ຫຼາຍບໍລິສັດໃຫ້ການສະໜັບສະໜູນ ສະໂມສອນບານເຕະ ມາສສະດ້າ ຈີບີ

ຫຼາຍບໍລິສັດໃຫ້ການສະໜັບສະໜູນ ສະໂມສອນບານເຕະ ມາສສະດ້າ ຈີບີ

ຫຼາຍບໍລິສັດໃຫ້ການສະໜັບສະໜູນ ສະໂມສອນບານເຕະ ມາສສະດ້າ ຈີບີ
ຫຼາຍບໍລິສັດໃຫ້ການສະໜັບສະໜູນ ສະໂມສອນບານເຕະ ມັດສະດ້າ ຈີບີ ເອັບຊີ (MAZDA GB FC) ເຂົ້າຮ່ວມທຸກລາຍການ ຂອງສະຫະພັນບານເຕະແຫ່ງຊາດລາວ (ສຕລ) ຈັດຂຶ້ນໃນປີ 2025 ໂດຍສະເພາະແມ່ນບານເຕະເຍົາວະຊົນ ນັບແຕ່ຮຸ່ນນ້ອຍ ອາຍຸແຕ່ 8 ປີ ຂຶ້ນໄປ, ຮຸ່ນອາຍຸ 16 ປີ, ຮຸ່ນອາຍຸ 19 ປີ, ເຕະບານລາວລີກຍິງ ລະດູການ 2025 ແລະ ເຕະບານລີກສູງສຸດຂອງ ສປປ ລາວ ກໍຄື ລາວລີກຊາຍ ລະດູການ 2025-2026 ຈະຈັດຂຶ້ນໄວໆນີ້.

 

ຫາຍບລສດໃຫການສະໜບສະໜນ ສະໂມສອນບານເຕະ ມາສສະດາ ຈບ - image 1
 

ພິທີເຊັນສັນຍາການຮ່ວມມື ລະຫວ່າງບັນດາບໍລິສັດສະໜັບສະໜູນສະໂມສອນ ມາສດ້າ ຈີບີ ເອັບຊີ ເຂົ້າຮ່ວມທຸກລາຍການ ຂອງ ສຕລ ຄັ້ງນີ້ ຈັດຂຶ້ນ ໃນວັນທີ 26 ມິຖຸນາ ນີ້ ທີ່ສູນບໍລິການລູກຄ້າ ມາສດ້າ ບ້ານສີໄຄ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ, ເຂົ້າຮ່ວມໃນພິທີ ມີທ່ານ ທິບພະເນດ ແກ້ວມະນີວົງ ປະທານສະໂມສອນ ມາສດ້າ ຈີບີ ເອັບຊີ ພ້ອມດ້ວຍຄະນະບໍລິຫານງານ, ບັນດາຜູ້ໃຫ້ການສະໜັບສະໜູນ, ຄະນະຄູຝຶກ ແລະ ນັກກິລາທຸກຮຸ່ນເຂົ້າຮ່ວມ.

ໂອກາດນີ້, ທ່ານ ທິບພະເນດ ແກ້ວມະນີວົງ ໃຫ້ຮູ້ວ່າ. ສະໂມສອນບານເຕະມີນັກກິລານັບແຕ່ຮຸ່ນ 8 ປີ ຂຶ້ນໄປ ແລະ ຜ່ານມາກໍເຄີຍສົ່ງນັກກິລາເຂົ້າຮ່ວມແຂ່ງຂັນໃນລາຍການຕ່າງໆທັງພາຍໃນ ແລະ ຕ່າງປະເທດ ແລະ ກໍສາມາດສ້າງຜົນງານໄດ້ຢ່າງຫຼວງຫຼາຍ ໂດຍສະເພາະໃນປີນີ້ ກໍໄດ້ສົ່ງນັກກິລາຫຼາຍຮຸ່ນເຂົ້າຮ່ວມແຂ່ງຂັນລາຍການຂອງ ສຕລ ຈັດຂຶ້ນ ຫຼາຍລາຍການ ແລະ ກໍມີແນວທາງທີ່ຊັດເຈນ ທີ່ນັກກິລາພວກເຮົາສາມາດສ້າງຜົນງານທີ່ພົ້ນເດັ່ນ ແລະ ກໍເຊື່ອວ່ານັກກິລາພວກເຮົາຈະສາມາດສ້າງຜົນງານໄດ້ຕາມເປົ້າໝາຍທີ່ວາງໄວ້.

ສຳລັບການສະໜັບສະໜູນ ຂອງບັນດາພາກສ່ວນຕ່າງໆໃຫ້ແກ່ສະໂມສອນມາສດ້າ ຈີບີ ເອັບຊີ ເຂົ້າຮ່ວມທຸກລາຍການຂອງ ສຕລ ໃນຄັ້ງນີ້ີມີທັງໝົດ 5 ພາກສ່ວນ ປະກອບມີບໍລິສັດ ມາສດ້າ ລາວ, ບໍລິສັດ ພາພອນ ສະປອດແວຣ ຈໍາກັດຜູ້ດຽວ, ບໍລິສັດ ວາຣີ ຈໍາກັດ (ຜູ້ຜະລິດ ແລະ ຈຳໜ່າຍນໍ້າດື່ມ ວາຣີ, ບໍລິສັດ Nar Labs asia, VIP Fitness ແລະ ກຸ່ມບໍລິສັດ ນິກສັນ ພັດທະນາບໍ່ແຮ່ ຈໍາກັດ.

(ຂ່າວ-ພາບ: ສົງການ ພັນແພງດີ)

ຄໍາເຫັນ

ຂ່າວສືກສາ-ກິລາ

ມຊ ສະຫຼຸບສົກຮຽນ ແລະ ເປີດສົກຮຽນໃໝ່ 2025-2026

ມຊ ສະຫຼຸບສົກຮຽນ ແລະ ເປີດສົກຮຽນໃໝ່ 2025-2026

ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພິທີສະຫຼຸບສົກຮຽນ 2024-2025, ເປີດສົກຮຽນໃໝ່ 2025-2026 ແລະ ສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 31 ປີ (7 ຕຸລາ 1994-7 ຕຸລາ 2025) ຂຶ້ນໃນວັນທີ 15 ຕຸລານີ້ ທີ່ສະໂມສອນ ມຊ ໂດຍການເປັນປະທານຂອງທ່ານ ເດຊານຸລາດ ແສນດວງເດດ ອະທິການບໍດີ ມຊ, ມີຮອງອະທິການບໍດີ, ຄູ-ອາຈານ, ນັກສຶກສາ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເປີດການແຂ່ງຂັນກິລາບານເຕະ ຊີງຂັນເຈົ້າແຂວງຄໍາມ່ວນ

ເປີດການແຂ່ງຂັນກິລາບານເຕະ ຊີງຂັນເຈົ້າແຂວງຄໍາມ່ວນ

ການແຂ່ງຂັນກິລາບານເຕະ ຊີງຂັນທ່ານເຈົ້າແຂວງຄໍາມ່ວນ ເພື່ອຊົມເຊີຍຜົນສໍາເລັດກອງປະຊຸມໃຫຍ່ ຂອງອົງຄະນະພັກແຂວງຄັ້ງທີ XI, ເປັນການສະເຫຼີມສະຫຼອງວັນຄູແຫ່ງຊາດຄົບຮອບ 31 ປີ, ວັນປະກາດເອກະລາດຄົບຮອບ 80 ປີ ແລະ ວັນແຫ່ງຊາດຕ້ານຢາ ເສບຕິດຄົບຮອບ 24 ປີ, ທັງເປັນການແຂ່ງຂັນ ເພື່ອລະດົມທຶນໃນການກະກຽມສົ່ງນັກກິລາຂອງແຂວງ ເຂົ້າຮ່ວມງານມະຫາກຳກິລາແຫ່ງຊາດ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ທີ່ຈະຈັດຂຶ້ນໃນກາງເດືອນ ພະຈິກ 2025ນີ້.
ເມືອງປາກກະດິງ ປາຖະກະຖາ ວັນຄູແຫ່ງຊາດ ແລະ ມອບ-ຮັບໜ້າທີ່

ເມືອງປາກກະດິງ ປາຖະກະຖາ ວັນຄູແຫ່ງຊາດ ແລະ ມອບ-ຮັບໜ້າທີ່

ວັນທີ 14 ຕຸລານີ້, ຢູ່ທີ່ຫ້ອງປະຊຸມກຸ່ມເສດຖະກິດເມືອງປາກກະດິງ ແຂວງບໍລິຄໍາໄຊ ໄດ້ພິທີປະທະກະຖາວັນຄູແຫ່ງຊາດ ຄົບຮອບ 31 ປີ (7 ຕຸລາ 1994-7 ຕຸລາ 2025), ພາຍໃຕ້ການເປັນປະທານຂອງທ່ານ ບຸນຄົບ ຈັນທະວົງ ເລຂາຄະນະບໍລິຫານງານພັກເມືອງປາກກະດິງ.
ສສກ - ລັດຖະບານອົສຕຣາລີ ເນັ້ນໜັກເຖິງຄວາມສຳຄັນຂອງຜູ້ເຮັດວຽກສຶກສານິເທດພາຍໃນ

ສສກ - ລັດຖະບານອົສຕຣາລີ ເນັ້ນໜັກເຖິງຄວາມສຳຄັນຂອງຜູ້ເຮັດວຽກສຶກສານິເທດພາຍໃນ

ຄູໃນ ສປປ ລາວ ປຽບເໝືອນໝາກຫົວໃຈຂອງລະບົບການສຶກສາ, ຄູສ່ວນຫຼາຍຍັງເຮັດວຽກຢູ່ໃນສະພາບແວດລ້ອມທີ່ມີ​ຄວາມຫຍຸ້ງຍາກ ແຕ່ກໍສູ້ຊົນເພື່ອຮັບປະກັນໃຫ້ການຮຽນ-ການສອນມີຄຸນນະພາບ. ເພື່ອໃຫ້ຄູມີການພັດທະນາຕົນເອງ, ຄູຕ້ອງການການສະໜັບສະໜູນດ້ານການພັດທະນາວິຊາຊີບຄູແບບຕໍ່ເນື່ອງ. ດັ່ງນັ້ນ, ກະຊວງສຶກສາທິການ ແລະ ກິລາ (ສ​ສກ) ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົສຕຣາລີ ຜ່ານແຜນງານບີຄວາ, ໄດ້ສ້າງຕັ້ງທີມງານຜູ້ເຮັດວຽກສຶກສານິເທດພາຍໃນ ໃນປີ 2023 ຢູ່ 30 ເມືອງໃນ 7 ແຂວງ ເພື່ອຊ່ວຍເຫຼືອຄູໃນການຈັດຕັ້ງປະຕິບັດຫຼັກສູດຊັ້ນປະຖົມສຶກສາສະບັບປັບປຸງໃໝ່ ແລະ ເສີມສ້າງຄວາມເຂັ້ມແຂງໃນການສິດສອນຂອງເຂົາເຈົ້າ.
ເຈົ້າແຂວງ ສະຫວັນນະເຂດ ພົບປະໂອ້ລົມຄູ-ອາຈານ, ນັກສຶກສາວິທະຍາໄລຄູສະຫວັນນະເຂດ

ເຈົ້າແຂວງ ສະຫວັນນະເຂດ ພົບປະໂອ້ລົມຄູ-ອາຈານ, ນັກສຶກສາວິທະຍາໄລຄູສະຫວັນນະເຂດ

ວັນທີ 10 ຕຸລາຜ່ານມາ, ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ ພ້ອມດ້ວຍການນໍາຂອງແຂວງ ໄດ້ລົງຢ້ຽມຢາມ ແລະພົບປະໂອ້ລົມພະນັກງານງານ, ຄູ-ອາຈານ ແລະນັກສຶກສາວິທະຍາໄລຄູສະຫວັນນະເຂດ(ວຄສ)ເພື່ອເປັນການຊຸກຍູ້ສົ່ງເສີມການສ້າງຊັບພະຍາກອນມະນຸດ ໂດຍສະເພາະແມ່ນສ້າງຄູຮຸ່ນສືບທອດ ໃຫ້ມີຄວາມໜັກແໜ້ນທາງດ້ານວິຊາສະເພາະ, ສາມາດນຳເອົາຄວາມຮູ້ ແລະບົດຮຽນລົງສູ່ນັກຮຽນທັງໃນຕົວເມືອງ ແລະຊົນນະບົດໄດ້ຢ່າງມີປະສິດທິຜົນສູງ
ສຂຈ ສ້າງຊັບພະຍາກອນອອກຮັບໃຊ້ສັງຄົມໄດ້ຫຼາຍກວ່າ 90 ພັນຄົນ

ສຂຈ ສ້າງຊັບພະຍາກອນອອກຮັບໃຊ້ສັງຄົມໄດ້ຫຼາຍກວ່າ 90 ພັນຄົນ

ທ່ານ ຄໍາຮຸ່ງ ຈັນທະວົງ ຜູ້ອຳນວຍການສະຖາບັນຂົງຈື (ສຂຈ) ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມປະຊາຊົນໃນວັນທີ 9 ຕຸລາຜ່ານມາ ທີ່ ສຂຈ ວ່າ: ສຂຈ ໄດ້ເປີດຂຶ້ນຢ່າງເປັນທາງການໃນວັນທີ 23 ມີນາ 2010 ໂດຍການຮ່ວມມືຂອງມະຫາວິທະຍາໄລແຫ່ງຊາດ ສປປ ລາວ ແລະ ມະຫາວິທະຍາໄລຊົນເຜົ່າກວາງຊີ ສປ ຈີນ ເປັນສະຖາບັນແຫ່ງໜຶ່ງທີ່ມີສະຖານະພາບທຽບເທົ່າກັບຄະນະວິຊາໜຶ່ງໃນກົງຈັກການຈັດຕັ້ງ ແລະ ຢູ່ພາຍໃຕ້ການຊີ້ນໍາດ້ານມະຫາພາກຂອງ ມຊ ນັບແຕ່ມື້ສ້າງຕັ້ງມາເຖິງປັດຈຸບັນ ສາມາດສ້າງຊັບພະຍາກອນມະນຸດໄດ້ຫຼາຍກວ່າ 90 ພັນຄົນ ແລະ ໄດ້ຂະຫຍາຍຫ້ອງຮຽນ 5 ແຫ່ງ ພາຍໃນນະຄອນຫຼວງວຽງຈັນ ແລະ ຕ່າງແຂວງ.
ຫຼວງພະບາງ ຕັ້ງເປົ້າຈະໃຫ້ໄດ້ 70 ຫຼຽນ ໃນງານມະຫະກໍາກິລາແຫ່ງຊາດຄັ້ງທີ 12

ຫຼວງພະບາງ ຕັ້ງເປົ້າຈະໃຫ້ໄດ້ 70 ຫຼຽນ ໃນງານມະຫະກໍາກິລາແຫ່ງຊາດຄັ້ງທີ 12

ເມື່ອບໍ່ດົນຜ່ານມານີ້, ທ່ານ ສຸລິເດດ ແກ້ວບົວລະເພັດ ຫົວໜ້າພະແນກ ສຶກສາທິການ ແລະ ກິລາ ແຂວງຫຼວງພະບາງ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນແຂວງ ກ່ຽວກັບຄວາມພ້ອມສົ່ງນັກກິລາຂອງແຂວງຫຼວງພະບາງ ເຂົ້າຮ່ວມງານກິລາແຫ່ງຊາດ ຄັ້ງທີ 12
ນວ ມີຄວາມພ້ອມຮອບດ້ານ ເປັນເຈົ້າພາບກິລາແຫ່ງຊາດຄັ້ງທີ XII

ນວ ມີຄວາມພ້ອມຮອບດ້ານ ເປັນເຈົ້າພາບກິລາແຫ່ງຊາດຄັ້ງທີ XII

ພິທີຖະແຫຼງຂ່າວງານມະຫະກໍາກິລາແຫ່ງຊາດຄັ້ງທີ XII, ງານມະຫະກໍາກິລາຄົນພິການ ຄັ້ງທີ IV ແລະ ພິທີແຫ່-ແລ່ນທວນໄຟນະຄອນຫຼວງວຽງຈັນເກມ 2025 ໄດ້ຈັດຂຶ້ນໃນວັນທີ 12 ຕຸລາ ຜ່ານມາ ທີ່ສຳນັກງານປົກຄອງ ນະຄອນຫຼວງວຽງຈັນ (ນວ) ໃຫ້ກຽດຖະແຫຼງຂ່າວຂອງທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງ ນວ ປະທານກຳມະການຈັດງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII ແລະ ງານມະຫະກໍາກິລາຄົນພິການ ຄັ້ງທີ IV, ມີບັນດາຄະ ນະຮັບຜິດຊອບລະດັບຊາດຈັດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ ໄດ້ຈັດພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ (10/10/1945-10/10/2025) ໃນວັນທີ 9 ຕຸລານີ້ ທີ່ບ້ານນາຄວາຍ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ. ເປັນກຽດໃນພິທີ ໂດຍ ສະຫາຍ ອາດສະພັງທອງ ສີພັນດອນ ກຳມະການສູນກາງພັກ ປະທານຄະນະກຳມະການປົກຄອງນະຄອນຫຼວງວຽງຈັນ ປະທານສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ສະຫາຍ ລີ ຢົງ ຊົນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ, ສະຫາຍ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີບັນດາສະຫາຍຕາງໜ້າຈາກຫ້ອງວ່າການສູນກາງພັກ, ສຳນັກງານນາຍົກລັດຖະມົນຕີ, ກະຊວງການຕ່າງປະເທດ, ກະຊວງສຶກສາທິການ ແລະ ກິລາ, ສາມອົງການຈັດຕັ້ງມະຫາຊົນນະຄອນຫຼວງ, ສະຫາຍ ນາງ ວິໄລວອນ ຈັນທະລາຕີ ປະທານຄະນະກຳມະການປົກຄອງເມືອງໄຊເສດຖາ ພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ແລະ ຫ້ອງການສຶກສາທິການ ແລະ ກິລາ ເມືອງໄຊເສດຖາ, ມີບັນດາຄະນະປົກຄອງບ້ານນາຄວາຍ, ຈາກພາກສ່ວນທີ່ກ່ຽວຂ້ອງຂອງສູນກາງ, ພ້ອມດ້ວຍພະນັກງານຈາກສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ ເຂົ້າຮ່ວມປະມານ 300 ສະຫາຍ.
ກະຊວງ ສສກ ສະຫຼອງວັນຄູແຫ່ງຊາດ ແລະ ວັນວິທະຍາສາດແຫ່ງຊາດ

ກະຊວງ ສສກ ສະຫຼອງວັນຄູແຫ່ງຊາດ ແລະ ວັນວິທະຍາສາດແຫ່ງຊາດ

ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດພິທີສະເຫຼີມສະຫຼອງວັນຄູແຫ່ງຊາດຄົບຮອບ 31 ປີ (7 ຕຸລາ 1994-7 ຕຸລາ 2025) ແລະ ວັນວິທະຍາສາດແຫ່ງຊາດວັນທີ 12 ຕຸລາ ຄົບຮອບ 38 ປີ (12 ຕຸລາ 1987-12 ຕຸລາ 2025) ຂຶ້ນໃນວັນທີ 9 ຕຸລານີ້ ທີ່ ມະຫາວິທະຍາໄລແຫ່ງຊາດ ໂດຍການເຂົ້າຮ່ວມເປັນກຽດຂອງທ່ານ ກິ​ແກ້ວ ໄຂ​ຄຳ​ພິ​ທູນ ຮອງ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ພ້ອມດ້ວຍຄະນະນໍາ, ຜູ້ບໍລິຫານການສຶກສາ, ຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມ.
ເພີ່ມເຕີມ