![]() |
ໂອກາດນີ້, ທ່ານ ພອນປະເສີດ ອິນທະສອນ ກໍໄດ້ລາຍງານກ່ຽວກັບການເຄື່ອນໄຫວຝຶກຊ້ອມຂອງທັບກິລາແລ່ນ-ລານ ນວ ທີ່ສົ່ງເຂົ້າຮ່ວມງານມະຫະກຳກິລາແຫ່ງຊາດຄັ້ງທີ XII ປີນີ້ ມີຄູຝຶກ ແລະ ນັກກິລາ ຈໍານວນ 46 ຄົນ ສະເພາະນັກກິລາ 37 ຄົນ ແລະ ຄູຝຶກ 10 ຄົນ ຊຶ່ງໄດ້ເຂົ້ານອນສູນຝຶກແອບ-ຝຶກຊ້ອມ ມາແຕ່ວັນທີ 8 ຕຸລາ 2025 ມາຮອດປັດຈຸບັນແມ່ນມີຄວາມພ້ອມຮ້ອຍສ່ວນຮ້ອຍໃນການລົງຊີງໄຊເຈົ້າຫຼຽນຄໍາ ໃນງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ ຮັບກຽດເປັນເຈົ້າພາບ. ແນວໃດກໍດີ, ເບື້ອງຕົ້ນ ແລ່ນ-ລານ ນວ ໄດ້ມີການວາງເປົ້າໝາຍງົບປະມານເພື່ອເປັນນະໂຍບາຍໃຫ້ແກ່ນັກກິລາ ນະຄອນຫຼວງວຽງຈັນ ເກືອບ 1 ຕື້ກີບ ປັດຈຸບັນກໍຍັງບໍ່ພຽງພໍ ສະນັ້ນ ຂໍຮຽກຮ້ອງມາຍັງທຸກພາກສ່ວນໃຫ້ການສະໜັບສະໜູນນັກກິລາ ເພື່ອຕໍ່ຍອດກະຕຸກຊຸກຍູ້ໃຫ້ລູກຫຼານພວກເຮົາສ້າງຜົນງານໄດ້ຕາມເປົ້າໝາຍທີ່ວາງໄວ້.
![]() |
ໂອກາດດຽວກັນ, ທ່ານ ພູວົງ ວົງຄໍາຊາວ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະນໍາ, ຄູຝຶກ ແລະ ນັກກິລາ ທີ່ໄດ້ເສຍສະຫຼະ ສຸມທຸກເຫື່ອແຮງເຂົ້າໃນການຝຶກຊ້ອມ ໃນການເຂົ້າຮ່ວມ ນະຄອນຫຼວງວຽງຈັນ ເກມ, ພ້ອມທັງຮຽກຮ້ອງໃຫ້ຄູຝຶກ ນັກກິລາມີຄວາມຕັ້ງໃຈ, ອົດທົນສູ້ຊົນໃຫ້ໄດ້ຜົນສໍາເລັດມາສູ່ຊາວນະຄອນຫຼວງວຽງຈັນ, ໂດຍໃຫ້ທຸກຄົນຕ້ອງມີຄວາມສາມັກຄີ, ມີນໍ້າໃຈນັກກິລາ. ສໍາລັບຄູຝືກກໍຕ້ອງເພີ່ມທະວີຄວາມຮັບຜິດຊອບຊ່ວຍແນະນໍານັກກິລາ ແລະ ເປັນກໍາລັງໃຈໃຫ້ນັກກິລາ ເພື່ອໃຫ້ສາມາດຍາດໄດ້ເປັນເຈົ້າຫຼຽນຄໍາໃນງານມະຫະກໍາກິລາແຫ່ງຊາດຄັ້ງນີ້.
ມອບ-ຮັບການອຸປະຖຳ ປະກອບມີ: ພະແນກອຸດສະຫະກໍາ ແລະ ການຄ້າ ນວ 105 ລ້ານກີບ, ສະພາການຄ້າ ແລະ ອຸດສະຫະກໍາ ຈໍານວນ 100 ລ້ານກີບ, ບໍລີສັດ ເອໄອດີຊີ ຈໍາກັດ ຈໍານວນ 100 ລ້ານກີບ ແລະ ບໍລິສັດ 3 ເອັດ ຈໍາກັດ ຈໍານວນ 100 ລ້ານກີບ, ອົງການປົກຄອງເມືອງປາກງື່ມ ຈໍານວນ 50 ລ້ານກີບ, ໂຮງຮຽນ ນານາຊາດ ກຽດຕິສັກ ຈໍານວນ 15 ລ້ານກີບ, ໂຮງຮຽນນານາຊາດ ເມືອງໄຊເຊດຖາ ຈໍານວນ 10 ລ້ານກີບ, ບໍລິສັດ ໂຕໂຢຕ້າ ລາວທານີ ຈໍາກັດ 50 ລ້ານກີບ ລວມມູນຄ່າ 530 ລ້ານກີບ.ພາບ-ຂ່າວ: ສົງການ ພັນແພງດີ


ຄໍາເຫັນ