![]() |
ໃນນີ້, ໄດ້ມອບເງິນ ໃຫ້ນ້ອງນັກຮຽນທີ່ໄດ້ຮັບລາງວັນອັນດັບທີ 1 ຫຼຽນຄໍາ ມີ 2 ນ້ອງ, ຈາກໂຮງຮຽນສາມັນມິດຕະພາບຄໍາມ່ວນ-ກວາງບິ່ງ : ທ້າວ ທິດຕາວັນ ແກ້ວມະຫາວົງ ວິຊາພາສາລາວ-ວັນນະຄະດີ ແລະ ທ້າວ ເພັດນໍາໂຊກ ສຸວັນມະນີ ວິຊາຟິຊິກສາດ; ຄົນລະ 10 ລ້ານກີບ ແລະ ອັນດັບທີ 3 ຫຼຽນທອງ ມີ 1 ນ້ອງ, ຈາກ ມປ ທ່າແຂກ: ນາງ ມິລິນ ເກດສຸຍາ ວິຊາ ຟີຊິກ ສາດ ໄດ້ຮັບ 5 ລ້ານກີບ. ນອກນັ້ນ, ຍັງໄດ້ມອບເງີນຊຸກຍູ້ລາງວັນຊົມເຊີຍໃຫ້ແກ່ນ້ກນັກຮຽນ ອີກ 3 ຄົນ, ຄົນລະ 2 ລ້ານກີບ, ລວມມູນຄ່າການສະໜັບສະໜູນຊຸກຍູ້ສົ່ງເສີມໃນຄັ້ງນີ້ 31 ລ້ານກີບ. ທັງນີ້ ກໍເພື່ອສະແດງເຖິງເອົາໃຈໃສ່ຂອງການນໍາຂັ້ນສູງ ພັກ-ລັດ ແຂວງຄໍາມ່ວນ, ທີ່ເຫັນໄດ້ຄວາມໝາຍຄວາມສໍາຄັນ ໃນວຽກງານການສຶກສາ ທັງເປັນກຳລັງໃຈໃຫ້ນ້ອງນັກຮຽນໄດ້ສືບຕໍ່ໃນການຄົ້ນຄວ້າຮໍ່າຮຽນ ແລະ ເປັນການປຸກລະດົມສົ່ງເສີມທົ່ວສັງຄົມ ໄດ້ມີສ່ວນຮ່ວມຕໍ່ການສ້າງໂອກາດ ໃຫ້ລູກຫຼານ ໄດ້ສຶກສາຮໍ່າຮຽນທີ່ດີ ເພື່ອອານາຄົດທີ່ສົດໃສໃນຕໍ່ໜ້າ.
(ຂ່າວ: ມະນີວັນ)

ຄໍາເຫັນ