ເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມ ເນັ້ນ 7 ບັນຫາຫັນປ່ຽນວຽກງານຊາວໜຸ່ມສູ່ບາດກ້າວໃໝ່

ເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມ ເນັ້ນ 7 ບັນຫາຫັນປ່ຽນວຽກງານຊາວໜຸ່ມສູ່ບາດກ້າວໃໝ່

ເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມ ເນັ້ນ 7 ບັນຫາຫັນປ່ຽນວຽກງານຊາວໜຸ່ມສູ່ບາດກ້າວໃໝ່
ໃນໂອກາດລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຄໍາມ່ວນ, ທ່ານ ທອງລີ ສີສຸລິດ ກຳມະການສູນກາງພັກເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ໄດ້ໂອ້ລົມຕໍ່ຄະນະບໍລິຫານງານຊາວໜຸ່ມແຂວງຄໍາມ່ວນໃນ​ວັນ​ທີ 27 ສິງ​ຫາ​ນີ້.
ເລຂາຄະນະບລຫານງານ ສນກາງຊາວໜມ ເນນ 7 ບນຫາຫນປຽນວຽກງານຊາວໜມສບາດກາວໃໝ - image 1
 

ພາຍຫຼັງໄດ້ຮັບຟັງການລາຍງານຫຍໍ້ ການຈັດຕັ້ງປະຕິບັດວຽກງານຊາວໜຸ່ມ ຈາກທ່ານ ນາງ ຈໍາປາທອງ ອິນທະວົງສາ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ທ່ານ ທອງລີ ສີສຸລິດ ກໍໄດ້ມີຄໍາເຫັນໂອ້ລົມ ເພື່ອເປັນທິດທາງໃນການຈັດຕັ້ງປະຕິບັດ ເຮັດໃຫ້ວຽກງານຊາວໜຸ່ມໄດ້ມີການຫັນປ່ຽນໄປສູ່ບາດກ້າວອັນໃໝ່.

1. ສ້າງ “ພູມຄຸ້ມກັນທາງແນວຄິດ” ໃຫ້ຊາວໜຸ່ມເນື່ອງຈາກວ່າວຽກງານສຶກສາອົບຮົມການເມືອງແນວຄິດ ເປັນວຽກທີ່ສໍາຄັນ ແລະ ອະອຽດອ່ອນ ດັ່ງນັ້ນຕ້ອງນໍາໃຊ້ຮູບການທີ່ທັນສະໄໝ ໂດຍສະເພາະການນໍາໃຊ້ AI ແລະ ນໍາໃຊ້ທ່າແຮງນັກໂຄສະນາໜຸ່ມ ທີ່ມີຊື່ສຽງໃນສື່ສັງຄົມອອນລາຍ ມາເປັນກໍາລັງແຮງໃນການສຶກສາອົບຮົມ ແລະ ແທດເໝາະກັບ ຈິດຕະສາດຂອງຊາວໜຸ່ມ, ຕ້ອງສ້າງຊາວໜຸ່ມໃຫ້ມີຄວາມຮູ້, ມີສະຕິ, ຮັກຊາດ, ຮັກຮີດຄອງປະເພນີ ແລະຮູ້ເທົ່າທັນຂ່າວສານບິດເບືອນ ໃນສື່ອອນລາຍ.

2. ເປັນເຈົ້າການສະກັດກັ້ນຢາເສບຕິດ ແລະ ປະກົດການຫຍໍ້ທໍ້ ຈາກຮາກຖານ ລົງເຖິງໂຮງຮຽນ, ກຸ່ມບ້ານ ແລະ ຊຸມຊົນ ໂດຍເປົ້າໝາຍຄື “ບ້ານ ແລະ ໂຮງຮຽນປອດຢາເສບຕິດ.

3. ເຮັດໃຫ້ “4 ບຸກ” ກາຍເປັນວິຖີຊີວິດຂອງຊາວໜຸ່ມ ຄໍາວ່າ 4 ບຸກ ບໍ່ໃຫ້ຢຸດຢູ່ປ້າຍ ຫຼື ໃບຍ້ອງຍໍເທົ່ານັ້ນ ຕ້ອງມີການຕີລາຄາ, ປະເມີນຜົນ ແລະ ຍ້ອງຍໍຜູ້ທີ່ກ້າຄິດ, ກ້າເຮັດ, ກ້າຮັບຜິດຊອບ ແລະ ສ້າງຜົນງານຈິງ.

4. ເຮັດໃຫ້ “3 ດີ 4 ຮູ້” ຂອງເຍົາວະຊົນ ເຂົ້າສູ່ຊີວິດຈິງ ຕ້ອງປະສານກັບໂຮງຮຽນ ແລະ ຄູ-ອາຈານ ເພື່ອແລກປ່ຽນຂໍ້ແຂ່ງຂັນໃຫ້ເປັນຂະບວນການຈິງຂອງນັກຮຽນ ແລະ ເຍົາວະຊົນ.

5. ຜັນຂະຫຍາຍແຜນ 5 ປີ ໃຫ້ເປັນ “ແຜນທີ່ເຮັດຈິງ" ຕ້ອງເລີ່ມຈາກຮາກຖານ ບ້ານ, ສະຖາບັນ, ໂຮງງານ, ເຂດເສດຖະກິດ ແລະ ດ່ານຊາຍແດນ ພ້ອມສ້າງພະນັກງານສືບທອດໃຫ້ຮູ້ພາສາຕ່າງປະເທດ, Digital, AI ແລະ ວິຊາສະເພາະ.

6. ສ້າງວຽກໃຫ້ຊາວໜຸ່ມ ໂດຍໃຊ້ທ່າແຮງຂອງແຂວງ ຕ້ອງສ້າງຖານຂໍ້ມູນແຮງງານຢ່າງເປັນລະບົບ ຮ່ວມກັບພະແນກແຮງງານ ແລະ ສະຫວັດດີການສັງຄົມ ແລະ ຜູ້ປະກອບການ ໂດຍໃຫ້ມີການຝຶກຊາວໜຸ່ມໃຫ້ກົງກັບວຽກທີ່ຫົວໜ່ວຍທຸລະກິດມີຄວາມຕ້ອງການ, ນໍາໃຊ້ທ່າແຮງຂອງສະມາຄົມນັກທຸລະກິດໜຸ່ມແຂວງ ຫັນເປັນສັນຍາສອງສົ້ນ ໂດຍການຮ່ວມມືກັບ ສະຖາບັນຕ່າງໆ ເພື່ອກຳນົດຕຳແໜ່ງງານ ແລະ ຄວາມຕ້ອງການຂອງແຮງງານໃນຂະແໜງການ ເພື່ອການຕັດສິນໃຈແຕ່ເບື້ອງຕົ້ນ ຂອງຊາວໜຸ່ມ ວ່າຮຽນຈົບແລ້ວຈະໄປເຮັດວຽກຢູ່ໃສ.

7. ຜັນຂະຫຍາຍເນື້ອໃນບົດບັນທຶກຮ່ວມມື MOU ຂອງສູນກາງຊາວໜຸ່ມນໍາໄປຈັດຕັ້ງໃຫ້ມີຜົນສໍາເລັດຕົວຈິງ ໂດຍສະເພາະ MOU ຮ່ວມກັບ ກະຊວງກະຊິກຳແລະ ສິ່ງແວດລ້ອມ ເພື່ອກຳນົດການປູກ-ການລ້ຽງແບບໃໝ່ ທີ່ບໍ່ມີຄວາມສ່ຽງທັງໃນລະດູແລ້ງ ແລະ ລະດູຝົນ ເພື່ອສ້າງເປັນໂຄງການຕົວແບບ ໂດຍນໍາໃຊ້ຮູບແບບການປູກ-ການລ້ຽງທີ່ທັນສະໄໝ ເພື່ອຫຼຸດຜ່ອນຜົນກະທົບຈາກໄພພິບັດທາງທຳມະຊາດ ຕິດພັນກັບວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມທຸກຍາກຂອງປະຊາຊົນ ຕິດພັນກັບວຽກງານ 3 ສ້າງ ເນັ້ນກຸ່ມຜະລິດ-ສະຫະກອນຊາວໜຸ່ມ, ຝຶກອາຊີບກະສິກຳຍືນຍົງ, ການສ້າງມູນຄ່າ-ແປຮູບ, ຕະຫຼາດນັດກະສິກຳຊາວໜຸ່ມ ແລະ ອາສາສະໝັກອະນຸລັກສິ່ງແວດລ້ອມ.

ຂ່າວ: ກອງຄໍາ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເປີດງານວາງສະແດງຜົນງານວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກໍາຂອງ ມຊ ຄົບຮອບ 30 ປີ

ເປີດງານວາງສະແດງຜົນງານວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກໍາຂອງ ມຊ ຄົບຮອບ 30 ປີ

ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພີທີເປີດງານວາງສະແດງ ຜົນງານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາຂອງ ມຊ ຄົບຮອບ 30 ປີ ຂຶ້ນໃນວັນທີ 4 ພະຈິກນີ້, ທີ່ ມຊ ໂດຍໃຫ້ກຽດເຂົ້າຮ່ວມຕັດແຖບຜ້າເປີດງານຂອງທ່ານ ສິນທະວອນ ດາລາວົງ ຜູ້ອໍານວຍການໃຫຍ່ ມຊ, ມີຮອງຜູ້ອໍານວຍການ, ພະນັກງານ, ຄູ-ອາຈານ, ນັກສຶກສາ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ສກຂ ອັດຕະປື ສະຫຼຸບຜົນການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ 5 ປີ

ສກຂ ອັດຕະປື ສະຫຼຸບຜົນການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ 5 ປີ

ພະແນກສຶກສາທິການ ແລະ ກິລາ (ສກຂ) ແຂວງອັດຕະປື ໄດ້ຈັດກອງປະຊຸມສະຫຼຸບຕີລາຄາຜົນການ ຈັດຕັ້ງປະຕິບັດແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ໄລຍະ 5 ປີ (2021-2025) ພ້ອມວາງທິດທາງ 5 ປີຕໍ່ໜ້າ (2026-2030) ຂຶ້ນໃນວັນທີ 3 ພະຈິກຜ່ານມາ, ທີ່ພະແນກ ສກຂ, ເຂົ້າຮ່ວມຂອງທ່ານ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ, ມີທ່ານ ອຸດົມສິນ ສີຊານົນ ກຳມະການພັກແຂວງ ຫົວໜ້າພະແນກ ສກຂ, ມີຄະນະຮັບຜິດຊອບ ແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມ.
ແກ່ນທ້າວ ທາບທາມຮ່າງຂໍ້ຕົກລົງ ການຄຸ້ມຄອງພື້ນຖານໂຄງລ່າງໂທລະຄົມມະນາຄົມ ແລະ ການສື່ສານ

ແກ່ນທ້າວ ທາບທາມຮ່າງຂໍ້ຕົກລົງ ການຄຸ້ມຄອງພື້ນຖານໂຄງລ່າງໂທລະຄົມມະນາຄົມ ແລະ ການສື່ສານ

ກອງປະຊຸມທາບທາມຮ່າງຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງພື້ນຖານໂຄງລ່າງໂທລະຄົມມະນາຄົມ ແລະ ການສື່ສານ ຈັດຂຶ້ນໃນວັນທີ 3 ພະຈິກຜ່ານມານີ້, ທີ່ຫ້ອງວ່າການເມືອງແກ່ນທ້າວ ແຂວງໄຊຍະບູລີ. ເປັນກຽດເຂົ້າຮ່ວມຂອງທ່ານ ສີຄານ ແກ່ນມະນີ ປະທານຄະນະກໍາມະການປົກຄອງເມືອງແກ່ນທ້າວ, ທ່ານ ນາງ ດວງໄພວອນ ສີບຸບຜາ ຮອງຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ, ມີບັນດາຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການກ່ຽວຂ້ອງເຂົ້າຮ່ວມ.
9 ເດືອນ ປກສ ເມືອງໄຊເສດຖາ ມ້າງເປົ້າໝາຍຄ້າຢາເສບຕິດ 10 ຄັ້ງ

9 ເດືອນ ປກສ ເມືອງໄຊເສດຖາ ມ້າງເປົ້າໝາຍຄ້າຢາເສບຕິດ 10 ຄັ້ງ

ໃນ 9 ເດືອນຜ່ານມາ, ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ເມືອງໄຊເສດຖາ ແຂວງອັດຕະປື ສາມາດທັບມ້າງເປົ້າໝາຍຄ້າຢາເສບຕິດໄດ້ 10 ຄັ້ງ, ກັກຕົວຜູ້ຖືກຫາ 13 ຄົນ, ພ້ອມຂອງກາງຢາບ້າ 1,241 ເມັດ ແລະ ວັດຖຸພະຍານອື່ນໆ ຊຶ່ງເປັນຜົນງານສຳຄັນໃນການປາບປາມ ແລະ ສະກັດກັ້ນບັນຫາຢາເສບຕິດຢູ່ທ້ອງຖິ່ນ.
ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກຊຸກຍູ້ວຽກງານຈັດຕັ້ງແຂວງຄຳມ່ວນ

ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກຊຸກຍູ້ວຽກງານຈັດຕັ້ງແຂວງຄຳມ່ວນ

ທ່ານ ວິໄລວັນ ບຸດດາຄຳ ກຳມະການສູນກາງພັກຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້​ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຄຳມ່ວນໃນ​ວັນ​ທີ 2 ຕຸ​ລາ​ຜ່ານ​ມາ ເພື່ອຕິດຕາມ ແລະ ຊຸກຍູ້ການເຜີຍແຜ່, ເຊື່ອມຊຶມ ແລະ ຈັດຕັ້ງປະຕິບັດກົດລະບຽບພັກສະໄໝທີ XII. ໂດຍມີ ທ່ານ ສາຍຄຳ ພະໄຊສິດທິເດດ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ພ້ອມຄະນະ ແລະ ພະນັກງານຂົງເຂດດັ່ງກ່າວເຂົ່າຮ່ວມ.
ເມືອງເງິນ ສະເຫຼີມສະຫຼອງ ວັນຊົນລະປະທານແຫ່ງຊາດ

ເມືອງເງິນ ສະເຫຼີມສະຫຼອງ ວັນຊົນລະປະທານແຫ່ງຊາດ

ເມືອງເງິນ ແຂວງ​ໄຊ​ຍະ​ບູ​ລີຈັດພິທີສະເຫຼີມສະຫຼອງ ວັນຊົນລະປະທານແຫ່ງຊາດ, ວັນສັກຢາປ້ອງກັນພະຍາດສັດແຫ່ງຊາດ,ວັນເປີດຂະບວນການຜະລິດພຶດລະດູແລ້ງ,ເມື່ອ​ບໍ່​ດົນ​ມາ​ນີ້ ທີ່ບ້ານນາຍາງຄໍາເມືອງເງິນໂດຍມີທ່ານ ອິນເນດ ຂຽວສີຟ້າ ປະທານຄະນະກໍາມະການປົກຄອງເມືອງ, ມີທ່ານ ຄໍາລື ແກ້ວສີໄລ ນາຍບ້ານໆນາຍາງຄໍາ, ມີບັນດາຫົວໜ້າ-ຮອງຫົວໜ້າຫ້ອງການ, ກົມກອງ, ນັກທຸລະກິດ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງຂົ້າຮ່ວມ.
ທ່ານ ຄໍາຫຼວງ ອິນທະວົງ ໄດ້ຮັບຫຼຽນໄຊພັດທະນາ ຊັ້ນ I ໃນການປະກອບສ່ວນພັດທະນາແຂວງຄໍາມ່ວນ

ທ່ານ ຄໍາຫຼວງ ອິນທະວົງ ໄດ້ຮັບຫຼຽນໄຊພັດທະນາ ຊັ້ນ I ໃນການປະກອບສ່ວນພັດທະນາແຂວງຄໍາມ່ວນ

ວັນທີ 2 ພະຈິກ 2026, ທີ່ສະໂມສອນແຂວງຄໍາມ່ວນ ໄດ້ມີພິທີປະດັບຫຼຽນໄຊພັດທະນາ ຊັ້ນ I ໃຫ້ແກ່ທ່ານ ຄໍາຫຼວງ ອິນທະວົງ ປະທານບໍລິສັດ ຄໍາມ່ວນການລົງທຶນ ຈໍາກັດຜູ້ດຽວ ທີ່ມີຜົນງານ, ຄຸນງາມຄວາມດີ ປະກອບສ່ວນຊ່ວຍເຫຼືອວັດຖຸ, ທຶນຮອນ ເຂົ້າໃນການພັດທະນາແຂວງຄໍາມ່ວນ ລວມມູນຄ່າ 5 ຕື້ກວ່າກີບ.
ຄອສພ ເຊື່ອມຊຶມມະຕິກອງປະຊຸມຄົບຄະນະສະໄໝວິສາມັນຄັ້ງທີ 1 ຂອງພັກສະໄໝທີ XII

ຄອສພ ເຊື່ອມຊຶມມະຕິກອງປະຊຸມຄົບຄະນະສະໄໝວິສາມັນຄັ້ງທີ 1 ຂອງພັກສະໄໝທີ XII

ຄະະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ຈັດກອງປະຊຸມເຜີຍແຜ່, ເຊື່ອມຊຶມມະຕິກອງ ປະຊຸມຄົບຄະນະ (ສະໄໝວິສາມັນຄັ້ງທີ 1) ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XII ຂຶ້ນໃນ ວັນທີ 3 ພະຈິກນີ້, ທີ່ຫ້ອງປະຊຸມໃຫຍ່ ຄອສພ, ໂດຍການເປັນປະທານ ຂອງ ສະຫາຍ ຄຳພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຮອງປະ ທານສະພາທິດສະດີສູນກາງພັກ, ມີບັນດາສະຫາຍຄະນະພັກ, ເລຂາພັກຮາກຖານ, ບັນດາໜ່ວຍພັກ, ຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ ແລະ ຮອງພະແນກເຂົ້າຮ່ວມ
ຍົກລະດັບຄວາມຮູ້ດ້ານບັນຊີວິສາຫະກິດ ໃຫ້ພະນັກງານຂະແໜງການເງິນ 8 ແຂວງພາກເໜືອ

ຍົກລະດັບຄວາມຮູ້ດ້ານບັນຊີວິສາຫະກິດ ໃຫ້ພະນັກງານຂະແໜງການເງິນ 8 ແຂວງພາກເໜືອ

ສະຖາບັນເສດຖະກິດການເງິນ ສາຂາພາກເໜືອ ຈັດພິທີເປີດຝຶກອົບຮົມວຽກງານດ້ານບັນຊີວິສາຫະກິດ ແລະ ງົບປະມານ ໃຫ້ພະນັກງານຂະແໜງການເງິນບັນດາແຂວງພາກເໜືອ ໂດຍເປັນປະທານຂອງ ທ່ານ ນາງ ວົງພະຈັນ ວົງປະດິດ ຫົວໜ້າສະຖາບັນເສດຖະກິດການເງິນ ສາຂາພາກເໜືອ ໃນວັນທີ 2 ພະຈິກຜ່ານມາ, ທີ່ສະຖາບັນດັ່ງກ່າວ, ໂດຍມີວິທະຍາກອນ, ສຳມະນາກອນ ແລະ ແຂກຮັບເຊີນເຂົ້າຮ່ວມ.
ຄໍາມ່ວນ ເປີດສາງພາງກຸ່ມບໍລິສັດພະນົມພອນ ຍົກລະດັບວຽກງານໂລຈິສຕິກ ເຊື່ອມການຄ້າຊາຍແດນ

ຄໍາມ່ວນ ເປີດສາງພາງກຸ່ມບໍລິສັດພະນົມພອນ ຍົກລະດັບວຽກງານໂລຈິສຕິກ ເຊື່ອມການຄ້າຊາຍແດນ

ວັນທີ 1 ພະຈິກຜ່ານມາ, ທີ່ແຂວງຄໍາມ່ວນ ໄດ້ຈັດພີທີເປີດສາງພາງຂອງກຸ່ມບໍລິສັດ ພະນົມພອນ ຈໍາກັດ ຢ່າງເປັນທາງການ ຫວັງຍົກລະດັບວຽກງານໂລຈິສຕິກ ແລະ ເສີມທ່າແຮງການຄ້າຂ້າມຊາຍແດນ. ໃຫ້ກຽດເຂົ້າຮ່ວມພິທີມີທ່ານ ວັນໄຊ ພອງສະຫວັນ ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ປະທານກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ມີທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງ ພ້ອມດ້ວຍການນໍາຂັ້ນສູນກາງ, ການນໍາແຂວງ, ຜູ້ບໍລິ ຫານກຸ່ມບໍລິສັດ ແລະ ແຂກຖືກເຊີນເຂົ້າຮ່ວມ.
ເພີ່ມເຕີມ