ເລຂາພັກເມືອງຫົງສາ ຕິດຕາມຊຸກຍູ້ວຽກງານກໍ່ສ້າງຮາກຖານ ຢູ່ບ້ານຄົກແອກ

ເລຂາພັກເມືອງຫົງສາ ຕິດຕາມຊຸກຍູ້ວຽກງານກໍ່ສ້າງຮາກຖານ ຢູ່ບ້ານຄົກແອກ
ວັນທີ 18 ທັນວານີ້, ທີ່ສະໂມສອນໃຫຍ່ບ້ານຄົກແອກເມືອງຫົງສາແຂວງໄຊຍະບູລີ ໄດ້ຈັດພິທີປະກາດຍຸບບັນດາໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານ, ຍຸບຄະນະພັກຮາກຖານ ແລະ ປະກາດສ້າງຕັ້ງໜ່ວຍພັກບ້ານຄົກແອກຂຶ້ນໃໝ່. ໃຫ້ກຽດເຂົ້າຮ່ວມເປັນປະທານຂອງສະຫາຍ ຄຳຫຼ້າ ຜີວວັນນາ ກຳມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງຫົງສາ, ມີສະຫາຍ ແຫຼ້ ອ່ອນສົມບູນ ຮອງເລຂາພັກເມືອງ, ປະທານຄະນະກວດກາພັກ, ຫົວໜ້າອົງການກວດກາລັດເມືອງ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນເມືອງ, ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງປະຈຳເມືອງ, ມີທີມງານກໍ່ສ້າງຮາກຖານເມືອງ, ເລຂາໜ່ວຍພັກ, ສະມາຊິກພັກ ແລະ ຂະແໜງການຂອງບ້ານເຂົ້າຮ່ວມຢ່າງພ້ອມພຽງ. ທັງນີ້ກໍເພື່ອເປັນການຊຸກຍູ້ວຽກງານກໍ່ສ້າງຮາກຖານການເມືອງ-ແນວຄິດທົ່ວເມືອງ ເວົ້າລວມ, ເວົ້າສະເພາະແມ່ນຢູ່ບ້ານຄົກແອກ ໃຫ້ເຄື່ອນໄຫວຕາມແຜນດຳເນີນງານຂອງແຂວງ, ແຜນດຳເນີນຂອງເມືອງທີ່ກຳນົດໄວ້.
    ສະຫາຍ ຂັນແກ້ວ ລິນທອນສີ ຮອງປະທານຄະນະກວດກາພັກເມືອງ ໄດ້ຜ່ານມະຕິຕົກລົງຂອງຄະນະປະຈຳພັກເມືອງ ສະບັບເລກທີ 429, 430 ແລະ 431 ລົງວັນທີ 15 ທັນວາ 2023 ຄື: ຍຸບເລີກ 3 ໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານບ້ານຄົກແອກ, ຍຸບເລີກຄະນະພັກຮາກຖານບ້ານຄົກແອກ ແລະ ປະກາດສ້າງຕັ້ງຂຶ້ນໃໝ່ເປັນໜ່ວຍພັກບ້ານຄົກແອກ. ໂດຍລວມມີສະມາຊິກພັກທັງໝົດ 47 ສະຫາຍ, ຍິງ 6 ສະຫາຍ. ໃນໂອກາດນີ້ ສະຫາຍເລຂາພັກເມືອງ ກໍ່ໄດ້ມີຄໍາຄິດເຫັນ ໂອ້ລົມ ຊຶ່ງສະຫາຍໄດ້ຍົກໃຫ້ຮູ້ເຖິງໂຄງການດຳເນີນງານ, ຂັ້ນຕອນ ການດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ຊຶ່ງແມ່ນການຄັດເລືອກເອົາຜູ້ນໍາພາທີ່ມີຄວາມຮູ້, ຄວາມສາມາດ, ມີທັດສະນະຫຼັກໝັ້ນທາງດ້ານການເມືອງ, ມີຄວາມເສຍສະຫຼະຮັບໃຊ້ຊາດ, ຮັບໃຊ້ປະຊາຊົນ ເຂົ້າໃນຄະນະພັກແຕ່ລະຂັ້ນ ເພື່ອນໍາພາສ້າງສາພັດທະນາປະເທດຊາດ-ບ້ານເມືອງ, ແມ່ນການດໍາເນີນຊີວິດການເມືອງ ທ້າຍສະໄໝຂອງຄະນະພັກແຕ່ລະຂັ້ນ, ແມ່ນບັ້ນດໍາເນີນຊີວິດການເມືອງ ເພື່ອຕີລາຄາການນໍາພາລວມ, ຕີລາຄາຄວາມຮັບຜິດຊອບ ຂອງບຸກຄົນຄະນະພັກ ຕະຫລອດສະໄໝຜ່ານມາ. ສະນັ້ນ ເພື່ອຮັບປະກັນໃຫ້ການດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກ ໃຫ້ມີຄຸນນະພາບ, ຖືກຕ້ອງຕາມຕົວຈິງກ່ອນອື່ນໝົດ ບັນດາສະຫາຍຄະນະພັກ ຕ້ອງຍົກສູງຄວາມຮັບຜິດຊອບ ຕີລາຄາການຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງຕົນເອງຢ່າງພາວະວິໄສ, ໄປຄຽງຄູ່ກັບການຕິຊົມຕົນເອງ ເເລະ ຕິຊົມ ເຊິ່ງກັນ ເເລະ ກັນຢ່າງຈິງໃຈ. ພ້ອມກັນນີ້, ກໍເອົາໃຈໃສ່ກວດກາຕີລາຄາ ກ່ຽວກັບການແກ້ໄຂຈຸດອ່ອນ, ຂໍ້ຄົງຄ້າງຈາກຄໍາຕໍານິສົ່ງຂ່າວຕ່າງໆ ຂອງການຈັດຕັ້ງພັກ, ສະມາຊິກພັກ ແລະ ຕໍ່ແຕ່ລະສະຫາຍໃນຄະນະພັກໃນໄລຍະຜ່ານມາ. ຫຼັງຈາກນັ້ນ ສະຫາຍເລຂາ ແລະ ຮອງເລຂາພັກເມືອງ ພ້ອມດ້ວຍຄະນະຮັບຜິດຊອບກໍໄດ້ລົງເຄື່ອນໄຫວກວດກາເບິ່ງການຂະຫຍາຍເສັ້ນທາງເຂົ້າຫາບ້ານ ພ້ອມທັງແນະນຳໃຫ້ວິຊາການຮັບຜິດຊອບເລັ່ງແກ້ໄຂຈຸດຕ່າງໆ ທີ່ຍັງຄົງຄ້າງໃຫ້ສຳເລັດຕາມແຜນ ແລະ ຍັງເລັ່ງທວງໃຫ້ບໍລິສັດທີ່ຮັບຜິດຊອບສ້າງນ້ຳປະປາເຂົ້າບ້ານໃຫ້ສືບຕໍ່ດຳເນີນການຈັດຕັ້ງປະຕິບັດໜ້າວຽກຕ່າງໆໃຫ້ສຳເລັດຕາມແຜນເຊັ່ນດຽວກັນ. 
(ຂ່າວ-ພາບ: ກິດຕິສັກ ບົວໄລ)23096800

ຄໍາເຫັນ

ຂ່າວການເມືອງ

ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

ທ່ານ ບຸນຈັນ ສີວົງພັນ ຮອງປະທານສະພາແຫ່ງຊາດ ຕາງໜ້າຄະນະປະຈຳສະພາແຫ່ງຊາດ ຫົວໜ້າກອງເລຂານຸການກອງປະຊຸມ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນສໍາເລັດຂອງການດໍາເນີນກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ.
ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບ

ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບ

ທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບຕໍ່ສື່ມວນຊົນ ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ ວ່າ: ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໄດ້ສຸມໃສ່ພິຈາລະນາບັນດາຮ່າງກົດໝາຍຈໍານວນ 8 ສະບັບ. ໃນນັ້ນ, ມີກົດໝາຍສ້າງໃໝ່ 1 ສະບັບ ແລະ ປັບປຸງ 7 ສະບັບ.
ສສຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສສຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສະມາຊິກສະພາແຫ່ງຊາດ (ສຊຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ຜົນສຳເລັດ ການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ຜົນສຳເລັດ ການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນສຳເລັດການພິຈາ ລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາປີ 2026 ແລະ ທິດທາງແຜນການປີ 2027 ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ.
ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ສສຊເຂດ 11 ບໍລິຄຳໄຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ສສຊເຂດ 11 ບໍລິຄຳໄຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານສອນທະນູທໍາມະວົງສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 11 ແຂວງບໍລິຄໍາໄຊໄດ້ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍລັດຖະບານ(ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 16ຕຸລາຜ່ານມາ,ທີ່ສະພາແຫ່ງຊາດໂດຍການເປັນປະທານຂອງທ່ານນາງສູນທອນໄຊຍະຈັກຮອງປະທານສະພາແຫ່ງຊາດ.
ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

​ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ເອົາໃຈໃສ່ປະກອບຄຳເຫັນຕໍ່ຮ່າງກົດ ໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນສະບັບສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນກົດໝາຍສະບັບສ້າງໃໝ່ ປະກອບດ້ວຍ VIII ພາກ, 8 ໝວດ ແລະ 66 ມາດຕາ ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້ ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ທ່ານ ນະຄະເສນ ສີຫາລາດ ສະເໜີ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານ ນະຄະເສນ ສີຫາລາດ ສະເໜີ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານ ນະຄະເສນ ສີຫາລາດ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງ ວຽງຈັນ (ນວ) ໄດ້ປະກອບຄໍາເຫັນໃສ່ຮ່າງກົດໝາຍ ວ່າດ້ວຍລັດຖະບານ (ສະບັບປັບປຸງ) ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 16 ຕຸລາຜ່ານມາ, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ.
ສະເໜີປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສະເໜີປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ທ່ານ ນາງ ບຸນຄໍາ ວໍລະຈິດ ຜູ້ວ່າການທະນາຄານແຫ່ງສປປລາວ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນໃນການປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນກົດໝາຍສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ມອນໄຊ ລາວມົວຊົ່ງ ຮອງປະທານສະພາແຫ່ງຊາດ.
ເພີ່ມເຕີມ