ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ພົບປະກັບ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ

ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ພົບປະກັບ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ

ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ພົບປະກັບ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ
ໃນວັນທີ 24 ຕຸລາ ນີ້, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ພົບປະສອງຝ່າຍກັບ ສະຫາຍ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ຄະນະ ໃນໂອກາດເດີນທາງເຂົ້າຮ່ວມພິທີລົງນາມໃນ ສົນທິສັນຍາ ສະຫະປະຊາຊາດ ວ່າດ້ວຍ ການຕ້ານອາຊະຍາກໍາທາງໄຊເບີ ໃນວັນທີ 24-26 ຕຸລາ 2025 ທີ່ ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ເພື່ອສືບຕໍ່ເສີມຂະຫຍາຍ ແລະ ຮັດແໜ້ນ ສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບ ດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ ແລະ ຫວຽດນາມ ທີ່ມີມູນເຊື້ອ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ ແລະ ແຕກດອກອອກຜົນຍິ່ງຂຶ້ນ.
ເລຂາທການໃຫຍ ປະທານປະເທດ ແຫງ ສປປ ລາວ ພບປະກບ ນາຍກລດຖະມນຕ ແຫງ ສສ ຫວຽດນາມ - image 1
 

 

ໃນໂອກາດນີ້, ຝ່າຍລາວ ໄດ້ສະແດງຄວາມຊົມເຊີຍ ທີ່ ວົງຄະນະຍາດສາກົນ ໄດ້ໃຫ້ຄວາມເຊື່ອໝັ້ນ ແລະ ເລືອກເອົາ ນະຄອນຫຼວງຮ່າໂນ້ຍ ເປັນສະຖານທີ່ລົງນາມຂອງ ສົນທິສັນຍາສາກົນ ທີ່ມີຄວາມໝາຍສຳຄັນນີ້ ຊຶ່ງໃນຕໍ່ໜ້າຈະມີຊື່ວ່າ ສົນທິສັນຍາຮ່າໂນ້ຍ. ສປປ ລາວ ເຊື່ອໝັ້ນວ່າ ດ້ວຍບົດຮຽນ ແລະ ບົດບາດສາກົນ ຂອງ ເພື່ອນສະຫາຍ ຫວຽດນາມ, ພິທີລົງນາມ ແລະ ກອງປະຊຸມສາກົນຄັ້ງນີ້ ຈະປະສົບຜົນສຳເລັດຢ່າງຈົບງາມ ພ້ອມທັງຍົກສູງບົດບາດ ຂອງ ສສ ຫວຽດນາມ ໃຫ້ສູງເດັ່ນຍິ່ງຂຶ້ນ ໃນເວທີພາກພື້ນ ແລະ ສາກົນ.

ເລຂາທການໃຫຍ ປະທານປະເທດ ແຫງ ສປປ ລາວ ພບປະກບ ນາຍກລດຖະມນຕ ແຫງ ສສ ຫວຽດນາມ - image 2
 

ສອງຝ່າຍ ໄດ້ແຈ້ງສະພາບການພົ້ນເດັ່ນ ຢູ່ພາຍໃນປະເທດຂອງຕົນ ໃຫ້ກັນຊາບ ແລະ ໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຜົນສໍາເລັດທີ່ສອງປະເທດຍາດມາໄດ້ໃນຕະຫຼອດໄລຍະຜ່ານມາ, ພ້ອມທັງ ຮ່ວມກັນຕີລາຄາສູງຕໍ່ການພົວພັນຮ່ວມມືສອງຝ່າຍທີ່ມີບາດກ້າວຂະຫຍາຍຕົວຮອບດ້ານ ແລະ ມີຜົນ ສຳເລັດສູງ, ເຫັນໄດ້ຈາກການພົວພັນຮ່ວມມືຮອບດ້ານ ທັງໃນດ້ານການເມືອງ, ເສດຖະກິດ ແລະ ການຮ່ວມມືເພື່ອການພັດທະນາ ບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈຊຶ່ງກັນ ແລະ ກັນ ໃນລະດັບສູງສຸດ, ການຮ່ວມມືທາງດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສືບຕໍ່ມີບາດກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງ, ການ ຈັດຕັ້ງປະຕິບັດບັນດາໂຄງການຮ່ວມມືສອງຝ່າຍ ມີຄວາມຄືບໜ້າເປັນກ້າວໆ. ພ້ອມນັ້ນ, ສອງຝ່າຍ ໄດ້ເຫັນດີເປັນເອກະພາບ ຈະສືບຕໍ່ປະສານສົມທົບກັນຢ່າງໃກ້ຊິດ ເພື່ອສືບຕໍ່ສົ່ງເສີມການພົວພັນຮ່ວມມືທີ່ເປັນມູນເຊື້ອຂອງສອງຊາດ ໃຫ້ນັບມື້ ນັບຂະຫຍາຍຕົວຍິ່ງຂຶ້ນ ພ້ອມທັງ ຈະຮ່ວມມືກັນຢ່າງໃກ້ຊິດ ໃນການຈັດ ຕັ້ງປະຕິບັດບັນດາໂຄງການຮ່ວມມືຍຸດທະສາດໃນດ້ານຕ່າງໆ ໃຫ້ປະກົດຜົນເປັນຮູບປະທໍາ ແລະ ມີປະສິດທິຜົນສູງສຸດ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ-ຫວຽດນາມ.

ເລຂາທການໃຫຍ ປະທານປະເທດ ແຫງ ສປປ ລາວ ພບປະກບ ນາຍກລດຖະມນຕ ແຫງ ສສ ຫວຽດນາມ - image 3
 

(ຂ່າວ: ກຕທ)

ຄໍາເຫັນ

ຂ່າວເດັ່ນ

ປະທານປະເທດ ແຫ່ງ ສປປ ລາວ ເຂົ້າຮ່ວມພິທີລົງນາມ ສົນທິສັນຍາ ສປຊ ວ່າດ້ວຍການຕ້ານອາຊະຍາກຳທາງໄຊເບີ

ປະທານປະເທດ ແຫ່ງ ສປປ ລາວ ເຂົ້າຮ່ວມພິທີລົງນາມ ສົນທິສັນຍາ ສປຊ ວ່າດ້ວຍການຕ້ານອາຊະຍາກຳທາງໄຊເບີ

ໃນລະຫວ່າງວັນທີ 25-26 ຕຸລານີ້ ທີ່ ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນຂັ້ນສູງ ເຂົ້າຮ່ວມພິທີລົງນາມໃນ ສົນທິສັນຍາ ອົງການສະຫະປະຊາຊາດ ວ່າດ້ວຍການຕ້ານອາຊະຍາກຳທາງໄຊເບີ ແລະ ກອງປະຊຸມສາກົນລະດັບສູງ. ພິທີລົງນາມດັ່ງກ່າວ ຈັດຂຶ້ນໂດຍການເປັນປະທານຮ່ວມ ລະຫວ່າງ ທ່ານ ເລືອງ ເກືອງປະທານປະເທດ ແຫ່ງ ສສ ຫວຽດນາມ ແລະ ທ່ານ ອັນໂຕນີໂອ ກູເຕເຣສ ເລຂາທິການໃຫຍ່ ສປຊ.
ຜົນສໍາເລັດກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI

ຜົນສໍາເລັດກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ດໍາເນີນມາແຕ່ວັນທີ 21-24 ຕຸລາ 2025 ໄດ້ປິດລົງດ້ວຍຜົນສໍາເລັດອັນຈົບງາມ ທີ່​ສຳ​ນັກ​ງານ​ສູນ​ກາງ​ພັກ, ພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງ ສະ​ຫາຍ ທອງ​ລຸນ ສີ​ສຸ​ລິດ ເລ​ຂາ​ທິ​ການ​ໃຫຍ່ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ປະ​ທານ​ປະ​ເທດ ແຫ່ງ ສ​ປ​ປ ລາວ ໂດຍການເຂົ້າຮ່ວມຂອງບັນດາສະຫາຍຄະນະບໍລິຫານງານສູນກາງພັກ, ເລຂາພັກແຂວງ, ກະຊວງ, ອົງການຈຳນວນໜຶ່ງ. ກອງປະຊຸມໃນຄັ້ງນີ້ ໄດ້ດຳເນີນໄປດ້ວຍບັນຍາກາດທີ່ຟົດຟື້ນປະຕິວັດ ແລະ ດ້ວຍຄວາມຮັບຜິດຊອບສູງ, ​​ກ້າ​ເບິ່ງ​ບັນຫາ​ ຢ່າງ​ກົງ​ໄປກົງ​ມາ, ມີປະຊາທິປະໄຕ ເຮັດໃຫ້ບັນຫາຕ່າງໆ ທີ່ຍົກຂຶ້ນໃນວາລະປະຊຸມ ໄດ້ຮັບການອະພິປາຍ ແລະ ມີ​ຄວາມ​ເປັນ​ເອ​ກະ​ພາບ​​ກັນສູງ ດ້ານທັດສະນະ ແລະ ການຊີ້ນຳຈັດຕັ້ງປະຕິບັດຕົວຈິງຕໍ່ໄປ.
ນາຍົກເຂົ້າຮ່ວມເປີດງານວາງສະແດງສິນຄ້າ ຂອງສະມາຄົມ  ສະຖາປະນິກ ແລະ ວິສະວະກອນໂຍທາລາວ

ນາຍົກເຂົ້າຮ່ວມເປີດງານວາງສະແດງສິນຄ້າ ຂອງສະມາຄົມ ສະຖາປະນິກ ແລະ ວິສະວະກອນໂຍທາລາວ

​ ໃນຕອນແລງວັນທີ 21 ຕຸລານີ້ ທີ່ສູນການຄ້າລາວ-ໄອເຕັກ ໄດ້ຈັດພິທີເປີດງານວາງສະແດງສິນຄ້າ ALACE EXPO ຂອງສະມາຄົມ ສະຖາປະນິກ ແລະ ວິສະວະກອນໂຍທາລາວ (ສສວ) ປະຈໍາປີ 2025, ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ; ມີທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ, ທ່ານ ວົງໄພ ບຸນມະນີ ປະທານສະມາຄົມສະຖາປະນິກ ແລະ ວິສະວະກອນໂຍທາລາວ, ບັນດາຜູ້ຕາງໜ້າຈາກກະຊວງກ່ຽວຂ້ອງ ແລະ ແຂກທີ່ຖືກເຊີນ ພ້ອມດ້ວຍສື່ມວນຊົນ ເຂົ້າຮ່ວມ.
ເປີດກອງປະຊຸມຄົບຄະນະຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XI

ເປີດກອງປະຊຸມຄົບຄະນະຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XI

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 ຕຸລາ 2025 ທີ່ສໍານັກງານສູນກາງພັກ, ໂດຍການເປັນປະທານຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ, ໂດຍການເຂົ້າຮ່ວມຂອງບັນດາສະຫາຍກຳມະການສູນກາງພັກ, ເລຂາພັກແຂວງ, ກະຊວງ, ອົງການຈຳນວນໜຶ່ງ.
ສະຫາຍ ພົນໂທ ແສງນວນ ໄຊຍະລາດ ໄດ້ຮັບແຕ່ງຕັ້ງເປັນປະທານ ສນຫລ ສະໄໝທີ V

ສະຫາຍ ພົນໂທ ແສງນວນ ໄຊຍະລາດ ໄດ້ຮັບແຕ່ງຕັ້ງເປັນປະທານ ສນຫລ ສະໄໝທີ V

ກອງປະຊຸມໃຫຍ່ຜູ້ແທນນັກຮົບເກົ່າທົ່ວປະເທດຄັ້ງທີ V ໄດ້ເປີດຂຶ້ນ ແລະ ປິດລົງ ໃນວັນທີ 16 ຕຸລານີ້ ທີ່ສະໂມສອນກົມໃຫຍ່ການເມືອງກອງທັບ, ໂດຍການເປັນປະທານຂອງ ສະຫາຍ ພົນໂທ ແສງນວນ ໄຊຍະລາດ ເລຂາຄະນະບໍລິຫານງານພັກ ປະທານສະຫະພັນນັກຮົບເກົ່າແຫ່ງຊາດລາວ (ສນຫລ), ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ມີຄະນະຜູ້ແທນ ສນຫລ, ນາຍ ແລະ ພົນທະຫານອາວຸໂສບໍານານ, ອົງການຈັດຕັ້ງພັກ-ລັດ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ນາຍົກລັດຖະມົນຕີ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ນາຍົກລັດຖະມົນຕີ ຣາຊະອານາຈັກໄທ

ໃນຕອນເຊົ້າຂອງວັນທີ 16 ຕຸລານີ້ ທີ່ ທໍານຽບປະທານປະເທດ, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ພະນະທ່ານ ອະນຸທິນ ຊານວີຣະກູນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ.
ລາວ-ໄທ ສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍ

ລາວ-ໄທ ສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະ ມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ພະນະທ່ານ ອະນຸທິນ ຊານວີຣະກູນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນວັນທີ 16 ຕຸລາ 2025 ເພື່ອສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ ແລະ ເສີມຂະຫຍາຍການພົວພັນຮ່ວມມື ຖານບ້ານໃກ້ເຮືອນຄຽງທີ່ດີທີ່ມີມາແຕ່ດົນນານ ກໍຄືການເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ ລະຫວ່າງ ສອງຊາດ ລາວ ແລະ ໄທ ໃຫ້ພັດທະນາ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ.
ນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບ

ນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບ

ໃນວັນທີ 14 ຕຸລານີ້ ທີ່ຫ້ອງຮັບແຂກສຳນັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ທ່ານ ພົນເອກ ຟານ ວັນຢາງ ລັດຖະມົນຕີ ກະຊວງ ປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ ພ້ອມຄະນະ ເຂົ້າຢ້ຽມຂໍານັບ, ໃນໂອກາດທີ່ຄະນະຜູ້ແທນດັ່ງກ່າວເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນ ລະຫວ່າງວັນທີ 14-15 ຕຸລານີ້.
ເປີດກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025

ເປີດກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ເປີດຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລານີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ; ມີທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ຜູ້ຕາງໜ້າກະຊວງ-ອົງການ ເຂົ້າຮ່ວມແບບເຊິ່ງໜ້າ; ການນຳຂອງບັນດາແຂວງ ແລະ ນະຄອນຫຼວງວຽງຈັນ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນ ຕໍ່ການລາຍງານສະພາບພົ້ນເດັ່ນ ປະຈຳເດືອນກັນຍາ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນຕຸລາ 2025. ກອງປະຊຸມຄັ້ງນີ້ ດໍາເນີນເປັນເວລາ 1 ວັນເຄິ່ງ ຊຶ່ງຈະໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລືປະກອບຄຳເຫັນ ແລະ ພິຈາລະນາ ຕໍ່ບັນດາຫົວຂໍ້ທີ່ສຳຄັນ ຄື:
ສະຫາຍ ເລຂາທິການໃຫຍ່ ພັກ ປປ ລາວ ສືບຕໍ່ຢ້ຽມຢາມລັດຖະກິດ ຢູ່ ສປປ ເກົາຫຼີ

ສະຫາຍ ເລຂາທິການໃຫຍ່ ພັກ ປປ ລາວ ສືບຕໍ່ຢ້ຽມຢາມລັດຖະກິດ ຢູ່ ສປປ ເກົາຫຼີ

ໃນວັນທີ 8 ຕຸລາ 2025, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ ໄດ້ສືບຕໍ່ເຄື່ອນໄຫວຢ້ຽມຢາມລັດຖະກິດ ຢູ່ ສປປ ເກົາຫຼີ ເປັນມື້ທີ 2, ໂດຍໄດ້ນໍາພາຄະນະຜູ້ແທນຂັ້ນສູງຂອງ ພັກ ແລະ ລັດ ແຫ່ງ ສປປ ລາວ ເຂົ້າວາງກະຕ່າດອກໄມ້ ຢູ່ ວັງພະອາທິດ ກຶມສຸສານ, ເພື່ອໄຫວ້ອາໄລ ແລະ ຈາລຶກເຖິງຄຸນງາມຄວາມດີ ຂອງ ສະຫາຍ ປະທານ ກິມ ອິນ ຊຸງ ແລະ ສະຫາຍ ປະທານ ກິມ ເຈິງ ອິນ ໃນພາລະກິດນໍາພາປະຊາຊົນເກົາຫຼີ ຕໍ່ສູ້ກູ້ຊາດ, ສ້າງສາ ແລະ ພັດທະນາປະເທດຊາດ ສປປ ເກົາຫຼີ ໃຫ້ເຂັ້ມແຂງ ແລະ ຈະເລີນກ້າວໜ້າ ໃນປັດຈຸບັນ.
ເພີ່ມເຕີມ