ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ເຄື່ອນໄຫວທັດສະນະ ຢູ່ ແຂວງເຈີ້ຈ່ຽງ

ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ເຄື່ອນໄຫວທັດສະນະ ຢູ່ ແຂວງເຈີ້ຈ່ຽງ

ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ເຄື່ອນໄຫວທັດສະນະ ຢູ່ ແຂວງເຈີ້ຈ່ຽງ
ໃນຕອນເຊົ້າຂອງວັນທີ 3 ມິຖຸນາ ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະ ບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ໝູ່ບ້ານ ຢູຊຸນ ເມືອງອານຈີ ນະຄອນຫູໂຈ ຊຶ່ງເປັນສະຖານທີ່ກໍາເນີດຂອງ ແນວຄິດ “ພູຂຽວນໍ້າໃສ ຄື ພູເງິນພູຄໍາ” ຂອງ ສະຫາຍ ສີ ຈິ້ນຜິງ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປ ຈີນ. ແນວຄິດ “ພູຂຽວນໍ້າໃສ ຄື ພູເງິນພູຄໍາ” ແມ່ນການຍົກລະດັບໃໝ່ທາງດ້ານແນວຄິດ ຂອງການພັດທະນາ, ແນວຄິດດ້ານລະບົບນິເວດວິທະຍາ ແລະ ແນວຄິດດ້ານຄວາມສີວິໄລ ຊຶ່ງເປັນແນວຄິດຫຼັກຂອງ “ແນວຄິດຄວາມສີວິໄລທາງດ້ານລະບົບນິເວດວິທະຍາຂອງ ສະຫາຍ ສີ ຈິ້ນຜິງ”.
ເລຂາທການໃຫຍ ປະທານປະເທດ ແຫງ ສປປ ລາວ ພອມດວຍຄະນະ ເຄອນໄຫວທດສະນະ ຢ ແຂວງເຈຈຽງ - image 1
 

 

ແນວຄິດນີ້ໄດ້ຖືກບັນຈຸເຂົ້າໃນບົດລາຍງານ ແລະ ກົດລະບຽບຂອງພັກກອມມູນິດຈີນ ໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIX ຊຶ່ງໄດ້ປ່ຽນແປງແຂວງເຈີ້ຈ່ຽງຢ່າງເລິກເຊິ່ງ, ກໍຄືປະກອບສ່ວນການພັດທະນາຕໍ່ປະເທດຈີນ ແລະ ຕໍ່ໂລກ. ຜົນຈາກການພັດທະນາໂຄງການດັ່ງກ່າວ ເຮັດໃຫ້ແຂວງເຈີ້ຈ່ຽງໄດ້ຮັບລາງວັນ Champion On Earth ດ້ານສິ່ງແວດລ້ອມໃນປີ 2018 ຈາກອົງການສິ່ງແວດລ້ອມຂອງ ສປຊ, ນອກຈາກນີ້ ນະຄອນຫູໂຈ ຍັງໄດ້ເປັນເມືອງທໍາອິດຂອງ ສປ ຈີນ ທີ່ໄດ້ຮັບລາງວັນທີ່ຢູ່ອາໄສແຫ່ງ ສປຊ ແລະ ໝູ່ບ້ານ ຢຸນຊຸນ ຍັງໄດ້ຮັບການຍ້ອງຍໍເປັນບ້ານທ່ອງ ທ່ຽວດີເດັ່ນຈາກ ອົງການທ່ອງທ່ຽວໂລກ.

ເລຂາທການໃຫຍ ປະທານປະເທດ ແຫງ ສປປ ລາວ ພອມດວຍຄະນະ ເຄອນໄຫວທດສະນະ ຢ ແຂວງເຈຈຽງ - image 2
 

ຫຼັງຈາກນັ້ນ, ສະຫາຍ ທອງລຸນ ສີສຸລິດ ແລະ ຄະນະ ໄດ້ໄປຢ້ຽມຢາມ ສູນວາງສະແດງຜະລິດ ຕະພັນໄມ້ໄຜ່ ທີ່ທົດແທນພລາສຕິກ ຂອງເມືອງອານຈີ ຊຶ່ງເປັນສະຖານທີ່ສໍາຄັນໃນການສົ່ງເສີມແນວ ຄິດການພັດທະນາແບບສີຂຽວ ແລະ ກາກບອນຕໍ່າ. ສູນແຫ່ງນີ້ໄດ້ຖືກສ້າງຂຶ້ນເພື່ອຕອບສະໜອງ ຕໍ່ຂໍ້ລິເລີ່ມ “ການນໍາໃຊ້ໄມ້ໄຜ່ແທນພລາສຕິກ” ຂອງອົງການສະຫະປະຊາຊາດ ແລະ ລັດຖະບານຈີນ ໂດຍມີຈຸດປະສົງເພື່ອສະແດງໃຫ້ເຫັນເຖິງທ່າ ແຮງອັນມະຫາສານຂອງອຸດສາຫະກໍາໄມ້ໄຜ່ ໃນການແກ້ໄຂບັນຫາສິ່ງແວດລ້ອມ ແລະ ການຫຼຸດຜ່ອນມົນລະພິດຈາກພລາສຕິກ.

ເລຂາທການໃຫຍ ປະທານປະເທດ ແຫງ ສປປ ລາວ ພອມດວຍຄະນະ ເຄອນໄຫວທດສະນະ ຢ ແຂວງເຈຈຽງ - image 3
 

ໃນຕອນບ່າຍ, ສະຫາຍ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະ ນະໄດ້ໄປຢ້ຽມຢາມກຸ່ມໝູ່ບ້ານໂຮມສະເຕ “ສຽວຢິນ-ປ້ານຣືຊຸນ” ຊຶ່ງເປັນໝູ່ບ້ານຕົວແບບ ໃນການ ຫັນເອົາເຮືອນປະຊາຊົນ ມາເປັນສະຖານທີ່ທ່ອງທ່ຽວ ແລະ ພັກຜ່ອນຄົບວົງຈອນ. ໝູ່ບ້ານດັ່ງກ່າວ ຕັ້ງຢູ່ໃນເຂດພັກຜ່ອນທ່ອງທ່ຽວລະດັບຊາດຫຼິງເຟິງ, ເມືອງອານຈີ ມີເນື້ອທີ່ທັງໝົດ 161 ເຮັກຕາ ຊຶ່ງໄດ້ພັດທະນາໂດຍອີງໃສ່ອົງປະກອບດ້ານເສດຖະກິດ ການພັກຜ່ອນ ເຊັ່ນ: “ການກິນ, ການພັກ ເຊົາ, ການທ່ອງທ່ຽວ, ການຊື້ເຄື່ອງ, ຄວາມບັນເທີງ ແລະ ການດູແລສຸຂະພາບ”. ນັບແຕ່ເປີດບໍລິການ ເປັນຕົ້ນມາ, ກຸ່ມໝູ່ບ້ານໂຮມສະເຕ “ສຽວຢິນ-ປ້ານຣືຊຸນ” ໄດ້ຕ້ອນຮັບນັກທ່ອງທ່ຽວ ສະເລ່ຍ 300,000 ເທື່ອຄົນຕໍ່ປີ, ສ້າງວຽກເຮັດງານທໍາໃຫ້ແກ່ຊາວບ້ານໃນ ພື້ນທີ່, ສ້າງຍອດຂາຍຜະລິດຕະ ພັນກະສິກໍາໄດ້ຫຼາຍກວ່າ 1 ລ້ານຢວນ.

ເລຂາທການໃຫຍ ປະທານປະເທດ ແຫງ ສປປ ລາວ ພອມດວຍຄະນະ ເຄອນໄຫວທດສະນະ ຢ ແຂວງເຈຈຽງ - image 4
 

ຫຼັງຈາກນັ້ນ, ຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ ກໍໄດ້ໄປຢ້ຽມຊົມເຂດທັດສະນີຍະ ພາບທະເລສາບຊີຫູ ທີ່ໄດ້ຮັບການພັດທະນາ ແລະ ຄຸ້ມຄອງທີ່ກົມກຽວລະຫວ່າງທໍາມະຊາດ ແລະ ການພັດທະນາ. ທະເລສາບດັ່ງກ່າວ ຕັ້ງຢູ່ນະຄອນຫາງໂຈ ແຂວງເຈີ້ຈ່ຽງ ມີເນື້ອທີ່ລວມທັງໝົດເຖິງ 59.04 ກິໂລຕາແມັດ, ໃນນັ້ນມີເຂດປົກປັກຮັກສາອ້ອມຂ້າງ ຈໍານວນ 35.64 ກິໂລຕາແມັດ, ມີສະຖານທີ່ທ່ອງທ່ຽວເຖິງ 122 ແຫ່ງ ປະກອບດ້ວຍສະຖານທີ່ທີ່ມີເອກະລັກສະເພາະ, ບ່ອນທ່ອງ ທ່ຽວລະດັບຕ່າງໆ, ຈຸດປົກປັກຮັກສາມໍລະດົກວັດທະນະທໍາ ແລະ ພິພິຕະພັນຕ່າງໆ ທີ່ກະແຈກກະ ຈາຍຢູ່ທົ່ວເຂດດັ່ງກ່າວ. ໃນປີ 1985, ເຂດທັດສະນີຍະພາບທະເລສາບຊີຫູ ໄດ້ຖືກຄັດເລືອກໃຫ້ເປັນ ໜຶ່ງໃນ “10 ສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງທີ່ສຸດຂອງປະເທດຈີນ”, ໃນປີ 2007 ໄດ້ຖືກຈັດອັນດັບ ໃຫ້ເປັນ “ສະຖານທີ່ທ່ອງທ່ຽວລະດັບ 5A ຂອງຊາດ” ແລະ ໃນປີ 2011 ກໍໄດ້ຖືກບັນຈຸເຂົ້າໃນ “ບັນຊີລາຍຊື່ມໍລະດົກໂລກ” ຢ່າງເປັນທາງການ.

ເລຂາທການໃຫຍ ປະທານປະເທດ ແຫງ ສປປ ລາວ ພອມດວຍຄະນະ ເຄອນໄຫວທດສະນະ ຢ ແຂວງເຈຈຽງ - image 5
 

(ຂ່າວ: ກຕທ)

ຄໍາເຫັນ

ຂ່າວເດັ່ນ

ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ

ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ

ໃນຕອນແລງຂອງວັນທີ 8 ຕຸລາ ນີ້ ທີ່ຫ້ອງວ່າການສູນກາງພັກ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໃນໂອກາດຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຕາມຄໍາເຊື້ອເຊີນຂອງສະຫາຍ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໃນລະຫວ່າງ ວັນທີ 8-9 ຕຸລາ 2026ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ນັບມື້ແຕກດອກອອກຜົນຍິ່ງໆຂຶ້ນ.
ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງ ສະຫາຍ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມພ້ອມດ້ວຍຄະນະຜູ້ແທນຂັ້ນສູງໄດ້ເດີນທາງມາຢ້ຽມຢາມ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເປັນທາງການ ໃນວັນທີ 8-9 ຕຸລາ ນີ້ ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ນັບມື້ນັບແຕກດອກອອກຜົນຍິ່ງໆຂຶ້ນ.
ຄະນະ ສສຊ ເຂດ 12 ເຂົ້າອວຍພອນປະທານສະພາແຫ່ງຊາດ ແລະ ນາຍົກລັດຖະມົນຕີ ຄົນໃໝ່

ຄະນະ ສສຊ ເຂດ 12 ເຂົ້າອວຍພອນປະທານສະພາແຫ່ງຊາດ ແລະ ນາຍົກລັດຖະມົນຕີ ຄົນໃໝ່

ຄະນະສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 12 ແຂວງຄໍາມ່ວນ ແລະ ຄະນະຫ້ອງວ່າການສະພາປະຊາຊົນແຂວງ ນໍາໂດຍ ທ່ານ ໄຊຊະນະ ໂຄດພູທອນປະທານຄະ​ນະ ສສຊ ປະຈໍາເຂດເລືອກຕັ້ງທີ 12, ປະທານສະພາປະຊາຊົນແຂວງຄໍາມ່ວນ ພ້ອມຄະນະ ໄດ້ເຂົ້າອວຍພອນ ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ແລະ ທ່ານ ສະເຫຼີມໄຊ ກົມມະສິດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ໃນ​ວັນ​ທີ 7 ຕຸ​ລາ​ຜ່ານ​ມາທີ່ ສະ​ພາ​ແຫ່ງ​ຊາດ. ໃນໂອກາດທີ່ທັງສອງທ່ານໄດ້ຮັບການເລືອກຕັ້ງໃຫ້ດໍາລົງຕໍາແໜ່ງໃໝ່ ໃນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X.
ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມຄະນະວາງພວງມາລາຢູ່ອະນຸສາວະລີນັກຮົບນິລະນາມ

ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມຄະນະວາງພວງມາລາຢູ່ອະນຸສາວະລີນັກຮົບນິລະນາມ

ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເຂົ້າວາງພວງມະລາ ຢູ່ອະນຸສາວະລີນັກຮົບນິລະນາມ (ດາວແດງ) ນະຄອນຫລວງວຽງຈັນ ໃນວັນທີ 8 ຕຸລານີ້, ເນື່ອງໃນໂອກາດທີ່ຄະນະຜູ້ແທນດັ່ງກາວເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງ ວັນທີ 8-9 ຕຸລານີ້.
ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ເດີນທາງເຖິງ ນະຄອນຫຼວງວຽງຈັນ

ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ເດີນທາງເຖິງ ນະຄອນຫຼວງວຽງຈັນ

ຕອນບ່າຍວັນທີ 8 ຕຸລານີ້, ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງມາເຖິງສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ ເພື່ອດໍາເນີນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ.
ຜົນການກວດກາ 6 ເປົ້າໝາຍໃຫຍ່ ພົບຫຼາຍໂຄງການລະເມີດລະບຽບການ

ຜົນການກວດກາ 6 ເປົ້າໝາຍໃຫຍ່ ພົບຫຼາຍໂຄງການລະເມີດລະບຽບການ

ອົງການກວດກາແຫ່ງລັດ ໄດ້ລາຍງານຜົນການກວດກາ 6 ເປົ້າໝາຍໃຫຍ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ພົບຫຼາຍໂຄງການ-ຂະແໜງການ ຍັງມີຂໍ້ຂາດຕົກບົກພ່ອງ ແລະ ລະ ເມີດລະບຽບການ ໃນວັນທີ 8 ຕຸລານີ້, ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄຳ ຮອງປະທານສະພາແຫ່ງຊາດ.
ສະພາແຫ່ງຊາດ ເນັ້ນໃຫ້ຮັດກຸມ ແລະ ເດັດຂາດ ໃນການເກັບກູ້ງົບປະມານ-ແກ້ໄຂຜົນການກວດສອບ-ກວດກາແຫ່ງລັດ

ສະພາແຫ່ງຊາດ ເນັ້ນໃຫ້ຮັດກຸມ ແລະ ເດັດຂາດ ໃນການເກັບກູ້ງົບປະມານ-ແກ້ໄຂຜົນການກວດສອບ-ກວດກາແຫ່ງລັດ

​ ໃນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ຈັນທະບູນ ສຸກອາລຸນ ປະທານກຳມາທິການເສດຖະກິດ ແລະ ການເງິນ, ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ ຂຶ້ນປະກອບຄຳເຫັນຕໍ່ບົດລາຍງານການເຄື່ອນໄຫວວຽກງານ ປະຈຳປີ 2026 ແລະ ທິດທາງແຜນການປີ 2027 ຂອງອົງການກວດສອບແຫ່ງລັດ ແລະ ອົງການກວດກາແຫ່ງລັດ ໃນວັນທີ 8 ຕຸລານີ້ ທີ່ສະພາແຫ່ງຊາດ, ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
9 ເດືອນ ພົບຫຼາຍໂຄງການ-ຂະແໜງການ ຍັງລະເມີດລະບຽບ

9 ເດືອນ ພົບຫຼາຍໂຄງການ-ຂະແໜງການ ຍັງລະເມີດລະບຽບ

ອົງການກວດກາແຫ່ງລັດ ລາຍງານຜົນການກວດກາ 9 ເດືອນ ປີ 2026 ພົບຫຼາຍໂຄງການ-ຂະແໜງ ການ ຍັງລະເມີດລະບຽບການ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 8 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ຫຼາຍວິສາຫະກິດລັດ ແກ້ໄຂເລັ່ງທວງໜີ້ຕ້ອງຮັບ ແລະ ສະສາງໜີ້ຕ້ອງສົ່ງ

ຫຼາຍວິສາຫະກິດລັດ ແກ້ໄຂເລັ່ງທວງໜີ້ຕ້ອງຮັບ ແລະ ສະສາງໜີ້ຕ້ອງສົ່ງ

ຜ່ານການຕິດຕາມ ຊຸກຍູ້, ການກວດສອບຄືນການແກ້ໄຂຜົນການກວດສອບໃນປີ 2026 ໃນຂົງເຂດວິສາຫະກິດລັດ ເຫັນວ່າມີບາງບັນຫາທີ່ຕ້ອງໄດ້ແກ້ໄຂລວມມີ ການມອບອາກອນກຳໄລ ອາກອນລາຍໄດ້, ອາກອນມູນຄ່າເພີ່ມ, ການເລັ່ງທວງໜີ້ຕ້ອງຮັບ, ການສະສາງໜີ້ຕ້ອງສົ່ງ, ການສັງລວມລາຍຮັບ ມູນຄ່າຕົ້ນທຶນຊັບສົມບັດທີ່ເຂົ້າໃນເອກະສານລາຍງານການເງິນລວມເປັນເງິນ 1,963.16 ຕື້ກີບ. ໃນນັ້ນ, ແກ້ໄຂໄດ້ 1,760.60 ຕື້ກີບ ເທົ່າກັບ 89.68% ຂອງຈໍານວນທີ່ຕ້ອງແກ້ໄຂຍັງຄ້າງ 202.56 ຕື້ກີບ.
ກວດສອບ ເຫັນໜີ້ຄ້າງໃນຂົງເຂດທະນາຄານ 10 ພັນກວ່າຕື້ກີບ

ກວດສອບ ເຫັນໜີ້ຄ້າງໃນຂົງເຂດທະນາຄານ 10 ພັນກວ່າຕື້ກີບ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 8 ຕຸລານີ້ ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ. ທ່ານ ວຽງທະວີສອນ ເທບພະຈັນ ປະທານອົງການກວດສອບແຫ່ງລັດ ໄດ້ລາຍງານຕໍ່ກອງປະຊຸມວ່າ: ໃນປີ 2026 ຜ່ານການຕິດຕາມ, ຊຸກຍູ້ ແລະ ກວດສອບຄືນການແກ້ໄຂຜົນການກວດສອບຂົງເຂດທະນາຄານ ບັນຫາທີ່ຕ້ອງໄດ້ແກ້ໄຂລວມມີການເກັບກູ້ເງິນທີ່ປ່ອຍເກີນທຶນຊັ້ນໜຶ່ງ, ເງິນທີ່ໄດ້ຈ່າຍແທນບໍລິສັດຈາກການຄໍ້າປະກັນສັນຍາ, ການມອບອາກອນມູນຄ່າເພີ່ມ, ອາ ກອນກຳໄລ, ການຕິດຕາມການປະຕິບັດເງື່ອນໄຂສັນຍາເງິນກູ້ຂອງທະນາຄານແຫ່ງ ສປປ ລາວ ແລະ ບັນຫາອື່ນໆ ລວມເປັນເງິນ 14,345.52 ຕື້ກີບ. ໃນນັ້ນ, ແກ້ໄຂໄດ້ ຈໍານວນ 3,781.07 ຕື້ກີບ ເທົ່າກັບ 26.36% ຂອງຈໍານວນທີ່ຕ້ອງແກ້ໄຂ, ຍັງຄ້າງຈໍານວນ 10,564.45 ຕື້ກີບ.
ເພີ່ມເຕີມ