![]() |
ທ່ານ ໄຊຊະນະ ໂຄດພູທອນ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການລົງມາເຄື່ອນໄຫວຊຸກຍູ້ວຽກງານຢູ່ທ້ອງຖິ່ນຂອງຄະນະສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ຊຶ່ງເປັນການເອົາໃຈໃສ່ຊີ້ນຳ-ນຳພາໂດຍກົງຕໍ່ຂະບວນການຊາວໜຸ່ມໃນແຂວງຄໍາມ່ວນ ໃຫ້ມີບາດກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງ.
![]() |
ໂອກາດນີ້, ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ຍັງໄດ້ນໍາເອົາເຄື່ອງ ອຸປະໂພກ-ບໍລິໂພກ ລວມມູຄ່າ 365 ລ້ານກີບ ມອບໃຫ້ແກ່ແຂວງຄໍາມ່ວນ ເພື່ອຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມ ພາຍໃຕ້ຫົວຂໍ້ "ຊາວໜຸ່ມຕະລຸມບອນ ຮ່ວມໃຈ ຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມ".
ຂ່າວ: ກອງຄໍາ


ຄໍາເຫັນ