ໃນການພົບປະ, ທ່ານທ່ານເລຂາທິການໃຫຍ່ ເນັ້ນໜັກວ່າ: ພັກຍາມໃດກໍຖືວຽກງານບຸກຄະລາກອນໜຸ່ມ, ບຳລຸງຖັນແຖວພະນັກງານສືບທອດເປັນສຳຄັນ. ທ່ານເລຂາທິການໃຫຍ່ ສະເໜີໃຫ້ບັນດາສະມາຊິກສະພາແຫ່ງຊາດໜຸ່ມ ສືບຕໍ່ປະກອບສ່ວນເຂົ້າໃນຮ່າງເອກະສານທີ່ສ່ອງແສງຮາກຖານຕົວຈິງ ແລະ ສະເໜີບັນດາບຸກທະລຸຍຸດທະສາດກ່ຽວກັບຮູບແບບການເຕີບໂຕ, ຄຸ້ມຄອງພາກລັດ ແລະ ພັດທະນາແບບຍືນຍົງຂອງປະເທດຊາດ. ທ່ານເລຂາທິການໃຫຍ່ ສະເໜີໃຫ້ບັນດາສະມາຊິກສະພາແຫ່ງຊາດໜຸ່ມ ຮ່ຳຮຽນຕະຫຼອດຊີວິດ, ໃກ້ຊິດຕິດແທດກັບຕົວຈິງ, ຮັບເອົາສິ່ງທີ່ຍອດຍິ່ງຂອງມວນມະນຸດ, ເປັນເຈົ້າການຄົ້ນຄວ້າຍຸດທະສາດ, ເພີ່ມທະວີລັກສະນະຄາດຄະເນ, ປະກອບສ່ວນສ້າງລະບົບກົດໝາຍໃຫ້ສົມບູນແບບ ຕອບສະໜອງຄວາມຮຽກຮ້ອງຕ້ອງການພັດທະນາຂອງພື້ນຖານເສດຖະກິດການຕະຫຼາດຕາມກຳນົດທິດສັງຄົມນິຍົມ.
OPEC+ ຕັ້ງເປົ້າໝາຍເພີ່ມການຜະລິດນ້ຳມັນໃນເດືອນທັນວານີ້
ຂ່າວຕ່າງປະເທດລາຍງານ ໃນວັນທີ 3 ພະຈິກ ຜ່ານມາວ່າ: ອົງການປະເທດຜູ້ສົ່ງອອກນ້ຳມັນ (OPEC) ແລະ ພັນທະມິດ ຫຼື ເອີ້ນລວມກັນວ່າ OPEC+ ໄດ້ຕົກລົງທີ່ຈະເພີ່ມກຳລັງການຜະລິດນ້ຳມັນຂຶ້ນເປັນ137,000 ບາເຣວຕໍ່ມື້ໃນເດືອນທັນວານີ້.ຫຼັງຈາກປະເທດສະມາຊິກເຊັ່ນ: ຊາອຸດິດ ອາຣັບບີ, ຣັດເຊຍ, ອີຣັກ, ສະຫະລັດອາຣັບເອມິເຣດ, ກູເວດ, ກາຊັກສະຖານ, ອານເຊຣີ ແລະ ໂອມານ ປະຊຸມອອນລາຍເພື່ອທົບທວນສະພາບຕະຫຼາດໂລກ ແລະ ທ່າອ່ຽງເສດຖະກິດ.
ຄໍາເຫັນ