ຫຼາຍພາກສ່ວນ ສືບຕໍ່ຊ່ວຍເຫຼືອ ບັນເທົາທຸກຜູ້ທີ່ປະສົບໄພນໍ້າຖ້ວມ ຢູ່ບ້ານນໍ້າດີ ແລະ ບ້ານປ່າປົວະ

ຫຼາຍພາກສ່ວນ ສືບຕໍ່ຊ່ວຍເຫຼືອ ບັນເທົາທຸກຜູ້ທີ່ປະສົບໄພນໍ້າຖ້ວມ ຢູ່ບ້ານນໍ້າດີ ແລະ ບ້ານປ່າປົວະ
ຫຼາຍພາກສ່ວນ ທັງພາກລັດ ແລະ ພາກທຸລະກິດ ໄດ້ຮ່ວມແຮງຮ່ວມໃຈກັນ ສືບຕໍ່ນຳເອົາເຄື່ອງອຸປະໂພກ-ບໍລິໂພກ ແລະ ເງິນສົດຈຳນວນໜຶ່ງ ໄປຊ່ວຍເຫຼືອປະຊາຊົນ ຜູ້ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມກະທັນຫັນ ຢູ່ທີ່ບ້ານນໍ້າດີ ແລະ ບ້ານປ່າປົວະ ເມືອງຫຼວງນໍ້າທາ ແຂວງຫຼວງ​ນ້ຳ​ທາ.
ຫາຍພາກສວນ ສບຕຊວຍເຫອ ບນເທາທກຜທປະສບໄພນາຖວມ ຢບານນາດ ແລະ ບານປາປວະ - image 1
 

ພິທີມອບເຄື່ອງຊ່ວຍເຫຼືອດັ່ງກ່າວ ຈັດຂຶ້ນໃນວັນທີ 13 ສິງຫາຜ່ານມາ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ບຸນຄົງ ພິມມະສອນ ກຳມະການພັກແຂວງ, ເລຂາພັກຄະນະບໍລິຫານງານເມືອງ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ, ອົງການຈັດຕັ້ງບ້ານ ແລະ ປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບເຂົ້າຮ່ວມ.

ໄພນໍ້າຖ້ວມກະທັນຫັນຄັ້ງນີ້ ໄດ້ສ້າງຄວາມເສຍຫາຍໃຫ້ແກ່ປະຊາຊົນທັງສອງບ້ານ ລວມທັງ ໝົດ 56 ຄອບຄົວ. ໃນນັ້ນ, ບ້ານນໍ້າດີ ໄດ້ຮັບຜົນກະທົບຈຳນວນ 28 ຄອບຄົວ (ມີ 184 ຄົນ), ເຊິ່ງມີຄອບຄົວທີ່ຖືກຜົນກະທົບໜັກ 5 ຄອບຄົວ ( 29 ຄົນ); ຂະນະດຽວກັນ ຢູ່ທີ່ ບ້ານປ່າປົວະ ກໍມີຄອບທີ່ໄດ້ຮັບຜົນກະທົບຈຳນວນ 28 ຄອບຄົວ (112 ຄົນ).

ຫາຍພາກສວນ ສບຕຊວຍເຫອ ບນເທາທກຜທປະສບໄພນາຖວມ ຢບານນາດ ແລະ ບານປາປວະ - image 2
 

ເພື່ອເປັນການຕອບສະໜອງ ແລະ ບັນເທົາທຸກແກ່ປະຊາຊົນທີ່ກຳລັງປະສົບຄວາມຫຍຸ້ງຍາກ, ຫຼາຍພາກສ່ວນຈຶ່ງໄດ້ລະດົມທຶນຮອນ ແລະ ເຄື່ອງໃຊ້ທີ່ຈຳເປັນ ລົງມອບໃຫ້ແກ່ຄອບຄົວຜູ້ປະສົບໄພ ໂດຍມີບໍລິສັດລາວໂທລະຄົມມະນາຄົມມະຫາຊົນ ສາຂາແຂວງຫຼວງນໍ້າທາ ມອບເຄື່ອງຊ່ວຍເຫຼືອໃຫ້ແກ່ປະຊາຊົນທັງສອງບ້ານ, ມອບຢູ່ບ້ານນໍ້າດີ: ໝີ່ 28 ແກັດ ແລະ ນໍ້າດື່ມ 28 ແພັກ, ພ້ອມທັງມອບເງິນສົດໃຫ້ 5 ຄອບຄົວ ທີ່ຖືກຜົນກະທົບໜັກ ຄອບຄົວລະ 1 ລ້ານກີບ ແລະ ມອບເຄື່ອງອຸປະໂພກຈຳນວນໜຶ່ງ. ນອກຈາກນີ້, ຍັງໄດ້ມອບນໍ້າດື່ມ 10 ແພັກ, ຊາ ແລະ ກາເຟ ໃຫ້ແກ່ຄະນະບ້ານ ລວມມູນຄ່າ 15 ລ້ານກວ່າກີບ ແລະ ມອບຢູ່ບ້ານປ່າປົວະ ມີໝີ່ 28 ແກັດ ນໍ້າດື່ມ 28 ແພັກ ພ້ອມນັ້ນຍັງໄດ້ ມອບນໍ້າດື່ມ 10 ແພັກ, ຊາ ກາເຟ ໃຫ້ແກ່ຄະນະບ້ານ ລວມມູນຄ່າ 13 ລ້ານກີບ; ລັດວິສາຫະກິດນໍ້າປະປາ ສາຂາແຂວງຫຼວງນໍ້າທາ ມອບນໍ້າດື່ມ 28 ແພັກ ແລະ ໝີ່ 28 ແກັດ ໃຫ້ຄອບຄົວຜູ້ຮັບຜົນກະທົບຢູ່ບ້ານນໍ້າດີ ລວມມູນຄ່າ 5 ລ້ານກວ່າກີບ; ສະມາຄົມນັກທຸລະກິດແມ່ຍິງ ແຂວງຫຼວງນໍ້າທາ ນຳເອົານໍ້າດື່ມ ແລະ ໝີ່ ໄປມອບໃຫ້ປະຊາຊົນທັງສອງບ້ານ (ບ້ານນໍ້າດີ ແລະ ບ້ານປ່າປົວະ) ລວມມູນຄ່າ 4 ລ້ານ 6 ແສນກີບ. ຄະນະຄຸ້ມຄອງໄພພິບັດຂັ້ນແຂວງ ກໍຄື ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ນຳເອົາເຂົ້າຈ້າວຈຳນວນ 3 ໂຕນ 360 ກິໂລ ມອບໃຫ້ ບ້ານນໍ້າດີ 1 ໂຕນ 400 ກິໂລ ແລະ ບ້ານປ່າປົວະ 1 ໂຕນ 960 ກິໂລ; ອົງການກາແດງ ແຂວງຫຼວງນໍ້າທາ ມອບຊຸດເຄື່ອງບັນເທົາທຸກສຸກເສີນ ຈຳນວນ 56 ຖົງ ລວມມູນຄ່າທັງໝົດ 56 ລ້ານກວ່າກີບ ໂດຍມອບໃຫ້ບ້ານນໍ້າດີ 28 ຖົງ ແລະ ບ້ານປ່າປົວະ 28 ຖົງ (ລວມເປັນມູນຄ່າ 28 ລ້ານກວ່າກີບ ຕໍ່ໜຶ່ງບ້ານ), ພ້ອມກັນ ເມືອງຫຼວງນໍ້າທາ ກໍໄດ້ມອບນໍ້າດື່ມ ໃຫ້ບ້ານນໍ້າດີ ແລະ ບ້ານປ່າປົວະ ບ້ານລະ 20 ແພັກ; .ທັງນີ້ ກໍເພື່ອເປັນການບັນເທົາທຸກໃຫ້ແກ່ຜູ້ທີ່ໄດ້ຮັບຜົນກະທົບໄພນໍ້າຖ້ວມ ກັບຄືນສູ່ສະພາບປົກກະຕິໂດຍໄວ.

ຂ່າວ: ຫຼວງນ້ຳທາ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເປີດງານວາງສະແດງຜົນງານວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກໍາຂອງ ມຊ ຄົບຮອບ 30 ປີ

ເປີດງານວາງສະແດງຜົນງານວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກໍາຂອງ ມຊ ຄົບຮອບ 30 ປີ

ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພີທີເປີດງານວາງສະແດງ ຜົນງານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາຂອງ ມຊ ຄົບຮອບ 30 ປີ ຂຶ້ນໃນວັນທີ 4 ພະຈິກນີ້, ທີ່ ມຊ ໂດຍໃຫ້ກຽດເຂົ້າຮ່ວມຕັດແຖບຜ້າເປີດງານຂອງທ່ານ ສິນທະວອນ ດາລາວົງ ຜູ້ອໍານວຍການໃຫຍ່ ມຊ, ມີຮອງຜູ້ອໍານວຍການ, ພະນັກງານ, ຄູ-ອາຈານ, ນັກສຶກສາ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ສກຂ ອັດຕະປື ສະຫຼຸບຜົນການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ 5 ປີ

ສກຂ ອັດຕະປື ສະຫຼຸບຜົນການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ 5 ປີ

ພະແນກສຶກສາທິການ ແລະ ກິລາ (ສກຂ) ແຂວງອັດຕະປື ໄດ້ຈັດກອງປະຊຸມສະຫຼຸບຕີລາຄາຜົນການ ຈັດຕັ້ງປະຕິບັດແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ໄລຍະ 5 ປີ (2021-2025) ພ້ອມວາງທິດທາງ 5 ປີຕໍ່ໜ້າ (2026-2030) ຂຶ້ນໃນວັນທີ 3 ພະຈິກຜ່ານມາ, ທີ່ພະແນກ ສກຂ, ເຂົ້າຮ່ວມຂອງທ່ານ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ, ມີທ່ານ ອຸດົມສິນ ສີຊານົນ ກຳມະການພັກແຂວງ ຫົວໜ້າພະແນກ ສກຂ, ມີຄະນະຮັບຜິດຊອບ ແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມ.
ແກ່ນທ້າວ ທາບທາມຮ່າງຂໍ້ຕົກລົງ ການຄຸ້ມຄອງພື້ນຖານໂຄງລ່າງໂທລະຄົມມະນາຄົມ ແລະ ການສື່ສານ

ແກ່ນທ້າວ ທາບທາມຮ່າງຂໍ້ຕົກລົງ ການຄຸ້ມຄອງພື້ນຖານໂຄງລ່າງໂທລະຄົມມະນາຄົມ ແລະ ການສື່ສານ

ກອງປະຊຸມທາບທາມຮ່າງຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງພື້ນຖານໂຄງລ່າງໂທລະຄົມມະນາຄົມ ແລະ ການສື່ສານ ຈັດຂຶ້ນໃນວັນທີ 3 ພະຈິກຜ່ານມານີ້, ທີ່ຫ້ອງວ່າການເມືອງແກ່ນທ້າວ ແຂວງໄຊຍະບູລີ. ເປັນກຽດເຂົ້າຮ່ວມຂອງທ່ານ ສີຄານ ແກ່ນມະນີ ປະທານຄະນະກໍາມະການປົກຄອງເມືອງແກ່ນທ້າວ, ທ່ານ ນາງ ດວງໄພວອນ ສີບຸບຜາ ຮອງຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ, ມີບັນດາຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການກ່ຽວຂ້ອງເຂົ້າຮ່ວມ.
9 ເດືອນ ປກສ ເມືອງໄຊເສດຖາ ມ້າງເປົ້າໝາຍຄ້າຢາເສບຕິດ 10 ຄັ້ງ

9 ເດືອນ ປກສ ເມືອງໄຊເສດຖາ ມ້າງເປົ້າໝາຍຄ້າຢາເສບຕິດ 10 ຄັ້ງ

ໃນ 9 ເດືອນຜ່ານມາ, ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ເມືອງໄຊເສດຖາ ແຂວງອັດຕະປື ສາມາດທັບມ້າງເປົ້າໝາຍຄ້າຢາເສບຕິດໄດ້ 10 ຄັ້ງ, ກັກຕົວຜູ້ຖືກຫາ 13 ຄົນ, ພ້ອມຂອງກາງຢາບ້າ 1,241 ເມັດ ແລະ ວັດຖຸພະຍານອື່ນໆ ຊຶ່ງເປັນຜົນງານສຳຄັນໃນການປາບປາມ ແລະ ສະກັດກັ້ນບັນຫາຢາເສບຕິດຢູ່ທ້ອງຖິ່ນ.
ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກຊຸກຍູ້ວຽກງານຈັດຕັ້ງແຂວງຄຳມ່ວນ

ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກຊຸກຍູ້ວຽກງານຈັດຕັ້ງແຂວງຄຳມ່ວນ

ທ່ານ ວິໄລວັນ ບຸດດາຄຳ ກຳມະການສູນກາງພັກຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້​ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຄຳມ່ວນໃນ​ວັນ​ທີ 2 ຕຸ​ລາ​ຜ່ານ​ມາ ເພື່ອຕິດຕາມ ແລະ ຊຸກຍູ້ການເຜີຍແຜ່, ເຊື່ອມຊຶມ ແລະ ຈັດຕັ້ງປະຕິບັດກົດລະບຽບພັກສະໄໝທີ XII. ໂດຍມີ ທ່ານ ສາຍຄຳ ພະໄຊສິດທິເດດ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ພ້ອມຄະນະ ແລະ ພະນັກງານຂົງເຂດດັ່ງກ່າວເຂົ່າຮ່ວມ.
ເມືອງເງິນ ສະເຫຼີມສະຫຼອງ ວັນຊົນລະປະທານແຫ່ງຊາດ

ເມືອງເງິນ ສະເຫຼີມສະຫຼອງ ວັນຊົນລະປະທານແຫ່ງຊາດ

ເມືອງເງິນ ແຂວງ​ໄຊ​ຍະ​ບູ​ລີຈັດພິທີສະເຫຼີມສະຫຼອງ ວັນຊົນລະປະທານແຫ່ງຊາດ, ວັນສັກຢາປ້ອງກັນພະຍາດສັດແຫ່ງຊາດ,ວັນເປີດຂະບວນການຜະລິດພຶດລະດູແລ້ງ,ເມື່ອ​ບໍ່​ດົນ​ມາ​ນີ້ ທີ່ບ້ານນາຍາງຄໍາເມືອງເງິນໂດຍມີທ່ານ ອິນເນດ ຂຽວສີຟ້າ ປະທານຄະນະກໍາມະການປົກຄອງເມືອງ, ມີທ່ານ ຄໍາລື ແກ້ວສີໄລ ນາຍບ້ານໆນາຍາງຄໍາ, ມີບັນດາຫົວໜ້າ-ຮອງຫົວໜ້າຫ້ອງການ, ກົມກອງ, ນັກທຸລະກິດ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງຂົ້າຮ່ວມ.
ທ່ານ ຄໍາຫຼວງ ອິນທະວົງ ໄດ້ຮັບຫຼຽນໄຊພັດທະນາ ຊັ້ນ I ໃນການປະກອບສ່ວນພັດທະນາແຂວງຄໍາມ່ວນ

ທ່ານ ຄໍາຫຼວງ ອິນທະວົງ ໄດ້ຮັບຫຼຽນໄຊພັດທະນາ ຊັ້ນ I ໃນການປະກອບສ່ວນພັດທະນາແຂວງຄໍາມ່ວນ

ວັນທີ 2 ພະຈິກ 2026, ທີ່ສະໂມສອນແຂວງຄໍາມ່ວນ ໄດ້ມີພິທີປະດັບຫຼຽນໄຊພັດທະນາ ຊັ້ນ I ໃຫ້ແກ່ທ່ານ ຄໍາຫຼວງ ອິນທະວົງ ປະທານບໍລິສັດ ຄໍາມ່ວນການລົງທຶນ ຈໍາກັດຜູ້ດຽວ ທີ່ມີຜົນງານ, ຄຸນງາມຄວາມດີ ປະກອບສ່ວນຊ່ວຍເຫຼືອວັດຖຸ, ທຶນຮອນ ເຂົ້າໃນການພັດທະນາແຂວງຄໍາມ່ວນ ລວມມູນຄ່າ 5 ຕື້ກວ່າກີບ.
ຄອສພ ເຊື່ອມຊຶມມະຕິກອງປະຊຸມຄົບຄະນະສະໄໝວິສາມັນຄັ້ງທີ 1 ຂອງພັກສະໄໝທີ XII

ຄອສພ ເຊື່ອມຊຶມມະຕິກອງປະຊຸມຄົບຄະນະສະໄໝວິສາມັນຄັ້ງທີ 1 ຂອງພັກສະໄໝທີ XII

ຄະະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ຈັດກອງປະຊຸມເຜີຍແຜ່, ເຊື່ອມຊຶມມະຕິກອງ ປະຊຸມຄົບຄະນະ (ສະໄໝວິສາມັນຄັ້ງທີ 1) ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XII ຂຶ້ນໃນ ວັນທີ 3 ພະຈິກນີ້, ທີ່ຫ້ອງປະຊຸມໃຫຍ່ ຄອສພ, ໂດຍການເປັນປະທານ ຂອງ ສະຫາຍ ຄຳພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຮອງປະ ທານສະພາທິດສະດີສູນກາງພັກ, ມີບັນດາສະຫາຍຄະນະພັກ, ເລຂາພັກຮາກຖານ, ບັນດາໜ່ວຍພັກ, ຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ ແລະ ຮອງພະແນກເຂົ້າຮ່ວມ
ຍົກລະດັບຄວາມຮູ້ດ້ານບັນຊີວິສາຫະກິດ ໃຫ້ພະນັກງານຂະແໜງການເງິນ 8 ແຂວງພາກເໜືອ

ຍົກລະດັບຄວາມຮູ້ດ້ານບັນຊີວິສາຫະກິດ ໃຫ້ພະນັກງານຂະແໜງການເງິນ 8 ແຂວງພາກເໜືອ

ສະຖາບັນເສດຖະກິດການເງິນ ສາຂາພາກເໜືອ ຈັດພິທີເປີດຝຶກອົບຮົມວຽກງານດ້ານບັນຊີວິສາຫະກິດ ແລະ ງົບປະມານ ໃຫ້ພະນັກງານຂະແໜງການເງິນບັນດາແຂວງພາກເໜືອ ໂດຍເປັນປະທານຂອງ ທ່ານ ນາງ ວົງພະຈັນ ວົງປະດິດ ຫົວໜ້າສະຖາບັນເສດຖະກິດການເງິນ ສາຂາພາກເໜືອ ໃນວັນທີ 2 ພະຈິກຜ່ານມາ, ທີ່ສະຖາບັນດັ່ງກ່າວ, ໂດຍມີວິທະຍາກອນ, ສຳມະນາກອນ ແລະ ແຂກຮັບເຊີນເຂົ້າຮ່ວມ.
ຄໍາມ່ວນ ເປີດສາງພາງກຸ່ມບໍລິສັດພະນົມພອນ ຍົກລະດັບວຽກງານໂລຈິສຕິກ ເຊື່ອມການຄ້າຊາຍແດນ

ຄໍາມ່ວນ ເປີດສາງພາງກຸ່ມບໍລິສັດພະນົມພອນ ຍົກລະດັບວຽກງານໂລຈິສຕິກ ເຊື່ອມການຄ້າຊາຍແດນ

ວັນທີ 1 ພະຈິກຜ່ານມາ, ທີ່ແຂວງຄໍາມ່ວນ ໄດ້ຈັດພີທີເປີດສາງພາງຂອງກຸ່ມບໍລິສັດ ພະນົມພອນ ຈໍາກັດ ຢ່າງເປັນທາງການ ຫວັງຍົກລະດັບວຽກງານໂລຈິສຕິກ ແລະ ເສີມທ່າແຮງການຄ້າຂ້າມຊາຍແດນ. ໃຫ້ກຽດເຂົ້າຮ່ວມພິທີມີທ່ານ ວັນໄຊ ພອງສະຫວັນ ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ປະທານກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ມີທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງ ພ້ອມດ້ວຍການນໍາຂັ້ນສູນກາງ, ການນໍາແຂວງ, ຜູ້ບໍລິ ຫານກຸ່ມບໍລິສັດ ແລະ ແຂກຖືກເຊີນເຂົ້າຮ່ວມ.
ເພີ່ມເຕີມ