ່ງກ່າວຂຶ້ນ ເພື່ອສົ່ງເສີມສະຖານອາຊີວະສຶກສາໃນການຈັດຕັ້ງການຮຽນ-ການສອນ, ສົ່ງເສີມການຝຶກອົບຮົມ ແລະ ຍົກລະດັບຄູວິຊາຊີບ ດ້ານວິຊາສະເພາະຂອງສະຖານອາຊີວະສຶກສາ ແລະ ຫົວໜ່ວຍແຮງງານ, ສະໜັບສະໜູນການຝຶກອົບຮົມວິຊາຊີບ ສໍາລັບຜູ້ຮຽນທີ່ມີບັນຫາ, ສົ່ງເສີມຫົວໜ່ວຍແຮງງານໃນການຈັດຝຶກອົບຮົມພາກປະຕິບັດຕົວຈິງ, ສົ່ງເສີມເບ້ຍລ້ຽງໃຫ້ຜູ້ດ້ອຍໂອກາດ ແລະ ຜູ້ທຸກຍາກໃຫ້ເຂົ້າເຖິງອາຊີວະສຶກສາ ແລະ ຝຶກອົບ ຮົມວິຊາຊີບ, ສະໜັບສະໜູນການພັດທະນາຫົວຄິດປະດິດສ້າງ, ນະວັດຕະກຳ ແລະ ການບໍລິຫານ-ການຄຸ້ມຄອງ ກອງທຶນພັດທະນາອາຊີວະສຶກສາ. ພ້ອມນີ້, ກະຊວງ ສສກ ໄດ້ຕີລາຄາສູງຕໍ່ການຮ່ວມມື ແລະ ການສະໜັບສະໜູນຈາກທຸກພາກສ່ວນທັງພາກລັດ ແລະ ເອກະຊົນ, ບັນດາຄູ່ຮ່ວມພັດທະນາ ທີ່ໄດ້ປະກອບສ່ວນໃນວຽກງານກອງທຶນພັດທະນາອາຊີວະສຶກສາ ຈົນສາມາດບັນລຸເປົ້າໝາຍທີ່ກຳນົດໄວ້ ໂດຍສະເພາະແມ່ນ ລັດຖະບານ ສສ ເຢຍລະມັນ ໃຫ້ການສະໜັບສະໜູນໃນການສ້າງຄູ່ມືການປະຕິບັດກອງທຶນພັດທະນາອາຊີວະສຶກສາ ຊຶ່ງເປັນເອກະສານທີ່ສຳຄັນໃນການຈັດຕັ້ງວຽກງານດັ່ງກ່າວ. ທ່ານ ນາງ ດາລາວອນ ກິດຕິພັນ ກ່າວໃຫ້ຮູ້ອີກວ່າ: ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ມີຄວາມສອດຄ່ອງກັບເປົ້າໝາຍ ຂອງການນໍາໃຊ້ກອງທຶນພັດທະນາອາຊີວະສຶກສາ, ພວກເຮົາຈໍາເປັນຕ້ອງໄດ້ມີນິຕິກຳ ແລະ ລະບຽບການສະເພາະ ໃນການຈັດຕັ້ງປະຕິບັດກອງທຶນ ກໍຄື ຄູ່ມືປະຕິບັດກອງທຶນພັດທະນາອາຊີ ວະສຶກສາ. ມາເຖິງປັດຈຸບັນ, ຄູ່ມືດັ່ງກ່າວໄດ້ຮັບການອະນຸມັດເປັນທີ່ຮຽບຮ້ອຍ ໂດຍມີຂໍ້ຕົກລົງວ່າດ້ວຍການຮັບຮອງ ແລະ ປະກາດໃຊ້ ສະບັບເລກທີ 768/ສສກ, ລົງວັນທີ 20 ກຸມພາ 2026, ເປັນບ່ອນອີງໃນການຮັບທຶນ ແລະ ການນໍາໃຊ້ກອງທຶນ ໂດຍສະເພາະການຄຸ້ມຄອງ-ບໍລິຫານການເງິນ ແລະ ການຈັດຊື້-ຈັດຈ້າງ ເປັນເຄື່ອງມືໃນການກວດກາ, ຕິດຕາມ ແລະ ປະເມີນຜົນ ໃນການປະຕິບັດໜ້າທີ່ຂອງສະພາບໍລິຫານ, ຄະນະຮັບ ຜິດຊອບຈັດຕັ້ງປະຕິບັດ, ກອງເລຂາ ແລະ ຜູ້ຈັດຕັ້ງປະຕິບັດກອງທຶນພັດທະນາອາຊີວະສຶກສາ. ໃນນັ້ນ, ມີການແນະນໍາໂຄງປະກອບການຈັດຕັ້ງ, ການເຄື່ອນໄຫວ ແລະ ແບບແຜນວິທີເຮັດວຽກ, ໄດ້ກຳນົດການປະຕິບັດນະ ໂຍບາຍໃຫ້ຄູ, ນັກຮຽນ, ນັກສຶກສາ ແລະ ບຸກຄະລາກອນ. ຂ່າວ: ສສກ
ເພີ່ມເຕີມ