![]() |
ທ່ານ ບຸນທ່ຽງທໍາ ນວນປະເສີດ ຫົວໜ້າຄຸ້ມຄອງດ່ານສາກົນໜອງນົກຂຽນ ລາຍງານໃຫ້ຮູ້ວ່າ: ໃນໄລຍະ 6 ເດືອນຄົ້ນປີ 2026 ຜ່ານມາ, ໄດ້ຕິດຕາມ, ກວດກາ ການນໍາເຂົ້າ-ສົ່ງອອກ ແລະ ສິນຄ້າຜ່ານແດນ ທີ່ເປັນສິນຄ້າເຄື່ອງອຸປະໂພກ-ບໍລິໂພກ ຜະລິດຕະພັນກະສິກຳ, ການນໍາເຂົ້າກ່ຽວກັບພືດ-ສັດ ແລະ ສິນຄ້າອື່ນໆ ຖືກຕ້ອງຕາມລະບຽບຫຼັກການ ແລະ ກົດໝາຍ. ນັບແຕ່ຕົ້ນປີ 2026 ຮອດທ້າຍເດືອນ 6 ໄດ້ອອກວິຊາກັບດ່ານໄດ້ຈໍານວນທັງໝົດ: 8,362 ຄົນ.
ໂອກາດດັ່ງກ່າວ ທ່ານ ເລຂາພັກແຂວງ ໄດ້ໃຫ້ທິດຊີ້ນໍາເພື່ອເປັນທິດທາງການພັດທະນາດ່ານໃຫ້ມີຄວາມຮັດກຸມ ແລະ ເຂົ້າສູ່ລະບົບດີຂຶ້ນ; ຕີລາຄາສູງຕໍ່ການຊີ້ນໍາ-ນໍາພາ ທີ່ສາມາດຮັກສາໄດ້ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນບໍລິເວນດ່ານ; ຊີ້ນຳໃຫ້ຍົກລະດັບການຈັດຕັ້ງພັກ ຈາກ ໜ່ວຍພັກ ເປັນ ຄະນະພັກຮາກຖານດ່ານ ເພື່ອເພີ່ມຂີດຄວາມສາມາດໃນການນໍາພາ-ຊີ້ນໍາ; ສະເໜີໃຫ້ກວດກາຄືນເນື້ອທີ່ດິນຂອງດ່ານ ໃຫ້ມີຄວາມຈະແຈ້ງ ແລະ ຖືກຕ້ອງຕາມລະບຽບການ, ໃຫ້ມີການສ້າງ ສັນຍາລັກ ຂອງດ່ານ ເພື່ອຄວາມເປັນເອກະລັກ ແລະ ເປັນສິ່ງດຶງດູດ. ພ້ອມນີ້ຈຸດປະສົງຕົ້ນຕໍຂອງດ່ານ ແມ່ນເພື່ອອໍານວຍຄວາມສະດວກໃນການເຂົ້າ-ອອກເມືອງ ແລະ ສິນຄ້າ, ເພີ່ມພູນວຽກງານກໍ່ສ້າງຮາກຖານການເມືອງ ເພື່ອຄຸ້ມຄອງການເຂົ້າ-ອອກເມືອງ ແລະ ສິນຄ້າ ໃຫ້ມີຄວາມສະດວກ, ຍົກລະດັບເສັ້ນທາງເບຕົງບໍລິເວນດ່ານ 197 ແມັດ, ໃຫ້ສໍາເລັດ ແລະ ປັບປຸງສ້ອມແປງເສັ້ນທາງ ເລກທີ 13 ໃຕ້ໄລຍະແຕ່ເມືອງໂຂງຫາດ່ານໃຫ້ມີຄວາມສະດວກ ປອດໄພ ແລະ ພາຍໃນດ່ານສາມາດຮັບປະກັນໃຫ້ມີລະບົບທີທັນສະໄໝໄດ້ມາດຕະຖານ.
ຂ່າວ-ພາບ: ຈັນທະວີສັກ

ຄໍາເຫັນ